ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະດູການ 2025-2028
ພິທີເຊັນສັນຍາສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດຂຶ້ນ ວັນທີ 4 ສິງຫາ 2025 ທີ່ຮ້ານອາຫານ ຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເຮັນຣິກ ແອນເດີສັນ ຜຸ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ, ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ, ຕາງຫນ້າສະໂມສອນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.
ໃນພິທີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ກໍ່ໄດ້ປະກອບຄຳຄິດຄຳເຫັນໂດຍເພິ່ນໄດ້ກ່າວວ່າ ບໍລິສັດເບຍລາວ ຈຳກັດ ທີ່ເວລາໃດກໍ່ໄດ້ຄຽງຄູ່ກັບການພັດທະນາກິລາບານເຕະ ໂດຍໄດ້ໃຫ້ການສະຫນັບສະຫນູນ ລາຍການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ, ພ້ອມສະແດງຄວາມມຸ້ງຫມັ້ນປາດຖະຫນາທີ່ຈະພັດທະນາກິລາບານເຕະໃນ ສປປ ລາວ ຮ່ວມ, ດ້ວຍການສືບຕໍ່ເຊັນສັນຍາສະຫນັບສະຫນູນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເປັນສາມລະດູການ ນັບແຕ່ ປີ 2025 ຫາ 2028.
ທ່ານ ວີເພັດ ສີຫາຈັກຣ ຍັງກ່າວຕື່ມວ່າ: ຮູບແບບການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2025/2026 ນີ້ເປັນລະດູການທີ 2 ທີ່ພວກເຮົາໄດ້ປັບປະຕິທິນ ການແຂ່ງຂັນໃຫ້ສອດຄອງກັບການແຂ່ງຂັນຂອງ ສະຫະພັນບານເຕະອາຊີກໍຄື AFC ເຊິ່ງປີນີ້ໄດ້ມີການເພີ່ມຈຳນວນສະໂມສອນ ທີ່ເຂົ້າຮ່ວມການແຂ່ງຂັນຈາກ 8 ສະໂມສອນ ມາເປັນ 10 ສະໂມສອນ ເຊິ່ງມີ 2 ສະໂມສອນ ນ້ອງໃຫມ່ ມາຈາກແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໂດຍຈຳນວນນັດແຂ່ງຂັນທັງຫມົດ ຈະເພີ່ມຈາກ 56 ນັດ ມາເປັນ 90 ນັດ, ເຊິ່ງແຕ່ລະສະໂມສອນ ຈະໄດ້ ແຂ່ງຂັນ 18 ນັດຕໍ່ລະດູການ, ລະດູການນີ້ ທາງ ສຕລ ໄດ້ມີການປັບປຸງກົດລະບຽບການແຂ່ງຂັນໃຫ້ມີຄວາມຮັດກຸມ ແລະ ຊັດເຈນຍິ່ງຂຶ້ນໂດຍສະເພາະແມ່ນລະບຸຈຳນວນໂກຕ້ານັກກິລາຕ່າງປະເທດ ເພື່ອເຮັດໃຫ້ການແຂ່ງຂັນມີຄວາມເຂັ້ມຂຸ້ນ, ເຮັດໃຫ້ນັກກິລາບຸກບືນພັດທະນາຕົນເອງ, ພ້ອມທັງເປັນສີສັນໃນສະຫນາມແຂ່ງຂັນລະດັບລີກສູງສຸດຂອງປະເທດ, ນອກຈາກນັ້ນ ກໍຈະເເປັນການດຶງດູແຟນບານມາຕິດຕາມ, ມາຊົມ-ມາເຊຍ ເພີ່ມຂຶ້ນອີກ.
ການແຂ່ງຂັນລະດູການນີ້ ແມ່ນຈະນຳໃຊ້ 7 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ, ສະຫນາມກິລາແຂວງສາລະວັນ ແລະ ສະຫນາມກິລາແຂວງສະຫວັນນະເຂດ. ບໍລິສັດ ເບຍລາວ ຈຳກັດ ຖືວ່າມີບົດບາດສຳຄັນໃນການສົ່ງເສີມກີລາຂອງບ້ານເຮົາ ແລະ ໄດ້ມີສ່ວນຮ່ວມໃນການພັດທະນາດ້ານອື່ນໆ ນອກຈາກບໍລິສັດເພີ່ນໄດ້ຊຸກຍູ້ວົງການກີລາແລ້ວ ກໍ່ຍັງມີສ່ວນຮ່ວມຄຽງຄູ່ຊ່ວຍສັງຄົມລາວໃນທຸກຂະແໜງການຕະຫຼອດມາ.
ພິທີຖະແຫຼງຂ່າວຍັງໄດ້ມີການມອບຮັບການສະໜັບສະໜູນ ລະຫວ່າງ ສຕລ ແລະ ບໍລິສັດ ເບຍລາວ ຈຳກັດ ໃນໄລຍະສາມລະດູການ 2025-2028 ເຊິ່ງເປັນມູນຄ່າ 4,950,000,000 ກີບ.
ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ແມ່ນຈະເລີ່ມການແຂ່ງຂັນໃນວັນທີ 16 ສິງຫາ 2025, ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2026/2027 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ໄຊສະຫວາດ ສຸວັນນະໂຊກ ຜູ້ຮັກສາປະຕູ ທີມຊາດລາວ ຍ້າຍຮ່ວມ ສະໂມສອນ ທັບຫຼວງ ໄທລີກ 3 ປະເທດໄທ
ວັນທີ 03 ສິງຫາ 2025 ເຟສບຸກປະຈຳ ສະໂມສອນ ທັບຫຼວງ ຢູໄນເຕັດ ( THAPLUANG UNITED ) ສະໂມສອນ ຈາກໄທລີກ 3 ປະເທດໄທ ໄດ້ບັນລຸຂໍ້ຕົກລົງຄ້ວາຕົວ ໄຊສະຫວາດ ສຸວັນນະໂຊກ ຜູ້ຮັກສາປະຕູ ທີມຊາດລາວ ເຂົ້າຮ່ວມທີມ.
