News
News Cover

ບານໂລກ2026 ຮອບຄັດເລືອກ ທີມຊາດລາວ ພົບ ທີມຊາດເນປານ

27/07/2023

ວັນທີ 27 ກໍລະກົດ 2023 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນ​ອາ​ຊີ (FIFA World Cup 2026 Preliminary Joint Qualification R1)ໂດຍຜົນການຈັບສະຫລາກ ທີມຊາດ ເນປານ ພົບ ທີມຊາດລາວ.ສວ່ນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ ແລະ 17 ຕຸລາ 2023 ນີ້.
ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2.
ຖ້າ​ຫາກ ລາວ ຫລື ເນ​ປານ ທີມ​ໃດ​ຊະ​ນະ ແມ່ນ​ຈະ​ຜ່ານ​ເຂົ້າ​ສູ່​ຮອບ​ທີ 2 ເຊິ່ງ​ຜົນ​ການ​ຈັບ​ສະ​ຫລາກ​ແມ່ນ ຢູ່​ຮ່ວມ​ກຸ່ມ H ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ, ບາ​ເຣນ, ເຢ​ເມນ ຫລື ສີ​ລັງ​ກາ.

News Cover

ບໍລິສັດວັນນະແສງຂຶ້ນເປັນທີມນຳຄະແນນລາວລີກ 2 ແຂວງບໍລິຄຳໄຊ

25/07/2023

ຜົນການ​ແຂ່ງ​ຂັນ​ບານ​ເຕະ​ລາວ​ລີກ 2 ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ອາ​ທິດ​ທີ 6 ​ຜ່ານ​ມາ ເມືອງ​ບໍ​ລິ​ຄັນ ສະ​ເຫມີ ທະ​ຫານ​ແຂວງ 3-3, ບໍ​ລິ​ຄຳ​ໄຊ ສະ​ເຫມີ ສະ​ມາ​ຄົມ​ເຂີຍ​ຫຼັກ 4 2-2 ແລະ ບໍ​ລິ​ສັດ ວັນ​ນະ​ແສງເອົາຊະນະໂຈ​ - ເຈ ຟາມ 2-0. ສະ​ຫລຸບ​ຕາ​ຕະ​ລາງ ຄະ​ແນນ ການ​ແຂ່ງ​ຂັນ​ບານ​ເຕະ ລາວ​ລີກ 2 ແຂວງບໍ​ລິ​ຄຳ​ໄຊ ອັນ​ດັບ 1 ບໍ​ລິ​ສັດ ວັນ​ນະ​ແສງ ລົງ​ສະ​ຫນາມ 6 ນັດ ຊະ​ນະ 5 ນັດ ສະ​ເຫມີ 1 ນັດ ມີ 16 ຄະ​ແນນ, ອັນ​ດັບ 2 ທະ​ຫານ​ແຂວງ ລົງ​ສະ​ຫນາມ 6 ນັດ ຊະ​ນະ 4 ນັດ ສະ​ເຫມີ 2 ນັດ ມີ 14 ຄະ​ແນນ, ອັນ​ດັບ 3 ບໍ​ລິ​ຄຳ​ໄຊ ລົງ​ສະ​ຫນາມ 6 ນັດ ຊະ​ນະ 2 ນັດ ສະ​ເໝີ 2 ນັດມີ 8 ຄະແນນ, ອັນ​ດັບ 4 ໂຈ-ຈາມ ຟາມ ລົງ​ສະ​ຫນາມ 6 ນັດ ຊະ​ນະ 2 ນັດ ສະ​ເຫມີ 1 ນັດ ເສຍ 3 ນັດ ມີ 7 ຄະ​ແນນ, ອັນ​ດັບ 5 ສະ​ມ​າ​ຄົມ ເຂີ​ຍ​ຫຼັກ 4 ລົງ​ສະ​ຫນາມ 6 ນັດ ຊະ​ນະ 1 ນັດ ສະ​ເຫມີ 1 ນັດ ເສຍ 4 ນັດ​ ມີ 4 ຄະ​ແນນ ແລະ ອັນ​ດັບ ສຸດ​ທ້າຍ ເມືອງ​ບໍ​ລິ​ຄັນ ລົງ​ສະ​ຫນາມ 6 ນັດ ສະ​ເຫມີ 1 ນັດ ເສຍ 5 ນັດ ມີ 1 ຄະ​ແນນ.

