ສະຫະພັນບານເຕະແຂວງເຊກອງ ສຳເລັດການແຂ່ງຂັນບານລາວລີກ 2

06/09/2023

ວັນທີ06 ກັນຍາ 2023 ຢູ່ທີ່ສະຫນາມກິລາແຂວງເຊກອງ ໄດ້ມີພິທີປິດ ການແຂ່ງຂັນບານເຕະ ລາວລີກ 2 ແຂວງເຊກອງ ພາຍຫລັງໄດ້ດຳເນີນການແຂ່ງຂັນມາຕັ້ງແຕ່ ວັນທີ 14 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮວ່ມປະກອບມີສະໂມສອນກິລາບານເຕະຊຸມຊົນ, ສະໂມສອນກິລາບານເຕະ ເມືອງດາກຈຶງ, ສະໂມສອນກິລາບານເຕະແມັດທິວ ສະປອດ, ສະໂມສອນກິລາບານເຕະ ບໍລິສັດຄູນຊັບພັດທະນາການຄ້າ, ສະໂມສອນກິລາບານເຕະເມືອງທ່າແຕງ ແລະ ສະໂມສອນກິລາບານເຕະ ບ້ານຕິວ.

  ກ່ອນພິທີປິດການແຂ່ງຂັນ,ໄດ້ມີການແຂ່ງຂັນບານເຕະຄູ່ສຸດທ້າຍເປັນການພົບກັນລະຫວ່າງ ທ່າແຕງ ພົບ ກັບບໍລິສັດຄູນຊັບພັດທະນາການແລະຜ່ານການແຂ່ງຂັນຜົນປະກົດວ່າສະເຫມີ 0-0.

  ສະຫລຸບຜົນການແຂ່ງຂັນ ທີມຊະນະເລີດ: ສະໂມສອນ ບໍລິສັດຄູນຊັບພັດທະນາການຄ້າ ລົງສະຫນາມ 10 ນັດ ຊະນະ 7 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 23 ຄະແນນເປັນທິມຊະນະເລີດໄດ້ແຊັມແລະ ໄດ້ຮັບຂັນລາງວັນ, ພ້ອມກັບເງິນລາງວັນມູນຄ່າ 11,000,000 ກີບ ໃຫ້ກຽດ ມອບຂັນລາງວັນ ແລະ ເງິນລາງວັນ ໂດຍ ທ່ານ ເຫລັກໄຫລ ສີວິໄລ, ເຈົ້າແຂວງໆເຊກອງ. ທີມຮອງຊະນະເລີດ: ສະໂມສອນ ດາກຈຶງ ລົງສະຫນາມ 10 ນັດ ຊະນະ 6 ນັດ ສະ

ເໝີ2 ນັດ ເສຍ 2 ນັດ ມີ 20 ຄະແນນ ໄດ້ຮັບເງິນລາງວັນ 4,000,000 ກີບ. ໃຫ້ກຽດມອບລາງວັນໂດຍ ທ່ານ ບຸນເຫລືອ ແກ້ວມະນີໄລ, ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງ, ອັນດັບ 3 ທ່າແຕງ, ອັນດັບ 4 ແມັດທິວສະປອດ,ອັນດັບ 5 ຊຸມຊົນ ຢູໄນເຕັດ ແລະ ອັນດັບ ສຸດທ້າຍ ບ້ານຕິ້ວ.

 ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.