ຂ່າວສານ
News Cover

ປະ​ກາດ​ລາຍ​ຊື່​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ​ເຂົ້າ​ຮ່ວມ ແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 )

09/10/2023

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ 23 ຄົນສຸດທ້າຍກ່ອນ.

ສຳ​ລັ​ບ​ລາຍ​ຊື່ ຄະ​ນ​ະ​ນຳ, ຄະ​ນະ ຄູ​ຝຶກ ມີ​ດັ່ງ​ນີ້:

1. ທ່ານ ຄຳ​ໄພ່ ປ​ຣະ​ເສີດ ຮອງ​ປະ​ທານ ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຫົວ​ຫນ້າ​ຄະ​ນະ

2. ທ່ານ ຖາ​ວອນ ຫຼວງ​ຈັນ​ດາ​ວົງ ຄະ​ນະ​ບໍ​ລິ​ຫານ​ສ​ະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ຮອງ​ຫົວ​ຫນ້າ​ຄະ​ນະ

3. ທ່ານ ກັນ​ລະ​ຍາ ສີ​ສົມ​ຫວັງ ຫົວ​ຫນ້າ​ຄູ​ຝຶກ

4. ທ່ານ ພຸດ​ປະ​ສົງ ແສງ​ດາ​ລາ​ວົງ ຜູ້​ຊ່ວຍ​ຄູ​ຝຶກ

5. ທ່ານ ວຽງ​ສະ​ຫວັນ ໄຊ​ຍະ​ບູນ ຜູ້​ຊ່ວຍ​ຄູ​ຝຶກ

6. ທ່ານ ຈັນ​ທະ​ຄາດ ສ່ຽນ​ຜ່ອງ​ໃສ ຄູ​ຝຶກ​ຜູ້​ຮັກ​ສາ​ປະ​ຕູ

7. ທ່ານ ນີ​ຕ້າ ທັດ​ສະ​ນີ​ທອນ ຜູ້​ຈັດ​ການ​ທີມ

8. ທ່ານ ອຸດ​ຕະ​ມະ ຂ​າງ​ມະ​ນີວົງ ບໍ​ລິ​ຫານ​ທີມ

9. ທ່ານ ດ​ຣ ບົວພັນ ສີ​ຫາ​ວົງ ທີມ​ແພດ

10. ທ່ານ ບັນ​ຈົງ ຈິນ​ດາ ທີມ​ແພດ

11. ທ່ານ ຈັນ​ທິດ ອິນ​ໃຈ ທີມ​ແພດ

12. ທ່ານ ທິບ​ພະ​ກອນ ພະ​ກາ​ສີ ສື່ມວນຊົນ

13. ທ່ານ ສະ​ໄຫວ ໂອ​ລະ​ໄທ ອຸ​ປະ​ກອນ

ສຳລັບລາຍຊື່ 23 ຄົນ ມີລາຍຊື່ດັ່ງລຸ່ມນີ໊:

+ ຜູ້ຮັກສາປະຕູ

1. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

2. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນກິລາບານເຕະ ນ້ຳທາ

+ ກອງຫຼັງ

4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ

5. ອານັນຕະຊາ ສິພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ

6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນກິລາບານເຕະ ເອສະຣາ

7. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ

8. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ

9. ທິບພະຈັນ ອິນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

10.ແສງດາວວີ ຫັນທະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

11. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນກິລາບານເຕະ ນ້ຳທາ

12. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ

13. ໄມເຄີນ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດ ອາເມຣີກາ )

14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ

15. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ

16. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ

17. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ

18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

19. ພຸດດາວີ ພົມມະສານ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

+ ກອງຫນ້າ

20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )

21.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ

22.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ

23.ກີ້ດາວອນ ສຸວັນນີ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

  ​ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

  ​ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ​ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວ​ລາ 18:45 ( ເວ​ລາ​ຢູ່​ລາວ ) ຢູ່ທີ່ສະ​ຫນາມ ​Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວ​ລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

 ​ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ສຕລ ຈັດງານວັນກິລາບານເຕະທົ່ວປະເທດປະຈຳປີ 2023

