HBT 941ຮັກສາສະຖິຕິບໍ່ເສຍໄຊໃນລາວລີກ 2 ນະຄອນຫຼວງວຽງຈັນ
ການແຂ່ງຂັນເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ນັດທີ 15 ທ້າຍອາທິດຜ່ານມາ, ຄູ່ໜ້າສົນໃຈ HBT 941 ທີມນຳ ເອົາຊະນະ ເຄພີເອັສ 11-0,ສວ່ນຜົນຄູ່ອື່ນໆ: ໄອສະປອດ ສະເຫມີ ເມືອງຫາດ 0-0, ທຣີນີຕີ ເສຍໃຫ້ ເຄເອັມທີ 0-3, ຈັນທະບູລີ ພົບກັບ ເອັສທີທີ ແມ່ນເລື່ອນການແຂ່ງຂັນ, ຈັນສີ ສະເຫມີ ມຊ ແລະ ຄິງດອມ ຊະນະ ເອັສອີຊີ 3-1.
ຕາຕະລາງຄະແນນໃນເວລານີ້ HBT 941 ຍຶດຕຳແໜ່ງທີມນຳບໍ່ເຄີຍເສຍໃຫ້ທິມໃດຕໍ່ໄປ
ລົງສະຫນາມ15 ນັດ ຊະນະ 13 ນັດ ສະເໝີ 2ນັດ ມີ 48 ຄະແນນ, ຮອງລົງມາ ເຄເອັມທີ ລົງສະຫນາມ 15 ນັດ ຊະນະ 8 ນັດ ສະເຫມີ 4 ນັດ ເສຍ
3 ນັດ ມີ 28 ຄະແນນ, ອັນດັບ 4 ຈັນທະບູລີ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ມີ 25
ຄະແນນ, ອັນດັບ 5 ໄອສະປອດ, ອັນດັບ 6 ຄິງດອມ,
ອັນດັບ 7 ເອັສທີທີ, ອັນດັບ 8 ມຊ, ອັນດັບ 9 ຈັນສີ, ອັນດັບ 10 ເອັສອີຊີ, ອັນດັບ 11 ທຣີນີຕີ ແລະ ອັນດັບສຸດທ້າຍ ເຄພີເອັສ.ຂະນະທີຜູ້ຍິງປະຕູສູງສຸດ ອັນດັບ 1 ສຸກສະຫວັນ ໄຊຍະລິນ ຈາກ ເຮັສບີທີ 941 ຍິງໄດ້ 16 ປະຕູ, ອັນດັບ 2 ນິລັນ ຫຼວງສີສົມບັດ ຈາກ ໄອສະປອດ ຍິງໄດ້ 14 ປະຕູ,
ສຳລັບ ເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ
ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.
ບໍລິສັດຄູນຊັບພັດທະນາການຄ້າເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ
ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງມາຮອດວັນທີ 23 ສິງຫາ 2023ແມ່ນນັດສຸດທ້າຍແລະເປັນການພົບກັນລະຫວ່າງສະໂມສອນກິລາບານເຕະເມືອງດາກຈຶງພົບກັບສະໂມສອນກິລາບານເຕະແມັດທິວສະປອດ,ທັງສອງທິມແມ່ນລຸ້ນຍາດເອົາອັນດັບທີ2.ໝາຍວ່າສະໂມສອນກິລາບານເຕະບໍລິສັດຄູນຊັບພັດທະນາການຄ້າໄດ້ກາຍເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ,ໂດຍບໍ່ມີຜົນຕໍ່ການແຂ່ງຂັນໃນມື້ນີ້.
ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງແມ່ນໄດ້ເລີ່ມມາແຕ່ວັນທີ 14 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮວ່ມປະກອບມີສະໂມສອນກິລາບານເຕະຊຸມຊົນ, ສະໂມສອນກິລາບານເຕະ ເມືອງດາກຈຶງ, ສະໂມສອນກິລາບານເຕະແມັດທິວ ສະປອດ, ສະໂມສອນກິລາບານເຕະ ບໍລິສັດຄູນຊັບພັດທະນາການຄ້າ, ສະໂມສອນກິລາບານເຕະເມືອງທ່າແຕງ ແລະ ສະໂມສອນກິລາບານເຕະ ບ້ານຕິວ.
