News
News Cover

ການແຂ່ງຂັນກິລາບານເຕະ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2026 ມີ 8 ທີມ ເຂົ້າຮ່ວມການແຂ່ງຂັນ

26/05/2026

ການແຂ່ງຂັນກິລາບານເຕະ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2026 ມີ 8 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ :

1. ເອສະຣາ ( ແຊ້ມເກົ່າ )

2. ຊ້າງນ້ອຍ

3. ມັດສະດ້າ ຈີບີ

4. ກອງທັບ

5. ສາລະວັນ ຢູໄນເຕັດ

6. ນໍ້າທາ ຢູໄນເຕັດ

7. ບີໄອເອັສ

8. ສະຫວັນນະເຂດ

ຮູບແບບການແຂ່ງຂັນແມ່ນພົບກັນຫມົດ 1 ຮອບ ເພື່ອສະສົມຄະແນນ, ເອົາອັນດັບ 1-4 ເຂົ້າຮອບຮອງຊະນະເລີດ ( SEMI FINAL ) ແລ້ວຈັບສະຫລາກປະກົບຄູ່ເຕະເສຍຄັດອອກ ( Knock - Out ), ທີມຊະນະຜ່ານເຂົ້າສູ່ຮອບຊີງຊະນະເລີດ ສ່ວນທີມທີ່ເສຍແມ່ນຊີງອັນດັບ 3, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ສະຫນາມ 1 ແລະ ສະຫນາມ 2. ການແຂ່ງຂັນແມ່ນຈະເລີ່ມແຂ່ງຂັນ ເປັນ 2 ໄລຍະ ຄື: ໄລຍະທີ 1 ວັນທີ 27 ມິຖຸນາ- 06 ກໍລະກົດ 2026 ແລະ ໄລຍະທີ 2 ວັນທີ 13-26 ກໍລະກົດ 2026.

 ສຳລັບເງິນລາງວັນ ທີມຊະນະເລີດ ຈະໄດ້ຮັບຂັນ, ຫລຽນ ແລະ ເງິນຈຳນວນ 100 ລ້ານກີບ, ອັນດັບ 2 ໄດ້ຮັບຫລຽນ ແລະ ເງິນຈຳນວນ 25 ລ້ານກີບ ແລະ ອັນດັບ 3 ໄດ້ຮັບຫລຽນ ແລະ ເງິນຈຳນວນ 15 ລ້ານກີບ, ນອກຈາກນັ້ນແລ້ວຍັງມີລາງວັນປະເພດບຸກຄົນດັ່ງນີ້: ລາງວັນນັກກິລາດີເດັ່ນ, ລາງວັນນັກກິລາຍິງປະຕູສູງສຸດ, ລາງວັນຜຸ້ຮັກສາປະຕູດີເດັ່ນ ແລະ ລາງວັນຄູຝຶກດີເດັ່ນ. 

News Cover

ອອກມາຂະຫຍັບຮ່າງກາຍ World Football Week 2026

26/05/2026

ວັນທີ 24 ພຶດສະພາ 2026 ທີ່ຜ່ານມາ ຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກິດຈະກຳ '' ອອກມາຂະຫຍັບຮ່າງກາຍ World Football Week 2026 '' ມີເຍົາວະຊົນຈາກສູນຝຶກ ຈຳປີ - ຈຳປາ ເຂົ້າຮ່ວມທັງຫມົດ 188 ຄົນເປັນຍິງ 18 ຄົນ.

ສຳລັບຈຸດປະສົງໃນການຈັດຄັ້ງນີ້ແມ່ນກໍເພື່ອຕັອນຮັບການແຂ່ງຂັນບານເຕະໂລກ, ສ້າງໃຫ້ເຍົາວະຊົນມັກຮັກກິລາບານເຕະໃຫ້ຫລາຍຂຶ້ນ, ເຍົາວະຊົນຕ້ອງການເວລາ 60 ນາທີ.

News Cover

ຈັດກິດຈະກໍາຝຶກສອນທັກສະບານເຕະຂັ້ນພື້ນຖານໃຫ້ເຍົາວະຊົນແຂວງອຸດົມໄຊ

25/05/2026

          ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຮ່ວມກັບສະຫະພັນບານເຕະແຂວງອຸດົມໄຊ ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງໄດ້ຈັດກິດຈະກຳຝຶກສອນທັກສະການຫຼີ້ນກິລາບານເຕະຂັ້ນພື້ນຖານ ( AFC Grassroots Football Day )ໃຫ້ບັນດານ້ອງໆເຍົາວະຊົນພາຍໃນແຂວງດັ່ງກ່າວຂື້ນເມື່ອຕອນເຊົ້າວັນທີ 23 ພຶດສະພາ 2026 ທີ່ສະໜາມກິລາບານເຕະແຂວງ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານ ສຕລ, ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາສຸກ ສຣິດທິລາດ ຮອງປະທານສະຫະພັນບານເຕະແຂວງອຸດົມໄຊ.