07/10/2023

ໃນຕອນເຊົ້າວັນທີ 7 ຕຸລາ 2023 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດງານວັນກິລາບານເຕະຂື້ນພ້ອມກັນທົ່ວປະເທດ. ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດແລະສົ່ງເສີມການຫຼີ້ນກິລາຜ່ານກິລາບານເຕະໃຫ້ແກ່ລູກຫຼານອະນຸຊົນລາວແລະ ເປັນການເຕົ້າໂຮມບັນດາທ່ານທີ່ມີນໍ້າໃຈມັກຮັກໃນກິລາບານເຕະມາຮ່ວມກັນ ເພື່ອສ້າງກິດຈະກໍາດີໆໃນການພັດທະນາກິລາບານເຕະທົ່ວປະເທດ, ຊຶ່ງກິດຈະກຳຄັ້ງນີ້ ແມ່ນເປັນການຈັດຂື້ນຮ່ວມກັນລະຫວ່າງ ສຕລແລະ ສະຫະພັນບານເຕະແຂວງທັງ18ແຂວງ, ໃນງານດັ່ງກ່າວ ຍັງໄດ້ຮັບການປະກອບສ່ວນອຸປະຖໍາເສື້ອຈໍານວນ 2500 ໂຕ ລວມມູນຄ່າ 83ລ້ານກວ່າກີບ ຈາກທະນາຄານ ມາຣູຮານ ເຈແປນ ລາວ.

 ພ້ອມນັ້ນ, ເປົ້າໝາຍຫຼັກຂອງການຈັດງານແມ່ນເພື່ອສ້າງຄວາມສາມັກຄີ, ຄວາມມ່ວນຊື່ນແລະ ການຮຽນຮູ້ກັບການແຂ່ງຂັນແກ່ນນັກກິລາເອງຕະຫຼອດຮອດຄອບຄົວແລະ ແຟນບານ.


News Cover

ຄິງດອມ ເອົາຊະນະ ຈັນທະບູລີ 2-1 ສົ່ງຜົນໃຫ້ HBT 941 ຄວ້າແຊ້ມ ນະຄອນຫລວງລີກ 2( Vientiane Capital League 2)ຢ່າງແນ່ນອນ

06/10/2023

ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປະຈໍາປີ 2023 ນັດຕົກຄ້າງວັນທີ 4 ຕຸລານີ້, ຄິງດ໋ອມ ຢູໄນເຕັດ ທີມອັນດັບ 2 ພົບກັບ ຈັນທະບູລີ ທີມອັນດັບ 6 ທີ່ຍັງບໍ່ເສຍໃຫ້ທີມໃດ, ນັດນີ້ ຄິງດ໋ອມ ເປັນຝ່າຍຂຶ້ນນຳກ່ອນຈາກ ນະລິນ ຫຼວງສີສົມບັດ ນາທີ 7', ຈັນທະບູລີ ໄດ້ປະຕູຕີສະເໝີຈາກ ທິບພະຈັນ ຄຳໃບອ່ອນ ນາທີ 51', ແຕ່ ຄິງດ໋ອມ ມາໄດ້ປະຕູໄຊ ຈາກ ອານຸລັກ ວັນນະລາດ ກອງຫຼັງຈັນທະບູລີ ສະກັດເຂົ້າປະຕູຕົວເອງ ນາທີ 90', ຈົບເກມ ຄິງດ໋ອມ ເອົາຊະນະ ຈັນທະບູລີ 2-1. ສົ່ງຜົນໃຫ້ ຄິງດ໋ອມ ແຂ່ງຄົບ 22 ນັດ ມີ 44 ຄະແນນ, ສ່ວນ ຈັນທະບູລີ ເສຍເປັນນັດທຳອິດ ໃນນະຄອນຫຼວງ ລີກ 2 ຈາກການລົງສະໜາມ 16 ນັດ ຊະນະ 10 ສະເໝີ 5 ເສຍ 1 ມີ 35 ຄະແນນ ໝົດສິດລຸ້ນແຊ້ມແນ່ນອນ ໂດຍຍັງເຫຼືອການແຂ່ງຂັນນັດຕົກຄ້າງອີກ 6 ນັດ (ຖ້າຊະນະລວດ ກໍ່ຈະມີ 53 ຄະແນນ), ເພາະວ່າ ເຮັສບີທີ 941 ທີມນຳ ທີ່ມີ 54 ຄະແນນ ຄວ້າແຊ້ມແນ່ນອນແລ້ວ, ໂດຍທັງ 2 ທີມຈະພົບກັນ ໃນວັນທີ 25 ຕຸລານີ້ ເວລາ 16:30 ໂມງ.