ສຳ​ລັບ​ຕາ​ຕະ​ລາງການ​ແຂ່ງ​ຂັນ​ໃນ​ອາ​ທິດ​ທີ 7 ແຂ່ງ​ຂັນ​ວັນ​ເສົາ 29 ກໍ​ລະ​ກົດ 2023 ເວ​ລາ 09:00ມ ບໍ​ລິ​ຄຳ​ໄຊ ພົບ ໂຈ​ - ເຈ ຟາມ, ເວ​ລາ 13:00ມ ທະ​ຫານ​ແຂວງ ພົບ ບໍ​ລິ​ສັດ ວັນ​ນະ​ແສງ ແລະ ເວ​ລາ 15:00ມ ບໍ​ລິ​ຄັນ ພົບ ສະ​ມ​າ​ຄົມ​ເຂີຍ​ຫຼັກ 4 ທຸກໆ​ຄູ່​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມກິ​ລາ ມ​ສ ສີ​ທ່າ​ນາ​ໄຊ ສາ​ມາດ​ຕິດ​ຕາມ​ຮັບ​ຊົມ​ການ​ແຂ່ງ​ຂັນ​ໄດ້​ເຂົ້າ​ຊົມບໍ່ເສຍຄ່າ(​Free) ຫລື ຮັບ​ຊົມ​ການ​ຖ່າຍ​ທອດ​ສົດ​ຜ່ານ​ທາງ​ເຟ​ສ​ບຸກ Bolikhamxay League 2.

News Cover

ປກສ ແຂວງຂຶ້ນເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ

25/07/2023

ຜົນການ​ແຂ່ງ​ຂັນ​ບານ​ເຕະ​ລາວ​ລີກ2ແຂວງ​ຫຼວງ​ນ້ຳ​ທາໃນ​ອາ​ທິດ​ທີ5ທີ່​ຜ່ານ​ມາເອັມ​ເອ​ສ​ສະ​ປອດສະ​ເຫມີເດີ​ຄິງອີ​ໂວ້0-0,ນ້ຳ​ທາສະ​ເຫມີປກ​ສແຂວງ2-2ແລະທະຫານ​ແຂວງສະເໝີເມືອງສິງ1-1.
ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນການ​ແຂ່ງ​ຂັນ​ບານ​ເຕະລາວ​ລີກ2ແຂວງຫຼວງ​ນ້ຳ​ທາອັນ​ດັບ1ປກ​ສແຂວງລົງ​ສະ​ຫນາມ5ນັດຊະ​ນະ4ນັດສະ​ເຫມີ1ນັດມີ13ຄະ​ແນນ,ອັນ​ດັບ2ນ້ຳ​ທາລົງ​ສະ​ຫນາມ5ນັດຊະ​ນະ2ນັດສະ​ເຫມີ2ນັດເສຍ1ນັດມີ8ຄະ​ແນນ,ອັນ​ດັບ3ເດີ​ຄິງ​ອີ​ໂວ້ລົງ​ສະ​ຫນາມ5ນັດຊະ​ນະ2ນັດສະ​ເຫມີ1ນັດເສຍ2ນັດມີ7ຄະ​ແນນ,ອັນ​ດັບ4ເອັມ​ເອ​ສ​ສະ​ປອດລົງ​ສະ​ຫນ​າມ5ນັດຊະ​ນະ1ນັດສະ​ເຫມີ3ນັດເສຍ1ນັດມີ6ຄະ​ແນນ,ອັນ​ດັບ5ທະ​ຫານ​ແຂວງລົງ​ສະ​ຫນາມ5ນັດຊະ​ນະ1ນັດສະ​ເຫມີ2ນັດເສຍ2ນັດມີ5ຄະ​ແນນແລະອັນ​ດັບສຸດ​ທ້າຍເມືອງ​ສິງລົງ​ສະ​ຫນາມ5ນັດສະ​ເຫມີ1ນັດເສຍ4ນັດມີ1ຄະ​ແນນ.
ໃນຂະ​ນະທີ່​ຜູ້​ຍິງ​ປະ​ຕູ​ສູງ​ສຸດອັນ​ດັບ1ແມ່ນເບີ10ບຸນ​ຄຳອຸ່ນ​ລະ​ສິດຈາກນ້ຳ​ທາຍິງ​ໄດ້8ປະ​ຕູ,ອັນ​ດັບ2ເບີ7ສຸ​ພາ​ທອງພອນສາ​ລີ​ຈາກປກ​ສແຂວງຍິງ​ໄດ້4ປະ​ຕູ,ອັນ​ດັບ3ມີ2ຄົນເບີ10ສຸກ​ແກ້ວ​ສັກຈາກເອັມ​ເອ​ສ​ສະ​ປອດ​ແລະເບີ77ສິງ​ທາຈາກເມືອງ​ສິງຍິງ​ໄດ້3ປະ​ຕູ.
ສຳ​ລັບ​ຕາ​ຕະ​ລາງການ​ແຂ່ງ​ຂັນ​ໃນ​ຮອບ​ຂາ​ກັບຈະ​ມີ​ຂຶ້ນ​ວັນ​ທີ28ກໍ​ລະ​ກົດ2023ເວ​ລ​າ16:00ມເອັມ​ເອ​ສ​ສະ​ປອດ​ພົບ​ເມືອງ​ສິງ,ວັນ​ທີ29ກໍ​ລະ​ກົດ2023ເວ​ລາ09:00ມປກ​ສແຂວງພົບເດີ​ຄິງ​ອີ​ໂວ້,ເວ​ລາ16:00ມທະ​ຫານ​ແຂວງພົບນ້ຳ​ທາທຸກໆ​ຄູ່​ແມ່ນ​ແຂ່ງ​ຂັນ​ຢູ່​ສະ​ຫນາມ​ກິ​ລາ​ແຂວງ​ຫຼວງ​ນ້ຳ​ທາສາ​ມາດ​ຕິດ​ຕາມ​ຮັບ​ຊົມ​ການ​ແຂ່ງ​ຂັນ​ໄດ້​ເຂົ້າ​ຊົມບໍ່ເສຍຄ່າ(​Free)ຫລືຮັບ​ຊົມ​ການ​ຖ່າຍ​ທອດ​ສົດ​ຜ່ານ​ທາງ​ເຟ​ສ​ບຸກLUANGNAMTHA LEAGUE.