         ຈຸດປະສົງແມ່ນເພື່ອເສີມສ້າງພັດທະນາກິລາບານເຕະຮຸ່ນສຶບທອດໃຫ້ເປີດກວ້າງໄປທົ່ວແຂວງແລະທົ່ວປະເທດ,ເພື່ອຮຽນຮູ້ແລະນຳໃຊ້ທັກສະກິລາບານເຕະຂັ້ນພື້ນຖານໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ,ພ້ອມນັ້ນກໍເປັນການປັບປຸງ ແລະ ພັດທະນາຄູຝຶກໃຫ້ມີຄວາມຮູ້ຄວາມສາມາດ ໃນການເຂົ້າຮ່ວມການຝຶກອົບຮົມຄູຝຶກລະດັບຊາດ ແລະລະດັບແຂວງຕື່ມອີກ,ທັງເປັນການຊອກຫານັກກິລາອະນຸຊົນ-ເຍົາວະຊົນທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາສືບທອດ,ເປັນນັກກິລາທີ່ໜຸ່ມນ້ອຍມີທັກສະ ແລະສາມາດພັດທະນາຕົວເອງ ໃຫ້ກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆ ກ້າວໄປເປັນນັກກິລາທີມຂອງແຂວງ ແລະ ນັກກິລາທີມຊາດໃນອະນາຄົດ. ນອກນັ້ນການຫຼີ້ນກິລາຍັງເປັນການຝຶກຝົນໃຫ້ນ້ອງໆນັກຮຽນມີສຸຂະພາບແຂງແຮງ,ມີຄວາມສາມັກຄິຮັກແພງ,ມີນໍ້າໃຈນັກກິລາ,ມັກຮັກໃນການຫຼີ້ນກິລາບານເຕະແລະ ຫ່າງໄກຈາກສິ່ງເສບຕິດ,ອະບາຍຍະມຸກຕ່າງໆ.

         ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້ຍັງມີ ຄະນະສະຫະພັນບານເຕະແຂວງອຸດົມໄຊ, ຄະນະຮັບຜິດ ຊອບ,ຄູຝຶກ, ນັກກິລາລວມ 200 ກວ່າຄົນ ແລະ ພໍ່ແມ່ນັກກິລາ ເຂົ້າຮ່ວມງານ.

News Cover

ບົດສະຫລຸບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026

15/05/2026

ບົດສະຫລຸບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026

🏆 ຊະນະເລີດ : ສະໂມສອນ ມາດສເຕີ ໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 50 ລ້ານກີບ.

🥈ອັນດັບທີ 2 : ສະໂມສອນ ເອັສອີຊີ ໄດ້ຮັບຫລຽນ ແລະ ເງິນຈຳນວນ 25 ລ້ານກີບ.

🔰 ນັກກິລາດີເດັ່ນ ແລະ ຜູ້ຍິງປະຕູສູງສຸດ : '' ອັນນ່າ ແກ້ວອ່ອນສີ '' ສະໂມສອນ ມາດສເຕີ້ ລົງສະຫນາມ 6 ນັດ ຍິງໄດ້ 22 ປະຕູ ເປັນນັກກິລາດີເດັ່ນປະຈຳນັດແຂ່ງຂັນທັງຫມົດ 4 ນັດ.

🔰 ຜູ້ຮັກສາປະຕູດີເດັ່ນ : '' ໄອລີນ ວິໄລສິດ '' ຈາກ ສະໂມສອນ ມາດສເຕີ ລົງສະຫນາມ 5 ນັດ ເສຍ 2 ປະຕູ.

🔰 ຄູຝຶກດີເດັ່ນ : '' ໂອເລ່ ຈັນທະວົງ '' ຄູຝຶກ ສະໂມສອນ ມາດສເຕີ້


News Cover

ເລີ່ມເປີດການແຂ່ງຂັນລາວໂຕໂຢຕ້າພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026

