ຂ່າວສານ
News Cover

ຊ້າງນ້ອຍ ຄວ້າແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ U15 ຊີງຂັນ ສຕລ ປະຈຳປີ 2023

02/09/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ ຫຼື U15 (LFF U-15 CHAMPIONSHIP 2023)ຂື້ນເມື່ອວັນທີ2ກັນຍາ2023ນີ້ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 8 ສິງຫາ2023, ເຊິ່ງໄດ້ກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນປະກອບມີ:ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ,ວຽງຈັນແລະຈຳປາສັກ ໂດຍໄດ້ແຂ່ງຂັນພົບກັນທັງໝົດ,ແລ້ວຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຮອບຊີງຊະນະເລີດ. ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.

  ຜົນການແຂ່ງຂັນຄັ້ງນີ້,ແຊ໋ມຕົກເປັນຂອງສະໂມສອນ ຊ້າງນ້ອຍ ໄດ້ຮັບຂັນ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຫຼຽນລາງວັນ, ອັນດັບທີ 2 ສະໂມສອນ ນໍ້າທາ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ຫຼຽນລາງວັນ, ສ່ວນອັນດັບ 3 ຕົກເປັນຂອງ ຈໍາປາສັກ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລາງວັນ. ຂະນະທີ່ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ຄຳໃສ ຈັນທະວົງ ສະໂມສອນ ຊ້າງນ້ອຍ , ລາງວັນນັກກີລາດີເດັ່ນເປັນຂອງ ບິນລີ້ ໂດນສະໜູພິດ ສະໂມສອນ ເອສະຣາ , ລາງວັນນັກເຕະຍິງປະຕູສູງສຸດ ກາດຳ ກອນເຍີ ຈາກສະໂມສອນ ຊ້າງນ້ອຍ ລົງສະໜາມ 7 ນັດ ຍິງໄດ້ 11 ປະຕູ ແລະ ລາງວັນຜູ້ຮັກສາປະຕູດີເດັ່ນ ເປັນຂອງ ລັດຖະກອນ ສີທະວົງ ຜູ້ຮັກສາປະຕູ ຈາກສະໂມສອນ ນໍ້າທາ ລົງສະໜາມ 9 ນັດ ເສຍພຽງ 2 ປະຕູ.


News Cover

ອານັນໄຊ ທະວີໄຊ ຍິງປະຕູໄຊ ພາ U15 ຊ້າງນ້ອຍ ເອົາຊະນະ ນໍ້າທາ 1-0 ຄວ້າແຊ້ມ LFF U-15 Championship 2023

02/09/2023

           ຜົນການແຂ່ງຂັນຮອບຊິງຊະນະເລີດ ໃນວັນທີ 2 ກັນຍາ 2023, ຊ້າງນ້ອຍ ເອົາຊະນະ ນໍ້າທາ 1-0, ອານັນໄຊ ທະວີໄຊ ຍິງປະຕູໄຊ ນາທີ 10', ຊ້າງນ້ອຍ ຄວ້າແຊ້ມ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ, ສ່ວນ ນໍ້າທາ ຮອງແຊ້ມ ຮັບຂັນເງິນລາງວັນ 15,000,000 ກີບ.

          ຂະນະທີ່ ຄູ່ຊິງອັນດັບ 3 ຈຳປາສັກ ແຊ້ມເກົ່າ ເອົາຊະນະ ເອສະຣາ 5-1, ຈຳປາສັກ ໄດ້ອັນດັບ 3 ຮັບເງິນລາງວັນ 10,000,000 ກີບ.

