News
News Cover

ພຸດທະໄຊ ໂຄຈະເລີນ ຍ້າຍຮ່ວມສະໂມສອນທັບຫລວງ ຢູໄນເຕັດ

19/07/2023

ວັນທີ19ກໍ​ລະ​ກົ​ດ 2023ເພສເຟສບຸກທາງການຂອງສະໂມສອນ ທັບ​ຫລວງຢູໄນເຕັດTHAP LUANG UNITEDທີມຈາກໄທລີກ3ປະເທດໄທໄດ້ລາຍງານຂ່າວການເປີດໂຕນັກກິລາໃຫມ່‘’ພຸດ​ທະ​ໄຊ ໂຄ​ຈະ​ເລີນ‘’ອະ​ດີດ​ນັກ​ກິ​ລາທີມ​ຊາດ​ລາວເຂົ້າຮ່ວມທີມ,ເປັນນັກເຕະຄົນລາວຜູ້ທຳອິດທີ່ໄດ້ລົງຫລິ້ນໃຫ້ກັບສະໂມສອນ ທັບ​ຫລວງ ແລະເປັນໂຄຕ້າອາຊຽນຂອງສະໂມສອນທີ່ຈະສົ່ງຊື່ເຂົ້າຮ່ວມໄທລີກ3ລະດູການ2023.

ປັດຈຸບັນ,ພຸດທະໄຊ ໂຄຈະເລີນມີອາຍຸ27ປີ ເກີດໃນ ວັນທີ29ທັນວາ1995ທີ່ ບ້ານ ສຸນັນທາ ນະ​ຄອນ​ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດເຄີຍຫລິ້ນໃຫ້ ທີມຊາດລາວມາຫລາຍ ຊຸດນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງ ຊຸດໃຫຍ່ .

ພຸດທະໄຊ ກ່ອນຈະກ້າວເປັນນັກກິລາບານເຕະອາຊີບ,ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ ເອສະຣາ ແລະຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ2007ຈົນເຖິງປີ2014.

-ປີ2015ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ

-ປີ2016ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມTOYOTA MEKONG CLUB CHAMPIONSHIP 2017

-ປີ2017ຫລິ້ນໃຫ້ກັບ ສະໂມສອນ ທິບ ສະຫວັນ ເອຟຊີ

-ປີ2018 - 2021ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ນະ​ຄອນ​ປະ​ຖົມປະເທດໄທ
-ປີ2021 - 2022ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ສະ​ຫມຸດ​ປະ​ການປະເທດໄທ
-ປີ2023ຫລິ້ນ​ໃຫ້​ກັບ ສະ​ໂມ​ສອນ ເອ​ສະ​ຣາ ສະຫະພັນບານເຕະແຫ່ງຊາດລາວຂໍ​ອ​ວຍ​ພອນ
ໃຫ້ ພຸດ​ທະ​ໄຊ ໂຄ​ຈະ​ເລີນຈົ່ງປະ​ສົບ​ຜົນ​ສຳ​ເລັດໃນ​ການ​ຫລິ້ນ​ກິລາໃຫ້​ກັບ​ສະ​ໂມ​ສອນ ທັບ​ຫລວງ ຢູ​ໄນ​ເຕັດ ທີມ​ຈາກ​ໄທ​ລີກ3ປະ​ເທດ​ໄທໃນຄັ້ງນີ້ດວ້ຍ.

News Cover

ເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍລະດັບ1ປະຈໍາປີ 2023 (LFF/AFC FUSAL LEVEL 1 COACHING COURSE 2023)

18/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ຮ່ວມກັບສະຫະພັນບານເຕະອາຊີ( AFC ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ( LFF/AFC FUSAL LEVEL 1 COACHING COURSE 2023) ຂື້ນໃນຕອນເຊົ້າວັນທີ 18 ກໍລະກົດ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຈຸດປະສົງຍົກລະດັບກິລາບານເຕະຟຸດຊໍຂອງສປປລາວກ້າວສູ່ຄຸນນະພາບສູງຂື້ນເລື້ອຍໆ.ພ້ອມນັ້ນທ່ານດຣ ໄຊຊະນະ ທອງຄຳຈັນຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງຕັ້ງໃຈຮັບເອົາບົດຮຽນທີ່ຄູຝຶກສິດສອນໃຫ້ໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດປະກອບສວ່ນຊວ່ຍພັດທະນາສະໂມສອນບານເຕະຟຸດຊໍທີ່ຕົນສັງກັດຢູ່ໃຫ້ມີຜົນງານດີເດ່ນຂື້ນ.

ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ ແລະ ນັກສຳມະກອນຈໍານວນ 19 ທ່ານ ໃນນີ້ເປັນຍິງ 2 ທ່ານ, 7 ທ່ານ ມາຈາກປະເທດໄທ ແລະບັນດາສະໂມສອນບານເຕະຟຸດຊໍທີ່ເຂົ້າຮ່ວມຊິງຂັນປະທານ ສຕລ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023. ການຝຶກອົບຮົມແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ຊຶ່ງຈະມີການສອບເສງພາກທິດສະດີ 2 ຄັ້ງ, ພາກປະຕິບັດຕົວຈິງ 2ຄັ້ງ.

News Cover

ທະຫານແຂວງຈຳປາສັກມີໂອກາດເປັນແຊ້ມ ຖ້າຊະນະບາຈຽງ ໃນນັດສຸດທ້າຍ

18/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳ​ປາ​ສັກ ອາ​ທິດ​ທີ 13 ​ແຂ່ງ​ຂັນວັນ​ທີ 07 ກໍ​ລະ​ກົດ ຫາ 08 ກໍ​ລະ​ກົດ 2023 ທີ່​ຜ່ານ​ມາທະ​ຫານ​ແຂວງ ເອົາ​ຊະ​ນະ ນ້ຳ​ດື່ມ​ນາ​ດາ 6-2,ຫົວ​ແຊ ເສຍ​ໃຫ້ ລະ​ບຽງ​ພູ 2-4, ສີ​ລາ​ເພັດ ເສຍ​ໃຫ້ ບາ​ຈຽງ 0-2ແລະປກ​ສ ແຂວງ​ຈຳ​ປາ​ສັກ ເອົາ​ຊະ​ນະ ສີ​ອຳ​ພອນ 5-2.​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນ ອັນ​ດັບ 1 ທະ​ຫານ​ແຂວງຈຳ​ປາ​ສັກ ລົງ​ສະ​ໜາມ 13 ນັດ ຊະ​ນະ 9 ນັດ ສະ​ເໝີ 3 ນັດ ເສຍ 1 ນັດ ມີ 30 ຄ​ະ​ແນນ.ຈາກຈຸດນີ້,ຫາກທິມທະຫານແຂວງຊະນະທີມບາຈຽງໃນນັດສຸດທ້າຍ,ທະຫານແຂວງກໍຈະໄດ້ແຊັມການແຂ່ງຂັນບານເຕະລາວລີກ 2 ແຂວງຈຳ​ປາ​ສັກຢ່າງແນ່ນອນ.

ສຳລັບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນອັນ​ດັບ 2ແມ່ນລະ​ບຽງພູ ລົງ​ສະ​ຫນາມ 12 ນັດ ຊະ​ນະ 9 ນັດ ສະ​ເຫມີ 1 ນັດ ເສຍ 3 ນັດ ມີ 28 ຄະ​ແນນ, ອັນ​ດັບ 3 ບາ​ຈຽງ ລົງ​ສະ​ຫນາມ 12 ນັດ ຊະ​ນະ 8 ນັດ ສະ​ເຫມີ 2 ນັດ ເສຍ 3 ນັດ ມີ 26 ຄະ​ແນນ, ອັນ​ດັບ 4 ປກ​ສ ແຂວງ​ຈຳ​ປາ​ສັກ ລົງ​ສະ​ຫນາມ 13 ນັດ ຊະ​ນະ 7 ນັດ ສະ​ເຫມີ 3 ນັດ ເສຍ 3 ນັດ ມີ 24 ຄະ​ແນນ, ອັນ​ດັບ 5 ສີ​ອຳ​ພອນ ລົງ​ສະ​ຫນາມ 13 ນັດ ຊະ​ນະ 4 ນັດ ສະ​ເຫມີ 3 ນັດ ເສຍ 6 ນັດ ມີ 15 ຄະ​ແນນ, ອັນ​ດັບ 6 ສີ​ລາ​ເພັດ ລົງ​ສະ​ຫນາມ 13 ນັດ ຊະ​ນະ 3 ນັດ ສະ​ເຫມີ 1 ນັດ ເສຍ 9 ນັດ ມີ 10 ຄະ​ແນນ, ອັນ​ດັບ 7 ຫົວ​ແຊ ລົງ​ສະ​ຫນາມ 13 ນັດ ຊະ​ນະ 3 ນັດ ສະ​ເຫມີ 1 ນັດ ເສຍ 9 ນັດ ມີ 10 ຄະ​ແນນ ແລະ ອັນ​ດັບ ສຸ​ດ​ທ້າຍ ນ້ຳ​ດື່ມ ນາ​ດາ ລົງ​ສະ​ຫນາມ 13 ນັດ ຊະ​ນະ 2 ນັດ ເສຍ 11 ນັດ ມີ 6 ຄະ​ແນນ.
ຂະ
​ນະ​ທີ່​ຜູ້​ຍິງ​ປະ​ຕູ​ສູງ​ສຸດ ຍັງສືບຕໍ່ໄດ້ລຸ້ນກັນຕື່ມໃນອາທິດສຸດທ້າຍຂອງການແຂ່ງຂັນ, ຕາມການຈັດອັນດັບມາຮອດປັດຈຸບັນ: ອັນດັບ 1 ກີ້ ຂິນດາວົງ ສູນໜ້າຈາກສະໂມສອນ ທະຫານແຂວງຍິງໄດ້11ປະຕູ, ອັນດັບ 2 ຍິງໄດ້ 9 ປະຕູ 2 ຄົນ ຄື: ສຸກຈິນດາ ນັດຜາສຸກ ສູນໜ້າຂອງສະໂມສອນ ປ.ກ.ສ ແຂວງ ແລະ ສີຄູນ ແສງສະຫວ່າງ ນັກກິລາສະໂມສອນ ລະບຽງພູ