  ສຳລັບອີກ 6 ນັດທີເຫຼືອຂອງ ຈັນທະບູລີ ພົບກັບ ທຣີນີຕີ້ ວັນທີ 7 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເອັສທີທີ ວັນທີ 11 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເມືອງຫາດ ວັນທີ 14 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ມຊ ວັນທີ 18 ຕຸລາ ເວລາ 16:30 ໂມງ, ຈັນທະບູລີ ພົບກັບ ເຄພີເອັສ ວັນທີ 21 ຕຸລາ ເວລາ 16:30 ໂມງ ແລະ ຈັນທະບູລີ ພົບກັບ ເຮັສບີທີ 941 ວັນທີ 25 ຕຸລານີ້ ເວລາ 16:30 ໂມງ. ທຸກໆນັດແຂ່ງຢູ່ສະໜາມກິລາ ເຈົ້າອະນຸວົງ.

ສຳລັບ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

  ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

#VientianeCapitalLeague2

#LaoFootballFederation


News Cover

ສະຫະພັນບານເຕະແຫ່ງຊາດລາວ ເຫັນດີຕໍ່ກັບການຕັດສິນຂອງ FIFA ທີ່ມອບໃຫ້ປະເທດສະມາຊິກຂອງ AFC ຍື່ນສິດເປັນເຈົ້າພາບການແຂ່ງຂັນບານໂລກ ປີ 2034

06/10/2023

ສະຫະພັນບານເຕະແຫ່ງຊາດລາວ ເຫັນດີຕໍ່ກັບການຕັດສິນຂອງ FIFA ທີ່ມອບໃຫ້ປະເທດສະມາຊິກຂອງ AFC ຍື່ນສິດເປັນເຈົ້າພາບການແຂ່ງຂັນບານໂລກ ປີ 2034. ພ້ອມທັງເຫັນດີຕໍ່ຄໍາເຫັນຂອງ ທ່ານ ປະທານ ສະຫະພັນບານເຕະອາຊີ (AFC) ທີ່ສະຫນັບສະຫນູນເຈດຈໍານົງ ຂອງສະຫະພັນບານເຕະ ຊາອຸດີ ອາຣາບີ (Saudi Arabian Football Federation) ໃນການຍື່ນສິດເປັນເຈົ້າພາບການແຂ່ງຂັນກິລາຍອດນິຍົມຂອງໂລກໃນປີ 2034.

https://www.the-afc.com/en/national/fifa_world_cup/news/afc_president_welcomes_fwc_hosting_decision_backs_saff_intent_to_bid_for_2034_edition.html?fbclid=IwAR0bsI800IiEk00BDJ17isoK2HT2QdT2Yeqf1wed6BLzIXEtsexb0n1mdAY

News Cover

ພຸດສະຫວັນ ຈັນທະວົງ ກຳມະການຕັດສິນ ຈາກ ສປປລາວ ໄດ້ຖືກຄັດເລືອກຕັດສິນຮອບຮອງຊະນະເລີດ

06/10/2023

ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ຈາກ ສປປລາວ ໄດ້ຖືກຄັດເລືອກໃຫ້ລົງຕັດສິນ ການແຂ່ງຂັນກິລາບານເຕະ ງານມະຫະກໍາກິລາເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈວ່ ສປ ຈີນ ຮອບຮອງຊະນະເລີດ ລະຫວ່າງ ອຸດສະເບກິດສະຖານ ພົບ ສປປ ເກົາຫລີ ເຊິ່ງການແຂ່ງຂັນຈະມີຂຶ້ນໃນວັນທີ 03 ຕຸລາ 2023.