News Cover

ປກຊ ແຂວງຄຳມ່ວນ ຄວ້າແຊ້ມການແຂ່ງຂັນບານເຕະ ລີກ 2 ແຂວງຄຳມ່ວນ

31/08/2023

ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນໄດ້ອັດລົງດວ້ຍຜົນສຳເລັດ,ເຊິ່ງຜົນຂອງການແຂ່ງຂັນທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເດັ່ນເປັນອັນດັບໜຶ່ງ ລົງສະຫນາມ 10 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 23 ຄະແນນ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນສົດຈຳນວນ 12 ລ້ານກີບ, ອັນດັບ 2 ເທບສີໄຮ ລົງສະຫນາມ 10 ນັດ ຊະນະ 5 ນັດ ສະເຫມີ 2 ເສຍ 3 ນັດ ມີ 17 ຄະ ແນນ ໄດ້ຮັບຫລຽນ ແລະ ເງິນສົດ 6 ລ້ານກີບ , ອັນດັບ 3 ປກສ ແຂວງ ລົງສະຫນາມ 10 ນັດ ຊະນະ 4 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 16 ຄະແນນ ໄດ້ຮັບຫລຽນ ແລະ ເງິນສົດ 4 ລ້ານກີບ, ອັນດັບ 4 ລູກຫມູ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 3 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 5 ເລັກຕ້າ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 5 ນັດ ເສຍ 3 ນັດ ມີ 11 ຄະແນນ ແລະ ອັນດັບສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ 10 ນັດ ຊະນະ 1 ນັດ ເສຍ 9 ນັດ ມີ 3 ຄະແນນ.


ພິທີມອບ-ຮັບລາງວັນການແຂ່ງຂັນໄດ້ຈັດຂື້ນເມື່ອວັນທີ 30 ສິງຫາ 2023 ທີ່ຜ່ານມາຢູ່ທີ່ສະຫນາມກິລາແຂວງຄຳມ່ວນ,ພາຍຫຼັງເລີ່ມການແຂ່ງຂັນມາແຕ່ວັນທີ 03 ມິຖຸນາ 2023ລວມ10ອາທິດ.


ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.



News Cover

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງ

31/08/2023

ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງ

ວັນທີ 31 ສິງຫາ 2023 ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວU23 ອອກເດີນທາງເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ).

  ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ.

  ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ຕາຕະລາງແຂ່ງຂັນຂອງ ທີມຊາດລາວ

- ວັນທີ 06/09/2023 ເວລາ 20:30 ລາວ  ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

- ວັນທີ 09/09/2023 ເວລາ 20:30 ທາຈີກິສຖານ ພົບ ລາວແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

    ທີມຊາດລາວU23 ແມ່ນຈະພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.

#AFCU23

#LaoNationalTeamU23

News Cover

U18 ເອສະຣາ ເອົາຊະນະດວນຈຸດໂທດ ຊ້າງນ້ອຍ 4-1! ເຂົ້າຊິງຊະນະເລີດ LFF U-18 Champion 2023

30/08/2023

          ການແຂ່ງຂັນຮອບຮອງຊະນະເລີດ ໃນວັນທີ 30 ສິງຫາ 2023 ແຂ່ງພ້ອມກັນ ເວລາ 16:00 ໂມງ ທັງ 2 ຄູ່, ເອສະຣາ ເອົາຊະນະດວນຈຸດໂທດ ຊ້າງນ້ອຍ 4-1, ໃນເວລາປົກກະຕິ 90 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ 1-1. ຊ້າງນ້ອຍ ໄດ້ປະຕູຈາກ ເພັດສະໝອນ ສີຫາເທບ ນາທີ 56', ເອສຣາ ໄດ້ປະຕູຈາກ ໄຊຊະນະ ສີຫາລາດ ນາທີ 58'.

          ເອສະຣາ ເຂົ້າຊິງຊະນະເລີດ ໄປພົບກັບ ຈຳປາສັກ ຮອງແຊ້ມເກົ່າ ທີ່ເອົາຊະນະ ນໍ້າທາ 3-0, ຮອບຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 3 ກັນຍາ ເວລາ 17:30 ໂມງ ຢູ່ສະໜາມຫຍ້າທຽບ ສຕລ ຫ້ວຍຫົງ ສະໜາມ 1.

          ຂະນະທີ່ ຊ້າງນ້ອຍ ຊິງອັນດັບ 3 ພົບກັບ ນໍ້າທາ ໃນມື້ດຽວກັນ ເວລາ 15:30 ໂມງ ຢູ່ສະໜາມຫຍ້າທຽບ ສຕລ ຫ້ວຍຫົງ ສະໜາມ 2.

          ທີມແຊ້ມລາຍການນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ ແລະ ຫຼຽນລາງວັນ 31 ຫຼຽນ, ທີມຮອງແຊ້ມ ຮັບເງິນລາງວັນ 15,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ ແລະ ທີມອັນດັບ 3 ຮັບເງິນລາງວັນ 10,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ. ນອກຈາກນີ້ ກ່ໍມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

News Cover

ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍທີມຊາດລາວU23ເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ທີ່ປະເທດທາຈີກິສຖານ (ເຈົ້າພາບ)

30/08/2023

ທີມຊາດລາວU23 ພາຍໃຕ້ການຄຸມທີມຂອງທ່ານ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ທີມຊາດລາວU23 ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024 ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ).