ສຳລັບ,ຕາຕະລາງຄະແນນການແຂ່ງຂັນອັນດັບ 1 ບໍລິສັດຄູນຊັບພັດທະນາການຄ້າ ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 22 ຄະແນນ, ອັນດັບ 2 ເມືອງດາກຈຶງ ລົງສະຫນາມ 8 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 14 ຄະແນນ, ອັນດັບ 3 ຊຸມຊົນ ຢູໄນເຕັດ ລົງສະຫນາມ 8 ນັດ ຊະນະ 4 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 4 ເມືອງທ່າແຕງ ລົງສະຫນາມ 7 ນັດ ຊະນະ 4 ນັດ ເສຍ 3 ນັດ ມີ 12 ຄະແນນ, ອັນດັບ 5 ແມັດທິວສະປອດ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 10 ຄະແນນ ແລະ ອັນດັບສຸດທ້າຍ ບ້ານຕິ້ວ ລົງສະຫນາມ 9 ນັດ ເສຍ 9 ນັດ ບໍ່ມີຈັກຄະແນນ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ພາບ ແລະ ຂໍ້ມູນຈາກ: ສະຫະພັນບານເຕະແຂວງເຊກອງ.
ເອສະຣາ U18 ຖະຫຼົ່ມ ວຽງຈັນU18 16-0! LFF U-18 Men's Championship 2023
ນໍ້າທາ U15 ນໍ້າທາ ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023
Key principles of landmark AFC Women’s Champions League approved by AFC Women’s Football Committee
Sydney: The AFC Women’s Football Committee underlined its determination to transform the Continent’s women’s club game at its first meeting today after it confirmed the entry principles, competition format and season calendar of the AFC Women’s Champions League, which will be introduced from the 2024-25 season.
ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນ
ຊ້າງນ້ອຍ ຊະນະລວດ 4 ນັດ! ຫຼ້າສຸດເອົາຊະນະ ກອງທັບ 2-1! LFF U-15 Championship 2023
ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳປາສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.
ຜົນການແຂ່ງຂັນນັດທີ 4 ວັນທີ 17 ສິງຫາ 2023: ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 2-1; ເອສຣາ ເອົາຊະນະ ວຽງຈັນ 6-1; ຈຳປາສັກ ສະເໝີກັບ ມາສເຕີ 7 2-2 ແລະ ຫຼວງພະບາງ ພົບກັບ ນໍ້າທາ 0-0.
ຜ່ານໄປ 4 ນັດ ຊ້າງນ້ອຍ ເປັນທີມນຳ ມີ 12 ຄະແນນເຕັມ, ຮອງລົງມາ ຈຳປາສັກ ແລະ ນໍ້າທາ ມີ 8 ຄະແນນເທົ່າກັນ, ມາສເຕີ 7 ມີ 7 ຄະແນນ, ເອສຣາ ມີ 6 ຄະແນນ, ຫຼວງພະບາງ ມີ 4 ຄະແນນ, ສ່ວນ ກອງທັບ ແລະ ວຽງຈັນ ຍັງບໍ່ມີຄະແນນ.
ຕາຕະລາງແຂ່ງຂັນນັດທີ 5 ວັນທີ 20 ສິງຫາ 2023:
- ເວລາ 15:30 ໂມງ ຈຳປາສັກ ພົບກັບ ເອສຣາ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1
- ເວລາ 15:30 ໂມງ ວຽງຈັນ ພົບກັບ ຫຼວງພະບາງ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2
- ເວລາ 18:30 ໂມງ ຊ້າງນ້ອຍ ພົບກັບ ມາສເຕີ 7 ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1
- ເວລາ 18:30 ໂມງ ກອງທັບ ພົບກັບ ນ້ໍາທາ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2
ສ້າງຕັ້ງ ໜ່ວຍງານສະກັດກັ້ນການລົ້ມບານ
ເພື່ອໃຫ້ການແຂ່ງຂັນກິລາບານເຕະທີ່ ສຕລ ຈັດຂຶ້ນ ຫຼື ເຂົ້າຮ່ວມມີຄວາມໂປ່ງໃສ ຮັບປະກັນໄດ້ບໍ່ໃຫ້ມີການທຸຈະຣິດ ຫຼື ລົ້ມ ຫຼື ລັອກຜົນຂອງການແຂ່ງ ຂັນຕາມຂໍ້ກຳນົດແລະກົດລະບຽບຂອງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກໍຄືສະຫະພັນບານເຕະອາຊີ ແລະ ສະຫະພັນບານເຕະສາກົນ.
