ທີມຊາດລາວ ຢູ່ຮ່ວມກຸ່ມ ບີ ຮ່ວມກັບ ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ
ວັນທີ 21 ພຶດສະພາ 2024 ຢູ່ນະຄອນຫຼວງ ຮ່າໂນຍ ປະເທດຫວຽດນາມ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024 ໂດຍຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ ເອ: ໄທ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ຜູ້ຊະນະຮອບຄັດເລືອກ ຕີມໍ ເລສເຕ ຫລື ບຣູໄນ.
- ກຸ່ມ ບີ: ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ ແລະ ລາວ.
ສຳລັບການແຂ່ງຂັນບານເຕະ ASEAN Mitsubishi Electric Cup 2024 ຈະແຂ່ງຂັນໃນຮູບ
ແບບເກົ່າ ຮອບແບ່ງສາຍ ແຂ່ງໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່່ອຄັດເອົາທີມແຊ໋ມ ແລະ ຮອງແຊ໋ມກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍໃນຮອບ 4 ທີມຈະແຂ່ງຂັນແບບໃນບ້ານນອກບ້ານຕໍ່ໄປ. ຊຶ່ງລາຍການນີ້ ຈະແຂ່ງຂັນລະຫວ່າງວັນທີ 23 ພະຈິກ ຫາວັນທີ 21 ທັນວາ 2024. ສຳລັບຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.
#MitsubishiElectric
#LAOFOOTBALLFEDERATION
#LAONATIONALTEAM

ທີມຊາດລາວ ຜ່ານເຂົ້າຮອບຄັດເລືອກ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 AFC Asian Cup Saudi Arabia 2027™ Qualifiers Final Round
ທີມຊາດລາວ ຜ່ານເຂົ້າຮອບຄັດເລືອກ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 AFC Asian Cup Saudi Arabia 2027™ Qualifiers Final Round ໂດຍບໍ່ໄດ້ແຂ່ງຂັນຮອບ Play off, ສຳລັບຮອບນີ້ແມ່ນຈະເອົາທີມທີ່ໄດ້ອັນດັບ 3 ແລະ ອັນດັບ 4 ຈາກການແຂ່ງຂັນບານໂລກ & ຊີງແຊ້ມອາຊີ ຮອບຄັດເລືອກ ຈາກ 9 ກຸ່ມ ລວມທັງຫມົດ 18 ທີມ ແລະ 6 ທີມຈາກຮອບຄັດເລືອກ Play off .
ການຈັບສະຫລາກແບ່ງກຸ່ມຈະໄດ້ຈັດຂຶ້ນໃນຕົ້ນເດືອນທັນວາ 2024.

ໄມເຄິນ ວ່າງ ກອງກາງທີມຊາດລາວ ຍ້າຍຮ່ວມທີມ ໄມອາມີ້ ເອັຟຊີ ທີມໃນລີກອັນດັບ 2 ຂອງ ອາເມຣິກາ
ໄມເຄິນ ວ່າງ ກອງກາງທີມຊາດລາວ ຍ້າຍຈາກ ພັອດແລນ ທິມເບີ ທີມໃນລີກອັນດັບ 3 ຂອງ ສະຫະລັດ ອາເມຣິກາ (MLS Next Pro) ມາຢູ່ກັບ ໄມອາມີ້ ເອັຟຊີ ທີມໃນລີກອັນດັບ 2 ຂອງ ອາເມຣິກາ (USL Championship).
ໄມເຄິນ ວ່າງ ຫລິ້ນໃນ MLS Next Pro ກັບ ໂຄລຳບັສ ຄິວ ປີ 2022 ແລະ ພັອດແລນ ທິມເບີ ປີ 2023 ໂດຍສະເພາະ ປີ 2022 ສາມາດພາ ໂຄລຳບັສ ຄິວ ຜ່ານເຂົ້າຮອບເພອັອຟ.

ທີມຊາດລາວເຂົ້າຮວ່ມກອງປະຊຸມເຕັກນິກກ່ອນການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ນັດທີ 2
ທີມຊາດລາວເຂົ້າຮວ່ມກອງປະຊຸມເຕັກນິກກ່ອນການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2
ຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ຫ້ອງປະຊຸມ ໂຮງແຮມແລນມາກ ,ຄະນະກຳມະການແຂ່ງຂັນໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບການແຂ່ງຂັນ,ກ່ອນການການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ນັດທີ 2 ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດເນປານ
ທີມຊາດລາວຈະໃສ່ຊຸດສີແດງ, ສ່ວນທີມຊາດເນປານ ຈະໃສ່ຊຸດສີຟ້າ.
ສຳລັບລະບຽບການແຂ່ງຂັນຮອບຄັດເລືອກ ແມ່ນບໍ່ນັບກົດປະຕູທີມເຢືອນ Away Goal ຖ້າຫາກສະເຫມີກັນແມ່ນຕ້ອງໄດ້ຕໍ່ເວລາພິເສດ 30 ນາທີ ຖ້າຫາກຍັງສະເຫມີກັນອິກ ແມ່ນຕ້ອງຕັດສິນດ້ວຍການເຕະຈຸດໂທດ ເພື່ອຫາທີມທີ່ຊະນະ ຜ່ານເຂົ້າສູ່ຮອບແບ່ງກຸ່ມ.
🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2
📅 ວັນອັງຄານ 17/10/2023
⏰ ເວລາ 19:00 ໂມງ
🏟️ ສະຫນາມກິລາແຫ່ງຊາດຫຼັກ 16
📺 ຖ່າຍທອດສົດ ໂທລະພາບແຫ່ງຊາດລາວຊ່ອງ 3 LNTV 3 HD
⭐ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ
ນັດທີ 2 ສາມາດຊື້ໄດ້ ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ແລະ ສະໜາມກິລາແຫ່ງຊາດ (ຫຼັກ16) ໃນມື້ແຂ່ງຂັນ
ຕິດຕໍ່ສອບຖາມທີ່ 020 5541 4619.
#FIFAWorldCup
#AsianCup2027
#LAOSNATIONALTEAM

ເປິດຂາຍບັດເຂົ້າຊົມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2
ເປິດຂາຍບັດເຂົ້າຊົມ 🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2
⭐ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ
ນັດທີ 2 ລາວ ພົບ ເນປານ ວັນທີ 17 ຕຸລາ 2023
ເວລາ 19:00 ທີ່ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.
ສາມາດຊື້ໄດ້ ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ
ແລະ ສະໜາມກິລາແຫ່ງຊາດ (ຫຼັກ16)
ຕິດຕໍ່ສອບຖາມທີ່ 020 5541 4619.
#FIFAWorldCup
#AsianCup2027
#LAOSNATIONALTEAM

ຮັກລາວ ຕ້ອງໃສ່ເສື້ອທີມຊາດລາວ
👉 ຂ່າວດີ ສຳລັບແຟນບານ ທ່ານໃດທີ່ໃສ່ເສື້ອທີມຊາດລາວ ທຸກລຸ້ນ ເຊິ່ງເປັນລຸ້ນໃດກໍໄດ້ ແມ່ນສາມາດຮັບບັດເຂົ້າຮັບຊົມການແຂ່ງຂັນ
👉 ( ຟຣີ ) ສາມາດຮັບບັດໄດ້ຢູ່ທີ່ຫນ້າສະຫນາມໃນມື້ແຂ່ງຂັນ ໂດຍໄດ້ແບ່ງອອກ ເປັນ 2 ບູ໋ດ .
1. ສຳລັບຂາຍບັດເຂົ້າຊົມ ລາຄາບັດເຂົ້າຊົມ 20.000ກີບ ທຸກບ່ອນນັ່ງ.
2. ສຳລັບແລກບັດເຂົ້າຊົມ ( ຟຣີ ) ສຳລັບຜູ້ໃສ່ເສື້ອທີມຊາດລາວ.
ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2 ວັນທີ 17/10/2023 ເວລາ 19:00 ທີມຊາດລາວ ພົບ ທີມຊາດເນປານ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ແລ້ວພົບກັນ ! ມາຮ້ອງສຽງເຊຍໄປພ້ອມໆກັນ !
#FIFAWorldCup
#AsianCup2027
#LAOSNATIONALTEAM
#LAOFOOTBALLFEDERATION

ທິີມຊາດເນປານ ສະເຫມີ ທີມຊາດລາວ 1-1
ການແຂ່ງຂັການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 1
ວັນທີ 12/10/2023
ທິີມຊາດເນປານ ສະເຫມີ ທີມຊາດລາວ 1-1
- ເນປານ ໄດ້ປະຕູຈາກ: ເບີ 14 ANJAN ນາທີ 49'
- ລາວ ໄດ້ປະຕູຈາກ: ເບີ 17 ບຸນພະຈັນ ບຸນກອງ ນາທີ 33'
🏆 ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທີ 2
📅 ວັນອັງຄານ 17/10/2023
⏰ ເວລາ 19:00 ໂມງ
🏟️ ສະຫນາມກິລາແຫ່ງຊາດຫຼັກ 16
#FIFAWorldCup
#AsianCup2027
#LAOSNATIONALTEAM
#LAOFOOTBALLFEDERATION

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍເຂົ້າຮ່ວມ ແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 )
ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ 23 ຄົນສຸດທ້າຍກ່ອນ.
ສຳລັບລາຍຊື່ ຄະນະນຳ, ຄະນະ ຄູຝຶກ ມີດັ່ງນີ້:
1. ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ຫົວຫນ້າຄະນະ
2. ທ່ານ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານສະຫະພັນບານເຕະແຫ່ງຊາດລາວ ຮອງຫົວຫນ້າຄະນະ
3. ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ
4. ທ່ານ ພຸດປະສົງ ແສງດາລາວົງ ຜູ້ຊ່ວຍຄູຝຶກ
5. ທ່ານ ວຽງສະຫວັນ ໄຊຍະບູນ ຜູ້ຊ່ວຍຄູຝຶກ
6. ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຄູຝຶກຜູ້ຮັກສາປະຕູ
7. ທ່ານ ນີຕ້າ ທັດສະນີທອນ ຜູ້ຈັດການທີມ
8. ທ່ານ ອຸດຕະມະ ຂາງມະນີວົງ ບໍລິຫານທີມ
9. ທ່ານ ດຣ ບົວພັນ ສີຫາວົງ ທີມແພດ
10. ທ່ານ ບັນຈົງ ຈິນດາ ທີມແພດ
11. ທ່ານ ຈັນທິດ ອິນໃຈ ທີມແພດ
12. ທ່ານ ທິບພະກອນ ພະກາສີ ສື່ມວນຊົນ
13. ທ່ານ ສະໄຫວ ໂອລະໄທ ອຸປະກອນ
ສຳລັບລາຍຊື່ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
2. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ
+ ກອງຫຼັງ
4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ
7. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
8. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
9. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
10.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
12. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )
+ ກອງກາງ
13. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
+ ກອງຫນ້າ
20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
21.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
22.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
23.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.
ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.
ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:45 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.
ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວຊຸດໃຫຍ່ ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນຢູ່ທີ່ປະເທດເນປານ
ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະນຳທີມຊາດລາວ ຊຸດໃຫຍ່ ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ ຊຸດໃຫຍ່ ໃນວັນທີ 05 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທຳອິດ ຢູ່ທີ່ປະເທດເນປານ.
ການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມທີ່ສຸດເຂົ້້າສູ່ການແຂ່ງຂັນ ຂໍໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາໃຫ້ສູ້ສຸດຄວາມສາມາດ ພາ ທີມຊາດລາວ ຜ່ານເຂົ້າຮອບແບ່ງກຸ່ມໃຫ້ໄດ້.
ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.
ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:15 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.
ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ, ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.
#FIFAWorldCup
#AsianCup2027
#LAOSNATIONALTEAM
#LAOFOOTBALLFEDERATION

ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ໄດ້ນຳພານັກກິລາຝຶກຊ້ອມ ແລະມີ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫລືອ 23 ຄົນສຸດທ້າຍກ່ອນເຂົ້າຮ່ວມການແຂ່ງຂັນ.
ສຳລັບລາຍຊື່ 31 ຄົນ ມີລາຍຊື່ດັ່ງລຸ່ມນີ໊:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
3. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ
5. ສຸກສະຫມອນ ເວທີຕະ ຈາກ ສະໂມສອນ ຊ້າງນ້ອຍ
+ ກອງຫຼັງ
6. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
7. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ
8. ອະພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ
9. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
10 ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
11. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
12.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
13. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນກິລາບານເຕະ PHATTALUNG FC ( ໄທລີກ 3 ປະເທດໄທ )
14. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
15. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )
+ ກອງກາງ
16. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )
17. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)
18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ Rome city institute ( ປະເທດອີຕາລີ )
19. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
20. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
21. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
22. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ
23. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
24. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
25. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
26. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
+ ກອງຫນ້າ
27. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
28.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
29.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
30.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
31. ທັດສະພອນ ໄຊສຸກ ຈາກ ສະໂມສອນກິລາບານເຕະ ຄິງຄອມ ( ລີກ 2 ນະຄອນຫຼວງ )
ສຳລັບ ທີມຊາດລາວ ມີໂປແກຣມອຸ່ນເຄື່ອງ 1 ນັດ ກ່ອນການແຂ່ງຂັນພົບກັບທີມຊາດເນປານ ໂດຍຈະພົບກັບ ທີມຊາດໄທU20 ໃນວັນທີ 30 ກັນຍາ 2023 ເວລາ 17:30 ແຂ່ງຂັນຢູ່ທີ່ສະຫນາມກິລາ ຊ້າງອາຣີນາ ແຂວງບູຣີຣຳ ປະເທດໄທ.
ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.
ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.
ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.
ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.
#FIFAWorldCup
#AsianCup2027
#LAOSNATIONALTEAM
#LAOFOOTBALLFEDERATION

ອາເຣນ່າ ກູເລຍໂມ່ ໝົດສັນຍາເປັນຄູຝຶກທີມຊາດລາວ ແລະ ກັນລະຍາ ສີສົມຫວັງ ຮັກສາການຫົວໜ້າຄູຝຶກທີມຊາດລາວຊູດໃຫຍ່
ອາເຣນ່າ ກູເລຍໂມ່ (ARENA GUGLIERMO) ໄດ້ໝົດສັນຍາຈາກການເປັນຄູຝຶກທີມຊາດລາວ.
ສຳລັບ ອາເຣນ່າ ກູເລຍໂມ່ ໄດ້ຮັບການຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ນັບຕັ້ງແຕ່ຕົ້ນເດືອນມິຖຸນາ ນໍາທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ແລະ ການແຂ່ງຂັນບານເຕະຊາຍ U23 ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 Qualifying Round) ລະຫວ່າງວັນທີ 06-12 ກັນຍາ 2023 ຢູ່ທີ່ປະເທດທາຈີກິສຖານ.
ສະຫະພັນບານເຕະແຫ່ງຊາດລາວ ຂໍອວຍພອນໃຫ້ທ່ານ ປະສົບຜົນສໍາເລັດໃນໜ້າທີ່ວຽກງານໃນອະນາຄົດ.
ໃນຂະນະດຽວກັນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຕ່ງຕັ້ງ ທ່ານ ກັນລະຍາ ສີສົມຫວັງ ເປັນຮັກສາການຫົວໜ້າຄູຝຶກ ເພື່ອກະກຽມທີມເຂົ້າຮ່ວມ ການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ທີ່ຂະພົບກັບທີມຊາດເນປານ, ຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ2023 ທີ່ປະເທດເນປານ ແລະ 17 ຕຸລາ 2023 ແມ່ນຈະແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ. ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2, ຖ້າຫາກ ສປປລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.