News
News Cover

ເກມມີ້ ພັດດາລາ ແລະ ແມກຈັນທາ ພິມມະສອນ ຍິງຜູ້ລະປະຕູ ພາ ນ້ຳທາ ເອົາຊະນະ ມາສເຕີ້ ເຊເວັ້ນ 2-0

23/11/2023

ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ຫລຶ Lao Women’s League 2023 ໃນວັນທີ 22 ພະຈິກ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ມີການແຂ່ງຂັນ 4 ຄູ່ ເຊິ່ງຄູ່ທີ່ຫນ້າສົນໃຈ ເປັນການພົບກັນລະຫວ່າງ ນ້ຳທາ ພົບ ມາສເຕີ້ ເຊເວັ້ນ ໂດຍນັດທຳອິດໃນຮອບຂາໄປ ມາສເຕີ້ ເຊເວັ້ນ ເອົາຊະນະ ນ້ຳທາ 3-1, ສຳລັບເກມໃນນັດນີ້ ນ້ຳທາ ໄດ້ມີການປັບປ່ຽນຜູ້ຫລິ້ນລົງສະຫນາມເພື່ອຫວັງເກັບໄຊຊະນະນັດດັ່ງກ່າວ ຜ່ານການແຂ່ງຂັນຜົນປະກົດວ່າ ນ້ຳທາ ເອົາຊະນະ ມາສເຕີ້ ເຊເວັ້ນ 2-0 ໂດຍໄດ້ປະຕູໃນເຄິ່ງເວລາທີ 2 ຈາກເກມມີ້ ພັດດາລາ ນາທີ 56’ ແລະ ແມ໋ກຈັນທາ ພິມມະສອນ ນາທີ 75’ ຈາກໄຊຊະນະດັ່ງກ່າວເຮັດໃຫ້ ນ້ຳທາ ຫຍັບຂຶ້ນມາຢູ່ອັນດັບທີ 4 ຂອງ ຕາຕະລາງຄະແນນ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 14 ຄະແນນ. ສ່ວນ ມາສເຕີ້ ເຊເວັ້ນ ຍັງຢູ່ອັນດັບ 2 ລົງສະຫນາມ 9 ນັດ ຊະນະ 6 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 19 ຄະແນນ ຕາມຫລັງ ຊ້າງນ້ອຍ ທີມນຳ 5 ຄະແນນ.ສ່ວນຜົນຄູ່ອື່ນ ວຽງຈັນ ເສຍໃຫ້ ເອສະຣາ 0-10, ຈຳປາສັກ ເສຍໃຫ້ ຊ້າງນ້ອຍ 0-1 ແລະ ກອງທັບ ຊະນະ ຫຼວງພະບາງ 1-0.

 ສຳລັບຕາຕະລາງ ການແຂ່ງຂັນນັດທີ 10 ວັນເສົາ 25 ພະຈິກ 2023 ເວລາ 17:00 ມາສເຕີ້ ເຊເວັ້ນ ພົບ ກອງທັບ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ນ້ຳທາ ພົບ ວຽງຈັນ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ແລະ ວັນອາທິດ 26 ພະຈິກ 2023 ເວລາ 17:00 ຈຳປາສັກ ພົບ ຫຼວງພະບາງ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ເອສະຣາ ພົບ ຊ້າງນ້ອຍ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2.

ທ່ານສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.


News Cover

Request for Proposalsl

21/11/2023

Vientiane, 21 November 2023

Request for Proposals

To the interested service providers,

Lao Football Federation is pleased to invite the interested service providers to submit their proposals to providing the Enterprise Resource Planning (ERP) system for the following areas:

- Finance management

- Budgeting

- Asset management

- Procurement

- Inventory

- Sale management

- Human Resource management

- Activity management

- Documentation management

Note: Customization of the system shall be discussed with the selected service provider at later stage.

List of required documents

- Company profile

- List of clients

- Business registration certificate

- Price proposal

All interested parties are required to submit the set of required documents to [email protected] no later than 05 December 2023.

News Cover

ຊ້າງນ້ອຍ ຍັງຜົນງານດີ ເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ນັດທີ 8