ສຳລັບລາຍຊື່ນັກກິລາ 23 ຄົນສຸດທ້າຍປະກອບມີ:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)

3. ອານຸລັກ ວິລະຜົນ ຈາກ ສະໂມສອນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)

7. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)

8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

9. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

+ ກອງກາງ

10. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

11. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

12. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

13. ພຸດທະລັກ ທອງສະນິດ ຈາກ ສະໂມສອນກິລາບານເຕະ ເອສະຣາ

14. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

15. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ

16. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

17. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

18. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນກິລາບານເຕະ  Rome city institute ( ປະເທດອີຕາລີ )

19. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາມາສເຕີ້ ເຊເວັ້ນ

+ ກອງຫນ້າ

20. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )

21. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )

22. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

23. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)

  ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ.

  ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ຕາຕະລາງແຂ່ງຂັນຂອງ ທີມຊາດລາວ

- ວັນທີ 06/09/2023 ເວລາ 22:30 ລາວ ພົບ ອົສຕຣາລີແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

- ວັນທີ 09/09/2023 ເວລາ 22:30 ທາຈີກິສຖານ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium (Dushanbe)

   ກໍານົດການເດີນທາງ ທີມຊາດລາວU23 ແມ່ນຈະອອກເດີນທາງໄປທີ່ປະເທດ ທາຈີກິສຖານ ໃນວັນທີິ 31/08/2023 ແລະ ພັກຢູ່ທີ່ປະເທດໄທ 1 ມື້ ກ່ອນທີ່ຈະເດີນທາງຕໍ່ ໃນວັນທີ 01/09/2023 ຈາກ ບາງກອກ ປະເທດໄທ ຫາ ດຸໄບ ປະເທດສະຫະລັດອາຣັບອີມີເຣດ ຫລັງຈາກນັ້ນເດີນທາງຕໍ່ຈາກ ນະຄອນຫຼວງດູໄບ ປະເທດສະຫະລັດອາຣັບອີມີເຣດ ຫານະຄອນຫຼວງ ດູຊານເບ ປະເທດ ທາຈີກິສຖານ.

#AFCU23

#LaoNationalTeamU23


News Cover

ເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

30/08/2023

ຕອນແລງຂອງວັນທີ 29 ສິງຫາ 2023 ທີ່ຫ້ອງປະຊຸມ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ໄດ້ຮັບຟັງການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານ ໂດຍແມ່ນທ່ານພອນສະຫວັນ ເພັດສາຍຊຳ ໜ່ວຍງານສະກັດການລົ້ມບານ ເປັນຜູ້ບັນລະຍາຍ.

  ຈຸດປະສົງໃນການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານຄັ້ງນີ້ ກໍເພື່ອໃຫ້ບັນດາ ຄະນະຄູຝຶກ ແລະ ນັກກິລາ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ວ່າການລົ້ມບານແມ່ນຫຍັງ, ຜົນສະທ້ອນຂອງການລົ້ມບານແມ່ນມີໂທດທາງອາຍາໃນສະຖານຄວາມຜິດການໃຫ້ສິນບົນ ຫຼື ຮັບສິນບົນ ຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 110 ຂອງກົດໝາຍວ່າດ້ວຍກິລາ ແລະ ກາຍຍະກໍາ ສະບັບປີ 2019 ຊຶ່ງຈະຖືກລົງໂທດຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 357 (ການໃຫ້ສິນບົນ) ແລະ ມາດຕາ 358 (ການຮັບສິນບົນ) ຂອງປະມວນກົດໝາຍອາຍາ ສະບັບປີ 2017. ຊຶ່ງທັງສອງມາດຕານີ້ມີໂທດສູງສຸດຄືຕັດອິດສາລະພາບຕະຫຼອດຊີວິດ.

