ສະໂມສອນ ພີເອັມ ເຊກອງ ຄວ້າແຊ້ມ ລາວລີກ 2 ແຂວງ ເຊເກອງ ປະຈຳປີ 2025
ພິທີປິດການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ຈັດຂຶ້ນໃນວັນທີ 17 ກັນຍາ 2025 ທີ່ສະໜາມກິລາແຂວງເຊກອງ ໂດຍມີ ທ່ານ ບຸນຫລາຍ ບຸດທິ ເຈົ້າແຂວງໆເຊກອງ, ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງ ເຊກອງ, ພະແນກການ, ຫ້ອງການ-ອົງການທຽບເທົ່າອ້ອມຂ້າງແຂວງ, ຄະນະນໍາ-ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການແຂ່ງຂັນກິລາບານເຕະລາວລີກ 2 ປະຈໍາປີ 2025 ມີ ສະໂມສອນເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ຄື: ສະໂມສອນ ປກສ ແຂວງ, ສະໂມສອນ ເມືອງລະມາມ, ສະໂມສອນ ເມືອງກະລຶມ, ສະໂມສອນ ເອັນພີ (NP) ທ່າແຕງ, ສະໂມສອນ ທັນວາພັດທະນາ ແລະ ສະໂມສອນ ພີເອັມ (PM) ເຊກອງ, ເຊິ່ງການແຂ່ງຂັນໄດ້ເລີ່ມມາແຕ່ວັນທີ 26 ມິຖຸນາ 2025 ຫາ 17 ກັນຍາ 2025.
ຜົນການແຂ່ງຂັນທີມຊະນະເລີດ ໄດ້ແກ ສະໂມສອນ ພີເອັມ ເຊກອງ ໄດ້ຮັບຂັນ 1 ໜ່ວຍ, ຫລຽນຄໍາ ພ້ອມເງິນລາງວັນ 15 ລ້ານກີບ ແລະ ອັນດັບທີ 2 ແມ່ນສະໂມສອນ ປກສ ແຂວງ ໄດ້ຮັບຫລຽນເງິນ ພ້ອມເງິນລາງວັນ 8 ລ້ານກີບ. ການແຂ່ງຂັນກິລາບານເຕະລາວລີກ 2 ແຂວງເຊກອງ ປະຈໍາປີ 2025 ໄດ້ສຳເລັດຕາມເປົ້າໝາຍ, ບໍ່ພຽງແຕ່ເປັນກິດຈະກໍາກິລາ ແຕ່ຍັງເປັນການສ້າງຄວາມສາມັກຄີ ແລະ ສ້າງແຮງບັນດານໃຈໃຫ້ກັບຊາວໜຸ່ມ-ເຍົາວະຊົນ ໃນການພັດທະນາສາຍອາຊີບກິລາໃນອະນາຄົດ. ພ້ອມກັນນີ້, ກໍເປັນການສົ່ງເສີມການພັດທະນາກິລາ, ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ ແລະ ເກັບສະສົມປະສົບການ ເພື່ອກ້າວຂຶ້ນເປັນນັກກິລາຂອງແຂວງ ເພື່ອເຂົ້າຮ່ວມແຂ່ງຂັນໃນລະດັບຕ່າງໆຂອງປະເທດ.
ຈາກການຄວ້າຕຳແໜ່ງຊະນະເລີດໃນຄັ້ງນີ້, ສະໂມສອນ ພີເອັມ ເຊກອງ ແມ່ນໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2025/26 ໃນຖານະແຊ້ມ ລາວລີກ 2 ຂອງແຂວງເຊກອງ.
40 ກວ່ານັກເຕະເຂົ້າຮ່ວມຄັດເລືອກ ທີມຊາດ U17 ເພື່ອກະກຽມລຸຍແຂ່ງຂັນບານເຕະຊີງແຊັມອາຊີ 2026 ຮອບຄັດເລືອກ
ທ່ານ ຈອງ ຊອງ ຊົນ (Jong Song-chon) ຫົວໜ້າຄູຝຶກທີມຊາດລາວ U-17 ໄດ້ເອີ້ນນັກເຕະລາວ 40 ກວ່າຄົນຈາກນສະໂມສອນບານເຕະທີ່ໄດ້ເຂົ້າຮ່ວມການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2025 ທີ່ຜ່ານມາ. ເພື່ອເຂົ້າແຄ້ມທີມຊາດ ຮອບທີ 1 ລະຫວ່າງວັນທີ 17-26 ກັນຍາ 2025 ເພື່ອຄັດເລືອກເອົານັກກິລາດີເດັ່ນຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື U-17 ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2026 ຮອບຄັດເລືອກ (AFC U17 Asian Cup Saudi Arabia 2026 Qualifiers).
ການຄັດເລືອກໄດ້ຈັດຂື້ນໃນຕອນບ່າຍຂອງວັນທີິ 17 ກັນຍາ 2025 ທີ່ຫ້ອງປະຊຸມ ສູນຝຶກ (ຈໍາປີ-ຈໍາປາ) ເຂດສະໜາມກິລາແຫ່ງຊາດ ຫຼັກ16. ໂອກາດນີ້, ຄູຝຶກ ຈອງ ໄດ້ກ່າວເນັ້ນໜັກໃຫ້ນັກກິລາທີ່ເຂົ້າຄັດເລືອກທີມຊາດລາວ ຊຸດນີ້ ໃຫ້ຕັ້ງໃຈໃນການຝຶກຊ້ອມ, ມີລະບຽບວິໄນ ແລະ ພັດທະນາຕົນເອງໃຫ້ໄດ້ຫຼາຍທີ່ສຸດ ເພື່ອຄັດເລືອກເອົານັກກິລາທີ່ດີທີ່ສຸດຮັບໃຊ້ທີມຊາດລາວ ລຸຍການແຂ່ງຂັນລາຍການດັ່ງກ່າວ.