20/11/2023

ຜົນການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ນັດທີ 8 ຮອບຂາກັບ ວັນເສົາ 19 ພະຈິກ 2023 ນ້ຳທາ ເອົາຊະນະ ເອສະຣາ 1-0 ນໍ້າທາ ໄດ້ປະຕູຈາກ: ເບີ 11 ແມກຈັນທາ ພິມມະສອນ ນາທີ 12', ຫຼວງພະບາງ ເສຍໃຫ້ ມາສເຕີ້ ເຊເວັ້ນ 1-2, ຫຼວງພະບາງ ໄດ້ປະຕູຈາກ: ເບີ 13 ນໍ້າເຜິ້ງ ອິນທິຈັນ ນາທີ 34' (OG), ເບີ 29 ສາຍຝົນ ທະມະນີ ນາທີ 74', ມາສເຕີ້ ເຊເວັ້ນ ໄດ້ປະຕູຈາກ: ເບີ 7 ໃຈຄຳ ໄຊຍະປະເສີດ ນາທີ 17', ວັນທີ 19 ພະຈິກ 2023 ກອງທັບ ເສຍໃຫ້ ຊ້າງນ້ອຍ 1-3, ກອງທັບ ໄດ້ປະຕູຈາກ: ເບີ 15 ແຫລ້ ອິນທະວົງ ນາທີ 62', ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 19 ອານຸຕາ ຈັນທີທອງ ນາທີ 7', ເບີ 7 ແຂກ ມະນີວົງ ນາທີ 44', ເບີ 10 ອາພັດສະລາ ຈັນທະວົງໄຊ ນາທີ 89', ວຽງຈັນ ເສຍໃຫ້ ຈຳປາສັກ 0-10, ຈຳປາສັກ ໄດ້ປະຕູຈາກ: ເບີ 7 ລັດດາ ວໍລະຈິດ ນາທີ 10', ເບີ 18 ແອ່ນນ້າ ນາທີ 23', 29', 32', ເບີ 2 ຫັດລືໄທ ທຳມະວົງ ນາທີ 4', 35', 45', ເບີ 15 ປ່ອງແກ້ວ ແກ້ວສະຫວ່າງ ນາທີ 42', ເບີ 17 ທອງດີ ຫຼວງທຸມມາລາ ນາທີ 19', ເບີ 16 ສຸກສະຫວັນ ພົມມະວົງໄຊ ນາທີ 66'

 ສະຫລຸບຕາຕະລາງຄະແນນ ອັນດັບ 1 ຊ້າງນ້ອຍ ລົງສະຫນາມ 8 ນັດ ຊະນະ 7 ນັດ ເສຍ 1 ນັດ ມີ 21 ຄະແນນ, ອັນດັບ 2 ມາສເຕີ້ ເຊເວັ້ນ ລົງສະຫນາມ 8 ນັດ ຊະນະ 6 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 19 ຄະແນນ, ອັນດັບ 3 ເອສະຣາ ລົງສະຫນາມ 8 ນັດ ຊະນະ 3 ນັດ ສະເຫມີ 4 ນັດ ເສຍ 1 ນັດ ມີ 13 ຄະແນນ, ອັນດັບ 4 ຈຳປາສັກ ລົງສະຫນາມ 8 ນັດ ຊະນະ 4 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 5 ນ້ຳທາ ລົງສະຫນາມ 8 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 11 ຄະແນນ, ອັນດັບ 6 ກອງທັບ ລົງສະຫນາມ 8 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 11 ຄະແນນ, ອັນດັບ 7 ຫຼວງພະບາງ ລົງສະຫນາມ 8 ນັດ ຊະນະ 1 ນັດ  ສະເຫມີ 1 ນັດ ເສຍ 5 ນັດ ມີ 4 ຄະແນນ ແລະ ອັນດັບ ສຸດທ້າຍ ວຽງຈັນ ລົງສະຫນາມ 8 ນັດ ເສຍ 8 ນັດ ມີ 0 ຄະແນນ, ຂະນະທີ່ ອັນດັບຜູ້ຍິງປະຕູສູງສຸດ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ ຍິງໄດ້ 19 ປະຕູ.
ສຳລັບ ຕາຕະລາງ ການແຂ່ງຂັນນັດກາງອາທິດນີ້ ວັນພຸດ 22 ພະຈິກ 2023 ເວລາ 16:00 ມາສເຕີ້ ເຊເວັ້ນ ພົບ ນ້ຳທາ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 16:00 ກອງທັບ ພົບ ຫຼວງພະບາງແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ເວລາ 19:00 ວຽງຈັນ ພົບ ເອສະຣາ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 19:00 ຈຳປາສັກ ພົບ ຊ້າງນ້ອຍ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.


News Cover

ສຸດມັນນັດສຸດທ້າຍ ເບ ສະຫວັນ ສະເຫມີ ມາສະດາ ຈີບີ 4-4, ເບສະຫວັນ ຄວ້າແຊ້ມ ລາວ ຟຸດຊໍ ລີກ 2023 ຢ່າງສົມກຽດບໍ່ເສຍໃຫ້ທີມໃດ

