News
News Cover

ສຕລ ຈັດຝຶກອົບຮົມຄູຝຶກສອນສູນພັດທະນາກິລາບານເຕະ ຈຳປີ-ຈຳປາ

19/01/2024

ໃນລະຫວ່າງວັນທີ 18-19ມັງກອນ2024,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ນຳໂດຍ ທ່ານ Varadaraju Sundramoorthy ຫົວໜ້າພະແນກເຕັກນິກວິທະຍາ ໄດ້ຈັດຝຶກອົບຮົມ ຄູຝຶກສອນສູນພັດທະນາກິລາບານເຕະ ຈໍາປີ-ຈຳປາຂື້ນຢ່າງເປັນທາງການ,ໂດຍມີຈຸດປະສົງເພື່ອຍົກລະດັບຄູຝຶກສອນໃນດ້ານທັກສະການສິດສອນ ແລະ ເຕັກນິກການສອນແບບໃໝ່ ແລະຮຽນຮູ້ລະບົບເກັບກຳຂໍ້ມູນຂອງນັກກິລາໃຫ້ທັນສະໄໝ ກ່ອນຈະເປີດເທີມໃຫມ່ໃນວັນ ເສົາທີ 20 ມັງກອນນີ້ ໂດຍມີ ຄູຝຶກສອນເຂົ້າຮ່ວມການຝຶກອົບຮົມທັງໝົດ 26 ທ່ານ.

ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຈະເປີດເທີມໃຫມ່ ໃນວັນທີ 20 ມັງກອນ 2024 ເຍົາວະຊົນ ທີ່່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 6 ປີ, 8 ປິ, 10 ປີ, 12 ປີ, 14 ປິ ແລະ 16 ປີ.

ຝຶກຊ້ອມທຸກໆຕອນເຊົ້າວັນເສົາ ແລະ ອາທິດ ເວລາ 07:30-09:00

- 1 ເທີມ ມີ 10 ອາທິດ

- ຄ່າສະໝັກ 400,000 ກີບ

- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ

ພິເສດ: ເພື່ອເປັນການຊຸກຍູ້ເພດຍິງໃຫ້ຫັນມາຫລິ້ນກິລາຫຼາຍຂື້ນ,ສຕລຈະຫຼຸດຄ່າຝຶກຊ້ອມ 50%ສຳລັບເພດຍິງ

ສະຖານທີ່ຝຶກຊ້ອມ: ສະຫະພັນເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ຕິດຕໍ່ລົງທະບຽນໜ້າງານ: 02052116190 ຄຳຫຼ້າ ຄຳມະຈັນ

#FIFATalentDevelopmentScheme

#ChampiChampaFootballTrainingCenter

News Cover

ລາຍຊື່ ກຳມະການຕັດສິນ ຟີຟາ 2024

18/01/2024

  ສະຫະພັນບານເຕະນານາຊາດ ຫລື FIFA ໄດ້ຕົກລົງແຕ່ງຕັ້ງກຳມະການຕັດສິນ ແລະ ຜູ້ຊ່ວຍກໍາມະການຕັດສິນບານເຕະ FIFA 2024 ແລະ ກໍາມະການຕັດສິນຟຸດຊໍ FIFA 2024 ຂອງສປປລາວມີທັງຫມົດຈຳນວນ 10 ທ່ານ ເຊິ່ງໃນນັ້ນມີກຳມະການໃຫມ່ 1 ທ່ານຄື : ທ່ານ ລຸນ ສຸດທິວົງ ຈາກ ມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງເປັນຄົນພື້ນຖານແຂວງອຸດົມໄຊ.

ສຳລັບລາຍລະອຽດກຳມະການ ມີດັ່ງລຸ່ມນີ້:

– ກຳມະການຕັດສິນ (ຊາຍ) FIFA ຈຳນວນ 2 ທ່ານ:

1. ທ່ານ ສວຍ ວົງຄຳ

2. ທ່ານ ຄຳສິງ ໄຊຍະວົງສີ

- ກຳມະການ (ຍິງ) FIFA ຈຳນວນ 1 ທ່ານ

1. ທ່ານ ນາງ ແກ້ວມະນີ ເພັງເມືອງຄູນ

– ຜູ້ຊ່ວຍກຳມະການຕັດສິນ (ຊາຍ) FIFA ຈຳນວນ 5 ທ່ານ:

1. ທ່ານ ພອນສຸກສັນ ເຕໂຊ

2. ທ່ານ ກິຫລ້າ ລາດຊະວົງ

3. ທ່ານ ບຸນເຊີນ ມອນອາລັກ

4. ທ່ານ ບຸນອູ້ມ ລາດຊະວົງ

5. ທ່ານ ລຸນ ສຸດທິວົງ ( ກຳມະການຟີຟາໃຫມ່ )

– ຜູ້ຊ່ວຍກຳມະການ (ຍິງ) FIFA ຈຳນວນ 1 ທ່ານ:

1. ທ່ານ ນາງ ພຸດສະຫວັນ ຈັນທະວົງ

– ກຳມະການຟຸດຊໍ FIFA ຈຳນວນ 1 ທ່ານ:

1. ທ່ານ ຄຳປະສົງ ໄຊຍະວົງສີ

 ສຳລັບກຳມະການຕັດສິນທັງຫມົດ ກຽມພ້ອມຕັດສິນລາຍການຕ່າງໆທີ່ ສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນທັງພາຍໃນ ແລະ ຕ່າງປະເທດ.


News Cover

ເຊີນເຂົ້າຮ່ວມແຂ່ງຂັນປະມູນ ໂຄງການກໍ່ສ້າງອາຄານຫ້ອງການ ທີ່ສໍານັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ

17/01/2024

ສະຫະພັນບານເຕະແຫ່ງຊາດລາວ ມີແຜນການໃນການຂະຫຍາຍພື້ນຖານໂຄງລ່າງ ເພື່ອຮອງຮັບໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບ ໂດຍມີຈຸດປະສົງໃນການປະຕິບັດ ການຈັດຊື້-ຈັດຈ້າງ ທີ່ເຫມາະສົມພາຍໃຕ້ສັນຍາ ຕາມເອກະສານປະມູນທີ່ໄດ້ກໍານົດອອກມານີ້.