11/05/2026

         ການແຂ່ງຂັນກິລາບານເຕະ ລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026 ໄດ້ເລີ່ມເປີດການແຂ່ງຂັນຂື້ນແລ້ວຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2026 ທີ່ຜ່ານມາ ຢູ່ທີ່ສະໜາມກິລາແຂວງຈໍາປາສັກ,ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈໍາປາສັກ, ທ່ານ ຄໍາແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ທັງເປັນປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ກິດດາ ພົມສົມບັດ ຜູ້ຈັດການ ອາວຸໂສ ທົ່ວໄປ ບໍລິສັດ ລາວໂຕໂຢຕ້າພາກໃຕ້ ຈໍາກັດຜູ້ດຽວ ພ້ອມດ້ວຍບັນດາທ່ານການນໍາພັກ-ລັດ, ນັກທຸລະກິດ, ແຂກຖືກເຊີນ, ຄະນະຈັດການແຂ່ງຂັນ, ວິຊາການຂອງບໍລິສັດ ລາວໂຕໂຢຕ້າ ພາກໃຕ້ ຈໍາກັດຜູ້ດຽວ,ຄະນະຄູຝຶກ ແລະ ນັກກິລາ ພ້ອມດ້ວຍແຟນບານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນກິລາບານເຕະແຂວງໄດ້ມີຄໍາເຫັນສະເໜີຈຸດປະສົງ ແລະ ລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດການແຂ່ງຂັນ ເຊິ່ງທ່ານໃຫ້ຮູ້ວ່າ: ການແຂ່ງຂັນກິລາບານເຕະ ລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2026 ຈະໄດ້ເປີດການແຂ່ງຂັນຢ່າງເປັນນັບແຕ່ວັນທີ 8 ພຶດສະພາເປັນຕົ້ນໄປ ແລະດໍາເນີນການແຂ່ງຂັນໄປເຖິງ ວັນທີ 16 ສິງຫາ 2026 ໂດຍມີ 8 ສະໂມສອນກິລາບານເຕະເຂົ້າຮ່ວມແຂ່ງຂັນ ຄື

1. ສະໂມສອນບານເຕະ ສຸລິຍະວົງ (ແຊ້ມເກົ່າ).

2. ສະໂມສອນບານເຕະ ໂຮງຫຼໍ່ ການໄຊ.

3. ສະໂມສອນບານເຕະ ບາຈຽງ.

4. ສະໂມສອນບານເຕະ ປິ່ນແກ້ວ.

5. ສະໂມສອນບານເຕະ ພົມປັນຍາ ຟຣາມ.

6. ສະໂມສອນບານເຕະ ຊ້າງເຜືອກ.

7. ສະໂມສອນບານເຕະ SP Sign & Led.

8. ສະໂມສອນບານເຕະ ປາຕິຫານ.

         ສຳລັບສະໂມສອນທີ່ຊະນະເລີດຈະໄດ້ຮັບຂັນ, ຫລຽນ ແລະ ເງິນລາງວັນ 25 ລ້ານກີບ, ອັນດັບ 2 ຈະໄດ້ຮັບຫລຽນ ແລະ ເງິນລາງວັນ 12 ລ້ານກີບ ແລະ ອັນດັບ 3 ຈະໄດ້ຮັບຫລຽນ ແລະ ເງິນຈຳນວນ 8 ລ້ານກີບ, ນອກນັ້ນ, ຍັງມີລາງວັນຄູຝຶກດີເດັ່ນ, ນັກກິລາດີເດັ່ນ, ດາວຍິງສູງສຸດ.

          ສ່ວນຜົນການແຂ່ງຂັນອາທິດຜ່ານມາມີການແຂ່ງຂັນ 4 ຄູ່ມີດັ່ງນີ້: ປິ່ນແກ້ວ ຊະນະ SP Sign & Led 6-0, ພົມປັນຍາ ຟຣາມ ເສຍໃຫ້ ສຸລິຍະວົງ 0-5, ບາຈຽງ ສະເຫມີ ໂຮງຫຼໍ່ ການໄຊ ແລະ ຊ້າງເຜືອກ ຊະນະ ປະຕິຫານ 11-0.

          ສະໂມສອນ ທີ່ຊະນະເລີດລາຍການດັ່ງກ່າວນີ້ ແມ່ນຈະໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2026/27 ໃນຖານະແຊ້ມ ລາວລີກ 2 ແຂວງຈຳປາສັກ ພ້ອມທັງໄດ້ຮັບສິດເລື່ອນຊັ້ນຂຶ້ນສູ່ ລາວລີກ 1 ລະດູການ 2027/28 ຖ້າຫາກຜ່ານເງື່ອນໄຂ.


News Cover

ຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະລະດັບສູງ

27/04/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມຍົກລະດັບກໍາມະການຕັດສິນກິລາບານ ເຕະ ລະດັບສູງ ປະຈຳປີ 2026 (FIFA MA REFEREEING COURSE 2026) ລະຫວ່າງ ວັນທີ 27 ເມສາ ຫາ 1 ພຶດສະພາ 2026 ຢູ່ທີ່ຫ້ອງປະຊຸມຂອງ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຄູຝຶກສອນຈາກ ສະຫະພັນບານເຕະນາໆຊາດ (FIFA) ແຂກຖືກເຊີນ, ຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະນາກອນເຂົ້າຮ່ວມທັງຫມົດ 34 ທ່ານ (ຍິງ 2 ທ່ານ).

