ສຕລ ແຕ່ງຕັ້ງ ທ່ານ ຄໍລະເດດ ພອນພະຈັນ ເປັນຫົວໜ້າຄະນະນໍາ ທີມຊາດລາວ U-17 ແລະ ທີມຊາດຊາຍ ສໍາລັບ SEA Games 2025
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ປະກາດແຕ່ງຕັ້ງ ທ່ານ ຄໍລະເດດ ພອນພະຈັນ ເປັນຫົວໜ້າ ຄະນະນໍາຂອງທີມຊາດລາວ U-17 ແລະ ທີມຊາດຊາຍ ຊຸດກຽມ SEA Games 2025, ເຊິ່ງ ທ່ານ ຄໍລະເດດ ໃນອະດີດເປັນນັກກິລາບານເຕະທີມຊາດ ຊຸດໄປແຂ່ງຂັນ SEA Games 1997 ຢູ່ປະເທດອິນໂດເນເຊຍ ແລະ Asian Games 1998 ຢູ່ປະເທດໄທ. ປະຈຸບັນ, ທ່ານ ຄໍລະເດດ ເປັນຫນຶ່ງໃນສະມາຊິກຂອງຄະນະບໍລິຫານງານ ສຕລ ສົກປີ 2024 - 2028.
ຜ່ານການຈັບສະຫຼາກທີມຊາດລາວ U17 ໄດ້ຖືກຈັດຢູ່ ກຸ່ມ B ຮ່ວມກັບ ເຢເມນ, ຄີກິສຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານ. ໂດຍປະຈຸບັນທີມຊາດລາວ U17 ແມ່ນໄດ້ມີການເກັບໂຕຝຶກຊ້ອມຢູ່ສູນຝຶກບານເຕະ ຈຳປີ-ຈຳປາ (ຫຼັກ 16) ເຊິ່ງໄລຍະການຊ້ອມມີດັ່ງນີ້:
1. ໄລຍະທີ 1: ເອີ້ນນັກກິລາເປົ້າໝາຍເຂົ້າມາຝຶກຊ້ອມ ຈຳນວນ 43 ຄົນ ລະຫວ່າງວັນທີ 17 – 26 ກັນຍາ 2025
2. ໄລຍະທີ 2: ຄັດນັກກິລາຈາກໄລຍະທີ່ 1 ໃຫ້ເຫລືອ 35 ຄົນ ເພື່ອຝຶກຊ້ອມ ລະຫວ່າງວັນທີ 6 – 21 ຕຸລາ 2025
3. ໄລຍະທີ 3: ກະກຽມໄປອຸ່ນເຄື່ອງຢູ່ຕ່າງປະເທດ ກ່ອນຕັດໂຕນັກກິລາໃຫ້ເຫລືອ 23 ຄົນ ລະຫວ່າງວັນທີ 29 ຕຸລາ - 7 ພະຈິກ 2025.
ໃນຊ່ວງໄລຍະຝຶກຊ້ອມ ທ່ານ ຄໍລະເດດ ພອນພະຈັນ ໄດ້ລົງຕິດຕາມການຝຶກຊ້ອມ, ການກິນ-ຢູ່ ຂອງນັກກິລາຢ່າງໃກ້ຊິດ ພ້ອມທັງໃຫ້ຄໍາແນະນໍາ ແລະ ສະແດງຄວາມຊົມເຊີຍນັກກິລາທຸກຄົນທີ່ເອົາໃຈໃສ່ໃນການຝຶກຊ້ອມນັບ ແຕ່ມື້ທໍາອິດຂອງການເຂົ້າຝຶກຊ້ອມຢູ່ສູນ ແລະ ໄດ້ກ່າວວ່າ: “ການແຂ່ງຂັນບານເຕະຄັ້ງນີ້ ທຸກຄົນຄືຄວາມຫວັງຂອງຊາດ ແລະ ນີ້ເປັນການເກັບກ່ຽວປະສົບການຕົວຈິງເພື່ອປູເສັ້ນທາງນັກກິລາບານເຕະອາຊີບໃຫ້ນ້ອງນັກກິລາທຸກຄົນໃນອະນາ ຄົດ ດັ່ງນັ້ນ, ຢາກຝາກໃຫ້ທຸກຄົນ ທັງນັກກິລາ ແລະ ຄະນະຄູຝຶກ ໃຫ້ຮ່ວມແຮງຮ່ວມໃຈກັນສາມັກຄີເພື່ອສ້າງຜົນງານ ອອກມາໃຫ້ດີທີ່ສຸດ ແລະ ສຸດທ້າຍຕ້ອງຂໍຂອບໃຈທຸກຄົນທີ່ເສຍສະລະຄວາມສຸກສະບາຍສ່ວນໂຕ ເພື່ອທຸ້ມເທ ເຫື່ອແຮງ, ອົດທົນຝຶກຊ້ອມ ແລະ ເປັນຕົວແທນຂອງປະເທດຊາດ.”
ຂະນະດຽວກັນ ທ່ານ ຈອງ ຊອງ ຊົນ (Jong Song-chon) ຫົວໜ້າຄູຝຶກທີມຊາດລາວ U-17 ກ່າວວ່າ: “ເປັນຫຍັງພວກເຮົາຕ້ອງຊ້ອມໜັກ ແລະ ເປັນຫຍັງຂ້ອຍຈຶ່ງເລືອກນັກເຕະທີ່ທຸ້ມເທ, ອົດທົນ ແລະ ຫຼິ້ນໄດ້ເກີນຮ້ອຍ ເນື່ອງຈາກພວກເຮົາຕ້ອງກຽມພ້ອມໃຫ້ດີທີ່ສຸດ ເພາະລາຍການນີ້ເປັນລາຍການໃຫຍ່ ແລະ ທີ່ສໍາຄັນພວກເຮົາຢູ່ໃນກຸ່ມ ທີ່ມີການແຂ່ງຂັນເຖິງ 5 ນັດ ພ້ອມທັງແຂ່ງຂັນຢ່າງຕໍ່ເນື່ອງ (ແຂ່ງບາມື້). ດັ່ງນັ້ນ, ຂ້ອຍຕ້ອງການນັກເຕະທີ່ມີພາລະກຳລັງ ແລະ ທຸ້ມເທສຸດໃຈ ເຖິງຈະອິດເມື່ອຍເທົ່າໃດກໍຕ້ອງພ້ອມລົງສະໜາມຕະຫຼອດເວລາ ເພາະນີ້ຄືການຮັບໃຊ້ຊາດ ແລະ ເຮັດເພື່ອປະເທດລາວ.”