News Cover

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວU23 ກ່ອນອອກເດີນທາງຝຶກຊ້ອມທີ່ໄທ

25/07/2023

ທ່ານ ຄຳ​ໄພ່ ປ​ຣະ​ເສີດ ຮອງ​ປະ​ທານ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ(ສຕລ) ທັງ​ເປັນ​ຄະ​ນະ​ນຳ​ທີມ​ຊາດ​ລາວU23ໄດ້​ໂອ້​ລົມ​ຕໍ່ຄະ​ນະ​ຄູ​ຝຶກ,ນັກ​ກິ​ລາ ທີມ​ຊາດ​ລາ​ວU23ໃນວັນ​ທີ 25 ກໍ​ລະ​ກົດ 2023 ຢູ່​ທີ່ຫ້ອງ​ປະ​ຊຸມສູນ​ຝຶກ ສະ​ຫນາມ​ກິ​ລາ​ແຫ່ງ​ຊາດ​ຫຼັກ 16,ກ່ອນເດີນທາງໄປຝຶກ​ຊ້ອມ​ຢູ່​ແຂວງ​ຫນອງ​ບົວ​ລຳ​ພູ,ມະ​ຫາ​ສາ​ລະ​ຄາມ ແລະ​ຂອນ​ແກ່ນປະ​ເທດ​ໄທລະ​ຫວ່າງວັນ​ທີ 26 ກໍ​ລະ​ກົດ ຫາ 04 ສິງ​ຫາ 2023.

ໃນການໂອ້ລົມທ່ານ ຄຳ​ໄພ່ ປ​ຣະ​ເສີດໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມເຂົ້້າສູ່ການແຂ່ງຂັນ100%ແລະຮຽກ​ຮ້ອງ​ໃຫ້ບັນ​ດາ​ນັກ​ກິ​ລາ​ຈົ່ງ​ມີ​ຄວາມ​ສາ​ມັກ​ຄີ,ນັບ​ຖື​ກົດ​ລະ​ບຽບ​ໃນ​ເວ​ລາ​ເກັບ​ຕົວ​ຝຶກ​ຊ້ອ​ມ ແລະ ຕັ້ງ​ໃຈ​ໃນ​ການ​ຝຶກ​ຊ້ອມ ເພື່ອ​ກະ​ກຽມ​ເຂົ້າ​ຮ່ວມ ​ການແຂ່ງ​ຂັນ​ບານ​ເຕະຊາ​ຍ ຊີງ​ແຊ້ມ​ອາ​ຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 23 ປີ ປະ​ຈຳ​ປີ 2023 (AFF U23 CHAMPIONSHIP 2023) ຢູ່​ທີ່ແຂວງ​ຣະ​ຢອງ ​ປະ​ເທດ​ໄທໃຫ້ໄດ້ຕາມຈຸດປະສົງແລະແຜນການທີ່ວາງໄວ້.

