Referees

Referees

News about Referees

News Cover

ຈັດຝຶກອົບຮົມກຳມະການຕັດສິນ ຟີຟາ ຮຸ່ນສືບທອດ FIFA MA YOUNG REFEREE COURSE

13/10/2026

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມກຳມະການຕັດສິນຟີຟາ ຮຸ່ນສືບທອບ FIFA MA YOUNG REFEREE COURSE ຂື້ນໃນຕອນເຊົ້າຂອງ ວັນທີ 13 ຕຸລາ 2026 ໂດຍໃຫ້ກຽດເຂົ້ຮ່ວມພິທີເປີດມີທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຕັດສິນ ສຕລ, ທ່ານ MOHAMAD RODZALI BIN YACOB ຄູຝຶກຈາກສະຫະພັນບານເຕະນາໆຊາດ ( FIFA )ແລະທ່ານ ນາງ SACHIKO YAMAGISHI. 


       ​ໃນພິທີທ່ານຄຳແພງວົງຂັນຕີໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຮໍ່າຮຽນ,ຍາດເອົາຄວາມຮູ້ຈາກວິທະຍາກອນເພື່ອຮັບເອົາບົດຮຽນໄປພັດທະນາຕົນເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນໃນລະດັບເອເອັຟຊີ,ຟີຟາໃນ ຕໍ່ຫນ້າ, ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງມີຈັນຍາບັນໃນການຕັດສິນການແຂ່ງຂັນລາຍການຕ່າງໆ.


​ການຝຶກອົບຮົມຄັ້ງນີ້ມີ ສຳມະນາກອນເຂົ້າຮວ່ມທັງຫມົດ 20 ທ່ານ ເປັນຍິງ 5ທ່ານ, ໃນນັ້ນມີຜູ້ປະເມີນ 9 ທ່ານ,ເຊິ່ງຖືວ່າເປັນການຈັດຂຶ້ນເປັນຄັ້ງທຳອິດ ແລະ ຈະໃຊ້ເວລາຝຶກອົບຮົມ 5 ວັນ ເລີ່ມວັນທີ 13-17 ຕຸລາ 2026 ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ນອກນັ້ນຈະໄດ້ມີການທົດສອບພາລະກໍາລັງ.


ຂ່າວ:ທິບພະກອນ ພະກາສີ

News Cover

ຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະລະດັບສູງ

27/04/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມຍົກລະດັບກໍາມະການຕັດສິນກິລາບານ ເຕະ ລະດັບສູງ ປະຈຳປີ 2026 (FIFA MA REFEREEING COURSE 2026) ລະຫວ່າງ ວັນທີ 27 ເມສາ ຫາ 1 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມຂອງ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຄູຝຶກສອນຈາກ ສະຫະພັນບານເຕະນາໆຊາດ (FIFA) ແຂກຖືກເຊີນ, ຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະນາກອນເຂົ້າຮ່ວມທັງຫມົດ 34 ທ່ານ (ຍິງ 2 ທ່ານ).

         ການຝຶກອົບຮົມຄັ້ງນີ້, ແມ່ນໜຶ່ງໃນແຜນການພັດທະນາກຳມະການຕິດສັນບານເຕະຂອງ ສຕລ ປະຈຳປີ 2026 ທີ່ມີຈຸດປະສົງຍົກລະດັບ ແລະ ພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ຮຽນຮູ້ກະຕິກາກິລາບານເຕະທີ່ມີການປັບປຸງໃໝ່ຕື່ມອີກ.


News Cover

ຝຶກອົບຮົມກໍາມະການຕັດສິນ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026

23/04/2026

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026 ໃນຕອນເຊົ້າ ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ.

ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 3 ພຶດສະພາ 2026 ນີ້. ໄລຍະການຝຶກອົບຮົມເປັນເວລາ 3 ມື້ ( 22 – 24 ເມສາ 2026) ຜູ້ເຂົ້າຮ່ວມ ແມ່ນຈະໄດ້ຮຽນຮູ້ກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ ແລະ ມີການທົດສອບພາລະກຳລັງ ພ້ອມດ້ວຍການສອບເສັງຄວາມຮູ້ດ້ານທິດສະດີ.