ຫົວໜ້າຄູຝຶກທີມຊາດລາວ U-17 ກ່າວອີກວ່າ: “ຊົມເຊີຍນັກກິລາທຸກຄົນທີ່ທຸ້ມເທຫຼາຍໃນການຝຶກຊ້ອມ ຕະຫຼອດໄລຍະທີ່ຜ່ານມາ ແນ່ນອນນັກກິລາທຸກຄົນມີຄວາມສາມາດໃກ້ຄຽງກັນຫຼາຍ ແລະ ເຮັດໃຫ້ຕ້ອງໃຊ້ຄວາມຄິດຫຼາຍ ໃນການເລືອກຕັດນັກກິລາອອກ ເຊິ່ງຈະຕ້ອງໄດ້ປຶກສາພາຍໃນຄະນະຄູຝຶກອີກຄັ້ງໜຶ່ງ. ຢ່າງໃດກໍຕາມ ຜູ້ໃດທີ່ບໍ່ຖືກຄັດ ເລືອກຊຸດນີ້ ແມ່ນບໍ່ຕ້ອງເສຍໃຈ ໃຫ້ພະຍາຍາມກັບໄປຝຶກຝົນຕົນເອງ, ປັບປຸງ ແລະ ກັບມາຄັດເລືອກທີມຊາດໃໝ່, ສ່ວນຜູ້ທີ່ຖືກເລືອກກໍຂໍໃຫ້ເອົາໃຈໃສ່ພັດທະນາຕົນເອງໃຫ້ດີຂຶ້ນໄປເລື້ອຍໆ.”
ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ U-17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:
- ວັນທີ 22/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ
- ວັນທີ 24/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ
- ວັນທີ 26/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ
- ວັນທີ 28/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ
- ວັນທີ 30/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ
ສ່ວນການແຂ່ງຂັນ SEA Games ຄັ້ງທີ່ 33 ທີ່ຈະຈັດຂຶ້ນໃນປະເທດໄທ ລະຫວ່າງ ວັນທີ 9 – 22 ທັນວາ 2025 ປະຈຸບັນມີທັງຫມົດ 10 ທີມຕອບຮັບເຂົ້າຮ່ວມການແຂ່ງຂັນ. ສໍາລັບການຈັບສະຫລາກແບ່ງກຸ່ມ ທາງເຈົ້າພາບຈະຈັດຂຶ້ນໃນເດືອນ 10 ໄວໆນີ້. ຖ້າມີຄວາມຄືບຫນ້າແນວໃດ ທາງ ສຕລ ຈະມາສົ່ງຂ່າວໃຫ້ແຟນບານຮູ້ເພີ່ມເຕີມ.
Executive committee members have been appointed to important FIFA
ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ ຊຸດໃຫຍ່
ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກ ທີມຊາດລາວ ສັນຊາດ ສ.ເກົາຫລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round ນັດທີ 3 ແລະ ນັດ 4 ເຊິ່ງຈະແຂ່ງຂັນ ວັນທີ 09 ຕຸລາ 2025 ເວລາ 19:00 ທີມຊາດລາວ ພົບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ແລະ ວັນທີ 14 ຕຸລາ 2025 ເວລາ 20:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ BUKIT JALIL ປະເທດມາເລເຊຍ, , ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:
+ ຜູ້ຮັກສາປະຕູ
- ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ
- ອານຸລັກ ວິລະຜົນ ຈາກ ສະໂມສອນ ມັດສະດ້າ ຈີບີ
- ທັດສະພອນ ໄຊຍະສອນ ຈາກ ສະໂມສອນ ມັດສະດ້າ ຈີບີ
+ ກອງຫຼັງ
- ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
- ເພັດດາວັນ ສົມສະນິດ ຈາກ ສະໂມສອນ ເອສະຣາ
- ຄໍາຫມັ້ນ ທາປະເສີດ ຈາກ ສະໂມສອນ ເອສະຣາ
- ຊີດີ ພົມສະຫວັນ ຈາກ ສະໂມສອນ ເອສະຣາ
- ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ບີຈີ ປະທຸມ ຢູໄນເຕັດ ( ປະເທດໄທ )
- ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ
- ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ມັດສະດ້າ ຈີບີ
- ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ ຟຟລ
+ ກອງກາງ
- ພຸດທະລັກ ທອງຊະນິດ ຈາກ ສະໂມສອນ ເອສະຣາ
- ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
- ຄໍາປານ ດວງວິໄລ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ
- ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ
- ສົມຫວັງ ຈູມມະນີ ຈາກ ສະໂມສອນ ມັດສະດ້າ ຈີບີ
- ດາຫມົດ ທອງຄໍາສະຫວັດ ຈາກ ສະໂມສອນ ແທັງຮວາ ( ປະເທດຫວຽດນາມ )
+ ກອງຫນ້າ
- ບຸນພະຈັນ ບຸນກອງ ຈາກ ສະໂມສອນ ສວາຍຣຽງ ( ປະເທດກໍາປູເຈຍ )
- ຈໍ່າ ວັນປະເສີດ ຈາກ ສະໂມສອນ ຫຼວງພະບາງ ຟຟລ
- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
- ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
- ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ
ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ ຮອບສຸດທ້າຍ (AFC Asian Cup Saudi Arabia 2027 Qualifiers Final Round)
ວັນພະຫັດ 09/10/2025
ທີມຊາດລາວ ທີມຊາດມາເລເຊຍ
ເວລາ 19:00
ສະຫນາມກິລາແຫ່ງຊາດຫຼັກ 16
ຖ່າຍທອດສົດທາງເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
ປີ້ເຂົ້າຊົມ ລາຄາ 20.000 ກີບ
ປະຕູທາງເຂົ້າສະຫນາມກິລາແຫ່ງຊາດຫຼັກ 16 ແມ່ນຈະເປີດ 2 ປະຕູ ຄື:
- ປະຕູໂຊນ VIP ສໍາລັບແຂກຖືກເຊີນ
- ປະຕູໂຊນ C ສໍາລັບແຟນບານ
ສອບຖາມການຊື້ບັດເຂົ້າຊົມໄດ້ທີ່:
ເບີໂທຕິດຕໍ່: +856305266415
ໃນວັນ ແລະ ໂມງລັດຖະການ 9:00-11:30 ແລະ 14:00-17:00
ສະຫະພັນບານເຕະແຫ່ງຊາດລາວ ສຳເລັດ ການຝຶກອົບຮົມຄູຝຶກບານເຕະ ສູນຈຳປີ - ຈຳປາ ທົ່ວປະເທດ ປະຈຳປີ 2025
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະ ສູນຈໍາປີ - ຈໍາປາ ທົ່ວປະເທດ ປະຈຳປີ 2025, ເຊິ່ງພິທີປິດການຝຶກອົບຮົມໄດ້ຈັດຂຶ້ນຢູ່ທີ່ ສຳນັກງານໃຫຍ່ ສຕລ ທີ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດ 13 ທ່ານ ຈາກ ສູນຝຶກຈໍາປີ-ຈໍາປາ ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ຄຳມ່ວນ, ສາລະວັນ ແລະ ຈຳປາສັກ.