ໄຊຊະຫວາດ ສຸວັນນະໂຊກ ເກີດວັນທີ 03 ສິງຫາ 1999 ຢູ່ທີ່ ບ້ານຖິ່ນ ເມືອງໄຊ ແຂວງອຸດົມໄຊ , ເລີ່ມຫລິ້ນກິລາບານເຕະຕັ້ງແຕ່ ອາຍຸ 5 ປີ ມີແຮງບັນດານໃຈ ຍ້ອນພໍ່ເປັນນັກກິລາທີມປະສົມແຂວງອຸດົມໄຊ , ເຄີຍຫລິ້ນໃຫ້ກັບ ສະໂມສອນ ລາວໂຕໂຢຕ້າ, ສະໂມສອນ ວຽງຈັນ ຢູໄນເຕັດ, ສະໂມສອນ ຊ້າງນ້ອຍ ແລະ ສະໂມສອນ ນໍ້າທາ ຢູໄນເຕັດ .
ສ່ວນຜົນງານລະດັບທີມຊາດລາວ ແມ່ນເຄີຍຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແລະ ທີມຊາດລາວ ຊຸດໃຫຍ່.
ໄຊສະຫວາດ ຖືວ່າເປັນຜູ້ຮັກສາປະຕູຄົນທີ 2 ຂອງ ທີມຊາດລາວ ທີ່ໄດ້ຫລິ້ນຢູ່ສໂມສອນ ໄທລີກ ກ່ອນຫນ້ານັ້ນ ແມ່ນ ອຸດທິລັດ ນາມມະໂຄດ ຫລິ້ນໃຫ້ກັບ ສະໂມສອນ ລະຢອງ ເອັຟຊີ ຈາກ ໄທ.
ເຍົາວະຊົນຈາກ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ສ້າງຜົນງານເດັ່ນຢູ່ ສປ ຈີນ
ຈາກການລາຍງານຂອງ ທ່ານ ສອນສິນ ຈັນທະວົງ ຜູ້ຈັດການທີມ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ໄດ້ລາຍງານໃຫ້ຮູ້ວ່າ: ສະໂມສອນ ນໍ້າທາ ຢູໄນເຕັດໄດ້ສົມທົບກັບສະຫະພັນບານເຕະແຂວງ ໄດ້ຄັດເລືອກນັກກິລາຈາກສູນຈໍາປີ-ຈໍາປາແຂວງຫລວງນໍ້າທາ ມີ U8 ປີ, U9 ປີ ແລະ U12 ປີ ເພື່ອເຂົ້າຮ່ວມ ລາຍການແຂ່ງຂັນ ບານເຕະເຍົາວະຊົນ-ຊາວໜຸ່ມ ແລກປ່ຽນວັດທະນາທຳ 3 ປະເທດ ປະກອບມີ: ລາວ, ໄທ, ສປ ຈີນ (ເຈົ້າພາບ) ແຂ່ງຂັນທີ່ສິບສອງພັນນາ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2025 ທີ່ຜ່ານມາ. ການແຂ່ງຂັນແມ່ນມີທັງຫມົດ 4 ຮຸ່ນອາຍຸຄື: U8, U9, U10, U12 ປີ ຮູບແບບແຂ່ງຂັນພົບກັນຫມົດ ເອົາທີມຄະແນນດີທີ່ສຸດເປັນແຊ້ມ, ສະໂມສອນ ນໍ້າທາ ຢູໄນເຕັດ ສົ່ງເຂົ້າຮ່ວມ 3 ລາຍການຄື: U8 ປິ, U9 ປິ ແລະ U12 ປິ ຜົນການແຂ່ງຂັນປະກົດວ່າ:
- U8 ປີ ແຂ່ງຂັນ 8 ນັດ ຊະນະ 8 ນັດ ມີ 24 ຄະແນນ ໄດ້ຊະນະເລີດ
- U9 ປີ ແຂ່ງຂັນ 7 ນັດ ຊະນະ 7 ນັດ ມີ 21 ຄະແນນ ໄດ້ຊະນະເລີດ
- U12 ປີ ລົງແຂ່ງຂັນ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ ໄດ້ຮອງຊະນະເລີດ.
ນັກກິລາຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ຍັງໄດ້ຮັບລາງວັນນັກຮັບດີເດັ່ນທັງ 3 ລາຍການ ແລະ ນັກເຕະດີເດັ່ນຮຸ່ນອາຍຸ 9 ປີ, ຫລັງຈາກການແຂ່ງຂັນບານເຕະ ສຳເລັດແລ້ວ ນັກກິລາທັງ 3 ຮຸ່ນອາຍຸ ຍັງໄດ້ສະແດງຟ້ອນມວຍລາຍລາວ ເພື່ອເປັນການແລກປ່ຽນວັດທະນາທຳຂອງ ສປປ ລາວ ໃຫ້ຊາວຕ່າງຊາດໄດ້ເຫັນເຖິງວັດທະນະທຳລາວ.
