ມາຮູ້ຈັກກັບ ບິນລີ້ ໂດນສະຫນູພິດ ກອງໜ້າ ຈາກ ສະໂມສອນ ບານເຕະ ເອສະຣາ

19/09/2024

 “ປະຕູສູ່ຄວາມສຳເລັດ” ຄໍາຂວັນຂອງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 EP 1 ຈະນຳພາທຸກຄົນໄປຮູ້ຈັກ ‘’ ບິນລີ້ ໂດນສະຫນູພິດ ‘’ ກອງກາງ ດາວເດັ່ນ ຈາກ ສະໂມສອນ ບານເຕະ ເອສະຣາ ໄດ້ຮັບໂອກາດລົງສະຫນາມ ນັດທຳອິດ ໃນຖານະນັກກິລາຕົວສຳຮອງປ່ຽນແທນ ຈັນທະວີໄຊ ຂຸນທຸມພອນ ໃນນາທີ 78 ນັດ ເອສະຣາ ເອົາຊະນະ ຈຳປາສັກ 10-0 ຖືວ່າເປັນນັດທຳອິດຂອງເຈົ້າຕົວລົງສະຫນາມນັດທຳອິດ ໃນເວທີລີກສູງສຸດ ຂອງປະເທດ ດ້ວຍໄວ 16 ປີ. ບິນລີ້ ໂດນສະໜູພິດ ເກີດວັນທີ 30 ກໍລະກົດ 2008 ຢູ່ທີ່ ບ້ານ ເຊໂນ ເມືອງອຸທຸມພອນ ແຂວງສະຫັວນນະເຂດ.ບິນລີ້ ໂດນສະໜູພິດກ່າວວ່າ:ເລີ່ມເຂົ້າສູ່ວົງການເຕະບານທຳອິດໃນໄວອາຍຸພຽງ 9 ປີ ແລະສະໂມສອນທຳອິດທີ່ຜູ້ກ່ຽວເລີ່ມຝຶກຊ້ອມແມ່ນສະໂມສອນ ເຊໂນ ອາຄາເດມີ້ ໂດຍຄູຝຶກຄົນທຳອິດທີ່ສອນແມ່ນ ວົງຄຳ ພົມມະຈັກ (ຈານເລ້) ຕໍ່ມາຕິດທີມປະສົມແຂວງ U10, U12 ສະຫັວນ ຢູໄນເຕັດ ປັດຈຸບັນແມ່ນ ຫລິ້ນໃຫ້ ສະໂມສອນ ບານເຕະ ເອສະຣາ, ແຮງບັນດານໃຈ ໃນການເຕະບານກໍຄືລຸ້ນອ້າຍຫຼາຍຄົນທີ່ຢູ່ ສະໂມສອນບານເຕະ ເອສະຣາ ເຮັດໃຫ້ຂ້າພະເຈົ້າມີແຮງບັນດານໃຈ ມີຄວາມກະຕືລືລົ້ນຢາກຫລີ້ນບານເຕະ ຂ້າພະເຈົ້າກໍມີຄວາມຝັນ ຢາກຕິດທີມຊາດລາວຊຸດໃຫ່ຍ ແລະ ຢາກໄປຫລີ້ນລີກຕ່າງປະເທດເຊັ່ນທີ່ປະເທດໄທ ຍ້ອນວ່າຢູ່ໃກ້ຄຽງກັບປະເທດເຮົາ ທີ່ຢູ່ອາໃສ ກໍສະດວກສະບາຍ, ນັກກິລາໃນດວງໃຈໃນປະເທດລາວ ແມ່ນ ອານັນຕາຊາ ສີພົງພັນ (ອ້າຍທິວ) ສ່ວນນັກກິລາ ຕ່າງປະເທດ ມັກ ແມ່ນ Andres lniesta.

ສຳລັບຜົນງານຂອງບິນລີ້ ໂດນສະໜູພິດແມ່ນໃນລາຍການແຂ່ງຂັນບານເຕະຊີງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແມ່ນເຄີຍໄດ້ຮັບລາງວັນນັກກິລາດີເດັ່ນ ແລະ ນັກເຕະທີ່ສົ່ງບານໃຫ້ເພື່ອນຮ່ວມທີມຍິງປະຕູ, ນອກ ຈາກນັ້ນແລ້ວ ໃນລາຍການຂອງສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນໃນ ຮຸ່ນອາຍຸ U15ແລະU16ເມື່ອປີ 2023 – 2024 ຍາດໄດ້ລາງວັນນັກເຕະດີເດັ່ນ

 ບິ້ນລີ້ ກ່າວຕື່ມວ່າ:‘’ ຮູ້ສຶກຕື່ນເຕັ້ນ ແລະ ກໍດີໃຈຫຼາຍ ທີ່ໄດ້ລົງສະຫນາມນັດທຳອິດ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1, ຂ້າພະເຈົ້າຈະເຮັດເຕັມທີ່ ຖ້າມີໂອກາດໄດ້ລົງສະໜາມ,ຈະຕັ້ງໃຈຮຽນຮູ້ ນຳລຸ້ນອ້າຍພາຍໃນທີມ’’ໃຫ້ຫຼາຍແລະຈະຫຼີ້ນໃຫ້ໄດ້ດີທີ່ສຸດ.