4
3
2
1
1CHAMPASAK CHAMPIONS
Title Type Date
ເປີດຮັບລົງທະບຽນໃໝ່ເທີມທີ3 Advertise 01/07/2024
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ "ຍັງເປີດ"ຮັບສະຫມັກນັກກິລາຍິງ Advertise 13/06/2024
ແຈ້ງຂ່າວດີ ອີກບໍ່ດົນ ແຂວງບໍລິຄຳໄຊ ຈະມີສູນຝຶກກິລາບານເຕະ ຈຳປີ-ຈຳປາ ປະຈຳແຂວງຢ່າງເປັນທາງການ ແລະ ຈະເລີ່ມເປີດສອນໃນໄວໆນີ້ Advertise 13/06/2024
ສູນຝຶກກິລາບານເຕະ ຈຳປີ-ຈຳປາ ແຂວງຄຳມ່ວນ ຈະໄດ້ເປີດຝຶກສອນຢ່າງເປັນທາງການ ໃນວັນທີ 7 ກໍລະກົດ (7) 2024 ທີ່ສະໜາມກິລາແຂວງຄຳມ່ວນ Advertise 13/06/2024
News Cover

ສຕລ ແຕ່ງຕັ້ງ ທ່ານຈອງ ເຈ ຄວອນ ເປັນຫົວໜ້າຄູຝຶກ ທີມຊາດລາວU20 ລຸຍລາຍການແຂ່ງຂັນບານເຕະຊີງແຊ້ມອາຊີU20 ຮອບຄັດເລືອກ

02/09/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຈອງ ເຈ ຄວອນ(Jung Jae-kwon) ເປັນຫົວໜ້າຄູຝຶກ ທີມຊາດລາວຮຸ່ນອາຍຸບໍ່ເກີນ20ປີຫຼື U20ຄົນໃໝ່ເພື່ອຄຸມທິມເຂົ້າຮ່ວມ ລາຍການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20 ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ).

  ສຳລັບປະຫວັດ ຂອງ ທ່ານ ຈອງ ເຈ ຄວອນ ແມ່ນ ເກິດ ວັນທີິ ວັນທີ 5 ພະຈິກ 1970 ເປັນຄົນສັນຊາດ ສ. ເກົາຫລີ, ອະດີດ ກອງຫນ້າ ທີມຊາດ ສ. ເກົາຫລີ ໂດຍລົງສະຫນາມ ທີມຊາດຊຸດໃຫຍ່ ທັງຫມົດ 15 ນັດ ຍິງໄດ້ 3 ປະຕູ ແລະ ທີມຊາດ ສ.ເກົາຫລີ U23 ລົງສະຫນາມ 10 ນັດ ຍິງໄດ້ 3 ປະຕູ, ສ່ວນຜົນງານລະດັບສະໂມສອນ ມີຄື:

- ປີ 1993 ຫລິ້ນໃຫ້ກັບ ສະໂມສອນ Industrial Bank of Korea

- ປີ 1994-1999 ຫລິ້ນໃຫ້ກັບ ສະໂມສອນ Pusan Daewoo Royals ລົງສະຫນາມ 99 ນັດ ຍິງໄດ້ 20 ປະຕູ

- ປີ 1998 ຫລິ້ນໃຫ້ກັບ ສະໂມສອນ Vitória FC ລົງສະຫນາມ ລົງສະຫນາມ 5 ນັດ ຍິງ ໄດ້ 5 ປະຕູ

- ປີ 2000-2001 ຫລິ້ນໃຫ້ກັບ ສະໂມສອນ Pohang Steelers ລົງສະຫນາມ 17 ນັດ ຍິງໄດ້ 1 ປະຕູ

ຂະນະທີ່ຜົນງານການຄູມທີມມີຄື:

- ປີ 2002 ຄຸມທີມ ສະໂມສອນ Dong-eui University

- ປີ 2003 -2007 ເຮັດວຽກຢູ່ Dongnae Middle School

- ປີ 2008 - ປັດຈຸບັນ ຄູມທີມ ມະຫາວິທະຍາໄລ Hanyang University

ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ຈອງ ເຈ ຄວອນ ແມ່ນນຳພາ ທີມຊາດລາວ U20 ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ U20ຮອບຄັດເລືອກ 2025 ຈັດຂຶ້ນ ວັນທີ 25-29 ກັນຍາ 2024 ( AFC U20 ASIAN CUP 2025 Qualifiers ) ຢູ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນຮອບຄັດເລືອກ ໂດຍ ທີມຊາດລາວ ຢູ່ ຮ່ວມກຸ່ມ G ປະກອບມີ : ອີຣ່ານ, ມົງໂກລີ, ອິນເດຍ ແລະສປປລາວ ( ເຈົ້າພາບ ).