ສຳລັບລາຍຊື່ນັກກິລາທີ່​ຈະ​ເດີນ​ທາງ​ເກັບ​ຕົວ​ຝຶກ​ຊ້ອມ​ຄັ້ງນີ້,ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູ​ຝຶກທີ​ມ​ຊາດ​ລາວU23ໄດ້ຄັດເລືອກ​ເອົາ27 ຄົນ​ມີດັ່ງ​​ນີ້:
+ ຜູ້​ຮັກ​ສາ​ປະ​ຕູ

1. ອານຸລັກ ວິລະຜົນ ຈາກ ສະໂມສອນກິ​ລາ​ບານ​ເຕະ ມາສເຕີ້ ເຊເວັ້ນ
2. ກົບ ໂລກພະທິບ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
3. ຊະນະໄຊ ສອນທະວົງ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະເມືອງ​ຫາດ (ລີກ 2 ນະ​ຄອນ​ຫຼວງ)

+ ກອງ​ຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
5. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິ​ລາ​ບານ​ເຕະ ມາສເຕີ້ ເຊເວັ້ນ
6. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິ​ລາ​ບານ​ເຕະ ມາສເຕີ້ ເຊເວັ້ນ
7. ທິລະພົນ ປະຖຳມະວົງ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ນ້ຳ​ທາ
8.
ອາລິຍາກອນ ຟອງສະຫວັນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອັສທີທີ (ລີກ 2 ນະ​ຄອນ​ຫຼວງ)
9.
ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິ​ລາ​ບານ​ເຕະ ເມືອງຫາດ (ລີກ 2 ນະ​ຄອນ​ຫຼວງ)
10. ອານຸລັກ ວັນນະລາດ ຈາກ ສະໂມສອນກິ​ລາ​ບານ​ເຕະ ຈັນທະບູລີ (ລີກ 2 ນະ​ຄອນ​ຫຼວງ)
11. ອິນທະຈັກ ສີສຸພັນ ຈາກ ສະ​ໂມ​ສອນ ກິ​ລາ​ບານ​ເຕະ ຫຼວງ​ພະ​ບາງ
12.
ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິ​ລາ​ບານ​ເຕະ ຫລວງພະບາງ
13. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະ​ໂມ​ສອນກິ​ລາ​ບາ​ນ​ເຕະ SCSELONGEY ( ລີກ 3 ປະ​ເທດ​ຝ​ຣັ່ງ )


+ ກອງ​ກາງ

14.
ຈັນທະວີໄຊ ຂຸນທຸມພອນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
15. ດາໝົດ ທອງຄໍາສະຫວັດ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
16. ອານຸສອນ ໄຊປັນຍາ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
17. ຈັນທະວີພອນ ພູມສະຫວັນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ນ້ຳ​ທາ
18. ອານຸລັກ ໄຊຍະລາດ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ນ້ຳ​ທາ
19. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງ​ຫນ້າ
20. ພຸດທະຈັກ ວົງສິຣິ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເມືອງ​ຫາດ ( ລີກ 2 ນະ​ຄອນ​ຫຼວງ )
21. ນິກໂກ້ ອານຸສອນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອັສທີທີ ( ລີກ 2 ນະ​ຄອນ​ຫຼວງ )
22. ພົມມາ ໂຄດພູທອນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອັສທີທີ ( ລີກ 2 ນະ​ຄອນ​ຫຼວງ )
23.
ອາທິດ ຫຼວງລາດ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເອສະຣາ
24.
ຍອດຊາຍ ສາຍອໍາພອນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເມືອງ​ຫາດ ( ລີກ 2 ນະ​ຄອນ​ຫຼວງ )
2
5. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະ​ໂມ​ສອນ​ກິ​ລາ​ບານ​ເຕະ ກອງ​ທັບ
2
6 ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິ​ລາ​ບານ​ເຕະ ມາສເຕີ້ ເຊເວັ້ນ
2
7. ທິບພະຈັນ ຄຳໃບອ່ອນ ຈາກ ສະ​ໂມ​ສອນກິ​ລາ​ບານ​ເຕະ ເມືອງ​ຫາດ ( ລີກ 2 ນະ​ຄອນ​ຫຼວງ )
ສຳ​ລັບ​ການ​ເດີນ​ທາງ​ຝຶກ​ຊ້ອມ​ ທີ່​ປະ​ເທດ​ໄທ ທີ​ມ​ຊາດ​ລາວU23 ແມ່ນ​ຈະ​ອອກ​ເດີນ​ທາງ​ໃນ​ຕອນ​ເຊົ້າ​ ວັນ​ພຸດ 26 ກໍ​ລະ​ກົດ 2023.