ສະຫະພັນບານເຕະແຫ່ງຊາດລາວ (ເຈົ້າຂອງໂຄງການ) ຂໍຖືເປັນກຽດເຊີນບໍລິສັດ ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂ ທີ່ເໝາະສົມ ເຂົ້າຮ່ວມຍື່ນ ເອກະສານຂໍ້ມູນບໍລິສັດ (Company Profile) ເຊິ່ງຕ້ອງມີຄັດຕິດປະຫວັດໂຄງກາ່ນທີ່ໄດ້ເຮັດຜ່ານມາ (List of Clients) ແລະ ໃບຈົດທະບຽນທຸລະກິດ (Certificate of Business Registration), ແລະ ໜັງສືສະແດງເຈດຈໍານົງເຂົ້າຮ່ວມການປະມູນ ສໍາລັບລາຍການໃນໂຄງການດັ່ງຕໍ່ໄປນີ້:

“ໂຄງການກໍ່ສ້າງອາຄານຫ້ອງການ ທີ່ສໍານັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ”

1. ບໍລິສັດທີ່ຕ້ອງການເຂົ້າຮ່ວມການປະມູນ ຈະເຂົ້າຮ່ວມປະມູນໄດ້ ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນເອກະສານປະມູນ.

2. ການປະມູນ ແມ່ນເປີດກວ້າງສໍາລັບບໍລິສັດເຂົ້າແຂ່ງຂັນປະມູນທັງຫມົດ ທີ່ມີຄຸນນະວຸດທິເຫມາະສົມ ແລະ ເງື່ອນໄຂ ພຽງພໍຕາມມາດຖານຂ້າງລຸ່ມນີ້:

ລາຍການ - ເງື່ອນໄຂຕ່າງໆ ຂໍ້ຮຽກຮ້ອງ

ລາຍການຮ່ວມທຸລະກິດ ບໍລິສັດເຂົ້າຮ່ວມຫຸ່ນສ່ວນກັນ ສາມາດເຂົ້າປະມູນໄດ້ ຖ້າວ່າຖືກຕ້ອງ ຕາມຂໍ້ຮຽກຮ້ອງທີ່ລະບຸໄວ້ໃນເອກະສານປະມູນ.

ໃບອະນຸຍາດດໍາເນີນທຸລະກິດ ບໍລິສັດເຂົ້າຮ່ວມປະມູນຕ້ອງເປັນບໍລິສັດກໍ່ສ້າງທີ່ມີໃບອະນຸຍາດດໍາເນີນ ທຸລະກິດ ແລະ ໃບທະບຽນອາກອນທີ່ໃຊ້ໄດ້ ລ່າສຸດຕາມລະບຽບ ກົດຫມາຍ ສປປ ລາວ (ປີ 2022)

ບໍລິສັດທີສ້າງຕັ້ງ - ກໍາເນີດ ບໍລິສັດທີ່ເຂົ້າຮ່ວມປະມູນຈະຕ້ອງເປັນບໍລິສັດທີ່ສ້າງຕັ້ງຂື້ນໃນ ສປປ ລາວ. ຄໍາສັບທີ່ວ່າ “ບໍລິສັດທີ່ສ້າງຕັ້ງ-ກໍາເນີດ” ໃນທີ່ນີ້ຫມາຍຄວາມວ່າ ເປັນບໍລິສັດລາວ ຫຼື ນິຕິບຸກຄົນທີ່ກໍ່ຕັ້ງບໍລິສັດຖືກຕ້ອງຕາມກົດຫມາຍ ແລະ ຂື້ນທະບຽນໃນ ສປປ ລາວ, ທີ່ມີບ່ອນຜະລິດສິນຄ້າ ຫຼື ສະຫນອງ ສິນຄ້າ ແລະ/ຫຼື ການບໍລິການໃນ ສປປ ລາວ ແລະ ໃນຕົວຈິງແລ້ວ ຕ້ອງດໍາເນີນທຸລະກິດພາຍໃນປະເທດນີ້.

ຜົນປະໂຫຍດຊ້ອນທັບ ຜູ້ເຂົ້າຮ່ວມແຂ່ງຂັນປະມູນ ຕ້ອງບໍ່ມີຜົນປະໂຫຍດຊ້ອນທັບ.

ຜູ້ທີ່ບໍ່ມີຄວາມເຫມາະສົມໂດຍ ສະຫະພັນ ບານເຕະລາວ (LFF) ຕັດສິນ ຜູ້ທີ່ຈະເຂົ້າຮ່ວມແຂ່ງຂັນປະມູນ ຕ້ອງບໍ່ແມ່ນຜູ້ທີ່ໄດ້ຖືກປະກາດວ່າ ເປັນຜູ້ທີ່ບໍ່ມີຄວາມເຫມາະສົມໂດຍ ສະຫະພັນບານເຕະແຫ່ງຊາດລາວ.

ປະຫວັດການບໍ່ປະຕິບັດສັນຍາ ຕ້ອງເປັນບໍລິສັດທີ່ບໍ່ມີປະຫວັດການບໍ່ປະຕິບັດຕາມສັນຍາທີ່ເປັນຜົນມາຈາກການລະເລີຍຂອງຜູ້ຮັບເຫມົາສັນຍາເອງ ພາຍໃນ (2) ປີຫຼັງ.

ການຮ້ອງຟ້ອງທີ່ຍັງຄ້າງຄາ ຄະດີທີ່ຍັງຄ້າງຄາ ຄວນມີມູນຄ່າບໍ່ເກີນ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າຊັບສິນສຸດທິ ແລະ ບັນຫາດັ່ງກ່າວຈະເປັນທີ່ຕົກລົງກັນໄດ້ ຕໍ່ກັບບໍລິສັດທີ່ຈະເຂົ້າຮ່ວມປະມູນ.

ປະຫວັດການຮ້ອງຟ້ອງ ຕ້ອງບໍ່ມີປະຫວັດການຮ້ອງຟ້ອງ/ຄະດີຄວາມໃນສານ ໃນໄລຍະຜ່ານມາ ຕໍ່ກັບບໍລິສັດທີ່ຈະເຂົ້າຮ່ວມແຂ່ງຂັນການປະມູນ ພາຍໃນ (5) ປີຫຼັງ

ຄວາມສາມາດທາງດ້ານການເງີນ ເປັນຂໍ້ຮຽກຮ້ອງຕໍ່າສຸດ, ໂດຍມູນຄ່າຊັບສິນສຸດທິຂອງບໍລິສັດຜູ້ຈະເຂົ້າ ແຂ່ງຂັນປະມູນ ທີ່ຄິດໄລ່ຜົນລົບລະຫວ່າງ ຊັບສິນລວມ ແລະ ຫນີ້ລວມ ຕ້ອງອອກມາເປັນບວກ.