ທ່ານ ຢົງຮົ່ວ ລັງສີ ຮອງປະທານ ສະໂມສອນ ກິລາບານເຕະ ນໍ້າທາ ທັງເປັນຄະນະນຳທີມໄດ້ ນຳພານັກກິລາເຍົາວະຊົນຈາກແຂວງຫຼວງນໍ້າທາ ເຂົ້າຮ່ວມການແຂ່ງຂັນນີ້ກໍເພື່ອ ເຮັດໃຫ້ນັກກິລາມີປະສົບການ ການຫລີ້ນເພີາມຂື້ນ, ມີລະບຽບວິໃນ ແລະ ຮູ້ຮັບຜີດຊອບຕົນເອງ, ເພື່ອໃຫ້ເຍົາວະຊົນພາຍໃນແຂວງຫຼວງນໍ້າທາ ໄດ້ແລກປ່ຽນທາງດ້ານເຕັກນິກ ເພື່ອໄປພັດທະນາຕົວເອງ, ເພື່ອເປັນການຜູກແຫນ້ນຄວາມສາມັກຄີ ລະຫວ່າງ 3 ປະເທດ ລາວ- ໄທ - ສປ ຈີນ ແລະ ເປັນການແລກປ່ຽນດ້ານວັດທະນາທຳ - ສີນລະປະທັງ 3 ປະເທດ. ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ແມ່ນ ສ້າງຕັ້ງສະໂມສອນ ໃນປີ 2023.
ວີພີຊີ ຄວ້າແຊ້ມ ລາວຟຸດຊໍ ລີກ 2025 ເປັນສະໄຫມທໍາອິດ
ການແຂ່ງຂັນບານເຕະ ລາວ ຟຸດຊໍ ລີກ 2025 LAO FUTSAL LEAGUE 2024ທີ່ສະຫນາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວເມື່ອວັນທີ 06 ກໍລະກົດ 2025 ແມ່ນຮອບຊິງຊະນະເລີດລະຫວ່າງ ເຄເອັມທີ ພົບ ວີພີຊີ, ໂດຍມີກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຄັບຄາໜາແໜ້ນ ແລະ ບັນຍາກາດດຳເນີນໄປດວ້ຍໄມຕີຈິດມິດຕະພາບທີ່ເບີກບານມວ່ນຊື່ນ.
ຜ່ານການແຂ່ງຂັນຜົນປະກົດວ່າ ວີພີຊີ ເຮັດໄດ້ດີກວ່າ ເອົາຊະນະ ເຄເອັມທີ 3-1 ໂດຍ ວີພີຊີ ໄດ້ປະຕູຂຶ້ນນຳກ່ອນໃນເຄິ່ງເວລາທີ 1 ຈາກ ເບີ 13 ບຸນທະວີ ສີປະສົງ ນາທີ 13, ເບີ 7 ຄຳຜາ ພິພັກຂະວົງ ນາທີ 18 ແລະ ການສະກັດເຂົ້າປະຕູຕົນເອງນັກກິລາ ເຄເອັມທີ ເບີ 40 ສອນສະນິດ ພົມມະຈັນ ນາທີ 20 ແລະ ເຄເອັມທີິ ມາໄດ້ 1 ປະຕູ ໃນເຄິ່ງເວລາທີ 2 ຈາກ ເບີ 54 ອາລິດ ຄຳປະເສີດ ນາທີ 22.
ການແຂ່ງຂັນ ລາວ ຟຸດຊໍລີກ ປະຈຳປີ 2025 ແມ່ນເລີ່ມແຂ່ງຂັນ ນັບຕັ້ງແຕ່ວັນ ວັນທີ 26 ເມສາ 2025 ເຊິ່ງປີນີ້ ມີ 12 ສະໂມສອນ ເຂົ້າຮ່ວມການແຂ່ງຂັນ ປະກອບມີ:
1. ເບ ສະຫວັນ
2. ຄິງດ້ອມ & ເອັສທີທີ ເອັຟຊີ
3. ເຫນືອ - ໃຕ້
4. ຊີທີເອ ພາວເວີ້
5. ນະຄອນຫຼວງ
6. ວີເຊີນ ຢູໄນເຕັດ
7. ອາສາ ພາວເວີ້
8. ເຄເອັມທີ ເອັຟຊີ
9. ຈັນສີ
10. ລະຊະຕະ
11. ວີພີຊີ ເອັຟຊີ
12. ມະຫາວິທະຍາໄລວິທະຍາສາດສຸຂະພາບ
ສຳລັບຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3 ຫາ 6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ (Play-off) ນັດດຽວ. ສ່ວນ ສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ.
ຜົນການແຂ່ງຂັນສາມາດສະຫລຸບອັນດັບໄດ້ດັ່ງລຸ່ມນີ້໊:
ອັນດັບ 1 ຊະນະເລີດ ວີພີຊີ ໄດ້ຮັບຂັນແຊັມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 50.000.000 ກີບ
ອັນດັບ 2 ຮອງຊະນະເລີດ ເຄເອັມທີ ໄດ້ຮັບເງິນລາງວັນ ຈຳນວນ 25.000.000 ກີບ
ອັນດັບ 3 ລະຊະຕະ ໄດ້ຮັບເງິນລາງວັນ 10.000.000 ກີບ
ອັນດັບ 4 ນະຄອນຫຼວງ
ອັນດັບ 5 ເບສະຫວັນ
ອັນດັບ 6 ຊີທີເອ ພາວເວີ້
ອັນດັບ 7 ຄິງດ້ອມ & ເອັສທີທີ
ອັນດັບ 8 ຈັນສີ
ອັນດັບ 9 ເຫນືອ - ໃຕ້
ອັນດັບ 10 ວີເຊີ້ນ ຢູໄນເຕັດ
ອັນດັບ 11 ອາສາ ພາວເວີ້
ອັນດັບ 12 ມະຫາວິທະຍາໄລວິທະຍາສາດສຸຂະພາບ
ນອກຈາກນັ້ນ, ຍັງມີລາງວັນຜູ້ຍິງປະຕູສູງສຸດເປັນຂອງ ສິດ ຄຳສຸລິດາ ຈາກ ສະໂມສອນ ຟຸດຊໍ ລະຊະຕະ ຍິງໄດ້ 29 ປະຕູ ໄດ້ຮັບຂັນລາງວັນ, ຜູ້ຮັກສາປະຕູດີເດັ່ນ ຈັນທະະສອນ ສິລິອຳພອນ ຈາກ ສະໂມສອນ ຟຸດຊໍ ສະໂມສອນ ຟຸດຊໍ ເຄເອັມທີ ລົງສະຫນາມ 13 ນັດ ເສຍປະຕູຫນ້ອຍທີ່ສຸດ ໄດ້ຮັບຂັນລາງວັນ, ນັກກິລາດີເດັ່ນ ບຸນທະວີ ສີປະສົງ ຈາກ ສະໂມສອນ ຟຸດຊໍ ວີພີຊີ ໄດ້ຮັບຂັນລາງວັນ ແລະ ຄູຝຶກດີເດັ່ນ ໄຊຊະນະ ອິນທະວົງ ຈາກ ສະໂມສອນ ຟຸດຊໍ ວີພີຊີ ໄດ້ຮັບຂັນລາງວັນ.