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປ ​ອາ​ທິດທີ 14 ເຊິ່ງ​ເປັນ​ອາ​ທິດ​ສຸດ​ທ້າຍ ຈະ​ມີ​ຂຶ້ນໃນວັນ​ທີ 21 ກໍ​ລະ​ກົດ 2023 ເວ​ລາ 13:30 ນ້ຳ​ດື່ມ​ນາ​ດາ ພົບ ສີ​ລາ​ເພັດ, ເວ​ລ​າ 15:30 ປກ​ສ ແຂວງ​ຈຳ​ປ​າ​ສັກ ພົບ ​ຫົວ​ແຊ ແລະ ວັນ​ທີ 22 ກໍ​ລະ​ກົດ 2023 ເວ​ລາ 13:30 ບາ​ຈຽງ ພົບ ທະ​ຫານ​ແຂວງ ເຊິ່ງ​ເປັນ​ນັດ​ຕັດ​ສິນ​ແຊ້ມ​ຖ້າ​ຫາກ​ທະ​ຫານ​ແຂວງ​ເອົາ​ຊະ​ນະ, ເວ​ລ​າ 15:30 ປກສ​ແຂວງ​ຈຳ​ປາ​ສັກ ພົບ ນ້ຳ​ດື່ມ​ນາ​ດາ. ທຸກໆ​ຄູ່​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຈຳ​ປາ​ສັກ, ຫລັງ​ຈາກ​ຈົບ​ການ​ແຂ່ງ​ຂັນ​ຄູ່​ສຸດ​ທ້າຍ​ແມ່ນ​ຈະ​ມີ​ການມອບ​ລາງວັນ​ຕ່າງໆ​ໃຫ້​ກັບ​ທີມ​ຊະ​ນະ​ເລີດ ແລະ ລາງວັນ​ປະ​ເພດ​ບຸກ​ຄົນ.

News Cover

ການແຂ່ງຂັນລາວລີກ2ສະຫວັນນະເຂດ:ສະຫວັນຢູໄນເຕັດຊະນະອານັນອາໄຫລ່ 2-1

17/07/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 6 ຮອບຂາກັບ ໃນອາທິດຜ່ານມາ ຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ອານັນ ອາໄຫລ່ ທີມນຳຕາຕະລາງຄະແນນ ພົບກັບ ທີມສະຫວັນ ຢູໄນເຕັດ ທີມອັນດັບ 2 ເຊິ່ງແຂ່ງຂັນວັນເສົາ 15 ກໍລະກົດ 2023 ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຜົນປະກົດວ່າ ສະຫວັນ ຢູໄນເຕັດ ບຽດເອົາຊະນະ ອານັນ ອາໄຫລ່ 2-1 ເຊິ່ງສະຫວັນ ຢູໄນເຕັດ ໄດ້ປະຕູຈາກເບີ 24 ເຈັກກີ້ ອິນທິສອນ ນາທີ 29’, ເບີ 9 ເອກກະໄມ ຣາຊະຈັກ ນາທີ 46’ ສ່ວນ ອານັນ ອາໄຫລ່ ໄດ້ປະຕູຈາກ ເບີ 99 ອານຸຊາ ໄຊຄູນທອງ ນາທີ 40’ ສ່ວນຜົນຄູ່ອື່ນ ດາຣກວູຟ ສະເໝີ ໂພໄຊນ້ອຍ 2-2 ແລະ ລີລາວະດີ ສອງຄອນ ສະເໝີ ໄຮຢີນ້າ 2-2.

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ອານັນ ອາໄຫຼ່ ລົງສະໜາມ 6 ນັດ ຊະນະ 4 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 13 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 2 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 6 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 1 ຄະແນນ.