         ການຝຶກອົບຮົມຄັ້ງນີ້, ແມ່ນໜຶ່ງໃນແຜນການພັດທະນາກຳມະການຕິດສັນບານເຕະຂອງ ສຕລ ປະຈຳປີ 2026 ທີ່ມີຈຸດປະສົງຍົກລະດັບ ແລະ ພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ຮຽນຮູ້ກະຕິກາກິລາບານເຕະທີ່ມີການປັບປຸງໃໝ່ຕື່ມອີກ.


News Cover

ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ກຽມເປີດສາກຄວາມມັນ ວັນທີ 3 ພຶດສະພາ 2026

23/04/2026

       ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026 ມີ 10 ທີມເຂົ້າຮ່ວມການແຂ່ງຂັນປະກອບມີ: ສະໂມສອນ ບານເຕະ ມາດສເຕີ, ສະໂມສອນ ບານເຕະ ແຂວງບໍລິຄຳໄຊ, ສະໂມສອນ ບານເຕະ ພົມມະທັດ, ສະໂມສອນ ບານເຕະ ເອສອີຊີ , ສະໂມສອນ ບານເຕະ ເຄພີເອັສ, ສະໂມສອນ ບານເຕະ ຈຳປີ - ຈຳປາ, ສະໂມສອນ ບານເຕະ ແຂວງສາລະວັນ, ສະໂມສອນ ບານເຕະ ໄຊເສດຖາ, ສະໂມສອນ ບານເຕະ ຈີ - ຈູເນຍ ແລະ ສະໂມສອນ ບານເຕະ ເຊໂນ.

       ການແຂ່ງຂັນລາຍການດັ່ງກ່າວແມ່ນຈະເລີ່ມເປີດສາກຢ່າງເປັນທາງການ ວັນທີ 3 ຫາ 15 ພຶດສະພາ 2026 ຮູບແບບຂອງການແຂ່ງຂັນແມ່ນແບບແບ່ງກຸ່ມ ເຊິ່ງແຕ່ລະກຸ່ມຈະມີ 5 ທີມ, ອັນດັບ 1 – 2 ຂອງແຕ່ລະກຸ່ມ ຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ , ການແຂ່ງຂັນຄັ້ງນີ້ຈະນໍາໃຊ້ 2 ສະຫນາມຄື: ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ຫ້ວຍຫົງ ສະຫນາມ 1 ແລະ ສະຫນາມ 2.

      ເງິນລາງວັນ ອັນດັບ 1 ໄດ້ຮັບເງິນ 50,000,000 ກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນຊະນະເລີດ ແລະ ອັນດັບ 2 ໄດ້ຮັບເງິນ 25,000,000 ກີບ ພ້ອມຫຼຽນລາງວັນ, ສ່ວນລາງວັນປະເພດບຸກຄົນ ມີລາງວັນ: ນັກກິລາທີ່ຍິງປະຕູສູງສຸດ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຜູ້ຮັກສາປະຕູດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ຄູຝຶກດີເດັ່ນ ໄດ້ຮັບຂັນລາງວັນ 1 ໜ່ວຍ, ນັກກິລາດີເດັ່ນປະຈຳການແຂ່ງຂັນ ໄດ້ຮັບຂັນລາງວັນ 1 ໜ່ວຍ

      ເຊີນຊວນແຟນບານເຕະຍິງທຸກໆທ່ານ ເຂົ້າຮ່ວມຊົມຮ່ວມເຊຍການແຂ່ງຂັນລາຍການນີ້ສ່ວນຕາຕະລາງແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

News Cover

ຝຶກອົບຮົມກໍາມະການຕັດສິນ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026

23/04/2026

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026 LFF U-16 GIRL’S CHAMPIONSHIP 2026 ໃນຕອນເຊົ້າ ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ.

ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈຳປີ 2026ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 3 ພຶດສະພາ 2026 ນີ້. ໄລຍະການຝຶກອົບຮົມເປັນເວລາ 3 ມື້ ( 22 – 24 ເມສາ 2026) ຜູ້ເຂົ້າຮ່ວມ ແມ່ນຈະໄດ້ຮຽນຮູ້ກ່ຽວກັບກົດລະບຽບກະຕິກາທີ່ທາງສະຫະພັນບານເຕະສາກົນ(FIFA)ໄດ້ປັບປຸງໃໝ່ ແລະ ມີການທົດສອບພາລະກຳລັງ ພ້ອມດ້ວຍການສອບເສັງຄວາມຮູ້ດ້ານທິດສະດີ.

