News about Champi-Champa Training Center

ເຍົາວະຊົນ ສາລະວັນ 130 ກວ່າຄົນ ຮ່ວມຄັດເລືອກ ກ້າວສູ່ນັກກິລາທີມຊາດໃນອະນາຄົດ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງສາລະວັນ ຈຳນວນ 130 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນໄດ້ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງສາລະວັນ ເພື່ອພັດທະນາກາຍເປັນນັກກິລາດິເດັ່ນປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 12-14 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ສືບຕໍ່ເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈໍາປີຈຳປາ ແຂວງສາລະວັນ ທີ່ພາຍຫຼັງສຳເລັດໂຄງການດັ່ງກ່າວ ທີ່ແຂວງຈຳປາສັກ (8-10 ກຸມພາ) ເພື່ອເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ໃນຈຳນວນ 22 ຄົນ ຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງສາລະວັນ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.ໃນໂອກາດດັ່ງກ່າວ, ທາງ ສຕລ ກໍຍັງໄດ້ມອບອຸປະກອນບານເຕະຈຳນວນຫຼາຍລາຍການໃຫ້ທາງສະຫະພັນບານເຕະແຂວງສາລະວັນ ເພື່ອນຳໄປພັດທະນານັກກິລາເຍົາວະຊົນອີກດ້ວຍ.
ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສຕລ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມ,ເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງສະພາບແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເມືອງປາກຊັນ ແຂວງບໍລິຄໍາໄຊ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານເຕະຈໍາປີຈໍາປາ ແຂວງສາລະວັນ, ສູນຝຶກບານເຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ແຂວງຄຳມ່ວນ.
ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ ຕື່ມອີກ.

ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຈຳປາສັກ 170 ກວ່າຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 8-10 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນປຳປີຈຳປາ ແຂວງຈຳປາສັກ ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ. ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ໃນປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານແຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ເມືອງປາກຊັນ ແຂວງບໍລິຄໍາໄຊ. ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງສາລະວັນ ໃນລະຫວ່າງວັນທີ 12-15 ກຸມພາ 2025 ຕື່ມອີກ.

U15 ປີ ທີມຍິງ ມາສເຕີ ເອັຟຊີ ຟອມເດັ່ນ! ຍິງ 30 ປະຕູ ຈາກ 5 ນັດ ຄວ້າແຊ້ມເຕະບານຍິງ 15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024
ການແຂ່ງຂັນເຕະບານເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 ໄດ້ແກ່ : ສະໂມສອນ ເມາສເຕີ ເອັຟຊີ ແຂ່ງ 5 ນັດ ຊະນະ 4 ສະເໝີ 1 ຍິງໄດ້ເຖິງ 30 ປະຕູ ເສຍພຽງ 3 ປະຕູ ມີ 13 ຄະແນນ ໄດ້ແຊ້ມເໝືອນກັບ ທີມຍິງຊຸດໃຫຍ່ ທີ່ຄອງແຊ້ມລີກສູງສຸດຄັ້ງທຳອິດໃນປີນີ້.
🥈ອັນດັບທີ 2 : ສະໂມສອນ ຈຳປີ-ຈຳປາ ຫ້ວຍຫົງ ມີ 8 ຄະແນນ ຈາກ 5 ນັດ
🥉ອັນດັບທີ 3 : ສະໂມສອນ ສະປີດ ເອັຟຊີ ເກັບໄດ້ 8 ຄະແນນ ຈາກ 5 ນັດ ປະຕູໄດ້ເສຍໜ້ອຍກວ່າ ຈຳປີ-ຈຳປາ ຫ້ວຍຫົງ 2 ປະຕູ.