News Cover

ເຮັ​ສ​ບີ​ທີ 941ເປັນ​ທີມ​ນຳ​ຄະແນນການ​ແຂ່ງ​ຂັນ​ ບານ​ເຕະລາວ​ລີກ 2 ນະ​ຄອນ​ຫຼວງວຽງຈັນ

17/07/2023

ການແຂ່ງຂັນບານເຕະລາວລີກ2ນະຄອນຫຼວງວຽງຈັນມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ໄດ້ດຳເນີນການແຂ່ງຂັນມາໄດ້8ນັດ ເຊິ່ງ​ອາ​ທິດ​ຜ່ານ​ມາ​ຄູ່​ທີ່​ໜ້າ​ສົນ​ໃຈ ເປັນ​ການ​ພົບ​ກັນ​ລະ​ຫ​ວ່າງ ເຮັ​ສ​ບີທີ941ທີມ​ນຳໃນຕາຕະລາງຄະແນນພົບກັບຈັນ​ທະ​ບູ​ລີ ທີມ​ອັນ​ດັບ2ເຊິ່ງ​ແຂ່ງ​ຂັນ​ຄູ່​ສຸດ​ທ້າຍ ວັນ​ເສົາ15ກໍ​ລະ​ກົດ2023​ທີ່​ສະ​ຫນາມ​ກິ​ລາ​ເຈົ້າ​ອາ​ນຸ​ວົງ. ຜ່ານ​ການ​ແຂ່ງ​ຂັນ​ຜົນ​ປະ​ກົດ​ວ່າ:ເຮັ​ສ​ບີ​ທີ941ສະ​ເໝີ ຈັນ​ທະ​ບູ​ລີ0-0,ສ່ວນ​ຜົນ​ການ​ແຂ່ງ​ຂັນ​ຄູ່​ອື່ນ ເອັ​ສ​ອີ​ຊີ ສະ​ເໝີ ເອັ​ສ​ທີ​ທີ2-2,ທ​ຣີ​ນີ​ຕີ​ເສຍ​ໃຫ້ ເມືອງ​ຫາດ1-6,ຄິງ​ດ້ອມ ເສຍ​ໃຫ້ ມ​ຊ1-4,ເຄ​ພີ​ເອັ​ສ ເສຍ​ໃຫ້ ເຄ​ເອັ​ສ​ທີ0-7,ຈັນ​ສີ ເສຍ​ໃຫ້ ໄອ​ສະ​ປອດ1-4.

ສະ​ຫລຸບ ຕາຕະລາງຄະແນນ ເຮັ​ສ​ບີ​ທີ941ລົງສະຫນາມ9ນັດ ຊະນະ7ນັດ ສະເຫມີ2ມີ23ຄະແນນ,ອັນດັບ2ຈັນທະບູລີ ລົງສະຫນາມ9ນັດ ຊະນະ6ນັດ ສະເຫມີ3ນັດ ມີ21ຄະແນນ,ອັນດັບ3ເຄເອັມທີ ລົງສະຫນາມ9ນັດ ຊະນະ5ນັດ ສະເຫມີ3ນັດ ເສຍ1ນັດ ມີ18ຄະແນນ,ອັນ​ດັບ4ໄອ​ສະ​ປອດ ລົງ​ສະ​ຫນ​ນາມ9ນັດ ຊະ​ນະ4ນັດ ສະ​ເຫມີ4ນັດ ເສຍ1ນັດ ມີ16ຄະ​ແນນ,ອັນ​ດັບ5ເມືອງ​ຫາດ ລົງ​ສະ​ຫນາມ9ນັດ ຊະ​ນະ4ນັດ ສະ​ເຫມີ3ນັດ ເສຍ2ນັດ ມີ15ຄະ​ແນນ,ອັນ​ດັບ6ມ​ຊ ລົງ​ສະ​ຫນາມ9ນັດ ຊະ​ນະ4ນັດ ສະ​ເຫມີ2ນັດ ເສຍ3ນັດ ມີ14ຄະ​ແນນ,ອັນ​ດັບ7ເອັ​ສ​ທີ​ທີ ລົງ​ສະ​ຫນາມ9ນັດ ຊະ​ນະ3ນັດ ສະ​ເຫມີ4ນັດ ເສຍ2ນັດ ມີ13ຄະ​ແນນ,ອັນ​ດັບ8ຄິງ​ດ້ອມ ລົງ​ສະ​ຫນາມ9ນັດ ຊະ​ນະ3ນັດ ເສຍ3ນັດ ສະ​ເຫມີ3ນັດ ມີ12ຄະ​ແນນ,ອັນ​ດັບ9ເອັ​ສ​ອີ​ຊີ ລົງ​ສະ​ຫນາມ9ນັດ ຊະ​ນະ1ນັດ ສະ​ເຫມີ3ນັດ ເສຍ5ນັດ​ມີ6ຄະ​ແນນ,ອັນ​ດັບ10ຈັນ​ສີ ລົງ​ສະ​ຫນ​າມ9ນັດ ຊະ​ນະ2ນັດ ເສຍ7ນັດ ມີ6ຄະ​ແນນ,ອັນ​ດັບ11ທ​ຣີ​ນີ​ຕີ ລົງ​ສະ​ຫນາມ9ນັດ ຊະ​ນະ1ນັດ ສະ​ເຫມີ1ນັດ ເສຍ7ນັດ ມີ4ຄ​ະ​ແນນ ແລະ ອັນ​ດັບສຸດ​ທ້າຍ ເຄ​ພີ​ເອັ​ສ ລົງ​ສະ​ຫນາມ9ນັດ ເສຍ9ນັດ ມີ0ຄະ​ແນນ.