#RefereeLFF

#LaoFootballFederation

#asiangames2023

News Cover

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວຊຸດໃຫຍ່ ກ່ອນອອກເດີນທາງເຂົ້າຮ່ວມແຂ່ງຂັນຢູ່ທີ່ປະເທດເນປານ

05/10/2023

ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະນຳທີມຊາດລາວ ຊຸດໃຫຍ່ ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວ ຊຸດໃຫຍ່ ໃນວັນທີ 05 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ນັດທຳອິດ ຢູ່ທີ່ປະເທດເນປານ.

  ການໂອ້ລົມທ່ານ ຄຳໄພ່ ປຣະເສີດ ໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມທີ່ສຸດເຂົ້້າສູ່ການແຂ່ງຂັນ ຂໍໃຫ້ນັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາ ການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາໃຫ້ສູ້ສຸດຄວາມສາມາດ ພາ ທີມຊາດລາວ ຜ່ານເຂົ້າຮອບແບ່ງກຸ່ມໃຫ້ໄດ້.

  ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ.

  ທີມຊາດລາວ ພົບກັບ ທີມຊາດເນປານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:15 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

  ສຳລັບ 10 ທີມທີ່ຊະນະ ຮອບຄັດເລືອກ ຮອບທີ 1 ຈະເຂົ້າຄັດເລືອກ ຮອບທີ 2 ບວກກັບອີກ 26 ທີມທີ່ໄດ້ສິດລໍຖ້າອີງຕາມອັນດັບໂລກ ລວມເປັນ 36 ທີມ. ໂດຍການຄັດເລືອກຄັ້ງນີ້ ຈະມີຜົນຕໍ່ການຄັດເລືອກໄປ ເອຊຽນຄັບ ຊິງແຊ້ມອາຊີ 2027 ທີ່ຊາອຸດິອາຣາເບຍ, ທີມຊາດລາວ ຖ້າຊະນະ ທີມຊາດເນປານ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ, ໃນຮອບຄັດເລືອກ ຮອບທີ 2 ຈະຢູ່ກຸ່ມ H ຮ່ວມກັບ ສະຫະລັດ ອາຣັບ ເອມີເຣດ, ບາເຣນ ແລະ ທີມຊະນະລະຫວ່າງ ເຢເມັນ ຫລື ສຣີລັງກາ.

#FIFAWorldCup

#AsianCup2027

#LAOSNATIONALTEAM

#LAOFOOTBALLFEDERATION

News Cover

ຄຳປະສົງ ໄຊຍະວົງສີ ກຳມະການຕັດສິນຟຸດຊໍ ຈາກລາວ ສຳເລັດ ການຕັດສິນ ລາຍການ International Futsal Friendly Match ທີ່ ປະເທດໄທ

04/10/2023

ໃນລະຫວ່າງວັນທີ 26-30/9/2023 ສະຫະພັນບານເຕະແຫ່ງຊາດລາວ ໄດ້ສົ່ງ ທ່ານ ຄໍາປະສົງ ໄຊຍະວົງສີ ກໍາມະການຕັດສິນຟູດຊໍ FIFA ເຂົ້າຮ່ວມຕັດສິນລາຍການ International Futsal Friendly Match ທີ່ ປະເທດໄທ

News Cover

ປກສ ແຂວງ ຄວ້າແຊ້ມຫລວງນໍ້າທາ ລາວລີກ 2 ຊີງຂັນທ່ານເຈົ້າແຂວງຫລວງນໍ້າທາ ປະຈໍາປີ 2023

02/10/2023

    ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ່ມການແຂ່ງຂັນນັບຕັ້ງແຕ່ ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ, ມີ 6 ທີມເຂົ້າຮ່ວມແຂ່ງຂັນຄື: ທະຫານແຂວງ, ປກສ ແຂວງ, ນ້ຳທາ ເອັຟຊີ, ເອັຟຊີ ເມືອງສິງ THE KING EVO ແລະ ສະໂມສອນ MS SPORT CITY. ໂດຍໆທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງນໍ້າທາ.

    ນັດສຸດທ້າຍຂອງການແຂ່ງຂັນໃນວັນທີ 28 ກັນຍາ 2023: ປກສ ແຂວງ ທີມນຳ ເອົາຊະນະ ນ້ຳທາ ທີມອັນດັບ 2 ດວ້ຍປະຕູ.4-2.