U14 ປີ ເອສະຣາ ຊະນະ 6 ສະເໝີ 1 ຄວ້າແຊ້ມເຕະບານຊາຍ U14 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024
ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 14 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 : ສະໂມສອນ ເອສະຣາ ຜົນງານໄຮ້ປະລາໄຊ 7 ນັດ ຊະນະ 6 ສະເໝີ 1 ຍິງໄດ້ 21 ປະຕູ ເສຍ 6 ປະຕູ ມີ 19 ຄະແນນ.
🥈ອັນດັບທີ 2 : ສະໂມສອນ ພີເຄພີ ຫລວງພະບາງ ມີ 15 ຄະແນນ ຈາກ 7 ນັດ
🥉ອັນດັບທີ 3 : ສະໂມສອນ ເອັສທີທີ ເອັຟຊີ ເກັບໄດ້ 13 ຄະແນນ ຈາກ 7 ນັດ

ຍິນດີນຳ U12 ປີ ພີເຄພີ ຫລວງພະບາງ ໄດ້ສິດໄປແຂ່ງຂັນທີ່ປະເທດສິງກະໂປ ລາຍການ SINGACUP ພາຍຫລັງຄວ້າແຊ້ມ U12 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ
ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 12 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 ໄດ້ແກ່: ສະໂມສອນ ພີເຄພີ ຫລວງພະບາງ ດ້ວຍຜົນງານ 7 ນັດ ຊະນະ 6 ເສຍ 1 ຍິງໄດ້ 19 ປະຕູ ເສຍ 7 ປະຕູ ມີ 18 ຄະແນນ.
🥈ອັນດັບທີ 2 : ສະໂມສອນ ຄຳໃສ ເອັຟຊີ ມີ 15 ຄະແນນ ຈາກ 7 ນັດ
🥉ອັນດັບທີ 3 : ສະໂມສອນ ພົມມະທັດ ເອັຟຊີ ເກັບໄດ້ 13 ຄະແນນ ຈາກ 7 ນັດ
ການເປັນແຊ້ມຂອງ U12 ປີ ພີເຄພີ ຫລວງພະບາງ ຄັ້ງນີ້ ໄດ້ສິດເປັນຕົວແທນທີມຈາກລາວ ເຂົ້າຮ່ວມລາຍການ SINGACUP 2024 ທີ່ປະເທດສິງກະໂປ ລະຫວ່າງວັນທີ 3-5 ພະຈິກທີ່ຈະມາເຖິງນີ້.

