Sekong Football Federation

Sekong Football Federation

Location:

Sekong Province

Manager:

ທ່ານ ຄໍາມວນ ແສງອາລຸນ

News about Sekong Football Federation

News Cover

ສະໂມສອນເມືອງທ່າແຕງ ຄວ້າແຊ້ມບານເຕະລາວລີກ 2 ແຂວງເຊກອງ2026

07/10/2026

            ຜົນການແຂ່ງຂັນບານເຕະລາວລີກ 2ປະຈຳປີ 2026ທີ່ແຂວງເຊກອງ ລະຫວ່າງວັນທີ 20 ພຶດສະພາ 2026 ຫາວັນທີ 30 ພຶດສະພາ 2026, ໂດຍມີ 6 ສະໂມສອນ ເຂົ້າຮ່ວມການແຂ່ງຂັນຄຶ: ສະໂມສອນ ເມືອງທ່າແຕງ, ສະໂມສອນ ປກສ ແຂວງ, ສະໂມສອນ ພີເອັມ ເຊກອງ, ສະໂມສອນ ເມືອງລະມາມ, ສະໂມສອນ ໂນນຫນອງຫວ້າ ແລະ ສະໂມສອນ ປະສົມບ້ານ 


ຜ່ານການແຂ່ງຂັນຜົນປະກົດວ່າ:


- ອັນດັບ 1 ສະໂມສອນ ເມືອງທ່າແຕງສາມາດຄວ້າແຊ້ມໂດຍໄດ້ຮັບຂັນ, ຫລຽນ ແລະ ເງິນສົດຈຳນວນ 20.000.000 ກີບ.


- ອັນດັບ 2 ສະໂມສອນ ປກສ ແຂວງ ໄດ້ຮັບຫລຽນ ແລະ ເງິນສົດຈຳນວນ 10.000.000 ກີບ.


- ອັນດັບ 3 ສະໂມສອນ ພີເອັມ ເຊກອງ


- ອັນດັບ 4 ສະໂມສອນ ໂນນຫນອງຫວ້າ 


- ອັນດັບ 5 ສະໂມສອນ ເມືອງລະມາມ


- ອັນດັບ 6 ສະໂມສອນ ປະສົມບ້ານ


      ຂະນະທີ່ ລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ສົມບັດ ຢ່າງມີໄຊ ແລະ ນັກກິລາດີເດັ່ນແມ່ນ ດ່ອນ ດວງມາລາ 


ໃນຖານະແຊ້ມ ລາວລີກ 2 ແຂວງເຊກອງສະໂມສອນ ເມືອງທ່າແຕງ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2026/27 ພ້ອມທັງໄດ້ຮັບສິດເພອັອຟ ຫລື ເລື່ອນຊັ້ນຂຶ້ນສູ່ລີກສູງສຸດ ລາວລີກ 1 ລະດູການ 2027/28 ຖ້າຫາກຜ່ານເງື່ອນໄຂ.


ຂ່າວ: ທິບພະກອນ ພະກາສີ

News Cover

ແຂວງເຊກອງ ສໍາເລັດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນຊິງຊັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2025

06/06/2025

          ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນ ຊິງຂັນທ່ານເຈົ້າແຂວງເຊກອງ ໄດ້ອັດລົງດ້ວຍຜົນສໍາເລັດໃນວັນທີ 6 ມີຖຸນາ 2025 ທີ່ຜ່ານມາ ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 12 ພຶດສະພາ 2025 ເຊິ່ງໃນພິທີປິດການແຂ່ງຂັນ ໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ມະໄລເພັດ ມາດມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນກິລາບານເຕະແຂວງເຊກອງ ແລະ ທ່ານ ພົງສະຫວັດ ສິງຫາລາດ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງທ່າແຕງ, ບັນດາທ່ານຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະຈັດການແຂ່ງຂັນ, ຄະນະກໍາມະການ, ຄະນະຄູຝຶກ-ນັກກິລາ ແລະ ແຟນບານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

         ໃນພິທີປິດ, ທ່ານ ສໍລະເສີນສັກ ຟອງສານຸວົງ ຄະນະບໍລິຫານງານຮອງປະທານສະຫະ ພັນກິລາບານເຕະແຂວງເຊກອງ ຕາງໜ້າໃຫ້ຄະນະຈັດການແຂ່ງຂັນ ໄດ້ຂື້ນລາຍງານຜົນການແຂ່ງຂັນ ເຊິ່ງທ່ານໃຫ້ຮູ້ວ່າ: ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນຕົ້ນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2025 ແມ່ນຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວ ຂອງສະຫະພັນກິລາບານເຕະແຫ່ງຊາດລາວແລະການແຂ່ງຂັນປະກອບມີ 1 ປະເພດຊາຍທິມຊາຍ ປະກອບມີ 7 ພາກສ່ວນເຂົ້າຮ່ວມການແຂ່ງຂັນ:

1. ທິມໂຮງຮຽນ ມສ ແຂວງ

2. ທິມໂຮງຮຽນ ມຕ ຫົວເມືອງ

3. ທິມໂຮງຮຽນ ສາມັນກິນນອນຊົນເຜົ່າແຂວງ

4. ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ A

5. ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ B

6. ທິມໂຮງຮຽນ ມຕ ບ.ໂພນຄຳ

7. ທິມໂຮງຮຽນ ມສ ບ.ກະປື

          ຜົນການແຂ່ງຂັນ ທິມໂຮງຮຽນ ມສ ບ.ກະປື ສາມາດຄ້ວາລາງວັນຊະນະເລີດ ຮັບຂັນລາງວັນ ຂັນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 3,000,000 ກີບ, ທິມໂຮງຮຽນ ມຕ ຫົວເມືອງ ໄດ້ຮອງຊະນະເລີດ ຮັບລາງວັນ ຫຼຽນເງິນ ພ້ອມເງິນສົດ 2,000,000 ກີບ, ທິມໂຮງຮຽນ ມຕ ບ.ໂພນຄຳ ໄດ້ອັນດັບ 3 ຮັບລາງວັນ ຫຼຽນທອງແດງ ພ້ອມເງິນສົດ 1,000,000 ກີບ ແລະ ທິມໂຮງຮຽນ ມິດຕະພາບລາວ-ຫວຽດນາມ A ໄດ້ອັນດັບ 4 ຮັບລາງວັນເງິນສົດ 500,000 ກີບ.

        ໃນການຈັດການແຂ່ງຂັນລາວລີກ 2 ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ,ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ) ແລະ ລະດັບມັດທະຍົມປາຍ(ຊາຍ-ຍິງ).


News Cover

ສະໂມສອນ NP Family FC ຄວ້າແຊ້ມ ເຊກອງ ລີກ 2 ຊິງຂັນທ່ານເຈົ້າແຂວງເຊກອງ ປີ 2024

08/11/2024

ການແຂ່ງຂັນລາວລີກ 2 ແຂວງເຊກອງ ໄດ້ຈົບລົງແລ້ວ ຫຼັງແຂ່ງຂັນກັນມາແຕ່ວັນທີ 9 ກັນຍາ 2024 ເຖິງວັນທີ 8 ພະຈິກ 2024, ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ແຂ່ງຂັນແບບພົບກັນໝົດ 10 ນັດ ແຂ່ງຢູ່ສະໜາມກິລາແຂວງ.

ຜ່ານການແຂ່ງຂັນຜົນປະກົດວ່າ: ສະໂມສອນ NP Family FC ສາມາດຄວ້າແຊ້ມລີກ 2 ຊຽງຂວາງລະດູ 2024 ໄປຄອງໄດ້ສໍາເລັດ, ສ່ວນຮອງແຊ້ມເປັນຂອງ ກອງບັນຊາການ ປກສ ແຂວງ, ອັນດັບ 3 ສະໂມສອນ ເມືອງດາກຈຶງ, ອັນດັບ 4 ສະໂສອນ ເຊນໍ້ານ້ອຍ, ອັນດັບ 5 ສະໂມສອນ ດຣິມ (Dream) ແລະ ອັນດັບ 6 ແມັດທິວປາຍ.

ທີມແຊ້ມແມ່ນໄດ້ຮັບຂັນທ່ານເຈົ້າແຂວງເຊກອງ ຫຼຽນ ພ້ອມເງິນລາງວັນ 13 ລ້ານກີບ, ຮອງແຊ໋ມ ໄດ້ຮັບຫຼຽນ ພ້ອມເງິນລາງວັນ 6 ລ້ານກີບ. ໃຫ້ກຽດຂຶ້ນມອບລາງວັນ ໂດຍ ທ່ານ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆເຊກອງ, ທ່ານ ຄໍາໄພ ສີມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ, ຄະນະບໍລິຫານງານສະຫະພັນບານເຕະແຂວງ ພ້ອມຄະນະ.

ສະໂມສອນ NP Family FC ໃນນາມທີມຄວ້າແຊ໋ມແມ່ນໄດ້ສິດເຂົ້າຮ່ວມ ການແຂ່ງຂັນ ຊິງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2024/ 2025 ໃນຖານະສະໂມສອນຊະນະເລີດ ລາວລີກ 2 ຂອງແຕ່ລະແຂວງ/ນະຄອນຫຼວງ.