ສຳລັບການແຂ່ງຂັນບານເຕະ ລາວລີກ2ນະຄອນຫຼວງວຽງຈັນໃນ​ນັດ​ວັນ​ພຸດ19ກໍ​ລ​ະ​ກົດ2023ເວ​ລາ14:00ເອັ​ສ​ອີ​ຊີ ພົບ ໄອ​ສະ​ປອດ,ເວ​ລາ16:00ຈັນ​ສີ ພົບ ຈັນ​ທະ​ບູ​ລີ,ເວ​ລາ18:00ຄິງດອມ ພົບ ເຄ​ພີ​ເອັ​ສ ວັນ​ພະ​ຫັດ20ກໍ​ລະ​ກົດ2023ເວ​ລາ14:00ເອັ​ສ​ທີ​ທີ ພົບ ເມືອງ​ຫາດ,ເວ​ລາ16:00ທ​ຣີ​ນີ​ຕີ ພົບ ມ​ຊ,ເວ​ລາ18:00ເຮັ​ສ​ບີ​ທີ941ພົບ ເຄ​ເອັມ​ທີ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນ​າມ​ກິ​ລາ​ເຈົ້າອານຸວົງ ແຟນບານສາມາດໄປຕິດຕາມຮັບຊົມໄດ້ໂດຍບໍ່ເສຍຄ່າ(ເຂົ້າຊົມFree).


News Cover

ບຸນພະຈັນ ບຸນກອງ ຍ້າຍຮ່ວມທີມ Preah Khan Reach Svay Rieng FC ທີມລີກສູງສຸດຂອງປະເທດກຳປູເຈຍ