    ສະຫລຸບຕາຕະລາງຄະແນນ ອັນດັບ 1 ປກສ ແຂວງ ລົງສະຫນາມ 10 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ມີ 28 ຄະແນນ ຄວ້າແຊ້ມ ຮັບຂັນແຊ້ມ ພ້ອມເງິນລາງວັນ 10,000,000 ກີບ, ອັນດັບ 2 ນ້ຳທາ ລົງສະຫນາມ 10 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 2 ນັດ ມີ 18 ຄະແນນ, ອັນດັບ 3 ທະຫານແຂວງ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 4 ນັດເສຍ 3 ນັດ ມີ 13 ຄະແນນ, ອັນດັບ 4 ເອັມເອັສສະປອດຊິຕີ້ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ, ອັນດັບ 5 ເດີຄິງ ອີໂວ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ເອັຟຊີ ເມືອງສິງ ລົງສະຫນາມ 10 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 7 ນັດ ມີ 5 ຄະແນນ,

     ສ່ວນລາງວັນຜູ້ຍິງປະຕູສູງສຸດ ບຸນຄຳ ອຸ່ນລະສິດ ຈາກ ນ້ຳທາ ເອັຟຊີ ຍິງໄດ້ 16 ປະຕູ, ລາງວັນນັກເຕະດີເດັ່ນ ຫນໍ່ຄໍາ ປະທຸມມາ ຈາກ ປກສ ແຂວງ ແລະ ຄູຝືກດີເດັ່ນ ທ່ານ ບຸນທັນ ຈາກ ນໍ້າທາ ເອັຟຊີ.


News Cover

ປະກາດຮັບສະຫມັກ ຄູຝຶກບານເຕະລະດັບ AFC '' B '' DIPLOMA COACHING COURSE

28/09/2023

ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ AFC “ B“ Coaching Certificate Course ເຊິ່ງຈະໄດ້ຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ)ນະຄອນຫຼວງວຽງຈັນ, ສປປ ລາວ,ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

+ ກຳນົດການ:

ການຝຶກອົບຮົມແມ່ນຈະຈັດຂຶ້ນ 2 ໄລ​ຍະ​ຄື: 

ໃນໄລ​ຍະ​ທີ 1 ຈັດ​ຂຶ້ນ ລະຫວ່າງວັນທີ 1-10 / 11 / 2023 

ໄລ​ຍະ​ທີ 2 ໃນ​ລະ​ຫວ່າງ ວັນ​ທີ 19-28/ 02 /2024 

(ປິດຮັບສະໝັກ ວັນທີ 25/10/2023 , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ ຂອງ ສະຫະພັນບານເຕະອາຊີ AFC).


+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:

1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າ​ຮ່ວມ​ໄດ້

2. ຕ້ອງມີໃບປະກາດ AFC “ C” Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.

3. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 23 ຕຸລາ 2023.

4. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະ

ກາດສະນີຍະບັດ ‘ຊີ’ ຄັດຕິດມາພ້ອມ.

5. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິລະນາ, ຮັບຮອງຈາກ ສະຫະພັນບານເຕະ ອາຊີ ແລະ ສຕລ ກ່ອນ.

6. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.

7. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.

8. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.


+ ຄວາມຮັບຜິດຊອບຂອງ ສຕລ:

1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.

3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.

4. ອາຫານທ່ຽງ ສຳລັບ ນັກສຳມະນາກອນຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ:

1. ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

2. ເສຍຄ່າສະໝັກເປັນຈຳນວນເງີນ 1,500,000 ກີບ (ສຳລັບຄົນລາວ) ແລະ 1000 $ ( ສຳ​ລັ​ບ​ຄົນ​ຕ່າງ​ປະ​ເທດ ) ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.

3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).

+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.

+ ສົ່ງກ່ອນມີສິດກ່ອນ.