ໃນໂອກາດດັ່ງກ່າວ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການຝຶກອົບຮົມ, ໃຫ້ທຸກຄົນຕັ້ງໃຈຝຶກຝົນຮຽນຮູ້ ພັດທະນາຕົນເອງ, ທີ່ສໍາຄັນແມ່ນໃຫ້ມີຈັນຍາບັນ ແລະ ຄວາມເປັນທໍາໃນການຕັດສິນ.ຂໍໃຫ້ທຸກທ່ານປະສົບຜົນສໍາເລັດໃນການຝຶກອົບຮົມ ເພື່ອຕໍ່ຍອດເປັນກໍາມະການຕັດສິນໃນລະດັບສາກົນຕໍ່ໄປ. ເຂົ້າຮວ່ມໃນພິທີ ຍັງມີ ທ່ານ ໄຊປະເສີດ ພົງຊະນິດ ຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດ້ວຍວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 30 ຄົນ.

News Cover

ສຕລ ສຳເລັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

06/03/2026

      ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 06 ມີນາ 2026 ທີ່ ຫ້ອງການ ສຕລ,ໃຫ້ກຽດເຂົ້າຮ່ວມປີດພິທີໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ.

ການຈັດຝຶກຮົບນີ້ໄດ້ເປີດຂຶ້ນໃນ ວັນທີ 2 ມີນາ 2026 ຜ່ານມາ, ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ແລະ ຜ່ານການຝຶກອົບຮົມ ໄລຍະເວລາ 5 ວັນ, ເຫັນວ່ານັກສໍາມະນາກອນເຂົ້າຮ່ວມແມ່ນມີີິຄວາມຕັ້ງໃຈ ຫ້າວຫັນຕໍ່ການຮໍ່າຮຽນ ແລະ ປະຕິບັດໂມງເວລາໄດ້ດີ, ສ່ວນຜົນການສອບເສັງທິດສະດີບັນລຸ 80%, ສອບເສັງ ວິດີໂອ 75% ແລະ ສອນເສັງດ້ານພາລະກໍາລັງໄດ້ 60% ຂື້ນໄປ.

     ໃນໂອກາດນີ້ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ໄດ້ມີຄຳເຫັນບາງຕອນວ່າ: ການຝຶກອົບຮົມກໍາມະການຕັດສິນຄັ້ງນີ້ ແມ່ນບາດກ້າວເລີ້ມຕົ້ນໃຫ້ນັກສຳມະນາກອນທຸກໆທ່ານ ໃນການເປີດປະສົບການໃຫມ່ໆຈາກທີ່ເຄີຍເປັນພຽງຜູ້ຊົມການແຂ່ງຂັນບານເຕະຈາກໜ້າຈໍໂທລະສັບ ຫລື ຂອບສະໜາມ, ໄດ້ມີໂອກາດສຳພັດ ແລະ ຮຽນຮູ້ເລື່ອງກົດລະບຽບການແຂ່ງຂັນ, ທິດສະດີ-ພາກປະຕິບັດ, ເບື້ອງຫຼັງການກະກຽມຄວາມພ້ອມຂອງກຳມະການຕັດສິນ. ທາງ ສຕລ ຫວັງວ່າການເຂົ້າຮ່ວມອົບຮົມຄັ້ງນີ້ນັກສຳມະກອນແຕ່ລະທ່ານຈະມີຄວາມເຂົ້າໃຈເລີກເຊິ່ງຂຶ້ນຕື່ມ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປຕໍ່ຍອດ ເພາະການຝຶກອົບຮົມນີ້ຖືເປັນການປູທາງໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກຈະສືບຕໍ່ສາຍອາຊີບກຳມະການຕັດສິນບານເຕະ ເພື່ອຈະກ້າວໄປເປັນກຳມະການຕັດສິນ ລະດັບສູງພາຍໃນປະເທດ, ລະດັບພາກພື້ນ ແລະ ສາກົນໃນອານາຄົດ. ສຕລ ປຽບຄືສະຖາບັນການສຶກສາດ້ານກິລາບານເຕະ ທີ່ມີໜ້າທີ່ຜະລິດບຸກຄະລາກອນທີ່ປິ້ນອ້ອມວຽກງານຈັດການແຂ່ງຂັນບານເຕະ ເຊັນ: ກຳມະການຕັດສິນ, ນັກກິລາ ແລະ ບຸກຄະລາກອນທາງດ້ານຈັດການແຂ່ງຂັນ. ທັງນີ້, ກໍ່ເພື່ອໃຫ້ທຸກຄົນມີການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະ ເພາະວຽກງານນີ້ ບໍ່ແມ່ນວຽກງານຂອງ ສຕລ ແຕ່ພຽງຜູ້ດຽວ ແຕ່ມັນເປັນວຽກງານຂອງມ່ວນຊົນທີ່ມີໃຈຮັກ ແລະ ມັກໃນກິລາບານເຕະ ທີ່ຕ້ອງຮ່ວມແຮງຮ່ວມໃຈກັນໃນການສ້າງສາ ແລະ ພັດທະນາກິລາບານເຕະໄປນຳກັນ.

       ສໍາລັບນັກສໍາມະກອນທີ່ມີຜົນງານພົ້ນເດັ່ນໃນການຝຶກອົບຮົມຄັ້ງນີ້, ຈະໄດ້ຮັບໂອກາດຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸລະຫວ່າງ 10 -14 ປີ ພາຍໃນປີ 2026 ແລະ ຖ້າຜູ້ກ່ຽວມີຜົນງານດີກໍ່ຈະຖືກບັນຈຸເຂົ້າໃນການແຂ່ງຂັນບານເຕະເຍົາວະຊົນ U16 & U19 ໃນປີຫນ້າຕາມລຳດັບ. 

News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

02/03/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ທັງເປັນຫົວຫນ້າອະນຸກຳມະການ-ກຳມະການຕັດສິນ ສຕລ, ທ່ານ ນ. ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ກິຫລ້າ ລາດຊະວົງ ແລະ ທ່ານ ຄຳສິງ ໄຊຍະວົງສີ ຜູ້ຝຶກສອນທີ່ມີປະສົບການຈາກການເປັນກຳມະການຕັດສິນ ທັງພາຍ ແລະ ຕ່າງປະເທດເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວເປີດງານໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ຈົ່ງເອົາໃຈໃສ່ຮຽນຮູ້, ກຳແໜ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໃຫ້ກາຍເປັນກຳມະການຕັດສິນບານເຕະຮຸ່ນສືບທອດທີ່ດີ ແລະ ມີຄຸນນະພາບ ເປັນກຳມະການທີ່ປະຕິບັດໜ້າທີ່ຢ່າງຍຸຕິທໍາ, ໂປ່ງໃສ ແລະ ອວຍພອນໃຫ້ການຝຶກອົບຮົມດຳເນີນໄປດ້ວຍໝາກຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້.

ການຝຶກອົບຮົມຄັັ້ງນີ້, ມີນັກສຳມະນາກ່ອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ເຊິ່ງແຕ່ລະທ່ານກໍ່ໄດ້ມາຈາກຫລາຍພາກສ່ວນ ເຊັນ: ວິຊາການຈາກສະຫະພັນບານເຕະແຂວງ, ນັກສຶກສາຈາກວິທະຍາໄລສຶກສາ, ຄະນະວິທະຍາສາດການກິລາ-ກາຍຍະກຳ ແລະ ອື່ນໆ. ເປົ້າໝາຍຫຼັກຂອງການຝຶກອົບຮົມຄັ້ງນີ້, ກໍ່ເພື່ອສ້າງພື້ນຖານຄວາມຮູ້ ແລະ ຄວາມເຂົ້າໃຈວ່າດ້ວຍໜ້າທີ່ຂອງກຳມະການຕັດສິນບານເຕະ, ຮຽນຮູ້ກົດລະບຽບການແຂ່ງຂັນກິລາບານເຕະ ທັງຂອງພາຍໃນ ແລະ ລະດັບສາກົນ.

       ການຝຶກອົບຮົມນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບຕັ້ງແຕ່ ວັນທີ 2 - 6 ມີນາ 2026 ແລະ ຖ້ານັກສໍາມະກອນໃດທີ່ມີຜົນງານພົນເດັ່ນຈະມີໂອກາດໄດ້ຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ແລະ ລາຍການຕ່າງໆທີ່ ສຕລ ຈັດຂຶ້ນຕາມລຳດັບ.


News Cover

ໂອກາດດີມາຮອດແລ້ວ ສຳລັບບຸກຄົນໃດທີ່ມີໃຈຮັກກິລາບານເຕະ ແລະ ໃນຄວາມຍຸຕິທຳ

12/02/2026

ປະກາດຮັບສະໝັກນັກສຳມະນາກອນ ເພື່ອເຂົ້າຮ່ວມຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (Basic Referee Training Course)

ເພື່ອເຟັ້ນຫາກຳມະການຕັດສິນຮຸ່ນສືບທອດ ມາບັນຈຸເຂົ້າເປັນກຳມະການຕັດສິນ ໃນການແຂ່ງຂັນບານເຕະເຍົາວະຊົນຂອງ ສຕລ ທີ່ຈະຈັດຂຶ້ນໃນໄວໆນີ້ ແລະ ຊອກຫາບຸກຄົນທີ່ມີພອນສະຫວັນ ເພື່ອພັດທະນາໃຫ້ກ້າວໄປເປັນກຳມະການຕັດສິນ ໃນລະດັບ ລາວລີກ2, ລາວລີກ1 ແລະ ຈົນໄປເຖິງການເປັນກຳມະການລະດັບສາກົນ (FIFA).

ເຊີນກອກໃບສະໝັກເຂົ້າຝຶກອົບຮົມ 👇🏻

https://forms.gle/Dy1KLpQCeG795Spy6

ໝາຍເຫດ:

* ບຸລິມະສິດ ສະເພາະນັກສຳມະນາກອນທີ່ຢູ່ນະຄອນຫຼວງວຽງຈັນ;

* ໃນກໍລະນີ, ນັກສຳມະນາກອນຈາກຕ່າງແຂວງ ມີຄວາມສົນໃຈຈະເຂົ້າຮ່ວມ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບການເດີນທາງ ກິນ-ຢູ່ ພັກເຊົ່າດ້ວຍຕົນເອງ.

ສອບຖາມຂໍ້ມູນເພີ່ມເຕີມ: ☎️ 020 23621188

#LFFREFEEE #BASICREFEREETRAININGCOURSE #LAOFOOTBALLFEDERATION

News Cover

ຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະລະດັບສູງ

29/09/2025

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ຈັດພິທີເປີດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານ ເຕະລະດັບສູງ ( FIFA MA REFEREEING COURSE 2025 ) ຂື້ນໃນຕອນບ່າຍ ຂອງວັນທີ 29 ກັນຍາ2025 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານຄຳແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB ) ຄູຝຶກຈາກ ສະຫະພັນບານເຕະນາໆຊາດ ( FIFA ) ພ້ອມດ້ວຍຄະນະອີກ 3 ທ່ານ, ພ້ອມດວ້ຍສຳມະນາກອນເຂົ້າຮວ່ມທັງຫມົດ 57 ທ່ານ ເປັນຍິງ 10 ທ່ານ, ໃນນັ້ນຜູ້ປະເມີນ 10 ທ່ານ. ການຝຶກອົບຮົມຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສຕລທີ່ມີຈຸດປະສົງເພື່ອພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2025/ 2026.

      ໃນໂອກາດກ່າວເປີດພິທີ ທ່ານ ຄໍາແພງ ວົງຂັນຕີ ໄດ້ປະກອບຄໍາເຫັນ ແລະ ແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຍາດເອົາຄວາມຮູ້ຈາກວິທະຍາກອນ ເພື່ອຮັບເອົາບົດຮຽນທີ່ໄດ້ປັບປຸງໃໝ່ເພື່ອພັດທະນາຕົວເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນໃນລະດັບສູງໃນຕໍ່ໜ້າ,ພ້ອມຮຽກຮ້ອງໃຫ້ສຳມະນາກອນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນນຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງໄປພັດທະນາຕົນເອງໃຫ້ກ້າວສູ່ຄຸນນະພາບໃໝ່. ການຝຶກອົບຮົມຄັ້ງນີິ້ແມ່ນຈະໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 29 ກັນຍາ ຫາ 3 ຕຸລາ 2025 ຈຶ່ງຈະສິ້ນສຸດ.


News Cover

ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025

11/08/2025

            ຕອນເຊົ້າ ວັນທີ 11 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີເປີດຊຸດຝຶກອົບຮົມກໍາມະການຕັດສິນ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 PEPSI LAO LEGUE 1 SEASON 2025/2026 ໂດຍໃຫ້ກຽດເຂົ້າຮ່ວມພິທີເປີດຂອງ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ, ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ປະເມີນກຳມະການຕັດສິນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 43 ຄົນ.

