News about Champi-Champa Training Center
ອອກມາຂະຫຍັບຮ່າງກາຍ World Football Week 2026
ວັນທີ 24 ພຶດສະພາ 2026 ທີ່ຜ່ານມາ ຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກິດຈະກຳ '' ອອກມາຂະຫຍັບຮ່າງກາຍ World Football Week 2026 '' ມີເຍົາວະຊົນຈາກສູນຝຶກ ຈຳປີ - ຈຳປາ ເຂົ້າຮ່ວມທັງຫມົດ 188 ຄົນເປັນຍິງ 18 ຄົນ.
ສຳລັບຈຸດປະສົງໃນການຈັດຄັ້ງນີ້ແມ່ນກໍເພື່ອຕັອນຮັບການແຂ່ງຂັນບານເຕະໂລກ, ສ້າງໃຫ້ເຍົາວະຊົນມັກຮັກກິລາບານເຕະໃຫ້ຫລາຍຂຶ້ນ, ເຍົາວະຊົນຕ້ອງການເວລາ 60 ນາທີ.
ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth
ວັນທີ 06 ເມສາ 2026 ເວບໄຊ ທາງການ ສະຫະພັນບານເຕະອາຊີ ໄດ້ເປີດເຜີຍວ່າ ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth, ໂດຍລາງວັນດັ່ງກ່າວແມ່ນໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານທີ່ ສປປ ລາວ ໃນລະຫວ່າງ ວັນທີ 6 - 8 ມີນາ 2026.
ອີງຕາມແຜນຍຸດທະສາດຂອງ ສຕລ ວ່າດ້ວຍແຜນພັດທະນາບານເຕະເຍົາວະຊົນທີ່ໄດ້ປະກາດໃນປີ 2023, ເຊິ່ງໃນໄລຍະ 2 ປີຜ່ານມາ (2024-2025) ຜົນງານທີ່ພົ້ນເດັ່ນແມ່ນການສ້າງການແຂ່ງຂັນລີກເຍົາວະຊົນຂຶ້ນໃນ ປີ 2024 ພ້ອມທັງໂຄງການ Champa-Champi Elite, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາຄວາມສາມາດຂອງ FIFA (FIFA Talent Development Scheme ຫລື ຮ້ອງສັ້ນໆກັນວ່າ FIFA TDS).
ສູນ Champa-Champi Elite ໄດ້ກາຍເປັນສູນກາງທີ່ສຳຄັນສຳລັບການຝຶກອົບຮົມ ແລະ ພັດທະນານັກກິລາບານເຕະ ແລະ ການແຂ່ງຂັນລະດັບຮາກຖານທີ່ກຳລັງດຳເນີນຢູ່ແມ່ນຈັດຂຶ້ນສຳລັບນັກກິລາອາຍຸລະຫວ່າງ 7-16 ປີ ເພື່ອສ້າງໂອກາດ ແລະ ປະສົບການຕົວຈິງໃຫ້ນ້ອງນັກກິລາໄດ້ສະແດງຄວາມສາມາດ ແລະ ເຂົ້າໃຈກະຕິກາການແຂ່ງຂັນບານເຕະຢ່າງເລິກເຊິ່ງ.
ນອກເໜືອຈາກການສ້າງເງື່ອນໄຂໃຫ້ນັກກິລາ, ລະບົບດັ່ງກ່າວຍັງຊ່ວຍໃຫ້ຄູຝຶກບານເຕະ ສາມາດພັດທະນາທັກສະຂອງເຂົາເຈົ້າຜ່ານວິທີການຝຶກອົບຮົມທີ່ທັນສະໄໝ, ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບເກມ, ແລະ ອະນຸຍາດໃຫ້ເຂົາເຈົ້າສ້າງວິທີການເຮັດວຽກຂອງຕົນເອງພາຍໃນຂອບການເຮັດວຽກທີ່ສອດຄ່ອງກັບວິໄສທັດໄລຍະຍາວຂອງ ສຕລ,
ຜູ້ຊ່ຽວຊານຈາກ AFC ໄດ້ຊົມເຊີຍວຽກງານການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະສູນຝຶກອົບຮົມກິລາບານເຕະ ຢູ່ ຫຼັກ 16 ຫລື ຮູ້ຈັກໃນນາມ ສູນຝຶກບານເຕະ ຈໍາປີ-ຈໍາປາ, ເຊິ່ງສະໜອງສະພາບແວດລ້ອມແບບມືອາຊີບສຳລັບນັກກິລາບານເຕະຊາວໜຸ່ມທັງຊາຍ ແລະ ຍິງ. ສູນດັ່ງກ່າວ ປະກອບມມີສະຫນາມກິລາຂະຫນາດມາດຕະຖານ 2 ສະຫນາມ, ສະຫນາມນ້ອຍ 2 ສະໜາມ, ສູນອອກກຳລັງກາຍ ແລະ ຫໍພັກນັກກິລາ ທີ່ສາມາດຮອງຮັບນັກກິລາໄດ້ພ້ອມກັນບໍ່ຕໍ່າກວ່າ 120 ຄົນ.
