ຈັດກິດຈະກໍາຝຶກສອນທັກສະບານເຕະຂັ້ນພື້ນຖານ AFC Grassroots Football Day ທີ່ແຂວງເຊກອງ

23/05/2025

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບສະຫະພັນບານເຕະແຂວງເຊກອງ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ຈັດກິດຈະກຳຝຶກສອນທັກສະການຫຼີ້ນກິລາບານເຕະຂັ້ນພື້ນຖານ AFC Grassroots Football Day ໃຫ້ບັນດານ້ອງໆເຍົາວະຊົນ ທີ່ແຂວງ ເຊກອງ ຂື້ນເມື່ອຕອນເຊົ້າວັນທີ 22 ພຶດສະພາ 2025 ທີ່ສະໜາມກິລາບານເຕະແຂວງ,ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະບໍລິຫານງານສຕລ, ທ່ານ ສຸລິຄຳ ພອນທາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງເຊກອງ.

         ຈຸດປະສົງໃນການຈັດກິດຈະກຳບານເຕະເຍົາວະຊົນທີ່ແຂວງເຊກອງຄັ້ງນີ້ແມ່ນເພື່ອພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ, ມີລະບົບທີ່ໄດ້ມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງໃຫ້ນ້ອງໆນັກຮຽນທີ່ມັກຮັກກິລາບານເຕະໄດ້ຮຽນຮູ້ທາງດ້ານເຕັກນິກ ແລະ ການຫຼິ້ນກິລາບານເຕະທີ່ຖືກຕ້ອງ.ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

         ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຍັງມີທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະສະຫະພັນບານເຕະແຂວງເຊກອງ,

ວິທະຍາກອນຈາກ ສຕລ, ຄູສອນຊ່ວຍ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 200 ຄົນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.