ຫຼັງຈາກນັ້ນໃນຕອນແລງຂອງວັນດັ່ງກ່າວ ກໍໄດ້ມີການລົງຝຶກຊ້ອມມື້ທໍາອິດຢ່າງເປັນທາງການ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມນອກ), ສ່ວນ 40 ກວ່ານັກເຕະທີ່ມາຮ່ວມຄັດເລືອກໃນຄັ້ງນີ້ມາຈາກຫຼາຍສະໂມສອນຄື: ສະໂມສອນ ເອສະຣາ, ມາດສດ້າ ຈີບີ, ທີບີ, ບໍ່ແກ້ວ, ຊ້າງນ້ອຍ, ຈໍາປີ-ຈໍາປາ, ນິນຈາ, ຈໍາປາສັກ, ກອງທັບ ແລະ ມາສເຕີ.
ສໍາລັບ ທີມຊາດລາວ U17 ຖືກຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ, ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ (A-G) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ), ຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ, ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ແມ່ນເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ).
#AFC #AFCU17 #LAONATIONALTEAMU17 #LAOFOOTBALLFEDERATION #DongLucSport #Jogarbola
ສະໂມສອນ ແຟມມິລີ ຄວ້າແຊ້ມ ການແຂ່ງຂັນບານເຕະ ລາວລີກ 2 ແຂວງ ຊຽງຂວາງ ປະຈຳປີ 2025
ການແຂ່ງຂັນບານເຕະ ລາວລີກ 2 ແຂວງ ຊຽງຂວາງ ປະຈຳປີ 2025 ມີທີມເຂົ້າຮ່ວມທັງຫມົດ 6 ທີມ ປະກອບມີ ສະໂມສອນ ແຟມມິລີ, ສະໂມສອນ ໂຮງງານອາລູຊິງ, ສະໂມສອນ ເມືອງຄໍາ, ສະໂມສອນ ຄູໂບຕ້າ, ສະໂມສອນ ເມືອງພວນ ແລະ ສະໂມສອນ ສາງອໍ 5.
ສຳລັບນັດສຸດທ້າຍຄືນັດທີ 10 ໄດ້ຈັດຂື້ນໃນ ວັນທີ 17 ກັນຍາ 2025 ທີ່ສະໜາມກິລາໄຊຊະນະ ເປັນການພົບກັນລະຫວ່າງທີມອັນດັບ 1 ຂອງຕາຕະລາງຄື ສະໂມສອນ ແຟມມິລີ ພົບກັບ ສະໂມສອນ ໂຮງງານອາລູຊິງ ທີ່ເປັນອັນດັບ 2 . ຄູ່ນີ້ສົມລາຄາກັບການເປັນຄູ່ຊີງ ເພາະສູ້ກັນໄດ້ຢ່າງສູສີ ແລະ ສຸດມ່ວນ ໃນເຄິ່ງເວລາທໍາອິດ ຕ່າງຝ່າຍຕ່າງເປີດເກມບຸກເຂົ້າໃສ່ກັນ ແຕ່ບໍ່ສາມາດເຈາະເກມຮັບກັນໄດ້ ຈົບເຄິ່ງທໍາອິດຍັງສະເໝີກັນ 0 – 0, ມາເຄິ່ງເວລາທີ 2 ແຟມມິລີ ໄດ້ປະຕູຂຶ້ນນໍາກ່ອນຈາກການເຕະມຸມຂອງ ເບີ 8 ແກ່ນ ເຂົ້າປະຕູໄປ ຫຼັງຈາກນັ້ນ ສະໂມສອນ ໂຮງງານອາລູຊິງ TPT555 ກໍ່ປັບເກມເປີດເກມບຸກຢ່າງເຕັມຕົວ ແຕ່ກໍຍັງບໍ່ສາມາດຍິງປະຕູຂອງ ແຟມມິລີ ໄດ້ ຈົບການແຂ່ງຂັນ 90 ນາທີ ເປັນແຟມມິລີ ທີ່ຄວ້າໄຊເໜືອ ສະໂມສອນ ໂຮງງານອາລູຊິງ 1 - 0 ປະຕູ ຈາກການແຂ່ງຂັນນັດນີ້ ເຮັດໃຫ້ແຟມມິລີ ມີ 26 ຄະແນນ ຄວ້າແຊ້ມບານເຕະ ລີກ 2 ລະດູການ 2025 ແຂວງ ຊຽງຂວາງໄປຄອງ, ສ່ວນ ສະໂມສອນ ໂຮງງານອາລູຊິງ TPT555 ມີ 20 ຄະແນນ ໄດ້ອັນດັບ 2.
ສະຫລຸບອັນດັບການແຂ່ງຂັນບານເຕະ ລາວລີກ 2 ແຂວງ ຊຽງຂວາງ ປະຈຳປີ 2025
- ອັນດັບ 1 ສະໂມສອນ ແຟມມິລີ ໄດ້ຮັບຂັນ, ຫລຽນ ແລະ ເງິນຈໍານວນ 10 ລ້ານກີບ.
- ອັນດັບ 2 ສະໂມສອນ ໂຮງງານອາລູຊິງ TPT555 ໄດ້ຮັບຫລຽນ ແລະ ເງິນຈໍານວນ 7 ລ້ານກີບ.
- ອັນດັບ 3 ສະໂມສອນ ເມືອງຄໍາ ໄດ້ຮັບຫລຽນ ແລະ ເງິນຈໍານວນ 5 ລ້ານກີບ.
- ອັນດັບ 4 ສະໂມສອນ ເມືອງພວນ
- ອັນດັບ 5 ສະໂມສອນ ຄູໂບຕ້າ
- ອັນດັບ 6 ສະໂມສອນ ສາງອໍ 5
ນອກຈາກນັ້ນ, ສະໂມສອນ ແຟມມິລີ ຍັງໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2025/26 ໃນຖານະແຊ້ມ ລາວລີກ 2 ແຂວງຊຽງຂວາງ.
ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຟຸດຊໍ ລະດັບ 2 AFC Coaching Certificate Course Futsal Level 2
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຂໍຖືເປັນກຽດແຈ້ງມາຍັງບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງ ສຕລ ຊາບວ່າ: ສຕລຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຟຸດຊໍ ລະດັບ 2 AFC Coaching Certificate Course Futsal Level 2 ຝຶກສອນໂດຍວິທະຍາກອນທິ່ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC).
ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂດັ່ງລຸ່ມນີ້:
#ກຳນົດການ
- ວັນເວລາການຝຶກອົບຮົມ: ລະຫວ່າງວັນທີ 26 /11/ - 4/12/ 2025
- ປິດຮັບສະໝັກ ວັນທີ 31 ຕຸລາ 2025, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)
#ສະຖານທີ່
- ສຳນັກງານໃຫຍ່ ສຕລ (ບ້ານຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ
#ເງື່ອນໄຂ:
- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ພະແນກເຕັກນິກວິທະຍາ ສຕລ.
- ການຢື່ນສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມໜັງສືຜ່ານແດນ(ປາສະປໍ) ແລະ ຮູບສີ 1ໃບ.
- ຜູ້ເຂົ້າຮ່ວມຕ້ອງມີໃບປະກາດຄູຝຶກບານເຕະຟຸດຊໍລະດັບ 1 ຈຶ່ງເຂົ້າຮ່ວມການຝຶກອົບຮົມໄດ້.
- ໃນເວລາມາຍື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າລົງທະບຽນພ້ອມ
* ຄົນລາວ 1,500,000 ກີບ / ທ່ານ
* ຄົນຕ່າງປະເທດ 1000 ໂດລາ(USD) / ທ່ານ
- ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດໄລຍະການຝຶກອົບຮົມ.
- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງAFCວາງອອກຢ່າງເຂັ້ມງວດ.
#ຄວາມຮັບຜິດຊອບຂອງ ສຕລ:
- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).
- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ
- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.
- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.
# ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:
- ການເດີນທາງໄປ-ກັບ.
- ບ່ອນພັກເຊົາຕະຫຼອດໄລຍະການຝຶກອົບຮົມ.
- ເກີບສຳລັບເຕະບານຟຸດຊໍ ແລະ ອຸປະກອນຮັບໃຊ້ສ່ວນຕົວ.
- ຖ້າຜູ້ເຂົ້າຮ່ວມນຳເອົາຄອມພິວເຕີໂນ໋ດບຸກ, USB ມາດ້ວຍຍິ່ງຈະເປັນການດີເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ.
ໝາຍເຫດ:
#ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດ
ຮັບສະໝັກ 31 ຕຸລາ 2025, ເພື່ອລົງທະບຽນ ກັບ AFC.
- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນຈິ່ງຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນສົມບັດຂອງຜູ້ສະໝັກ. (ສຕລ ຈະແຈ້ງໃຫ້ຮັບຊາບຜູ້ທີ່ຜ່ານການຄັດເລືອກ)
- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.
ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:
020 55411932 ທ່ານ ສີສະເຫວີຍ ໄຊຊະນະສີ (ຜູ້ປະສານງານ)
Email: saysanasy.veuy@gmail.com
#LAOFUTSALEAGUE #LFFCOACHINGCOURSE
U23 ປີ ທີມຊາດລາວ ສູ້ໄດ້ຢ່າງສົມສັກສີ! ແບ່ງຄະແນນກັບ ອິນໂດເນເຊຍ ເຈົ້າພາບ ການແຂ່ງຂັນເຕະບານຊາຍ U23 ປີ ຊິງແຊ້ມອາຊີ 2026 ຮອບຄັດເລືອກ
ນັດທຳອິດຂອງຮອບຄັດເລືອກ ກຸ່ມ J ເມື່ອວັນທີ 3 ກັນຍາ 2025, 🇱🇦 U23 ປີ ທີມຊາດລາວ ພົບງານໜັກ ດວນກັບ 🇮🇩 ອິນໂດເນເຊຍ ເຈົ້າພາບ ຮອບຄັດເລືອກກຸ່ມນີ້ ທີ່ໄດ້ປຽບທີມຊາດລາວເກືອບທຸກດ້ານ ໂດຍສະເພາະ ໄດ້ຫລິ້ນຢູ່ສະໜາມຂອງຕົນ ທ່າມກາງແຟນບານທີ່ສົ່ງສຽງໂຮຮ້ອງຂົ່ມຂວັນທີມຊາດລາວ ບວກກັບ ສະລີລະຮູບຮ່າງທີ່ໜາໃຫຍ່ກວ່າ, ສັກກະຍະພາບທີມທີ່ເໜືອກວ່າ ແລະ ເປັນທີມກຳລັງພົ້ນເດັ່ນໜ້າຈັບຕາຂອງພາກພື້ນ ແລະ ທະວີບ, ເອີ້ນໄດ້ວ່າພົກຄວາມໝັ້ນໃຈມາເກີນຮ້ອຍ ຫວັງທຸບທີມຊາດລາວເພື່ອເກັບ 3 ຄະແນນໃຫ້ໄດ້ ເພື່ອຕໍ່ຄວາມຫວັງສູ່ການລຸ້ນເຂົ້າຮອບໃນນັດຕໍ່ໄປ.
ເຊິ່ງຕະຫລອດການແຂ່ງຂັນ ອິນໂດເນເຊຍ ເຈົ້າພາບ ເປັນຝ່າຍເດີນໜ້າບຸກເປັນສ່ວນໃຫຍ່ ຫວັງເຈາະປະຕູທີມຊາດລາວໃຫ້ໄວທີ່ສຸດ ແຕ່ຂາດຄວາມຄົມໃນການຍິງປະຕູ, ຫລາຍຈັງຫວະກໍບໍ່ຜ່ານເກມຮັບຂອງທີມຊາດລາວ ແລະ ບໍ່ຜ່ານການເຊັຟປ້ອງກັນຂອງ ກົບ ໂລກພະທິບ ຜູ້ຮັກສາປະຕູມືກາວທີມຊາດລາວ.