ການເຜີຍແຜ່ຄັ້ງນີ້ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງສະຫະພັນບານເຕະສາກົນ ຫຼື FIFA. ທຸກໆລາຍການຂອງການແຂ່ງຂັນກິລາບານເຕະຢູ່ຕ່າງປະເທດ ທີ່ທີມຊາດລາວທຸກຮຸ່ນໄດ້ເຂົ້າຮ່ວມການແຂ່ງຂັນ ລວມທັງການແຂ່ງຂັນຢູ່ພາຍໃນປະເທດທີ່ ສະຫະພັນບານເຕະ ແຫ່ງຊາດລາວ(ສຕລ) ເປັນຜູ້ຈັດການແຂ່ງຂັນນັ້ນແມ່ນຈະຕ້ອງໄດ້ຮັບການເຜີຍແຜ່ ຂໍ້ບັງຄັບ ແລະ ມາດຕະການຕ່າງໆໃນການສະກັດກັ້ນການລົ້ມບານສູ່ນັກກິລາ, ຄະນະຄູຝຶກ ແລະ ຄະນະຮັບຜິດຊອບທີມແຕ່ລະຊຸດໄດ້ຮັບຟັງ.

  ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານ ຈົ່ງເປັນເຈົ້າການໃນການສະກັດກັ້ນ ແລະ ປະຕິເສດ ພ້ອມທັງຮຽກຮ້ອງໃຫ້ລາຍງານຂໍ້ມູນການລົ້ມບານມາຫາໜ່ວຍງານສະກັດກັ້ນການລົ້ມບານ. ເພາະການລົ້ມບານນີ້ປຽບດັ່ງກັບການປຸ້ນຊາດ,ປຸ້ນກຽດສັກສີ,ຊື່ສຽງຂອງຊາດແລະຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.

  ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້:[email protected] ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.

  ທີມຊາດລາວ U23 ມີລາຍການເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ), ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ2024ຢູ່ທີ່ນະຄອນຫຼວງປາຣີປະເທດຝຣັ່ງ.

  ຕາຕະລາງແຂ່ງຂັນຂອງທີມຊາດລາວ

- ວັນທີ 06/09/2023 ເວລາ 20:30 ລາວ ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)

- ວັນທີ 09/09/2023 ເວລາ 20:30 ລາວ ພົບ ທາຈີກິສຖານ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)


News Cover

ຊ້າງນ້ອຍ ພົບ ນໍ້າທາ ຮອບຊີງຊະນະເລີດ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023

29/08/2023

          ຜົນການແຂ່ງຂັນຮອບຮອງຊະນະເລີດ ໃນວັນທີ 29 ສິງຫາ 2023, ຄູ່ທີ 1: ຊ້າງນ້ອຍ ເອົາຊະນະ ເອສຣາ 3-0, ຊ້າງນ້ອຍ ໄດ້ປະຕູຈາກ: ສຸກສາຄອນ ແສນມະນີ ນາທີ 14', ການດຳ ກອນເຍີ ນາທີ 66' ແລະ ທະນາກອນ ແກ້ວຄຳເພັດ ນາທີ 80'+5.

          ຂະນະທີ່ ຄູ່ທີ 2 : ນໍ້າທາ ເອົາຊະນະ ຈຳປາສັກ ແຊ້ມເກົ່າ 2-0, ນໍ້າທາ ໄດ້ປະຕູຈາກ: ຄຳສຸກ ສັນຍາຮັກ ນາທີ 46' ແລະ ທະນົງໄຊ ດວງວິຈິດ ນາທີ 61'.

          ຮອບຊິງອັນດັບ 3 ແລະ ຊິງຊະນະເລີດ ວັນທີ 2 ກັນຍາ 2023, ຄູ່ຊິງອັນດັບ 3 ເວລາ 15:30 ໂມງ ຈຳປາສັກ ພົບກັບ ເອສະຣາ ແຂ່ງຢູ່ສະໜາມຫຍ້າທຽມ ສຕລ ຫ້ວຍຫົງ ສະໜາມ 2, ສ່ວນຄູ່ຊິງຊະນະເລີດ ເວລາ 17:30 ໂມງ ຊ້າງນ້ອຍ ພົບກັບ ນໍ້າທາ ແຂ່ງຢູ່ສະໜາມຫຍ້າທຽມ ສຕລ ຫ້ວຍຫົງ ສະໜາມ 1.