ເປີດຂຶ້ນຢ່າງເປັນທາງການສູນຝຶກ ຈຳປີ-ຈໍາປາແຫ່ງທີ6ທີ່ແຂວງ ບໍລິຄໍາໄຊ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດພິທີເປີດສູນຝຶກ ຈຳປີ-ຈໍາປາ ແຂວງ ບໍລິຄໍາໄຊຢ່າງເປັນທາງການໃນວັນທີ 29 ກັນຍາ 2024 ທີ່ ສະໜາມກິລາບານເຕະເມືອງປາກ,ໂດຍການເປັນປະທານ ຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ຄະນະພັດທະນາຄູຝຶກ, ຕາງຫນ້າ ສະຫະພັນບານເຕະແຂວງບໍລິຄຳໄຊ, ຄູຝຶກ ແລະ ນັກກິລາທັງໝົດ60 ກວ່າຄົນເຂົ້າຮວ່ມ.
ທ່ານ ນາງ ພູໄຊ ແພງພົງໄດ້ກ່າວວ່າ:ຈຸດປະສົງຂອງການສ້າງຕັ້ງສູນຝຶກບານເຕະຈໍາປີ-ຈໍາປາຂື້ນ ແມ່ນເພື່ອພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະຂອງເຍົາວະຊົນລາວເວົ້າລວມ, ເວົ້າສະເພາະແມ່ນເຍົາວະຊົນໃນທ້ອງຖິ່ນໃຫ້ມີທັກສະການຫຼິ້ນກິລາບານເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ໂດຍມີລຸ້ນອາຍຸ 10, 12ປີ, 14ປີ ແລະ 15ປີ, ໂດຍນໍາໃຊ້ ຫຼັກສູດການການຫຼີ້ນກິລາຂອງສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກ ຜູ້ນໍາຊ່ຽວຊານ ແລະ ສິດສອນຝຶກອົບຮົມຈາກຄູຝຶກຂອງສຕລ.ພ້ອມນັ້ນຍັງໄດ້ສ້າງສະພາບແວດລ້ອມທີ່ດີໃນການຝຶກແອບໃຫ້ນັກກິລາໃຫ້ ມີຄວາມປອດໄພ ແລະ ມ່ວນຊື່ນ.
ທ່ານ ນາງ ພູໄຊ ແພງພົງກ່າວຕື່ມວ່າ:ສູນຝຶກບານເຕະຈໍາປີ-ຈໍາປາແຫ່ງສູນທໍາອິດໃນລາວໄດ້ເປີດຂື້ນຢ່າງເປັນທາງການໃນ ວັນທີ 21 ມີນາ 2021ທີ່ສໍານັກງານໃຫຍ່ສຕລ ນະຄອນຫຼວງວຽງຈັນ,ເຊິ່ງຈຸດປະສົງສ້າງໃຫ້ເປັນສູນຝຶກບານເຕະຂອງເຍົາວະຊົນລາວແລະຈາກຜົນສໍາເລັດຕະຫຼອດການຈັດຕັ້ງປະຕິບັດສູນຝຶກບານເຕະຈໍາປີ-ຈໍາປາທີ່ຜ່ານມາ ເຫັນວ່າພໍ່ແມ່ຜູ້ປົກຄອງໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ. ດັ່ງນັ້ນຈຶ່ງໄດ້ຂະຫຍາຍໂຄງການສູນຝຶກບານເຕະຈໍາປີ-ຈໍາປາອອກໄປສູ່ຕ່າງແຂວງໃນທົ່ວປະເທດລາວ ໂດຍໄດ້ຮັບທຶນ ສະຫນັບສະຫນູນຈາກສະຫະພັນບານເຕະສາກົນ ຫຼື FIFA ພາຍໃຕ້ໂຄງການພັດທະນາພອນສະຫວັນ(TALENT DEVELOPMENT SHCEEM), ເຊິ່ງໃນປັດຈຸບັນນີ້ມີສູນຝຶກ ບານເຕະຈໍາປີ-ຈໍາປາທີ່ຍັງມີການເຄື່ອນໄຫວຢູ່ທັງຫມົດຈໍານວນ 5 ແຫ່ງ ຄື: ສູນຝຶກ ຈໍາປີ-ຈໍາປາ ຫ້ວຍຫົງ ນະຄອນ ຫຼວງວຽງຈັນ, ສູນຈໍາປີ-ຈໍາປາ ຫຼັກ 16 ນະຄອນຫຼວງວຽງຈັນ, ສູນຝຶກ ຈໍາປີ-ຈໍາປາ ແຂວງ ຈໍາປາສັກ, ສູນຝຶກບານແຕະຈໍາປີ-ຈໍາປາຫຼວງນ້ໍາທາ ແລະ ສູນຝຶກສູນຝຶກ ຈໍາປີ-ຈໍາປາ ແຂວງບໍລິຄໍາໄຊ.ດັ່ງນັ້ນ, ເພື່ອໃຫ້ໂຄງການດັ່ງກ່າວນີ້ປະສົບຜົນສໍາເລັດຈິ່ງຂໍຮຽກຮ້ອງໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງພໍ່ແມ່ຜູ້ປົກຄອງ ແລະ ນັກກິລາ ຈົ່ງພ້ອມກັນເສີມຂະຫຍາຍທ່າແຮງແລະເອົາໃຈໃສ່ໃນການພັດທະນາ ແລະ ຊຸກຍູ້ໃຫ້ນ້ອງໆນັກກິລາຂອງພວກເຮົາໃຫ້ກ້າວໄປສູ່ການເປັນນັກກິລາທີ່ດີກ້າວຂື້ນກໍາລັງແຮງຂອງຊາດ,ຂອງແຂວງ ຫຼື ໃນລະດັບສາກົນໃນອະນາຄົດ

ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 5 ທີ່ແຂວງ ຄຳມ່ວນ
ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 5 ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 7 ກໍລະກົດ 2024 ທີ່ສະໜາມກິລາບານເຕະ ແຂວງຄຳມ່ວນ ພາຍໃຕ້ການສະໜັບສະໜູນຈາກໂຄງການ ພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດຫຼືຟີຟາ( FIFA Talent Development Scheme)ໃຫ້ກຽດ ເປັນ ປະທານກ່າວເປີດໂດຍ ທ່ານ ພັທ.ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານໄດ້ກ່າວເຖິງການເປີດສູນຝຶກໃນຄັ້ງນີ້ວ່າ: ຈຸດປະສົງຂອງການເປີດສູນຝຶກແຫ່ງນີ້ ແມ່ນເພື່ອພັດທະນາກິລາບານເຕະຂອງແຂວງໃຫ້ມີຄວາມກ້າວໜ້າ ແລະ ແຜ່ຂະຫຍາຍໄປທົ່ວທຸກແຂວງ ເພື່ອໃຫ້ນ້ອງໆ ນັກຮຽນມີສຸຂະພາບແຂງແຮງພ້ອມທັງເປັນການເປີດໂອກາດໃຫ້ ນັກກິລາໄດ້ສະແດງຄວາມ ສາມາດທາງດ້ານ ພອນສະຫວັນກິລາບານເຕະ ມາເປັນນັກກິລາຮຸ່ນສືບທອດ ກາຍເປັນນັກກິລາທີມຂອງແຂວງ ແລະ ກ້າວສູ່ການເປັນນັກກິລາທີມຊາດໃນອະນາຄົດ.
ໃນໂອກາດດັ່ງກ່າວທ່ານ ສົມພູ ອຸ່ນວົງຄຳເພັງ ຮອງປະທານ ສະຫະພັນບານເຕະແຂວງ ຕາງຫນ້າ ສະຫະພັນບານເຕະແຂວງ ຄຳມ່ວນ,ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍ ຂໍຂອບໃຈ ສະຫະພັນບານເຕະແຫ່ງຊາດລາວ ແລະ ທຸກໆພາກສ່ວນທີ່ມີສ່ວນຮ່ວມຕໍ່ການເປີດສູນຝຶກໃນຄັ້ງນີ້ທີ່ໄດ້ດໍາເນີນໄປຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ຫວັງວ່າສູນຝຶກແຫ່ງນີ້ຈະມີສວ່ນປະກອບທີ່ສຳຄັນໃນການພັດທະນາກິລາບານເຕະຂອງແຂວງໃຫ້ສູງຂື້ນທັງລະດັບນັກກິລາ ຮຸ່ນສືບທອດຂອງແຂວງ ແລະ ທີມຊາດ ແລະ ເຊີນຊວນພໍ່ແມ່ຜູ້ປົກຄອງໄດ້ນຳພາລູກຫຼານທີ່ມັກຮັກກິລາບານເຕະມາຝຶກຊ້ອມທີ່ສູນຝຶກຂອງສະຫະພັນບານເຕະແຂວງຄຳມ່ວນ ເພື່ອຮຽນຮູ້ທັກສະເຕັກນິກດ້ານບານເຕະຂັ້ນພື້ນຖານເພື່ອກ້າວສູ່ລະດັບອາຊີບ ແລະ ລະດັບຊາດ.
ພິທີດັ່ງກ່າວໂດຍໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີ ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ,ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ, ນັກກິລາເຍົາວະຊົນແຂວງຄຳມ່ວນ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.

ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ
ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ທີ່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 8 ປິ, 10 ປີ, 12 ປີ, 14 ປິ.
ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ
ເວລາ 07:30 – 09:00
ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %
ຕິດຕໍ່ລົງທະບຽນຫນ້າງານ: 020 52116190 (ຄຳຫລ້າ)
020 97744940 (ສຸດທະນີ)
👉ຊ່ອງທາງຕິດຕາມຂໍ້ມູນຂ່າວສານ:
🌐 www.laoff.org.la
FB: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
TikTok: Lff_official
IG: Lff_official
Youtube: LAOFF TV ສະຫະພັນບານເຕະແຫ່ງຊາດລາວ
#FIFATalentDevelopmentScheme

