News
News Cover

ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’

03/03/2023

ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’ ໃຫ້ແກ່ບັນດາສະໂມສອນໃນລາວລີກ1 ເຊິ່ງມີນັກວິທະຍາກອນ ຈາກ ປະເທດບຣາຊີວ ທ່ານ Willander Fonseca ເຊິ່ງເປັນຫົວຫນ້າຄູຝືກພາລະກໍາລັງ ແລະ  ຜູ້ຊ່ວຍຄູຝຶກທີມຊາດລາວ ຊຸດໃຫຍ່, ນັກສໍາມະນາກອນ ແມ່ນ ບັນດາຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ວິຊາການ ຈາກສະໂມສອນຕ່າງໆ ລວມ 15 ທ່ານ.

  ເຊີ່ງຫົວຂໍ້ໃນການຝຶກອົບຮົມແມ່ນ ’ບົດ ພາລະກຳລັງ’ ແລະ ໃນອານາຄົດ ກໍຍັງຈະມີຫຼາຍບົດ ທີ່ຈະໄດ້ຖອດຖອນບົດຮຽນດ້ວຍກັນເປັນແຕ່ລະໄລຍະ.

- ຈຸດປະສົງ

   ການຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອເພິ່ມຄວາມສໍາພັນ 

ລະຫວ່າງ ທີມຊາດ ແລະ ບັນດາສະໂມສອນ ເພື່ອພັດທະນາ ກິລາ ບານເຕະລາວ ໃຫ້ມີຄວາມເຂັ້ມແຂງ ກ້າວໜ້າໃຫ້ທຽບເທົ່າພາກພື້ນອາຊຽນ.

News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ປະຈຳປີ 2023

02/03/2023

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .

News Cover

ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023 ທີມຊາດລາວ ຊຸດໃຫຍ່

28/02/2023

ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023  ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນນັດອຸ່ນເຄື່ອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023

   ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື: 

1 Nepal ( ເຈົ້າພາບ )🇳🇵

2 Bhutan🇧🇹

3 Laos🇱🇦

   ຕາຕະລາງ ການແຂ່ງຂັນ

- ວັນທີ 22/03/2023 ທີມຊາດບູຖານ ພົບ ທີມຊາດລາວ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດເນປານ  ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 31/03/2023 ຮອບຊີງຊະນະເລີດ( ທີມອັນດັບ1 ຊີງກັບ ທີມອັນດັບ2 ) ເວລາ 17:30ໂມງ, ສະໜາມ Dashrath Stadium Kathmandu, Nepal.

News Cover

ປະທານ FIFA ຕ້ອນຮັບທ່ານນາງ ກັນຍາ ແກ້ວມະນີ ຄະນະບໍລິຫານງານ FIFA ຄົນໃໝ່

27/02/2023


News Cover

ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ

25/02/2023

ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ,ພາຍຫຼັງເປີດສອນຢ່າງເປັນທາງການ

 ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ  ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

#FIFATalentDevelopmentScheme

#ChampiChampaFootballTrainingCenter #FIFATalentDevelopmentScheme

#ChampiChampaFootballTrainingCenter

News Cover

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ

24/02/2023

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ

  ໃກ້ເຂົ້າມາແລ້ວ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ. 

 ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ 

- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ 

- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ 

- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .

News Cover

ຜົນການແຂ່ງຂັນນັດອຸ່ນເຄື່ອງ ນັດທີ 2

19/02/2023
ຜົນການແຂ່ງຂັນນັດອຸ່ນເຄື່ອງ ນັດທີ 2
  ວັນທີ 19/02/2023 ທີມໂຮງຮຽນກິລາ ແຂວງຂອນແກ່ນ ຈາກປະເທດໄທ ເອົາຊະນະ ທີມຊາດຍິງ ລາວU20  4-1
ແຂ່ງຂັນຢູ່ສະໜາມກິລາ ໂຮງຮຽນກິລາ ແຂວງຂອນແກ່ນ ປະເທດໄທ.
News Cover

ສຕລ ສຳເລັດການຝຶກອົບຮົມກໍາມະການຕັດສິນກິລາບານເຕະເປບຊີ ລາວລີກ1 ປະຈໍາປີ 2023

18/02/2023

  ຕອນບ່າຍ ວັນທີ 17 ກຸມພາ  2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີປິດຊຸດຝຶກອົບຮົມກຳມະການຕັດສິນເພື່ອກະກຽມຄວາມພ້ອມໃນລາຍການແຂ່ງຂັນບານເຕະເປບຊີລາວລີກ1ປະຈຳປີ 2023,ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ,ຫົວໜ້າອະນຸກໍາມະການຕັດສິນ,ທ່ານໄຊປະເສີດພົງຊະນິດຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ທ່ານ,ໃນນັ້ນເປັນຍິງ2ທ່ານ,ຜູ້ປະເມີນກຳມະການຕັດສິນ6ທ່ານທີ່ມາຈາກຕ່າງແຂວງ12ທ່ານ. 

  ໃນພິທີ,ທ່ານ  ຄຳແພງ ວົງຂັນຕີ ໄດ້ກ່າວໃຫ້ຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດການແຂ່ງຂັນ ເປບຊີລາວລີກ 1ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້,ເຮັດໃຫ້ກໍາມະການຈໍານວນໜຶ່ງກໍ່ໄດ້ກ້າວຂື້ນໄປສູ່ການຕັດສິນໃນລະດັບAFC ລະດັບFIFA ຊຶ່ງນອກຈາກເປັນຜົນງານຂອງຕົນເອງແລ້ວ,ກໍຍັງເປັນການສ້າງຊື່ສຽງໃຫ້ກັບປະເທດຊາດກໍ່ຄືສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.

  ສຳລັບການຝຶກອົບຮົມກຳມະການຕັດສິນດຳເນີນມາເປັນເວລາ4ວັນນັບຕັ້ງແຕ່ວັນທີ 14 - 17 ກຸມພາ  2023 ໂດຍນັກສຳມະນາກອນ ໄດ້ຮຽນຮູ້ ທາງດ້ານທິດສະດີກ່ຽວກັບກະຕິກາຕ່າງໆ, ໂດຍສະເພາະການເຮັດຜິດກົດກະຕິກາ ,ຈັງຫວະລໍ້າໜ້າ ນອກຈາກນັ້ນກໍ່ໄດ້ຮຽນຮູ້ກ່ຽວກັບຕໍາແໜ່ງ, ການບໍລິຫານເກມການແຂ່ງຂັນ,ທີ່ສໍາຄັນກໍ່ໄດ້ຮຽນຮູ້ສະກັດກັ້ນການລົ້ມບານ,ແກ້ໄຂ້ປັບປຸງຂໍ້ຜິດພາດໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໄດ້ມີການທົດສອບພາລະກຳລັງ,ທົດສອບການວິນິດໄສທາງວີດີໂອແລະອື່ນໆ.

News Cover

ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1

18/02/2023

ຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 1

 ວັນເສົາ 18/02/2023 ມີ​ກາ​ນ​ແຂ່ງ​ຂັນ 2 ຄູ່ ເວລາ 16:00 ​ສະ​ໂມ​ສອນບານເຕະ ວຽງຈັນ ພົບ ສະໂມສອນບານ​ເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາທະຫາວິທະຍາໄລແຫ່ງຊາດລາວ

ລິ້ງຖ່າຍທອດສົດ: https://www.youtube.com/live/607GTPPTUrg?feature=share

 ເວລາ 16:00 ​ ສະໂມສອນບານເຕະ ຊ້າງນ້ອຍ ພົບ ສະໂມສອນບານເຕະ  ນ້ຳ​ທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