ໃນໂອກາດດັ່ງກ່າວ ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການຝຶກອົບຮົມ, ໃຫ້ທຸກຄົນຕັ້ງໃຈຝຶກຝົນຮຽນຮູ້ ພັດທະນາຕົນເອງ, ທີ່ສໍາຄັນແມ່ນໃຫ້ມີຈັນຍາບັນ ແລະ ຄວາມເປັນທໍາໃນການຕັດສິນ.ຂໍໃຫ້ທຸກທ່ານປະສົບຜົນສໍາເລັດໃນການຝຶກອົບຮົມ ເພື່ອຕໍ່ຍອດເປັນກໍາມະການຕັດສິນໃນລະດັບສາກົນຕໍ່ໄປ. ເຂົ້າຮວ່ມໃນພິທີ ຍັງມີ ທ່ານ ໄຊປະເສີດ ພົງຊະນິດ ຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດ້ວຍວິຊາການພະແນກກໍາມະການຕັດສິນ ສຕລ ແລະ ຜູ້ຝຶກອົບຮົມເຂົ້າຮ່ວມທັງໝົດ 30 ຄົນ.

News Cover

ປະທານ ສຕລ ພ້ອມດ້ວຍຄະນະ ໂອ້ລົມນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ກ່ອນເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊຽນ 2026 ທີ່ປະເທດອິນໂດເນເຊຍ

07/04/2026

        ໃນຕອນແລງຂອງວັນທີ 6 ເມສາ 2026 ທີ່ສູນຝຶກຈໍາປີ-ຈໍາປາ ( ຫຼັກ 16 ), ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍ ທ່ານ ຄໍລະເດດ ພອນພະຈັນ ຄະນະບໍລິຫານງານ ສຕລ ທັງເປັນຮອງຫົວໜ້າຄະນະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ໄດ້ໃຫ້ກຽດລົງຢ້ຽມຢາມ ແລະ ໂອ້ລົມ ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ກຽມເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊຽນ ປະຈໍາປີ 2026 (ASEAN U17 Boys' Championship 2026) ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ໂດຍການແຂ່ງຂັນຈະເລີ້ມລະຫວ່າງ 11 – 23 ເມສາ 2026 ທີ່ເມືອງ East Java.

        ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ແນະນໍາໃຫ້ ຄະນະຄູຝຶກ ແລະ ນັກກິລາ ໃຫ້ເນັ້ນໜັກຫຼາຍໆຢ່າງ ນັບຕັ້ງແຕ່ການຢູ່ການກິນ, ການຝຶກຊ້ອມ ແລະ ການເດີນທາງ ຕ້ອງໄດ້ສຶກສາ ແລະ ວາງແຜນຢ່າງລະອຽດ ລວມເຖິງ ສຸມສະຕິປັນຍາເຂົ້າໃນການຝຶກຊ້ອມ ເພື່ອໃຫ້ມີຄວາມພ້ອມຫຼາຍທີ່ສຸດ, ຂໍໃຫ້ນັກກິລາຈົ່ງມີຄວາມສາມັກຄີ, ປະຕິບັດການຝຶກຊ້ອມ ແລະ ພ້ອມທັງຮຽກຮ້ອງໃຫ້ບັນດານັກກິລາໃຫ້ສູ້ສຸດຄວາມສາມາດພາ ທີມຊາດລາວ ຜ່ານເຂົ້າຮອບ ກໍຄືສູ້ຊົນໃຫ້ໄດ້ແຂ່ງ 5 ນັດໃຫ້ໄດ້ ແລະ ເປັນຄວາມຫວັງຂອງຊາດ. ແນ່ນອນທາງ ສຕລ ມີນະໂຍບາຍພິເສດໃຫ້ແຕ່ລະນັດ.

         ສໍາລັບ ພາລະກິດຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ໃນການເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊຽນ ປະຈໍາປີ 2026 ໂດຍລາຍການນີ້ຈະຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ 3 ກຸ່ມເປັນ 3 ທີມ ແລະ ເອົາອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ ເຊິ່ງມີ 12 ຊາດເຂົ້າຮ່ວມດັ່ງນີ້:

-ກຸ່ມ A: ອິນໂດເນເຊຍ ເຈົ້າພາບ, ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ

-ກຸ່ມ B: ໄທ, ລາວ, ມຽນມາ ແລະ ຟິລິບປິນ

-ກຸ່ມ C: ອົດສະຕຣາລີ, ກໍາປູເຈຍ, ສິງກະໂປ ແລະ ບຣູໄນ

ຕາຕະລາງການແຂ່ງຂັນຂອງທີມຊາດລາວ ເຊິ່ງມີລະອຽດດັ່ງນີ້:

- ວັນທີ 12 ເມສາ 2026 ເວລາ 19:30 ທີມຊາດລາວ ພົບ ທີມຊາດມຽນມາ ແຂ່ງຂັນທີ່ ສະຫນາມ Gelora Joko Samudro

- ວັນທີ 15 ເມສາ 2026 ເວລາ 15:30 ທີມຊາດຟິລິບປິນ ພົບ ທີມຊາດລາວ ແຂ່ງຂັນທີ່ ສະຫນາມ Gelora Joko Samudro

- ວັນທີ 18 ເມສາ 2026 ເວລາ 15:30 ທີມຊາດໄທ ພົບ ທີມຊາດລາວ ແຂ່ງຂັນທີ່ ສະຫນາມ Gelora Delta


News Cover

ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth

06/04/2026

          ວັນທີ 06 ເມສາ 2026 ເວບໄຊ ທາງການ ສະຫະພັນບານເຕະອາຊີ ໄດ້ເປີດເຜີຍວ່າ ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth, ໂດຍລາງວັນດັ່ງກ່າວແມ່ນໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານທີ່ ສປປ ລາວ ໃນລະຫວ່າງ ວັນທີ 6 - 8 ມີນາ 2026.