17/07/2023
ວັນ​ທີ 17 ກໍ​ລະ​ກົດ 2023 ສະ​ໂມ​ສອນ Preah Khan Reach Svay Rieng FC,ເຊິ່ງເປັນທິມບານເຕະລີກສູງສຸດຂອງປະເທດກຳປູເຈຍໄດ້​ເປີດ​ເຜີຍ​ຢ່າງເປັນ​ທາງ​ການເມື່ອບໍ່ດົນມານີ້ວ່າ: ສະ​ໂມ​ສອນໄດ້ເຊັນສັນຍາເອົາບຸນ​ພະ​ຈັນ ບຸນກອງນັກກິລາທິມຊາດລາວ ຈາກສະ​ໂມ​ສອນກິ​ລາ​ບານ​ເຕະຊ້າງ​ນ້ອຍ ມາ​ຮ່ວມ​ທີມ ເພື່ອ​ໄລ່​ລ້າ​ແຊ້ມການ​ແຂ່ງ​ຂັນ​ບານ​ເຕະລີກກຳ​ປູ​ເຈ​ຍໃນລະ​ດູ​ການ 2023 – 2024.ສຳ​ລັບ​ປະ​ຫວັດ ບຸນ​ພະ​ຈັນ ບຸນກອງ ແມ່ນ​ເກີດ​ວັນ​ທີ 29 ພະ​ຈິກ 2000 ສູງ 167 ຊັງຕີແມັດ ແລະ ນ້ຳໜັກ 58 ກິໂລກຣາມ ເກີດທີ່ບ້ານນາແກ ນະ​ຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນລູກຊາຍຂອງ ທ່ານ ບຸນກອງ ແລະ ທ່ານ ນາງ ບຸນລັບ ມີນ້ອງຊາຍ 1 ຄົນ. ບຸນພະຈັນ ເລີ່ມຫຼິ້ນກີລາເຕະບານມາຕັ້ງແຕ່ນ້ອຍໃນສະໄໝຮຽນປະຖົມ ດ້ວຍໃຈອັນຮັກມັກ ແລະ ຕິດພັນກັບກີລາຊະນິດນີ້ ເນື່ອງຈາກຜູ້ເປັນພໍ່ເຄີຍຫຼິ້ນມາກ່ອນ, ບຸນພະຈັນ ເປັນ​ນັກເຕະອາຍຸນ້ອຍທີ່ສຸດພຽງ 15 ປີໃນບານເຕະລາວພຣີເມຍລີກ ໂດຍເລີ່ມຕົ້ນຫຼິ້ນໃຫ້ກັບຊຸດເຍົາວະຊົນຂອງ ສະຫວັນ ເອັ​ຟ​ຊີ ໂດຍຄູຝຶກຂອງ ສະຫວັນ ເອຟຊີ ເຫັນແວວ ໄດ້ໃຫ້ໂອກາດຜູ້ກ່ຽວເຂົ້າມາທົດລອງຫຼິ້ນໃນຊຸດໃຫຍ່ລົງສະໜາມນັດທໍາອິດນັດທີ່ພົບກັບ ຊ້າງນ້ອຍໃນປີ 2015 ແລະໃນເວລາຕໍ່ມາຜູ້ກ່ຽວຍິງ​ 1 ປະ​ຕູ​ທຳ​ອິດໄດ້ໃນນັດທີ່​ ສະ​ຫວັນ ຢູ​ໄນ​ເຕັດ ພົບ ທີມ​ໄຟ​ຟ້າ​ລາວ.
ບຸນ​ພະ​ຈັນ ບຸນກອງ ເຄີຍເຂົ້າຮວ່ມ​ເປັນ​ນັກ​ກິ​ລາຂອງສູນຝຶກ(Academe)ສະຫວັນນະເຂດ,ສູນຝຶກລັດຕະນະວົງທ່ອງທ່ຽວ,ສູນຝຶກຟຸກໂມບາຍ,ສູນຝຶກບ້ານນາແກ ແລະ ເຄີຍ​ຫລິ້ນ​ໃຫ້​ກັບ ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ, ຕິດທີມ​ຊາດ​ລາວ ໃນ​ແຕ່​ລະ​ຮຸ່ນ​ອາ​ຍຸ​ນັບ​ຕັ້ງ​ແຕ່ U16, U18, U19, U21, U23 ແລະ ຕິດ​ທີມ​ຊາດ​ລາ​ວ​ຊຸດ​ໃຫຍ່​ໃນ​ປີ 2018.ສຳ​ລັບ​ຜົນ​ງານ​ທີ່​ຫລິ້ນ​ໃຫ້​ກັບຊ້າງ​ນ້ອຍ ແມ່ນ​ສາ​ມາດ​ຄວ້າ​ແຊ້ມ 4 ລາຍ​ການ​ຄື: ເປບ​ຊີ ລາວ​ລີກ 1 ໃນ​ປີ 2022, 2023, ການ​ແຂ່ງ​ຂັນ​ບານ​ເຕະຊີງ​ຂັນ ສ​ຕ​ລ ໃນ​ປີ 2020 ແລະ ປີ 2022.ບຸນ​ພະ​ຈັນ ບຸນກອງເປັນນັກກິລາທີ່ຖະນັດຫຼີ້ນໃນກອງກາງແລະກອງໜ້າ.
ຄະນະສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຊົມເຊີຍແລະ​​ອວຍ​ພອນໃຫ້ບຸນ​ພ​ະ​ຈັນ ບຸນກອງ ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ເປັນ​ນັກ​ກິ​ລາ​ຄົນ​ລາວ​ຜູ້ທຳ​ອິດ​ທີ່​ໄດ້​ຫລິ້ນ​ໃຫ້​ກັບສະ​ໂມ​ສອນອາ​ຊີບ​ໃນ​ລີກຂອງ​ປະ​ເທດ​ກຳ​ປູ​ເຈຍໃນຄັ້ງນີ້ດວ້ຍ.
News Cover

ສຕລ ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ3ຢູ່ຈຳປາສັກ

15/07/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບອຳນາດການປົກຄອງແຂວງຈຳປາສັກໄດ້ຈັດພິທີເປີດສູນ ຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ 3 ຂຶ້ນທີ່ແຂວງຈໍາປາສັກໃນຕອນເຊົ້າ ວັນທີ 15 ກໍລະກົດ 2023,ເຊິ່ງໄດ້ຈັດຂື້ນຢ່າງເປັນທາງການທີ່ສະໜາມກິລາບານເຕະຫຼັກ2 ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ປະດິດ ວັນນະ ລັດສະໝີ ປະທານ ກວດກາພັກ-ລັດແຂວງ,ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ໂດຍມີທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະ ແຂວງ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ພ້ອມດ້ວຍຄະນະຄູຝຶກ ສຕລ, ສຕຂ,ນັກກິລາເຍົາ ວະຊົນແລະ ພໍ່ແມ່ຜູ້ປົກຄອງນັກກິລາແຂວງເຂົ້າຮ່ວມ.