19/11/2023

ວັນທີ 19 ພະຈິກ 2023 ການແຂ່ງຂັນ ລາວ ຟຸດຊໍ ລີກ 2023 ຢູ່ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ, ຄູ່ສຸດທ້າຍຂອງການແຂ່ງຂັນ ເບສະຫວັນ ທີມນຳ ພົບກັບ ມາສະດາ ຈີບີ ທີມອັນດັບ 6 ເຊິ່ງນັດດັ່ງກ່າວມີ ກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນຜ່ານການແຂ່ງຂັນຜົນປະກົດວ່າ ເບສະຫວັນ ສະເຫມີ ມາສະດາ ຈີບີ 4-4, ເບສະຫວັນ ໄດ້ປະຕູຈາກ: ເບີ 20 ວັນນະສອນ ລໍາໄຊ ນາທີ 15’,23’, ເບີ 9 ສຸລິຈັນ ພະສະແຫວງ ນາທີ 17’, 29’, ເບີ 7 ຄຳຜາ ພິພັກຂະວົງ ນາທີ 20’ ( OG ) ແລະ ມາສະດາ ຈີບີ ໄດ້ປະຕູຈາກ: ເບີ 6 ຄຸນສົມບັດ ພົມມະໄຊ ນາທີ 11’, ເບີ 13 ລັດສະຫມີ ບູລົມ ນາທີ 33’ ແລະ ເບີ 17 ຈັກກະວານ ມະນີວົງ ນາທີ 40’ ການແຂ່ງຂັນ ລາວ ຟຸດຊໍລີກ 2023 ແມ່ນໄດ້ດຳເນີນການແຂ່ງຂັນມານັບຕັ້ງແຕ່ ວັນທີ 09 ກັນຍາ 2023 ໂດຍມີທີມເຂົ້າຮ່ວມທັງຫມົດ 12 ທີມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ.


 ສະຫລຸບ ຜົນການແຂ່ງຂັນສາມາດສະຫລຸບອັນດັບ ໄດ້ດັ່ງລຸ່ມນີ້໊: ຊະນະເລີດ ເບສະຫວັນ ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ນັດ ມີ 31 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 20.000.000ກີບ, ຮອງຊະນະເລີດ ຄິງດ້ອມ ໄດ້ຮັບເງິນລາງວັນ ຈຳນວນ 15.000.000 ກີບ ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 28 ຄະແນນ, ຮອງຊະນະເລີດ ອັນດັບ 2 ເຫນືອ - ໃຕ້ ໄດ້ຮັບເງິນລາງວັນ 10.000.000 ກີບ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 23 ຄະແນນ,ອັນດັບ 4 ບຸນມີ ເຟີນີເຈີ ລົງສະຫນາມ 11 ນັດ ຊະນະ 6 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 20 ຄະແນນ, ອັນດັບ 5 ມາສະດາ ຈີບີ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 2 ນັດ ເສຍ 5 ນັດ ມີ 17 ຄະແນນ, ອັນດັບ 6 ທີເອັມ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ, ອັນດັບ 7 ວີເຊີນ ລົງສະຫນາມ 11 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 5 ນັດ ມີ 16 ຄະແນນ, ອັນດັບ 8 ນະຄອນຫຼວງ ລົງສະຫນາມ 11 ນັດ ຊະນະ 5 ນັດ ເສຍ 6 ນັດ ມີ 15 ຄະແນນ, ອັນດັບ 9 ເລີບສະປາ ລົງສະຫນາມ 11 ນັດ ຊະນະ 4 ນັດ ສະເຫມີ 1 ນັດ ເສຍ 6 ນັດ ມີ 13 ຄະແນນ, ອັນດັບ 10 ອາສາ ພາວເວີ້ ລົງສະຫນາມ 11 ນັດ ຊະນະ 3 ນັດ ເສຍ 8 ນັດ ມີ 9 ຄະແນນ, ອັນດັບ 11 ຊີທີເອ ພາວເວີ້ ລົງສະຫນາມ 11 ນັດ ຊະນະ 2 ນັດ ເສຍ 9 ນັດ ມີ 6 ຄະແນນ, ອັນດັບ 12 ເອັຟເອຈເອວ ລົງສະຫນາມ 11 ນັດ ເສຍ 11 ນັດ ມີ 0 ຄະແນນ.


  ນອກຈາກນັ້ນ,ລາງວັນຜູ້ຍິງປະຕູສູງສຸດ ຕົກເປັນຂອງ ໂຕນ່າ ບຸນມາໄລ ຈາກ ຄິງດ້ອມ ລົງສະຫນາມ 11 ນັດ ຍິງໄດ້ 42 ປະຕູ,ຜູ້ຮັກສາປະຕູດີເດັ່ນ ລັດຕະກອນ ແກ້ວບົວ ຈາກ ເຫນືອ - ໃຕ້ ລົງສະຫນາມ 11 ນັດ ເສຍ 31 ປະຕູ ຍິງໄດ້ 3 ປະຕູ, ນັກກິລາດີເດັ່ນ ສະຫລັດ ວິໄລພັນ ຈາກ ເລີບ ສະປາ ລົງສະຫນາມ 11 ນັດ ຍິງໄດ້ 38 ປະຕູ ແລະ ຄູຝຶກດີເດັ່ນ ອຳໄພວັນ ຈັນທະລາວົງ ຈາກ ເບສະຫວັນ.