ລິ້ງຖ່າຍທອດສົດ: https://www.youtube.com/live/Kivot6bFEKI?feature=share

 ວັນອາ​ທິດ 19/02/2023 ມີ​ກາ​ນ​ແຂ່ງ​ຂັນ 2 ຄູ່ ເວ​ລາ 16:00 ສະ​ໂມ​ສອນບານ​ເຕະ ກອງ​ທັບ ພົບ ສະ​ໂມ​ສອນບານ​ເຕະ ຫຼວງພະບາ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 

ລິ້ງຖ່າຍທອດສົດ: https://www.youtube.com/live/9rzQEUh-9e0?feature=share

 ເວ​ລາ 16:00 ສະ​ໂມ​ສອນບານ​ເຕະ ມາສເຕີ້ ເຊເວັ້ນ ພົບ ສະ​ໂມ​ສອນ​ບານ​ເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

ລິ້ງຖ່າຍທອດສົດ: https://www.youtube.com/live/nazZIr6xKus?feature=share

ສາ​ມາດ​ໄປຊົມ ແລະ ເຊຍ ​ຕິດ​ຂອບ​ສະ​ຫນາມ​ທີມ​ທີ່​ຕົນ​ເອງ​ມັກ​ໄດ້, ເຂົ້າ​ຊົມ​ຟ​ຣີ ແລະ ສາ​ມາດ​ຮັບ​ຊົມ ການ​ຖ່າຍ​ທອດ​ສົດ​ໄດ້​ທີ່ ເຟ​ສບຸກ '' Lao League 1 ລາວລີກ 1 ''  ແລະ Youtube ''  LAOFF TV ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ''     

#PepsiLaoLeague1 

#pepsilaos

#Laotelecom

#evo

#LaoLeague1 #laofootball #laoleague #YoungElephantsFC #LaoArmyFC #ViengchanhFC #EzraFC #Master7FC #LuangPrabangFC #ChampasakFC

#namthaunited

#Matchday1 

News Cover

ງານຖະແຫຼ່ງຂ່າວ ເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ ປະຈຳປີ 2023

17/02/2023

 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີຖະແຫລງຂ່າວເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ2023 ຂື້ນຢ່າງເປັນທາງການໃນວັນທີ 17 ກຸມພາ 2023 ທີ່ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ໃນພິທີ,ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ກ່າວຈຸດປະສົງຂອງການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ 2023 ວ່າ:ໃນການແຂ່ງຂັນຄັ້ງນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

 1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ກອງທັບ

3. ສະໂມສອນ ກິລາບານເຕະ ວຽງຈັນ

4. ສະໂມສອນ ກິລາບານເຕະ ເອສະຣາ

5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

6. ສະໂມສອນ ກິລາບານເຕະ ຫຼວງພະບາງ

7. ສະໂມສອນ ກິລາບານເຕະ ຈຳປາສັກ

8. ສະໂມສອນ ກິລາບານເຕະ ນ້ຳທາ  

 ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ອະທິບາຍ ຮູບແບບຂອງການຈັດແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023  ໂດຍຈະໃຊ້ 6 ສະຫນາມ ແຂ່ງຂັນຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, , ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ ແລະ ສະຫນາມກິລາແຂວງຫຼວງນ້ຳທາ.

  ສວ່ນຮູບແບບການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2  ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ້ມແຂ່ງຂັນນັບຕັ້ງແຕ່ວັນທີ  18 ກຸມພາ  ຫາ ສິງຫາ 2023 ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ, ສະໂມສອນທີ່ໄດ້ເປັນແຊ້ມ  ເປບຊີ ລາວລີກ 1ໃນ ລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

 ໃນທ້າຍພິທີຍັງໄດ້ມີພິທີມອບການອຸປະຖຳ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຈາກຫລາຍບໍລິສັດຄື:ບໍລິສັດ ເບຍລາວ ຈຳກັດ ສະຫນັບສະຫນູນ ເປັນຈຳນວນ 1,638,000,000 ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈຳນວນ 481,288,000 ກີບ ແລະ ບໍລິສັດ ອີໂວ ຈຳກັດ 77,761,000 ກີບ ກ່າວຮັບໂດຍແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ. 