News Cover

ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ

24/07/2023
ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 15 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ LFF U-15 CHAMPIONSHIP
- 2018 ສະ​ໂມ​ສອນ​ກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2019 ສະ​ໂມ​ສອນກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2022 ສ​ະ​ໂມ​ສອນກິ​ລາ​ບານ​ເຕະ ຈຳ​ປາ​ສັກ
ປີ 2023 ? ຄິດ​ວ່າ​ທີມ​ໃດ​ຈະ​ເປັນ​ແຊ້ມ 8 ທີມ ເປບ​ຊີ​ ລາວ​ລີກ 1
1. ຊ້າງ​ນ້ອຍ
2 . ມາ​ສ​ເຕີ້​ ເຊ​ເວັ້ນ
3. ກອ​ງ​ທັບ
4. ຫຼວງ​ພະ​ບາງ
5. ຈ​ຳ​ປາ​ສັກ
6. ວຽງ​ຈັນ
7. ນ້ຳ​ທາ
8. ເອ​ສະ​ຣາ
ພົບ​ກັນ​ໃນ​ໄວໆ​ນີ້

News Cover

ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ

24/07/2023
ສ​ະ​ຖິ​ຕິ ທີມ​ທີ່​ເປັນ​ແຊ້ມ ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 18 ປີ ຊີງ​ຂັນ ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ LFF U-18 CHAMPIONSHIP
- 2018 ສະ​ໂມ​ສອນ​ກິ​ລາ​ບານ​ເຕະ ດີ​ເຄ
- 2019 ສະ​ໂມ​ສອນກິ​ລາ​ບານ​ເຕະ ເອ​ສະ​ຣາ
- 2022 ສ​ະ​ໂມ​ສອນກິ​ລາ​ບານ​ເຕະ ຫຼວງ​ພະ​ບາງ
ປີ 2023 ? ຄິດ​ວ່າ​ທີມ​ໃດ​ຈະ​ເປັນ​ແຊ້ມ 8 ທີມ ເປບ​ຊີ​ ລາວ​ລີກ 1
1. ຊ້າງ​ນ້ອຍ
2 . ມາ​ສ​ເຕີ້​ ເຊ​ເວັ້ນ
3. ກອ​ງ​ທັບ
4. ຫຼວງ​ພະ​ບາງ
5. ຈ​ຳ​ປາ​ສັກ
6. ວຽງ​ຈັນ
7. ນ້ຳ​ທາ
8. ເອ​ສະ​ຣາ
ພົບ​ກັນ​ໃນ​ໄວໆ​ນີ້
News Cover

ອານັນ ອາໄຫລ່ເປັນທີມນຳຄະແນນການແຂ່ງຂັນບານເຕະລາວລີກ 2 ແຂວງສະຫວັນນະເຂດ

24/07/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 7 ຮອບຂາກັບ ໃນອາທິດຜ່ານມາ ວັນເສົາ 22 ກໍ​ລະ​ກົດ 2023 ລີລາວະດີ ສອງຄອນ ເສຍ​ໃຫ້ ສະໂມສອນ ອານັນ ອາໄຫຼ່ 0-4, ໂພໄຊນ້ອຍ ເສຍ​ໃຫ້ ໄຮຢີນ້າ 0-1 ແລະ ວັນ​ອາ​ທິດ 23 ກໍ​ລະ​ກົດ 2023 ດາຣກວູຟ ຢູໄນເຕັດ ເສຍ​ໃຫ້ ສະຫວັນ ຢູໄນເຕັດ 1-4

ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ເປັນຂອງທີມອານັນ ອາໄຫຼ່ ລົງສະໜາມ 7 ນັດ ຊະນະ 5 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ 7 ນັດ ຊະນະ 4 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 14 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 2 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 7 ນັດ ຊະ​ນະ 1 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 4 ຄະແນນ. ສຳ​ລັບ​ຕາ​ຕ​ະ​ລາງ​ການ​ແຂ່ງ​ຂັນ​ໃນ​ວັນ​ເສົາ 29 ກໍ​ລະ​ກົດ 2023 ເວ​ລ 13:30 ຮາ​ຢີ​ນ້າ ພົບ ດາຣກວູຟ, ເວ​ລ​າ 16:00 ສະ​ຫວັນ​ ຢູ​ໄນ​ເຕັດ ພົບ ລີ​ລາ​ວະ​ດີ ສອງ​ຄອນ ແລະ ວັນ​ອາ​ທິດ 30 ກໍ​ລະ​ກົດ 2023 ເວ​ລາ 15:00 ໂພ​ໄຊ​ນ້ອຍ ພົບ ອາ​ນັນ ອາ​ໄຫ​ລ່ ​ໂດ​ຍ​ທຸກໆ​ຄູ່​ແມ່ນແຂ່​ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ສະ​ຫວັນ ເຂົ້າ​ຊົມບໍ່ເສຍຄ່າ(Free)​ ແລະ ສາ​ມາດ​ຕິດ​ຕາມ​ການ​ຖ່າຍ​ທອດ​ສົດ​ໄດ້​ທີ່​ເພ​ສ ສະ​ຫວັນ​ນະ​ເຂດ​ລີກ 2 - Savannakhet League 2.

