ປະກາດລາຍຊື່ນັກກິລາ ຄັດເລືອກ ທີມຊາດລາວU23 ກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນU23ປະຈຳປີ 2023
ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2
ຜົນການແຂ່ງຂັນບານເຕະລາວລີກ2ແຂວງຈຳປາສັກ ອາທິດທີ5ແຂ່ງຂັນວັນທີ07ກໍລະກົດ2023 ທີ່ຜ່ານມາ,ຄູ່ສຸດທ້າຍທະຫານແຂວງຈຳປາສັກບຽດເອົາຊະນະລະບຽງພູ1-0ແບບວຸດວິດ ໂດຍໄດ້ປະຕູຈາກກັງສິນ ຈັນທະວົງ ໃນນາທີ41.ສວ່ນຫົວແຊ ເສຍໃຫ້ ບາຈຽງ0-1,ສີອຳພອນ ຊະນະ ນ້ຳດື່ມ ນາດາ5-1,ວັນທີ08ກໍລະກົດ2023ປກສ ແຂວງຈຳປາສັກ ຊະນະ ສີລາເພັດ3-1.
ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ1ທະຫານແຂວງຈຳປາສັກ ລົງສະຫນາມ12ນັດ ຊະນະ8ນັດ ສະເຫມີ3ນັດ ເສຍ1ນັດ ມີ27ຄະແນນ,ອັນດັບ2ລະບຽງພູ ລົງສະຫນາມ12ນັດ ຊະນະ8ນັດ ສະເຫມີ1ນັດ ເສຍ3ນັດ ມີ25ຄະແນນ,ອັນດັບ3ບາຈຽງ ລົງສະຫນາມ12ນັດ ຊະນະ7ນັດ ສະເຫມີ2ນັດ ເສຍ3ນັດ ມີ23ຄະແນນ,ອັນດັບ4ປກສ ແຂວງຈຳປາສັກ ລົງສະຫນາມ12ນັດ ຊະນະ6ນັດ ສະເຫມີ3ນັດ ເສຍ3ນັດ ມີ21ຄະແນນ,ອັນດັບ5ສີອຳພອນ ລົງສະຫນາມ12ນັດ ຊະນະ4ນັດ ສະເຫມີ3ນັດ ເສຍ5ນັດ ມີ15ຄະແນນ,ອັນດັບ6ສີລາເພັດ ລົງສະຫນາມ12ນັດ ຊະນະ3ນັດ ສະເຫມີ1ນັດ ເສຍ8ນັດ ມີ10ຄະແນນ,ອັນດັບ7ຫົວແຊ ລົງສະຫນາມ12ນັດ ຊະນະ3ນັດ ສະເຫມີ1ນັດ ເສຍ8ນັດ ມີ10ຄະແນນ ແລະ ອັນດັບ ສຸດທ້າຍ ນ້ຳດື່ມ ນາດາ ລົງສະຫນາມ12ນັດ ຊະນະ2ນັດ ເສຍ10ນັດ ມີ6ຄະແນນ.
ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປອາທິດ13ຈະມີຂຶ້ນ ວັນທີ15ກໍລະກົດ2023ເວລາ13:30ຫົວແຊ ພົບ ລະບຽງພູ,ເວລາ15:30ສີລາເພັດ ພົບ ບາຈຽງ ແລະ ວັນທີ16ກໍລະກົດ2023ເວລາ13:30ປກສແຂວງຈຳປາສັກ ພົບ ສີອຳພອນ,ເວລາ15:30ທະຫານແຂວງຈຳປາສັກ ພົບ ນ້ຳດື່ມນາດາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ60ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ທະຫານແຂວງບໍລິຄຳໄຊມີຄະແນນນຳໃນລາວລີກ 2
ຜົນການແຂ່ງຂັນບານເຕະລາວລີກ2ແຂວງບໍລິຄຳໄຊ ອາທິດທີ5ໄດ້ແຂ່ງຂັນວັນທີ08ກໍລະກົດ2023ທີ່ຜ່ານມາ ສະມາຄົມເຂີຍຫຼັກ4ເສຍໃຫ້ ໂຈ-ເຈ ຟາມ3-4,ເມືອງບໍລິຄັນ ເສຍໃຫ້ ບໍລິຄຳໄຊ0-2ແລະ ຄູ່ສຸດທ້າຍ ທະຫານແຂວງບໍລິຄຳໄຊ ສະເຫມີ ບໍລິສັດວັນນະແສງ1-1
ສະຫລຸບຕາຕະລາງຄະແນນການແຂ່ງຂັນໃນຮອບຂາໄປອັນດັບໜຶ່ງແມ່ນ ທະຫານແຂວງບໍລິຄຳໄຊ ລົງສະຫນາມ5ນັດ ຊະນະ4ນັດ ສະເຫມີ1ນັດ ມີ13ຄະແນນ,ອັນດັບ2ບໍລິສັດ ວັນນະແສງ ລົງສະຫນາມ5ນັດ ຊະນະ4ນັດ ສະເຫມີ1ນັດ ມີ13ຄະແນນ,ອັນດັບ3ບໍລິຄຳໄຊ ລົງສະຫນາມ5ນັດ ຊະນະ2ນັດ ສະເຫມີ1ນັດ ເສຍ2ນັດ ມີ7ຄະແນນ,ອັນດັບ4ໂຈ-ເຈ ຟາມ ລົງສະຫນາມ5ນັດ ຊະນະ2ນັດ ສະເຫມີ1ນັດ ເສຍ2ນັດ ມີ7ຄະແນນ,ອັນດັບ5ສະມາຄົມ ເຂີຍຫຼັກ4ລົງສະຫນາມ5ນັດ ຊະນະ1ນັດ ເສຍ4ນັດ ມີ3ຄະແນນ ແລະ ອັນດັບສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ5ນັດ ເສຍ5ນັດ ມີ0ຄະແນນ.
ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປຄືຮອບຂາກັບຈະມີຂຶ້ນວັນທີ22ກໍລະກົດ2023ເວລາ09:00ເມືອງບໍລິຄັນ ພົບ ທະຫານແຂວງ,ເວລາ13:00ບໍລິຄຳໄຊ ພົບ ເຂີຍຫລັກ4ແລະ ຄູ່ສຸດທ້າຍ ເວລາ15:00ໂຈ-ເຈ ຟາມ ພົບ ບໍລິສັດ ວັນນະແສງ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ສີທ່ານາໄຊ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ60ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ປກຊແຂວງຄຳມ່ວນເປັນທີມນຳອັນດັບໜຶ່ງການແຂ່ງຂັນບານເຕະລາວລີກ 2
ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 03 ມິຖຸນາ 2023ແລະຜ່ານການແຂ່ງຂັນມາໄດ້5ອາທິດ,ຜົນປະກົດວ່າທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເປັນອັນດັບໜຶ່ງຄືລົງສະຫນາມ 5 ນັດ ຊະນະ 5 ນັດ ບໍ່ເສຍໃຫ້ທີມໃດ ຍິງໄດ້ 22 ປະຕູ ເສຍພຽງ 1 ປະຕູ ມີ 15 ຄະແນນ, ອັນດັບ 2 ເທບສີໄຮ ລົງສະຫນາມ 4 ນັດ ຊະນະ 2 ນັດ ເສຍ 2 ນັດ ມີ 6 ຄະແນນ, ອັນດັບ 3 ເລັກຕ້າ ລົງສະຫນາມ 5 ນັດ ຊະນະ 1 ນັດ,ສະເໝີ2ນັດ, ເສຍ 2 ນັດ ມີ 5 ຄະແນນ, ອັນດັບ 4 ລູກຫມູ ລົງສະຫນາມ 4 ນັດ ຊະນະ 1 ນັດ, ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ, ອັນດັບ 5 ປກສ ແຂວງຄຳມ່ວນ ລົງສະຫນາມ 4 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ ແລະ ອັນດັບ ສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ 4 ນັດ ເສຍ 4 ນັດ ມີ 0 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ ວັນທີ 10 ກໍລະກົດ 2023 ເວລາ 15:00 ລູກຫມູ ພົບ ບໍ່ໂພນຕິ້ວ, ວັນທີ 12 ເວລາ 15:00 ປກສ ແຂວງຄຳມ່ວນ ພົບ ເທບສີໄຮ ແລະ ວັນທີ 14 ກໍລະກົດ 2023 ເວລາ 15:00 ລູກຫມູ ພົບ ປກຊ ແຂວງຄຳມ່ວນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.