ເນື່ອງໃນໂອກາດອັນດີທີ່ໄດ້ຮັບການຍົກລະດັບຈາກ AFC, ທ່ານ ວິເພັດ ສີຫາຈັກຣ, ປະທານ ສຕລ ໄດ້ກ່າວວ່າ: “ໃນນາມ ສຕລ, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຍອມຮັບ ພາຍໃຕ້ໂຄງການ AFC Elite Youth, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການເສີມສ້າງພື້ນຖານໂຄງລ່າງການພັດທະນາຊາວໜຸ່ມຂອງພວກເຮົາ ແລະ ສ້າງເສັ້ນທາງທີ່ຍືນຍົງສຳລັບນັກກິລາໄວໜຸ່ມ. ນີ້ແມ່ນບາດກ້າວທີ່ສຳຄັນສຳລັບ ສຕລ ແລະ ຈະກະຕຸ້ນພວກເຮົາໃຫ້ປັບປຸງໂຄງການດ້ານວິຊາການ, ມາດຕະຖານການຝຶກສອນ, ແລະ ກິດຈະກຳບານເຕະລະດັບຮາກຖານຂອງພວກເຮົາໃຫ້ສູງຍິ່ງໆຂຶ້ນໄປ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະເຮັດວຽກຢ່າງໃກ້ຊິດກັບ AFC ເພື່ອເສີມຂະຫຍາຍລະບົບບານເຕະຊາວໜຸ່ມຂອງພວກເຮົາ ແລະ ສ້າງໂອກາດໃຫ້ນັກກິລາລາວໄດ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.”
ການແຂ່ງຂັນ ບານເຕະເຍົາວະຊົນ ສຕລ ປະຈຳປີ 2026 ແມ່ນແຂ່ງຂັນທຸກໆວັນເສົາ ແລະ ວັນອາທິດ ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ຈຳປີ - ຈຳປາ ສະຫນາມກິລາແຫ່ງຊາດຫຼັກ 16 ເຊິ່ງບັນຍາກາດແຂ່ງຂັນໃນແຕ່ລະອາທິດເຕັມໄປດ້ວຍບັນຍາກາດຟົດຟື້ນ.
ສຳເລັດການແຂ່ງຂັນເຕະບານເຍົາວະຊົນ ຊີງຂັນ ສຕລ ປະຈຳປີ 2025
ວັນທີ 08 ພະຈິກ 2025 ທີ່ຜ່ານມາ ທີ່ ສູນຝຶກກິລາບານເຕະ ຈຳປີ-ຈຳປາ (ສະຫນາມກິລາຫຼັກ 16) ໄດ້ມີພິທີປິດການແຂ່ງຂັນບານເຕະເຍົາວະຊົນ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະຈຳປີ 2025 “LFF Youth Football Competitions” ໃຫ້ກຽດເຂົ້າຮ່ວມພິທີມອບລາງວັນໂດຍ ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ຊຸນດຣໍາ (Sundram Moorthy), ຫົວໜ້າພະແນກເຕັກນິກວິທະຍາ, ທ່ານ ເຮີມັນ (Herman Zalaini) ຫົວໜ້າພັດທະນາຄູຝຶກ ສຕລ ພ້ອມດ້ວຍຄະນະຄູຝຶກ, ທີມນັກກິລາ, ຜູ້ປົກຄອງ ແລະ ແຟນບານເຂົ້າຮ່ວມ.
ການແຂ່ງຂັນບານເຕະເຍົາວະຊົນ ຊີງຂັນ ສຕລ ປະຈຳປີ 2025 ເປັນການແຂ່ງຂັນບານເຕະ 5 ຮຸ່ນອາຍຸ ຄື: ຮຸ່ນອາຍຸບໍ່ເກີນ U10 ຊາຍ, U12 ຊາຍ, U14 ຊາຍ, U16 ຍິງ ແລະ ຊາຍ.
ຜ່ານການແຂ່ງຂັນສາມາດສະຫລຸບລາງວັນແຕ່ຮຸ່ນອາຍຸໄດ້ດັ່ງນີ້:
+ U10 ຊາຍ
- ອັນດັບ 1 ທີມມະຫາວິທະຍາໄລແຫ່ງຊາດ
- ອັນດັບ 2 ສູນຝຶກບານເຕະ ພົມມະທັດ
- ອັນດັບ 3 ສູນຝຶກບານເຕະ ຄໍາໃສ
+ U12 ຊາຍ
- ອັນດັບ 1 ສູນຝຶກບານເຕະ ເບສະຫວັນ
- ອັນດັບ 2 ສະໂມສອນ ມັດສະດ້າ ຈີບີ
- ອັນດັບ 3 ສູນຝຶກບານເຕະ ພົມມະທັດ
+ U 14 ຊາຍ
- ອັນດັບ 1 ສະໂມສອນ ເອສະຣາ
- ອັນດັບ 2 ສະໂມສອນ ເຟຣນຊິບ
- ອັນດັບ 3 ສູນຝຶກບານເຕະ ເບສະຫວັນ
+ U 16 ຊາຍ
- ອັນດັບ 1 ສະໂມສອນ ເອສະຣາ
- ອັນດັບ 2 ສະໂມສອນ ເອັສທີທີ
- ອັນດັບ 3 ສູນຝຶກບານເຕະ ຈໍາປີ-ຈໍາປາ
+ U 16 ຍິງ
- ອັນດັບ 1 ສະໂມສອນ ເອັສອີຊີ ຢູໄນເຕັດ
- ອັນດັບ 2 ສະໂມສອນ ມາດສເຕີ້
- ອັນດັບ 3 ສູນຝຶກບານເຕະ ຈໍາປີ-ຈໍາປາ
ສຳລັບຈຸດປະສົງຂອງການແຂ່ງຂັນບານເຕະເຍົາວະຊົນ ຊິງຂັນ ສຕລ ປະຈຳປີ 2025 ກໍ່ເພື່ອພັດທະນາໃຫ້ນັກກິລາໄດ້ຮັບປະສົບການຕົວຈີງຈາກການແຂ່ງຂັນ ພາຍຫຼັງທີ່ໄດ້ມີການຝຶກຊ້ອມມາໄລຍະໜຶ່ງ ພ້ອມດຽວກັນ, ກໍ່ເພື່ອພັກດັນໃຫ້ນັກກິລາຮູ້ຈັກວາງແຜນ ແລະ ກົນລະຍຸນການຫຼິ້ນພາຍໃຕ້ຄວາມກົດດັນ, ສ້າງສາຍສຳພັນ ຄວາມສາມັກຄີລະຫວ່າງນັກກິລາເຍົາວະຊົນຕ່າງສະໂມສອນ ແລະ ສູນຝຶກ ເພື່ອແລກປ່ຽນມິດຕະພາບ, ຮຽນຮູ້ການເຂົ້າສັງຄົມ ແລະ ທີ່ສຳຄັນແມ່ນຮຽນຮູ້ທີ່ຈະແພ້ ແລະ ຊະນະ ເພື່ອກະກຽມຄວາມເຂັ້ມແຂງ ທາງດ້ານຮ່າງກາຍ ແລະ ຈິດໃຈກ່ອນຈະກ້າວເຂົ້າສູ່ທີມລະດັບໃຫຍ່ໃນອະນາຄົດ.
U10 ສູນຝຶກບານເຕະ ຈໍາຈຳປີ - ຈໍາຈຳປາ ໄດ້ອັນດັບ 2 ຈາກການແຂ່ງຂັນບານເຕະເຍົາວະຊົນ ສິງກາ ຄຣັບ ທີ່ ປະເທດ ສິງກະໂປ
ລະຫວ່າງວັນທີ 01-04 ພະຈິກ 2025 ທີ່ຜ່ານມາ, ທີມເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີຫຼື U10 ຂອງ ສູນຝຶກບານເຕະຈຳປີ - ຈຳປາ ຈຳນວນ 11 ຄົນ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະ ສິງກາ ຄຣັບ ( Singa Cup – Asia's Premier International Youth Football Tournament ) ທີ່ ປະເທດ ສິງກະໂປ ໂດຍມີ 35 ສະໂມສອນ ຈາກ 7 ປະເທດ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ຜົນການແຂ່ງຂັນ ທີມ U10 ຈາກສູນຝຶກບານເຕະ ຈໍາປີ - ຈໍາປາ ສາມາດສ້າງຜົນງານໂດດເດັນແລະ ຄວ້າໄດ້ອັນດັບ 2 ໂດຍໃນນັດຊີງຊະນະເລີດແມ່ນເສຍໃຫ້ ສະໂມສອນ ອິນຟີນີຕີ ເອັຟຊິີ (Infinity FC) ຈາກປະເທດມາເລເຊຍ ດ້ວຍຄະແນນ 0 ປະຕູຕໍ່ 2, ຜົນງານໃນຮອບແບ່ງກຸ່ມ ແຂ່ງຂັນ 4 ນັດ ຊະນະ 2 ນັດ, ສະເຫມີ 2 ນັດ ມີ 8 ຄະແນນ ເປັນອັນດັບ 2 ຂອງກຸ່ມ, ຮອບ 16 ທີມສຸດທ້າຍ ເອົາຊະນະ Lion City Sailors Football Academy A ຈາກປະເທດສິງກະໂປ 6 ປະຕູຕໍ່ 0, ຮອບ 8 ທີມສຸດທ້າຍ ເອົາຊະນະ Woodleigh FC 1 ຈາກ ປະເທດສິງກະໂປ ດ້ວຍການຊະນະດວນຈຸດໂທດ 2 ປະຕູຕໍ່ 3 ຫຼັງຈາກເວລາປົກກະຕິສະເຫມີ 1 ປະຕູຕໍ່ 1, ຮອບຮອງຊະນະເລີດ ເອົາຊະນະ Gamalama Youth Situbondo All Star ຈາກປະເທດອິນໂດເນເຊຍ 3 ປະຕູຕໍ່ 1, ຂະນະທີ່ລາງວັນປະເພດບຸກຄົນ ນັກເຕະດີເດັ່ນປະຈຳລາຍການແຂ່ງຂັນ U10 ຄັ້ງນີ້ ແມ່ນເປັນຂອງ ທ້າວ ສາຍໃຈ ວິໄລສອນ (ຈິມມີ້) ນັກເຕະຈາກ ສູນຝຶກບານເຕະ ຈຳປີ - ຈຳປາ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ໂດຍສາມາດຍິງໄດ້ທັງໝົດ 8 ປະຕູ.
ມາຮອດປັດຈຸບັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ເປີດສູນຝຶກບານເຕະ ຈໍາປີ - ຈໍາປາ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 5 ແຫ່ງ ຄື:
1. ສູນຝຶກບານເຕະ ຈໍາປີ - ຈໍາປາ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ,
2. ສູນຝຶກບານເຕະ ຈໍາປີ - ຈໍາປາ ສະຫນາມກິລາຫຼັກ 16, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ,
3. ສູນຝຶກບານເຕະ ຈຳປີ - ຈຳປາ ເມືອງ ທ່າແຂກ, ແຂວງ ຄຳມ່ວນ,
4. ສູນຝຶກບານເຕະ ຈໍາປີ - ຈໍາປາ ນະຄອນປາກເຊ, ແຂວງ ຈໍາປາສັກ,
5. ສູນຝຶກບານເຕະ ຈໍາປີ - ຈໍາປາ ເມືອງ ຫຼວງນ້ຳທາ, ແຂວງ ຫຼວງນໍ້າທາ
ສະຫະພັນບານເຕະແຫ່ງຊາດລາວ ສຳເລັດ ການຝຶກອົບຮົມຄູຝຶກບານເຕະ ສູນຈຳປີ - ຈຳປາ ທົ່ວປະເທດ ປະຈຳປີ 2025
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະ ສູນຈໍາປີ - ຈໍາປາ ທົ່ວປະເທດ ປະຈຳປີ 2025, ເຊິ່ງພິທີປິດການຝຶກອົບຮົມໄດ້ຈັດຂຶ້ນຢູ່ທີ່ ສຳນັກງານໃຫຍ່ ສຕລ ທີ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດ 13 ທ່ານ ຈາກ ສູນຝຶກຈໍາປີ-ຈໍາປາ ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ຄຳມ່ວນ, ສາລະວັນ ແລະ ຈຳປາສັກ.
ການຝຶກອົບຮົມແມ່ນຈັດຂຶ້ນລະຫວ່າງວັນທີ 30 ກັນຍາ ຫາ 02 ຕຸລາ 2025, ເຊິ່ງຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ທັງພາກທິດສະດີ ແລະການລົງປະຕິບັດຕົວຈິງ, ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ສະຫະພັນບານເຕະນານາຊາດ FIFA ພາຍໃຕ້ໂຄງການ FIFA TALENT DEVELOPMENT SCHEME (FIFA TDS).ສຳລັບຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນການຊອກຫາບັນຫາ ແລະ ວິທີການແກ້ໄຂບັນຫາທີ່ແທດເໝາະໃນການສ້າງແຜນການຝຶກຊ້ອມທີ່ມີຄວາມຄິດສ້າງສັນ, ສ້າງຄວມໝັ້້ນໃຈໃຫ້ຄູຝຶກເພື່ອນຳພານັກກິລາໃນການຝຶກຊ້ອມ, ວິທີການທົບທວນຄືນ ແລະ ປັບປຸງ ເພື່ອພັດທະນາການສອນໃຫ້ດີຍິ່ງຂື້ນ.
ພາຍຫຼັງສຳເລັດການຝຶກອົບຮົມ, ຄູຝຶກຈະໄດ້ນຳເອົາທິດສະດີ ແລະ ບົດຮຽນຕົວຈິງທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ນໍາໄປຈັດຕັ້ງປະຕິບັດການສອນໃຫ້ນັກກິລາໃນສູນຝຶກຂອງຕົນເອງ ເພື່ອພັດທະນານັກກິລາພອນສະຫວັນໃນສູນຝຶກ ຈຳປີ-ຈຳປາ ກ້າວສູ່ການເປັນນັກກິລາທີມຊາດລາວໃນອະນາຄົດ.
ເຍົາວະຊົນຈາກ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ສ້າງຜົນງານເດັ່ນຢູ່ ສປ ຈີນ
ຈາກການລາຍງານຂອງ ທ່ານ ສອນສິນ ຈັນທະວົງ ຜູ້ຈັດການທີມ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ໄດ້ລາຍງານໃຫ້ຮູ້ວ່າ: ສະໂມສອນ ນໍ້າທາ ຢູໄນເຕັດໄດ້ສົມທົບກັບສະຫະພັນບານເຕະແຂວງ ໄດ້ຄັດເລືອກນັກກິລາຈາກສູນຈໍາປີ-ຈໍາປາແຂວງຫລວງນໍ້າທາ ມີ U8 ປີ, U9 ປີ ແລະ U12 ປີ ເພື່ອເຂົ້າຮ່ວມ ລາຍການແຂ່ງຂັນ ບານເຕະເຍົາວະຊົນ-ຊາວໜຸ່ມ ແລກປ່ຽນວັດທະນາທຳ 3 ປະເທດ ປະກອບມີ: ລາວ, ໄທ, ສປ ຈີນ (ເຈົ້າພາບ) ແຂ່ງຂັນທີ່ສິບສອງພັນນາ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2025 ທີ່ຜ່ານມາ. ການແຂ່ງຂັນແມ່ນມີທັງຫມົດ 4 ຮຸ່ນອາຍຸຄື: U8, U9, U10, U12 ປີ ຮູບແບບແຂ່ງຂັນພົບກັນຫມົດ ເອົາທີມຄະແນນດີທີ່ສຸດເປັນແຊ້ມ, ສະໂມສອນ ນໍ້າທາ ຢູໄນເຕັດ ສົ່ງເຂົ້າຮ່ວມ 3 ລາຍການຄື: U8 ປິ, U9 ປິ ແລະ U12 ປິ ຜົນການແຂ່ງຂັນປະກົດວ່າ:
- U8 ປີ ແຂ່ງຂັນ 8 ນັດ ຊະນະ 8 ນັດ ມີ 24 ຄະແນນ ໄດ້ຊະນະເລີດ
- U9 ປີ ແຂ່ງຂັນ 7 ນັດ ຊະນະ 7 ນັດ ມີ 21 ຄະແນນ ໄດ້ຊະນະເລີດ
- U12 ປີ ລົງແຂ່ງຂັນ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ ໄດ້ຮອງຊະນະເລີດ.
ນັກກິລາຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ຍັງໄດ້ຮັບລາງວັນນັກຮັບດີເດັ່ນທັງ 3 ລາຍການ ແລະ ນັກເຕະດີເດັ່ນຮຸ່ນອາຍຸ 9 ປີ, ຫລັງຈາກການແຂ່ງຂັນບານເຕະ ສຳເລັດແລ້ວ ນັກກິລາທັງ 3 ຮຸ່ນອາຍຸ ຍັງໄດ້ສະແດງຟ້ອນມວຍລາຍລາວ ເພື່ອເປັນການແລກປ່ຽນວັດທະນາທຳຂອງ ສປປ ລາວ ໃຫ້ຊາວຕ່າງຊາດໄດ້ເຫັນເຖິງວັດທະນະທຳລາວ.
ທ່ານ ຢົງຮົ່ວ ລັງສີ ຮອງປະທານ ສະໂມສອນ ກິລາບານເຕະ ນໍ້າທາ ທັງເປັນຄະນະນຳທີມໄດ້ ນຳພານັກກິລາເຍົາວະຊົນຈາກແຂວງຫຼວງນໍ້າທາ ເຂົ້າຮ່ວມການແຂ່ງຂັນນີ້ກໍເພື່ອ ເຮັດໃຫ້ນັກກິລາມີປະສົບການ ການຫລີ້ນເພີາມຂື້ນ, ມີລະບຽບວິໃນ ແລະ ຮູ້ຮັບຜີດຊອບຕົນເອງ, ເພື່ອໃຫ້ເຍົາວະຊົນພາຍໃນແຂວງຫຼວງນໍ້າທາ ໄດ້ແລກປ່ຽນທາງດ້ານເຕັກນິກ ເພື່ອໄປພັດທະນາຕົວເອງ, ເພື່ອເປັນການຜູກແຫນ້ນຄວາມສາມັກຄີ ລະຫວ່າງ 3 ປະເທດ ລາວ- ໄທ - ສປ ຈີນ ແລະ ເປັນການແລກປ່ຽນດ້ານວັດທະນາທຳ - ສີນລະປະທັງ 3 ປະເທດ. ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ແມ່ນ ສ້າງຕັ້ງສະໂມສອນ ໃນປີ 2023.
ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຄຳມ່ວນ 97 ຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ
ໃນລະຫວ່າງວັນທີ 28 ກຸມພາ ຫາ 02 ມີນາ 2025 ທີ່ຜ່ານມາ ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈຳປີຈຳປາ ແຂວງຄຳມ່ວນ ທີ່ສະໜາມກິລາບານເຕະແຂວງຄຳມ່ວນ ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກແຂວງຄຳມ່ວນ ແມ່ນໄດ້ຈຳນວນ 20 ຄົນ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຄຳມ່ວນ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ. ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດໄດ້ ທັງໝົດ 6 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານແຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ, ສູນຝຶກຈຳປີຈຳປາ ເມືອງທ່າແຂກ ແຂວງຄຳມ່ວນ, ສູນຝຶກຈຳປີຈຳປາ ເມືອງປາກຊັນ ແຂວງບໍລິຄໍາໄຊ. ສະຫລຸບຈຳນວນການຄັດເລືອກໃນແຕ່ລະແຂວງສາມາດສະຫລຸບໄດ້ດັ່ງນີ້: ແຂວງຈຳປາສັກ ຄັດເລືອກໄດ້ 20 ຄົນ, ແຂວງສາລະວັນ ຄັດເລືອກ ໄດ້ 27 ຄົນ, ແຂວງຫຼວງນໍ້າທາ ຄັດເລຶືອກໄດ້ 13 ຄົນ ແລະ ແຂວງຄໍາມ່ວນ ຄັດເລືອກໄດ້ 20 ຄົນ.
ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຫຼວງນໍ້າທາ 110 ຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ
ເຍົາວະຊົນ ສາລະວັນ 130 ກວ່າຄົນ ຮ່ວມຄັດເລືອກ ກ້າວສູ່ນັກກິລາທີມຊາດໃນອະນາຄົດ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງສາລະວັນ ຈຳນວນ 130 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນໄດ້ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງສາລະວັນ ເພື່ອພັດທະນາກາຍເປັນນັກກິລາດິເດັ່ນປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 12-14 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ສືບຕໍ່ເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນຈໍາປີຈຳປາ ແຂວງສາລະວັນ ທີ່ພາຍຫຼັງສຳເລັດໂຄງການດັ່ງກ່າວ ທີ່ແຂວງຈຳປາສັກ (8-10 ກຸມພາ) ເພື່ອເລືອກເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ໃນຈຳນວນ 22 ຄົນ ຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງສາລະວັນ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.ໃນໂອກາດດັ່ງກ່າວ, ທາງ ສຕລ ກໍຍັງໄດ້ມອບອຸປະກອນບານເຕະຈຳນວນຫຼາຍລາຍການໃຫ້ທາງສະຫະພັນບານເຕະແຂວງສາລະວັນ ເພື່ອນຳໄປພັດທະນານັກກິລາເຍົາວະຊົນອີກດ້ວຍ.
ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສຕລ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມ,ເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງສະພາບແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ມາຮອດປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເມືອງປາກຊັນ ແຂວງບໍລິຄໍາໄຊ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານເຕະຈໍາປີຈໍາປາ ແຂວງສາລະວັນ, ສູນຝຶກບານເຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ແຂວງຄຳມ່ວນ.
ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ ຕື່ມອີກ.
ຢູ-16 ສູນຝຶກຈໍາປີຈໍາປາ ແຂວງຈຳປາສັກ 170 ກວ່າຄົນ ຮ່ວມຄັດເລືອກນັກກິລາເຍົາວະຊົນພອນສະຫວັນດີເດັ່ນ ກ້າວສູ່ທີມຊາດໃນອະນາຄົດ ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ
ນັກກິລາຮຸ່ນອາຍຸບໍ່ເກີນ 16 ປີ ຫຼື ຢູ-16 ທີ່ເກີດໃນປີ 2009-2010 ພາຍໃນແຂວງຈຳປາສັກ ແລະ ແຂວງອ້ອມຂ້າງ ຈຳນວນ 170 ກວ່າຄົນ ຜູ້ທີ່ມີພອນສະຫວັນດີເດັ່ນ ເຂົ້າຮ່ວມຄັດເລືອກກັບສູນຝຶກກິລາບານເຕະຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ.
ໃນລະຫວ່າງວັນທີ 8-10 ກຸມພາ 2025 ພະແນກເຕັກນິກວິທະຍາ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໂດຍ ທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກບານເຕະເຍົາວະຊົນທີມຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຄັດເລືອກນັກກິລາເຍົາວະຊົນຜູ້ມີພອນສະຫວັນ ປະຈຳສູນຝືກອົບຮົມກິລາບານເຕະເຍົາວະຊົນປຳປີຈຳປາ ແຂວງຈຳປາສັກ ທີ່ສະໜາມກິລາບານແຂວງຈຳປາສັກ ໃນເທສະບານ ນະຄອນ ປາກເຊ (ຫຼັກ2) ເພື່ອເຟັ້ນຫານັກກິລາຜູ້ທີ່ມີພອນສະຫວັນໃນດ້ານກິລາບານເຕະ ອາຍຸບໍ່ເກີນ 16 ປີ (ເກີດໃນປີ 2009-2010) ຊຶ່ງຜູ້ທີ່ຜ່ານການຄັດເລືອກ ແມ່ນຈະໄດ້ມາຝຶກແອບຝຶກຊ້ອມປະຈໍາຢູ່ສູນຝຶກຈຳປີຈຳປາ ແຂວງຈຳປາສັກ ເພື່ອປູເສັ້ນທາງກ້າວສູ່ນັກກິລາທີມຊາດ ຮຸ່ນເຍົາວະຊົນ ໃນອະນາຄົດ. ສຳລັບສູນພັດທະນາກິລາບານເຕະຈຳປີຈຳປາ ສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພັນບານເຕະໂລກ ຫຼື FIFA ພາຍໃຕ້ໂຄງການ ພັດທະນາ ທັກສະຄວາມສາມາດ ຫຼື TALENT DEVELOPMENT SHCEEM ແນໃສ່ການພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະເຍົາວະຊົນລາວ ເວົ້າລວມເວົ້າສະເພາະແມ່ນເຍົາວະຊົນພາຍໃນທ້ອງຖິ່ນ ໃຫ້ມີທັກສະການຫຼິ້ນກິລາບານຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ຊຶ່ງເລີ່ມເປີດຝຶກສອນແຕ່ຮຸ່ນອາຍຸ 10 ປີ, 12 ປີ, 14 ປີ ແລະ 15 ປີ, ໂດຍນໍາໃຊ້ ຫຼັກການຂອງ ສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກຜູ້ນໍາຊ່ຽວຊານ ແລະ ສິດສອນໄດ້ຮັບການຝຶກອົບຮົມ. ນອກນັ້ນ, ຍັງມີການສ້າງແວດລ້ອມໃນການຝຶກແອບທີ່ດີໃຫ້ນັກກິລາໃຫ້ມີຄວາມປອດໄພ ແລະ ມ່ວນຊື່ນ ອີກດ້ວຍ.
ໃນປັດຈຸບັນ ສຕລ ສາມາດເປີດສູນຝຶກກິລາບານເຕະຈໍາປີຈໍາປາ ໃນຂອບເຂດທົ່ວປະເທດ ທັງໝົດ 5 ແຫ່ງ ຄື: ສູນຝຶກຈໍາປີຈໍາປາ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສູນຈໍາປີຈໍາປາ ຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຝຶກຈໍາປີຈໍາປາ ນະຄອນປາກເຊ ແຂວງຈໍາປາສັກ, ສູນຝຶກບານແຕະຈໍາປີຈໍາປາ ເມືອງຫຼວງນ້ຳທາ ແຂວງຫຼວງນ້ໍາທາ ແລະ ສູນຝຶກຈຳປີຈຳປາ ເມືອງປາກຊັນ ແຂວງບໍລິຄໍາໄຊ. ສຳລັບແຜນພັດທະນາສູນຝຶກຈຳປີຈຳປາ ໃນຕໍ່ໜ້າທາງ ສຕລ ຍັງຈະໄດ້ສືບຕໍ່ລົງເຄື່ອນໄຫວຄັດເລືຶອກນັກກິລາຢູ່ທີ່ແຂວງສາລະວັນ ໃນລະຫວ່າງວັນທີ 12-15 ກຸມພາ 2025 ຕື່ມອີກ.
U15 ປີ ທີມຍິງ ມາສເຕີ ເອັຟຊີ ຟອມເດັ່ນ! ຍິງ 30 ປະຕູ ຈາກ 5 ນັດ ຄວ້າແຊ້ມເຕະບານຍິງ 15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024
ການແຂ່ງຂັນເຕະບານເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 ໄດ້ແກ່ : ສະໂມສອນ ເມາສເຕີ ເອັຟຊີ ແຂ່ງ 5 ນັດ ຊະນະ 4 ສະເໝີ 1 ຍິງໄດ້ເຖິງ 30 ປະຕູ ເສຍພຽງ 3 ປະຕູ ມີ 13 ຄະແນນ ໄດ້ແຊ້ມເໝືອນກັບ ທີມຍິງຊຸດໃຫຍ່ ທີ່ຄອງແຊ້ມລີກສູງສຸດຄັ້ງທຳອິດໃນປີນີ້.
🥈ອັນດັບທີ 2 : ສະໂມສອນ ຈຳປີ-ຈຳປາ ຫ້ວຍຫົງ ມີ 8 ຄະແນນ ຈາກ 5 ນັດ
🥉ອັນດັບທີ 3 : ສະໂມສອນ ສະປີດ ເອັຟຊີ ເກັບໄດ້ 8 ຄະແນນ ຈາກ 5 ນັດ ປະຕູໄດ້ເສຍໜ້ອຍກວ່າ ຈຳປີ-ຈຳປາ ຫ້ວຍຫົງ 2 ປະຕູ.
U14 ປີ ເອສະຣາ ຊະນະ 6 ສະເໝີ 1 ຄວ້າແຊ້ມເຕະບານຊາຍ U14 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024
ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 14 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ສຳເລັດລົງໃນທ້າຍອາທິດຜ່ານມາ 🏆🥇 ອັນດັບທີ 1 : ສະໂມສອນ ເອສະຣາ ຜົນງານໄຮ້ປະລາໄຊ 7 ນັດ ຊະນະ 6 ສະເໝີ 1 ຍິງໄດ້ 21 ປະຕູ ເສຍ 6 ປະຕູ ມີ 19 ຄະແນນ.
🥈ອັນດັບທີ 2 : ສະໂມສອນ ພີເຄພີ ຫລວງພະບາງ ມີ 15 ຄະແນນ ຈາກ 7 ນັດ
🥉ອັນດັບທີ 3 : ສະໂມສອນ ເອັສທີທີ ເອັຟຊີ ເກັບໄດ້ 13 ຄະແນນ ຈາກ 7 ນັດ