ລາຍຮັບສະເລ່ຍປະຈໍາປີທີ່ໄດ້ຮັບຈາກການກໍ່ສ້າງ ຮັບເຫມົາຕ່າງໆ ມູນຄ່າຕໍ່າສຸດຂອງລາຍຮັບປະຈໍາປີສະເລ່ຍຈາກວຽກງານກໍ່ສ້າງ ຮັບເຫມົາ ຕ່າງໆ ສະເລ່ຍບໍ່ຫຼຸດ 500,000 ໂດລາ, ໂດຍຄິດໄລ່ຈາກໃບຢັ້ງຍືນການ ສໍາລະເງີນທີ່ບໍລິສັດໄດ້ຮັບຈາກວຽກສັນຍາ ທີ່ສໍາເລັດໄປແລ້ວ ຫຼື/ແລະ ຍັງດໍາເດີນຢູ່ ພາຍໃນ ສາມ (3) ປີຫຼັງແຕ່ປີ 2021 – 2023 ໂດຍການສະເລ່ຍ ແມ່ນທັງຫມົດມາຫານໃຫ້ສາມ (3) ປີ.

ແຫຼ່ງສະໜອງທາງດ້ານການເງີນ ບໍລິສັດທີ່ຈະເຂົ້າຮ່ວມປະມູນ ຕ້ອງສະແດງເອກະສານໃຫ້ເຫັນວ່າຕົນ ສາມາດເຂົ້າເຖິງ ຫຼື ມີທຶນພຽງພໍເຊັ່ນ: ທຶນຫມູນວຽນ, ທຶນຄົງທີ່, ການ ຢັ້ງຍືນສະຫນອງສິນເຊື່ອຈາກທະນາຄານ ແລະ ຮູບການຢັ້ງຍືນການ ເງີນອື່ນໆ (ໂດຍບໍ່ໄດ້ລວມມູນຄ່າການຈ່າຍກ່ອນລ່ວງຫນ້າຂອງສັນຍາທີ່ກໍາລັງຈັດຕັ້ງປະຕິບັດຢູ່) ເຊິ່ງທຶນດັ່ງກ່າວຕ້ອງສາມາດໃຊ້ໄດ້ພຽງພໍກັບ ການກໍ່ສ້າງ ແລະ ປະຕິບັດວຽກງານໃຫ້ສໍາເລັດຄິດໄລ່ສະເລ່ຍບໍ່ຫຼຸດ 200,000 ໂດລາ ຕໍ່ສັນຍາ ລວມທັ່ງຂໍ້ຜູກມັດອື່ນໆນໍາ.

ປະສົບການກໍ່ສ້າງວຽກທົ່ວໄປ ພາຍໃນ (5) ປີຫຼັງ ຕ້ອງມີປະສົບການຢ່າງຫນ້ອຍໃນວຽກງານການກໍ່ສ້າງ ສາມ (3) ສັນຍາທີ່ເປັນຜູ້ຮັບເຫມົາຫລັກ (ເປັນຜູ້ຮັບເຫມົາດ່ຽວ ຫຼື ຮ່ວມທຸລະກິດ) ຫຼື ເປັນຜູ້ຮັບເຫມົາຕໍ່ ຫຼື ເປັນຜູ້ບໍລິຫານວຽກງານສັນຍານັ້ນກໍໄດ້ ນັບຈາກປີ 2019 ຫາ 2023

ປະສົບການວຽກງານກໍ່ສ້າງສະເພາະ ພາຍໃນຫ້າ (5) ປີຫຼັງ ຕ້ອງມີປະສົບການຢ່າງຫນ້ອຍ ຫນຶ່ງ (1) ສັນຍາ ທີ່ ຄືກັນກັບວຽກງານແຕ່ລະວຽກງານຂ້າງລຸ່ມນີ້ ທີ່ໄດ້ເຮັດສໍາເລັດຮຽບຮ້ອຍແລ້ວ ໂດຍເປັນຜູ້ຮັບເຫມົາຫຼັກ (ເປັນຜູ້ຮັບເຫມົາດຽວ ຫຼື ຮ່ວມ ທຸລະກິດ) ນັບຈາກປີ 2019 ຫາ 2023 ຄື:

- ສັນຍາວຽກງານປຸກສ້າງຕຶກອາຄານການກິລາ ໂດຍມີເນື້ອທີ່ 300 ຕມ ສໍາລັບຮັບໃຊ້ສາທາລະນະ ຫຼື ທຸລະກິດ

- ສັນຍາວຽກງານປຸກສ້າງຕຶກອາຄານການກິລາ

5. ໄລຍະເວລາການປຸກສ້າງ/ສົ່ງວຽກສໍາເລັດຂອງສັນຍາ ຄືດັ່ງລຸ່ມນີ້:

ໄລຍະເວລາການປຸກສ້າງ/ສົ່ງວຽກສໍາເລັດ 06 ເດືອນ.

6. ເອກະສານຂໍ້ມູນບໍລິສັດ (Company Profile) ຄົບຊຸດທັງຫມົດແມ່ນເປັນພາສາລາວ ຫຼື ອັງກິດ ເຊິ່ງບໍລິສັດທີ່ສົນໃຈເຂົ້າແຂ່ງຂັນປະມູນ ສາມາດຍື່ນໄດ້ຕາມທີ່ຢູ່ທີ່ລະບຸໄວ້ດ້ານລຸ່ມ.

 ການຍືນເອກະສານ ວັນທີ 17 ມັງກອນ ເຖິງ 31 ມັງກອນ 2024 (ວັນລັດຖະການເທົ່ານັ້ນ) ເວລາ: 08:30 – 12:00 ແລະ 13:30 – 17:00

ສົ່ງເຖິງ ຜູ້ບໍລິຫານໂຄງການ ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການສະຫະພັນບານເຕະແຫ່ງລາວ.

ສະຖານທີ່ ຫ້ອງການຄະນະຫນ່ວຍງານຄຸ້ມຄອງໂຄງການ ທີ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ເບີໂທ ໂທ: 021 560 821

ອີເມວ [email protected]

ໝາຍເຫດ: ສະຫະພັນບານເຕະແຫ່ງຊາດລາວ ຈະຕິດຕໍ່ຫາບັນດາບໍລິສັດທີ່ຖືກຄັດເລືອກເຂົ້າສູ່ຮອບຍື່ນຊອງປະມູນພາຍໃນວັນທີ 05 ກຸມພາ 2024 ພ້ອມທັງເຊີນບັນດາບໍລິສັດ ເຂົ້າສໍາຫຼວດສະຖານທີ່ໂຄງການດັ່ງກ່າວ (Site Visit) ໃນວັນທີ 06 ກຸມພາ 2024.


News Cover

ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ເປີດເທີມໃຫມ່ ວັນທີ 20 ມັງກອນ 2024

02/01/2024

ສູນພັດທະນານັກກິລາບານເຕະຈຳປີ - ຈຳປາເປີດເທີມໃຫມ່ 20 ມັງກອນ2024

ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຈະເປີດເທີມໃຫມ່ ໃນວັນທີ 20 ມັງກອນ 2024 ເຍົາວະຊົນ ທີ່່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 6 ປີ, 8 ປິ, 10 ປີ, 12 ປີ, 14 ປິ ແລະ 16 ປີ.