ສະນັ້ນ ສຕລ ຈຶ່ງໄດ້ສ້າງຕັ້ງໜ່ວຍງານສະກັດກັ້ນການລົ້ມບານຂື້ນ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຈາກສະຫະພັນບານເຕະສາກົນ.
ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມ ບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້: integrity@laoff.org.la ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍ ງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.
ຖະແຫລງຂ່າວກ່ອນເກມ ການແຂ່ງຂັນ ກຸ່ມ C
ວັນທີ 17 ສິງຫາ 2023 ຢູ່ທີໂຮງແຮມສະຕາຄອນເວນຊັນ ແຂວງຣະຢອງ ປະເທດໄທ, ຝ່າຍຈັດການແຂ່ງຂັນ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຈັດຖະແຫລງຂ່າວກ່ອນເກມ ການແຂ່ງຂັນ ກຸ່ມ C ໂດຍມີຄູຝຶກ 3 ປະເທດເຂົ້າຮ່ວມຄື: ລາວ, ຟີລິບປິນ ແລະ ຫວຽດນາມ.
ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023
ກາດຳ ກອນເຍີ ກອງຫນ້າ ສະໂມສອນ ກິລາບານເຕະ ຊ້າງນ້ອຍ U15 ຂຶ້ນເປັນຜູ້ຍິງປະຕູສູງສຸດ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ
ກາດຳ ກອນເຍີ ກອງຫນ້າ ສະໂມສອນ ກິລາບານເຕະ ຊ້າງນ້ອຍ U15 ຂຶ້ນເປັນຜູ້ຍິງປະຕູສູງສຸດ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023 LFF U-15 CHAMPIONSHIP 2023 ຫລັງຈາກຜ່ານການແຂ່ງຂັນນັດທີ 3 ໂດຍຍິງໄດ້ທັງຫມົດ 6 ປະຕູ, ສ່ວນອັນດັບ 2 ຍິງປະຕູໄດ້ 3 ປະຕູ ມີເຖິງ 4 ຄົນ ປະກອບມີ: ເບີ 9 ດາວພະຫັດ ກຳກາຊົມພູ ຈາກ ມາສເຕີ້ ເຊເວັ້ນ, ຄຳເພັດ ຜູຍແສງທອງ ຈາກ ຊ້າງນ້ອຍ, ເບີ 17 ມຸງຄຸນ ສີວິໄລ ຈາກ ຈຳປາສັກ ແລະ ເບີ 13 ສຸກສັນ ຫຼວງລາດ ຈາກ ກອງທັບ
ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນແຂ່ງຂັນຢູ່ທີ່ປະເທດໄທ
ວັນທີ 15/8/2023 ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳແລະນັກກິລາທິມບານເຕະແຫ່ງຊາດລາວຮຸ່ນອາຍຸບໍ່ເກີນ 23ປີ (U23)ນຳໂດຍທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ອອກເດີນທາງເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ U23ປະຈຳປີ 2023 ຢູ່ທີ່ແຂວງຣະຢອງ ປະເທດໄທ.
ລາຍຊື່ນັກກິລາມີທັງຫມົດ 27 ຄົນ ຈະຄັດໃຫ້ເຫລືອ 23 ຄົນສຸດທ້າຍ ໃນວັນທີ 16 ສິງຫາ 2023 ທີ່ຈະມາເຖິງນີ້, ລາຍລະອຽດລາຍຊື່ແຕ່ລະຕຳແຫນ່ງມີດັ່ງນີ້:
+ ຜູ້ຮັກສາປະຕູ
1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)
4. ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
7. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)
8. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
9. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
10. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
11. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
12. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ IS-CSELONGEY ( ລີກ 3 ປະເທດຝຣັ່ງ )
13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາ ເຮັສບີທີ 941 (ລີກ 2 ນະຄອນຫຼວງ)
+ ກອງກາງ
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
18. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
19. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
20. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
21. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
+ ກອງຫນ້າ
22. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
23. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
24. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
25. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
26. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
27. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ
- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.
#AFFU23CHAMPIONSHIP2023
#LAOSU23
#LAOFOOTBALLFEDERATION
#LAONATIONALTEAM