  ເຂົ້າຮ່ວມພິີທີມອບລາງວັນໂດຍມີທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ, ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ພ້ອມດ້ວຍແຂກຖືກເຊີນ, ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.



News Cover

ທີມບານເຕະຍິງ ຊ້າງນ້ອຍ ຂຶ້ນເປັນທີມນຳ ຕາຕະລາງ ຄະແນນ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ຮອບຂາໄປ

16/11/2023

ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023 ແມ່ນໄດ້ດຳເນີນການແຂ່ງຂັນສຳເລັດໃນຮອບຂາໄປເປັນທີ່ເປັນຮຽບຮ້ອຍແລ້ວ ພາຍຫຼັງໄດ້ດຳເນີນການແຂ່ງຂັນມານັບຕັ້ງແຕ່ວັນທີ 21 ຕຸລາ 2023 ໂດຍມີທີມເຂົ້າຮ່ວມການແຂ່ງຂັນ 8 ທີມປະກອບມີ: ຊ້າງນ້ອຍ, ມາສເຕີ້ ເຊເວັ້ນ, ເອສະຣາ, ກອງທັບ,ຫຼວງພະບາງ, ຈຳປາສັກ,ນໍ້າທາ ແລະ ວຽງຈັນ.

 ສຳລັບທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດຫນູນຈຳນວນ 150 ລ້ານກີບ ຂະນະທີ່ ເງິນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.

 ສະຫລຸບຕາຕະລາງຄະແນນ ການແຂ່ງຂັນໃນຮອບຂາໄປ ອັນດັບ 1 ຊ້າງນ້ອຍ ລົງສະຫນາມ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 2 ມາສເຕີ້ ເຊເວັ້ນ ລົງສະຫນາມ 7 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 3 ເອສະຣາ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 4 ນັດ ມີ 13 ຄະແນນ, ອັນດັບ 4 ກອງທັບ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 11 ຄະແນນ, ອັນດັບ 5 ຈຳປາສັກ ລົງສະຫນາມ 7 ນັດ ຊະນະ 3 ນັດ ເສຍ 4 ນັດ ມີ 9 ຄະແນນ, ອັນດັບ 6 ນ້ຳທາ ລົງສະຫນາມ 7 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 7 ຫຼວງພະບາງ ລົງສະຫນາມ 7 ນັດ ຊະນະ 1 ນັດ 1 ສະເຫມີ 1 ນັດ ເສຍ 5 ມີ 4 ຄະແນນ ແລະ ອັນດັບ ສຸດທ້າຍ ວຽງຈັນ ລົງສະຫນາມ 7 ນັດ ເສຍ 7 ນັດ ມີ 0 ຄະແນນ, ຂະນະທີ່ ອັນດັບຜູ້ຍິງປະຕູສູງສຸດ ແມ່ນເທົ່າກັນຫມົດ 3 ຄົນ ໃຈຄຳ ໄຊຍະປະເສີດ, ຈິນດາ ສີຫາລາດ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ ແລະ ສຸພາວັນ ໄພວັນ ຈາກ ສະໂມສອນ ເອສະຣາ ແມ່ນຍິງໄດ້ທັງຫມົດ 18 ປະຕູ.

 ສຳລັບ ຕາຕະລາງ ການແຂ່ງຂັນໃນອາທິດນີ້ ວັນເສົາ 18 ພະຈິກ 2023 ເວລາ 17:00 ຫຼວງພະບາງ ພົບ ມາສເຕີ້ ເຊເວັ້ນ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ນ້ຳທາ ພົບ ເອສະຣາ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2 ແລະ ວັນອາທິດ 19 ພະຈິກ 2023 ເວລາ 17:00 ກອງທັບ ພົບ ຊ້າງນ້ອຍ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 1, ເວລາ 17:00 ວຽງຈັນ ພົບ ຈຳປາສັກ ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ ສະຫນາມ 2, ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(FREE) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LAOWOMEN'SLEAGUE ລາວລີກຍິງ ,Youtube LAOFF TV ແລະ Application LTC PLAY.


News Cover

ສຸດມັນ ເບ ສະຫວັນ ສະເໝີ ເໜືອ-ໃຕ້ 2-2 ສົ່ງຜົນໃຫ້ ເບສະຫວັນ ມີ 28 ຄະແນນ ຈາກ 10 ນັດ ໄດ້ເປັນແຊັມ ລາວ ຟຸດຊໍ ລີກ 2023 ເປັນທີ່ແນ່ນອນແລ້ວ