News Cover

ທີມເຮັສບີທີ 941 ນຳໜ້າຄະແນນການແຂ່ງຂັນ ບານເຕະລາວລີກ 2 ນະຄອນຫຼວງວຽງຈັນ ຮອບຂາໄປ

24/07/2023

ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ໄດ້ດຳເນີນການແຂ່ງຂັນມາໄດ້ 13 ນັດ ເຊິ່ງ​ອາ​ທິດ​ຜ່ານ​ມາ​ (22-23 ກໍ​ລະ​ກົດ2023) ​ທີ່​ສະ​ໜາມ​ກິ​ລາ​ເຈົ້າ​ອາ​ນຸ​ວົງ,ໃນຮອບຂາໄປທີມເຮັ​ສ​ບີ​ທີ 941 ຊະ​ນະ ຄິງ​ດ້ອມ 6-3 ເຮັດໃຫ້ເຮັ​ສ​ບີ​ທີ 941ກາຍເປັນທີມນໍາໜ້າອັນດັບ1ໃນຕາຕະລາງການແຂ່ງຂັນດວ້ຍການລົງສະໜາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ມີ 29 ຄະແນນ.ໃນຂະນະທີ່ທີມທ​ຣີ​ນີ​ ເສຍ​ໃຫ້ ເຄ​ພີ​ເອັ​ສ 1-2, ເອັ​ສ​ອີ​ຊີ ເສຍ​ໃຫ້ ເມືອງ​ຫາດ 2-3, ໄອ​ສະ​ປອດ ສະ​ເຫມີ ຈັນ​ທະ​ບູ​ລີ 1-1, ຈັນ​ສີ ຊະ​ນະ ເຄ​ເອັ​ສ​ທີ 2-0, ເອັ​ສ​ທີ​ທີ ຊະ​ນະ ມ​ຊ 3-2.

ສະ​ຫລຸບ ຕາຕະລາງຄະແນນຮອ​ບ​ຂາ​ໄປອັນດັບໜຶ່ງ ເຮັ​ສ​ບີ​ທີ 941 ລົງສະຫນາມ 11 ນັດ ຊະນະ 9 ນັດ ສະເຫມີ 2 ມີ 29 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ມີ 25 ຄະແນນ, ອັນ​ດັບ 3 ເມືອງ​ຫາດ ລົງ​ສະ​ຫນາມ 11 ນັດ ຊະ​ນະ 6 ນັດ ສະ​ເຫມີ 3 ນັດ ເສຍ 2 ນັດ ມີ 21 ຄະ​ແນນ, ອັນ​ດັບ 4 ໄອ​ສະ​ປອດ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີ 5 ນັດ ເສຍ 1 ນັດ ມີ 20 ຄະ​ແນນ, ອັນ​ດັບ 5 ເຄ​ເອັມ​ທີ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີ 3 ນັດ ເສຍ 3 ນັດ ມີ 18 ຄະ​ແນນ, ອັນ​ດັບ 6 ມຊ​ ລົງ​ສະ​ຫນ​າມ 11 ນັດ ຊະ​ນະ 5 ນັດ ສະ​ເຫມີີ 2 ນັດ ເສຍ 4 ນັດ ມີ 17 ຄະ​ແນນ, ອັນ​ດັບ 7 ເອັ​ສ​ທີ​ທີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 4 ນັດ ສະ​ເຫມີ 4 ນັດ ເສຍ 3 ນັດ ມີ 16 ຄະ​ແນນ, ອັນ​ດັບ 8 ຈັນ​ສີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 3 ນັດ ເສຍ 8 ນັດ ມີ 9 ຄະ​ແນນ, ອັນ​ດັບ 10 ເອັ​ສ​ອີ​ຊີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ສະ​ເຫມີ 3 ນັດ ເສຍ 7 ນັດ ມີ 6 ຄະ​ແນນ, ອັນ​ດັບ 11 ທ​ຣີ​ນີ​ຕີ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ສະ​ເຫມີ 1 ນັດ ເສຍ 9 ນັດ ມີ 4 ຄະ​ແນນ ແລະ ອັນ​ດັບສຸດ​ທ້າຍ ເຄ​ພີ​ເອັ​ສ ລົງ​ສະ​ຫນາມ 11 ນັດ ຊະ​ນະ 1 ນັດ ເສຍ 10 ນັດ ມີ 3 ຄະ​ແນນ.