           ການຝຶກອົບຮົມກຳມະການຕັດສິນຄັ້ງນີ້ກໍເພື່ອກະກຽມຄວາມພ້ອມທາງດ້ານກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025, ນອກຈາກກຽມຄວາມພ້ອມເຂົ້າຮ່ວມຕັດສິນ ແລ້ວຍັງເປັນການກຽມຄວາມພ້ອມທາງດ້ານກະຕິກາ, ພາລະກໍາລັງ, ອັບເດດ ກະຕິກາ ຟີຟາ ປັບປຸງໃຫມ່, ຕື່ມອີກ ເຊິ່ງການຝຶກອົບຮົມຈະໄດ້ດໍາເນີນການຝຶກອົບຮົມ 3 ວັນ,ຄືນັບແຕ່ວັນທີ 11 -13 ສິງຫາ 2025.


News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນບານເຕະທີ່ແຂວງຈໍາປາສັກ

20/06/2025

           ໃນລະຫວ່າງວັນທີ 17-20 ມິຖຸນາ 2025 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເປີດຊຸດຝຶກອົບຮົມກໍາມະການຕັດສິນ ຂື້ນຢູ່ທີ່ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມຄະນະວິທະຍາກອນຈາກ ສຕລແລະມີສໍາມະນາກອນທີເປັນກໍາມະການຕັດສິນ ຈາກຫຼາຍພາກສ່ວນໃນ 9 ເມືອງ, 1 ນະຄອນຂອງແຂວງຈໍາປາສັກເຂົ້າຮວມ. ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສຕລ, ເພື່ອເປົ້າໝາຍພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການຂອງFIFA.

          ໂອກາດນີ້, ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ໄດ້ໃຫ້ຮູ້ວ່າ: ເພື່ອເປັນການພັດທະນາ ແລະ ຍົກສູງຂີດຄວາມສາມາເດຂອງກຳມະການຕັດສິນກິລາບານເຕະໃຫ້ແກ່ທ້ອງຖິ່ນ ກໍ່ຄືແຂວງຈໍາປາສັກ ໃຫ້ມີຄວາມເຂັ້ມແຂງ ຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດແຜນການຂອງສຕລແລະ ສະຫະພັນກິລາບານເຕະແຂວຈໍາປາສັກ ໃນການຈັດການແຂ່ງຂັນກິລາບານເຕະລາຍການຕ່າງໆ ໃຫ້ມີຄວາມພ້ອມ ແລະຮັບປະກັນປະສິດທິພາບໃນການປະຕິບັດໜ້າທີ່ພ້ອມທັງນໍາເອົາບົດຮຽນທີ່ສຳຄັນນີ້ ໄປນຳໃຊ້, ເຜີຍແຜ່ຜັນຂະຫຍາຍ ໃຫ້ມີຄຸນນະພາບ ແລະສອດຄ່ອງກັບຄວາມເປັນຈິງໃນການຕັດສີນ.


News Cover

ສຕລ ສຳເລັດການຝຶກອົບກຳມະການຕັດສິນຂັ້ນພື້ນຖານຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ

24/03/2025

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານທີ່ເມືອງຈຳພອນ ແຂວງສະຫວັນນະເຂດແລະໄດ້ຈັດພິທີອັດການຝຶກອົບຮົມຢ່າງເປັນທາງການໃນວັນທີ 20 ມີນາ 2025ທີ່ສະ ໂມສອນສຶກສາເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີປະເສີດ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມຄະນະວິທະຍາກອນຈາກສຕລ,ຜູ້ຕາງໜ້າຂະແໜງກິລາກາຍະກຳ-ສີລະປະສຶກສາ ຈາກ06ເມືອງຂອງແຂວງສະຫວັນນະເຂດເຂົ້າຮວມ.

ຕະຫຼອດໄລຍະການຝຶກອົບຮົມສຳມະນາກອນທີ່ເປັນກຳມະການຕັດສີນບານເຕະຂັ້ນພື້ນຖານຂອງ 6 ເມືອງຈາກເມືອງຈຳພອນ,ເມືອງຊົນນະບູລີ,ເມືອງອຸທຸມພອນ,ນະຄອນໄກສອນ ພົມວິຫານ, ເມືອງອາດສະພັງທອງ ແລະ ເມືອງ ອາດສະພອນຈຳນວນ 27 ຄົນ (ເມືອງຈຳພອນ 22 ຄົນ)ໄດ້ຮຽນຮູ້ທິດສະດີກະຕິກາບານເຕະຂັ້ນພື້ນຖານທັງໝົດ 17 ຂໍ້ພ້ອມເບິ່ງວີດີໂອໃນການປະຕິບັດໜ້າທີ່ຂອງກຳມະການຕັດສິນ, ລົງພາກປະຕິບັດຕົວຈິງ 2 ວັນ ແລະ ສອບເສັງເອົາຄະແນນເພື່ອປະເມີນຜົນ ຄວາມເຂົ້າໃຈຂອງສຳມະນາກອນ ເຫັນວ່າ ທຸກຄົນໄດ້ຮັບຮູ້ດ້ານກະຕິກາ ແລະ ບົດຮຽນໃນການຕັດສີນກິລາບານເຕະໄດ້ດີພໍສົມຄວນແລະພ້ອມຈະນຳເອົາບົດຮຽນໄປຈັດຕັ້ງປະຕິບັດໃນຕໍ່ໜ້າ. ຕອນທ້າຍ ທ່ານ ສີປະເສີດ ໄຊຍະລິນໄດ້ໃຫ້ກຽດໂອ້ລົມແລະກ່າວປີດການຝຶກອົບຮົມວ່າ: ເມື່ອໄດ້ການຮັບຝຶກອົບຮົມແລ້ວ,ຂໍໃຫ້ສຳມະນາກອນນຳເອົາບົດຮຽນທີ່ສຳຄັນໄປນຳໃຊ້ແລະເຜີຍແຜ່,ຜັນຂະຫຍາຍ ໃນການ ຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄຸນນະພາບແລະສອດຄ່ອງກັບຄວາມເປັນຈິງໃນການຕັດສີນ. ຈາກນັ້ນທ່ານ ສີປະເສີດ ໄຊຍະລິນ ແລະ ທ່ານ ໄຊປະເສີດ ພົງສະນິດ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ສຳມະນາກອນຢ່າງສົມກຽດ.


News Cover

ກຳມະການຕັດສິນຈາກ ລາວ ສຳເລັດການເຂົ້າຮ່ວມຕັດສິນ ມຽນມາ ພົບ ສີລັງກາ

11/10/2024

ສະຫະພັນບານເຕະແຫ່ງຊາດລາວ ໄດ້ສົ່ງກຳມະການຕັດສິນ FIFA 3 ທ່ານ ເຂົ້າຮ່ວມຕັດສິນໃນການແຂ່ງຂັນ FIFA DAY International 'A' Match Myamar Vs Srilanka ໃນລະຫວ່າງວັນທີ 8-14/10/2024 ທີ່ ປະເທດມຽນມາ

1. ທ່ານ ສວຍ ວົງຄໍາ (ກຳມະການຕັດສິນ)

2. ທ່ານ ພອນສຸກສິນ ເຕໂຊ (ຜູ້ຊ່ວຍກຳມະການຕັດສິນ)

3. ທ່ານ ລຸນ ສຸດທິວົງ (ຜູ້ຊ່ວຍກຳມະການຕັດສິນ )

#LFFREFEREE

#LAOFOOTBALLFEDERATION

#FIFADAY

News Cover

ພຸດສະຫວັນ ຈັນທະວົງ ສຳເລັດການເຂົ້າຮ່ວມ ຕັດສິນ ໃນລາຍການແຂ່ງຂັນ AFC Women's Champions League2024/25 ຮອບແບ່ງກຸ່ມ

11/10/2024

ສະຫະພັນບານເຕະອາຊີ (AFC) ໄດ້ແຕ່ງຕັ້ງ ທ່ານ ນ.ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ເຂົ້າຮ່ວມຕັດສິນ ໃນລາຍການແຂ່ງຂັນ AFC Women's Champions League2024/25 ຮອບແບ່ງກຸ່ມ (Group A) ໃນລະຫວ່າງວັນທີ 2-9/10/2024 ທີ່ ເມືອງ Wuhan China PR.


#FIFAWOMENREFEREE

#LFFREFEREE

#LAOFOOTBALLFEDERATION

#AWCL