          ອີງຕາມແຜນຍຸດທະສາດຂອງ ສຕລ ວ່າດ້ວຍແຜນພັດທະນາບານເຕະເຍົາວະຊົນທີ່ໄດ້ປະກາດໃນປີ 2023, ເຊິ່ງໃນໄລຍະ 2 ປີຜ່ານມາ (2024-2025) ຜົນງານທີ່ພົ້ນເດັ່ນແມ່ນການສ້າງການແຂ່ງຂັນລີກເຍົາວະຊົນຂຶ້ນໃນ ປີ 2024 ພ້ອມທັງໂຄງການ Champa-Champi Elite, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາຄວາມສາມາດຂອງ FIFA (FIFA Talent Development Scheme ຫລື ຮ້ອງສັ້ນໆກັນວ່າ FIFA TDS).

          ສູນ Champa-Champi Elite ໄດ້ກາຍເປັນສູນກາງທີ່ສຳຄັນສຳລັບການຝຶກອົບຮົມ ແລະ ພັດທະນານັກກິລາບານເຕະ ແລະ ການແຂ່ງຂັນລະດັບຮາກຖານທີ່ກຳລັງດຳເນີນຢູ່ແມ່ນຈັດຂຶ້ນສຳລັບນັກກິລາອາຍຸລະຫວ່າງ 7-16 ປີ ເພື່ອສ້າງໂອກາດ ແລະ ປະສົບການຕົວຈິງໃຫ້ນ້ອງນັກກິລາໄດ້ສະແດງຄວາມສາມາດ ແລະ ເຂົ້າໃຈກະຕິກາການແຂ່ງຂັນບານເຕະຢ່າງເລິກເຊິ່ງ.

ນອກເໜືອຈາກການສ້າງເງື່ອນໄຂໃຫ້ນັກກິລາ, ລະບົບດັ່ງກ່າວຍັງຊ່ວຍໃຫ້ຄູຝຶກບານເຕະ ສາມາດພັດທະນາທັກສະຂອງເຂົາເຈົ້າຜ່ານວິທີການຝຶກອົບຮົມທີ່ທັນສະໄໝ, ເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບເກມ, ແລະ ອະນຸຍາດໃຫ້ເຂົາເຈົ້າສ້າງວິທີການເຮັດວຽກຂອງຕົນເອງພາຍໃນຂອບການເຮັດວຽກທີ່ສອດຄ່ອງກັບວິໄສທັດໄລຍະຍາວຂອງ ສຕລ,

          ຜູ້ຊ່ຽວຊານຈາກ AFC ໄດ້ຊົມເຊີຍວຽກງານການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະສູນຝຶກອົບຮົມກິລາບານເຕະ ຢູ່ ຫຼັກ 16 ຫລື ຮູ້ຈັກໃນນາມ ສູນຝຶກບານເຕະ ຈໍາປີ-ຈໍາປາ, ເຊິ່ງສະໜອງສະພາບແວດລ້ອມແບບມືອາຊີບສຳລັບນັກກິລາບານເຕະຊາວໜຸ່ມທັງຊາຍ ແລະ ຍິງ. ສູນດັ່ງກ່າວ ປະກອບມມີສະຫນາມກິລາຂະຫນາດມາດຕະຖານ 2 ສະຫນາມ, ສະຫນາມນ້ອຍ 2 ສະໜາມ, ສູນອອກກຳລັງກາຍ ແລະ ຫໍພັກນັກກິລາ ທີ່ສາມາດຮອງຮັບນັກກິລາໄດ້ພ້ອມກັນບໍ່ຕໍ່າກວ່າ 120 ຄົນ.