          ທີມແຊ້ມລາຍການນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 25,000,000 ກີບ ແລະ ຫຼຽນລາງວັນ 31 ຫຼຽນ, ທີມຮອງແຊ້ມ ຮັບເງິນລາງວັນ 15,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ ແລະ ທີມອັນດັບ 3 ຮັບເງິນລາງວັນ 10,000,000 ກີບ ພ້ອມຫຼຽນລາງວັນ 31 ຫຼຽນ. ນອກຈາກນີ້ ກ່ໍມີລາງວັນດາວຍິງສູງສຸດ, ນັກເຕະດີເດັ່ນ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

News Cover

ຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 )

29/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີພິທີເປີດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານ ເຕະລະດັບສູງ(FIFA MA REFEREEING COURSE 2023)ຂື້ນໃນຕອນເຊົ້າ ຂອງວັນທີ 29 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິີການ ສຕລ , ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB),ທ່ານ ອາແມັດ ຄາລີດີ ບິນ ຊຸບປຽນ (AHMAD KHALIDI BIN SUPIAN) ຄູຝຶກຈາກ ສະຫະພັນບານເຕະນາໆຊາດ(FIFA).

ໃນພິທີ ທ່ານຄໍາປະສົງ ໄຊຍະວົງສີ ວິຊາການພະແນກກໍາມະການຕັດສິນໄດ້ຂຶ້ນລາຍງານການຝຶກອົບຮົມວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະນາໆຊາດໃຫ້ການອຸປະຖໍາກໍຄືໃຫ້ທຶນແກ່ບັນດາປະເທດສະມາຊິກໃນການຈັດຝຶກອົບຮົມ,ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງຜູ້ປະເມີນກຳມະການຕັດສິນ ແລະ ກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການ FIFA ແລະ ຍັງເປັນການຄັດເລືອກກຳມະການຕັດສິນດີເດັ່ນ ທີ່ຜ່ານມາດຖານເຂົ້າຮ່ວມຄັດເລືອກກຳມະການ FIFA) 2024.

ໃນພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຍາດເອົາຄວາມຮູ້ຈາກວິທະຍາກອນ ເພື່ອຮັບເອົາບົດຮຽນທີ່ໄດ້ປັບປຸງໃໝ່ ແລະ ເພື່ອພັດທະນາຕົວເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນຈົນເຖິງລະດັບສູງສຸດ ຈາກນັ້ນທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ ຄູຝຶກຈາກ ຟີຟາ ກໍ່ໄດ້ປະກອບຄໍາຄິດເຫັນໂດຍໄດ້ສະແດງຄວາມຍິນດີທີ່ໄດ້ມາຮ່ວມໃນການຝຶກອົບຮົມຄັ້ງນີ້ ແລະຫວັງວ່າພາຍຫຼັງການຝຶກອົບຮົມຄັ້ງນີ້ ກໍາມະການລາວຈະບືນຕົວກ້າວຂຶ້ນສູ່ລະດັບສູງກ່ວານີິ້ ຫຼື ສູງທີ່ສຸດ.

ໃນໂອກາດກ່າວເປີດພິທີ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ກ່າວວ່າ ການຝຶກອົບຮົມຄັ້ງນີ້ແມ່ນມີເວລາສັ້ນດັ່ງນັ້ນ,ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົວເອງໃຫ້ສູງເທົ່າທີ່ຈະສູງໄດ້. ການຝຶກອົບຮົມຄັ້ງນີິ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 29 ສິງຫາ ຮອດວັນທີ 2 ກັນຍາ 2023 ຈຶ່ງຈະສິ້ນສຸດ.

ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫ້ອງການນິຕິກຳ ສຕລ,ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີ: ອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.


News Cover

ຈຳປາສັກ ພົບ ນໍ້າທາ, ເອສະຣາ ພົບ ຊ້າງນ້ອຍ ຮອບ 4 ທີມສຸດທ້າຍ LFF U-18 Championship 2023 ວັນທີ 30 ສິງຫາ ເວລາ 16:00 ໂມງ