ເຈົ້າບ້ານຄອງບານເກືອບ 80% ໄລ່ຕ້ອນທີມຊາດລາວເກືອບຕະຫລອດເກມ ມີໂອກາດຍິງທີມຊາດຫລາຍຕໍ່ຫລາຍຄັ້ງ ທັງເດີນເກມບຸກແບບໂອເພັນເພລ ທີ່ຫລາກຫລາຍມິຕິ ລວມທັງ ບານນິ້ງເຊັດພິຊ ເຕະແຈ, ຟຣີຄິກ ແລະ ໂຍນບານຍາວເຂົ້າໂຈມຕີ ແຕ່ກໍຍັງບໍ່ຜ່ານເກມຮັບທີ່ໜຽວແໜ້ນ ຂອງທີມຊາດລາວ ທີ່ຊ່ວຍກັນ ທຸ້ມເທສຸດກຳລັງ ເພື່ອຢັນເກມບຸກຂອງທີມຊາດອິນໂດເນເຊຍໃຫ້ໄດ້ ເຖິງແມ່ນວ່າ ຖືກແຮງກົດດັນຢ່າງໜັກຈາກຄູ່ຕໍ່ສູ້ ແຕ່ດ້ວຍພະລັງແຫ່ງຄວາມສາມັກຄີ ຈຶ່ງເຮັດໃຫ້ມີຄະແນນໃນນັດນີ້ ຊຶ່ງເປັນຄະແນນສຳຄັນ ຕໍ່ຄວາມຫວັງໃຫ້ທີມຊາດລາວ ລຸ້ນເຂົ້າຮອບໃນອີກ 2 ນັດທີ່ເຫລືອ. ຈາກຜົນງານຄັ້ງນີ້ ເຮັດໃຫ້ ກົບ ໂລກພະທິບ ຮັກສາປະຕູທີມຊາດລາວ ຈາກສະໂມສອນເອສະຣາ ໄດ້ລາງວັນນັກກິລາດີເດັ່ນໃນນັດນີ້ ດ້ວຍຜົນງານເຊັຟປ້ອງກັນບໍ່ໃຫ້ທີມເສຍປະຕູຫລາຍຈັງຫວະສຳຄັນ.
ທີມຊາດລາວຊຸດນີ້ ມີນັກກິລາຈາກຊຸດໃຫຍ່ ຊິງແຊ້ມອາຊຽນປີຜ່ານມາພຽງ 6 ຄົນ ແຕ່ສາມາດສູ້ກັບ ອິນໂດເນເຊຍ ທີ່ມີນັກເຕະຊຸດໃຫຍ່ຈາກ ຊິງແຊ້ມອາຊຽນປີຜ່ານມາ ເຖິງ 7 ຄົນ ເຊິ່ງຜົນຊິງແຊ້ມອາຊຽນຄັ້ງນັ້ນ ທີມຊາດລາວ ກໍສາມາດບຸກສະເໝີ ທີມຊາດອິນໂດເນເຊຍໄດ້ 3-3.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ບ່າວໂສມຂາວ ສາທາລະນະລັດເກົາຫລີ ເຕັງ ໜຶ່ງຂອງກຸ່ມ ຊະນະ ເຂດປົກຄອງພິເສດມາເກົາ 5-0.
ນັດທີ 2 U23 ທີມຊາດລາວ ພົບກັບງານໜັກອີກນັດ ຄືດວນກັບ ສາທາລະນະລັດເກົາຫລີ ເວລາ 15:30 ຈາກນັ້ນ ນັດທີ 3 ວັນທີ 9 ກັນຍາ 2025 ພົບ ເຂດປົກຄອງພິເສດມາເກົາ ເວລາ 15:30 ທຸກໆນັດແຂ່ງຂັນຢູ່ທີ່ສະໜາມກິລາ Gelora Delta Sidoarjo. ສຳລັບການຄັດເລືອກຄັ້ງນີ້ ມີ 44 ທີມເຂົ້າຮ່ວມ, ແບ່ງອອກເປັນ 11 ກຸ່ມ ຮູບແບບການຄັດເລືອກ ເອົາອັນດັບ 1 ຂອງແຕ່ລະກຸ່ມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ 🇸🇦 ຊາອຸດິອາຣາເບຍ ທີ່ໄດ້ສິດແຂ່ງຂັນໂດຍບໍ່ຕ້ອງຄັດເລືອກໃນນາມເປັນເຈົ້າພາບ.
ຜົນງານຜ່ານມາຂອງ 🇱🇦 U23 ປີ ທີມຊາດລາວ ແມ່ນບໍ່ເຄີຍຜ່ານຮອບຄັດເລືອກ ຫລ້າສຸດປີ 2023 ແຂ່ງ 2 ນັດ ເສຍທັງສອງນັດ ເສຍໃຫ້ ອົດສະຕຣາລີ 1–7 ແລະ ເສຍໃຫ້ ທາຈີກິສຖານ 1-2.
ໂດຍ: ເອກະສັນ
ປະກາດລາຍຊື່ນັກກິລາ ທີມຊາດລາວU23 ເຂົ້າຮ່ວມແຂ່ງຂັນ ບານເຕະຊີງແຊ້ມອາຊີຮອບຄັດເລືອກທີ່ອິນໂດເນເຊຍ
ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ HA HYEOKJUN ສັນຊາດ ສ. ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 22 ຄົນ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 AFC U23 ASIAN CUP SAUDI ARABIA 2026 QUALIFIERS ຢູ່ທີ່ປະເທດອິນໂດເນເຊຍ.
