ມສ ອຸທຸມພອນ ຄວ້າແຊ້ມການແຂ່ງຂັນບານເຕະຊາຍ ມໍ ປາຍ ຊີງຂັນທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ປະຈຳປີ 2025
ເມື່ອວັນທີ 6 ມິຖຸນາ 2025, ພະແນກສຶກສາທິການ ແລະ ກິລາແຂວງ ຈັດພິທີສະຫຼຸບການແຂ່ງຂັນກິລາບານເຕະຊາຍ ມັດທະຍົມສຶກສາຕອນປາຍ ເພື່ອຊີງຂັນລາງວັນ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ຊຶ່ວແມ່ນເລີ່ມແຕ່ວັນທີ 3 ພຶດສະພາ ຫາວັນທີ 6 ມິຖຸນາ 2025, ໂດຍປະກອບມີ 8 ພາກສ່ວນເຂົ້າຮ່ວມຄື: ໂຮງຮຽນ ມສ ອຸດົມວິໄລ, ໂຮງຮຽນ ມສ ອຸທຸມພອນ, ເມືອງສອງຄອນ, ໂຮງຮຽນ ມສ ສະຫວັນ, ໂຮງຮຽນສາມັນສຶກສາມິດຕະພາບລາວຫວຽດນາມ, ໂຮງຮຽນ ມສ ຜັກຂະ, ໂຮງຮຽນ ມສ ໂພນສະຫວັນ ແລະ ໂຮງຮຽນ ມສ ຊົນເຜົ່າ, ຜ່ານການແຂ່ງຂັນຜົນປະກົດວ່າ:
- ຊະນະເລີດ ໄດ້ແກ່ ໂຮງຮຽນ ມສ ອຸທຸມພອນ ຮັບຫຼຽນລາງວັນ, ເງິນລາງວັນ 4,000,000 ກີບ ແລະ ຮັບຂັນລາງວັນ 1 ໜ່ວຍ
- ຮອງຊະນະເລີດອັນດັບທີ 1 ໂຮງຮຽນ ມສ ອຸດົມວິໄລ ໄດ້ຮັບເງິນລາງວັນ 2,000,000 ກີບ
- ຮອງຊະນະເລີດອັນດັບທີ 2 ໂຮງຮຽນ ມສ ສະຫວັນ ໄດ້ຮັບເງິນລາງວັນ 1,000,000 ກີບ
ໃຫ້ກຽດມອບລາງວັນໂດຍ ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).
ທີມຊາດລາວ U23 ຢູ່ກຸ່ມ J ຮ່ວມກັບ ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ) ແລະ ເຂດປົກຄອງພິເສດມາເກົາ
ວັນທີ 29 ພຶດສະພາ 2025 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ຮອບຄັດເລືອກ 2026 AFC U23 ASIAN CUP SAUDI ARABIA 2026 QUALIFIERS ໂດຍມີ 44 ທີມເຂົ້າຮ່ວມແລະແບ່ງອອກເປັນ 11 ກຸ່ມ.
ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ J ປະກອບມີ: ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ), ສປປ ລາວ ແລະ ເຂດປົກຄອງພິເສດ ມາເກົາ.
ການແຂ່ງຂັນລາຍການດັ່ງກ່າວ ແມ່ນ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດຊາອຸດິ ອາຣັບເບຍ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 1-9 ກັນຍາ 2025,ສ່ວນຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.
ທີມຊາດລາວ U23 ຢູ່ກຸ່ມ ບີ ຮ່ວມກັບ ຫວຽດນາມ, ກຳປູເຈຍ
ວັນທີ 30 ພຶດສະພາ 2025 ຢູ່ທີ່ ບາລີ ປະເທດ ອິນໂດເນເຊຍ ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ASEAN U-23 Mandiri Cup™ 2025.
