ຄະນະນໍາ ສຕລ ເຂົ້າຢ້ຽມຢາມ ສີສະຫວາດ ແກ້ວມຸງຄຸນພາຍຫຼັງເຂົ້າຮັບການຜ່າຕັດເອັນໄຂວ່ຫນ້າຫົວເຂົ່າ

31/07/2024

ຕອນເຊົ້າ ວັນທີ 31 ກໍລະກົດ 2024 ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ຫົວໜ້າຄະນະທີມຊາດລາວU19 ພອ້ມດວ້ຍທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ, ຮອງຫົວໜ້າຄະນະທີມຊາດລາວU19ແລະທີມງານຄູຝຶກໄດ້ໄປຢ້ຽມຢາມ, ຕິດຕາມອາການ ແລະໃຫ້ກໍາລັງໃຈ ທ້າວສີສະຫວາດ ແກ້ວມຸງຄຸນ ກອງຫຼັງ ທີມຊາດລາວ U19 ພາຍຫຼັງໄດ້ເຂົ້າຮັບການຜ່າຕັດເອັນໄຂວ່ຫນ້າຫົວເຂົ່າ ທີ່ໂຮງໝໍມິດຕະພາບ 150 ຕຽງ.

ທ້າວສີສະຫວາດ ແກ້ວມຸງຄຸນ ກອງຫຼັງທິມຊາດລາວສັງກັດ ສະໂມສອນ ບານເຕະ ນໍ້າທາ ຢູໄນເຕັດ ໄດ້ເຂົ້າຮັບການຜ່າຕັດເອັນໄຂ່ວໜ້າຫົວເຂົ່າຈີກຂາດ ໃນວັນທີ 29 ກໍລະກົດ 2024 ທີ່ໂຮງຫມໍມິດຕະພາບ 150 ຕຽງ ພາຍຫຼັງໄດ້ຮັບການບາດເຈັບຈາກການຮັບໃຊ້ທີມຊາດລາວ U19 ທີ່ເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ U19 ປີ 2024 ທີ່ປະເທດອິນໂດເນເຊຍຜ່ານມາ.ປະຈຸບັນຢູ່ໃນໄລຍະພັກຟື້ນຮ່າງກາຍທີ່ໂຮງໝໍ ມິດຕະພາບ 150 ຕຽງ ຄາດວ່າວັນທີ 1 ສິງຫາ 2024 ກໍ່ຈະສາມາດອອກໂຮງໝໍແລະກັບໄປພັກຜ່ອນທີ່ເຮືອນໄດ້.

ສໍາລັບຄ່າໃຊ້ຈ່າຍໃນການປິ່ນປົວ ແລະ ໃນໄລຍະບໍາບັດໃນຄັ້ງນີ້ ແມ່ນສຕລຮັບຜິດຊອບທັງໝົດ.ສຕລ ຂໍອວຍພອນໃຫ້ ທ້າວສີສະຫວາດຈົ່ງຫາຍຈາກອາການບາດເຈັບຄັ້ງນີ້ໂດຍໄວ.