ລາຍຊື່ນັກກິລາ 22 ຄົນມີດັ່ງນີ້:
+ ຜູ້ຮັກສາປະຕູ
- ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ
- ພູນິນ ໄຊຍະສອນ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ
- ສຸລິສັກ ສຸວັນຄຳ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ
+ ກອງຫຼັງ
- ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
- ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ເອສະຣາ
- ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
- ເພັດດາວັນ ສົມສະນິດ ຈາກ ສະໂມສອນ ເອສະຣາ
- ພູຫຼວງ ວິນນະວົງ ຈາກ ສະໂມສອນ ຈຳປາສັກ ອາເວເນຍ
- ໂອຄຳ ລາດຊະຈັກ ຈາກ ສະໂມສອນ ກອງທັບ
- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ບີຈີ ປະທຸມ ຢູໄນເຕັດ ( ປະເທດໄທ )
- ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ຈີບີ
+ ກອງກາງ
- ບິນລີ້ ໂດນສະຫນູພິດ ຈາກ ສະໂມສອນ ເອສະຣາ
- ຄຳປານ ດວງວິໄລ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ
- ຈັນສະຫມອນ ເພັດສົມພອນ ຈາກ ສະໂມສອນ ບີໄອເອັສ ມາດສເຕີ້
- ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ
- ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ ຈີບີ
+ ກອງຫນ້າ
- ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສະຣາ
- ດາວພະຫັດ ກໍ່າກາຊົມພູ ຈາກ ສະໂມສອນ ເອສະຣາ
- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
- ສຸກສະຫວັນ ຮອບຈັກກະວານ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ
- ສົມຫວັງ ຈູມມະລີ ຈາກ ສະໂມສອນ ຈີບີ
- ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ສະຫມຸຍ ຢູໄນເຕັດ ( ປະເທດໄທ )
ທີມຊາດລາວ ຖືກຈັດຢູ່ກຸ່ມ J ປະກອບມີ: ສ.ເກົາຫລີ, ອິນໂດເນເຊຍ ( ເຈົ້າພາບ ), ສປປ ລາວ ແລະ ເຂດປົກຄອງພິເສດ ມາເກົາ.
ການແຂ່ງຂັນລາຍການດັ່ງກ່າວ ແມ່ນ ຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດຊາອຸດິ ອາຣັບເບຍ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ຕາຕະລາງການແຂ່ງຂັນຂອງທີມຊາດລາວ.
- ວັນທີ 03 ກັນຍາ 2025 ເວລາ 19:30 ທີມຊາດອິນໂດເນເຊຍ ພົບ ທີມຊາດລາວ
- ວັນທີ 06 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບ ທີມຊາດສ.ເກົາຫຼີ
- ວັນທີ 09 ກັນຍາ 2025 ເວລາ 15:30 ທີມຊາດລາວ ພົບ ເຂດປົກຄອງພິເສດມາເກົາ
ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Delta Sidoarjo ປະເທດອິນໂດເນເຊຍ.
ສຕລ ເປີດຮັບສະໝັກເພື່ອນຮ່ວມງານ ຕໍາແຫນ່ງ: ຜູ້ຊ່ວຍຜູ້ປະສານງານໂຄງການເຟັ້ນຫານັກກິລາພອນສະຫວັນ (FIFA Talent Development Scheme Admin)
ຖ້າທ່ານເປັນຄົນທີ່ມັກຮັກກິລາບານເຕະ ແລະ ຢາກມີສ່ວນຮ່ວມໃນການເຮັດວຽກກັບສະຫະພັນບານເຕະແຫ່ງຊາດລາວ ໂອກາດມາເຖິງແລ້ວ!
ໜ້າທີ່ຮັບຜິດຊອບ:
- ປະສານງານກັບບັນດາສູນຝຶກ TDS
- ຈັດສັນກອງປະຊຸມກັບບັນດາສູນຝຶກ TDS
- ຮັບຜິດຊອບວຽກງານ TDS
- ເກັບກໍາ ຂໍ້ມູນ ແລະ ສະຖິຕິ ນັກກິລາ ແລະ ຄູຝຶກ ສູນ TDS
- ວຽກບໍລິຫານພາຍໃນຫ້ອງການພະແນກເຕັກນິກວິທະຍາ ແລະ ພັດທະນາ
- ວຽກອື່ນໆ ຕາມການແຕ່ງຕັ້ງຂອງຫົວໜ້າພະແນກເຕັກນິກວິທະຍາ ແລະ ພັດທະນາ
ຄຸນສົມບັດຜູ້ສະໝັກ:
- ສາມາດສື່ສານພາສາອັງກີດໄດ້ (ເວົ້າ ແລະ ຂຽນ)
- ສາມາດນໍາໃຊ້ Microsoft Office, Canva ໄດ້ໃນລະດັບດີ
- ມີຄວາມຮັບຜິດຊອບສູງ
- ສາມາດເດີນທາງໄປປະຕິບັດວຽກຢູ່ຕ່າງແຂວງ ແລະ ຕ່າງປະເທດ
ຖ້າທ່ານສົນໃຈ ກະລຸນາສົ່ງຊີວະປະຫວັດ (CV) ມາທີ່ Email: careers@laoff.org.la, cc: arm.senephimmachack@gmail.com ບໍ່ເກີນວັນທີ 2 ກັນຍາ 2025
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທ: +85620 52213030 (ສົມໃຈ)
ໝາຍເຫດ: ສຕລ ຈະຕິດຕໍ່ຫາສະເພາະຜູ້ທີ່ຜ່ານເຂົ້າຮອບສໍາພາດເທົ່າ
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028
ວັນທີ 14 ສິງຫາ 2025 ຢູ່ທີ່ ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ມີພິທີເຊັນສັນຍາການສະຫນັບສະຫນູນດ້ານໂທລະຄົມ ລະຫວ່າງ ສະຫະພັບານເຕະແຫ່ງຊາດລາວ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຄະນະບໍລິຫານງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ຖືເປັນວາລະໂອກາດອັນດີ ທີີ່ ສຕລ ແລະ LTC ໄດ້ເພີ່ມທະວີການຮ່ວມມືກັນທັງສອງຝ່າຍ ຊຶ່ງໄດ້ ສະແດງ ໃຫ້ເຫັນເຖິງຄວາມມຸ້ງໝັັ້ນປາດຖະໜາທີີ່ຈະພັດທະນາກິລາບານເຕະໃນ ສປປ ລາວ, ດ້ວຍການສືບຕໍໍ່ເຊັນສັນຍາສະໜັບ ສະຫນູນດ້ານໂທລະຄົມ ເປັນໄລຍະເວລາ 3 ປີ ນັບແຕ່ ປີ 2025 ຫາ 2028. ຈຸດປະສົງຂອງການສະໜັບສະໜູນດ້ານໂທລະຄົມຄັ້ງນີ້້ ເພືີ່ອໃຫ້ ສຕລ ໄດ້ນໍາໃຊ້ເຂົົ້າໃນວຽກງານຖ່າຍທອດ ສົດການແຂ່ງຂັນບານເຕະ ທັງພາຍໃນປະເທດ ແລະ ການແຂ່ງຂັນລະດັບສາກົນ ທີີ່ທາງ ສຕລ ໄດ້ຮັບກຽດເປັນເຈົົ້າພາບ ຈັດການແຂ່ງຂັນຢູ່ສປປລາວ.
ຂະນະທີ່ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ຂະແຫນງເຕັກນິກ, ປະທານກິລາ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການເຊັນສັນຍາລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ ລາວໂທລະຄົມ ມະຫາຊົນ ແມ່ນເປັນການສະຫນັບສະຫນູນດ້ານພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ເພື່ອພັດທະນາກິລາ ໂດຍສະເພາະການຖ່າຍທອດສົດ ງານແຂ່ງຂັນຕ່າງໆ ໃນໄລຍະປີ 2025-2028 ເຊິ່ງລາວໂທລະຄົມ ແມ່ນຈະໄດ້ໃຫ້ບໍລິການທາງດ້ານອິນເຕີເນັດຄວາມໄວສູງ INTERNET LEASED LINE ທຸກສະຫນາມທີ່ມີການແຂ່ງຂັນ, ນອກຈາກນັ້ນແລ້ວ ລາວໂທລະຄົມ ກໍຍັງມີລາງວັນພິເສດກັບນັກກິລາທີ່ມີຜົນດີເດັ່ນໃນແຕ່ລະນັດອີກດ້ວຍເຊິ່ງຈະເປັນຜະລິດຂອງລາວໂທລະຄົມ ເພື່ອເຮັດໃຫ້ນັກກິລາມີກຳລັງໃຈ ເພື່ອພັດທະນາຕົນເອງ ກ້າວສູ່ລະດັບສາກົນ.
ຮ່ວມລົງນາມພິທີເຊັນສັນຍາຄັ້ງນີໂດຍແມ່ນ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ຂະແຫນງເຕັກນິກ, ປະທານກິລາ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ໃຊ້ທັງຫມົດ 7 ສະຫນາມ
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ແມ່ນໄດ້ນຳໃຊ້ ທັງຫມົດ 7 ສະຫນາມ ໂດຍມີ 10 ທີມເຂົ້າຮ່ວມການແຂ່ງຂັນ ຄື:
1.ສະໂມສອນ ກິລາບານເຕະ ເອສະຣາ EZRA FC
2. ສະໂມສອນ ກິລາບານເຕະ ຊ້າງນ້ອຍ YOUNG ELEPHANTS FC
3. ສະໂມສອນ ກິລາບານເຕະ ບີໄອເອັສ ມາດສເຕີີ້ BIS MASTER FC
4. ສະໂມສອນ ກິລາບານເຕະ ຫຼວງພະບາງ LUANGPRABANG FC
5. ສະໂມສອນ ກິລາບານເຕະ ກອງທັບ ARMY FC
6. ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ NAMTHA UNITED
7. ສະໂມສອນ ກິລາບານເຕະ ມັດສະດ້າ ຈີບີ MAZDA GB FC
8. ສະໂມສອນ ກິລາບານເຕະ ຈຳປາສັກ ອາເວເນຍ CHAMPASAK AVENIR FC
9. ສະໂມສອນ ກິລາບານເຕະ ສາລະວັນ ຢູໄນເຕັດ SALAVAN UNITED
10 ສະໂມສອນ ກິລາບານເຕະ ສະຫວັນນະເຂດ SAVANNAKHET FC
ສຳລັບ 7 ສະຫນາມທີ່ໃຊ້ເຂົ້າໃນການແຂ່ງຂັນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ມີດັ່ງນີ້:
1. ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ ຕັ້ງຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ບັນຈຸຜູ້ເຂົ້າຮ່ວມຮັບຊົມ ໄດ້ທັງຫມົດ 500 ຄົນ ເຊິ່ງເປັນສະຫນາມເຈົ້າບ້ານຂອງ 4 ສະໂມສອນ ຄື: ສະໂມສອນ ມັດສະດ້າ ຈີບີ, ສະໂມສອນ ຊ້າງນ້ອຍ, ສະໂມສອນ ບີໄອເອັສ ມາດສເຕີ້ ແລະ ສະໂມສອນ ເອສະຣາ.
2. ສະຫນາມກິລາກອງທັບ ຫຼັກ 5 ຕັ້ງຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງ ບັນຈຸຜູ້ເຂົ້າຮ່ວມຮັບຊົມ ໄດ້ທັງຫມົດ 1500 ຄົນ ເຊິ່ງເປັນສະຫນາມເຈົ້າບ້ານຂອງ ສະໂມສອນ ກອງທັບ.
3. ສະຫນາມກິລາແຂວງຫຼວງພະບາງ ຕັ້ງຢູ່ບ້ານ ນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ບັນຈຸຜູ້ເຂົ້າຮ່ວມຮັບຊົມ ໄດ້ທັງຫມົດ 7000 ຄົນ ເປັນສະຫນາມເຈົ້າບ້ານ ສະໂມສອນ ຫຼວງພະບາງ.