         ເນື່ອງໃນໂອກາດອັນດີທີ່ໄດ້ຮັບການຍົກລະດັບຈາກ AFC, ທ່ານ ວິເພັດ ສີຫາຈັກຣ, ປະທານ ສຕລ ໄດ້ກ່າວວ່າ: “ໃນນາມ ສຕລ, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຍອມຮັບ ພາຍໃຕ້ໂຄງການ AFC Elite Youth, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການເສີມສ້າງພື້ນຖານໂຄງລ່າງການພັດທະນາຊາວໜຸ່ມຂອງພວກເຮົາ ແລະ ສ້າງເສັ້ນທາງທີ່ຍືນຍົງສຳລັບນັກກິລາໄວໜຸ່ມ. ນີ້ແມ່ນບາດກ້າວທີ່ສຳຄັນສຳລັບ ສຕລ ແລະ ຈະກະຕຸ້ນພວກເຮົາໃຫ້ປັບປຸງໂຄງການດ້ານວິຊາການ, ມາດຕະຖານການຝຶກສອນ, ແລະ ກິດຈະກຳບານເຕະລະດັບຮາກຖານຂອງພວກເຮົາໃຫ້ສູງຍິ່ງໆຂຶ້ນໄປ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະເຮັດວຽກຢ່າງໃກ້ຊິດກັບ AFC ເພື່ອເສີມຂະຫຍາຍລະບົບບານເຕະຊາວໜຸ່ມຂອງພວກເຮົາ ແລະ ສ້າງໂອກາດໃຫ້ນັກກິລາລາວໄດ້ກ້າວໄປສູ່ລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ.”

         ການແຂ່ງຂັນ ບານເຕະເຍົາວະຊົນ ສຕລ ປະຈຳປີ 2026 ແມ່ນແຂ່ງຂັນທຸກໆວັນເສົາ ແລະ ວັນອາທິດ ແຂ່ງຂັນຢູ່ທີ່ສະຫນາມກິລາສູນຝຶກ ຈຳປີ - ຈຳປາ ສະຫນາມກິລາແຫ່ງຊາດຫຼັກ 16 ເຊິ່ງບັນຍາກາດແຂ່ງຂັນໃນແຕ່ລະອາທິດເຕັມໄປດ້ວຍບັນຍາກາດຟົດຟື້ນ.


News Cover

ຈຳປາສັກ ກຽມຈັດແຂ່ງຂັນບານເຕະລາວໂຕໂຢຕ້າພາກໃຕ້ ລາວລີກ 2 ລະດູການ 2026 ໃນວັນທີ 28 ເມສານີ້

01/04/2026

        ວັນທີ 1 ເມສາ 2026 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມ ເພື່ອຈັດການແຂ່ງຂັນກິລາບານເຕະລາວໂຕ ໂຢຕ້າ ພາກໃຕ້ ລາວລີກ 2 ປະຈຳລະດູການ 2026ທີ່ແຂວງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວລັດຕະນະ ສີຫາວົງ, ຄະນະປະຈຳພັກແຂວງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ປະທານສະຫະພັນກິລາບານເຕະແຂວງຈຳປາສັກ, ໂດຍມີພາກສ່ວນກ່ຽວຂ້ອງ ແລະ ຕົວແທນຈາກບໍລິສັດຜູ້ສະໜັບສະໜູນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ມີການສະຫຼຸບຖອດຖອນບົດຮຽນຈາກການຈັດການແຂ່ງຂັນໃນຊຸມປີຜ່ານມາ ເພື່ອວາງແຜນການຈັດຕັ້ງປະຕິບັດໃນລະດູການໃໝ່ ໃຫ້ມີປະສິດທິພາບສູງສຸດ. ເປົ້າໝາຍສຳຄັນແມ່ນເພື່ອພັດທະນາວົງການກິລາບານເຕະພາຍໃນແຂວງ, ສ້າງນັກກິລາລຸ້ນສືບທອດເພື່ອຮັບໃຊ້ທັງໃນລະດັບແຂວງ ແລະ ທີມຊາດໃນອະນາຄົດ. ພ້ອມກັນນັ້ນ, ຍັງເປັນການຄັດເລືອກເອົາສະໂມສອນທີ່ດີທີ່ສຸດຂອງແຂວງ ເພື່ອເປັນຕົວແທນເຂົ້າຮ່ວມຊີງຂັນພະນະທ່ານນາຍົກລັດຖະມົນຕີ ແລະ ລາຍການສຳຄັນອື່ນໆ ຕາມແຜນການເຄື່ອນໄຫວຂອງສະຫະພັນກິລາບານເຕະແຫ່ງຊາດລາວ.

       ຜົນກອງປະຊຸມແມ່ນໄດ້ມີມະຕິເປັນເອກະພາບກຳນົດເອົາວັນທີ 28 ເມສາ 2026 ເປັນມື້ເປີດສາກການແຂ່ງຂັນຢ່າງເປັນທາງການ. ສ່ວນລາງວັນໃນລະດູການນີ້ ມີມູນຄ່າລວມກວ່າ 40 ລ້ານກີບ ໂດຍທີມຊະນະເລີດຈະໄດ້ຮັບຂັນລາງວັນ ພ້ອມເງິນສົດ 25,000,000 ກີບ, ຮອງຊະນະເລີດ 12,000,000 ກີບ ແລະ ອັນດັບທີສາມ 8,000,000 ກີບ ພ້ອມລາງວັນຊົມເຊີຍອື່ນໆ.ພິເສດ ເພື່ອໃຫ້ແຟນບານທົ່ວປະເທດໄດ້ຕິດຕາມຢ່າງທົ່ວເຖິງ,ຄະນະຈັດການແຂ່ງຂັນໄດ້ກຽມຖ່າຍທອດສົດການແຂ່ງ ຂັນຄົບທັງ 56 ນັດ.