ໃຫ້ກຽດເຂົ້າຮ່ວມພິີທີມອບລາງວັນມີທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສົມລິດ ພົມມະຫານ ຮອງຫົວຫນ້າພະແນກກວດກາ ບໍລິສັດລາວໂທລະຄົມມະຫາຊົນ, ທ່ານ ນ. ທີດາລັກ ບົວບຸນມີ ປະທານ Cava - ຊາວ໌ະ , ແຟນບານຟຸດຊໍ ແລະ ສື່ມວນຊົນ ເຂົ້າຮ່ວມ.
ກຽມຈັດຝຶກອົບຮົມຄູຝຶກບານເຕະລະດັບ ໂປຣລາຍເຊັນ ຄັ້ງທໍາອິດທີ່ ສປປ ລາວ
ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກຽມຈັດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຂຶ້ນເປັນຄັ້ງທໍາອິດທີ່ສປປລາວ,ເຊິ່ງຈະຈັດຂື້ນລະຫວ່າງວັນທີ 14 ກໍລະກົດ 2025 ຫາ 21 ເມສາ 2026.
ການຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຄັ້ງນີ້ມີຜູ້ເຂົ້າຮ່ວມຝຶກ ຈໍານວນ 12 ຄົນ ທີ່ມາຈາກບັນດາສະໂມສອນ ພາຍໃນປະເທດ ແລະ ຕ່າງປະເທດ ໃນນັ້ນເປັນຍິງ 1 ຄົນ ມີລາຍຊື່ດັ່ງລຸ່ມນີ້:
1. ທ່ານ ຈັນດາລາພອນ ລຽບວິໄຊ ຈາກ ສະໂມສອນ ບານເຕະ ເອສະຣາ
2. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ
3. ທ່ານ ກັນລະຍາ ສີສົມຫວັງ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ
4. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ບານເຕະ ສະຫວັນນະເຂດ
5. ທ່ານ ນ. ພອນທິບ ແສງມະນີ ຈາກ ສະໂມສອນ ບານເຕະ ສາລະວັນ
6. ທ່ານ ວົງມີໄຊ ສຸບົວຄຳ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ
7. ທ່ານ Supachai Komsilp ຈາກ ປະເທດໄທ
8. ທ່ານ Hok Sochetra ຈາກ ປະເທດກໍາປູເຈຍ
9. ທ່ານ Iizuka Koichiro ຈາກ ປະເທດຍີ່ປຸ່ນ
10. ທ່ານ Mohd Noh Alam Shah ຈາກ ປະເທດສິງກະໂປ
11. ທ່ານ Mohammad Isa Bin Abdul Halim ຈາກ ປະເທດສິງກະໂປ
12. ທ່ານ ARULCHELVAN A/L ILENGGO ຈາກ ປະເທດມາເລເຊຍ
ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກ ສະຫະພັນບານເຕະອາຊີ ຫລື AFC ຊຶ່ງເປັນຄັ້ງທໍາອິດທີ່ ສຕລ ໄດ້ຮັບກຽດເປັນເຈົ້າພາບໃນການຈັດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມຝຶກອົບຮົມ ແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ, ການປະຕິບັດຕົວຈິງ ແລະ ມີການຮຽນຜ່ານອອນລາຍ ພ້ອມດຽວກັນນັ້ນ ແມ່ນຈະໄດ້ເດີນທາງໄປທັດສະນະ ສຶກສາຕື່ມອີກທີ່ປະເທດຊາອຸດິ ອາຣັບເບຍ ແລະ ປະເທດກາຕ້າ ອີກດ້ວຍ.
ກອງປະຊຸມປຶກສາຫາລື ແລະ ກະກຽມຂໍ້ມູນ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026
ກອງປະຊຸມປຶກສາຫາລື ແລະ ກະກຽມຂໍ້ມູນ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ໄດ້ມີຂຶ້ນໃນຕອນເຊົ້າ ວັນທີ 18 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍແມ່ນ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຫົວຫນ້າພະແນກຈັດການແຂ່ງຂັນ ສຕລ, ຫົວຫນ້າພະແນກສື່ມວນຊົນ, ຕາງຫນ້າພະແນກກຳມະການ, ວິຊາການທີ່ກ່ຽວຂ້ອງ ແລະ ບັນດາປະທານສະໂມສອນ , ຜູ້ຈັດການທີມ ສະໂມສອນ ທີ່ເຂົ້າຮ່ວມການແຂ່ງຂັນ.
ສຳລັບຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນກະກຽມຄວາມພ້ອມ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ທີ່ຈະເປີດສາກຂຶ້ນໃນເດືອນ ສິງຫາ ທີ່ຈະມາເຖິງນີ້, ທັງເປັນການເຜີຍແຜ່ຂໍ້ມູນກ່ຽວກັບ ການແຂ່ງຂັນ ບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ໃຫ້ກັບບັນດາປະທານສະໂມສອນ ແລະ ຜູ້ຈັດການທີມ ຂອງ ແຕ່ລະສະໂມສອນ ຮັບຊາບກ່ຽວກັບລະບຽບການແຂ່ງຂັນ.
ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2025/2026 ມີ 10 ສະໂມສອນ ເຂົ້າຮ່ວມປະກອບມີ:
1. ສະໂມສອນ ກິລາບານເຕະ ເອສະຣາ EZRA FC
2. ສະໂມສອນ ກິລາບານເຕະ ຊ້າງນ້ອຍ YOUNG ELEPHANTS FC
3. ສະໂມສອນ ກິລາບານເຕະ ບີໄອເອັສ ມາດສເຕີີ້ BIS MASTER FC
4. ສະໂມສອນ ກິລາບານເຕະ ຫຼວງພະບາງ LUANGPRABANG FC
5. ສະໂມສອນ ກິລາບານເຕະ ກອງທັບ ARMY FC
6. ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ NAMTHA UNITED
7. ສະໂມສອນ ກິລາບານເຕະ ມັດສະດ້າ ຈີບີ MAZDA GB FC
8. ສະໂມສອນ ກິລາບານເຕະ ຈຳປາສັກ ອາເວເນຍ CHAMPASAK AVENIR FC
9. ສະໂມສອນ ກິລາບານເຕະ ສາລະວັນ ຢູໄນເຕັດ SALAVAN UNITED
10 ສະໂມສອນ ກິລາບານເຕະ ສະຫວັນນະເຂດ SAVANNAKHET FC
ການແຂ່ງຂັນແມ່ນຈະນຳໃຊ້ 8 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ, ສະຫນາມກິລາແຂວງສາລະວັນ ແລະ ສະຫນາມກິລາແຂວງສະຫວັນນະເຂດ.
ຮູບແບບການແຂ່ງຂັນແມ່ນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ, ຈຳນວນນັດແຂ່ງຂັນທັງຫມົດ 90 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ, ເວບໄຊ ຟີຟາ FIFA+.
ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2026/2027 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.
ປະກາດລາຍຊື່ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.
ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.
ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ
2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ຈໍາປາສັກ
3. ສຸລິສັກ ສຸວັນຄຳ ຈາກ ສະໂມສອນ ຈັນທະບູລີ
+ ກອງຫຼັງ
4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
5. ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ເອສະຣາ
6. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ເອສະຣາ
7. ສະເຫຼີມໄຊ ພົມມະວົງ ຈາກ ສະໂມສອນ ເອສະຣາ
8. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
9. ອາລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ
10. ເພັດດາວັນ ສົມສະໜິດ ຈາກ ສະໂມສອນ ມາດສເຕີ້
11. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ຫຼວງພະບາງ
12. ພູຫຼວງ ວິນນະວົງ ຈາກ ສະໂມສອນ ຈຳປາສັກ
+ ກອງກາງ
13. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ເອສະຣາ
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
15. ຄຳປານ ດວງວິໄລ ຈາກ ສະໂມສອນ ມາດສເຕີ້
16. ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ
17. ພຸດທະຈັກ ວົງສິລິ ຈາກ ສະໂມສອນ ຈັນທະບູລີ
18. ດາຫມົດ ທອງຄຳສະຫວັດ ຈາກ ສະໂມສອນ Thanh Hoa FC ປະເທດຫວຽດນາມ
19. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ Rome City Instiute ປະເທດອີຕາລີ
+ ກອງຫນ້າ
20. ປີ້ເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
21. ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກອງທັບ
22. ສົມຫວັງ ຈູມມະລີ ຈາກ ສະໂມສອນ ມັດສະດ້າ ຈີບີ
23. ອາວິໄລ ສີພາຫວັນ ຈາກ ສະໂມສອນ ພີເອັມ ເຊກອງ
ສຳລັບ ລາຍການດັ່ງກ່າວ ແມ່ນຈະຈັດຂຶ້ນຢູ່ທີ່ ນະຄອນຫຼວງ ຈາກາຕາ ປະເທດອິນໂດເນເຊຍ ລະຫວ່າງວັນທີ 15-29 ກໍລະກົດ 2025 ມີ 10 ປະເທດເຂົ້າຮ່ວມ ການແຂ່ງຂັນ ໂດຍໄດ້ແບ່ງອອກເປັນ 3 ກຸ່ມ, ກຸ່ມ 4 ທີມ 1 ກຸ່ມ ແລະ ກຸ່ມ 3 ທີມ 2 ກຸ່ມ ມີດັ່ງນີ້:
- ກຸ່ມ ເອ: ອິນໂດເນເຊຍ (ເຈົ້າພາບ), ມາເລເຊຍ, ຟີລິບປິນ ແລະ ບຣູໄນ
- ກຸ່ມ ບີ: ຫວຽດນາມ, ກຳປູເຈຍ ແລະ ລາວ
- ກຸ່ມ ຊີ: ໄທ, ມຽນມາ ແລະ ຕີມໍ ເລສເຕ
ລະບຽບການແຂ່ງຂັນ ແມ່ນຈະແຂ່ງຂັນແບບພົບກັນຫມົດໃນກຸ່ມ ແລະ ຫາທີມທີ່ເປັນແຊ້ມກຸ່ມ ພ້ອມດ້ວຍຮອງແຊ້ມກຸ່ມທີ່ມີຄະແນນດີທີ່ສຸດໃນ 3 ກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 16/07/2025 ເວລາ 17:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Patriot Stadium
- ວັນທີ 19/07/2025 ເວລາ 17:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມກິລາ Patriot Stadium
ປະກາດຮັບສະໝັກພະນັກງານ
ປະກາດຮັບສະໝັກພະນັກງານ
I. ຕໍາແໜ່ງ:
1. ຜູ້ຈັດການຫໍພັກ ຈໍານວນ 01 ຕໍາແໜ່ງ
2. ຊ່າງໄຟຟ້າ ຈໍານວນ 01 ຕໍາແໜ່ງ
3. ຊ່າງນໍ້າປະປາ ຈໍານວນ 01 ຕໍາແໜ່ງ
4. ຊ່າງໄອທີ ຈໍານວນ 01 ຕຳແໜ່ງ
5. ພໍ່ບ້ານ (ວຽກພາກສະໜາມ) ຈໍານວນ 03 ຕໍາແໜ່ງ
II. ເງື່ອນໄຂ:
1. ຜູ້ຈັດການຫໍພັກ ຮຽນຈົບວິຊາ: ການໂຮງແຮມ ຫລື ຈະມີປະສົບການດ້ານວຽກຄຸ້ມຄອງຫໍພັກ ແລະ ວຽກການໂຮງແຮມ.
