News
News Cover

ສຕລ ມີຄວາມພ້ອມຈັດ ການແຂ່ງຂັນ ລາວ ຟຸດຊໍ ລີກ2024

21/02/2024

           ມາຮອດປະຈຸບັນ,ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີຄວາມພ້ອມ100%ໃນທຸກດ້ານໃນການຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024(LAO FUTSAL LEAGUE 2024) ໂດຍຈະເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 01 ມິຖຸນາ 2024 ແລະຈະນໍາໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.

        ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .

 ຕາຕະລາງການແຂ່ງຂັນໃນອາທິດ ທີ 1 ມີດັ່ງນີ້:

- ວັນທີ 02 ມີນາ 2024

ເວລາ 14:00 ເບສະຫວັນ ພົບ ເຄເອັມທີ

 ເວລາ 16:00ເອັສທີທີ ພົບ ຊິທີເອ ພາວເວີ

 ເວລາ 18:00 ເຫນືອ - ໃຕ້ ພົບ ອາສາ ພາວເວີ

- ວັນທີ 03 ມີນາ 2024

 ເວລາ 14:00 ຊີໄອທີ ພົບ ຈັນສີ

ເວລາ 16:00 ມາສະດາ ຈີບິ ພົບ ນະຄອນຫຼວງ

ເວລາ 18:00 ລາຊະຕະ ພົບ ວີເຊີນ

ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ

ແຟນບານສາມາດຕິດຕາມການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE ແລະ LAOFF TV ສະຫະພັນບານເຕະແຫ່ງຊາດລາວ.


News Cover

ຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານທີ່ເມືອງຄຳເກີດ

19/02/2024

               ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮ່ວມກັບ ສະຫະພັນບານເຕະແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຂື້ນໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຄໍາເກີດ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງທອງ ລໍມະນີ ຮອງຫົວຫນ້າຫ້ອງການສຶກສາ ແລະ ກິລາ ເມືອງຄໍາເກີດ.

              ໃນພິທີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກໍາມະການຕັດສິນ ສຕລໄດ້ ຂຶ້ນລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການຂອງ FIFA.

               ໃນໂອກາດກ່າວເປີດພິທີ, ທ່ານ ແສງທອງ ລໍມະນີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຕໍ່ການພັດທະນາກຳມະການຕັດສິນຢູ່ທີ່ເມືອງ ຄໍາເກີດ ເພື່ອຕອບສະໜອງໃນການແຂ່ງຂັນກິລາບານເຕະໃນຂອບເຂດຕົວເມືອງທີ່ນັບມື້ມີການຂະຫຍາຍຕົວແລະຟົດຟື້ນຂຶ້ນເລື້ອຍໆ.ແຕ່ຍ້ອນເວລາໃນການຝຶກອົບຮົມສັ້ນ,ດັ່ງນັ້ນ,ຈິ່ງຮຽກ ຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນ,ຈົດຈຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົນເອງໃຫ້ສູງເທົ່າທີ່ຈະສູງໄດ້.ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 19-23 ກຸມພາ 2024.

               ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ຄໍາປະສົງ ໄຊຍະວົງສີ ວິຊາການພະແນກກຳມະການຕັດສິນ ສຕລ, ທ່ານ ກິຫຼ້າ ລາດຊະວົງ ວິຊາການພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ, ຍິງ 2 ທ່ານທີ່ ມາຈາກຂອບເຂດຕົວເມືອງ ຄໍາເກີດ.


News Cover

ສຕລ ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບ C

16/02/2024

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະ ລະດັບ ຊີ AFC “C” DIPLOMA COACHING CERTIFICATE COURSE 2024, ໂດຍວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

+ ກຳນົດການ

- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງ 2 ໄລຍະ, ໄລຍະທີ 1 ວັນທີ 01-05 ເມສາ 2024 ແລະ ໄລຍະທີ 2 ວັນທີ 20-24 ພຶດສະພາ 2024

- ປິດຮັບສະໝັກ ວັນທີ 10 ມີນາ 2024, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

+ ສະຖານທີ່

- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ

+ ເງື່ອນໄຂ:

- ບັນດາສະຫະພັນບານເຕະແຂວງ, ສະໂມສອນບານເຕະ, ສາມາດສົ່ງຜູ້ໝັກເຂົ້າຮ່ວມໄດ້ບໍ່ເກີນ 2 ທ່ານ.

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.

- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.

- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.

- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຕ້ອງຮູ້ຈັກວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 14 ມື້.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ(AFC) ວາງອອກຢ່າງເຂັ້ມງວດ.

+ ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ 2 ຊຸດ.

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

- ຄ່າສະໝັກເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ (ສໍາລັບຄົນລາວ) ແລະ 500 ໂດລ້າ (ສໍາລັບຄົນຕ່າງປະເທດ).

- ອາຫານແລງຂອງ ນັກສຳມະນາກອນ ຕ່າງແຂວງ ແມ່ນ ຮັບຜິດຊອບຕົນເອງ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

-ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນສົມບັດຂອງຜູ້ສະໝັກ.

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ລິ້ງດາວໂຫລດແບບຟອມ : https://drive.google.com/file/d/1jVYmeIW2YxNeU7wotNJA5czyjP1v0D6K/view?fbclid=IwAR2H4GDgV4oaLZif6Ej0Ppl2n46gjBo5rrCOE008B771poo4G9fW7HGyRQ0

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ: ທ່ານ ວົງມີໄຊ ສຸບົວຄຳ 02054918322,ທ່ານ ສົມໃຈ ແສນພິມມະຈັກ

020 52213030


News Cover

ສໍາເລັດ ຝຶກອົບຮົມຄູຝຶກລະດັບ ບີ

15/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ບີ(B) (LFF/AFC "B" DIPLOMA COACHING COURSE 2023/2024) ຂື້ນໃນວັນທີ 15 ກຸມພາ 2024ທີ່ຫ້ອງປະຊຸມຂອງ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ຈຸດປະສົງການຈັດຝຶກອົບຮົມເພື່ອພັດທະນາຄູຝຶກ ໂດຍໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ ຫລື AFC , ຕະຫລອດໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ສະໜາມ.

  ການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2 ໄລຍະ ຄື:

- ໄລຍະທີ 1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ 2 ເລີ່ມວັນທີ 07 ຫາ 15 ກຸມພາ 2024

ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມເພື່ອຢັ້ງຢືນຜົນສຳເລັດໃນການຝຶກອົບຮົມ, ສ່ວນຜົນການສອບເສັງແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

 ສຳລັບແຜນການຝຶກອົບຮົມຄູຝຶກໃນຕໍ່ໜ້າ ພະແນກເຕັກນິກ ວິທະຍາ ແລະ ພັດທະນາ ມີດັ່ງນີ້: ຝຶກອົບຮົມໃຫ້ຄວາມຮູ້ຄູຝຶກເພດຍິງ ແລະ ທີມບານເຕະຍິງ Coach Education Programme For Womens Team Coaches

• ສ້າງຊ່ອງທາງການເລືອກນັກກິລາພອນສະຫວັນ (Talend ID) ອອນລາຍ ( google forms)

• ຈັດຝຶກອົບຮົມ LFF Coach Educator Course ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມ LFF Youth Diploma ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ຈຳນວນ 4 ຄັ້້ງ (ຕ່າງແຂວງ2ຄັ້ງ )

• ຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ສຳລັບຜູ້ຍິງ ຈຳນວນ 2 ຄັ້ງ

• ຝຶກອົບຮົມຄູຝຶກລະດັບ ບີ LFF/AFC ‘B’ DIPLOMA ຈຳນວນ 2 ຄັ້້ງ

• ສືບຕໍ່ໃຫ້ ສຳເລັດ ການອົບຮົມຄູຝຶກລະດັບ ເອ LFF/AFC ‘A’ DIPLOMA

• LFF/AFC Fitness Coaching Certificate Level A ຈຳນວນ 2 ຄັ້ງ

• LFF/ AFC Goalkeeping B Diploma Course ຈຳນວນ 1 ຄັ້ງ

• LFF/AFC Futsal Coaching Certificate Level 2 ຈໍານວນ 1 ຄັ້ງ

ຖ້າຫາກທ່ານໃດສົນໃຈກ່ຽວກັບການຝຶກອົບຮົມແຕ່ລະລາຍການສາມາດພົວພັນໄດ້ທີ່ ພະແນກ ເຕັກນິກວິທະຍາ ແລະ ພັດທະນາ ສຕລໃນໂມງລັດຖະການ.

ເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການສຕລ, ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກ ສະໂມສອນ ພາຍໃນປະເທດ, ຕ່າງປະເທດ ແລະ ນັກກິລາທີມຊາດລາວ.