#LaofootballlFederation
#KhammuanProvince
#Laoleaue2
Laos 5-0 Timor-Leste ( AFF U19 Women's Championship 2023 Indonesia)
Best Squad of Season 2023
LFF/AFC ”C” Diploma Coaching Course 2023
ສຕລຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ”C”
ບານຍິງ ທີມຊາດລາວ U19 ເສຍໃຫ້ ກຳປູເຈຍ U19 1-2
ສະຫະພັນບານເຕະອາຊຽນ ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023
ສະຫະພັນບານເຕະອາຊຽນ ຫລື AFF ໄດ້ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023 ໃນລະຫວ່າງ ວັນທີ 5-16 ກໍລະກົດ 2023 ທີ່ ປະເທດອິນໂດເນເຊຍ ເຊິ່ງ 2 ທ່ານປະກອບມີຄື:
1. ທ່ານ ນ. ແກ້ວມະນີ ເພັງເມືອງຄູນ (ກຳມະການຕັດສິນ)
2. ທ່ານ ນ. ພຸດສະຫັວນ ຈັນທະວົງ (ຜູ້ຊ່ວຍກຳມະການຕັດສິນ)
#REFEREELFF
#LAOFOOTBALLFEDERATION
#REFEREELAOS
ມື້ນີ ທີມຊາດລາວU19 ພົບ ທີມຊາດກຳປູເຈຍU19
ທິມໃດຈະເປັນແຊັມລາວລີກ 2ແຂວງຈຳປາສັກລະຫວ່າງ ທິມລະບຽງພູ,ທະຫານແຂວງແລະບາຈຽງໃນໂຄ້ງສຸດທ້າຍ
ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແມ່ນໄດ້ດຳເນີນມາແຕ່ວັນທີ 8ເມສາ 2023 ເປັນຕົ້ນມາ,ແຂ່ງຂັນໄດ້ 11 ອາທິດ ຍັງອີກ 3 ນັດ ກໍຈະຈົບການແຂ່ງຂັນ ໂດຍມີ 3 ທີມທີ່ມີໂອກາດຈະໄດ້ຊະນະເລີດ(ແຊັມ)ໃນການແຂ່ງຂັນຄັ້ງນີ້ປະກອບມີ: ອັນດັບ 1 ລະບຽງພູ ລົງສະຫນາມ 11 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 25 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 24 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 11 ນັດ ຊະນະ 6 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 20 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ 3 ນັດສຸດທ້າຍ ຂອງລະບຽງພູ ວັນທີ 09 / 07 / 2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 15/07/2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ນັດສຸດທ້າຍ ວັນທີ 22/07/2023 ລະບຽນພຸ ພົບ ສີອຳພອນ. ສ່ວນທີມອັນດັບ 2 ທະຫານແຂວງ ວັນທີ 09/07/2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 16/07/2023 ເວລາ 15:30 ທະຫານແຂວງ ພົບ ນໍ້າດື່ມນາດາ, ນັດສຸດທ້າຍ ວັນທີ 22/07/2023 ເວລາ 13:30 ບາຈຽງ ພົບ ທະຫານແຂວງ ແລະ ທີມອັນດັບ 3 ບາຈຽງ ວັນທີ 08/07/2023 ເວລາ 13:30 ຫົວແຊ ພົບ ບາຈຽງ, ວັນທີ 15/07/2023 ເວລາ ສີລາເພັດ ພົບ ບາຈຽງ ແລະ ນັດສຸດທ້າຍ ວັນທີ 22/07/2023 ເວລາ 15:30 ບາຈຽງ ພົບ ທະຫານແຂວງ.
ເຊີນທ່ານຜູ້ຊົມມາເຊຍນຳກັນວ່າທີມໃດຈະເປັນແຊ້ມການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແຟນບານສາມາດຕິດຕາມຊົມແລະໃຫ້ກຳລັງໃຈທີມທີ່ຕົນເອງມັກ,ເຊິ່ງການແຂ່ງຂັນຈັດຢູ່ສະຫນາມກິລາແຂວງຈຳປາສັກ
Champasak League 2
#LaoFootballFederation
#Laoleague2
#ChampasakProvince
ຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023
ວັນທີ 04 ກໍລະກົດ 2023 ໄດ້ມີພີທີຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023 ຢູ່ທີ່ປະເທດອິນໂດເນເຊຍ, ໂດຍຫົວຫນ້າຄູຝຶກ 4 ທີມ ກຸ່ມ ເອ ເຂົ້າຮ່ວມຖະແຫລງຂ່າວ.
ທ່ານ ວຽງສະຫວັນ ໄຊຍະບູນ ຫົວຫນ້າຄູຝຶກທີມຊາດຍິງລາວ U19 ໄດ້ລາຍງານໃຫ້ຮູ້ວ່າ : '' ທີມຊາດລາວ ໄດ້ກຽມຄວາມພ້ອມເປັນຢ່າງດີ ບໍ່ວ່າຈະເປັນທາງດ້ານພາລະກຳລັງ, ເຕັກນິກ ແລະ ຍຸດທະວິທີ ກຽມພ້ອມລົງແຂ່ງຂັນໃນທຸກໆນັດ ''.
ຕາຕະລາງ ການແຂ່ງຂັນຂັນນັດທຳອິດ ທີມຊາດລາວ ຈະພົບກັບ ທີມຊາດກຳປູເຈຍ ເວລາ 15:30 ແຂ່ງຂັນ ວັນທີ 05 ກໍລະກົດ 2023 ຢູ່ທີ່ສະຫນາມກິລາ Gelora Sriwijaya.