ສຳລັບ ລາຍການດັ່ງກ່າວ ແມ່ນຈະຈັດຂຶ້ນຢູ່ທີ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 15-29 ກໍລະກົດ 2025 ມີ 10 ປະເທດເຂົ້າຮ່ວມ ການແຂ່ງຂັນ ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ກຸ່ມ 4 ທີມ 1 ກຸ່ມ ແລະ ກຸ່ມ 3 ທີມ 2 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ ເອ: ອິນໂດເນເຊຍ (ເຈົ້າພາບ), ມາເລເຊຍ, ຟີລິບປິນ ແລະ ບຣູໄນ
- ກຸ່ມ ບີ: ຫວຽດນາມ, ກຳປູເຈຍ ແລະ ລາວ
- ກຸ່ມ ຊີ: ໄທ, ມຽນມາ ແລະ ຕີມໍ ເລສເຕ
ລະບຽບການແຂ່ງຂັນ ແມ່ນຈະແຂ່ງຂັນແບບພົບກັນຫມົດໃນກຸ່ມ ແລະ ຫາທີມທີ່ເປັນແຊ້ມກຸ່ມ ພ້ອມດ້ວຍຮອງແຊ້ມກຸ່ມທີ່ມີຄະແນນດີທີ່ສຸດໃນ 3 ກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.
ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ
ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍ ໃຕ້ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ ສປປ ລາວ ຂື້ນໃນຕອນບ່າຍຂອງ ວັນທີ 26 ພຶດສະພາ 2025 ຢູ່ທີ່ໂຮງຮຽນ ມັດທະຍົມບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ທ່ານ ຊານຈີວານ ບາລາຊິນແກມ (Sanjeevan Balasingam) ຜູ້ອຳນວຍການຝ່າຍປະສານງານສະຫະພັນສະມາຊິກຂົງເຂດ ອາຊີ-ໂອເຊນີ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ.
ຈຸດປະສົງຂອງໂຄງການນີ້ແມ່ນເພື່ອໃຫ້ນ້ອງນັກຮຽນໄດ້ມີໂອກາດເຂົ້າເຖິງການຫຼີ້ນກິລາບານເຕະຂັ້ນພື້ນຖານຫຼາຍຂື້ນ ເຊິ່ງແມ່ນເປົ້າໝາຍສໍາຄັນໃນການສົ່ງເສີມ ແລະ ພັດທະນາກິລາບານເຕະຂັ້ນພື້ນຖານແບບຍືນຍົງຂອງ ຟີຟາ.
ສະຫະພັນບານເຕະນາໆຊາດ(FIFA) ໄດ້ຕັ້ງເປົ້າໝາຍທີ່ຈະສ້າງເດີ່ນບານເຕະຂະໜາດນ້ອຍຈໍານວນ 1.000 ເດີ່ນ ໃນໂຮງຮຽນທົ່ວໂລກ ໃນນັ້ນປະເທດລາວ ໄດ້ຖືກເລືອກໃຫ້ເປັນ 1 ໃນ 11 ປະເທດລິເລີ່ມໃນການຈັດຕັ້ງປະຕິບັດ ໂດຍຈະມີການກໍ່ສ້າງ 2 ເດີ່ນທີ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທີ່ໂຮງຮຽນມັດທະຍົມສົມບູນເວີນແຄນ ເມືອງມູນລະປະໂມກ ແຂວງຈໍາປາສັກ.
ກ່ອນພິທີເປີດໂຄງຢ່າງເປັນທາງການ, ນ້ອງນັກຮຽນມັດທະຍົມນາຄວາຍໃຕ້ ກໍ່ໄດ້ສະແດງສິລະປະໃຫ້ບັນດາແຂກເຂົ້າຮ່ວມໄດ້ຮັບຊົມ, ຈາກນັ້ນບັນດາແຂກທີ່ເຂົ້າຮ່ວມກໍໄດ້ຮັບຊົມ ຄລິບວີດີໂອ ຄຳເຫັນຂອງທ່ານ ຈ່ານນີ ອິນຟານຕີໂນ (Gianni Infantino) ປະທານ ສະຫະພັນກິລາບານເຕະນາໆຊາດ (FIFA) ໂດຍເພິ່ນໄດ້ສະແດງຄວາມຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວທີ່ໄດ້ເປັນ 1 ໃນບັນດາ 11 ປະເທດສະມາຊິກລິເລີ່ມໂຄງການ ເດີ່ນເຕະບານ FIFA ARENA ແລະ ເປັນໂຄງການທີ່ຈະປ່ຽນແປງເດັກນ້ອຍອີກຫຼາຍລ້ານຄົນ ລວມທັງເດັກນ້ອຍຍິງ ແລະ ຊາຍທີ່ມີຄວາມປາດຖະໜາຢາກຫຼິ້ນກິລາບານເຕະ ແລະ ມີສິດເທົ່າທຽມກັນທີ່ຈະໄດ້ຮັບໂອກາດນັ້ນ.