ລິ​້ງ​ດາ​ວ​ໂຫລດ​ແບບ​ຟອມ : https://drive.google.com/drive/folders/197Mr4EsEPtQSgxBXMnMHKtJV9tZzvb2F?usp=share_link    


ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ: 

+8562097744940 ທ່ານ ສຸດທານີ ລຸນສິລິ

                                    

E mail: [email protected]


#LaoFootballFederation

#coachingCourse

#LFFTechnical

News Cover

ສໍາເລັດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູກິລາບານເຕະລະດັບ ຊີ (c)

28/09/2023
ສະຫະພັນບານເຕະແຫ່ງຊາດລາວ( ສຕລ)ໄດ້ສໍາເລັດການຝຶກອົບຮົມຄູຝຶກຜູ້ຮັກສາປະຕູລະດັບຊີ(c)ໃນຕອນບ່າຍວັນທີ 28 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ຄຣີສ ຢອງ ( Cris Yong) ຜູ້ຝຶກສອນຫຼັກຈາກປະເທດມາເລເຊຍ ພ້ອມດ້ວຍວິຊາການ ສຕລ.
ໃນໂອກາດກ່າວປິດພິທີ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້,ເຖິງວ່າຈະເປັນໄລຍະເວລາສັ້ນ,ແຕ່ດວ້ຍຄວາມເອົາໃຈໃສ່ຂອງຄູຝຶກສອນແລະການຕັ້ງໃຈຮັບເອົາບົດຮຽນຂອງນັກຝຶກອົບຮົມຈິ່ງເຮັດໃຫ້ການຝຶກອົບຮົມຄັ້ງນີ້ສຳເລັດຕາມຈຸດປະສົງທີ່ໄດ້ກຳນົດໄວ້.ຢ່າງໃດກໍຕາມທ່ານ ດຣ ໄຊຊະນະ ທອງຄຳຈັນກໍຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກທ່ານ ຈົ່ງນໍາເອົາຄວາມຮູ້, ວິໄສທັດ,ໃນການຝຶກອົບຮົມຄັ້ງນີ້ໄປພັດທະນາໃຫ້ມີບົດບາດໃໝ່ໃນການເປັນຜູ້ຮັກສາປະຕູ ຊຶ່ງນີ້ເປັນສິ່ງທ້າທາຍໃນການພັດທະນາຜູ້ຮັກສາປະຕູໃໝ່ໃນອະນາຄົດຂອງປະເທດເຮົາ.
ການຝຶກອົບຮົມຄັ້ງນີ້ແມ່ນດໍາເນິນມາແຕ່ວັນທີ 20 ກັນຍາ 2023, ຊຶ່ງມີສໍາມະນາກອນເຂົ້າຮ່ວມ 11 ທ່ານ ໃນໄລຍະການຝຶກອົບຮົມສໍາມະນາກອນໄດ້ຮຽນທັງພາກທິດສະດີ ແລະພາກປະຕິບັດຕົວຈິງໃນພາກສະໜາມ.
News Cover

HBT 941 ຍັງຮັກສາສະຖິຕິບໍ່ເສຍໄຊໃນລາວລີກ 2 ນະຄອນຫຼວງວຽງຈັນ ຍັງເຫລືອການແຂ່ງຂັນ 2 ນັດ

26/09/2023

 ການແຂ່ງຂັນເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ດຳເນີນການແຂ່ງຂັນມາໄດ້ 21 ອາທິດ

ຕາຕະລາງຄະແນນໃນເວລານີ້ HBT 941 ຍຶດຕຳແໜ່ງທີມນຳບໍ່ເຄີຍເສຍໃຫ້ທິມໃດຕໍ່ໄປ ລົງສະຫນາມ20 ນັດ ຊະນະ 17 ນັດ ສະເໝີ 3 ນັດ ມີ 54 ຄະແນນ, ຮອງລົງມາແມ່ນໄອສະປອດ ລົງສະຫນາມ 21 ນັດ ຊະນະ 10 ນັດ ສະເຫມີ 8 ນັດ ເສຍ 3 ນັດ ມີ 38 ຄະແນນ, ອັນດັບ 3 ຄິງດອມ ລົງສະຫນາມ 20 ນັດ ຊະນະ 11 ນັດ ສະເຫມີ 5 ນັດ ເສຍ 4 ນັດ ມີ 38 ຄະແນນ, ອັນດັບ 4 ເມືອງຫາດ ລົງສະຫນາມ 20 ນັດ ມີ 37 ຄະແນນ, ອັນດັບ 5 ເຄເອັມທີ ລົງສະຫນາມ 20 ນັດ ມີ 36 ຄະແນນ, ອັນດັບ 6 ຈັນທະບູລີ ລົງສະຫນາມ 13 ນັດ ມີ 31 ຄະແນນ, ອັນດັບ 7 ເອັສທີທີ ລົງສະຫນາມ 20 ນັດ ມີ 26 ຄະແນນ, ອັນດັບ 8 ມຊ ລົງສະຫນາມ 20 ມີ 24 ຄະແນນ, ອັນດັບ 9 ເອັສອີຊີ ລົງສະຫນາມ 20 ນັດ ມີ 19 ຄະແນນ, ອັນດັບ 10 ຈັນສີ ລົງສະຫນາມ 21 ນັດ ມີ 14 ຄະແນນ, ອັນດັບ 11 ທຣີນີຕີ ລົງສະຫນາມ 20 ນັດ ມີ 9 ຄະແນນ ແລະ ອັນດັບ ສຸດທ້າຍ ເຄພີເອັສ ລົງສະຫນາມ 19 ນັດ ມີ 3 ຄະແນນ.

