ແຈ້ງການປະມູນ ຮ້ານຂາຍເຄື່ອງ ແລະ ບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16
ເນື່ອງໃນໂອກາດ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດລາຍການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມA (AFC U20 WOMEN’S ASIAN CUP 2024) ໃນລະຫວ່າງ ວັນທີ 8 - 12 ມີນາ 2023
ທີ່ສະໜາມກິລາແຫ່ງຊາດ ຫຼັກ16
ດັ່ງນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງເຊີນບັນດາທ່ານທີ່ມີຄວາມສົນໃຈທີ່ຈະດຳເນີນທຸລະກິດ
ຮ້ານຂາຍເຄື່ອງ ແລະ ການບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ໃນລາຍການແຂ່ງຂັນຂ້າງເທິງນັ້ນ, ປະກອບ
ມີລາຍລະອຽດດັ່ງນີ້:
1. ໄລຍະການສຳປະທານ: ເລີ່ມແຕ່ວັນທີ 08 - 12 ມີນາ 2023.
2. ສາມາດເຂົ້າມາເບິ່ງສະຖານທີ່ຕົວຈີງ ທີ່ສະໜາມກິລາແຫ່ງຊາດ ຫລັກ16:
- ຕອນເຊົ້າ: ເວລາ 9:00 - 11:30 ໂມງ ແລະ ຕອນບ່າຍ ເວລາ 14:00 - 16:30 ໂມງ.
3. ລາຍລະອຽດ ແລະ ເງື່ອນໄຂໃນການສຳປະທານໃຫ້ພົວພັນນໍາພະແນກກ່ຽວຂ້ອງ ດັ່ງລຸ່ມນີ້:
- ພະແນກບໍລິຫານ-ບຸກຄະລາກອນ ເບີໂທ: 020.5569 9591 ແລະ 020.7885 3415
- ສຳນັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ ຮ່ອມ 9 ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານທີ່ມີຄວາມສົນໃຈ ເພື່ອຈະເຂົ້າຮ່ວມການສະເໜີລາຄາປະມູນໃນຄັ້ງນີ້ດ້ວຍ.
ພາບບັນຍາກາດ ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ ປະຈຳວັນອາທິດ ທີ 5/3/2023
CHAMPI-CHAMPA FOOTBALL TRAINING CENTER
ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
#ChampiChampaFootballTrainingCenter #FIFATalentDevelopmentScheme
ບັນຍາກາດການຝຶກຊ້ອມຂອງທີມລາວ ຂອງວັນທີ 3 ມີນາ 2023 ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16.
ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’
ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’ ໃຫ້ແກ່ບັນດາສະໂມສອນໃນລາວລີກ1 ເຊິ່ງມີນັກວິທະຍາກອນ ຈາກ ປະເທດບຣາຊີວ ທ່ານ Willander Fonseca ເຊິ່ງເປັນຫົວຫນ້າຄູຝືກພາລະກໍາລັງ ແລະ ຜູ້ຊ່ວຍຄູຝຶກທີມຊາດລາວ ຊຸດໃຫຍ່, ນັກສໍາມະນາກອນ ແມ່ນ ບັນດາຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ວິຊາການ ຈາກສະໂມສອນຕ່າງໆ ລວມ 15 ທ່ານ.
ເຊີ່ງຫົວຂໍ້ໃນການຝຶກອົບຮົມແມ່ນ ’ບົດ ພາລະກຳລັງ’ ແລະ ໃນອານາຄົດ ກໍຍັງຈະມີຫຼາຍບົດ ທີ່ຈະໄດ້ຖອດຖອນບົດຮຽນດ້ວຍກັນເປັນແຕ່ລະໄລຍະ.
- ຈຸດປະສົງ
ການຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອເພິ່ມຄວາມສໍາພັນ
ລະຫວ່າງ ທີມຊາດ ແລະ ບັນດາສະໂມສອນ ເພື່ອພັດທະນາ ກິລາ ບານເຕະລາວ ໃຫ້ມີຄວາມເຂັ້ມແຂງ ກ້າວໜ້າໃຫ້ທຽບເທົ່າພາກພື້ນອາຊຽນ.
ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ປະຈຳປີ 2023
ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023 ທີມຊາດລາວ ຊຸດໃຫຍ່
ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023 ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນນັດອຸ່ນເຄື່ອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023
ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1 Nepal ( ເຈົ້າພາບ )🇳🇵
2 Bhutan🇧🇹
3 Laos🇱🇦
ຕາຕະລາງ ການແຂ່ງຂັນ
- ວັນທີ 22/03/2023 ທີມຊາດບູຖານ ພົບ ທີມຊາດລາວ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.
- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດເນປານ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.
- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.