28/08/2023

ຜົນການຈັບສະຫຼາກຈັບຄູ່ຮອບຮອງຊະນະເລີດ ພາຍຫຼັງແຂ່ງຄົບ 7 ນັດໃນຮອບຄັດເລືອກ ໃນວັນທີ 30 ສິງຫາ 2023 ແຂ່ງພ້ອມກັນ ເວລາ 16:00 ໂມງ ທັງ 2 ຄູ່, ຄູ່ທີ 1: ຈຳປາສັກ ທີມອັນດັບ 3 ພົບກັບ ນໍ້າທາ ທີມອັນດັບ 4 ແຂ່ງຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1, ໃນຮອບຄັກເລືອກ ຈຳປາສັກ ເອົາຊະນະ ນໍ້າທາ 1-0; ຄູ່ທີ 2 : ເອສະຣາ ທີມອັນດັບ 1 ພົບກັບ ຊ້າງນ້ອຍ ທີມອັນດັບ 2 ແຂ່ງຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1, ໃນຮອບຄັກເລືອກ ເອສຣາ ເອົາຊະນະ ຊ້າງນ້ອຍ 5-1.

          ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 9 ສິງຫາ ຫາ 3 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຫຼວງພະບາງ ແຊ້ມເກົ່າ, ຈຳປາສັກ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາສເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ, ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.


News Cover

ຊ້າງນ້ອຍ ພົບ ເອສະຣາ, ຈຳປາສັກ ພົບ ນໍ້າທາ ຮອບ 4 ທີມສຸດທ້າຍ LFF U-15 Champions 2023 ວັນທີ 29 ສິງຫາ

26/08/2023

           ຜົນການຈັບສະຫຼາກຈັບຄູ່ຮອບຮອງຊະນະເລີດ ພາຍຫຼັງແຂ່ງຄົບ 7 ນັດໃນຮອບຄັດເລືອກ ໃນວັນທີ 26 ສິງຫາ 2023, ຊ້າງນ້ອຍ ທີມອັນດັບ 1 ພົບກັບ ເອຣະສາ ທີມອັນດັບ 4 ຈະແຂ່ງຂັນໃນວັນທີ 29 ສິງຫາ ເວລາ 16:00 ໂມງ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1, ໃນຮອບຄັກເລືອກ ຊ້າງນ້ອຍ ເອົາຊະນະ ເອສຣາ 5-1.

           ຂະນະທີ່ ອີກ 1 ຄູ່: ນໍ້າທາ ທີມອັນດັບ 2 ພົບກັບ ຈຳປາສັກ ແຊ້ມເກົ່າ ທີມອັນດັບ 3 ຈະແຂ່ງຂັນໃນວັນທີ 29 ສິງຫາ ເວລາ 16:00 ໂມງ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 2, ໃນຮອບຄັກເລືອກ ນ້ໍາທາ ສະເໝີກັບ ຈຳປາສັກ 0-0.

          ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳປາສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ, ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.


News Cover

ທີມຊາດຍິງປະກາດ24ລາຍຊື່ ເຂົ້າຮ່ວມການແຂ່ງຂັນລາຍການ International Women’s Friendly Tournament 2023 ທີ່ປະເທດ ຊາອຸດິອາຣັບບີ

26/08/2023

ທີມຊາດຍິງປະກາດ24ລາຍຊື່ ເຂົ້າຮ່ວມການແຂ່ງຂັນລາຍການ International Women’s Friendly Tournament 2023 ທີ່ປະເທດ ຊາອຸດິອາຣັບບີ ລະຫວ່າງວັນທີ 18-30 ກັນຍາ 2023:

- ຜູ້ຮັກສາປະຕູ:

1. ບັງອອນ ພອນໄຊ ສະໂມສອນ ຊ້າງນ້ອຍ

2. ພັດທະລາວະດີ ສໍໂພທິຣາດແຂວງສະຫວັນນະເຂດ

3. ລີ່ນ້າ ລັດສະໝີ ແຂວງຫຼວງພະບາງ

- ກອງຫຼັງ:

4. ສາຍສະໝອນ ອິນທະພອນ ສະໂມສອນຊ້າງນ້ອຍ

5. ວິລິນທອນ ວົງແສງທອງ ສະໂມສອນ ກອງທັບ

6. ຫຼ້ານ້ອຍ ວົງສິງຄຳ ສະໂມສອນກອງທັບ

7. ທິບປະກອນ ສີວົງລາດ ສະໂມສອນ ເອສະຣາ

8. ວິໄລວັນ ປັນຍານຸວົງ ນະຄອນຫຼວງວຽງຈັນ

9. ກາເຫວົາ ວົງພະຈັນ ສະໂມສອນ ເອສະຣາ

10. ໂບລິ້ງ ຫຼວງຄີລີ ນະຄອນຫຼວງວຽງຈັນ

11. ວິໄລພອນ ແພງຊະນະ ນະຄອນຫຼວງວຽງຈັນ

- ກອງກາງ:

12. ດາລາວອນ ສໍພາບມີໄຊ ສະໂມສອນ ເອສະຣາ

13. ພານິກອນ ວັນນະລາດ ສະໂມສອນ ເອສະຣາ

14. ອານຸຕາ ຈັນທີທອງ ສະໂມສອນ ຊ້າງນ້ອຍ

15. ອິນທິດາ ຄູນສີ ສະໂມສອນ ເອສະຣາ

16. ແສງເດືອນ ພົງໄພລັດ ນະຄອນຫຼວງວຽງຈັນ

17. ສິນລະຄອນ ບຸນມາລີ ແຂວງຫຼວງພະບາງ

18. ພອນທິບ ພົມມະຈັນ ນະຄອນຫຼວງວຽງຈັນ

19. ຄຳຫຼ້າ ແກ້ວມະນີ ສະໂມສອນ ເອສະຣາ

- ກອງໜ້າ

20. ເກມມີ້ ພັດດາລາ ນະຄອນຫຼວງວຽງຈັນ

21. ໃຈຄຳ ໄຊຍະປະເສີດ ນະຄອນຫຼວງວຽງຈັນ

22. ອາພັດສະລາ ຈັນທະວົງໄຊ ສະໂມສອນ ຊ້າງນ້ອຍ

23. ຈິນດາ ສີຫາລາດ ນະຄອນຫຼວງວຽງຈັນ

24. ຫັດລືໄທ ທຳມະວົງສາ ສະໂມສອນ ຈຳປາສັກ

ລາຍການນີ້ມີ6ປະເທດເຂົ້າຮ່ວມແຂ່ງຂັນຄື: ຊາອຸດິອາຣັບບີ (ເຈົ້າພາບ), ເລບານອນ, ປາກິສຖານ, ພູຖານ, ມາເລເຊຍ ແລະ ສປປ ລາວ. ເຊິ່ງການແຂ່ງຂັນຈະແບ່ງອອກເປັນ 2 ກຸ່ມ:

- ກຸ່ມ A: ຊາອຸດິອາຣັບບີ (ເຈົ້າພາບ), ມາເລເຊຍ, ປາກິສຖານ

- ກຸ່ມ B: ເລບານອນ,ບູຖານ ແລະ ສປປ ລາວ

ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ B:

- ວັນທີ 18 ກັນຍາ 2023: ເວລາ: 21:30 (ຕາມເວລາປະເທດລາວ) ທີມຊາດລາວ ພົບ ທີມຊາດ ເລບານອນ ທີ່ ສະໜາມກິລາ King Fahd Sport city Stadium ( Al Taif)

- ວັນທີ 24 ກັນຍາ 2023 ເວລາ: 21:30 (ຕາມເວລາປະເທດລາວ) ທີມຊາດບູຖານ ພົບ ທີມຊາດລາວ ທີ່ ສະໜາມກິລາ King Fahd Sport city Stadium ( Al Taif)

ການແຂ່ງຂັນຮອບຮອງຊະນະເລີດຈະເປັນການເອົາ ທີ 1 ຂອງກຸ່ມ A ພົບ ທີ 2 ຂອງກຸ່ມ B ແລະ ທີ 1 ຂອງກຸ່ມ B ພົບ ທີ 2 ຂອງກຸ່ມ A ເຊິ່ງການແຂ່ງຂັນແມ່ນ ວັນທີ 27 ກັນຍາ 2023 ທີ ສະໜາມກິລາ King Fahd Sport city Stadium ( Al Taif)

ສຳລັບທີມຊາດຍິງສປປລາວແມ່ນເລີ່ມຝືຶກຊ້ອມແຕ່ ວັນທີ 7 ສິງຫາ 2023 ທີ່ຜ່ານມາຈົນເຖິງປະຈຸບັນ ແລະ ກຳນົດການເດີນທາງ ແມ່ນ ວັນທີ 15 ກັນຍາ 2023.