
Sekong Football Federation
Sekong Province
ທ່ານ ຄໍາມວນ ແສງອາລຸນ
News about Sekong Football Federation

ສະໂມສອນ NP Family FC ຄວ້າແຊ້ມ ເຊກອງ ລີກ 2 ຊິງຂັນທ່ານເຈົ້າແຂວງເຊກອງ ປີ 2024
ການແຂ່ງຂັນລາວລີກ 2 ແຂວງເຊກອງ ໄດ້ຈົບລົງແລ້ວ ຫຼັງແຂ່ງຂັນກັນມາແຕ່ວັນທີ 9 ກັນຍາ 2024 ເຖິງວັນທີ 8 ພະຈິກ 2024, ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ແຂ່ງຂັນແບບພົບກັນໝົດ 10 ນັດ ແຂ່ງຢູ່ສະໜາມກິລາແຂວງ.
ຜ່ານການແຂ່ງຂັນຜົນປະກົດວ່າ: ສະໂມສອນ NP Family FC ສາມາດຄວ້າແຊ້ມລີກ 2 ຊຽງຂວາງລະດູ 2024 ໄປຄອງໄດ້ສໍາເລັດ, ສ່ວນຮອງແຊ້ມເປັນຂອງ ກອງບັນຊາການ ປກສ ແຂວງ, ອັນດັບ 3 ສະໂມສອນ ເມືອງດາກຈຶງ, ອັນດັບ 4 ສະໂສອນ ເຊນໍ້ານ້ອຍ, ອັນດັບ 5 ສະໂມສອນ ດຣິມ (Dream) ແລະ ອັນດັບ 6 ແມັດທິວປາຍ.
ທີມແຊ້ມແມ່ນໄດ້ຮັບຂັນທ່ານເຈົ້າແຂວງເຊກອງ ຫຼຽນ ພ້ອມເງິນລາງວັນ 13 ລ້ານກີບ, ຮອງແຊ໋ມ ໄດ້ຮັບຫຼຽນ ພ້ອມເງິນລາງວັນ 6 ລ້ານກີບ. ໃຫ້ກຽດຂຶ້ນມອບລາງວັນ ໂດຍ ທ່ານ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ, ທ່ານ ຄໍາໄພ ສີມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ, ຄະນະບໍລິຫານງານສະຫະພັນບານເຕະແຂວງ ພ້ອມຄະນະ.
ສະໂມສອນ NP Family FC ໃນນາມທີມຄວ້າແຊ໋ມແມ່ນໄດ້ສິດເຂົ້າຮ່ວມ ການແຂ່ງຂັນ ຊິງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/ 2025 ໃນຖານະສະໂມສອນຊະນະເລີດ ລາວລີກ 2 ຂອງແຕ່ລະແຂວງ/ນະຄອນຫຼວງ.