- ວັນທີ 31/03/2023 ຮອບຊີງຊະນະເລີດ( ທີມອັນດັບ1 ຊີງກັບ ທີມອັນດັບ2 ) ເວລາ 17:30ໂມງ, ສະໜາມ Dashrath Stadium Kathmandu, Nepal.
ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ
ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ,ພາຍຫຼັງເປີດສອນຢ່າງເປັນທາງການ
ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
#ChampiChampaFootballTrainingCenter #FIFATalentDevelopmentScheme
ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ
ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ
ໃກ້ເຂົ້າມາແລ້ວ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
ຜົນການແຂ່ງຂັນນັດອຸ່ນເຄື່ອງ ນັດທີ 2
ສຕລ ສຳເລັດການຝຶກອົບຮົມກໍາມະການຕັດສິນກິລາບານເຕະເປບຊີ ລາວລີກ1 ປະຈໍາປີ 2023
ຕອນບ່າຍ ວັນທີ 17 ກຸມພາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີປິດຊຸດຝຶກອົບຮົມກຳມະການຕັດສິນເພື່ອກະກຽມຄວາມພ້ອມໃນລາຍການແຂ່ງຂັນບານເຕະເປບຊີລາວລີກ1ປະຈຳປີ 2023,ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ,ຫົວໜ້າອະນຸກໍາມະການຕັດສິນ,ທ່ານໄຊປະເສີດພົງຊະນິດຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ທ່ານ,ໃນນັ້ນເປັນຍິງ2ທ່ານ,ຜູ້ປະເມີນກຳມະການຕັດສິນ6ທ່ານທີ່ມາຈາກຕ່າງແຂວງ12ທ່ານ.
ໃນພິທີ,ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວໃຫ້ຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດການແຂ່ງຂັນ ເປບຊີລາວລີກ 1ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້,ເຮັດໃຫ້ກໍາມະການຈໍານວນໜຶ່ງກໍ່ໄດ້ກ້າວຂື້ນໄປສູ່ການຕັດສິນໃນລະດັບAFC ລະດັບFIFA ຊຶ່ງນອກຈາກເປັນຜົນງານຂອງຕົນເອງແລ້ວ,ກໍຍັງເປັນການສ້າງຊື່ສຽງໃຫ້ກັບປະເທດຊາດກໍ່ຄືສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.
ສຳລັບການຝຶກອົບຮົມກຳມະການຕັດສິນດຳເນີນມາເປັນເວລາ4ວັນນັບຕັ້ງແຕ່ວັນທີ 14 - 17 ກຸມພາ 2023 ໂດຍນັກສຳມະນາກອນ ໄດ້ຮຽນຮູ້ ທາງດ້ານທິດສະດີກ່ຽວກັບກະຕິກາຕ່າງໆ, ໂດຍສະເພາະການເຮັດຜິດກົດກະຕິກາ ,ຈັງຫວະລໍ້າໜ້າ ນອກຈາກນັ້ນກໍ່ໄດ້ຮຽນຮູ້ກ່ຽວກັບຕໍາແໜ່ງ, ການບໍລິຫານເກມການແຂ່ງຂັນ,ທີ່ສໍາຄັນກໍ່ໄດ້ຮຽນຮູ້ສະກັດກັ້ນການລົ້ມບານ,ແກ້ໄຂ້ປັບປຸງຂໍ້ຜິດພາດໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໄດ້ມີການທົດສອບພາລະກຳລັງ,ທົດສອບການວິນິດໄສທາງວີດີໂອແລະອື່ນໆ.
ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1
ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1
ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາທະຫາວິທະຍາໄລແຫ່ງຊາດລາວ
ລິ້ງຖ່າຍທອດສົດ: https://www.youtube.com/live/607GTPPTUrg?feature=share
ເວລາ 16:00 ສະໂມສອນບານເຕະ ຊ້າງນ້ອຍ ພົບ ສະໂມສອນບານເຕະ ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ລິ້ງຖ່າຍທອດສົດ: https://www.youtube.com/live/Kivot6bFEKI?feature=share
ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບ ສະໂມສອນບານເຕະ ຫຼວງພະບາ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5
ລິ້ງຖ່າຍທອດສົດ: https://www.youtube.com/live/9rzQEUh-9e0?feature=share
ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ລິ້ງຖ່າຍທອດສົດ: https://www.youtube.com/live/nazZIr6xKus?feature=share
ສາມາດໄປຊົມ ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມຟຣີ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ '' Lao League 1 ລາວລີກ 1 '' ແລະ Youtube '' LAOFF TV ສະຫະພັນບານເຕະແຫ່ງຊາດລາວ ''
#LaoLeague1 #laofootball #laoleague #YoungElephantsFC #LaoArmyFC #ViengchanhFC #EzraFC #Master7FC #LuangPrabangFC #ChampasakFC