ຫຼັງຈາກສິ້ນສຸດການຮັບຊົມວີດີໂອແລ້ວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຂຶ້ນປະກອບຄຳເຫັນ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ ໂຄງການນີ້ແມ່ນຈະສ້າງໂອກາດໃຫ້ນ້ອງນັກຮຽນມີເດີ່ນເພື່ອເປັນບ່ອນຝຶກແອບ, ເຂົ້າເຖິງກິລາບານເຕະໄດ້ຫຼາຍຂຶ້ນ ແລະ ຫ່າງໄກຈາກຢາເສບຕິດ. ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍເອົາໃຈໃສ່ໃນການສ້າງແຜນການ ແລະ ແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກພັດທະນາກິລາບານເຕະຂັ້ນພື້ນຖານໃຫ້ແກ່ເຍົາວະຊົນທຸກລຸ້ນ.
ຕໍ່ມາທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ໄດ້ຂຶ້ນມີຄຳເຫັນໂດຍໄດ້ກ່າວວ່າ:ການເປີດສະໜາມກິລາບານເຕະຄັ້ງນີ້ເປັນຄວາມໂຊກດີຂອງເມືອງໄຊເສດຖາທີ່ ສຕລ ໄດ້ເລືອກເອົາໂຮງຮຽນມັດທະຍົມນາຄວາຍແຫ່ງນີ້ເປັນສະຖານທີ່ກໍ່ສ້າງເດີ່ນບານເຕະ ແລະ ກໍ່ເປັນຄວາມໝາຍຄວາມສຳຄັນເດີ່ນບານນີ້ຈະເປັນທ່າແຮງໃຫ້ນ້ອງນັກຮຽນໄດ້ເຂົ້າເຖິງກິລາບານເຕະຂັ້ນພື້ນຖານ. ຈາກນັ້ນກໍໄດ້ຕັດແຖບຜ້າເພື່ອເລີ່ມພິທີເປີດສະໜາມກິລາບານເຕະຢ່າງເປັນທາງການ ໃນຕອນທ້າຍຂອງພິທີທ່ານ ວີເພັດ ສີຫາຈັກຣ ກໍ່ຍັງໄດ້ມອບໝາກບານເຕະໃຫ້ໂຮງຮຽນມັດທະຍົມນາຄວາຍໃຕ້ ຈຳນວນ 20 ໜ່ວຍ ແລະ ຕໍ່ມາພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຈັດກິດຈະກຳສອນກິລາບານເຕະຂັ້ນພື້ນຖານໃຫ້ນ້ອງນັກຮຽນຈຳນວນ 40 ຄົນ.
ເຂົ້າຮວ່ມໃນພີທີນີ້ຍັງມີທ່ານສຸລິຍາບຸດທະລາດຫົວໜ້າຫ້ອງວ່າການເມືອງໄຊເສດຖາ,ທ່ານນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸລິເດດ ໝັ້ນຄົງສິນ ຫົວໜ້າຫ້ອງວ່າການສຶກສາເມືອງໄຊເສດຖາ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກ ສຶກສານະຄອນຫຼວງວຽງຈັນ, ຄະນະອຳນວຍການໂຮງຮຽນມັດທະຍົມນາຄວາຍໃຕ້, ອຳນາດການປົກຄອງບ້ານນາຄວາຍໃຕ້, ບັນດາແຂກ, ນ້ອງນັກຮຽນພ້ອມດ້ວຍສື່ມວນຊົນ.
ຈັດກິດຈະກໍາຝຶກສອນທັກສະບານເຕະຂັ້ນພື້ນຖານ AFC Grassroots Football Day ທີ່ແຂວງເຊກອງ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບສະຫະພັນບານເຕະແຂວງເຊກອງ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ຈັດກິດຈະກຳຝຶກສອນທັກສະການຫຼີ້ນກິລາບານເຕະຂັ້ນພື້ນຖານ AFC Grassroots Football Day ໃຫ້ບັນດານ້ອງໆເຍົາວະຊົນ ທີ່ແຂວງ ເຊກອງ ຂື້ນເມື່ອຕອນເຊົ້າວັນທີ 22 ພຶດສະພາ 2025 ທີ່ສະໜາມກິລາບານເຕະແຂວງ,ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະບໍລິຫານງານສຕລ, ທ່ານ ສຸລິຄຳ ພອນທາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງເຊກອງ.
