
ທີມຊາດຈີນ ເອົາຊະນະ ທີມຊາດລາວ 8-0
ທີມຊາດຈີນ ເອົາຊະນະ ທີມຊາດລາວ 8-0
- ຈີນ ໄດ້ປະຕູຈາກ: ການສະກັດບານເຂົ້າປະຕູຕົນເອງຂອງເບີ 4 ທີມຊາດລາວ ທິບປະກອນ ສີວົງລາດ ນາທີ 1, ເບີ 9 YIN LIHONG ນາທີ 8, ເບີ 17 HUO YUEXIN ນາທີ 9, 36, 61, 67, 68, ເບີ 11 OUYANG YUHUAN ນາທີ 11.

11 ຜູ້ຫຼີ້ນຕົວຈິງ ທີມຊາດຈີນ ພົບ ທີມຊາດລາວ


ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ
AFC U20 WOMEN'S ASIAN CUP 2024 GROUP A
ນັດວັນທີ 12 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ທີມຊາດ ຈີນ ພົບ ທີມຊາດ ລາວ ເວລາ 19:30 ທຸກນັດແຟນບານເຂົ້າຊົມໄດ້ຟີໂດຍບໍ່ເສຍຄ່າຜ່ານປະຕູ.
ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

ຈົບການແຂ່ງຂັນ ທີມຊາດຟິລິປິນ ເອົາຊະນະ ທີມຊາດລາວ 1-0

ປະມວນພາບການແຂ່ງຂັນ
ລາວ 2-2 ຮົງກົງ
- ລາວ ໄດ້ປະຕູຈາກ: ເບີ 7 ໃຈຄຳ ໄຊຍະປະເສີດ ນາທີ 5, ເບີ 21 ສີສະອາດ ອຳໄພລາດ ນາທີ 87
- ຮົງກົງ ໄດ້ປະຕູຈາກ: ເບີ 3 CHAN TSZ SHAN ນາທີ 13, LUK SEAN HOI CHING ນາທີ 81 ( ຈຸດໂທດ )
ສະຫນາມກິລາແຫ່ງຊາດຫຼັກ 16
ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

ຕາຕະລາງຄະແນນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ

ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16
ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16, ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າຄະນະ ທີມຊາດຍິງ ລາວU20 ແລະ ທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ທີມຊາດຍິງ ລາວU20 ກ່ອນທີ່ຈະລົງແຂ່ງໃນນັດທຳອິດ ໃນວັນທີ 8 ມີນາ 2023 ນີ້ ເຊິ່ງທັງ 2 ທ່ານໄດ້ເວົ້າວ່າ: ນັກກິລາທຸກຄົນພາຍໃນທີມຕ້ອງມີຄວາມເປັນລະບຽບ, ມີຄວາມສາມັກຄີກັນ ແລະ ການຕັດສິນໃຈໃນເວລາລົງຫຼິ້ນເພື່ອໃຫ້ນຳພາທີມໄປສູ່ໄຊຊະນະ ຂໍໃຫ້ທຸກຄົນເຮັດໃຫ້ເຕັມທີ່ເພື່ອປະເທດຊາດຂອງລາວເຮົາໃຫ້ທຸ້ມເທສຸດຄວາມສາມາດໃນທຸກໆນັດການແຂ່ງຂັນ.

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ
ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ຈັດຂຶ້ນຢູ່ທີ່ໂຮງແຮມແລນມາກ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ຫົວໜ້າຄູຝຶກ ທີ່ເຂົ້າຮ່ວມການແຂ່ງຂັນ. ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້: – ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ – ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ – ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ ສາມາດຕິດຕາມການຖ່າຍທອດສົດ ທີມຊາດລາວ ໄດ້ໂດຍຜ່ານທາງເຟສບຸກ ຂອງສະຫະພັນບານເຕະແຫ່ງຊາດລາວ ແລະ Youtube '' LAOFFTV ''

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ
ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ນັດທຳອິດ
ຄູ່ລະຫວ່າງ ລາວ ພົບ ຮົງກົງ ເວລາ 19:30 ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ
ບັນຍາກາດການຝຶກຊ້ອມຂອງວັນທີ 24 ກຸມພາ 2023 ທີ່ສະໜາມ ວິທະຍາໄລບັນດິດເອເຊຍ ເມືອງພົນ ປະເທດໄທ
ໃກ້ເຂົ້າມາແລ້ວ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ໂດຍ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ
- ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ
- ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .
