ຝຶກອົບຮົມກຳມະການຕັດສິນກຽມໃສ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 14 ກັນຍາ ນີ້

11/09/2024

        ຕອນເຊົ້າ ວັນທີ 11 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 PEPSI LAO LEGUE 1 SEASON 2024/2025 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຄະນະອະນຸກຳມະການຕັດສິນ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 40 ຄົນ ເປັນຍິງ 3 ຄົນ.

ໂອກາດນີ້, ທ່ານ ຄຳແພງ ວົງຂັນຕີ ໄດ້ຮຽກຮ້ອງໃຫ້ກຳມະການຕັດສິນທີ່ເຂົ້າຮວ່ມຝຶກອົບຮົມໃຫ້ເອົາໃຈໃສ່ກຳແໜ້ນຢ່າງລະອຽດກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ 2024.ການຝຶກອົບຮົມ,ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່ 2024ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3ວັນ,ຄືນັບແຕ່ວັນທີ 11 -13 ກັນຍາ 2024.

       ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2024/2025 ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ມາດສເຕີ

3. ສະໂມສອນ ກິລາບານເຕະ ເອສະຣາ

4. ສະໂມສອນ ກິລາບານເຕະ ກອງທັບ

5. ສະໂມສອນ ກິລາບານເຕະ ຫຼວງພະບາງ

6. ສະໂມສອນ ກິລາບານເຕະ ຈຳປາສັກ

7. ສະໂມສອນ ກິລາບານເຕະ ນໍ້າທາ

8. ສະໂມສອນ ກິລາບານເຕະ ວຽງຈັນ

         ໃນການແຂ່ງຂັນຈະໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມ ກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

         ຮູບແບບການແຂ່ງຂັນແມ່ນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

        ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາດສເຕີ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).