 ສຳລັບການແຂ່ງຂັນໃນລະດູການນີ້ ແມ່ນໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ລາວ ໂຕໂຢຕ້າ ພາກໃຕ້ ຈຳກັດ ເຊິ່ງມີ 8 ສະໂມສອນຊັ້ນນຳພາຍໃນແຂວງເຂົ້າຮ່ວມຊີງໄຊ ຄື:

1. ສະໂມສອນສຸລິຍະວົງ (ແຊັ້ມເກົ່າ)

2. ສະໂມສອນປີ່ນແກ້ວ 2010 (ແຊັ້ມລະດູການ 2025)

3. ສະໂມສອນ SP Sign

4. ສະໂມສອນບາຈຽງ FC

5. ສະໂມສອນໂຮງຮຽນຊ້າງເຜືອກ

6. ສະໂມສອນໂຮງຫຼໍ່ການໄຊ

7. ສະໂມສອນ SLP ພົມປັນຍາ ຟຣາມ

8. ສະໂມສອນ ປະຕິຫານ


News Cover

ຮັບສະຫມັກ ຜູ້ທີ່ມີຄວາມສົນໃຈ ການຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ ສຳລັບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈໍາປີ 2026

01/04/2026

ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານຈັດການແຂ່ງຂັນກິລາບານເຕະ ສະໝັກເຂົ້າຮ່ວມການຝຶກອົບຮົມຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ ເພື່ອກຽມຄວາມພ້ອມສຳລັບ ການແຂ່ງຂັນບານເຕະເຍົາວະຊົນຍິງ ຮຸ່ນອາຍຸບໍ່ເກີນ 16 ປີ ຊີງຂັນ ສຕລ ປະຈໍາປີ 2026 (LFF U-16 Girls’ Championship 2026 under FIFA League Development Programme) ລະຫວ່າງ ວັນທີ 28 - 29 ເມສາ 2026 ໂດຍມີຊ່ຽວຊານ ທີ່ມີຄວາມຮູ້ ແລະ ປະສົບການ ຈາກສະຫະພັນບານເຕະແຫ່ງຊາດລາວ ເປັນວິທະຍາກອນ. ລາຍລະອຽດການຝຶກອົບຮົມ ມີດັ່ງນີ້:

1. ວັນເວລາ ແລະ ສະຖານທີ່

- ວັນທີ: 28 – 29 ເມສາ 2026;

- ເວລາ: 9:00 – 16:00 ໂມງ;

- ສະຖານທີ່: ຫ້ອງປະຊຸມ ຊັ້ນ 3, ສະຫະພັນບານເຕະແຫ່ງຊາດລາວ.

2. ເງື່ອນໄຂຜູ້ເຂົ້າຮ່ວມ

- ຜູ້ທີ່ມີຄວາມສົນໃຈໃນວຽກງານບານເຕະທົ່ວໄປ ແລະ ຕ້ອງມີອາຍຸ 18 ປີຂຶ້ນໄປ; ຫຼື

- ຜູ້ທີ່ເຄີຍຜ່ານການຝຶກອົບຮົມ ຜູ້ຄວບຄຸມການແຂ່ງຂັນ (Match Commissioner) ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ (General Coordinator) ຂອງ ສຕລ ໃນໄລຍະຜ່ານມາ.

3. ນະໂຍບາຍຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ

- ເຂົ້າຮ່ວມຝຶກອົບຮົມ ໂດຍບໍ່ເສຍຄ່າ;

- ອຸປະກອນເຄື່ອງຂຽນ;

- ອາຫານວ່າງ ແລະ ນໍ້າດື່ມ ໃນລະຫວ່າງການຝຶກອົບຮົມ;

- ອາຫານທ່ຽງສຳຫຼັບຜູ້ເຂົ້າຮ່ວມຝຶກອົບຮົມ;

- ໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ.

4. ຂັ້ນຕອນການສະໝັກຝຶກອົບຮົມ

        ຜູ້ທີ່ສົນໃຈ ສາມາດສົ່ງຟອມສະໝັກເຂົ້າຮ່ວມຝຶກອົບຮົມ, ໃບຊີວະປະຫວັດ (CV) ແລະ ຮູບພາບຕິດບັດ ໃຫ້ກັບຄະນະຮັບຜິດຊອບ ຜ່ານອີເມວ gensec@laoff.org.la ແລະ competition@laoff.org.la ປິດຮັບລົງທະບຽນ ວັນທີ 21 ເມສາ 2026.