13/11/2023

   ວັນທີ 12 ພະຈິກ 2023 ການແຂ່ງຂັນ ລາວ ຟຸດຊໍ ລີກ 2023 ຢູ່ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ, ຄູ່ສຸດທ້າຍຂອງການແຂ່ງຂັນ ທີມຫົວແຖວຕາຕະລາງອັນດັບທີ 3 ເໜືອ-ໃຕ້ ພົບ ທີມຈ່າຝູງ ເບສະຫວັນ ເອັບຊີ ມີກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນຜ່ານການແຂ່ງຂັນຜົນປະກົດວ່າ ເຫນືອ - ໃຕ້ ສະເຫມີ ເບສະຫວັນ 2-2 ໂດຍ ເຫນືອ - ໃຕ້ ໄດ້ປະຕູຂຶ້ນນຳກ່ອນ 2-0 ຈາກ ເບີ 4 ກະຕ່າຍ ອິນຊີລິ ນາທີ 14’, 33’ ແລະ ເບສະຫວັນ ມາຕີສະເຫມີ 2-2 ຈາກ ເບີ 7 ຄຳຜາ ພິພັກຂະວົງ ນາທີ 32’, ເບີ 9 ສຸລິຈັນ ພະສະແຫວງ ນາທີ 33’.

  ສຳລັບຜົນງານຂອງ ເບ ສະຫວັນ ລົງສະໜາມນັດທີ 10 ຊະນະ 9 ນັດ ແລະ ສະເໝີ 1 ນັດ ລວມມີ 28 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຍົກຂັນແຊັມລາຍການນີ້ເປັນທີ່ແນນອນແລ້ວ ເຖິງຈະຍັງເຫຼືອພຽງ 1 ນັດກໍຕາມ.

   ທີມເເຊ້ມປີນີ້ຈະໄດ້ຮັບຂັນແຊ້ມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 20.000.000ກີບ, ອັນດັບ 2 ໄດ້ຮັບເງິນລາງວັນ ຈຳນວນ 15.000.000ກີບ, ອັນດັບ 3 ໄດ້ຮັບເງິນລາງວັນ ຈຳນວນ 10.000.000ກີບ.

ນອກຈາກນັ້ນ,ຍັງມີລາງວັນດາວຍິງສູງສຸດ,ຜູ້ຮັກສາປະຕູດີເດັ່ນ,ນັກກິລາດີເດັ່ນ ເເລະ ຄູຝຶກດີເດັ່ນ ລາຍການດັ່ງກ່າວມີ 12 ສະໂມສອນເຂົ້າຮ່ວມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ, ແຟນບານຫ້າມພາດໃນອາທິດນີ້ ຟຸດຊໍ ລາວລີກ 2023 ຈະເປັນແຂ່ງຂັນໃນອາທິດສຸດທ້າຍ ວັນເສົາ 18/11/2023 ເວລາ 14:00 ເຫນືອ - ໃຕ້ ພົບ ທີເອັມ, ເວລາ 16:00 ວີເຊີນ ພົບ ເອັຟເອຈແອວ , ເວລາ 18:00 ອາສາ ພາວເວີ້ ພົບ ເລີບ - ສະປາ, ວັນອາທິດ 19/11/2023 ເວລາ 14:00 ຊີທີເອ ພາວເວີ້ ພົບ ບຸນມີ ເຟີນີເຈີ, ເວລາ 16:00 ນະຄອນຫຼວງ ພົບ ຄິງດອມ, ເວລາ 18:00 ເບສະຫວັນ ພົບ ມາສະດາ ຈີບີ.

ຫຼັງຈາກຈົບການແຂ່ງຂັນນັດສຸດທ້າຍຈະມີພິທີມອບຂັນຊະນະເລີດ ໃຫ້ກັບທີມຊະນະເລີດ ແລະ ລາງວັນຕ່າງໆ ເຊີນຊວນແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນໃນນັດສຸດທ້າຍນີ້ດວ້ຍ.ເຂົ້າຊົມFREE


News Cover

HBT 941 ຄວ້າແຊ້ມ ລາວລີກ 2 ນະຄອນຫຼວງວຽງຈັນ

06/11/2023

ຜົນການແຂ່ງຂັນເຕະບານລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ນັດສຸດທ້າຍເປັນການພົບກັນລະຫວ່າງທິມHBT 941 ພົບທິມຈັນທະບູລີເມື່ອວັນທີ4ພະຈິກ2023ທີ່ສະໜາມເຈົ້າອະນຸວົງແລະຜ່ານການແຂ່ງຂັນຜົນປະກົດວ່າ ຈັນທະບູລີ ເອົາຊະນະ HBT 941 2-1,ແຕ່ຍ້ອນຄະແນນສະສົມຂອງຂອງທິມHBT 941 ດີກວ່າຈິ່ງເຮັດໃຫ້ HBT 941ຄວ້າແຊ້ມ ລາວລີກ 2 ນະຄອນຫຼວງວຽງຈັນ.ຫລັງຈາກຈົບການແຂ່ງຂັນໄດ້ມີພິທີປິດການແຂ່ງຂັນແລະມອບລາງວັນ,ໃຫ້ກຽດມອບລາງວັນໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າບໍລິສັດ ລາວໂຕໂຢຕ້າ ບໍລິການຈຳກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ສຳລັບຜົນງານຂອງ HBT 941 ລົງສະໜາມ 22 ນັດ ຊະນະ 17 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ມີ 54 ຄະແນນ, ອັນດັບ 2ແມ່ນ ຈັນທະບູລີ ລົງສະໜາມ 22 ນັດ ຊະນະ 15 ນັດ, ສະເໝີ 5 ນັດ ແລະ ເສຍ 2 ນັດລວມມິ 50 ຄະແນນ,ສ່ວນທີ 3 ຄິງດອມ, ທີ 4 ເມືອງຫາດ, ທີ 5 ເຄເອັມທີ ເອັບຊີ ແລະ ທີ 6 ໄອສະປອດ ສ່ວນທີ 7 ເອັດທີທີ, ທີ 8 ມຊ, ທີ 9 ເອັດອີຊີ, ທີ 10 ຈັນສີ, ທີ 11 ທີນິຕີ ແລະ ທີ 12 ເຄພີເອັດ.

