ສີສະຫວາດ ແກ້ວມຸງຄຸນ ກອງຫຼັງ ທີມຊາດລາວ U19 ເຂົ້າຮັບການຜ່າຕັດເອັນໄຂວ່ຫນ້າຫົວເຂົ່າ

29/07/2024

ວັນທີ 29 ກໍລະກົດ 2024, ສີສະຫວາດ ແກ້ວມຸງຄຸນ ກອງຫຼັງ ທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ປີ(U19) ສັງກັດ ສະໂມສອນ ບານເຕະ ນໍ້າທາ ຢູໄນເຕັດ ໄດ້ເຂົ້າຮັບການຜ່າຕັດເອັນໄຂ່ວໜ້າຫົວເຂົ່າຈີກຂາດ ທີ່ໂຮງຫມໍມິດຕະພາບ 150 ຕຽງ ພາຍຫຼັງໄດ້ຮັບການບາດເຈັບຈາກການຮັບໃຊ້ທີມຊາດລາວ U19 ທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ U19 ປີ 2024 ທີ່ປະເທດອິນໂດເນເຊຍ ໃນອາທິດຜ່ານມາ.

ສໍາລັບຄ່າໃຊ້ຈ່າຍໃນການປິ່ນປົວ ແລະ ໃນໄລຍະບໍາບັດໃນຄັ້ງນີ້ ແມ່ນສະຫະພັນບານເຕະແຫ່ງຊາດລາວ ຮັບຜິດຊອບທັງໝົດ.

ສຕລ ຂໍອວຍພອນໃຫ້ ສີສະຫວາດ ຫາຍຈາກອາການບາດເຈັບຄັ້ງນີ້ໂດຍໄວ.