ຝຶກຊ້ອມທຸກໆຕອນເຊົ້າວັນເສົາ ແລະ ອາທິດ ເວລາ07.30-9.00

- 1 ເທີມ ມີ 10 ອາທິດ

- ຄ່າສະຫມັກ 400,000 ກີບ

- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ

  ພິເສດ: ເພື່ອເປັນການຊຸກຍູ້ເພດຍິງໃຫ້ມາຫລິ້ນກິລາ ສຳລັບເພດຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %

ສະຖານທີ່ຝຶກຊ້ອມ: ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

ຕິດຕໍ່ລົງທະບຽນຫນ້າງານ: 02052116190 ຄຳຫຼ້າ ຄຳມະຈັນ

#FIFATalentDevelopmentScheme

#ChampiChampaFootballTrainingCenter


News Cover

ປະກາດ ຮັບສະຫມັກ ພະນັກງານ ພະແນກເຕັກນິກ - ວິທະຍາ ສະຫະພັນບານເຕະແຫ່ງຊາດລາວ

02/01/2024

ສະຫະພັນບານເຕະແຫ່ງຊາດລາວ ເປິດຮັບສະໝັກເພື່ອນຮ່ວມງານທີ່ຮັກມັກກິລາບານເຕະ: ທ່ານເຄີຍໃດ້ຍິນຄໍາວ່າ FIFA ,AFC ແລະ AFF ບໍ່? ທ່ານສົນໃຈມີໂອກາດ ພົວພັນແລະເຮັດວຽກຮ່ວມນໍາ FIFA , AFC ແລະ AFF ບໍ່? ທ່ານສົນໃຈ ມີໂອກາດ ໄປຕ່າງປະເທດບໍ່ ເປັນແຂກຖືກເຊີນຈາກ FIFA AFC ເຂົ້າຮ່ວມຝຶກອົບຮົມ ?ທ່ານສົນໃຈ ເປັນພາກສ່ວນ ໜຶ່ງ ໃນການ ພັດທະນາ ກິລາບານເຕະບໍ່?

ໂອກາດຂອງທ່ານມາແລ້ວ:

3 ຕໍາແຫນ່ງ ລໍຖ້າທ່ານ:

 1. TDS Manager ຜູ້ຈັດການໂຄງການພັດທະນາທັກສະຄວາມສາມາດ

2. Competition Manager ຜູ້ຈັດການການແຂ່ງຂັນບານເຕະ

3. Admin Staff ພະນັກງານວິຊາການ

ຈຸດພິເສດຂອງທ່ານ:

1. ໄດ້ພາສາອັງກີດ: ອ່ານ ເວົ້າ ຂຽນ

2. ຄ່ອງແຄ້ວ ໃນການນໍາໄຊ້ Microsoft Office

3. ເປັນບຸກຄົນທີ່ມີຄວາມຮັບຜິດຊອບໃນຕົວ.

ລາຍລະອຽດເພີ່ມເຕີມ ແມ່ນຕິດຄັດຕາມລຸ່ມນີ້.

ເຮັດສິ່ງມັກ-ມັກສີ່ງທີ່ເຮັດ ຄຶພວກເຮົາ.

ລາຍລະອຽດຕິດຕໍ່ໄດ້ທີ່ເບີໂທ: +85620 52213030 ( ສົມໃຈ )

Email: [email protected]

ຫມາຍ​ເຫດ: ຮັບ​ສະ​ຫມັກ​ແຕ່​ຄົນ​ລາວ​ເທົ່າ​ນັ້ນ

News Cover

ແຜນວຽກງານເຕັກນິກວິທະຍາ ແລະ ພັດທະນາ ປະຈໍາປີ 2024

20/12/2023

ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຜີຍແຜ່ທິດທາງແຜນວຽກງານແຜນງານເຕັກນິກວິທະຍາ ແລະ ພັດທະນາ ປະຈໍາປີ 2024ໃນກອງປະຊຸມສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ເຊິ່ງປະກອບມີວຽກງານດັ່ງນີ້:

• ຝຶກອົບຮົມຄູຝຶກຂັ້ນພື້ນຖານ Grassroots Workshop 2 ຄັ້ງ

• ສຶບຕໍ່ການເປີດ ສູນພັດທະນາກິລາບານເຕະຈຳປີ - ຈຳປາ CHAMPI CHAMPA FOOTBALL TRAINING CENTRE ແລະ ຂະຫຍາຍ ສູນພັດທະນາກິລາບານເຕະ ຈຳປີ - ຈຳປາ ຢູ່ບັນດາ ແຂວງຕ່າງໆ (ຕັ້ງເປົ້າ ໄວ້ 3 ແຂວງ)

• ຈັດຕັ້ງປະຕິບັດໂຄງການກິລາບານເຕະໃນໂຮງຮຽນ Football for Schools ໃຫ້ໄດ້ 100 ໂຮງຮຽນ ໃນປີ 2024

• ຈັດກິດຈະກຳ AFC GRASSROOTS DAY 15 ພຶດສະພາ 2024

• ຈັດກິດຈະກຳບານເຕະສຳລັບເດັກນ້ອຍຍິງ LFF Women's Campaign (Grassroots 5 Provinces) 2024_FIFA

• ຈັດກິດຈະກຳ LFF DAY

• ຈັດກິດຈະກຳ AFC Women’s Football Day 08 ມີນາ 2024

• ຈັດການແຂ່ງຂັນ ເຍົາວະຊົນລີກຍິງ ຮຸ້ນອາຍຸບໍ່ເກີນ 15 ປີ ທີ່ ນະຄອນຫຼວງວຽງຈັນ (U15 Youth League Girls)

• ຈັດການແຂ່ງຂັນ ເຍົາວະຊົນລີກຊາຍ ຮຸ້ນອາຍຸບໍ່ເກີນ 14 ປີ ທີ່ ນະຄອນຫຼວງວຽງຈັນ (U 14Youth League Boys)

• ຈັດຝຶກອົບຮົມໃຫ້ຄວາມຮູ້ຄູຝຶກເພດຍິງ ແລະ ທີມບານເຕະຍິງ Coach education programme for womens team coaches

• ສ້າງຊ່ອງທາງການເລືອກນັກກິລາພອນສະຫວັນ (Talend ID) ອອນລາຍ ( google forms)

• ຈັດຝຶກອົບຮົມ LFF Coach Educator Course ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມ LFF Youth Diploma ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ຈຳນວນ 4 ຄັ້້ງ (ຕ່າງແຂວງ2ຄັ້ງ )

• ຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ສຳລັບຜູ້ຍິງ ຈຳນວນ 2 ຄັ້ງ

• ຝຶກອົບຮົມຄູຝຶກລະດັບ ບີ LFF/AFC ‘B’ DIPLOMA ຈຳນວນ 2 ຄັ້້ງ

• ສືບຕໍ່ໃຫ້ ສຳເລັດ ການອົບຮົມຄູຝຶກລະດັບ ເອ LFF/AFC ‘A’ DIPLOMA

• LFF/AFC Fitness Coaching Certificate Level A ຈຳນວນ 2 ຄັ້ງ

• LFF/ AFC Goalkeeping B Diploma Course ຈຳນວນ 1 ຄັ້ງ

• LFF/AFC Futsal Coaching Certificate Level 2 ຈໍານວນ 1 ຄັ້ງ

ສຳລັບວຽກງານເຕັກນິກວິທະຍາ ແລະ ການພັດທະນາ ແມ່ນຖືເປັນວຽກງານຫນຶ່ງທີ່ສຳຄັນຂອງ ສະຫະພັນບານເຕະແຫ່ງຊາດລາວ ມີໜ້າທີ່ພັດທະນາຄູຝຶກ ແລະ ພັດທະນາກິລາເຍົາວະຊົນ.


News Cover

ແຜນວຽກງານກຳມະການ ຕັດສິນ ປະຈໍາປີ 2024

19/12/2023

ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຜີຍແຜ່ທິດທາງແຜນວຽກງານການຝຶກອົບຮົມກຳມະການຕັດສິນ ປະຈຳປີ 2024 ໃນກອງປະຊຸມສະໄຫມສາມັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023,ເຊິ່ງປະກອບມີວຽກງານດັ່ງນີ້:

- ຝຶກອົບຮົມກຳມະການຕັດສິນ (ຂັ້ນພື້ນຖານ) 3 ແຂວງ

- ຝຶກອົບຮົມກຳມະການຕັດສິນ (ຍົກລະດັບລາວລີກ 2) 15 ແຂວງ

- ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະ ລາວລີກ 1 ສົກປີ 2024-2025)

- ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະ LFF U16 & U19)

- ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະລາວລີກຍິງ ປີ 2024)

- ຝຶກອົບຮົມ ຜູ້ປະເມີນ ແລະ ຜູ້ຝຶກສອນກຳມະການຕັດສິນ 2024

- ສອບເສັງກຳມະການ FIFA 2024

- ຝຶກອົບຮົມກຳມະການຕັດສິນລະດັບສູງ (ຍົກລະດັບ) MA Course 2024 FIFA

- ໂຄງການກຳມະການຕັດສິນ ລຸ້ນສືບທອດ LFF Referee Academy

- ຝຶກຊ້ອມທຸກໆວັນພຸດ ສຳລັບ ກຳມະການລາວລີກ 1 ຊາຍ ແລະ ຍິງ

- ຝຶກອົບຮົມກຳມະການຕັດສິນ ຟຸດຊໍ (ຂັ້ນພື້ນຖານ) 1 ແຂວງ

- ຝຶກອົບຮົມກຳມະການຕັດສິນ ຟຸດຊໍ (ຍົກລະດັບ ສຳລັບການແຂ່ງຂັນບານເຕະຟຸດຊໍລີກ)

  ສຳລັບກຳມະການຕັດສິນໃໝ່ ຮຸ່ນສຶບທອບ ທ່ານໃດສົນໃຈເຂົ້າຮ່ວມຝຶກອົບຮົມໃນແຕ່ລະຮຸ່ນ ສາມາດມາພົວພັນ ໄດ້ທີ່ ພະແນກກຳມະການ ຕັດສິນ ສະຫະພັນບານເຕະແຫ່ງຊາດລາວ ໃນໂມງລັດຖະການ.


News Cover

ໄມເຄິນ ວ່າງ ກອງກາງທີມຊາດລາວ ຍ້າຍຮ່ວມທີມ ໄມອາມີ້ ເອັຟຊີ ທີມໃນລີກອັນດັບ 2 ຂອງ ອາເມຣິກາ

18/12/2023

ໄມເຄິນ ວ່າງ ກອງກາງທີມຊາດລາວ ຍ້າຍຈາກ ພັອດແລນ ທິມເບີ ທີມໃນລີກອັນດັບ 3 ຂອງ ສະຫະລັດ ອາເມຣິກາ (MLS Next Pro) ມາຢູ່ກັບ ໄມອາມີ້ ເອັຟຊີ ທີມໃນລີກອັນດັບ 2 ຂອງ ອາເມຣິກາ (USL Championship).

ໄມເຄິນ ວ່າງ ຫລິ້ນໃນ MLS Next Pro ກັບ ໂຄລຳບັສ ຄິວ ປີ 2022 ແລະ ພັອດແລນ ທິມເບີ ປີ 2023 ໂດຍສະເພາະ ປີ 2022 ສາມາດພາ ໂຄລຳບັສ ຄິວ ຜ່ານເຂົ້າຮອບເພອັອຟ.

News Cover

ເປີດສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ທີ່ແຂວງຫຼວງນໍ້າທາ

17/12/2023

ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 4 ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 17 ທັນວາ 2023 ທີ່ສະໜາມກິລາບານເຕະ ແຂວງຫຼວງນໍ້າທາ ພາຍໃຕ້ການສະໜັບສະໜູນຈາກໂຄງການ ພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດຫຼືຟີຟາ( FIFA Talent Development Scheme)ໃຫ້ກຽດ ເປັນ ປະທານກ່າວເປີດໂດຍ ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ ທັງເປັນ ຮອງປະທານ ສະຫະພັນບານເຕະແຂວງຫຼວງນໍ້າທາ. 


ທ່ານ ທ່ານ ວັນດີ ພົມທອງ ໄດ້ກ່າວເຖິງການເປີດສູນຝຶກໃນຄັ້ງນີ້ວ່າ: ຈຸດປະສົງຂອງການເປີດສູນຝຶກແຫ່ງນີ້ ແມ່ນເພື່ອພັດທະນາກິລາບານເຕະຂອງແຂວງໃຫ້ມີຄວາມກ້າວໜ້າ ແລະແຜ່ຂະຫຍາຍໄປທົ່ວທຸກແຂວງ ເພື່ອໃຫ້ນ້ອງໆ ນັກຮຽນມີສຸຂະພາບແຂງແຮງພ້ອມທັງເປັນການເປີດໂອກາດໃຫ້ ນັກກິລາໄດ້ສະແດງຄວາມ ສາມາດທາງດ້ານ ພອນສະຫວັນກິລາບານເຕະ ມາເປັນນັກກິລາຮຸ່ນສືບທອດ ກາຍເປັນນັກກິລາທີມຂອງແຂວງ ແລະ ກ້າວສູ່ການເປັນນັກກິລາທີມຊາດໃນອະນາຄົດ.