  ຕາຕະລາງ ການແຂ່ງຂັນນັດຕົກຄ້າງ ວັນພຸດ 27/09/2023 ເວລາ 16:30 ຈັນທະບູລີ ພົບ ເຄເອັມທີ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ ເຂົ້າຊົມບໍ່ເສຍຄ່າ(FREE).

ສຳລັບ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

#VientianeCapitalLeague2

#LaoFootballFederation


News Cover

ປກສແຂວງຫຼວງນ້ຳທາພົບນ້ຳທານັດສຸດທ້າຍລາວລີກ2ແຂວງຫຼວງນ້ຳທາ

26/09/2023

ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເລີ້ມການແຂ່ງຂັນນັບຕັ້ງແຕ່ ວັນທີ 16 ມິຖຸນາ 2023 ເປັນຕົ້ນມາ ມີ 6 ສະໂມສອນແຂ່ງຂັນຄື : ສະໂມສອນ THE KING EVO, ສະໂມສອນ FC ເມືອງສິງ, ສະໂມສອນ MS SPORT CITY, ສະໂມສອນ ນ້ຳທາ ເອັຟຊີ, ສະໂມສອນ ທະຫານແຂວງ ແລະ ສະໂມສອນ ປກສແຂວງ ໂດຍໆທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງນໍ້າທາ.

ສຳລັບມື້ສຸດທ້າຍຂອງການແຂ່ງຂັນໃນວັນທີ 28 ກັນຍາ 2023 ເວລາ 14:00 ທີ່ສະຫນາມກິລາແຂວງຫຼວງ ນໍ້າທາເປັນການພົບກັນລະຫວ່າງ ປກສ ແຂວງ ທີມນຳຕາຕະລາງຄະແນນ ພົບກັບ ທີມອັນດັບ 2ຄືນ້ຳທາ,ຫລັງຈາກຈົບການແຂ່ງຂັນຄູ່ດັ່ງກ່າວແມ່ນຈະມີພິທີມອບຂັນລາງວັນ.

  ສະຫລຸບຕາຕະລາງຄະແນນໃນປັດຈຸບັນ ອັນດັບ 1 ປກສ ແຂວງ ລົງສະຫນາມ 9 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ມີ 25 ຄະແນນ, ອັນດັບ 2 ນ້ຳທາ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 3 ທະຫານແຂວງ ລົງສະຫນາມ 10 ນັດ ຊະນະ 3 ນັດ ສະເຫມີ 4 ນັດເສຍ 3 ນັດ ມີ 13 ຄະແນນ, ອັນດັບ 4 ເອັມເອັສສະປອດຊິຕີ້ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ, ອັນດັບ 5 ເດີຄິງ ອີໂວ ລົງສະຫນາມ 10 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ເອັຟຊີ ເມືອງສິງ ລົງສະຫນາມ 10 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 7 ນັດ ມີ 5 ຄະແນນ, ຂະນະ ທີ່ຜູ້ຍິງປະຕູສູງສຸດ ເບີ 10 ບຸນຄຳ ອຸ່ນລະສິດ ຈາກ ສະໂມສອນ ນ້ຳທາ ເອັຟຊີ ຍິງໄດ້ 15 ປະຕູ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.