2. ຊ່າງໄຟຟ້າ ຮຽນຈົບວິຊາ: ວິສະວະກອນໄຟຟ້າ
3. ຊ່າງນໍ້າປະປາ ຮຽນຈົບວິຊາ: ວິສະວະກອນນໍ້າປະປາ
4. ຊ່າງໄອທີ ຮຽນຈົບວິຊາ: ໄອທີ
5. ພໍ່ບ້ານ (ບໍ່ກຳນົດລະດັບການສຶກສາ)
ກຳນົດລະດັບການສຶກສາ ຂໍ້ 1 ຫາ 4 ຂ້າງເທີງ: ຮຽນຈົບຊັ້ນສູງຂຶ້ນໄປ.
III. ສົນໃຈຕິດຕໍ່: ທ່ານ ນາງ ທິບພາພອນ ພານິດ ຮັກສາການ ຫົວໜ້າພະແນກບໍລິຫານ-ບຸກຄະລາກອນ ທີ່ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ
ເບີໂທ/WhatsApp: 020 9444 3782
ໃຫ້ຜູ້ສະໝັກສົ່ງເອກະສານຕ່າງໆ ທີ່ພົວພັນກັບການສະໝັກງານມາຍັງ
Email: careers@laoff.org.la
ສຳເລັດ ການຝຶກອົບຮົບຜູ້ຄວບຄຸມ ການແຂ່ງຂັນແລະ ຜູ້ປະສານງານຈັດການແຂ່ງຂັນປະຈຳທ້ອງຖິ່ນປີ 2025
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການຝຶກອົບຮົບຜູ້ຄວບຄຸມ ການແຂ່ງຂັນ ແລະ ຜູ້ປະສານງານລວມຈັດການແຂ່ງຂັນປະຈຳທ້ອງຖິ່ນ ປະຈຳປີ 2025, ເຊິ່ງພິທີປິດໄດ້ຈັດຂື້ນໃນຕອນແລງ ວັນທີ 04 ກໍລະກົດ 2025 ທີ່ຫ້ອງປະຊຸມ ສຕລ ,ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ຈັນທະວົງ ສິລິມະໂນທໍາ ຮອງເລຂາທິການ ສຕລ ທັງເປັນຜູ້ຄວບຄຸມການແຂ່ງຂັນລະດັບອາຊີ ເປັນວິທະຍາກອນ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກ ຈັດການແຂ່ງຂັນ ວິທະຍາກອນ ພ້ອມດ້ວຍພະນັກງານວິຊາການລວມ 33 ຄົນເຂົ້າຮວ່ມ.
ການຝຶກອົບຮົມຄັ້ງນີ້ຈັດຂື້ນເພື່ອຈຸດປະສົງສືບຕໍ່ສ້າງບຸກຄະລະກອນກິລາບານເຕະໃຫ້ຫລາຍຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ,ເປັນການຍົກລະດັບການບໍລິຫານຈັດການແຂ່ງຂັນແບບເປີດກວ້າງໃຫ້ກັບບຸກຄະລາກອນ ຢູ່ນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນ ເພື່ອສືບທອດ ໃນໜ້າວຽກ ດັ່ງກ່າວ,ທັງເປັນການສົ່ງເສີມ ແລະ ຂະຫຍາຍວຽກງານການຈັດການແຂ່ງຂັນ ບານເຕະພາຍໃນປະເທດໃນທຸກລະດັບໃນແຕ່ລະປີ, ພິເສດແມ່ນກຽມ ຄວາມພ້ອມໃຫ້ແກ່ ລາຍການແຂ່ງຂັນຕ່າງໆຂອງ ສຕລ ທີ່ຈະຈັດຂຶ້ນ ປະຈຳປີ 2025 ນີ້ໃຫ້ມີຜົນສຳເລັດ .
ໃນໄລຍະການຝຶກອົບຮົມ 3 ວັນ ນັບແຕ່ວັນທີ 02 - 04 ກໍລະກົດ 2025, ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ມີການສອບເສັງທົດສອບຄວາມຮູ້, ຄວາມເຂົ້າໃຈຕ່າງໆ,ຖ້າຫາກບຸກຄະລາກອນຄົນໃດມີຄະແນນດີ ກໍມີໂອກາດໄດ້ຖືກຄັດເລືອກໃຫ້ເປັນຜູ້ຊ່ວຍຄວບຄຸມການແຂ່ງຂັນ, ໃນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມທີ່ສຳເລັດການຮຽນໃນຄັ້ງນີ້ຕື່ມອີກ.