ໃນໂອກາດດັ່ງກ່າວທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະ ພັນບານເຕະແຫ່ງຊາດລາວ,


ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເປີດສູນຝຶກໃນຄັ້ງນີ້ທີ່ໄດ້ດໍາເນີນໄປຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ຫວັງວ່າສູນຝຶກແຫ່ງນີ້ຈະມີສວ່ນປະກອບທີ່ສຳຄັນໃນການພັດທະນາກິລາບານເຕະຂອງແຂວງໃຫ້ສູງຂື້ນທັງລະດັບນັກກິລາ ຮຸ່ນສືບຂອງແຂວງແລະທີມຊາດ. 


ໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ,ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ,ນັກກິລາເຍົາວະຊົນແຂວງຫຼວງນໍ້າທາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.


#FIFATalentDevelopmentScheme


#ChampiChampaFootballTrainingCenter


#Luangnamthaprovince

News Cover

ສຳເລັດ ການຝຶກອົບຮົມຄູຝຶກ JFA FOOTBALL COURSE IN LAOS

15/12/2023

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະ ຍີ່ປຸ່ນ ( JFA ) ໄດ້ສຳເລັດການຈັດຝຶກອົບຮົມການເປັນຄູຝືກໃຫ້ກັບບັນດາຄູຝຶກຈຳປີ - ຈຳປາ ແລະ ບັນດາສະໂມສອນຕ່າງໆໃນວັນທີ15ທັນວານີ້,ພາຍຫຼັງດຳເນີນການຝຶກອົບຮົມເປັນເວລາ2ວັນ(14 - 15 ທັນວາ 2023),ໂດຍມີນັກຝຶກອົບຮົມ24 ຄົນເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການຊວ່ຍເຫຼືອດ້ານການຖ່າຍທອດບົດຮຽນຈາກວິທະຍາກອນ ທີ່ມາຈາກ ສະຫະພັນບານເຕະ ຍີ່ປຸ່ນ (JFA ) ທ່ານ Yasuhiko Kimura ເຊິ່ງເປັນຄູຝຶກທີມຊາດຍີ່ປຸ່ນ ຮຸ່ນເຍົາວະຊົນ ເປັນຜູ້ສົ່ງຄວາມຮູ້ດ້ານທິດສະດີ ແລະພາກປະຕິບັດຕົວຈິງພ້ອມເຕັກນິກໃຫມ່ໆ ໃຫ້ກັບຄູຝຶກ ເພື່ອຖ່າຍທອດໃຫ້ກັບນັກກິລາເຍົາວະຊົນໃນຕໍ່ຫນ້າ,ໂດຍໄດ້ເນັ້ນໃສ່ 4 ຫົວຂໍ້ຄື:

1. ໂຄງຮ່າງຂອງກິລາບານເຕະ ແລະ ກິດຈະກຳກິລາບານເຕະ

2. ⁠ໂຄງຮ່າງການວິເຄາະເກມ ແລະ ການປັບປຸງການຝຶກຊ້ອມ

3. ⁠ການພັດທະນາເຍົາວະຊົນໃນຢີ່ປຸ່ນ

4. ⁠ການວິເຄາະຂໍ້ມູນຂອງບານໂລກ 2022

JFA ໄດ້ເລີ່ມປະຕິບັດໂຄງການສົ່ງຄູຝຶກໄປຕ່າງປະເທດເລີ່ມແຕ່ປີ 1999, ມາຮອດປະຈຸບັນໄດ້ສົ່ງໄປ 109ຄົນ, 28 ປະເທດໃນພູມີພາກ ຖືວ່າມີຜົນງານທີ່ສາມາດຊ່ວຍເຫລືອອັນໃຫຍ່ຫລວງຕໍ່ການພັດທະນາບານເຕະໃນບັນດາປະເທດໃນອາຊີແລະໃນເທື່ອນີ້ ກໍມີຈຸດປະສົງເພື່ອຮັດແຫນ້ນຄວາມສາມັກຄີ ແລະ ສືບຕໍ່ສົ່ງການແລກປ່ຽນກັບປະເທດຮ່ວມມືປາຍທາງ ດ້ວຍການເປີດສຳມະນາ ຝຶກອົບຮົມ ບັນຍາຍຫລັກສູດໄລຍະສັ້ນ ໃຫ້ກົງກັບຄວາມຕ້ອງການຂອງແຕ່ລະປະເທດ ໂດຍການສົ່ງຄູຝຶກທີ່ມີໃບອະນຸຍາດລາຍເຊັນທີ່ເປັນທາງການຂອງ JFA ເປັນຜູ້ໃຫ້ການຝຶກອົບຮົມໃຫ້ແກ່ສປປລາວແລະຕ່າງປະເທດ.


News Cover

ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2023

10/12/2023

 ການແຂ່ງຂັນເຕະບານ ລາວລີກ ປະຈຳປີ 2023 ເປັນຄັ້ງທໍາອິດ ທີ່ຈັດເປັນແບບລະບົບລີກ ເພື່ອເປັນການສົ່ງເສີມກິລາບານເຕະຍິງ ໄດ້ມີເວທີເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ໂດຍງົບປະມານຫຼັກໃນການຈັດຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະນາໆຊາດ ຫຼື(FIFA), ເພື່ອຈັດການແຂ່ງຂັນແບບຢືນຢົງ ແລະ ຈັດຂຶ້ນທຸກໆປີ ທັງນີ້ກໍເພື່ອພັດທະນານັກກີລາ ທັງເປັນການຄັດເລືອກນັກກິລາສູ່ທີມຊາດ ເຊິ່ງນັບແຕ່ປີ 2023 ເປັນຕົ້ນໄປ ລີກບານເຕະທີມຍິງ ຈະຈັດໃຫ້ຄຽງຄູ່ກັບທີມຊາຍ ແລະ ຈະເພີ່ມຈໍານວນທີມເຂົ້າຮ່ວມຂຶ້ນເລື້ອຍໆຕາມມາດຖານເງື່ອນໄຂ ແລະ ຈະມີການພິຈາລະນາວ່າຈະໃຫ້ມີການຕົກຊັ້ນ ເລື່ອນຊັ້ນໃນອະນາຄົດ. ໂດຍເລີ່ມແຂ່ງຂັນມາແຕ່ວັນທີ 21 ຕຸລາ ແລະ ຈະໄດ້ສຳເລັດວັນທີ 10 ທັນວາ 2023 ໂດຍມີ 8 ທີມເຂົ້າຮ່ວມຄື: ຊ້າງນ້ອຍ, ມາສເຕີ ເຊເວັ້ນ, ເອສຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ.


