News
News Cover

ວັນທີ 05 ເມສາ 2023 ຢູ່ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊາຍ - ຍິງ ໃນງານມະຫະກຳກິລາຊີເກມຄັ້ງທີ 32.

05/04/2023

  ການແຂ່ງຂັນບານເຕະຊາຍ ມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມ, ກຸ່ມລະ 5 ທີມ ໂດຍຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດ, ສ່ວນການແຂ່ງຂັນບານເຕະຍິງມີທັງຫມົດ 9 ປະເທດເຂົ້າຮ່ວມການແຂ່ງຂັນແບ່ງອອກເປັນ 2 ກຸ່ມ.

ຜົນການຈັບສະຫລາກບານເຕະຊາຍມີດັ່ງນີ໊:

- ກຸ່ມ A ປະກອບມີ: ກຳປູເຈຍ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ  ຕີມໍ ເລສເຕ

- ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ 

ການແຂ່ງຂັນບານເຕະຊາຍແມ່ນໃຊ້ 2 ສະຫນາມຫລັກຄື: ສະຫນາມກິລາແຫ່ງຊາດ Morodok Techo ແລະ ສະຫນາມກິລາ Prince. 

ຜົນການຈັບສະຫລາກບານເຕະຍິງມີດັ່ງນີ້

- ກຸ່ມ A ປະກອບມີ: ຫວຽດນາມ, ຟີລິບປີນ, ມຽນມາ,   ອິນໂດເນເຊຍ ແລະ ມາເລເຊຍ

- ກຸ່ມ B ປະກອບມີ: ກຳປູເຈຍ, ໄທ, ສິງກະໂປ ແລະສປປລາວ 

ການແຂ່ງຂັນບານເຕະຍິງ ແມ່ນໃຊ້ສະຫນາມກິລາ ARMY , ສະຫນາມກິລາ RSN ແລະ ສະຫນາມກິລາ Prince.

ການແຂ່ງຂັນບານເຕະໃນງານມະຫະກຳກິລາຊີເກມຄັ້ງທີ 32 ກິລາບານເຕະ ແມ່ນຈະເລີ່ມການແຂ່ງຂັນວັນທີ 29 ເມສາ ຫາ  16 ພືດສະພາ 2023, ສ່ວນຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ. 

News Cover

ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ

03/04/2023

ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

- ກຸ່ມ A  : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ  

- ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ 

- ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ, 

- ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ 

ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023 

#AFCU17

News Cover

ໃນຕອນບ່າຍ ຂອງມື້ນີ້ 02/04/2023 ຄະນຳ,ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເດີນທາງກັບມາຮອດ ສະໜາມບີນສາກົນ ວັດໄຕ ເປັນທີ່ຮຽບຮ້ອຍແລ້ວ.

02/04/2023
ຫຼັງຈາກສຳເລັດພາລະກິດ ເຂົ້າຮ່ວມການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກ ປະເທດເນປານ (FIFA day) ແລະ ຍາດໄດ້ ຮອງຊະນະເລີດ, ໃນລະຫວ່າງ ວັນທີ 22-31/03/2023 ທີ່ ເມືອງ Kathmandu ປະເທດເນປານ.
ສ່ວນ ສຸກອາພອນ ແລະ ໄມເຄີນ ວ່າງ ແມ່ນເດີ່ນທາງໄປຕົ້ນສັງກັດ ສະໂມສອນຂອງຕົນເອງເເລ້ວ ໂດຍທີ່ບໍ່ໄດ້ເດີ່ນທາງກັບ ປະເທດລາວ.
News Cover

ປະມວນພາບ ທີມຊາດເນປານ ພົບ ທີມຊາດລາວ 2 - 1

01/04/2023

ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

ນັດຊີງຊະນະເລີດ ວັນທີ 31/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 18:45ໂມງ.

  ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

#Match Final

News Cover

ຜົນການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດ ເນປານ (FIFA day)

28/03/2023

ວັນທີ 28/03/2023 

ທີມຊາດ ເນປານ ສະເຫມີ ທີມຊາດ ບູຖານ 1-1 , ທີມຊາດເນປານ ລົງສະຫນາມ 2 ນັດ ຊະນະ 1 ສະເຫມີ 1 ມີ 4  ຄະແນນ ຜ່ານເຂົ້າສູ່ຮອບຊີງຊະນະເລີດໄປພົບ ທີມຊາດລາວ ລົງສະຫນາມ 2 ນັດ ຊະນະ 1 ເສຍ 1 ມີ 3 ຄະແນນ ສ່ວນ ທີມຊາດບູຖານ ລົງສະຫນາມ 2 ນັດ ເສຍ 1 ສະເຫມີ 1 ມີ 1 ຄະແນນ ຕົກຮອບ.