ຂໍເຊີນບັນດາທ່ານ ຫຼື ຮ້ານອາຫານ ທີ່ມີຄວາມສົນໃຈໃນການໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ທີ່ຫ້ອງອາຫານ ສູນຝຶກກິລາບານເຕະ ຂອງສະຫະພັນບານເຕະແຫ່ງຊາດລາວ
ສະຫະພັນບານເຕະແຫ່ງຊາດລາວ ຂໍເຊີນບັນດາທ່ານ ຫຼື ຮ້ານອາຫານ ທີ່ມີຄວາມສົນໃຈໃນການໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ທີ່ຫ້ອງອາຫານ ສູນຝຶກກິລາບານເຕະ ຂອງສະຫະພັນບານເຕະແຫ່ງຊາດລາວ ທີ່ ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍມີລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:
ເງື່ອນໄຂໃນການສຳປະທານ ຫ້ອງອາຫານ ສູນຝຶກຫ້ວຍຫົງ ແລະ ສູນຝຶກ ຫລັກ16
- ສິ່ງອຳນວຍຄວາມສະດວກທີ່ ສະຫະພັນບານເຕະແຫ່ງຊາດລາວ ປະກອບໃຫ້ ມີຄື: ໝາຍເຫດ
1. ສະຖານທີ່ຕຶກຫ້ອງອາຫານປະກອບມີ: ຫ້ອງຄົວ, ຫ້ອງນໍ້າ, ໂຕະຕັ່ງຈໍານວນໜຶ່ງ, ລະບົບໄຟຟ້າ-ນໍ້າປະປາ, ດອກໄຟ, ພັດລົມເພດານ, ພັດລົມດູດອາກາດ ແລະ ແອເຢັນ.
2. ຮັກສາຄວາມປອດໄພ (ມີພະນັກງານເວນຍາມຕະຫຼອດ 24 ຊົ່ວໂມງ)
- ພັນທະ ແລະ ເງື່ອນໄຂຂອງຜູ້ສຳປະທານ ມີຄື:
1. ຜູ້ສຳປະທານ ຈະຕ້ອງມີໃບທະບຽນວິສາຫະກິດ(ຮ້ານອາຫານ) ແລະ ມີເລກບັນຊີທະນາຄານ ອອກຊື່ຄືກັນກັບໃບທະບຽນວິສາຫະກິດຂອງຕົນ
2. ຈ່າຍຄ່າສຳປະທານ ກຳນົດ ໄລຍະ 2 ປີ (ສາມາດຈ່າຍເປັນລາຍເດືອນໄດ້)
3. ຈະຕ້ອງໄດ້ກຸ້ມຕົນເອງ ກ່ຽວກັບ ອຸປະກອນຕ່າງໆ ທີ່ປະກອບໃນຫ້ອງອາຫານ ເຊັ່ນ: ໂຕະຕັ່ງ, ເຄື່ອງຄົວແຕ່ງກິນ, ຖ້ວຍບ່ວງ ແລະ ເຄື່ອງສິ່ງອໍານວຍຄວາມສະດວກສຳລັບຫ້ອງອາຫານ.
4. ຮັບຜິດຊອບ ຈ່າຍຄ່າ ໄຟຟ້າ, ນໍ້າປະປາ, ຂີ້ເຫຍື້ອ (ຊ່ວງໄລຍະຂອງການສຳປະທານຫ້ອງອາຫານ).
5. ໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ຖືກສຸຂະອະນາໄມ ແລະ ບໍ່ໝົດອາຍຸ
- ສິດ ແລະ ແຫລ່ງລາຍຮັບ: ຜູ້ສຳປະທານຈະໄດ້ຮັບສິດໃນການບໍລິການອາຫານ ແລະ ເຄື່ອງດື່ມ ພາຍໃນສູນຫ້ວຍຫົງ ມີຄື:
1. ສາມາດຂາຍອາຫານໃຫ້ພະນັກງານ ສຕລ ແລະ ຄົນນອກທົ່ວໄປ
2. ຈັດອາຫານໃຫ້ທີມຊາດທຸກລຸ້ນ ທີ່ໄດ້ເຂົ້ານອນສູນຝຶກຫ້ວຍຫົງ ແລະ ສູນຝຶກ ຫລັກ16 ເພື່ອກະກຽມໄປເຂົ້າຮ່ວມການແຂ່ງຂັນທຸກລາຍການ.
3. ທີມສະໂມສອນທີ່ໄດ້ເຂົ້າມາຝຶກແອບ (ຂໍນໍາໃຊ້ສະໜາມຫ້ວຍຫົງ) ເດີ່ນບານຫຍ້າທຽມ 2 ເດີ່ນ, ເດີນນ້ອຍ 1 ເດີ່ນ ແລະ 1 ເດີ່ນຟຸດຊໍ.
- ບັນດາກິດຈະກຳຕ່າງໆ ມີຄື:
1. ສໍາລັບທຸກໆລາຍການແຂ່ງຂັນ ທີ່ ສຕລ ຈັດໃນສູນຫ້ວຍຫົງ
2. ສູນຝຶກ ຈໍາປີ-ຈໍາປາ ແມ່ນຈັດເປັນປະຈໍາໃນ ວັນເສົາ ແລະ ວັນອາທິດ
3. ລາຍການແຂ່ງຂັນທີ່ຈັດພາຍໃນສູນຝຶກຫ້ວຍຫົງ ເຊັ່ນ: ການແຂ່ງຂັນບານເຕະເຍົາວະຊົນ, ການແຂ່ງຂັນຟຸດຊໍ ແລະ ລາຍການອື່ນໆ…
4. ຫຼັກສູດຈັດຝຶກອົບຮົມວິຊາການຕ່າງໆ ທີ່ຮັບໃຊ້ແກ່ກິລາບານເຕະ
5. ຫຼັກສູດຈັດຝຶກອົບຮົມກຳມະການຕັດສິນຂອງແຕ່ລະລາຍການແຂ່ງຂັນ
6. ຫຼັກສູດຝຶກອົບຮົມຄູຝຶກລະດັບຕ່າງໆ
(ສໍາລັບຫຼັກສູດຝຶກອົບຮົມແຕ່ລະຫຼັກສູດ ຈະຈັດຢ່າງໜ້ອຍ 2 ຄັ້ງຕໍ່ປີ, ຈະມີຜູ້ເຂົ້າຮ່ວມປະມານ 30 ຄົນ ແລະ ໃຊ້ເວລາເລີ່ມແຕ່ 1 ອາທິດ ຫາ 3 ອາທິດ ຕໍ່ໜຶ່ງຫລັກສູດ)
ຖ້າຫາກທ່ານມີຄວາມສົນໃຈ ກະລຸນາສົ່ງ ໜັງສືແຈ້ງເຈດຈໍານົງ ມາໃຫ້ ທ່ານ ນາງ ທິບພະພອນ ພານິດ ເບີໂທ 020 9444 3782 ຖ້າຫາກທ່ານເຄີຍມີປະສົບການໃຫ້ບໍລິການດັ່ງກ່າວ ຈະພິຈາລະນາເປັນພິເສດ.