  ລາຍການນີ້ ທິມຊະນະເລີດ ໄດ້ຮັບຂັນແຊ໋ມເປັນຂັນເງິນ 1 ໜ່ວຍພ້ອມເງິນສົດ 50.000.000 ກີບ ນອກຈາກນັ້ນ ກໍຍັງມີລາງວັນຕ່າງໆ ເປັນຕົ້ນລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ ໂດຍສະເພາະລາງວັນດາວຍິງສູງສຸດແມ່ນຕົກເປັນຂອງ ນິລິນ ຫຼວງສີສົມບັດ ກອງໜ້າຈາກສະໂມສອນ ໄອສະປອດ ຍິງຄົນດຽວເກືອບ 30 ປະຕູ ໄດ້ຮັບເກີບຄຳ ແລະ ເງິນສົດ 1,5 ລ້ານກີບ, ດາວພະຫັດ ກ່ຳກາຊົມພູ ຈາກ ເຄເອັມທີ ໄດ້ຮັບລາງວັນນັກກິລາດີເດັ່ນ ໄດ້ຮັບເງິນສົດ 1,5 ລ້ານກີບ.ການແຂ່ງຂັນເຕະບານລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023ໄດ້ເລີ່ມຕັ້ງແຕ່ວັນທີ 27 ພືດສະພາ 2023 ແລະມາຮອດວັນທີ 04 ພະຈິກ 2023ໄດ້ປິດພິທີການແຂ່ງຂັນຢ່າງເປັນທາງການດວ້ຍຜົນສຳເລັດ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.


News Cover

ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B "

01/11/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2023/2024)ຂື້ນໃນຕອນເຊົ້າວັນທີ 1 ພະຈິກ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກປະເທດໄທ 3ທ່ານ, ໄນຈີເລຍ 1ທ່ານ ແລະ ສະວິດເຊີແລນ 1ທ່ານ.

ໃນພິທີ,ທ່ານ ນາງ ພູໄຊ ແພງພົງ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນສໍາຄັນຫຼາຍ,ຈົ່ງໃຫ້ທຸກຄົນຕັ້ງໃຈ ແລະອວຍພອນໃຫ້ທຸກທ່ານປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ສາມາດຜ່ານການຝຶກອົບຮົມໃນຄັ້ງນີ້ເພື່ອກ້າວໄປສູ່ລະດັບຕໍ່ໄປ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນຈະນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2ໄລຍະ ຄື:

- ໄລຍະທີ1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ2 ເລີ່ມວັນທີ 18 ຫາ 28 ກຸມພາ 2024

News Cover

ສູນພັດທະນາກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ຫຼັກ16 ເລີ່ມເປີດການຝຶກສອນເທີມທໍາອິດແລ້ວ

28/10/2023

ໃນຕອນເຊົ້າວັນທີ 28 ຕຸລາ 2023 ສູນພັດທະນາກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ຫຼັກ16 ເລີ່ມເປີດການຝຶກສອນແລ້ວ ຊຶ່ງເປັນການເປີດການຝຶກສອນມື້ທໍາອິດຂອງເທີມທີ1 ທີ່ສູນຝຶກກິລາບານເຕະແຫ່ງຊາດລາວຫຼັກ16, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ສູນພັດທະນາກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ຫຼັກ16 ຍັງເປີດຮັບສະໝັກນັກກິລາອາຍຸ: U-8, U-10 ແລະ U-12 ເຂົ້າມາເລື້ອຍໆ.

