ເອສະຣາ ເອົາຊະນະ ຈັນທະບູລີ 4-0 ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງຂັນ ສຕລ ປະຈຳປີ 2024

25/08/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ19ປີ ຫຼື U19 (LFF U-19 CHAMPIONSHIP 2024) ຂື້ນເມື່ອ ວັນທີ 25 ສິງຫາ 2024 ນີ້ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ 2024. ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 LFF U-19 CHAMPIONSHIP 2024 ມີ 10 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ:

1. ເອສະຣາ

2. ຈັນທະບູລີ

3. ມາສເຕີ້ ເຊເວັ້ນ

4. ນໍ້າທາ

5. ຈຳປາສັກ

6. ກອງທັບ

7. ຫຼວງພະບາງ

8. ຊ້າງນ້ອຍ

9. ວຽງຈັນ

10. ເຄພີເອັສ

     ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະເຂົ້າໄປຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3. ຜົນການແຂ່ງຂັນນັດຊີງຊະນະເລີດ ເອສະຣາ ເອົາຊະນະ ຈັນທະບູລີ 4-0 ຄວ້າແຊ໋ມໄປຄອງ ໄດ້ຮັບຂັນ ພ້ອມເງິນລາງວັນ 50 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2 ສະໂມສອນ ຈັນທະບູລີ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ມາສເຕີ້ ເຊເວັ້ນ ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ບຽງຊູນາ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນນັກກີລາດີເດັ່ນ ແລະ ລາງວັນຜູ້ຍິງປະຕູສູງສຸດ ປີເຕີ້ ພັນທະວົງ ສະໂມສອນ ເອສະຣາ ລົງສະຫນາມ 10 ນັດ ຍິງໄດ້ 28 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ. ເຂົ້າຮ່ວມພິທີປິດມີ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ, ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍບັນດາຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທິດຕະວັນ ວັນນະຈັກ ຜູ້ອຳນວຍການຮ້ານຂາຍເຄື່ອງກິລາ LIFE FOOTBALL .

#LFFU19CHAMPIONSHIP2024

#PepsiLaos

#LaoTelecom

#Tigerhead

#Sting

#Revive

#LifeFootball