News Cover

ບຸກຄະລາກອນ ສຕລ ສຳເລັດການເຂົ້າຮ່ວມຈັດການແຂ່ງຂັນ ບານເຕະຊີງແຊ້ມອາຊີ 2023

13/02/2024

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ໄດ້ສຳເລັດລົງຢ່າງຈົບງາມ ທີມຊະນະເລີດເປັນຂອງ ທີມຊາດກາຕ້າ ສ້າງປະຫວັດສາດເປັນທີມທີ 5 ຂອງທະວີບ ສາມາດປ້ອງກັນແຊ້ມ ເອຊຽນຄັບ ຕໍ່ຈາກ ສາທາລະນະລັດເກົາຫລີ, ອີຣານ, ຊາອຸດິອາຣາເບຍ ແລະ ຍີ່ປຸ່ນ.

ສຳລັບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ມີບຸກຄະລາກອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ 1 ທ່ານ ກໍ່ຄືທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຖືກຄັດເລືອກຈາກ ສະຫະພັນບານເຕະອາຊີ ເຂົ້າຮ່ວມເຮັດວຽກຈັດການແຂ່ງຂັນເປັນເວລາ 1 ເດືອນ ດວ້ຍຜົນສຳເລັດຢ່າງຈົບງາມ.

ພາຍຫຼັງສຳເລັດພາລະກິດໃນການເຂົ້າຮວ່ມຈັດການແຂ່ງຂັນ ທ່ານ ສັນຕິກອນ ແສງດາລາ ໄດ້ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມເຮັດໜ້າທີ່ຜູ້ຊ່ວຍຝ່າຍດຳເນີນການຈັດການແຂ່ງຂັນ (Tournament Delivery Assistant) ບານເຕະຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າຄັ້ງນີ້, ຕົນເອງໄດ້ຮຽນຮູ້ ແລະ ໄດ້ຮັບປະສົບການທີ່ເປັນປະໂຫຍດຫຼາຍຢ່າງເຊັ່ນການຮຽນຮູ້ລະບົບການກະກຽມແຜນຈັດການແຂ່ງຂັນໃນພາບລວມທີ່ມີຫຼາຍໆໜ້າທີ່ກ່ຽວພັນກັບການຈັດການແຂ່ງຂັນໃນແຕ່ລະສະໜາມແຂ່ງຂັນ, ລວມທັງທີ່ພັກ, ການເດີນທາງ, ການຝຶກຊ້ອມ, ເຄື່ອນໄຫວກິດຈະກຳສື່ມວນຊົນ, ການຕະຫຼາດ ແລະ ກິດຈະກຳອື່ນໆທີ່ກ່ຽວພັນກັບການແຂ່ງຂັນຂອງພາກສ່ວນຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນ. ນອກ ຈາກນັ້ນ ຍັງໄດ້ຮັບປະສົບການໃນການເຮັດວຽກຮ່ວມກັບບຸກຄະລາກອນປະເທດເຈົ້າພາບທີ່ມີຄວາມເປັນມືອາຊີບ ແລະ ມີຄຸນນະພາບ. ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນຕົວແທນຈາກປະເທດລາວ ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຈັດການແຂ່ງຂັນລາຍການທີ່ໃຫຍ່ ແລະ ມີຄວາມສຳຄັນທີ່ສຸດໃນທະວີບອາຊີກໍ່ຄືການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າໃນຄັ້ງນີ້.

ທ່ານ ສັນຕິກອນ ແສງດາລາ ຍັງໄດ້ສະແດງຄວາມຂອບໃຈມາຍັງການນຳ ສຕລ ທີ່ເປີດໃຫ້ໂອກາດໃຫ້ຕົນເອງໄດ້ເຂົ້າຮ່ວມຈັດການແຂ່ງຂັນຄັ້ງນີ້ ແລະ ພ້ອມຈະນຳເອົາຄວາມຮູ້ໃນການຮຽນ ເພື່ອພັດທະນາວຽກງານບານເຕະພາຍໃນລາວໃຫ້ມີການພັດທະນາຢ່າງເປັນຮູບປະທຳຂື້ນໄປເລື້ອຍໆ. ຫວັງຢ່າງຍິ່ງວ່າໃນອະນາຄົດຈະມີບຸກຄະລາກອນຈາກ ສປປ ລາວ ຖືກຄັດເລືອກໃຫ້ເຂົ້າຮ່ວມປະຕິບັດໜ້າທີ່ໃນແຕ່ລະໜ້າວຽກຂອງການຈັດການແຂ່ງຂັນຂອງລາຍການແຂ່ງຂັນຕ່າງໆຂອງທະວີບອາຊີເພີ່ມຂື້ນໃນອະນາຄົດ.