• 1 ເທີມ ມີ 10 ອາທິດ

• ຄ່າສະໝັກ 400,000 ກີບ

• ຄ່າຊຸດຊ້ອມ 350,000 ກີບ/2ຊຸດ

• ຊ້ອມທຸກໆ ວັນເສົາ-ທິດ ເວລາ 07:30-09:00 ເຊົ້າ

  ພິເສດໄປກວ່ານັ້ນສຳລັບນັກກິລາເພດຍິງທີ່ຕ້ອງການມາສະຫມັກ ແມ່ນໄດ້ເສຍຄ່າທຳນຽມພຽງ 50 %,

 ສະຖານທີ່: ສູນຝຶກບານເຕະແຫ່ງຊາດລາວຫລັກ 16 ເມືອງໄຊທານີ, ນະຄອນຫຼວງວຽງຈັນ

 ຕິດຕໍ່ສອບຖາມ ແລະ ລົງທະບຽນ: 020 97744940 ທ່ານ ສຸດທະນີ ລຸນສິຣິ.


News Cover

ສະຫຼຸບຜົນການແຂ່ງຂັນບານເຕະ ລາວລີກຍິງ 2023 ປະຈຳ ນັດທີ2

25/10/2023

ສະຫຼຸບຜົນການແຂ່ງຂັນບານເຕະ ລາວລີກຍິງ 2023 ປະຈຳ ນັດທີ2

- ນ້ຳ​ທາ 1-3 ມາ​ສ​ເຕີ້ ເຊ​ເວັ້ນ

- ຫຼວງ​ພະ​ບາງ 0-2 ກອງ​ທັບ

- ເອ​ສະ​ຣາ 28-0 ວຽງ​ຈັນ

- ຊ້າງ​ນ້ອຍ 4-1 ຈຳ​ປາ​ສັກ 

ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳອາທິດທີ2 ນັດທີ3 28-29 ຕຸລາ 2023

28 ຕຸລາ

🟣 ກອງທັບ ພົບ ມາສເຕີ້ ເຊເວັ້ນ

- ⏱ ວັນເສົາ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ1

🟣 ວຽງຈັນ ພົບ ນ້ຳທາ

- ⏱ ວັນເສົາ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ2

29 ຕຸລາ

🟣 ຫຼວງພະບາງ ພົບ ຈຳປາສັກ

- ⏱ ວັນອາທິດ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ1

🟣 ຊ້າງນ້ອຍ ພົບ ເອສະຣາ

- ⏱ ວັນອາທິດ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ2

News Cover

ສຕລ ຈັດກອງປະຊຸມສຳມະນາ ການພັດທະນາກິລາບານເຕະຍິງ 2023

24/10/2023

ນະຄອນຫຼວງວຽງຈັນ ວັນທີ 24 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາກິລາບານເຕະຍິງ 2023 LFF WOMEN’S FOOTBALL DEVELOPMENT WORKSHOP 2023 ເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ີຍັງມີີ ທ່ານ ແສງພອນ ພົນອາມາດ ຫົວຫນ້າກົມກິລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ, ຕົວແທນຈາກອົງການຈັດຕັ້ງລັດ ແລະ ເອກະຊົນ,ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ນະຄອນຫຼວງ, ຜູ້ສະຫນັບສະຫນູນ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023, ບັນດາຄູຝຶກທີມຊາດລາວ, ບັນດາສື່ມວນຊົນ ພ້ອມດ້ວຍ ບັນດາວິຊາການ ສຕລ. ກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ‘’ ສຕລ ໄດ້ເຫັນຄວາມສຳຄັນໃນການພັດທະນາກິລາບານເຕະຍິງ ໂດຍມີການສົ່ງເສີມໃຫ້ການແຂ່ງຂັນພາຍໃນ ເຊັ່ນ:ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີ່ໄດ້ເລີ້ມຂຶ້ນໃນທ້າຍອາທິດທີ່ຜ່ານມາ ລວມທັງການແຂ່ງຂັນບານເຕະເຍົາວະຊົນໃນແຕ່ລະແຂວງ, ພ້ອມດຽວກັນນັ້ນ ສຕລ ຍັງໄດ້ສົ່ງເສີມການພັດທະນາບຸກຄະລາກອນທີ່ເປັນເພດຍິງ ແລະ ຊຸກຍູ້ໃຫ້ເຂົາເຈົ້າກ້າວສູ່ລະດັບເວທີສາກົນ ເຊັ່ນ: ທ່ານ ນ. ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນຄະນະບໍລິຫານງານຂອງ FIFA ແລະ AFC ແລະ ທ່ານ ນ.ພຸດສະຫວັນ ຈັນທະວົງ ກຳມະການຕັດສິນຍິງລະດັບ AFC ELITE ທີ່ໄດ້ເຂົ້າຮ່ວມຕັດສິນລະດັບສາກົນມາຫລາຍຄັ້ງແລ້ວ, ການພັດທະນາກິລາບານເຕະຍິງໃນ ສປປລາວ ຈະບໍ່ສາມາດບັນລຸເປົ້າຫມາຍໄດ້ ຫາກຂາດການຮ່ວມມື ແລະ ສະຫນັບສະຫນູນຈາກພາກລັດກໍຄືກະຊວງສຶກສາທິການ ແລະ ກິລາ,ສະຫະພັນບານເຕະແຂວງ ນະຄອນຫຼວງ,ສະໂມສອນ ບານເຕະ, ສະຖາບັນການສຶກສາ, ໃນການພັດທະນາດ້ານກິລາ, ຜູ້ສະຫນັບສະຫນູນ,ສື່ມວນຊົນ ທີ່ຈະຊ່ວຍຜັກດັນ ແລະ ເປັນກະບອກສຽງໃຫ້ແກ່ການພັດທະນາກິລາບານເຕະຍິງໃນທົ່ວປະເທດ‘’ .