 ສຳລັບພິທີປິດການແຂ່ງຂັນໄດ້ມີຂຶ້ນຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ໃນວັນທີ 10 ທັນວາ 2023 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຕະຫລອດຮອດຄູຝຶກ,ນັກກິລາ,ແຟນບານ ແລະ ສື່ມວນຊົນ ເຂົ້າຮ່ວມ.


 ຜົນການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ທີມຊະນະເລີດ ຊ້າງນ້ອຍ ໄດ້ຮັບຂັນ,ຫລຽນຊະນະເລີດ ແລະ ໄດ້ຮັບເງິນລາງວັນ 100 ລ້ານກີບ ໂດຍລົງສະຫນາມ 14 ນັດ ຊະນະ 13 ນັດ ເສຍ 1 ນັດ ມີ 39 ຄະແນນ, ຮອງຊະນະເລີດອັນດັບ 1 ຫລື ອັນດັບ 2 ເອສະຣາ ໄດ້ຮັບເງິນ 50 ລ້ານກີບ ລົງສະຫນາມ 14 ນັດ ຊະນະ 8 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 28 ຄະແນນ ເທົ່າກັບ ມາສເຕີ້ ເຊເວັ້ນ ແຕ່ ເອສະຣາ HEAD TO HEAD ດີກວ່າ, ຮອງຊະນະເລີດອັນດັບ 2 ຫລື ອັນດັບ 3 ມາສເຕີ້ ເຊເວັ້ນ ໄດ້ຮັບເງິນ 20 ລ້ານກີບ ລົງສະຫນາມ 14 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 28 ຄະແນນ, ອັນດັບ 5 ນໍ້າທາ ລົງສະຫນາມ 14 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສບ 4 ນັດ ມີ 21 ຄະແນນ, ອັນດັບ 6 ຈຳປາສັກ ລົງສະຫນາມ 14 ນັດ ຊະນະ 6 ນັດ ເສຍ 8 ນັດ ມີ 18 ຄະແນນ,ອັນດັບ 7 ກອງທັບ ລົງສະຫນາມ 14 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 6 ນັດ ມີ 18 ຄະແນນ, ອັນດັບ 7 ຫຼວງພະບາງ ລົງສະຫນາມ 14 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສບ 10 ນັດ ມີ 10 ຄະແນນ ແລະ ອັນດັບສຸດທ້າຍ ວຽງຈັນ ລົງສະຫນາມ 14 ນັດ ເສຍ 14 ນັດ ມີ 0 ຄະແນນ, ຂະນະ ທີ່ ລາງວັນປະເພດບຸກຄົນ ຄູຝຶກດີເດັ່ນຕົກເປັນຂອງ ພຸດປະສົງ ແສງດາລາວົງ ຄູຝຶກ ຈາກ ສະໂມສອນ ຊ້າງນ້ອຍ, ລາງວັນຜູ້ຮັກສາປະຕູດີເດັ່ນ ບັງອອນ ພອນໄຊ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ລົງສະຫນາມ 11 ນັດ ເສຍພຽງ 7 ປະຕູ, ລາງວັນນັກກິລາດີເດັ່ນ ວິລິນທອນ ວົງແສງທອງ ຈາກ ສະໂມສອນ ຊ້າງນ້ອຍ ລົງສະຫນາມ 14 ນັດ ຍິງໄດ້ 2 ປະຕູ ແລະ ລາງວັນຜູ້ຍິງປະຕູສູງສຸດ ໃຈຄຳ ໄຊຍະປະເສິດ ຈາກ ສະໂມສອນ ມາສເຕິ້ ເຊເວັ້ນ ລົງສະຫນາມ 14 ນັດ ຍິງໄດ້ 31 ປະຕູ. ການແຂ່ງຂັນຄັ້ງນີ້ແມ່ນໄດ້ຮັບການສະຫນັບສະຫນູນຫຼັກຈາກ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ, ບໍລິສັດລາວໂທລະຄົມມະຫາຄົມ ຈຳກັດ, ວຽງຈັນໄອສ໌, ບໍລິສັດ ວາຣີິ ແລະ ບໍລິສັດ ອີໂວ ສະຕໍ.



News Cover

ສໍາເລັດກອງປະຊຸມໃຫຍ່ ສະໄໝສາມັນ ສຕລ ປະຈຳປີ 2023

10/12/2023

ກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈໍາປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ທັນວາ 2023 ທີ່ ໂຮງແຮມ ເມືອງແທ໋ງ, ນະຄອນຫຼວງວຽງຈັນແລະໄດ້ອັດລົງດວ້ຍຜົນສຳເລັດໃນວັນດຽວກັນ,ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ຜູ້ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023, ບັນດາສື່ມວນຊົນ ພ້ອມດ້ວຍ ບັນດາວິຊາການ ສຕລ.

ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໃນນາມປະທານກອງປະຊຸມໄດ້ຍົກໃຫ້ເຫັນຜົນງານການເຄືອນໄຫວຂອງສຕລໃນໄລຍະ 12 ເດືອນທີ່ຜ່ານມາ,ໂດຍໄດ້ມີຜົນງານໃນການພັດທະນາກິລາບານເຕະລາວໃນທຸກລະດັບ,ໄດ້ຈັດການແຂ່ງຂັນບານເຕະລາວລີກ1,ລາວລີກ2,ໄປຄຽງຄູ່ກັບວຽກງານເຕັກນິກວິທະຍາ ແລະ ພັດທະນາ,ສົ່ງເສີມ,ຕິດຕາມທີມຊາດລາວຊາຍແລະຍິງທີ່ໄປແຂ່ງຂັນຢູ່ຕ່າງປະເທດ,ພັດທະນາຄູຝຶກ,ກໍາມະການຕັດສິນ,ວຽກງານນິຕິກໍາ,ວຽກງານສື່ມວນຊົນ,ວຽກງານການຕະຫຼາດ, ການພັດທະນາໂຄງລ່າງພື້ນຖານ ແລະ ວຽກງານອື່ນໆ, ນອກນັ້ນ,ຍັງໄດ້ຂະຫຍາຍສູນຝຶກກິລາບານເຕະຈໍາປີ-ຈໍາປີ ໃຫ້ເປັນອີກໜຶ່ງວຽກງານບູລິມະສິດຂອງ ສຕລ ເຊິ່ງໃນປັດຈຸບັນ ກໍ່ໄດ້ເປີດແລ້ວ 5 ສູນ,ສະເພາະຢູ່ຕ່າງແຂວງມີ 3 ສູນທີ່ຫຼວງພະບາງ,ຈໍາປາສັກ ແລະ ຫຼວງນໍ້າທາ.ພິເສດພາຍໃນປີ 2023,ບັນດາບຸກຄະລາກອນຂອງ ສຕລ ກໍ່ໄດ້ມີຜົນງານອັນພົ້ນເດັ່ນກໍ່ຄືທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ຮັບການເລືອກຕັ້ງໃຫ້ເປັນຄະນະບໍລິຫານງານ AFC ແລະ FIFA,ປະທານສຕລໄດ້ຮັບເລືອກໃຫ້ເປັນຄະນະບໍລິຫານງານ AFF ທັງເປັນຫົວໜ້າອະນຸກໍາມະການພັດທະນາ AFF, ຄະນະໃນອະນຸກໍາມະການພັດທະນາ ຂອງ AFC,ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ຮັບເລືອກໃຫ້ເປັນຄະນະໃນອະນຸກໍາມະການບານເຕະເພື່ອສັງຄົມ (CSR) ຂອງ AFC,ທ່ານ ຈັນທະວົງ ສີລິມະໂນທໍາ ຮອງເລຂາທິການ ສຕລ ໄດ້ຮັບເລືອກໃຫ້ເປັນຄະນະໃນອະນຸກໍາມະການສະຫະພັນບານເຕະ ຂອງ AFC. ນອກນັ້ນ,ໃນວຽກງານກໍາມະການຕັດສິນ ທ່ານ ນາງ ພຸດສະຫວັນ ຈັນທະວົງ ສາມາດຜ່ານການຄັດເລືອກກໍາມະການຕັດສິນ ລະດັບ Elite ຂອງ AFC.ໃນວຽກງານເຕັກນິກວິທະຍາແລະທ່ານ ວົງມີໄຊ ສຸບົວຄໍາ ກໍ່ໄດ້ຮັບການຮັບຮອງຈາກ AFC ໃນການເປັນຜູ້ຝຶກສອນ ການຝຶກອົບຮົມຄູຝຶກ ລະດັບ C.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວຍັງໄດ້ຂຶ້ນສະເໜີ ແຜນງົບປະມານສຳລັບປີ 2024 ພ້ອມດຽວນັ້ນໃນປີ 2024ຈະໄດ້ມີການເລືອກຕັ້ງຄະນະບໍລິຫານງານ ສຕລ ສົກປີ 2024 – 2028 ເຊິ່ງຈະມີການເລືອກຕັ້ງໃນເດືອນ ກຸມພາ 2024.ສຳລັບແຜນການແຂ່ງຂັນປະຈຳປີ 2024ຈະມີ7 ລາຍການປະກອບມີ:

• ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2024/25

• ການແຂ່ງຂັນບານເຕະ ເຍົາວະຊົນຮຸ່ນອາຍຸບໍ່ເກີນ 16

• ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 19 ປີ

• ບານເຕະຊິງຂັນ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ປະຈຳປີ 2024/25

• ການແຂ່ງຂັນບານເຕະ ລາວລີກຍິງ 2024

• ຈັດການແຂ່ງຂັນບານເຕະ ລາວຟຸດຊໍ ລີກ 2024

• ການແຂ່ງຂັນບານເຕະ ລາວລີກ2 ປະຈໍາປີ 2024 ແລະ ການແຂ່ງຂັນມັດທະຍົມຕົ້ນ-ປາຍ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ ໄດ້ກ່າວໂອ້ລົມຕໍ່ກອງປະຊຸມ,ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງປະທານພ້ອມຄະນະນຳແລະພະນັກງານສຕລທີ່ຍາດໄດ້ຜົນງານຕະຫຼອດ1ປີຜ່ານມາແລະດຳເນີນກອງປະຊຸມຢ່າງຖືກຕ້ອງຕາມລະບຽບຂອງສຕລໄດ້ກຳນົດໄວ້.ໃນນັ້ນທ່ານສົມສະຫວາດເລັ່ງສະຫວັດໄດ້ສະແດງຄວາມປິຕິຍິນດີມາຍັງປະທານແລະຄະນະນຳສຕລທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານຂອງ AFCແລະFIFA.

ທ່ານ ສົມສະຫວາດ ເລັ່ງສະຫວັດກ່າວຕື່ມວ່າ:ເຖິງພວກເຮົາມີຜົນງານປະສົບຜົນສຳເລັດຫຼາຍກວ່າປິຜ່ານມາ,ແຕ່ທຽບໃສ່ຄວາມມຸ້ງຫວັງແລະຄວາມຄອງຄອຍຂອງປະຊາຊົນ,ພວກເຮົາຕ້ອງບຸກບືນສູ້ຊົນໃຫ້ມີຜົນງານຫຼາຍກວ່ານີ້.ນະໂອກາດນີ້,ຂ້າພະເຈົ້າສະເໜີບາງບັນຫາເພື່ອເລ່ງໃສ່ພັດທະນາກິລາບານເຕະລາວ.ໜຶ່ງ,ສະເໜີມາຍັງການນໍາກະຊວງສຶກສາທິການແລະກິລາໃຫ້ກຳນົດແຈ້ງນະໂຍບາຍຂອງລັດຕໍ່ວຽກງານພັດທະນາກິລາໃຫ້ມີການຊຸກຍູ້ສົ່ງເສີມເລີ່ມແຕ່ໄວເດັກຂື້ນໄປ,ໂດຍສະເພາະແມ່ນສົ່ງເສີມດ້ານໂພສະນາການ,ເພາະເດັກແຂງແຮງຈິ່ງເປັນນັກກິລາທີ່ແຂງແຮງໄດ້.ສອງ,ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນພິຈາລະນາໃນການປະສານສົມທົບລະຫວ່າງພະແນກສຶກສາທິການແລະກິລາແຂວງກັບສະຫະພັນບານເຕະແຂວງ,ສະໂມສອນໃຫ້ດີຂື້ນກວ່າເກົ່າ.ສາມ,ນຳສະເໜີບັນດາຫົວໜວ່ຍທຸລະກິດທີ່ມີເງື່ອນໄຂໃຫ້ຊວ່ຍການອຸປະຖໍາວົງການກິລາບານເຕະໃຫ້ຫຼາຍຂື້ນແລະສີ່,ໃຫ້ສຕລມີການເຄື່ອນໄຫວທີ່ຫ້າວຫັນ,ມີຜົນງານເດັ່ນຫຼາຍຂື້ນທັງພາຍໃນ,ຕ່າງປະເທດ,ພ້ອມກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກແລະຊຸກຍູ້ໃຫ້ກ້າວໜ້າຂື້ນໄປເພື່ອຈຸດປະສົງເຮັດໃຫ້ກິລາບານເຕະຂອງປະເທດເຮົາກາຍເປັນກິລາຍອດນິຍົມຂອງມວນຊົນຢ່າງແທ້ຈິງ.