ຈຸດປະສົງໃນການຈັດກິດຈະກຳບານເຕະເຍົາວະຊົນທີ່ແຂວງເຊກອງຄັ້ງນີ້ແມ່ນເພື່ອພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ, ມີລະບົບທີ່ໄດ້ມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງໃຫ້ນ້ອງໆນັກຮຽນທີ່ມັກຮັກກິລາບານເຕະໄດ້ຮຽນຮູ້ທາງດ້ານເຕັກນິກ ແລະ ການຫຼິ້ນກິລາບານເຕະທີ່ຖືກຕ້ອງ.ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.
ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຍັງມີທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະສະຫະພັນບານເຕະແຂວງເຊກອງ,
ວິທະຍາກອນຈາກ ສຕລ, ຄູສອນຊ່ວຍ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 200 ຄົນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ທີມຊາດລາວຊຸດໃຫຍ່ ກຽມໄປເກັບຕົວຝຶກຊ້ອມທີ່ປະເທດ ຍີປຸ່ນ
ທີມຊາດລາວ ຊຸດໃຫຍ່ ປະກອບດ້ວຍ ຄະນະຄູຝຶກ ແລະ ນັກກິລາ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກສັນຊາດ ສ.ເກົາຫລີ ກຽມອອກເດີນທາງໄປເກັບຕົວຝຶກຊ້ອມຢູ່ທີ່ສູນຝຶກ J-GREEN SAKI ເມືອງໂອຊາກາ ປະເທດຍີ່ປຸ່ນ ໃນລະຫວ່າງວັນທືີ 24 ພຶດສະພາ ຫາ 02 ມິຖຸນາ 2025 ເພື່ອກຽມຄວາມພ້ອມກ່ອນພົບກັບ ທີມຊາດເນປານ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round.
ການເດີນທາງໄປເກັບຕົວຝຶກຊ້ອມໃນຄັ້ງນີ້ ທີມຊາດລາວ ຊຸດໃຫຍ່ ຈະມີການອຸ່ນເຄື່ອງກັບສະໂມສອນຈາກປະເທດຍີປຸ່ນ. ທີມຊາດລາວ ຊຸດໃຫຍ່ ຈະອອກເດີນທາງໄປປະເທດຍີປຸ່ນ ໃນຕອນຄໍ່າ ວັນທີ 24 ພຶດສະພາ 2025 ແລະ ຈະເດີນທາງເຖິງສະຫນາມບິນສາກົນ ໂອຊາກາ ໃນຕອນເຊົ້າ ຂອງວັນທີ 25 ພຶດສະພາ 2025.
ສຕລ ຝຶກອົບຮົມຄູຝຶກກິລາບານເຕະລະດັບ C ທີ່ ແຂວງສະຫວັນນະເຂດ
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(C) ຂື້ນໃນຕອນເຊົ້າວັນທີ 21 ພຶດສະພາ 2025 ທີ່ ຫ້ອງປະຊຸມ ສະຫນາມ ກິລາແຂວງສະຫວັນນະເຂດ,ໂດຍມີ ທ່ານ ໄພສານ ຈັນສີນາ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິ ທະຍາ ສຕລໃຫ້ກຽດເຂົ້າຮ່ວມ.
ການຝຶກອົບຮົມແມ່ນຈະດຳເນີນໄປຈົນຮອດວັນທີ31 ພຶດສະພາ 2025,ໃນໄລຍະຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກ ຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມແລະອື່ນໆ.
ເຂົ້າຮວ່ມໃນການຝຶກອົບຮົມຄັ້ງນີ້ຍັງມີທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກຈາກ ສຕລພ້ອມຄະນະ,ສຳມະກອນຈໍານວນ 24 ທ່ານ ທີ່ມາຈາກບັນດາສະໂມສອນລີກ 2 ແຂວງສະຫວັນນະເຂດ, ບັນດາເມືອງອ້ອມຂ້າງແຂວງສະຫວັນນະເຂດ,ຈາກປະເທດໄທ 5 ທ່ານ ແລະ ປະເທດກຳປູເຈຍ 1 ທ່ານ.