ໃນພິທີ,ທ່ານ ປະດິດ ວັນນະລັດສະໝີລາຍງານໃຫ້ຮູ້ວ່າ:ສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາທີ່ແຂວງຈໍາປາສັກປະກອບມີຄະນະຊີ້ນໍາ 5ທ່ານ, ຄູຝຶກ21ທ່ານ, ໂຄງການດັ່ງກ່າວແມ່ນເລີ່ມຝຶກແອບມາແຕ່ວັນທີ 22 ເມສາ ຫາ 9 ກໍລະກົດ 2023 ໂດຍມີນັກ ກິລາ 5 ຮຸ່ນເຂົ້າຮວ່ມຄືຮຸ່ນອາຍຸບໍ່ເກີນ6ປີ(U6), U8, U10, U12 ແລະ U15, ມີນັກກິລາເຂົ້າຮ່ວມຝຶກແອບສະເລ່ຍ 160 ຄົນແລະ ຝຶກແອບສະເພາະວັນເສົາ-ອາທິດ ເລີ່ມແຕ່ເວລາ 7:30 ຫາ 9:30ມ ໂດຍແມ່ນ ສຕລ ເປັນຜູ້ກຳນົດຫຼັກສູດການຝຶກສອນໃຫ້ໃນແຕ່ລະອາທິດ.ໂຄງການນີ້ແມ່ນພາຍໃຕ້ການສະໜັບສະໜູນ ຈາກໂຄງການພັດທະນາຄວາມອາດສາມາດ ຂອງສະຫະພັນບານເຕະນາໆຊາດ (FIFA Talent Development Scheme).

ມາຮອດປັດຈຸບັນ,ສຕລ ໄດ້ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາມາແລ້ວ3ແຫ່ງຄືແຫ່ງທີ1ຢູ່ນະຄອນຫຼວງວຽງຈັນ,ແຫ່ງທີ2ແຂວງຫຼວງພະບາງແລະແຫ່ງທີ3ຢູ່ແຂວງຈຳປາສັກແລະແຫ່ງທີ4ກໍຈະຈັດພິທີເປີດຂື້ນໃນໄວໆນີ້.

#FIFATalentDevelopmentScheme

#ChampiChampaFootballTrainingCenter

News Cover

ມຕ ເຊນ້ອຍຊະນະເລີດການແຂ່ງຂັນບານເຕະນັກຮຽນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2023

12/07/2023

ໂຮງຮຽນມັດທະຍົມຕົ້ນເຊນ້ອຍໄດ້ຊະນະເລີດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕົ້ນຊິງຂັນທ່ານເຈົ້າແຂວງເຊກອງ ປະຈຳປີ 2023,ເຊິ່ງພິທີປິດການແຂ່ງຂັນແລະມອບຂັນລາງວັນໄດ້ຈັດຂື້ນໃນວັນ​ທີ 11 ກໍ​ລະ​ກົດ 2023 ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ເຊກອງ.

ການແຂ່ງຂັນດັ່ງກ່າວໄດ້ເລີ່ມມາແຕ່ວັນທີ 19 ພຶດ​ມິ​ຖຸ​ນາ 2023 ໂດຍມີ5ທີມເຂົ້າຮ່ວມຄື:

1. ໂຮງຮຽນ ມຕ ເຊ​ນ້ອຍ

2. ໂຮງຮຽນ ມ​ຕ ຫົວ​ເມືອງ

3. ໂຮງຮຽນ ມ​ຕ ອົງ​ແກ້ວ

4. ໂຮງຮຽນ ມ​ຕ ຊົນ​ເຜົ່າ

5. ໂຮງຮຽນ ​ມ​ຕ ລາວ - ຫວຽດ

ລະ​ບຽບ​ການ​ແຂ່ງ​ຂັນ​ແມ່ນ​ແຂ່ງ​ຂັນ​ແບບ​ພົບ​ກັນ​ຫມົດ​,ທີມ​ໃດ​ມີ​ຄະ​ແນນ​ຫລາຍ​ ແມ່ນ​ຄວ້າ​ແຊ້ມ​ການ​ແຂ່ງ​ຂັນ

ສະ​ຫລຸບ​ຜົນ​ການ​ແຂ່ງ​ຂັນ​ມີ​ດັ່ງ​ນີ້:

- ລາງວັນຊະນະເລີດໄດ້ແກ່ທີມ ໂຮງຮຽນ ມຕ ເຊ​ນ້ອຍ ໄດ້​ຮັບ​ຂັນ​ ແລະ ເງິນລາງວັນ 3,000,000 ກີບ.

- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມ​ຕ ອົງ​ແກ້ວ ໄດ້​ຮັບເງິນລາງວັນ 1,500,000 ກີບ.

- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ໂຮງຮຽນ ມ​ຕ ຊົນ​ເຜົ່າ ໄດ້​ຮັບເງິນລາງວັນ 800,000 ກີບ.

ການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ພາບ ແລະ ຂໍ້​ມູນ: ສະ​ຫະ​ພັນ​ບານ​ເຕະ​ແຂວງ​ເຊກອງ

News Cover

ເທີມ​ທີ 2 ສູນ​ພັດ​ທະ​ນຳ​ຈ​ຳ​ປີ - ຈຳ​ປີ ແມ່ນ​ໄດ້​ເລີ້ມ​ຂຶ້ນ​ອາ​ທິດ​ຜ່ານ​ມາ

11/07/2023

ການຝຶກ​ຊ້ອມ​ຢູ່​ທີ່ ສູນພັດທະນາກິລາບານເຕະຈຳປີ-ຈຳປາ CHAMPI-CHAMPAFOOTBALL TRAINING CENTER ເຊິ່ງເປັນການເປີດເທີມ 2 ຂອງ ປີ 2023 ແມ່ນ​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ ແລະ ວັນ​ອາ​ທິດ 8-9 ກ​ໍ​ລະ​ກົດ 2023 ທີ່​ຜ່ານ​ມາ.ສຳ​ລັບ​ເທີມ​ໃຫມ່ມີນ້ອງໆມາສະຫມັກ 150 ກວ່າຄົນ.

ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16) ຕິດ​ຕໍ່​ລົງ​ທະ​ບຽນ: 02052213030, 02097744940

News Cover

ບັນດາສະໂມສອນລາວລີກ 1 ເຂົ້າຮ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024.

11/07/2023

ຕອນເຊົ້າວັນທີ 11 ກໍລະກົດ 2023 ຜູ້ບໍລິຫານສະໂມສອນລາວລີກ 1 ເຂົ້າຣ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024 ໂດຍມີ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ.

News Cover

ລາວລີກ 2 ແຂວງຊຽງຂວາງ ທັງ3ທິມມີສິດໄດ້ແຊ້ມ

11/07/2023

ມາຮອດປະຈຸບັນ,ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຊຽງຂວາງໄດ້ແຂ່ງຂັນມາຮອດອາທິດທີ 9 ແລ້ວ ແລະຍັງເຫລືອນັດສຸດທ້າຍ ເຊິ່ງສະໂມສອນບານເຕະ ທະວີໂຊກ ຍັງຢູ່ອັນດັບ 1 ແຂ່ງ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20 ຄະແນນ, ອັນດັບ 2 ສະໂມສອນ ປກສ ແຂວງ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 4 ນັດ ເສຍ 0 ນັດ ມີ 19 ຄະແນນ, ອັນດັບ 3 ສະໂມສອນ ອາລີວັນ ແຟມມິລີ່ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ເຮັດໃຫ້ທັງ 3 ທີມມີຄະແນນຫ່າງກັນພຽງເລັກໜ້ອຍແລະແຕ່ລະທິມກໍມີສິດໄດ້ແຊັມເຊ່ນດຽວກັນ,ຖ້າກໍລະນີທີມໃດທີມໜຶ່ງເສຍໃນນັດສຸດທ້າຍ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປມີດັ່ງນີ້.

ວັນທີ 14 /07/2023 ສະໂມສອນບານເຕະ ເມືອງຜາໄຊ ພົບ ສະໂມສອນບານເຕະ ສະມາຄົມຫວຽດ ເວລາ: 3:30 ທີ່ສະໜາມກິລາແຂວງຊຽງຂວາງ.

ວັນທີ 19/07/2023 ສະໂມສອນບານເຕະ ທະວີໂຊກ ພົບ ສະໂມສອນບານເຕະ ກອງທັບ ແຂວງ ເວລາ: 13:00 ທີ່ ສະໜາມກິລາ ແຂວງ ຊຽງຂວາງ ແລະ ເວລາ: 15:30 ສະໂມສອນບານເຕະ ປກສ ແຂວງ ພົບ ສະໂມສອນບານເຕະອາລິວັນແຟມມິລີ ທີ່ສະໜາມກິລາແຂວງ ຊຽງຂວາງ.

ທ່ານສາມາດຕິດຕາມຜົນການແຂ່ງຂັນໄດ້ທີ່ທາງ ເພຈ: ສະຫະພັນບານເຕະ ແຂວງ ຊຽງຂວາງ, ເພຈ: ລາວລີກ2 ແລະ ເພຈ: ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 )

11/07/2023

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 ) 

 

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີການຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C”(LFF/AFC ”C” Diploma Coaching Course) 2023 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 6 ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸນ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກສອນທັງເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “C” (Coaching Course)ເຂົ້າຮ່ວມ.

ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ໂດຍມີນັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 24 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນ ທີ່ເປັນຄົນລາວ 18 ທ່ານເຂົ້າຮວ່ມ.ການຮຽນຄູຝຶກກິລາບານເຕະລະດັບ ”C” ໄດ້ແບ່ງເປັນ 2 ໄລຍະໃນການຮຽນຄືໄລຍະທີ່ 1 ແມ່ນເລີ່ມແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ແມ່ນເລີ່ມ ວັນທີ 21-25 ສິງຫາ 2023.

ການຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C” ໃນຄັ້ງນີ້ນັບເປັນບາດກ້າວໃໝ່ ແລະເປັນຄັ້ງທໍາອິດຂອງທ່ານ ວົງມີໄຊ ສຸບົວຄຳຮັບໜ້າທີ່ເປັນຄູຝືກສອນ ທັງເປັນວິທະຍາກອນຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊີ.

#LaoFootballFederation

#coachingCourse

#LFFTechnical

#LFFAFCCDIPLOMACOACHINGCOURSE