ປິດຮັບ ວັນທີ 11 ກໍລະກົດ 2025 ເວລາ 15:00 ໂມງ
ແຂວງສະຫວັນນະເຂດຈະເລີ້ມແຂ່ງຂັນບານເຕະລາວລີກ 2 ໃນວັນທີ 05 ກໍລະກົດ 2025 ທີ່ມາເຖິງນີ້
ການແຂ່ງຂັນບານເຕະລີກ 2 ຂອງແຂວງສະຫວັນນະເຂດຈະໄດ້ເລີ້ມຕົ້ນໃນວັນທີ 06 ກໍລະກົດ 2025 ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 8 ສະໂມສອນຄື:
1. ສະໂມສອນກິລາບານເຕະ ທະຫານແຂວງ
2. ສະໂມສອນກິລາບານເຕະ ລີລາວະດີ
3. ສະໂມສອນກິລາບານເຕະ ສະຫວັນຢູໄນເຕັດ
4. ສະໂມສອນກິລາບານເຕະ ທອມມີ
5. ສະໂມສອນກິລາບານເຕະ ເຊໂນ
6. ສະໂມສອນກິລາບານເຕະ ມະຫາວິທະຍາໄລສະຫວັນນະເຂດ
7. ສະໂມສອນກິລາບານເຕະ ສົງເປືອຍ
8. ສະໂມສອນ ຊຸບເປິ້ຄີມ
ການແຂ່ງຂັນແຕ່ລະນັດແມ່ນຈະໄດ້ຈັດຂຶ້ນຢູ່ທີ່ສະໜາມກິລາຫຼັກ 4 ແຂວງສະຫວັນນະເຂດ ແລະ ຈະສິ້ນສຸດລົງພາຍໃນເດືອນ 09/2025. ລວມການແຂ່ງຂັນທັງໝົດມີ 42 ນັດ ເຊິ່ງຈະແຂ່ງຂັນ 4 ມື້ຕໍ່ອາທິດຄື ໃນວັນເສົາ, ອາທິດ, ອັງຄານ ແລະ ວັນພຸດ.
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).
ສຸລິຍະວົງ ເປັນທີມນຳ ຕາຕະລາງ ຄະແນນ ການແຂ່ງຂັນບານເຕະລາວໂຕໂຢຕ້າ ລາວລີກ 2 ແຂວງຈຳປາສັກ
ການແຂ່ງຂັນບານເຕະ ລາວໂຕໂຢຕ້າ ພາກໃຕ້ແຂວງຈຳປາສັກ ລາວລີກ 2 ປະຈຳປີ 2025 ມີສະໂມສອນເຂົ້າຮ່ວມທັງໝົດ 8 ສະໂມສອນດັ່ງນີ້:
1. ສະໂມສອນ ກິລາບານເຕະ ຂົງເຂດປົກປ້ອງກົດໝາຍ ແຂວງຈໍາປາສັກ;
2. ສະໂມສອນ ກິລາບານເຕະ ສຸລິຍະວົງ;
3. ສະໂມສອນ ກິລາບານເຕະ ໂຮງຫຼໍ່ການໄຊ;
4. ສະໂມສອນ ກິລາບານເຕະ ບາຈຽງ;
5. ສະໂມສອນ ກິລາບານເຕະ ສະຖາບັນຈຸລະພາກ ພຸດພະຈັນ;
6. ສະໂມສອນ ກິລາບານເຕະ PT STORE ປາກຊ່ອງ;
7. ສະໂມສອນ ກິລາບານເຕະ ສະມາໂບຣກເກີ້
8. ສະໂມສອນ ກິລາບານເຕະ ພົມປັນຍາຟາມ.
ການແຂ່ງຂັນແມ່ນຈັດຂຶ້ນຢູ່ທີ່ສະຫນາມກິລາແຂວງຈຳປາສັກເຊິ່ງເປັນສະໜາມຫຼັກໃນການດຳເນີນການແຂ່ງຂັນ ແລະ ນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ.
ມາຮອດປັດຈຸບັນນີ້ການແຂ່ງຂັນໄດ້ດຳເນີນມາເປັນອາທິດທີ 5 ແລ້ວ ເຊິ່ງຜົນການແຂ່ງຂັນແມ່ນສະຫຼຸບໄດ້ດັ່ງນີ້:
ວັນທີ 21/06/2025 ມີການແຂ່ງຂັນ 2 ຄູ່
• ສະໂມສອນກິລາບານເຕະ ໂຮງຫຼໍ່ການໄຊ ສະເໝີ ສະໂມສອນກິລາບານເຕະ ສະຖາບັນການເງິນຈຸລະພາກ
ພຸດພະຈັນ 1 – 1
• ສະໂມສອນກິລາບານເຕະ ຂົງເຂດປົກປ້ອງກົດໝາຍແຂວງຈຳປາສັກ ຊະນະ ສະໂມສອນກິລາບານເຕະ ສະມາຍໂບຣກເກີ 4 – 0
ວັນທີ 22/06/2025 ການແຂ່ງຂັນມີ 1 ຄູ່
• ສະໂມສອນກິລາບານເຕະ ພົມປັນຍາ ຟຣາມ ເສຍໃຫ້ ສະໂມສອນກິລາບານເຕະ ສຸລິຍະວົງ 2 – 5
ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).