News about Champi-Champa Training Center
ເທີມທີ 2 ສູນພັດທະນຳຈຳປີ - ຈຳປີ ແມ່ນໄດ້ເລີ້ມຂຶ້ນອາທິດຜ່ານມາ
ການຝຶກຊ້ອມຢູ່ທີ່ ສູນພັດທະນາກິລາບານເຕະຈຳປີ-ຈຳປາ CHAMPI-CHAMPAFOOTBALL TRAINING CENTER ເຊິ່ງເປັນການເປີດເທີມ 2 ຂອງ ປີ 2023 ແມ່ນເລີ້ມຂຶ້ນໃນວັນເສົາ ແລະ ວັນອາທິດ 8-9 ກໍລະກົດ 2023 ທີ່ຜ່ານມາ.ສຳລັບເທີມໃຫມ່ມີນ້ອງໆມາສະຫມັກ 150 ກວ່າຄົນ.
ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16) ຕິດຕໍ່ລົງທະບຽນ: 02052213030, 02097744940
ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ CHAMPI-CHAMPA FOOTBALL TRAINING CENTER
ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ. ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານ້ອງໆນັກຮຽນທີ່ມັກຮັກໃນກິລາບານເຕະ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
ຕິດຕໍ່ລົງທະບຽນ: 02052213030, 02097744940.
ສຕລຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ'' ຢ່າງເປັນທາງການ
ປະກາດຮັບສະໝັກນັກກິລາເຍົາວະຊົນ ເຂົ້າຮ່ວມກິດຈະກຳສະຫລອງວັນເດັກນ້ອຍສາກົນ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຈະໄດ້ຈັດກິດຈະກຳວັນກິລາບານເຕະ ສຕລ ( LFF FOOTBALL DAY ) ໃນວັນທີ 01 ມິຖຸນາ 2023 ຢູ່ທີ່ສູນພັດທະນາກິລາບານເຕະ
ຈຳປີ - ຈຳປາ, ສະຫນາມກິລາແຫ່ງຊາດ(ຫຼັກ16),ໃນຮຸ່ນອາຍຸລະຫວ່າງ 8-12 ປີ.
ຈຸດປະສົງຂອງການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ
ພ້ອມທັງເປີດໂອກາດໃຫ້ເຍົາວະຊົນລາວໄດ້ຫລິ້ນກິລາບານເຕະໃຫ້ມີຄວາມມ່ວນຊື່ນກັບການຫຼີ້ນກີລາ,ມີຄວາມຮັກແພງ, ມີນ້ຳໃຈນັກກິລາທີ່ກ້າວໜ້າ,ເພາະການຫຼີ້ນກິລາຍັງສ້າງໃຫ້ເຍົາວະຊົນໄດ້ມີສຸຂະພາບແຂງແຮງ ມັກຮັກໃນກິລາບານເຕະ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.
ເຊີນຊວນພໍ່ແມ່ຜູ້ປົກຄອງເດັກແນະນຳລູກຫຼານຂອງຕົນເອງສະໝັກເຂົ້າຮວ່ມກິດຈະກຳນີ້.
ເຍົາວະຊົນອາຍຸລະຫວ່າງ 8- 12 ປີ ສາມາດລົງທະບຽນ Onlineໄດ້ທີ່ລິ້ງດັ່ງກ່າວນີ໊:
https://docs.google.com/forms/d/e/1FAIpQLSf6is72gYSvLOC93Qj9skPCj1FfqFKZ6edZh9M4PPVsmvbIEw/viewform
ຕິດຕໍ່ລົງທະບຽນໄດ້ທີ່ເບີ:
02097744940, 02052213030
ສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 3 ແຂວງຈຳປາສັກ ເລີ້ມຈັດຕັ້ງປະຕິບັດ
ໃນຕອນເຊົ້າ ວັນທີ 22 ເມສາ 2023 ໄດ້ເລີ່ມເປີດການຝຶກສອນກິລາບານເຕະເຍົາວະຊົນ ຈໍາປີ-ຈຳປາ ແຫ່ງທີ່ 3 ຂື້ນທີ່ ສະໜາມກິລາບານເຕະຫຼັກ2 ແຂວງຈຳປາສັກ. ຈຸດປະສົງເພື່ອເປີດການຝຶກສອນພື້ນຖານກິລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນພາຍໃນແຂວງຈໍາປາສັກໃນແຕ່ລະຮຸ່ນ ເພື່ອສ້າງໃຫ້ນ້ອງໆເຍົາວະຊົນມີການພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
ປັດຈຸບັນແມ່ນມີ 3 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.
ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ສະໜາມກິລາບານເຕະແຂວງຈໍາປາສັກ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)
ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ:
020 76761212
020 99822800
ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023
ລາຍລະອຽດສຳລັບການເປີດເທີມໃໝ່ ສູນຝຶກບານເຕະຈຳປີຈຳປາ ເທີມ2 ປີ 2023
ໝາຍເຫດ:
- ສຳລັບນັກກິລາທີ່ເຄີຍລົງທະບຽນອອນໄລນ໌ໃນເທີມຜ່ານມາແລ້ວບໍ່ຈຳເປັນຕ້ອງລົງທະບຽນໃໝ່ ສາມາດມາແຈ້ງຊື່ເພື່ອສືບຕໍ່ເຂົ້າຮ່ວມໃນການຝຶກຊ້ອມເທີມທີ2 ໄດ້ເລີຍ.
- ນັກກິລາທີ່ມີຊຸດຊ້ອມເກົ່າຢູ່ແລ້ວແມ່ນສາມາດນຳໃຊ້ຊຸດຊ້ອມຈຳປີຈຳປາເກົ່າໃນການຝຶກຊ້ອມໄດ້.
ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ
ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ,ພາຍຫຼັງເປີດສອນຢ່າງເປັນທາງການ
ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.
ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.
#ChampiChampaFootballTrainingCenter #FIFATalentDevelopmentScheme
ເປີດສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 2
ໃນຕອນເຊົ້າ ວັນທີ 15 ມັງກອນ 2023 ໄດ້ມີພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 2 ຂຶ້ນທີ່ສະໜາມກິລາບານເຕະ ບ້ານນາຫຼວງ ແຂວງຫຼວງພະບາງ. ພາຍໃຕ້ການສະໜັບສະໜູນຈາກໂຄງການພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດ FIFA Talent Development Scheme, ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສຕລ, ທ່ານ ຄໍາປະສົງ ດິດຍະວົງ ຄະນະບໍລິຫານງານ ສຕຂ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ, ຕົວແທນນັກກິລາທີມຊາດລາວ U-19, ນັກກິລາເຍົາວະຊົນແຂວງຫຼວງພະບາງ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.
ທ່ານ ດຣ ໄຊຊະນະ ກ່າວວ່າ: ຈຸດປະສົງຂອງໂຄງການດັ່ງກ່າວແມ່ນເປີດໃຫ້ບັນດາເຍົາວະຊົນ ໄດ້ມີໂອກາດຝຶກຊ້ອມ ແລະ ຫຼິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂື້ນໄປສູ່ລະດັບທີມຊາດໃນອານາຄົດ.
ໂຄງການດັ່ງກ່າວແມ່ນເລີ່ມຝຶກແອບແຕ່ວັນທີ 10 ມັງກອນ 2023 ເປັນຕົ້ນມາ ເບື້ອງຕົ້ນມີນັກກິລາເຍົາວະຊົນເຂົ້າຮ່ວມຝຶກແອບ 56 ຄົນ ແລະ ມີຄູຝຶກ 4 ທ່ານ, ການຝຶກແອບແມ່ນຈະຝຶກແອບສະເພາະວັນເສົາ-ທິດ ເວລາ 7:30 ຫາ 9:30 ໂດຍແມ່ນທາງ ສຕລ ເປັນຜູ້ອອກຫຼັກສູດການຝຶກສອນໃຫ້ໃນແຕ່ລະທິດ.
#FIFATalentDevelopmentScheme
#ChampiChampaFootballTrainingCenter
#Luangprabangprovince