News Cover

ສໍາເລັດການອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023

23/07/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ໃນຕອນບ່າຍວັນທີ 23 ກໍລະກົດ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ -ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ.

ໃນໂອກາດນີ້ ທ່ານ ບຸນຍູ້ ສີສານ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການອົບຮົມຄັ້ງນີ້ແລະຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ພາຍຫຼັງສໍາເລັດການຝຶກອົບຮົມໄປແລ້ວ ໃຫ້ຕັ້ງໃຈນໍາເອົາບົດຮຽນຄວາມຮູ້ທີ່ໄດ້ຈາກການຮຽນຄັ້ງນີ້ໄປຜັນຂະຫຍາຍວຽກງານດັ່ງກ່າວຢ່າງເປັນຮູບປະທຳໃຫ້ມີຂະບວນການ, ຊ່ວຍກັນພັດທະນາສັງຄົມ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023,ເຊິ່ງມີນັກສຳມະກອນເຂົ້າຮວ່ມ19 ທ່ານໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ,ໃນນັ້ນມີການສອບເສັງພາກທິດສະດີແລະພາກປະຕິບັດຕົວຈິງ,ພາກລະ2ຄັ້ງ.

News Cover

ທິມທະຫານແຂວງຈຳປາສັກ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກ 2

22/07/2023

ທິມບານເຕະທະຫານແຂວງຈຳປາສັກ ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກຊິງຂັນທ່ານເຈົ້າແຂວງປະຈໍາປີ 2023,ເຊິ່ງພິທີມອບຂັນ,ລາງວັນແລະປິດການແຂ່ງຂັນໄດ້ຈັດຂື້ນໃນວັນເສົາທີ22 ກໍລະກົດ 2023 ນີ້ ພາຍຫຼັງການແຂ່ງຂັນໄດ້ດໍາເນີນມາແຕ່ວັນທີ 8 ເມສາ 2023 ທີ່ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ,ທ່ານ ທ່ານຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ, ບັນດາທ່ານການນໍາຂັ້ນສູງຂອງແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ, ຄະນະຈັດການແຂ່ງຂັນ, ແຂກຖືກເຊີນ, ນັກກິລາ ແລະ ແຟນບານ ເຂົ້າຮ່ວມຢ່າງຫຼວງຫຼາຍດວ້ຍບັນຍາກາດເບີກ ບານມວ່ນຊື່ນ.

ສະຫລຸບຜົນການແຂ່ງຂັນມີດັ່ງນີ້:

1. ທະຫານແຂວງຈຳປາສັກ ໄດ້ຮັບຂັນຊະນະເລີດແລະເງີນລາງວັນ 15 ລ້ານກີບ.

2. ລະບຽງພູ ໄດ້ຮັບເງິນ 7 ລ້ານກີບ.

3. ບາຈຽງ ໄດ້ຮັບເງິນ 5 ລ້ານກີບ.

ຂະນະທີ່ ລາງວັນຍິງປະຕູສູງສຸດເປັນຂອງ ທ້າວສີຄູນ ແສງສະຫວ່າງ ນັກກິລາສະໂມສອນກິລາບານເຕະລະບຽງພູ ໂດຍຍິງໄດ້ 13 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.