  ທ່ານ ນ.ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ ‘’ ສຳລັບໂຄງການການພັດທະນາກິລາບານເຕະຍິງນີ້ເກີດຂຶ້ນເຊິ່ງເປັນຄັ້ງທຳອິດ ທີ່ ສຕລ ໄດ້ມີການສ້າງແຜນຍຸດທະສາດ ພັດທະນາກິລາບານເຕະຍິງ ໂດຍເປັນການສຶກສາຄົ້ນຄວ້າຈາກ ພະແນກເຕັກນິກ - ວິທະຍາ ຂອງ ສຕລ ຮ່ວມກັບຟີຟາ ຕິດຕາມຢ່າງໃກ້ສິດໃນທຸກຂັ້ນຕອນ ເພື່ອສ້າງໃຫ້ແຜນຍຸດທະສາດນີ້ສົມບູນແບບທີ່ສຸດ ແລະ ສ້າງຄວາມຫມັ້ນໃຈແກ່ຜູ້ໃຫ້ທຶນ ກໍຄື ຟີຟາໃນການຮັບຮອງໂຄງການດັ່ງກ່າວ ແລະ ມອບທຶນໃຫ້ກັບ ສຕລ ເພື່ອຈັດຕັ້ງແຜນຍຸດທະສາດໃຫ້ເກີດຫມາກຜົນທີ່ສຸດ.

 ສຕລ ເລັ່ງເຫັນຄວາມສຳຄັນໃນການສ້າງໂຄງການພັດທະນາກິລາບານເຕະຍິງນີ້ໂດຍເລີ້ມຈາກການວາງແຜນຍຸດທະສາດເພື່ອເປັນແບບແຜນການຈັດຕັ້ງປະຕິບັດໃຫ້ມີການພັດທະນາແບບຍືນຍົງ

 ໃນວາລະຂອງການສຳມະນາ ຜູ້ເຂົ້າຮ່ວມສຳມະນາຍັງໄດ້ຮ່ວມສົນທະນາ ເພື່ອແລກປ່ຽນຄວາມຄິດເຫັນໂດຍແບ່ງການສົນທະນາເປັນກຸ່ມ 8 ເສົາຫລັກຍຸດທະສາດ ຄື: ບານເຕະຂັ້ນພື້ນຖານ, ການເຟັ້ນຫານັກກິລາພອນສະຫວັນ, ການພັດທະນາພອນສະຫວັນ, ພັດທະນາຄູຝຶກ, ລີກ / ສະໂມສອນ, ທີມຊາດ, ການບໍລິຫານ - ການປົກຄອງ ແລະ ການສະຫນັບສະຫນູນ.


News Cover

ສະຫຼຸບຜົນການແຂ່ງຂັນບານເຕະ ລາວລີກຍິງ 2023 ປະຈຳອາທິດ ທີ 1

22/10/2023

ສະຫຼຸບຜົນການແຂ່ງຂັນບານເຕະ ລາວລີກຍິງ 2023 ປະຈຳອາທິດ ທີ 1

- ນ້ຳ​ທາ ຊະ​ນະ ຫຼວງ​ພະ​ບາງ 1-0

- ຈຳ​ປາ​ສັກ ຊະ​ນະ ວຽງ​ຈັນ 21-0

- ເອ​ສະ​ຣາ ສະ​ເຫມີ ນ້ຳ​ທາ 0-0

- ຊ້າງ​ນ້ອຍ ຊະ​ນະ ກອງ​ທັບ 3-1

ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳອາທິດທີ2 ນັດທີ2 25 ຕຸລາ 2023

🟣 ນ້ຳທາ ພົບ ມາສເຕີ້ ເຊເວັ້ນ

- ⏱ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ1

🟣 ຫຼວງພະບາງ ພົບ ກອງທັບ

- ⏱ ເວລາ 16:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ2

🟣 ເອສະຣາ ພົບ ວຽງຈັນ

- ⏱ ເວລາ 19:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ1

🟣 ຊ້າງນ້ອຍ ພົບ ຈຳປາສັກ

- ⏱ ເວລາ 19:00 PM

- 🏟 ແຂ່ງຂັນຢຸ່ທີ່ສະໜາມສູນຝຶກ ຫ້ວຍຫົງ2