ໃຫ້ກຽດເຂົ້າຮວ່ມໃນງານນີ້,ຍັງມີທ່ານ ນ. ແສງມະນີ ໄຊຍະກອນ ຜູ້ຈັດການຊ່ອງທາງການຈັດຈຳໜ່າຍເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ບໍລິສັດ ເບຍລາວ ຈຳກັດ, ທ່ານ ທອນແກ້ວ ສີຫາວົງ ຮອງຫົວຫນ້າຝ່າຍປະຕິບັດການ ແລະ ພັດທະນາ ເຄື່ອຂ່າຍ ລາວໂທລະຄົມ, ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ , ທ່ານ ແຮັບປີ້ ສີສົມພອນ ຜູ້ອຳນວຍການຝ່າຍການຕະຫລາດ, ບໍລິສັດ ອີໂວ ຈຳກັດ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກຈັດການແຂ່ງຂັນ ສຕລ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນ  ເຂົ້າຮ່ວມຢ່າງພ້ອມພຽງ. 

 ສຳລັບຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປິ 2023 ອາທິດທີ 1 ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບກັບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ເວລາ 16:00  ສະໂມສອນບານເຕະ ຊ້າງນ້ອຍ ພົບກັບ ສະໂມສອນບານເຕະ  ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16, ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບກັບ ສະໂມສອນບານເຕະ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5, ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບກັບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສາມາດໄປຊົມ ແລະ ເຊຍຕິດຂອບສະຫນາມກັບທິມບານເຕະທີ່ຕົນເອງມັກໄດ້, ເຂົ້າຊົມໂດຍບໍ່ເສຍຄ່າ(Free) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ '' Lao League 1 ລາວລີກ 1 ''  ແລະ Youtube ''  LAOFF TV ສະຫະພັນບານເຕະແຫ່ງຊາດລາວ.

News Cover

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

16/02/2023

ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນສັນຊາດລາວ ມີບົດບາດໄດ້ໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າຈາກລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ້) ໃນວັນທີ 6-12 ມີນາ 2023 ນີ້, ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການນີ້ ແລະ ລະດັບທະວີບອາຊີ.

ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019 ເຊິ່ງກ່ອນໄປຮ່ວມຕັດສິນລາຍການນີ້ ພຸດສະຫວັນ ຈັນທະວົງ ໄດ້ໄປຮ່ວມອົບຮົມກຳມະການຕັດສິນລະດັບສູງຂອງຟີຟ້າ ຢູ່ປະເທດມາເລເຊຍ ໃນວັນທີ 7-10 ກຸມພາ 2023 ຜ່ານມາ.

ສຳລັບ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ນອກຈາກ ພຸດສະຫວັນ ຈັນທະວົງ ຈະໄປຮ່ວມຕັດສິນໃນ ກຸ່ມ D ທີ່ປະເທດຈໍແດນ, ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ຮອບຄັດເລືອກ ກຸ່ມ A ໃນລະຫວ່າງວັນທີ 8-12 2023 ໂດຍມີ 4 ທີມຮ່ວມຄັດເລືອກຄື: ສປ ຈີນ, ຟີລິບປິນ, ຮົງກົງ ແລະ ລາວ ເຈົ້າພາບ, ຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບຄັດເລືອກຮອບທີສອງຕໍ່ໄປ.

News Cover

ຜົນການແຂ່ງຂັນນັດອຸນເຄື່ອງ

16/02/2023

ວັນທີ 15/02/2023

ທີມໂຮງຮຽນກິລາ ແຂວງຂອນແກ່ນ ຈາກປະເທດໄທ ເອົາຊະນະ ທີມຊາດຍິງ ລາວU20  6-0

ແຂ່ງຂັນຢູ່ສະໜາມກິລາ ໂຮງຮຽນກິລາ ແຂວງຂອນແກ່ນ ປະເທດໄທ.