ກຽມເປີດສູນຝຶກຈຳປີ - ຈຳປາ ອີກ 2 ແຫ່ງທີ່ຊຽງຂວາງ ແລະບໍ່ແກ້ວ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຂື້ນແຜນການເປີດສູນຝຶກບານເຕະຈຳປີ-ຈຳປາຢູ່ແຂວງຊຽງຂວາງ ແລະແຂວງບໍ່ແກ້ວໃນຕໍ່ໜ້າ,ເພາະສະນັ້ນເພື່ອຄວາມກຽມພ້ອມໃນໂຄງການດັ່ງກ່າວເມື່ອວັນທີ 13 ມີນາ 2024 ທີ່ຜ່ານມາ ສຕລ ໄດ້ສົ່ງພະນັກງານ ວິຊາການ ພະເເນກເຕັກນິກ - ວິທະຍາເດີນທາງໄປສົມທົບກັບສະຫະພັນບານເຕະແຂວງແລະອຳນາດການປົກຄອງທັງສອງແຂວງເພື່ອຮວ່ມກັນສຳຫລວດກວດກາຄືນຄວາມພ້ອມດ້ານຕ່າງໆ,ລວມທັງສະຖານ ທີ່ບ່ອນສ້າງສູນຝຶກແລະປຶກສາຫາລືຄວາມເປັນໄປໄດ້ໃນການເປີດສູນຝຶກຈຳປີ-ຈຳປາ.
ມາຮອດປັດຈຸບັນ,ສຕລ ໄດ້ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາ ມາແລ້ວ 4 ແຫ່ງຄື: ແຫ່ງທີ1 ຢູ່ນະຄອນຫຼວງວຽງຈັນ, ແຫ່ງທີ2 ແຂວງຫຼວງພະບາງ, ແຫ່ງທີ 3 ຢູ່ ແຂວງຈຳປາສັກ ແລະ ແຫ່ງທີ 4 ຢູ່ແຂວງຫຼວງນໍ້າທາ.

ຈັດພິທີເປີດສູນຝຶກກິລາບານເຕະຈຳປີ - ຈຳປາຢ່າງເປັນທາງການ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາຂື້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ຢູ່ທີ່ສູນດັ່ງກ່າວ,ເຊິ່ງມີທີ່ຕັ້ງຢູ່ສະຫນາມກິລາແຫ່ງຊາດລາວ(ຫຼັກ16)ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະ ພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີ,ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດສຕລໄດ້ນຳໃຊ້ສະຫນາມກິລາແຫ່ງຊາດຫຼັກ 16 ລວມທັງຫມົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ. ຫລັງຈາກນັ້ນ ສຕລ ໄດ້ຍາດແຍ່ງທຶນຊ່ວຍເຫລືອຈາກ ສະຫະພັນນາໆຊາດ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:
1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.
2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2021.
3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສຳເລັດໃນປີທີ່ຜ່ານມາ.
ຈຸດປະສົງຂອງສູນຝຶກນີ້ ແມ່ນເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ ເພື່ອຈຸດປະສົງຍົກລະດັບຂີດຄວາມສາມາດຂອງນັກກິລາໂດຍການມີສູນຝຶກທີ່ໄດ້ມາດຕະຖານທີ່ປະກອບໄປດ້ວຍ ຫໍພັກ, ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອອກກຳລັງກາຍ. ສູນຝຶກແຫ່ງນີ້ ຈະເປັນບ່ອນຫລໍ່ຫລອມທັກສະ, ຄວາມສາມາດຂອງນັກກິລາບານເຕະທີມຊາດລາວ ນັບແຕ່ນີ້ໄປສູ່ຫລາຍສະໄໝໃນອະນາຄົດ. ນອກນັ້ນ ສູນຝຶກແຫ່ງນີ້ ຍັງຈະເປັນສະຖານທີ່ຈັດກິດຈະກຳພັດທະນາບານເຕະຂັ້ນພື້ນຖານ, ນຳໃຊ້ເຂົ້າໃນການຝຶກຊ້ອມນັກກິລາຂອງສູນພັດທະນາກິລາບານເຕະຈຳປີ - ຈຳປາ ພາຍໃຕ້ໂຄງການ FIFA TDS, ຈັດກິດຈະກຳວັນກິລາບານເຕະ ສຕລ LFF FOOTBALL DAY ແລະ ອື່ນໆ.
ຂະນະທີ່ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະຟີຟາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກແຫ່ງດັ່ງກ່າວ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີຄວາມມຸ້ງຫມັ້ນ ພັດທະນາບານເຕະລາວ ໃນໄລຍະຍາວ ໃນທຸກໆລໍາດັບ , ພວກເຮົາຍິນດີທີ່ຈະປະກອບສ່ວນ ໂດຍຜ່ານໂຄງການ FIFA FORWARD ດ້ວຍການຮ່ວມມືທີ່ດີພວກເຮົາ ເຮັດວຽກຮ່ວມກັນເພື່ອສ້າງວິໃສທັດທາງດ້ານບານເຕະໂສມຫນ້າໃຫມ່ໃນປະເທດ ເຊິ່ງໄດ້ເປີດໂອກາດໃຫ້ເຍົາວະຊົນທັງຍິງ ແລະ ຊາຍ ໄດ້ມີໂອກາດໄດ້ສະແດງຄວາມສາມາດໃນເກມການແຂ່ງຂັນ, ທ່ານ Kenny JEAN-MARIE ຍັງກ່າວຕື່ມວ່າສະຫະພັນບານເຕະນາໆຊາດFIFAພ້ອມສືບຕໍ່ໃຫ້ການສະໜັບສະໜູນດ້ານທຶນຮອນ,ວິຊາການໃນການຊວ່ຍເຫຼືອສຕລດ້ານຕ່າງໆນັບທັງການຝຶກສອນນັກກິລາລາວຕື່ມອີກ ຜ່ານໂຄງການ FIFA FORWARD.