ປະຫວັດຂອງທ່ານ ສັນຕິກອນ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:

2014: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ ຊູຊູກິ ຄັບ ຮອບຄັດເລືອກ ທີ່ ສປປລາວ

2015: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ U19 ຊີງແຊ້ມອາຊີຮອບຄັດເລືອກ, ບານໂລກຮອບຄັດເລືອກ, ບານເຕະ AFC CUP ແລະ ເຂົ້າວຽກເປັນພະນັກງານສົມບູນໃນທ້າຍປີ 2015.

2016-2018: ສັງກັດຢູ່ຝ່າຍພົວພັນຕ່າງປະເທດຂອງ ສຕລ ແລະ ຜູ້ຈັດການທີມຊາດລຸ້ນ U23 ແລະ ຊຸດໃຫຍ່

2018-2022: ຮັບໜ້າທີ່ເປັນຮອງຫົວໜ້າພະແນກຈັດການແຂ່ງຂັນ

2022-ປັດຈຸບັນ: ຮັບໜ້າທີ່ຫົວໜ້າພະແນກຈັດການແຂ່ງຂັນ


News Cover

ກຽມຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024 LAO FUTSAL LEAGUE 2024 ເລີ່ມວັນທີ 02 ມິນາ 2024 ເປັນຕົ້ນໄປ

12/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີຄວາມພ້ອມຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024 LAO FUTSAL LEAGUE 2024 ໂດຍຈະເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 01 ມິຖຸນາ 2024 ໂດຍຈະໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.

  ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .

 ຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.


News Cover

ຈັດຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຢູ່ເມືອງສິງ

12/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮ່ວມກັບ ສະຫະພັນບານເຕະແຂວງຫຼວງນ້ຳທາຈັດຝືກອົບຮົມກຳມະການຕັດສີນ ຂັ້ນພື້ນຖານ ທີ່ເມືອງສີງ ແຂວງຫລວງນໍ້າທາ ເມື່ອວັນທີ 12 ກຸມພາ 2024 ,ເຊິ່ງໃຫ້ກຽດເຂົ້າຮວ່ມພິເປີດຝືກອົບຮົມໂດຍທ່ານ ວັນດິ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ, ຮອງປະທານສະຫະພັນບານເຕະແຂວງ,ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສີນ ຈາກ ສຕລ, ທ່ານ ທອງປະເສີດ ພອນສີຣິຍະວົງ ຫົວຫນ້າຫ້ອງການນິຕິກໍາ ສຕລ, ທ່ານ ຄໍາຕັນ ສີງດາວເຮືອງ ຮອງຫົວຫນ້າຫ້ອງການສືກສາທິການ ແລະ ກິລາເມືອງສີງ,ພ້ອມດ້ວຍທີມງານນັກສຳມະນາກອນເຂົ້າຮ່ວມທັງຫມົດ 25 ທ່ານທີ່ມາຈາກຫ້ອງການສືກສາທິການແລະກິລາເມືອງສີງ ແລະ ຈາກໂຮງຮຽນອ້ອມຂ້າງເມືອງ.

 ການຝືກອົບຮົມຄັ້ງນີ້ ແມ່ນໃຊ້ເວລາ 5 ວັນນັບຕັ້ງແຕ່ວັນທີ 12-16 ກຸມພາ 2024 ຈຶ່ງຈະສຳເລັດ, ,ໂດຍສຳມະກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະພາກປະຕິບັດຕົວຈິງແລະຕະຫຼອດການຝຶກອົບຮົມສຳມະກອນທີ່ມີຜົນງານດີເດ່ນຈະມີໂອກາດໄດ້ຖືກຄັດເລືອກໃຫ້ເຂົ້າຮວ່ມຕັດສິນການແຂ່ງຂັນລາຍການຕ່າງໆທີ່ທາງ ສະຫະພັນບານເຕະແຂວງຫຼວງນ້ຳທາຈັດຂຶ້ນ.

 ໂອກາດກ່າວເປີດພິທີ, ທ່ານ ຄໍາຈັນ ສິງດາວເຮືອງ ຮອງຫົວຫນ້າ ສຶກສາທິການ ແລະ ກິລາ ເມືອງ ສິງ, ໄດ້ກ່າວວ່າ ການຝຶກອົບຮົມຄັ້ງນີ້ແມ່ນມີເວລາສັ້ນດັ່ງນັ້ນ,ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົວເອງໃຫ້ສູງເທົ່າທີ່ຈະສູງໄດ້

 ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ຄໍາປະສົງ ໄຊຍະວົງສີ ວິຊາການພະແນກກຳມະການຕັດສິນ ສຕລ, ທ່ານ ສອນສິນ ຈັນທະວົງສາ ເລຂາທິການ ສະຫະພັນບານເຕະແຂວງ ຫລວງນໍ້າທາ.