ກ່ອນນັ້ນ,ຄືວັນທີ 14 ສິງຫາ 2024 ສະຫະພັນບານເຕະແຫ່ງຊາດລາວກໍໄດ້ຖະແຫລງຂ່າວການແຕ່ງຕັ້ງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ໄວ 54 ປີ ສັນຊາດ ສ. ເກົາຫລີ ຮັບໜ້າທີ່ເປັນ ຄູຝຶກ ທີມຊາດລາວ ຄົນໃໝ່,ຄຸມທີມຊາດລາວ ຊຸດໃຫຍ່ ແລະທີມຊາດລາວU23 ເພື່ອກຽມທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ASEAN Mitsubishi Electric Cup 2024 ແລະ ການແຂ່ງຂັນ AFC Asian Cup 2027 ຮອບຄັດເລືອກ ຮອບ 2.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ U20

- ວັນທີ 25/09/2024

 ເວລາ 19:00 ອີຣ່ານ ພົບ ລາວ

- ວັນທີ 27/09/2024

 ເວລາ 19:00 ລາວ ພົບ ມົງໂກລີ

- ວັນທີ 29/09/2024

 ເວລາ 19:00ອິນເດຍ ພົບ ລາວ

 ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16


News Cover

ຊ້າງນ້ອຍ ສ້າງປະຫວັດສາດ ເອົາຊະນະ ມຽວຢາວະດີ 3-0

01/09/2024

ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2024/25 ) ຮອບຄັດເລືອກກຸ່ມ ເອ ຈັດຂຶ້ນຢູ່ທີ່ ປະເທດ ຊາອຸດິອາຣັບເບຍ, ນັດສຸດທ້າຍ ວັນທີ 31 ສິງຫາ 2024 ທີ່ຜ່ານມາແຂ່ງຂັນຢູ່ທີ່ສະຫນາມ Al Nassr Club Stadium ສະໂມສອນ ຊ້າງນ້ອຍ ຈາກລາວ ພົບ ສະໂມສອນ ມຽວຢາວະດີ ຈາກມຽນມາ ຜ່ານການແຂ່ງຂັນຜົນປະກົດວ່າ ສະໂມສອນ ຊ້າງນ້ອຍ ເອົາຊະນະ ສະໂມສອນ ມຽວຢາວະດີ 3-0 ໂດຍ ຊ້າງນ້ອຍ ໄດ້ປະຕູຈາກ ເບີ 13 NANAMI SONE ນາທີ 25, ເບີ 6 SAKI YANAGISAWA ນາທີ 45+1, 78 ຈາກໄຊຊະນະ ດັ່ງກ່າວເປັນການຊະນະນັດທຳອິດ ຂອງ ສະໂມສອນ ຊ້າງນ້ອຍ ໃນການເປັນຕົວແທນຈາກ ສະໂມສອນບານເຕະຍິງ ຈາກລາວ ເຂົ້າຮ່ວມລາຍການ ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2024/25 ).

 ສະຫລູບຕາຕະລາງ ຄະແນນ ອັນດັບ 1 ອາບູ ດາບີ ຄັນທີ ຄຣັບ ຈາກ ສະຫະລັດອາຣັບ ອີມີເຣດ ລົງສະຫນາມ 3 ນັດ ຊະນະ 3 ນັດ ມີ 9 ຄະແນນ, ອັນດັບ 2 ອັລ ນາສເສີ ຈາກ ຊາອຸດິ ອາຣັບເບຍ ລົງສະຫນາມ 3 ນັດ ຊະນະ 2 ນັດ ເສຍ 1 ນັດ ມິ 6 ຄະແນນ, ອັນດັບ 3 ຊ້າງນ້ອຍ ຈາກ ລາວ ລົງສະຫນາມ 3 ນັດ ຊະນະ 1 ນັດ ເສຍ 2 ນັດ ມີ 3 ຄະແນນ ແລະ ອັນດັບ ສຸດທ້າຍ ມຽວຢາວະດີ ຈາກມຽນມາ ລົງສະຫນາມ 3 ນັດ ເສຍ 3 ນັດ. ສຳລັບ ການແຂ່ງຂັນບານເຕະ ຍິງຊີງແຊ້ມສະໂມສອນ ອາຊີ ລະດູການ 2024-2025 (AFC Women’s Champions League™ 2025/26 ) ສະໂມສອນ ຈາກລາວ ໄດ້ສິດເຂົ້າຮ່ວມ 1 ທີມທີ່ ສຳລັບທີມທີ່ເປັນແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ).


News Cover

ນໍ້າທາ ຢູໄນເຕັດ ເຊັນສັນຍາກັບນັກກິລາໃນສັງກັດU19 ຈຳນວນ 10 ຄົນ ຫລັງຈົບການແຂ່ງຂັນເຕະບານຊາຍ U19 ຊິງຂັນ ສຕລ 2024

30/08/2024

ທ່ານ ແຮັບປີ້ ສີສົມພອນ ຮອງປະທານສະໂມສອນ ນໍ້າທາ ຢູໄນເຕັດ ກ່າວວ່າ: ເພື່ອເປັນການສ້າງໂອກາດ ແລະ ຜົນປະໂຫຍດແກ່ນັກກິລາ ໂດຍສະເພາະການຝຶກຝົນ ແລະ ແຂ່ງຂັນຢ່າງຕໍ່ເນື່ອງ ສ້າງຜົນງານ,ປະສົບການໃຫ້ດີຂຶ້ນ ເພື່ອຕໍ່ຍອດສູ່ການເປັນນັກເຕະອາຊີບໃນອະນາຄົດ ດັ່ງນັ້ນ, ສະໂມສອນບານເຕະ ນໍ້າທາ ຢູໄນເຕັດ ຈຶ່ງສືບຕໍ່ເຊັນສັນຍາກັບນັກກິລາໃນສັງກັດ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ຈຳນວນ 10 ຄົນ. ສຳລັບນັກກິລາທັງ 10 ຄົນແມ່ນເປັນນັກກິລາທີ່ມີພອນສະຫວັນ-ພອນສະແຫວງ ແລະ ລະບຽບວິໄນດີ ຈະກາຍເປັນກຳລັງຫລັກໃນທີມຊຸດໃຫຍ່ ສົມທົບກັບລຸ້ນອ້າຍ ແລະ ຕ່າງຊາດຊາວຍີ່ປຸ່ນ 2 ຄົນ ກຽມລຸຍ ເປບຊີ ລາວລີກ 1 ລະດູການ 2024/2025. ທ່ານ ແຮັບປີ້ ສີສົມພອນ ໃຫ້ຮູ້ຕື່ມວ່າ: ໃນຈຳນວນນັກກິລາຊຸດນີ້ ອາດມີບາງຄົນທີ່ເຊັນສັນຍາກັບພວກເຮົາ ແຕ່ຈະປ່ອຍໃຫ້ທີມອື່ນຢືມຕົວ ຍ້ອນປັດໃຈເລື່ອງການຮຽນ ເພາະທາງເຮົາໃຫ້ນ້ອງໆເອົາການຮຽນເປັນສຳຄັນ ເພາະສະໂມສອນຕັ້ງຂື້ນມາກໍ່ຍ້ອນຢາກໃຫ້ທຸກຄົນໄດ້ຮັບໂອກາດ ແລະ ອະນາຄົດທີ່ດີ.

         ຜົນງານຂອງ ນໍ້າທາ ຢູໄນເຕັດ ໃນປີທີຜ່ານແມ່ນຍາດໄດ້ ອັນດັບ 7 ໃນການເຂົ້າຮ່ວມ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 2023 ເຊິ່ງເປັນປີທຳອິດທີ່ສົ່ງທີມເຂົ້າຮ່ວມການແຂ່ງຂັນ.

 ການແຂ່ງຂັນລະດູການນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

  ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

    ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ. ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາສເຕີເຊເວັ້ນ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).


Video Cover

ນໍ້າທາ ພົບ ມາສເຕີ້ ເຊເວັ້ນ

28/07/2024

ນໍ້າທາ ພົບ ມາສເຕີ້ ເຊເວັ້ນ

Video Cover

ຈຳປາສັກ ພົບ ເອສະຣາ

28/07/2024

ຈຳປາສັກ ພົບ ເອສະຣາ

Video Cover

ນໍ້າທາ ພົບ ຈຳປາສັັກ

25/07/2024

ນໍ້າທາ ພົບ ຈຳປາສັັກ