ສ່ວນນັດຊິງຊະນະເລີດ ແມ່ນຈະແຂ່ງຂັນ ໃນວັນທີ 31 ມີນາ ເວລາ 18:45 ແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.

ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຈະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $  ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ສຕລຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

27/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນບານເຕະ ຂັ້້ນພື້ນຖານ ( Basic Referee Training 2023 )ເມື່ອວັນຈັນ 27 ມີນາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ, ໂດຍມີ ທ່ານ ໄຊປະເສີດ ພົງສະນິດ ຫົວຫນ້າພະແນກກຳມະການຕັດສິນ ກິລາບານເຕະ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣີຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວົງສີ ຜູ້ຊ່ວຍຄູຝຶກສອນ ວິຊາການພະແນກກໍາມະການຕັດສິນ ສຕລ, ທ່ານ ກິຫລ້າ ລາດຊະວົງ ຜູ້ຊ່ວຍຄູຝຶກສອນ ກຳມະການຕັດສິນ ສຕລ ແລະ ນັກສຳມະກອນ ຈຳນວນ 23 ຄົນ ໃນນັ້ນຜູ້ຍິງ 2 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ :ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາດການກິລາ - ກາຍະກຳ, ວິທະຍາໄລພາລະສຶກສາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ສະໂມສອນກິລາບານເຕະໄຊເສດຖາ.

ຄະນະຮັບຜິດຊອບການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຮຽນຮູ້ກ່ຽວກັບກົດລະບຽບຂອງສະຫະພັບບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່, ເພື່ອສ້າງກຳມະການລຸ້ນສືບທອດແລະເປັນການແລກປ່ຽນບົດຮຽນລະຫວ່າງກຳມະການດ້ວຍກັນ. 

ການຝຶກອົບຮົມຈະໄດ້ດຳເນີນໄປເປັນເວລາ5ວັນຄືນັບຕັ້ງແຕ່ ວັນທີ 27 - 31 ມີນາ 2023,ໂດຍນັກສຳມະກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ,ຕະຫຼອດການຝຶກອົບຮົມນັກສຳມະກອນທີ່ມີຜົນງານດີເດ່ນຈະມີໂອກາດໄດ້ຖືກຄັດເລືອກໃຫ້ເຂົ້າຮວ່ມຕັດສິນການແຂ່ງຂັນລາຍການຕ່າງໆທີ່ທາງສຕລຈັດຂຶ້ນ.

  ສຳລັບນະໂຍບາຍທີ່ທາງ ສຕລໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມກໍາມະການຕັດສິນຂັ້ນພື້ນຖານມີດັ່ງລຸ່ມນີ້:

1. ສຕລຈະຮັບຜິດຊອບອາຫານທ່ຽງທຸກໆວັນຕະຫຼອດມື້ຝຶກອົບຮົມ

2. ໃຫ້ຊຸດເຄື່ອງນຸ່ງກໍາມະການຕັດສິນຜູ້ລະ 2 ຊຸດ

3. ໃຫ້ໝາກຫວີດຜູ້ລະ 1 ໜ່ວຍ

4. ບັດເຫຼືອງບັດແດງ ທ່ານລະ 1 ຊຸດ

5. ໃບຢັ້ງຢືນເຂົ້າຮ່ວມການຝຶກອົບຮົມ

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

26/03/2023
ທີມຊາດລາວ ຈະຜ່ານເຂົ້າຮອບຊີງຊະນະເລີດ ໄດ້ຕ້ອງລໍຖ້າລຸ້ນຜົນການແຂ່ງຂັນລະຫວ່າງ ເນປານ ພົບ ບູຖານ , ຖ້າຫາກ ທີມຊາດເນປານ ເອົາຊະນະ ທີມຊາດບູຖານ, ທີມຊາດລາວ ຈະຜ່ານເຂົ້າສູ່ຮອບຊີງຊະນະເລີດ, ຖ້າກໍລະນີ ບູຖານ ສະເຫມີ , ບູຖານແມ່ນຈະຕົກຮອບ, ຖ້າ ບູຖານ ຊະນະ ເນປານ 1-0, ທີມຊາດລາວຈະຕົກຮອບ. ທີມຊາດເນປານ ພົບ ທີມຊາດບູຖານ ໃນວັນທີ 28 ມີນາ ນີ້ ເວລາ 19:15 ສ່ວນນັດນັດຊິງຊະນະເລີດ ແມ່ນຈະແຂ່ງຂັນກັນໃນວັນທີ 31 ມີນາ ເວລາ 18:45 ສຳລັບເງິນລາງວັນລາຍການດັ່ງກ່າວ ທີມຊະນະເລີດຈະໄດ້ຮັບຂັນ ແລະ ເງິນລາງວັນ 5000$ ສ່ວນອັນດັບ2 ແມ່ນຂະໄດ້ຮັບເງິນລາງວັນ 3000$, ລາງວັນນັກເຕະດີເດັ່ນປະຈຳນັດແຂ່ງຂັນໄດ້ຮັບເງິນລາງວັນ 250 $ ແລະ ລາງວັນນັກເຕະດີເດັ່ນປະຈຳການແຂ່ງຂັນໄດ້ຮັບເງິນລາງວັນ 500$.

News Cover

ຈົບເກມການແຂ່ງຂັນ ທີມຊາດລາວ 2 - 1 ທີມຊາດບູຖານ

25/03/2023
ທີມຊາດລາວ 2 - 1 ທີມຊາດບູຖານ
- ທີມຊາດລາວ ໄດ້ 2 ປະຕູຈາກ ເບີ 17 ບຸນພະຈັນ ບຸນກອງ ນາທີ 4 ແລະ ນາທີ 70.
News Cover

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ

23/03/2023

ໃນຕອນຄ່ຳ ຂອງວັນທີ 23/3/2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ໄດ້ເຂົ້າຮ່ວມ ຮັບປະທານອາຫານຄ່ຳ ທີ່ Nepali Ghar A Handcrafted Hotel ຕາມຄຳເຊີນຂອງ ທ່ານ Raju Shrestha ທູດ ກິຕິມະສັກ ສປປ ລາວ ປະຈຳ ປະເທດ ເນປານ ແລະ ໃນງານ ກໍຍັງໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ Pankaj Bikram Nembang ປະທານ ສະຫະພັນບານເຕະ ແຫ່ງຊາດເນປານ ອີກດ້ວຍ.

News Cover

ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ

23/03/2023
ຕາຕະລາງຄະແນນ ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ
ຊີງຂັນນາຍົກ ປະເທດເນປານ
News Cover

ຈົບການແຂ່ງຂັນ

22/03/2023
ຈົບການແຂ່ງຂັນ
ທີມຊາດເນປານ 2-0 ທີມຊາດລາວ
News Cover

ໃນຕອນບ່າຍ ຂອງມື້ນີ້ 22 ມີນາ 2023 ທີມຊາດລາວ ໄດ້ມີການປະຊຸມທີມ ກ່ອນລົງທຳການແຂ່ງຂັນ ພົບເຈົ້າພາບ ເນປານ.

22/03/2023

ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນ ຫົວຫນ້າຄະນະທີມຊາດລາວ  ໄດ້ໃຫ້ຄຳໂອວາດ ແລະ ໃຫ້ກຳລັງໃຈຕໍ່ຄະນະຄູຝຶກ ແລະ ນັກກິລາ, ໂດຍໄດ້ເນັ້ນຫນັກໃຫ້ບັນດານັກກິລາໃຫ້ມີຄວາມສາມັກຄີ,​ຫລິ້ນຕາມການວາງແຜນຂອງຄູຝຶກຈົ່ງມີສະຕິສະເຫມີວ່າ ພວກເຮົາມາປະຕິບັດຫນ້າທີ່ ເພຶ່ອປະເທດຊາດ ແລະ ຈະທຸ້ມເທ ສູ້ສຸດຄວາມສາມາດ ຈົນເຖິງນາທີສຸດທ້າຍ.

  ການແຂ່ງຂັນກິລາ ບານເຕະນັດມິດຕະພາບ 3 ປະເທດ ຊີງຂັນນາຍົກປະເທດເນປານ (FIFA day)

ວັນທີ 22/03/2023 ທີມຊາດເນປານ ພົບ ທີມຊາດລາວ ເວລາ 19:15ໂມງ.

  ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.