4. ສະຫນາມກິລາແຂວງຫຼວງນໍ້າທາ ຕັ້ງຢູ່ບ້ານ ຫົວຂົວ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ, ບັນຈຸຜູ້ເຂົ້າຮ່ວມຮັບຊົມ ໄດ້ທັງຫມົດ 1000 ຄົນ ເຊິ່ງເປັນສະຫນາມເຈົ້າບ້ານຂອງ ສະໂມສອນ ນໍ້າທາ ຢູໄນເຕັດ.
5. ສະຫນາມກິລາແຂວງສະຫວັນນະເຂດ ຕັ້ງຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ບັນຈຸຜູ້ເຂົ້າຮ່ວມຮັບຊົມ ໄດ້ທັງຫມົດ 10.000 ຄົນ ເປັນສະຫນາມເຈົ້າບ້ານ ສະໂມສອນ ສະຫວັນນະເຂດ.
6. ສະຫນາມກິລາແຂວງສາລະວັນ ຕັ້ງຢູ່ບ້ານ ນາໂຄກ ເມືອງແລະ ແຂວງສາລະວັນ ບັນຈຸຜູ້ຊົມເຂົ້າຮ່ວມຮັບຊົມໄດ້ 3000 ຄົນ ເປັນສະຫນາມເຈົ້າບ້ານ ສະໂມສອນ ສາລະວັນ ຢູໄນເຕັດ.
7. ສະຫນາມກິລາແຂວງຈຳປາສັກ ຕັ້ງຢູ່ບ້ານ ແກ້ວສຳພັນ ນະຄອນປາກເຊ ແຂວງຈຳປາສັກ ບັນຈຸຜູ້ຊົມເຂົ້າຮ່ວມຮັບຊົມໄດ້ 8000 ຄົນ, ເປັນສະຫນາມເຈົ້າບ້ານຂອງ ສະໂມສອນ ຈຳປາສັກ ອາເວເນຍ .
ຕາຕະລາງ ການແຂ່ງຂັນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ມີແຂ່ງຂັນທັງຫມົດ 4 ຄູ່, ວັນເສົາ 16 ສິງຫາ 2025 ມີການແຂ່ງຂັນ 1 ຄູ່ ເວລາ 16:00 ຊ້າງນ້ອຍ ພົບ ສະຫວັນນະເຂດ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 , ວັນອາທິດ 17 ສິງຫາ 2025 ມີແຂ່ງຂັນ 3 ຄູ່ ເວລາ 16:00 ກອງທັບ ພົບ ນໍ້າທາ ຢູໄນເຕັດ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 , ເວລາ 16:00 ບີໄອເອສ ມາດສເຕີ້ ພົບ ຈຳ:ປາສັກ ອາເວເນຍ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16, ເວລາ 16:00 ຫຼວງພະບາງ ພົບ ມັດສະດ້າ ຈີບີ ແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງພະບາງ ສາມາດໄປຕິດຂອບສະຫນາມເຊຍທີມທີ່ຕົນມັກໄດ້ເຂົ້າຊົມຟຣີ ແລະ ຕິດຕາມການຖ່າຍທອດສົດທາງຊ່ອງທາງ YOUTUBE LAOFF TV ແລະ FIFA PLUS .
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
ຕອນເຊົ້າ ວັນທີ 11 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກໍາມະການຕັດສິນ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 PEPSI LAO LEGUE 1 SEASON 2025/2026 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 43 ຄົນ.
ການຝຶກອົບຮົມກຳມະການຕັດສິນຄັ້ງນີ້ກໍເພື່ອກະກຽມຄວາມພ້ອມທາງດ້ານກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025, ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນ ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່, ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3 ວັນ,ຄືນັບແຕ່ວັນທີ 11 -13 ສິງຫາ 2025.
ທີມຊາດລາວU17 ຢູ່ກຸ່ມ ບີ ຮ່ວມກັບ ເຢເມນ, ກີກິສຖານ, ກຳປູເຈຍ, ກວມ ແລະ ປາກິສຖານ
ວັນທີ 7 ສິງຫາ 2025 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ສະຫະພັນບານເຕະອາຊີ ໄດ້ຈັບສະຫລາກ ການແຂ່ງຂັນ ບານເຕະຊີງແຊ້ມ ອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ AFC U17 ASIAN CUP 2026 QUALIFIERS ເຊິ່ງມີທັງຫມົດ 38 ທີມແບ່ງອອກເປັນ 7 ກຸ່ມ ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ຮ່ວມກຸ່ມ ບີ ໂດຍປະກອບມີ: ກັບ ເຢເມນ, ກີກິສຖານ ( ເຈົ້າພາບ ) ກຳປູເຈຍ, ກວມ ແລະ ປາກິສຖານ.
ຮອບຄັດເລືອກຈະແຂ່ງຂັນໃນລະຫວ່າງ ໃນລະຫວ່າງວັນທີ 22-30 ພະຈິກ 2025, ຮູບແບບການຄັດເລືອກ ແມ່ນ ເອົາອັນດັບ 1 ຈຳນວນ 7 ກຸ່ມຜ່ານເຂົ້າຮອບສຸດທ້າຍທີ່ປະເທດຊາອຸດິ ອາຣັບເບຍ, ຮ່ວມກັບ 9 ທີມທີ່ຜ່ານເຂົ້າຮອບສຸດທ້າຍ ການແຂ່ງຂັນບານໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP QATAR 2025.
#AFC #U17AC #LAONATIONALTEAMU17 #LAOFOOTBALLFEDERATION #DongLucSport #Jogarbola
ສະຫະພັນບານເຕະແຫ່ງຊາດລາວ ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ
ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ ໂດຍໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 5 ສິງຫາ 2025 ແລະ ຈະດໍາເນີນການຝຶກອົບຮົມໄປຈົນເຖິງວັນທີ 21 ເມສາ 2026 ຈິ່ງສໍາເລັດ.
ເມື່ອຕອນເຊົ້າວັນທີ 5 ສິງຫາ 2025 ສະຫະພັນບານເຕະແຫ່ງຊາດລາວ ໄດ້ເປີດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຂຶ້ນຢ່າງເປັນທາງການທີ່ ໂຮງແຮມແລນມາກ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີຕົວແທນຈາກ ສະຫະພັນບານເຕະແຫ່ງອາຊີ, ບັນດາຄູຝຶກ, ນັກສໍາມະກອນ, ວິຊາການ ສຕລ ແລະ ອ້າຍ-ນ້ອງ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າຕາງຫນ້າໃຫ້ ສະຫະພັນບານເຕະແຫ່ງຊາດລາວ ຂໍສະແດງຄວາມຍິນດີຕ້ອນຮັບທຸກໆ ທ່ານເຂົ້າໃນງານຝຶກອົບຮົມຫຼັກສູດ ຄູຝຶກບານເຕະ ລະດັບ Pro License ຢ່າງເປັນທາງການ. ການຝຶກອົບຮົມຄັ້ງນີ້ຈະມີໄລຍະເວລາທັງຫມົດ 9 ເດືອນ, ໂດຍເລີ້ມແຕ່ ວັນທີ 14 ກໍລະກົດ 2025 ຫາ 21 ເມສາ ປີ 2026 ແນ່ນອນການເປີດຝຶກອົບຮົມຄັ້ງນີ້ຖືເປັນບາດກ້າວອັນສໍາຄັນ ແລະ ຄັ້ງປະຫວັດສາດຂອງວົງການກິລາ ບານເຕະລາວ ເພາະຖືເປັນການເປີດຝຶກອົບຮົມຄູຝຶກລະດັບສູງສຸດຄັ້ງທໍາອິດໃນ ສປປ ລາວ. ຈາກຂໍ້ມູນ ສະຖິຕິ ປັດຈຸບັນ ສປປ ລາວ ມີຄູຝຶກບານເຕະ ລະດັບ A License ຈໍານວນ 21 ຄົນ, B License 64 ຄົນ ແລະ C License 310 ຄົນ ລວມທັງຫມົດ 395 ຄົນ.
ການຝຶກອົບຮົມ ຫຼັກສູດ “ຄູຝຶກບານເຕະ ລະດັບ Pro License” ຄັ້ງນີ້ ແມ່ນໄດ້ຮັບການ ຮັບຮອງຈາກ ສະຫະພັນບານເຕະອາຊີ (AFC) ໂດຍມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ ທີ່ມາຈາກບັນດາ ສະໂມສອນບານເຕະພາຍໃນປະເທດລາວ ຈໍານວນ 6 ທ່ານ ໃນນັ້ນມີ ຍິງ 1 ທ່ານ ແລະ ຕ່າງປະເທດ ຈໍານວນ 6 ທ່ານ ເຊິ່ງມາຈາກປະເທດ ສິງກະໂປ, ມາເລເຊຍ, ໄທ, ກຳປູເຈຍ ແລະ ຍີ່ປຸ່ນ.
ໃນຫຼັກສູດນີ້ ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້ທາງດ້ານທິດສະດີ, ການປະຕິບັດຕົວຈິງ ແລະ ມີການຮຽນຜ່ານອອນລາຍ ພ້ອມດຽວກັນນັ້ນ ແມ່ນຈະໄດ້ມີການເດີນທາງໄປທັດສະນະສຶກສາຕື່ມອີກ ທີ່ ປະເທດອາຣັບບີ ຊາອຸດິດ ແລະ ປະເທດ ກາຕ້າ.
ນອກຈາກການຈັດຝຶກອົບຮົມໃນຄັ້ງນີ້ ທາງ ສຕລ ຍັງໄດ້ມີແຜນຈະຈັດເພີ້ມຕື່ມອີກ ເພື່ອເປັນ ເງື່ອນໄຂໃນການສ້າງບຸກຄະລາກອນຄູຝຶກກິລາບານເຕະ ລະດັບ Pro License ໃຫ້ນັບມື້ຫຼາຍຂຶ້ນ ເລື້ອຍໆ ເພື່ອຕອບສະໜອງໃຫ້ແກ່ການພັດທະນາ ແລະ ຍົກສູງວົງການກິລາບານເຕະໃນ ສປປ ລາວ.
ການຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກ ຈໍານວນ 12 ຄົນ ທີ່ມາຈາກບັນດາສະໂມສອນ ພາຍໃນປະເທດ ແລະ ຕ່າງປະເທດ ໃນນັ້ນເປັນຍິງ 1 ຄົນ ມີລາຍຊື່ດັ່ງລຸ່ມນີ້:
1. ທ່ານ ຈັນດາລາພອນ ລຽບວິໄຊ ຈາກ ສະໂມສອນ ບານເຕະ ເອສະຣາ
2. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ
3. ທ່ານ ກັນລະຍາ ສີສົມຫວັງ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ
4. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ບານເຕະ ສະຫວັນນະເຂດ
5. ທ່ານ ນ. ພອນທິບ ແສງມະນີ ຈາກ ສະໂມສອນ ບານເຕະ ສາລະວັນ
6. ທ່ານ ວົງມີໄຊ ສຸບົວຄຳ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ
7. ທ່ານ Supachai Komsilp ຈາກ ປະເທດໄທ
8. ທ່ານ Hok Sochetra ຈາກ ປະເທດກໍາປູເຈຍ
9. ທ່ານ Iizuka Koichiro ຈາກ ປະເທດຍີ່ປຸ່ນ
10. ທ່ານ Mohd Noh Alam Shah ຈາກ ປະເທດສິງກະໂປ
11. ທ່ານ Mohammad Isa Bin Abdul Halim ຈາກ ປະເທດສິງກະໂປ
12. ທ່ານ ARULCHELVAN A/L ILENGGO ຈາກ ປະເທດມາເລເຊຍ