ບັນຍາກາດຝຶກຊ້ອມ ເທີມທຳອິດ ວັນທີ 20 ມັງກອນ 2024 ຢູ່ສູນຝຶກຈຳປີ - ຈຳປາ ຫຼັກ 16
ບັນຍາກາດເປີດເທີມໃໝ່ ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ມື້ທໍາອິດ 20 ມັງກອນ 2024 ທີ່ສູນຝຶກຊ້ອມ ສະຫນາມກິລາຫຼັກ 16, ສູນພັດທະນານັກກິລາບານເຕະ ຈຳປີ - ຈຳປາ ຮັບສະຫມັກ ເຍົາວະຊົນ ທີ່່ມັກໃນກິລາບານເຕະ ສົນໃຈ ຝຶກຊ້ອມທາງດ້ານເຕັກນິກ, ທັກສະຕ່າງໆ ເຊິ່ງມີຮຸ່ນອາຍຸ 6 ປີ, 8 ປິ, 10 ປີ, 12 ປີ, 14 ປິ ແລະ 16 ປີ.
ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ ເວລາ 07:30 – 09:00
- 1 ເທີມ ມີ 10 ອາທິດ
- ຄ່າສະຫມັກ 400,000 ກີບ
- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ
ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %
ສະຖານທີ່ຝຶກຊ້ອມ: ສູນຝຶກ ສະຫນາມກິລາຫຼັກ 16 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ຕິດຕໍ່ລົງທະບຽນຫນ້າງານ: 02055411932

ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ຫ້ວຍຫົງ ເລີ້ມຝຶກຊ້ອມແລ້ວ
ບັນຍາກາດເປີດເທີມໃໝ່ ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ CHAMPI-CHAMPA FOOTBALL TRAINING CENTER ມື້ທໍາອິດ 20 ມັງກອນ 2024 ທີ່ສູນຝຶກຊ້ອມ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ສູນພັດທະນາກິລາບານເຕະ ຈໍາປີ-ຈໍາປາ ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)
ຝຶກຊ້ອມທຸກໆຕອນເຊົ້າ ວັນເສົາ ແລະ ອາທິດ ເວລາ 07:30 – 09:00
- 1 ເທີມ ມີ 10 ອາທິດ
- ຄ່າສະຫມັກ 400,000 ກີບ
- ຄ່າຊຸດຝຶກຊ້ອມ 350,000 ກີບ / 2 ຊຸດ
ພິເສດ: ເພື່ອເປັນການຊຸກຍູ້ແມ່ຍິງໃຫ້ມາຫລິ້ນກິລາ ສຳລັບຜູ້ຍິງແມ່ນຫຼຸດຄ່າຝຶກຊ້ອມ 50 %
ສະຖານທີ່ຝຶກຊ້ອມ: ສະຫະພັນເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
ຕິດຕໍ່ລົງທະບຽນຫນ້າງານ: 02052116190 ຄຳຫຼ້າ ຄຳມະຈັນ
#FIFATalentDevelopmentScheme
#ChampiChampaFootballTrainingCenter