News Cover

ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B " 2023-2024 ໄລຍະທີ 2

07/02/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2023/2024) ໄລຍະທີ 2 ໂດຍມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ.

ຕະຫລອດໄລຍະເວລາການຝຶກອົບຮົມ ນັກສຳມະນາກອນ ແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການລົງຕົວຈິງ ພ້ອມດຽວກັນນັ້ນແມ່ນຈະໄດ້ມີການສອບເສັງ, ນັັກສຳມະກອນແມ່ນມາຈາກຫລາຍພາກສ່ວນເຂົ້າຮ່ວມ ຈໍານວນ 22 ທ່ານ ທີ່ມາຈາກປະເທດໄທ 3ທ່ານ, ໄນຈີເລຍ 1ທ່ານ ແລະ ສະວິດເຊີແລນ 1ທ່ານ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2ໄລຍະ ຄື:

- ໄລຍະທີ1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ2 ເລີ່ມວັນທີ 07 ຫາ 15 ກຸມພາ 2024

News Cover

24 Participants for LFF Referee Assessors Course

22/01/2024

VIENTIANE (22 January 2024) – A total of 24 participants – including three women – are taking part in the LFF Referee Assessors Course which starts today and ends on Friday, 26 January 2024.

The course which is conducted by FIFA Instructor Mohamad Rodzali Yacob is being held at the Lao Football Federation (LFF) Headquarters in Vientiane, Laos.

“The course is important in the development of our referees and also for the future improvement of our referee assessors at the international level,” said Kanya Keomany, the General Secretary of the LFF.

The participants are from LFF, the National University of Laos, the Ministry of Education and Sports, Bokeo Province, Oudomxay Province, Luangnamtha Province, Oudomxay Province, Xiengkhuang Province, Khammuan Province, Savannakhet Province, Salavan Province, Sekong Province, Champasak Province, Xayyabouli Province, Phongsaly Province and Viengchanh Province.

 

News Cover

ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຢ່າງສຸດໃຈ

22/01/2024

ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຢ່າງສຸດໃຈ!

News Cover

ບັນຍາກາດຝຶກຊ້ອມ ເທີມທຳອິດ ວັນທີ 20 ມັງກອນ 2024 ຢູ່ສູນຝຶກຈຳປີ - ຈຳປາ ຫຼັກ 16

20/01/2024

ບັນຍາກາດເປີດເທີມໃໝ່ ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ມື້ທໍາອິດ 20 ມັງກອນ 2024 ທີ່ສູນຝຶກຊ້ອມ ສະ​ຫນາມ​ກິ​ລ​າ​ຫຼັກ 16, ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ທີ່່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 6 ປີ, 8 ປິ, 10 ປີ, 12 ປີ, 14 ປິ ແລະ 16 ປີ.

ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ ເວລາ 07:30 – 09:00

- 1 ເທີມ ມີ 10 ອາທິດ

- ຄ່າສະຫມັກ 400,000 ກີບ

- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ

  ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %

ສະຖານທີ່ຝຶກຊ້ອມ: ສູນ​ຝຶກ ສະ​ຫນາມ​ກິ​ລາ​ຫຼັກ 16 ເມືອງ ໄຊ​ທາ​ນີ ນະຄອນຫຼວງວຽງຈັນ

ຕິດຕໍ່ລົງທະບຽນຫນ້າງານ: 02055411932

News Cover

ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ຫ້ວຍ​ຫົງ​ ເລີ້ມ​ຝຶກ​ຊ້ອມ​ແລ​້ວ

20/01/2024

ບັນຍາກາດເປີດເທີມໃໝ່ ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ມື້ທໍາອິດ 20 ມັງກອນ 2024 ທີ່ສູນຝຶກຊ້ອມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)

ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ ເວລາ 07:30 – 09:00

- 1 ເທີມ ມີ 10 ອາທິດ

- ຄ່າສະຫມັກ 400,000 ກີບ

- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ

  ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %

ສະຖານທີ່ຝຶກຊ້ອມ: ສະຫະພັນເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ຕິດຕໍ່ລົງທະບຽນຫນ້າງານ: 02052116190 ຄຳຫຼ້າ ຄຳມະຈັນ

#FIFATalentDevelopmentScheme

#ChampiChampaFootballTrainingCenter