ການຝຶກອົບຮົມແມ່ນຈັດຂຶ້ນລະຫວ່າງວັນທີ 30 ກັນຍາ ຫາ 02 ຕຸລາ 2025, ເຊິ່ງຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ທັງພາກທິດສະດີ ແລະການລົງປະຕິບັດຕົວຈິງ, ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ສະຫະພັນບານເຕະນານາຊາດ FIFA ພາຍໃຕ້ໂຄງການ FIFA TALENT DEVELOPMENT SCHEME (FIFA TDS).ສຳລັບຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນການຊອກຫາບັນຫາ ແລະ ວິທີການແກ້ໄຂບັນຫາທີ່ແທດເໝາະໃນການສ້າງແຜນການຝຶກຊ້ອມທີ່ມີຄວາມຄິດສ້າງສັນ, ສ້າງຄວມໝັ້້ນໃຈໃຫ້ຄູຝຶກເພື່ອນຳພານັກກິລາໃນການຝຶກຊ້ອມ, ວິທີການທົບທວນຄືນ ແລະ ປັບປຸງ ເພື່ອພັດທະນາການສອນໃຫ້ດີຍິ່ງຂື້ນ.
ພາຍຫຼັງສຳເລັດການຝຶກອົບຮົມ, ຄູຝຶກຈະໄດ້ນຳເອົາທິດສະດີ ແລະ ບົດຮຽນຕົວຈິງທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ນໍາໄປຈັດຕັ້ງປະຕິບັດການສອນໃຫ້ນັກກິລາໃນສູນຝຶກຂອງຕົນເອງ ເພື່ອພັດທະນານັກກິລາພອນສະຫວັນໃນສູນຝຶກ ຈຳປີ-ຈຳປາ ກ້າວສູ່ການເປັນນັກກິລາທີມຊາດລາວໃນອະນາຄົດ.
ສະໂມສອນ ມາດສເຕີ້ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 ເປັນສະໄຫມທີ 2 ຕິດຕໍ່ກັນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະ ການແຂ່ງຂັນບານເຕະ ລາວລີກ ຍິງ 2025 LAO WOMEN'S LEAGUE 2025 ຂື້ນເມື່ອ ວັນທີ 30 ກັນຍາ 2025 ຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ 2025, ເຂົ້າຮ່ວມພິທີປິດມີ ທ່ານ ພັທ ຖາວອນ ຫຼວງຈັນດາວົງ, ທ່ານ ປອ ບຸນຍູ້ ສີສານ, ທ່ານ ນ.ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຜູ້ໃຫ້ການສະຫນັບສະຫນູນແລະ ບັນດາແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ.
ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ມີ 10 ທີມ ເຂົ້າຮ່ວມປະກອບມີ:
1. ມາດສເຕີ້
2. ກອງທັບ
3. ເອັສອີຊີ
4. ນໍ້າທາ
5. ມັດສະດ້າ ຈີບີ
6. ໄຊເສດຖາ
7. ມະຫາວິທະຍາໄລວິທະຍາສາດສຸຂະພາບ
8. ບໍລິຄຳໄຊ
9. ເຄພີເອັສ
10. ເຊໂນ ຈາກແຂວງສະຫວັນນະເຂດ
ການແຂ່ງຂັນຄັ້ງນີ້ແມ່ນໄດ້ນຳໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ, ສະຫນາມກິລາສູນຝຶກຫ້ວຍຫົງ ( 2 ສະຫນາມ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາສະຖາບັນກິລາ-ກາຍຍະກຳ ( ສີເກີດ ) ແລະ ສະຫນາມກິລາລ້ານຊ້າງ. ຮູບແບບການແຂ່ງຂັນພົບກັທັງໝົດ 2 ຮອບ ທີມໜຶ່ງແຂ່ງຂັນ 18 ນັດ, ທີມທີ່ມີຄະແນນຫລາຍສຸດເປັນແຊ້ມ ຖ້າຄະແນນເທົ່າກັນມາໄລ່ Head to Head ຫລື ສະຖິຕິການພົບກັນ, ຖ້າຫາກຄະແນນ ແລະ ສະຖິຕິຍັງເທົ່າກັນ ຈະມາໄລ່ປະຕູໄດ້ເສຍ.
ສະຫລຸບຜົນການແຂ່ງຂັນ ອັນດັບ 1 ມາດສເຕີ້ໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100 ລ້ານກີບ, ອັນດັບ 3 ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ, ອັນດັບ 4 ມະຫາວິທະຍາໄລວິທະຍາສາດສຸຂະພາບ, ອັນດັບ 5 ກອງທັບ, ອັນດັບ 6 ນໍ້າທາ ຢູໄນເຕັດ, ອັນດັບ 7 ນໍ້າທາ ຢູໄນເຕັດ, ອັນດັບ 8 ໄຊເສດຖາ, ອັນດັບ 9 ບໍລິຄຳໄຊ ແລະ ອັນດັບ 10 ເຄພີເອັສ.
ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນຄື: ລາງວັນນັກກິລາທີ່ຍິງປະຕູສູງສຸດເປັນຂອງ ເກມມີ້ ພັດດາລາ ລົງສະຫນາມ 18 ນັດ ຍິງໄດ້ 43 ປະຕູ ໄດ້ຮັບຂັນລາງວັນ, ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ທອງສະຫມຸດ ວົງຄຳພັນ ຈາກ ສະໂມສອນ ມັດສະດ້າ ຈີບີ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ລາງວັນ ຄູຝຶກດີເດັ່ນແມ່ນ ທ່ານ ຕົ້ນ ເພັດເພັງທອງ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ໄດ້ຮັບຂັນລາງວັນ 1 ໜວ່ຍ ແລະ ລາງວັນນັກເຕະດີເດັ່ນແມ່ນ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມາດສເຕີ້.
ສະໂມສອນ ມາດສເຕີ້ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊິງແຊ້ມສະໂມສອນອາຊີ AFC WOMEN'S CHAMPIONS LEAGUE ລະດູການ 2026/27 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2025.
ຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະລະດັບສູງ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດພິທີເປີດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານ ເຕະລະດັບສູງ ( FIFA MA REFEREEING COURSE 2025 ) ຂື້ນໃນຕອນບ່າຍ ຂອງວັນທີ 29 ກັນຍາ2025 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB ) ຄູຝຶກຈາກ ສະຫະພັນບານເຕະນາໆຊາດ ( FIFA ) ພ້ອມດ້ວຍຄະນະອີກ 3 ທ່ານ, ພ້ອມດວ້ຍສຳມະນາກອນເຂົ້າຮວ່ມທັງຫມົດ 57 ທ່ານ ເປັນຍິງ 10 ທ່ານ, ໃນນັ້ນຜູ້ປະເມີນ 10 ທ່ານ. ການຝຶກອົບຮົມຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສຕລທີ່ມີຈຸດປະສົງເພື່ອພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2025/ 2026.
ໃນໂອກາດກ່າວເປີດພິທີ ທ່ານ ຄໍາແພງ ວົງຂັນຕີ ໄດ້ປະກອບຄໍາເຫັນ ແລະ ແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຍາດເອົາຄວາມຮູ້ຈາກວິທະຍາກອນ ເພື່ອຮັບເອົາບົດຮຽນທີ່ໄດ້ປັບປຸງໃໝ່ເພື່ອພັດທະນາຕົວເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນໃນລະດັບສູງໃນຕໍ່ໜ້າ,ພ້ອມຮຽກຮ້ອງໃຫ້ສຳມະນາກອນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນນຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງໄປພັດທະນາຕົນເອງໃຫ້ກ້າວສູ່ຄຸນນະພາບໃໝ່. ການຝຶກອົບຮົມຄັ້ງນີິ້ແມ່ນຈະໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 29 ກັນຍາ ຫາ 3 ຕຸລາ 2025 ຈຶ່ງຈະສິ້ນສຸດ.
ປະກາດຮັບສະໝັກພະນັກງານ
ປະກາດຮັບສະໝັກພະນັກງານ
I. ປະກາດຮັບສະໝັກພະນັກງານ ປະຈໍາຢູ່ສະໜາມກິລາ ຫຼັກ 16 ທີ່ຂື້ນກັບ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ສຕລ):
1. ພະນັກງານອານາໄມປະຈໍາສະໜາມ:
• ພໍ່ບ້ານ 02 ຕໍາແໜ່ງ
• ແມ່ບ້ານ 01 ຕໍາແໜ່ງ
2. ເງື່ອນໄຂການສະໝັກ:
• ອາຍຸ 25 - 45 ປີ
• ມີສຸຂະພາບເເຂງແຮງດີ
• ບໍ່ຈໍາກັດວຸດທິການສຶກສາ
• ດຸໝັ່ນ, ຂະຫຍັນ, ອົດທົນ
• ອາໄສຢູ່ບ້ານອ້ອມແອ້ມໃກ້ກັບສະໜາມກິລາ ຫຼັກ16
3. ເອກະສານປະກອບການສະໝັກ:
• ບັດປະຈໍາໂຕ ແລະ ສໍາມະໂນຄົວ
• ໃບຢັ້ງຢືນທີ່ຢູ່ (ກຳນົດພາຍໃນ 03 ເດືອນ)
• ໃບແຈ້ງໂທດ (ກຳນົດພາຍໃນ 03 ເດືອນ)
ເບີໂທສອບຖາມ: 020 91464523, 020 94443782
II. ປະກາດຮັບສະໝັກພະນັກງານ ປະຈໍາຢູ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ (ຕັ້ງຢູ່ ບ້ານ ຫ້ວຍຫົງ):
1. ຕໍາແໜ່ງວິຊາການປະຈໍາຫ້ອງການ:
• ວິຊາການຊ່ວຍວຽກບໍລິຫານ 02 ຕໍາແໜ່ງ
• ວິຊາການໄອທີ 01 ຕໍາແໜ່ງ
2. ເງື່ອນໄຂຕໍາເເໜ່ງ “ວິຊາການຊ່ວຍບໍລິຫານ” :
• ເພດຊາຍ-ຍິງ ອາຍຸ 23 ປີຂື້ນໄປ
• ຈົບຊັ້ນສູງຂື້ນໄປ ສາຂາບໍລິຫານ ຫຼື ສາຂາອື່ນທີ່ກ່ຽວຂ້ອງ
• ສາມາດນໍາໃຊ້ Microsoft Word, Excel, PowerPoint ໄດ້ດີ ແລະ ໂປຼແກມອື່ນໆ...
• ສາມາດສື່ສານພາສາອັງກິດໄດ້ (ພິຈາລະນາພິເສດ)
• ມີຄວາມດຸໝັ່ນ, ຫ້າວຫັນ, ມີມະນຸດສໍາພັນດີ, ມີຄວາມຮັບຜິດຊອບຕໍ່ໜ້າວຽກ
• ມັກຮັກໃນກິລາບານເຕະ
• ບໍ່ມີປະສົບການກໍສາມາດສະໝັກໄດ້
3. ເງື່ອນໄຂຕໍາເເໜ່ງ “ວິຊາການໄອທີ”:
• ເພດຊາຍ ອາຍຸ 23 ປີຂື້ນໄປ
• ຈົບຊັ້ນສູງຂື້ນໄປ ສາຂາໄອທີ ຫຼື ສາຂາອື່ນທີ່ກ່ຽວຂ້ອງ
• ມີຄວາມຮູ້ກ່ຽວກັບການຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາເຄື່ອງອີເລັກໂທຣນິກ ແລະ ຄອມພິວເຕີ້
• ສາມາດສື່ສານພາສາອັງກິດໄດ້ (ພິຈາລະນາພິເສດ)
• ສາມາດນໍາໃຊ້ Microsoft Word, Excel, PowerPoint ໄດ້ດີ ແລະ ໂປຼແກມອື່ນໆ...
• ຮັກໃນກິລາບານເຕະ
• ມີຄວາມດຸຫມັ່ນ, ຫ້າວຫັນ, ມີມະນຸດສໍາພັນດີ, ມີຄວາມຮັບຜິດຊອບຕໍ່ໜ້າວຽກ
4. ເອກະສານປະກອບການສະໝັກ:
• ຊີວະປະຫວັດຫຍໍ້
• ໃບປະກາດ ແລະ ໃບຄະແນນ
• ໃບຢັ້ງຢືນການຝຶກງານ ຫຼື ການຝຶກອົບຮົມຕ່າງໆ (ຖ້າມີ)
• ບັດປະຈໍາຕົວ ແລະ ສໍາມະໂນຄົວ
• ໃບຢັ້ງຢືນທີ່ຢູ່ (ກຳນົດພາຍໃນ 03 ເດືອນ)
• ໃບແຈ້ງໂທດ (ກຳນົດພາຍໃນ 03 ເດືອນ)
ຖ້າທ່ານສົນໃຈ ກະລຸນາສົ່ງຊີວະປະຫວັດ (CV) ມາທີ່ Email tuilaoff@gmail.com ຫລື ຍື່ນສະຫມັກດ້ວຍຕົນເອງທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ ເບີໂທສອບຖາມ: 020 94443782 ( ຕິດຕໍ່ໃນໂມງລັດຖະການເທົ່ານັ້ນ )
ສະຫວັນ ຢູ່ໄນເຕັດ ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2
ວັນທີ 25 ກັນຍາ 2025 ທີ່ຜ່ານມາ ຢູ່ທີ່ສະໜາມກິລາໃຫຍ່ຫຼັກ 4ແຂວງສະຫວັນນະເຂດ ໄດ້ມີພິທີປິດ ການແຂ່ງຂັນບານເຕະ ລາວລີກ 2 ປະຈໍາປີ 2025 ໂດຍການ ເປັນປະທານຂອງທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງ, ທ່ານ ໄພສານ ຈັນ ສີນາ ຮອງຫົວໜ້າພະແນກການ ເງິນແຂວງທັງເປັນປະທານ ສະຫະພັນບານເຕະແຂວງ, ຄະນະບໍລິຫານງານ ສະຫະພັນບານເຕະແຂວງ, ຄະນະຮັບຜິດຊອບສະໂມສອນ ບານເຕະຂອງ 8 ສະໂມສອນ ພ້ອມດ້ວຍຄະນະ ຄູຝຶກ ແລະນັກ ກິລາບານເຕະທັງໝົດເຂົ້າຮ່ວມ.
ການແຂ່ງຂັນ ລາວລີກ 2 ປະຈຳປີ 2025 ແມ່ນເລີ່ມແຂ່ງຂັນນັບແຕ່ວັນທີ 5 ກໍລະກົດ 2025 ເປັນຕົ້ນມາ, ລວມມີ 8 ສະໂມສອນ/ທີມ ເຂົ້າຮ່ວມແຂ່ງຂັນຄື: ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທະຫານແຂວງ, ສະໂມສອນ ເຊໂນ, ສະໂມສອນ ຊຸບເປີຄີມ, ສະໂມສອນ ມະຫາວິທະຍາໄລສະຫວັນນະເຂດ, ສະໂມສອນ ທອມມີ້ເ, ສະໂມສອນ ລີລາວະດີແລະສະໂມສອນສົງເປືອຍ, ຮູບແບບການແຂ່ງຂັນ ແມ່ນແຂ່ງຂັນແບບຂາ ໄປ-ຂາກັບ, ລວມ 56 ນັດ ໂດຍ ນໍາໃຊ້ 2 ສະໜາມແຂ່ງຂັນ ຄື:ມະຫາວິທະຍາໄລສະຫວັນນະເຂດ ແລະສະໜາມກິລາ ຫຼັກ 4.
ຜ່ານການແຂ່ງຂັນຜົນປະກົດວ່າ: ສະໂມສອນ ສະຫວັນ ຢູໄນເຕັດ ສາມາດຄວ້າແຊ້ມໄປຄອງ ເຊິ່ງເປັນຄັ້ງທີ 3 ຕິດຕໍ່ກັນ, ໂດຍໄດ້ຮັບຂັນລາງວັນ, ຫຼຽນ ລາງວັນ ແລະເງິນຈຳນວນ 30 ລ້ານກີບ, ອັນດັບ 2 ແມ່ນ ສະໂມສອນທະຫານແຂວງໄດ້ຮັບເງິນຈຳນວນ 15 ລ້ານກີບ, ອັນດັບ 3 ສະໂມສອນ ເຊໂນ ໄດ້ຮັບເງິນຈຳນວນ 10 ລ້ານກີບ, ນອກຈາກນັ້ນຍັງ ມີລາງວັນຜູ້ຍິງປະຕູສູງສຸດ ແລະ ລາງວັນນັກເຕະດີເດັ່ນ ຈິດຕະກອນ ວໍລະເດດ ຈາກສະໂມສອນ ສະຫວັນ ຢູໄນເຕັດ ໄດ້ ຮັບເງິນຈຳນວນ 2 ລ້ານກີບ ພ້ອມໂລ້ລາງວັນ, ລາງວັນຜູ້ຮັກສາປະຕູດີີເດັ່ນ ແມ່ນ ຈັນທະວີສຸກ ໜູວໍລະວົງ ຈາກສະໂມສອນ ສະຫວັນ ຢູໄນເຕັດ ໄດ້ຮັບເງິນຈຳນວນ 1 ລ້ານກີບ ພ້ອມໂລ້ລາງວັນ ແລະ ລາງວັນຄະນະຄູຝຶກດີເດັ່ນ ແມ່ນທ່ານ ສຸກ ວົງວິມານ ຈາກ ສະໂມສອນ ສະຫວັນ ຢູໄນເຕັດ ໄດ້ຮັບເງິນຈຳນວນ 1 ລ້ານກີບ ພ້ອມໂລ້ລາງວັນ.ຈາກການຄວ້າຕຳແໜ່ງຊະນະເລີດໃນຄັ້ງນີ້, ສະໂມສອນ ສະຫວັນ ຢູໄນເຕັດ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2025/26 ໃນຖານະແຊ້ມ ລາວລີກ 2 ຂອງແຂວງສະຫວັນນະເຂດ.
ພະນັກງານຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສໍາເລັດການເຂົ້າຮ່ວມຝຶກງານໄລຍະ 3 ເດືອນ ທີ່ ສຳນັກງານໃຫຍ່ຂອງ FIFA ທີ່ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland)
ທ່ານ ປາດຖະໜາ ຂັນຕິຍາວົງ, ພະນັກງານວິຊາການຂອງ ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ), ໄດ້ສໍາເລັດການຝຶກງານເປັນເວລາ 3 ເດືອນ ລະຫວ່າງເດືອນ ກໍລະກົດ - ກັນຍາ 2025 ທີ່ ສໍານັກງານໃຫຍ່ຂອງ ສະຫະພັນກິລາບານເຕະນາໆຊາດ (FIFA) ທີ່ ເມືອງ ຊູລິກ (Zurich) ປະເທດ ສະວິດເຊີແລນ (Switzerland).
ໃນການເຂົ້າຮ່ວມຝຶກງານຄັ້ງນີ້ ທ່ານ ປາດຖະໜາ ໄດ້ເຂົ້າຝຶກກັບພະແນກ ການຄຸ້ມຄອງ ແລະ ປົກປ້ອງສິດທິເດັກ “Safeguarding ແລະ Child Protection” ທີ່ຮັບຜິດຊອບດ້ານການປົກປ້ອງ ແລະ ການຮັບປະກັນຄວາມປອດໄພສໍາລັບເດັກນ້ອຍ-ເຍົາວະຊົນ ໃນທຸກໂຄງການ, ການແຂ່ງຂັນ ແລະ ກິດຈະກຳການເຄື່ອນໄຫວທີ່ຈັດໂດຍ FIFA.
ໂຄງການຝຶກງານດັ່ງກ່າວແມ່ນຈັດຂຶ້ນໂດຍ FIFA ພາຍໃຕ້ຊື່ໂຄງການ “FIFA Internship Programme for Member Associations” ທີ່ເປີດໂອກາດໃຫ້ບັນດາປະເທດສະມາຊິກຂອງ FIFA ສາມາດສົ່ງບຸກຄະລາກອນໃນເປົ້າໝາຍ ໄປຮ່ວມຝຶກງານທີ່ສໍານັກງານໃຫຍ່ຂອງ FIFA ທັງຕັ້ງຢູ່ ເມືອງ ຊູລິກ ປະເທດ ສະວິດເຊີແລນ ແລະ ສໍານັກງານຢູ່ ເມືອງ ປາຣີ (Paris) ປະເທດ ຝຣັ່ງ (France). ເພື່ອເປັນການເປີດໂອກາດໃຫ້ພະນັກງານເຂົ້າມາສຶກສາລະບົບ, ປຶກສາແລກປ່ຽນ ແລະ ເຮັດວຽກຕົວຈີງຮ່ວມກັບບຸກຄະນະລາກອນຂອງ FIFA ໂດຍກົງ ກ່ຽວກັບວຽກງານທີ່ຕົນເອງຮັບຜິດຊອບ. ເພື່ອສາມາດຖອດຖອນ ແລະ ດັດປັບກັບມານຳໃຊ້ຢູ່ພາຍໃນສະຫະພັນ ຫລື ສະມາຄົມບານເຕະຂອງຕົນ. ໃນປີ 2025 ນີ້, ມີທັງໝົດ 22 ປະເທດ ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການນີ້ ແລະ ສຕລ ກໍ່ເປັນໜຶ່ງໃນນັ້ນ.
ທ່ານ ປາດຖະໜາ ໄດ້ກ່າວວ່າ: “ຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຮັບໂອກາດນີ້ ເຊິ່ງເປັນບາດກ້າວອັນສໍາຄັນອີກກ້າວໜຶ່ງໃນສາຍວຽກດ້ານກິລາບານເຕະ, ການເຂົ້າຮ່ວມຝຶກງານໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ຕົນໄດ້ຮຽນຮູ້ຈາກປະສົບການໂຕຈິງ ໂດຍສະເພາະໃນດ້ານວຽກການຄຸ້ມຄອງ ແລະ ປົກປ້ອງສິດທິເດັກໃນກິລາບານເຕະ “Safeguarding ແລະ Child Protection” ເຊິ່ງກໍ່ຖືວ່າເປັນຫົວຂໍ້ທີ່ຄອນຂ້າງໃໝ່ໃນ ສປປ ລາວ”
ນອກຈາກການຮຽນວຽກຕົວຈີງ ຍັງໄດ້ມີໂອກາດພົບປະບຸກຄົນສໍາຄັນໃນວົງການບານເຕະສາກົນ ແລະ ສ້າງສາຍສຳພັນທີ່ດີກັບເພື່ອນຮ່ວມງານກິລາບານເຕະຈາກປະເທດຕ່າງໆທີ່ເຂົ້າຮ່ວມຝຶກງານໃນໂຄງການນີ້. ທ່ານ ປາດຖະໜາ ຍັງຫວັງວ່າໃນອະນາຄົດຈະສາມາດນໍາເອົາຄວາມຮູ້ ແລະ ປະສົບການທີ່ເກັບກ່ຽວເຫຼົ່ານີ້ ໄປປະຍຸກໃຊ້ໃນວຽກງານບານເຕະໃນລາວ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບການປົກປ້ອງສິດທິເດັກ-ເຍົາວະຊົນໃນກິລາບານເຕະ ເພື່ອໃຫ້ແນ່ໃຈວ່າເຍົາວະຊົນທຸກຄົນທີ່ເຂົ້າຮ່ວມກິດຈະກຳບານເຕະ ຈະໄດ້ຮັບການປົກປ້ອງຄຸ້ມຄອງ, ຮູ້ສຶກປອດໄພ ແລະ ມີສິດເຂົ້າຮ່ວມກິດຈະກຳຢ່າງເທົ່າທຽມ.
ສຸດທ້າຍ ທ່ານ ປາດຖະໜາ ຂໍຂອບໃຈມາຍັງ FIFA ແລະ ສຕລ ທີ່ໄດ້ມອບໂອກາດ ແລະ ໄວ້ວາງໃຈໃນຄວາມສາມາດໃຫ້ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນໂຄງການນີ້.
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ແຂວງທີ 5 ທີ່ ສະຫວັນນະເຂດ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສົມທົບກັບ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດກິດຈະກຳ ໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ຂຶ້ນຕອນເຊົ້າຂອງວັນທີ 23 ກັນຍາ 2025 ທີ່ສະໜາມກິລາບານເຕະ ແຂວງ ສະຫວັນນະເຂດ, ໃຫ້ກຽດເປີດພິທີໂດຍ ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ທ່ານ ພັທ ຖາວອນ ດວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ໄພສານ ຈັນສີນາ ປະທານ ສະຫະພັນບານເຕະ ແຂວງ ສະຫວັນນະເຂດ, ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າ ພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ, ວິທະຍາກອນຈາກ ສຕລ, ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງນ້ອງນັກຮຽນທັງຍິງແລະຊາຍ 100 ກວ່າຄົນເຂົ້າຮ່ວມ.
ຈຸດປະສົງເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ວິທີສິດສອນກິລາບານເຕະໃຫ້ກັບຄູພະລະສຶກສາທົ່ວ ແຂວງ ສະຫວັນນະເຂດ ໂດຍໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກແອບຢູ່ບັນດາໂຮງຮຽນໃນ ທົ່ວແຂວງ, ທັງເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງ ຍິງ-ຊາຍ ໃຫ້ກ້າວສູ່ຄຸນນະພາບສຸງຂື້ນ. ໃນນັ້ນ, ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມສາມາດຂອງການຫຼີ້ນກິລາບານເຕະ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ມີນໍ້າໃຈນັກກິລາ,ເປັນສູນກາງເຂົ້າເຖິງນັກກິລາ,ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກ ກິລາໃຫ້ຫຼິ້ນຫຼາຍກວ່າເພື່ອເອົາໄຊຊະນະ.
ການເປີດໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ທີ່ ແຂວງ ສະຫວັນນະເຂດ ຖືວ່າເປັນແຂວງທີ 5 ຖັດຈາກ ແຂວງ ຫົວພັນ, ເຊກອງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ. ພາຍໃນງານ ສຕລ ຍັງໄດ້ມອບໝາກບານໃຫ້ບັນດາໂຮງຮຽນທີ່ເຂົ້າຮ່ວມ ລວມທັງໝົດ 700 ໜ່ວຍ ເພື່ອນໍາໃຊ້ເຂົ້າໃນການສິດສອນວິຊາພະລະສຶກສາໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມອີກດ້ວຍ.
ປະກາດລາຍຊື່ນັກກິລາ U-17 ເຂົ້າຮ່ວມ ຄັດເລືອກເພື່ອຕິດ ທີມຊາດ U-17 ຮອບທີ 1
ທ່ານ ຈອງ ຊອງ ຊົນ (Jong Song-chon) ຫົວໜ້າຄູຝຶກທີມຊາດລາວ U-17 ໄດ້ເອີ້ນນັກກິລາຈໍານວນ 42 ຄົນ ຈາກບັນດາສະໂມສອນບານເຕະທີ່ໄດ້ເຂົ້າຮ່ວມການແຂ່ງຂັນກິລາບານເຕະ ເຄລຍເມັນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2025 ທີ່ຜ່ານມາ ເພື່ອເຂົ້າຮ່ວມຄັດເລືອກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື U-17 ທີ່ສູນຝຶກບານເຕະ ຈໍາປີ-ຈໍາປາ (ຫຼັກ 16) ເຊິ່ງການຝຶກຊ້ອມໄລຍະທີ 1 ຈະເລີ້ມແຕ່ ວັນທີ 17 – 26 ກັນຍາ 2025 ເພື່ອຄັດເອົານັກກິລາທີ່ດີເດັ່ນ ເຂົ້າເກັບໂຕຮອບທີ 2 ຕໍ່ໄປ. ການກະກຽມນີ້ກໍ່ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ປະຈຳປີ 2026 ຮອບຄັດເລືອກ (AFC U17 Asian Cup Saudi Arabia 2026 Qualifiers) ທີ່ຈະເປີດສາກຂຶ້ນໃນທ້າຍເດືອນພະຈິກ 2025.
ສໍາລັບ ນັກເຕະ 42 ຄົນທີ່ເຂົ້າຮ່ວມຄັດເລືອກ ທີມຊາດລາວ U-17 ຮອບທີ 1 ມີດັ່ງນີ້:
+ ຜູ້ຮັກສາປະຕູ:
1. ຈັກກະລິນ ໄຊຍະສອນ ຈາກ ສະໂມສອນບານເຕະ ເອສະຣາ
2. ໄຊຍະເພັດ ພຸດທະສີ ຈາກ ສະໂມສອນ ເອສະຣາ
3. ຈັນທະວີ ສອນສຸພັນ ຈາກ ສະໂມສອນ ມັດສະດ້າ ຈີບີ
4. ສານຄໍາ ທະວີທົງ ຈາກ ສະໂມສອນ ທີບີ ບໍ່ແກ້ວ
5. ສິນພາໄຫມ ຈັນທະວິໄລ ຈາກ ສູນຝຶກຈຳປີ-ຈຳປາ
+ ກອງຫຼັງ:
6. ວິໄສທັດ ນັນທະວົງ ຈາກ ສະໂມສອນ ເອສະຣາ
7. ກິ ມູນກັນຍາ ຈາກ ສະໂມສອນ ມັດສະດ້າ ຈີບີ
8. ກິດສະນະ ອິນທະວົງສາ ຈາກ ສະໂມສອນ ມັດສະດ້າ ຈີບີ
9. ປະລິນເດດ ເພັດຕະກຸນ ຈາກ ສະໂມສອນ ບີໄອເອັສ ມາສເຕີ
10. ພົງສະຫວັນ ບັນດາກອນ ຈາກ ສະໂມສອນ ທີບີ ບໍ່ແກ້ວ
11. ບຸນທະສັກ ຈັນດາລາ ຈາກ ສະໂມສອນ ຊ້າງນ້ອຍ
12. ເວດສະຫວັນ ວິໄລພັນ ຈາກ ສູນຝຶກ ຈໍາປີ-ຈໍາປີ
13. ນາຍທະການ ບົວວົງ ຈາກ ສູນຝຶກ ຈໍາປີ-ຈໍາປາ
14. ເອກມີໄຊ ວໍລະເດດ ຈາກ ສະໂມສອນ ຈໍາປາສັກ
15. ທັນຍະວຸດ ໄຊຈະເລີນ ຈາກ ສະໂມສອນ ເອສະຣາ
16. ອານຸລັກ ສິງສະຫວ່າງ ຈາກ ສະໂມສອນ ທີບີ ບໍ່ແກ້ວ
17. ໄຊພອນ ພົມມະໃຈ ຈາກ ສະໂມສອນ ທີບີ ບໍ່ແກ້ວ
18. ແກ້ວໄກສອນ ໄຊຍະສານ ຈາກ ສະໂມສອນ ເອສະຣາ
19.ພຸດທະສັກ ຈັນທະລັງສອນ ຈາກ ສະໂມສອນ ນິນຈາ
+ ກອງກາງ:
20. ບຸນປະເສີດ ແສງສະຫວ່າງ ຈາກ ສະໂມສອນ ເອສະຣາ
21. ຈັນທະຄອນ ອິນທິສານ ຈາກ ສະໂມສອນ ເອສະຣາ
22. ອານຸສິດ ປະດິດ ຈາກ ສະໂມສອນ ມັດສະດ້າ ຈີບີ
23. ສະຫວັນໄຊ ມູນລາດສະວົງ ຈາກ ສະໂມສອນ ທີບີ ບໍ່ແກ້ວ
24. ໄຊໂຍ ເພັດຊະລາດ ຈາກ ສະໂມສອນ ຊ້າງນ້ອຍ
25. ສຸດທະກອນ ສຸລິຈັກວົງສາ ຈາກ ສູນຝຶກ ຈໍາປີ-ຈໍາປາ
26. ຍານະວຸດ ມຸ່ຍພະຈັນ ຈາກ ສູນຝຶກ ຈໍາປີ-ຈໍາປາ
27. ສັກສິດ ບຸນມາຕາ ຈາກ ສະໂມສອນ ນິນຈາ
28. ອານາຈັກ ອາດສະນາວົງ ຈາກ ສະໂມສອນ ນິນຈາ
29. ສຸກທະວີໄຊ ຣາຊະພົນ ຈາກ ສະໂມສອນ ນິນຈາ
30. ພະຈິກ ຈອມລັດດາສີ ຈາກ ສະໂມສອນ ທີບີ ບໍ່ແກ້ວ
+ ກອງໜ້າ:
31. ໄຊຍະສິດ ເຄືອບພະພອນ ຈາກ ສະໂມສອນ ເອສະຣາ
32. ອາຕິຍະ ອິນທະວົງ ຈາກສະໂມສອນ ເອສະຣາ
33. ສິດທິລາດ ຈັນທະມາລີ ຈາກສະໂມສອນ ມັດສະດ້າ ຈີບີ
34. ໂອດິນ ສີພານິດ ຈາກ ສະໂມສອນ ທີບີ ບໍ່ແກ້ວ
35. ສົມຄິດ ແກ້ວມະນິວົງ ສະໂມສອນ ບີໄອເອັສ ມາສເຕີ
36. ພຸດພະໄຕ ຈັນທະລັງສີ ຈາກ ສະໂມສອນ ຊ້າງນ້ອຍ
37. ພວງພະເທດ ວໍລະບຸດ ຈາກສະໂມສອນ ຊ້າງນ້ອຍ
38. ສີສົມບັດ ວິໄລສອນ ຈາກສູນຝຶກ ຈໍາປີ-ຈໍາປາ
39. ໂຊກໄຊ ເງິນງາມ ຈາກສູນຝຶກ ຈໍາປີ-ຈໍາປາ
40. ວິທະຍາ ສໍພະໄຊ ຈາກສູນຝຶກ ຈໍາປີ-ຈໍາປາ
41. ພົມມະສອນ ນິລະວົງ ຈາກສະໂມສອນ ມາດສເຕີ້
42.ສຸວັນດີ ສຸດທະວົງ ຈາກສະໂມສອນ ນໍ້າທາ
ສໍາລັບ ທີມຊາດລາວ U-17 ຖືກຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ (ເຈົ້າພາບ), ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ (A-G) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ) ທັງເປັນຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U-17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ ), ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ( ເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ ).
ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ U-17 ມີດັ່ງນີ້:
- ວັນທີ 22/11/2025 ເວລາ 16:00 ( ເວລາໃນປະເທດລາວ ) ທີມຊາດລາວ ພົບ ທີມຊາດກວມ
- ວັນທີ 24/11/2025 ເວລາ 16:00 ( ເວລາໃນປະເທດລາວ ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ
- ວັນທີ 26/11/2025 ເວລາ 16:00 ( ເວລາໃນປະເທດລາວ ) ທີມຊາດປາກິດສະຖານ ພົບ ທີມຊາດລາວ
- ວັນທີ 28/11/2025 ເວລາ 20:00 ( ເວລາໃນປະເທດລາວ ) ທີມຊາດລາວ ພົບ ທີມຊາດກຽກກິດສະຖານ
- ວັນທີ 30/11/2025 ເວລາ 20:00 ( ເວລາໃນປະເທດລາວ ) ທີມຊາດເຢເມນ ພົບ ທີມຊາດລາວ
ສຕລ ຈັດຝຶກອົບຮົມຄູຝຶກກິລາບານເຕະ ພາຍໃຕ້ໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ທີ່ ແຂວງ ສະຫວັນນະເຂດ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສົມທົບກັບ ພະແນກ ສຶກສາທິການ ແລະ ກິລາ ຂອງ ແຂວງ ສະຫວັນນະເຂດ ຈັດພິທີເປີດຝຶກອົບຮົມຄູຝຶກກິລາບານເຕະ ພາຍໃຕ້ ໂຄງການກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ຂື້ນໃນວັນທີ 21 ກັນຍາ 2025 ທີ່ ສະໜາມກິລາແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໂດຍ ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ, ທ່ານ ພູຄຳ ກອງສີຫາລາດ ຮອງຫົວໜ້າພະແນກພະລະສຶກສາ ກົມກິລາມວນຊົນພະລະ ແລະ ສີລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ Soundram Moorthy ຫົວໜ້າພະແນກເຕັກນິກວິທະຍາຂອງ ສຕລ, ວິທະຍາກອນຈາກ ສຕລ, ຫົວໜ້າຂະແໜງກິລາກາຍະກໍາ, ຄູສອນພະລະສຶກສາ, ຄູສອນຊ່ວຍ, ຜູ້ຮັບຜິດຊອບວຽກງານກິລາໃນໂຮງຮຽນປະຖົມ ແລະ ມັດທະຍົມ ລວມທັງໝົດ 35 ທ່ານ.
ຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ວິທີສິດສອນກິລາບານເຕະໃຫ້ກັບ ຄູພະລະສຶກສາທົ່ວແຂວງສະຫວັນະເຂດ ເຊິ່ງໄດ້ນໍາເອົາຫຼັກສູດແບບໃໝ່ຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນ ໃນທົ່ວແຂວງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດ ກໍ່ຄືລຸ້ນເຍົາວະຊົນທັງຍິງ-ຊາຍ ກະກຽມຂັ້ນພື້ນຖານໃຫ້ພ້ອມ ກ່ອນກ້າວສູ່ລະດັບສູງໃນຂັ້ນຕໍ່ໄປໃນອານາຄົດ. ໃນນັ້ນ, ລວມມີການແນະນໍາການຝຶກແອບນັກກິລາໃຫ້ຮູ້ປັບປຸງຄວາມ ສາມາດຂອງການຫຼີ້ນກິລາບານເຕະ, ຮູ້ທັກສະ, ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ, ມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງ ນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນບານເຕະແບບມີນໍ້າໃຈນັກກິລາ ຫຼາຍກວ່າເນັ້ນເພື່ອເອົາໄຊຊະນະ.
ໃນໂອກາດເປີດພິທີ ທ່ານ ອະນຸສອນ ສຸດທິວົງ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ຖ່າຍທອດຄວາມຮູ້ດ້ານ ວິຊາການບານເຕະ, ແຕ່ຍັງເປັນໂອກາດອັນດີທີ່ຄູຝຶກສອນພະລະສຶກສາ ຈາກຫຼາຍພື້ນທີ່ຈະໄດ້ພົບປະ ເພື່ອແລກປ່ຽນປະ ສົບການ, ສ້າງຄວາມຮ່ວມມືອັນດີ ເພື່ອຮ່ວມກັນພັດທະນາວົງການກິລາຂອງແຂວງ ກໍ່ຄືປະເທດລາວໃຫ້ກ້າວໜ້າຕໍ່ໄປ.
ການຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາ 2 ມື້ນັບຕັ້ງແຕ່ວັນທີ 21-22 ກັນຍາ 2025 ເຊິ່ງລວມມີພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ ແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLS ຢ່າງເປັນທາງການ ໃນວັນທີ 23 ກັນຍາ 2025 ທີ່ .