News Cover

Lao league 2 -Xiengkhuang Province - Thavisok FC -Champions 2023

19/07/2023
ສະໂມສອນກິລາບານເຕະທະວີໂຊກຊະນະເລີດກິລາບານເຕະລາວລີກ 2
ແຂວງຊຽງຂວາງ ປະຈໍາປີ 2023
ຜົນການແຂ່ງກິລາບານເຕະລາວລີກ2ແຂວງຊຽງຂວາງປະຈຳປີ 2023 ສະໂມສອນກິລາບານເຕະ ທະວີໂຊກໄດ້ຊະນະເລີດແລະກາຍເປັນແຊ້ມປະຈຳປີ2023 ຫຼັງເອົາຊະນະສະໂມສອນກິລາບານເຕະກອງທັບ ແຂວງ ໄປດ້ວຍປະຕູ 1-0 ໂດຍຄະແນນລວມທັງໝົດມີ 23 ຄະແນນ ຈາກການແຂ່ງຂັນ 10 ນັດ ຊະນະ 7 ນັດ ສະເໝີ 2 ນັດ ແລະ ເສຍ 1 ນັດ.
ພິທີມອບລາງວັນ ໃຫ້ກຽດເຂົ້າຮ່ວມໂດຍ: ທ່ານ ບົວເງິນ ຫຸມໄຊພອນ ຮອງເຈົ້າແຂວງ ຊຽງຂວາງ, ທ່ານ ຄຳໄພ ປະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມພອນ ສີອຳໄພ ປະທານ ສະຫະພັນບານເຕະ ແຂວງ ຊຽງຂວາງ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມໃນງານພິທີມອບຂັນຊະນະເລີດ.
ຕາຕະລາງຄະແນນ ລາວລີກ2 ແຂວງຊຽງຂວາງປະຈຳປີ 2023
1. ສະໂມສອນກິລາບານເຕະ ທະວີໂຊກ
2. ສະໂມສອນກິລາບານເຕະ ປກສ ແຂວງ
3. ສະໂມສອນກິລາບານເຕະ ອາລີວັນ ແຟມມິລີ
4. ສະໂມສອນກິລາບານເຕະ ກອງທັບ ແຂວງ
5. ສະໂມສອນກິລາບານເຕະ ເມືອງຜາໄຊ
6. ສະໂມສອນກິລາບານເຕະ ສະມາຄົມຫວຽດ
ຂໍສະແດງຄວາມຍິນດີກັບສະໂມສອນກິລາບານເຕະທະວີໂຊກທີ່ໄດ້ແຊັມກິລາບານເຕະລາວລີກ2ແຂວງຊຽງຂວາງປະຈໍາປີ 2023
News Cover

ສະຖາບັນກິລາ-ກາຍຍະກຳທັດສະນະສຶກສາ ແລະ ຢ້ຽມຢາມສຕລ

19/07/2023

ວັນທີ 19 ກໍລະກົດ 2022 ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ(ສຕລ),ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລານຳໂດຍທ່ານ ກິ່ງລັດຕະນະ ທອງສະຫມຸດ ຮອງຜູ້ອຳນວຍການສະຖາບັນດັ່ງກ່າວໄດ້ມາທັດສະນະສຶກສາແລະ ຢ້ຽມຢາມສຳນັກງານສຕລ,ໂດຍໄດ້ຮັບການຕ້ອນຮັບຈາກທ່ານຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ.

ທ່ານ ກິ່ງລັດຕະນະ ທອງສະຫມຸດໄດ້ລາຍໃຫ້ຮູ້ວ່າ:ເຂົ້າຮວ່ມໃນການມາຖອດຖອນບົດຮຽນໃນຄັ້ງນີ້ລວມມີຄູອາຈານ ແລະ ນັກສຶກສາ ລວມ30 ທ່ານທີ່ກຳລັງຮຽນປີ 2 ໃນລະບົບປະລິນຍາຕີວິຊາຊີບສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາວິທະຍາສາດການກິລາກ່ຽວກັບຄູຝຶກ, ສຳລັບຈຸດປະສົງໃນການມາຄັ້ງນີ້: 1. ແມ່ນຢາກໄດ້ຄວາມຮູ້ຈາກ ສະຫະພັນບານເຕະແຫງຊາດລາວ, 2. ຄວາມຊຳນິຊຳນານຂອງການເຮັດວຽກແລະ3. ວິທີການນຳໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ.ໃນພິທີຍັງໄດ້ເປີດໂອກາດໃຫ້ກັບນັກສຶກສາຖາມກ່ຽວກັບສຕລໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.

ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມລາຍງານຜົນງານການເຄື່ອນໄຫວຂອງສຕລໄລຍະຜ່ານມາແລະທ່ານໄດ້ກ່າວຕື່ມວ່າ:ໃນອະນາຄົດ ສຕລມີຄວາມຍິນດີທີ່ຈະຈັດການຝຶກອົບຮົມຄູຝຶກ,ກຳມະການຕັດສິນ,ວຽກງານຈັດການແຂ່ງຂັນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບກິລາບານເຕະໃຫ້ກັບສະຖາບັນກິລາ-ກາຍຍະກຳ.ທ່ານ ທະນົງຈິດ ວິລະສັກ ຮອງຫົວຫນ້າພະແນກຈັດການແຂ່ງຂັນກໍໄດ້ເຂົ້າຮວ່ມຕ້ອນຮັບແລະບັນລະຍາຍກະຕິກາແລະລະບຽບການແຂ່ງຂັນບານເຕະໃຫ້ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳ.