News about Referees

ຝຶກອົບຮົມກໍາມະການຕັດສິນ ສໍາລັບການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2022
ສະຫະພັນບານເຕະແຫ່ງຊາດລາວໄດ້ ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ທີ່ຈະເປີດສາກຂຶ້ນໃນໄວໆນີ້
ໃນຕອນເຊົ້າ ວັນອັງຄານ 01 ມີນາ 2022 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ເປັນວິທະຍາກອນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ເປັນວິທະຍາກອນ, ໂດຍມີຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 42 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄຊເຊດຖາ, ມໍປາຍ ໂນນສະຫວ່າງ,ມສ ຈັນທະບູລີ, ມສ ປາດຖະໜາ, ມສ ອານຸ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ,ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ ແລະ ແຂວງຄໍາມ່ວນ.
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ໄດ້ກ່າວວ່າ: ‘’ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ຂໍໃຫ້ກຳມະການຕັດສິນ ໃຫ້ເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງຟີຟາ ປັປປຸງໃຫມ່ ໃຫ້ລະອຽດ ຮຽນຮູ້ກ່ຽວກັບກະຕິກາແຂ່ງຂັນ, ຮູ້ນໍາໃຊ້ກະຕິກາໃຫ້ຖືກຕ້ອງ ແລະ ເໝາະສົມກັບການແຂ່ງຂັນໃນແຕ່ລະນັດ’’.
ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກ 4 ມື້ ນັບຕັ້ງແຕ່ວັນທີ 01 - 04 ມີນາ 2022 ໂດຍນັກສຳມະກອນ ຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ແກ້ໄຂ້ປັບປຸງຂໍ້ຜິດພາດທີ່ຜ່ານມາ ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພະລະກຳລັງ ເພື່ອຄັດເລືອກກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2022 ໂດຍແຕ່ລະນັດຈະໃຊ້ກໍາມະການຕັດສິນທັງຫມົດ 6 ຄົນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ມີ ທີມເຂົ້າຮ່ວມທັງຫມົດ 7 ທີມ ປະກອບມີ :
1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ
2. ສະໂມສອນ ກິລາບານເຕະ ກອງທັບ
3. ສະໂມສອນ ກິລາບານເຕະ ວຽງຈັນ
4. ສະໂມສອນ ກິລາບານເຕະ ເອສະຣາ
5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
6. ສະໂມສອນ ກິລາບານເຕະ ແຂວງຫຼວງພະບາງ
7. ສະໂມສອນ ກິລາບານເຕະ ແຂວງຈຳປາສັກ
#LAOLEAGUE1

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ຢູ່ 4 ແຂວງພາກໃຕ້
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ແລະກິດຈະກຳບານເຕະຂອງເຍົາວະຊົນ ປະຈຳປີ 2020 ຢູ່ 4 ແຂວງພາກໃຕ້, ເພື່ອສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ແລະ ກຳມະການ ໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກ ແລະ ດ້ອຍໂອກາດ, ນຳໃຊ້ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ແລະ ກໍາມະການຕັດສິນບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ ເພື່ອພັດທະນາບັນດາຄູຝຶກ, ພັດທະນາກຳມະການຕັດສິນ ໃຫ້ມີຄວາມສາມາດ, ມີພອນສະຫວັນທາງດ້ານກິລາບານເຕະໃຫ້ກາຍມາເປັນຄູຝຶກ ແລະ ກຳມະການ, ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາລຸ້ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແຫນງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.
ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນ 4 ແຂວງພາກໃຕ້ ລາຍລະອຽດມີດັ່ງລຸ່ມນີ້:
- ແຂວງສາລະວັນ ຈັດຂຶ້ນໃນວັນທີ 30 ພະຈິກ - 4 ທັນວາ 2020.
- ແຂວງເຊກອງ ຈັດຂຶ້ນໃນວັນທີ 08 - 11 ທັນວາ 2020.
- ແຂວງອັດຕະປື ຈັດຂຶ້ນໃນວັນທີ 15-18 ທັນວາ 2020.
- ແຂວງຈຳປາສັກ ຈັດຂຶ້ນໃນວັນທີ 22-25 ທັນວາ 2020.
ສຳລັບ ປີ 2019 ທີ່ຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດ ຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF ” D ” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ແມ່ນໄດ້ຈັດມາແລ້ວ ຢູ່ 10 ແຂວງຄື: ແຂວງຊຽງຂວາງ,ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ສ່ວນປີ 2020 ໄດ້ຝຶກອົບຮົມ ມາແລ້ວ 3 ແຂວງຄື: ແຂວງສະຫວັນນະເຂດ,ຄຳມ່ວນ ແລະ ແຂວງໄຊສົມບູນ.