ຮ້ານຂາຍເຄື່ອງກິລາຊາວະ ສະຫນັບສະຫນູນ ການແຂ່ງຂັນລາວ ຟຸດຊໍ ລີກ ປະຈຳປີ 2025
ພິທີລົງນາມເຊັນສັນຍາມອບ-ຮັບການສະໜັບສະໜູນເຄື່ອງກິລາໃຫ້ກັບ ຄະນະຈັດການແຂ່ງຂັນ ແລະ ກຳມະການຕັດສິນ ການແຂ່ງຂັນບານເຕະ ລາວຟຸດຊໍ ລີກ 2025 ໄດ້ຈັດຂື້ນໃນວັນທີ 19 ພຶດສະພາ 2025 ຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ລະຫວ່າງ ຜູ້ຕາງຫນ້າ ສຕລ ແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ກັບ ຮ້ານຂາຍເຄື່ອງກິລາ ຊາວະ ແມ່ນທ່ານ ນາງ ທິດາລັກ ບົວບຸນມີ ປະທານ ບໍລິສັດ ຊາວະ.
ເຄື່ອງກິລາທີ່ໄດ້ຮັບການສະໜັບສະໜູນຄັ້ງນີ້ລວມມູນຄ່າ 60 ລ້ານກີບແລະຮ້ານຂາຍເຄື່ອງກິລາ ຊາວ໌ະ ( CAVA STORE )ໃຫ້ການສະຫນັບສະຫນູນ ການແຂ່ງຂັນ ລາວ ຟຸດຊໍ ລີກ ປີ 2025 ນີ້ເປັນປີທີ 3 ຕິດຕໍ່ກັນ.
ສຕລ ຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ " B "
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດຊຸດຝຶກອົບຮົມຄູຝຶກກິລາບານເຕະ ລະດັບ B (LFF/AFC "B" DIPLOMA COACHING COURSE 2025 ) ຂື້ນ ໃນຕອນເຊົ້າ ວັນທີ 12 ພຶດສະພາ 2025 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ດຣ. ໄຊຊະນະ ທອງຄໍາຈັນ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຜູ້ຝຶກສອນຫຼັກ ຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ ເປັນຄົນລາວ 18 ທ່ານ, ໄທ 5 ທ່ານ ແລະ ສິງກະໂປ 1 ທ່ານ. ໄລຍະເວລາການຝຶກອົບຮົມ ນັກສຳມະນາກອນ ແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການລົງຕົວຈິງ ພ້ອມດຽວກັນນັ້ນແມ່ນຈະໄດ້ມີການສອບເສັງ.
ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນຈະແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ວັນທີ 12-16 ພຶດສະພາ 2025, ໄລຍະທີ 2 ວັນທີ 09-15 ມິຖຸນາ 2025 ແລະ ໄລຍະທີ 3 ວັນທີ 01-07 ກັນຍາ 2025.
ທີມຊາດຍິງລາວ U19 ຢູ່ກຸ່ມ ເອ ຮ່ວມກັບ ຫວຽດນາມ ( ເຈົ້າພາບ ), ມຽນມາ, ຕີມໍ ເລສເຕ
ວັນທີ 09 ພຶດສະພາ 2025 ທີ່ ນະຄອນໂຮຈີມິນ ປະເທດຫວຽດນາມ ໄດ້ມີການຈັບສະຫລາກການແຂ່ງຂັນ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ຫລື ASEAN U19 Girls' Championship 2025 ໂດຍມີ 8 ທີມເຂົ້າຮ່ວມການແຂ່ງຂັນ, ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ ເອ : ຫວຽດນາມ ( ເຈົ້າພາບ ), ມຽນມາ, ລາວ ແລະ ຕີມໍ ເລສເຕ.
- ກຸ່ມ ບີ : ໄທ, ອິນໂດເນເຊຍ, ກໍາປູເຈຍ ແລະ ມາເລເຊຍ.
ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2025 ແມ່ນຈະແຂ່ງຂັນໃນລະຫວ່າງ ວັນທີ 9-18 ມີຖຸນາ 2025 ຢູ່ທີ່ ນະຄອນໂຮຈີມິນ ປະເທດຫວຽດນາມ.
ເຄສະປອດ ຄວ້າແຊ້ມການແຂ່ງຂັນກິລາບານເຕະເຍົາວະຊົນ ມັດທະຍົມຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2025
ການແຂ່ງຂັນຮອບຊິງຊະນະເລີດກິລາບານເຕະ ເຍົາວະຊົນ ມັດທະຍົມຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ LBB CUP 2025 ໃນວັນທີ 2 ພຶກສະພາ 2025, ຢູ່ທີ່ສະໜາມ ກິລາແຂວງຈຳປາສັກ (ເດີ່ນຫຼັກ 2 ນະຄອນປາກເຊ), ຄູ່ຊິງຊະນະເລີດ ລະຫວ່າງ ເຄສະປອດ ພັບກັບ ພົມປັນຍາ ຟາມ ເປັນເຄສະປອນສາມາດເອົາຊະນະ ພົມປັນຍາ ຟາມ 2-1 ປະຕູ ຄວ້າແຊັ້ມລາຍການດັ່ງກ່າວ ໂດຍໄດ້ຮັບເງິນລາງວັນ 10,000,000 ກີບ+ຫຼຽນ ແລະ ຂັນລາງວັນຊະນະເລີດໄປຄອງ ສ່ວນທິມ ພົມປັນຍາ ຟານ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 6,000,000 ກີບ+ຫຼຽນລາງວັນ. ສໍາລັບຄູ່ຊິງອັນດັບ 3 ລະຫວ່າງ ຟາຍເດ ຈໍາປາສັກ ພົບ ກັບ ເມືອງ ສຸຂຸມາ ເປັນເມືອງສຸຂຸມາ ສາມາດເອົາຊະນະ ຟາຍເດ ຈໍາປາສັກ 1-2 ໄດ້ອັນດັບທີ 3 ຮັບເງິນລາງວັນ 3,000,000 ກີບ+ຫຼຽນລາງວັນ. ເຊິ່ງການແຂ່ງຂັນຮອບຊິງຊະນະເລີດການແຂ່ງຂັນກິລາບານເຕະເຍົາວະຊົນ ມັດທະຍົມຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ ໄດ້ຮັບກຽດເຂົ້າຮ່ວມເປັນປະທານ-ຄະນະປະທານ ຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຈໍາປາສັກ, ທ່ານ ຄໍາໄພ ປະເສີດ ຮອງປະທານສະຫະພັນກິລາບານເຕະແຫ່ງຊາດລາວ, ທ່ານ ພັທ. ຖາວອນ ຫຼວງຈັນດາວົງ, ຄນະບໍລິຫານງານສະຫະພັນກິລາບານເຕະແຫ່ງຊາດລາວ, ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຄະນະບໍລິຫາງານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ປະທານອົງການກວດກາລັດແຂວງ, ມີບັນດາທ່ານການນໍາຂອງແຂວງ, ຕ່າງໜ້າທະນາຄານຄໍາລາວ, ຄະນະຈັດການແຂ່ງຂັນ, ຄະນະຄູຝຶກ ແລະ ນັກກິລາຈາກບັນດາພະແນກການ-ກົມກອງ ແລະ ສະຖາບັນການສຶກສາ ອ້ອມຂ້າງແຂວງຈໍາປາສັກ ເຂົ້າຮ່ວມຈໍານວນ 1,200 ກວ່າຄົນ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).
ທີມບານເຕະຍິງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ ຖືກຈັດຢູ່ກຸ່ມ H ຮ່ວມກັບ ສ.ເກົາຫລີ , ບັງກະລາເທດ ແລະ ຕີມໍ ເລສເຕ
ວັນທີ 28 ເມສາ 2025 ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 Women's Asian Cup™ Thailand 2026 Qualifiers,ໂດຍມີທັງຫມົດ 33 ທີມເຂົ້າຮ່ວມການແຂ່ງຂັນ ແບ່ງອອກເປັນ 8 ກຸ່ມ, ຜົນການຈັບສະຫລາກ ທິມຊາດລາວ ຖືກຈັດຢູ່ໃນກຸ່ມ H,ປະກອບມີ: ສ.ເກົາຫລີ, ບັງກະລາເທດ,ສປປລາວ ( ເຈົ້າພາບຮອບຄັດເລືອກ ) ແລະ ຕີມໍ ເລສເຕ.
ຮອບຄັດເລືອກຈະແຂ່ງຂັນໃນລະຫວ່າງ ວັນທີ 02-10 ສິງຫາ 2025, ຮູບແບບການແຂ່ງຂັນແມ່ນຄັດເລືອກເອົາອັນດັບ 1 ຂອງ 8 ກຸ່ມ ບວກກັບ ອັບດັບ 2 ທີ່ມີຄະແນນດີທີ່ສຸດ 3 ທີມ ບວກກັບ ໄທ ເຈົ້າພາບ ເຂົ້າຮອບສຸດທ້າຍ ປີ 2026.
ສຳລັບ ຕາຕະລາງ ການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫຼັງ.