News
News Cover

ແຜນຜັງ ທາງເຂົ້າສະຫນາມກິລາແຫ່ງຊາດຫຼັກ 16 ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮອບຄັດເລືອກ 2027 (AFC Asian Cup Saudi Arabia 2027 Qualifiers Final Round)

30/03/2026

ແຜນຜັງ ທາງເຂົ້າສະຫນາມກິລາແຫ່ງຊາດຫຼັກ 16 ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮອບຄັດເລືອກ 2027 (AFC Asian Cup Saudi Arabia 2027 Qualifiers Final Round)

📅 ວັນອັງຄານ 31/03/2026

🇳🇵 ທີມຊາດເນປານ 🆚 🇱🇦 ທີມຊາດລາວ

🕗 ເວລາ 19:00

🏟 ສະຫນາມກິລາແຫ່ງຊາດຫຼັກ 16

🎥ຖ່າຍທອດສົດທາງ Youtube LAOFF TV ສະຫະພັນບານເຕະແຫ່ງຊາດລາວ

ບັດເຂົ້າຊົມ ມີຫລາຍລາຄາດັ່ງນີ້:

- ປະຕູ A1 ລາຄາ 50,000 ກີບ

- ປະຕູ A2 ລາຄາ 50,000 ກີບ

- ປະຕູ C ລາຄາ 20,000 ກີບ

- ປະຕູ D ລາຄາ 20,000 ກີບ

ສອບຖາມການຊື້ບັດເຂົ້າຊົມໄດ້ທີ່:

ເບີໂທຕິດຕໍ່: +856 30 526 6415 ແລະ 021 562 620

ໃນວັນ ແລະ ໂມງລັດຖະການ 9:00 - 11:30 ແລະ 14:00 - 17:00

ສາມາດຊື້ບັດເຂົ້າຊົມ ໄດ້ທີ່ ສຳນັງານໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ທີ່ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

Location: https://maps.app.goo.gl/v3nozHQ54py5kyFc9 ແລະ ສາມາດຊື້ໄດ້ທີ່ສະໜາມກິລາ ຫຼັກ 16 ໃນມື້ແຂ່ງຂັນ ເລີ້ມເວລາ 15:30 ໂມງເປັນຕົ້ນໄປ ເຊິ່ງຈຸດຂາຍຈະມີ 2 ບ່ອນຄື: ທາງເຂົ້າປະຕູ Zone A1 ແລະ C.

#LAOS #LAONATIONALTEAM #AFCAsianCupSaudiArabia2027 #LAOFOOTBALLFEDERATION #JogarbolaLaos #DongLucLaos #DongLuc #LaoTelecom

News Cover

ປະກາດລາຍຊື່ນັກກິລາ 23 ຄົນ ພ້ອມລົງແຂ່ງຂັນພົບເນປານ ໃນວັນທີ 31 ມີນາ 2026 ສຳລັບການແຂ່ງຂັນບານເຕະຊີງແຊ້ມອາຊີ ຮອບຄັດເລືອກ 2027 (AFC Asian Cup Saudi Arabia 2027 Qualifiers Final Round)

30/03/2026

ທີມຊາດລາວຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ວຣາດີກາ ກຣູຈິກ ຫຼື ທີ່ຮູ້ຈັກກັນໃນນາມ ວຣາໂດ້ (Vladica Grujic) ຄູຝຶກບານເຕະຊາວເຊີເບຍ, ທີ່ໄດ້ເຂົ້າມາຮັບໜ້າທີ່ເປັນຄູຝຶກທີມຊາດລາວ ເລີ້ມຕັ້ງແຕ່ເດືອນ ກຸມພາ 2026. ທາງຄະນະຄູຝຶກໄດ້ປະກາດລາຍຊື່ນັກກິລາ 23 ຄົນ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮອບຄັດເລືອກ 2027 (AFC Asian Cup Saudi Arabia 2027 Qualifiers Final Round) ເຊິ່ງຈະເປັນນັດສຸດທ້າຍໃນຮອບແບ່ງກຸ່ມ ແລະ ເປັນການພົບກັນລະຫວ່າງ ທີມຊາດເນປານ ແລະ ທີມຊາດລາວ ໃນວັນທີ 31 ມີນາ 2026 ເວລາ 19:00 ໂມງ ທີ່ສະຫນາມກິລາແຫ່ງຊາດຫລັກ 16.

ສຳລັບລາຍຊື່ນັກກິລາ 23 ມີດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ

1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ

2. ກົບ ໂລກພະທິບ ຈາກ ສະໂມສອນ ເອສະຣາ

3. ອານຸລັກ ວິລະຜົນ ຈາກ ສະໂມສອນ ມັດສະດ້າ ຈີບີ

+ ກອງຫລັງ

1. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ບີຈີ ປະທຸມ (ໄທລີກ 1)

2. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

3. ວຽງໄຊ ສິດດາວົງ ຈາກ ສະໂມສອນ ນໍ້າທາ ຢູໄນເຕັດ

4. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ເອສະຣາ

5. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ມັດສະດ້າ ຈີບີ

6. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນ ຈຳປາສັກ ອາເວເນຍ

7. ໂອຄຳ ລາດຊະຈັກ ຈາກ ສະໂມສອນ ກອງທັບ

8. ບຸນແພງ ໄຊສົມບັດ ຈາກ ສະໂມສອນ ຫຼວງພະບາງ ຟຟລ

9. ພົນສັກ ສີສະຫວາດ ຈາກ ສະໂມສອນ ຊ້າງນ້ອຍ

+ ກອງກາງ

1. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ຊ້າງນ້ອຍ

2. ກາດຳ ກອນເຍີ ຈາກ ສະໂມສອນ ຊ້າງນ້ອຍ

3. ສົມລິດ ແສງວັນນີ ຈາກ ສະໂມສອນ ກອງທັບ

4. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ຊຽງໃຫມ່ (ໄທລີກ 2)

5. ສົມຫວັງ ຈຸມມະລີ ຈາກ ສະໂມສອນ ມັດສະດ້າ ຈີບີ

6. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ

+ ກອງຫນ້າ

1. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ

2. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ

3. ກ້ວຍເຈັ໋ງ ຫນູພັກດີ ຈາກ ສະໂມສອນ ຈຳປາສັກ ອາເວເນຍ

4. ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ

5. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ສາລະວັນ ຢູໄນເຕັດ

ສ່ວນສະຖິຕິໃນການພົບກັນຫຼ້າສຸດ ໃນຄັ້ງວັນທີ 10 ມິຖຸນາ 2025, ທີມຊາດລາວ ເອົາຊະນະ ທີມຊາດເນປານ ດ້ວຍ 2 ປະຕູຕໍ່ 1.

ແອດມິນຂໍເຊີນຊວນແຟນບານລາວ ມາຮ່ວມຊົມຮ່ວມເຊຍ ແລະ ໃຫ້ກຳລັງໃຈນັກກິລາທີມຊາດລາວ ພົບກັບ ທີມຊາດເນປານ ໃນວັນທີ 31 ມີນາ 2026 ເວລາ 19:00 ໂມງ ທີ່ ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດທາງຊ່ອງທາງ ຢູທູບ ສະຫະພັນບານເຕະແຫ່ງຊາດລາວ LAOFF TV

ບັດເຂົ້າຊົມ ມີຫລາຍລາຄາດັ່ງນີ້:

- ປະຕູ A1 ລາຄາ 50,000 ກີບ

- ປະຕູ A2 ລາຄາ 50,000 ກີບ

- ປະຕູ C ລາຄາ 20,000 ກີບ

- ປະຕູ D ລາຄາ 20,000 ກີບ

ສອບຖາມການຊື້ບັດເຂົ້າຊົມໄດ້ທີ່:

ເບີໂທຕິດຕໍ່: +856 30 526 6415 ແລະ 021 562 620

ໃນວັນ ແລະ ໂມງລັດຖະການ 9:00 - 11:30 ແລະ 14:00 - 17:00

ສາມາດຊື້ບັດເຂົ້າຊົມ ໄດ້ທີ່ ສຳນັງານໃຫຍ່ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ທີ່ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

Location: https://maps.app.goo.gl/v3nozHQ54py5kyFc9 ແລະ ສາມາດຊື້ໄດ້ທີ່ສະໜາມກິລາ ຫຼັກ 16 ໃນມື້ແຂ່ງຂັນ ເລີ້ມເວລາ 15:30 ໂມງເປັນຕົ້ນໄປ ເຊິ່ງຈຸດຂາຍຈະມີ 2 ບ່ອນຄື: ທາງເຂົ້າປະຕູ Zone A1 ແລະ C.

#LAOS #LAONATIONALTEAM #AFCAsianCupSaudiArabia2027 #LAOFOOTBALLFEDERATION #JogarbolaLaos #DongLucLaos #DongLuc #LaoTelecom

News Cover

ສະຫະພັນບານເຕະແຫ່ງຊາດລາວ ຈັດກອງປະຊຸມ ວິເຄາະສະພາບແວດລ້ອມກິລາບານເຕະລະດັບສະໝັກຫຼີ້ນ ໃນ ສປປ ລາວ FIFA AMATEUR FOOTBALL ENVIRONMENT

28/03/2026

          ວັນທີ 28 ມີນາ 2026 ທີ່ຜ່ານມາ ຢູ່ທີ່່ ໂຮງແຮມແລນມາກແມ່ຂອງລີເວີໄຊ , ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນາໆຊາດ ໄດ້ຈັດ ກອງປະຊຸມ ວິເຄາະສະພາບແວດລ້ອມກິລາບານເຕະລະດັບສະໝັກຫຼີ້ນ ໃນ ສປປ ລາວ FIFA AMATEUR FOOTBALL ENVIRONMENT ເຂົ້າຮ່ວມ ມີ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ARIS CASLIB ຕົວແທນ ຈາກ ສະຫະພັນບານເຕະນາໆຊາດ ສັນຊາດຟີລິບປິນ, ທ່ານ CHOKEY NIMA ຕົວແທນຈາກ ສະຫະພັນບານເຕະນາໆຊາດ ສັນຊາດບູຖານ, ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ຫົວຫນ້າພະແນກ ແລະ ວິຊາການ ສະຫະພັນບານເຕະແຫ່ງຊາດລາວ, ກະຊວງສຶກສາທິການ ແລະ ກິລາ, ສະຫະພັນບານເຕະແຂວງ, ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນກິລາ - ກາຍຍະກຳ, ມສ ນາຊາຍທອງ, ສະໂມສອນ ຈາກລາວລີກ 2, ສະໂມສອນ ຟຸດຊໍ ແລະ ສູນຝຶກເຍົາວະຊົນ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 66 ຄົນ.

          ທ່ານ ວີເພັດ ສິີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ‘’ ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ FIFA ສຳລັບການສະໜັບສະໜູນ ແລະ ຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງ ໃນການພັດທະນາກິລາບານເຕະໃນທຸກລະດັບ ໂດຍສະເພາະ ລະດັບຂັ້ນພື້ນຖານ ແລະ ລະດັບສະໝັກຫຼີ້ນ ຊຶ່ງເປັນພື້ນຖານແກ່ນແທ້ຂອງກິລານີ້f ກິລາບານເຕະບໍ່ພຽງແຕ່ເປັນກິດຈະກຳທີ່ນີຍົມໃນດ້ານການແຂ່ງຂັນເທົ່ານັ້ນ, ແຕ່ຍັງເປັນກິດຈະກຳໜຶ່ງທີ່ພັດດັນໃຫ້ແກ່ການສ້າງຄວາມສາມັກຄີ, ການສຶກສາ ແລະ ການພັດທະນາສັງຄົມ. ສຳລັບ ສປປ ລາວ ກິລາບານເຕະລະດັບສະໝັກຫຼີ້ນ ມີບົດບາດສຳຄັນໃນການເຊື່ອມໂຍງຊຸມຊົນ, ສ້າງແຮງບັນດານໃຈໃຫ້ແກ່ຊາວໜຸ່ມ ໂດຍສົ່ງເສີມການມີສຸຂະພາບທີ່ດີ ແລະ ຫ່າງໄກຈາກສິ່ງເສບຕິດ. ນີ້ແມ່ນຈຸດເລີ່ມຕົ້ນຂອງຄວາມມັກຮັກ ແລະ ເປັນບ່ອນຄົ້ນພົບພອນສະຫວັນຂອງນັກກິລາໃນແຕ່ລະຮຸ່ນອາຍຸໃນອະນາຄົດ ''.

          ກອງປະຊຸມໃນຄັ້ງນີ້ ເກີດຂຶ້ນໃນເວລາອັນເໝາະສົມຢ່າງຍິ່ງ ສຳລັບພວກເຮົາ. ໃນຂະນະທີ່ພວກເຮົາກຳລັງສືບຕໍ່ເສີມສ້າງການພັດທະນາກິລາບານເຕະໃນປະເທດ, ການທົບທວນ ແລະ ປະເມີນສະພາບອົງປະກອບດ້ານໂຄງສ້າງ, ສິ່ງທ້າທາຍ ແລະ ກາລະໂອກາດ ເປັນສິ່ງຈຳເປັນຢ່າງຍິ່ງ. ຜ່ານຂະບວນການນີ້ ພວກເຮົາຫວັງວ່າ ຈະໄດ້ຮັບຄວາມເຂົ້າໃຈຢ່າງຊັດເຈນ ເພື່ອສ້າງລະບົບບານເຕະສະໝັກຫຼີ້ນ ທີ່ເປັນລະບົບຮັດກຸມ ແລະ ມີການພັດທະນາແບບຍືນຍົງຂຶ້ນໄປເລື້ອຍໆ.

          ສຳລັບເນື້ອໃນກອງປະຊຸມດັ່ງກ່າວນີ້ໄດ້ມີການນຳສະເຫນີກ່ຽວກັບ ສະພາບແວດລ້ອມບານເຕະສະຫມັກຫລິ້ນໃນທົ່ວໂລກ ແລະ ສະເພາະຂອງ ສປປ ລາວ, ການສົນທະນາແບບມີສ່ວນຮ່ວມກ່ຽວກັບ ສະພາບແວດລ້ອມບານເຕະສະຫມັກຫລິ້ນໃນ ສປປ ລາວ , ໃນທ້າຍກອງປະຊຸມຍັງມີການແລກປ່ຽນຄວາມຄິດເຫັນເພື່ອພັດທະນາບານເຕະ ພາຍໃນ ສປປ ລາວ ໃຫ້ພັດທະນາຂຶ້ນກວ່າເກົ່າ.


News Cover

ສຕລ ສຳເລັດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດທີ່ ສປປ ລາວ

28/03/2026

         ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສຳເລັດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ຖືເປັນການເປີດຝຶກອົບຮົມຄູຝຶກລະດັບສູງສຸດຄັ້ງທໍາອິດໃນ ສປປ ລາວໂດຍໄດ້ເລີ່ມຝຶກອົບຮົມນັບແຕ່ວັນທີ 14 ກໍລະກົດ 2025 ຫາ 31 ມີນາ 2026 ລວມໄລຍະຝຶກອົບຮົມ 9ເດືອນ.

ຄະນະຮັບຜິດຊອບຈັດການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ໃນຫຼັກສູດນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທາງດ້ານທິດສະດີ, ການປະຕິບັດຕົວຈິງ ແລະ ມີການຮຽນຜ່ານອອນລາຍ ພ້ອມດຽວກັນນັ້ນ ຍັງໄດ້ເດີນທາງໄປທັດສະນະສຶກສາຕື່ມອີກ ທີ່ ປະເທດອາຣັບບີ ຊາອຸດິ ອາຣັບເບຍ ແລະ ປະເທດ ກາຕ້າ.ນອກຈາກການຈັດຝຶກອົບຮົມໃນຄັ້ງນີ້ ທາງ ສຕລ ຍັງໄດ້ມີແຜນຈະຈັດເພີ້ມຕື່ມອີກ ເພື່ອເປັນ ເງື່ອນໄຂໃນການສ້າງບຸກຄະລາກອນຄູຝຶກກິລາບານເຕະ ລະດັບ Pro License ໃຫ້ນັບມື້ຫຼາຍຂຶ້ນ ເລື້ອຍໆ ເພື່ອຕອບສະໜອງໃຫ້ແກ່ການພັດທະນາ ແລະ ຍົກສູງວົງການກິລາບານເຕະໃນ ສປປ ລາວ.

        ການຝຶກອົບຮົມ ຫຼັກສູດ “ຄູຝຶກບານເຕະ ລະດັບ Pro License” ຄັ້ງນີ້ ແມ່ນໄດ້ຮັບການ ຮັບຮອງຈາກ ສະຫະພັນບານເຕະອາຊີ (AFC) ມີຜູ້ເຂົ້າຮ່ວມທັງໝົດ 12 ທ່ານ ທີ່ມາຈາກບັນດາ ສະໂມສອນບານເຕະພາຍໃນປະ ເທດລາວ ຈໍານວນ 6 ທ່ານ ໃນນັ້ນມີ ຍິງ 1 ທ່ານ ແລະ ຕ່າງປະເທດ ຈໍານວນ 6 ທ່ານ ທີ່ມາຈາກສິງກະໂປ, ມາເລເຊຍ, ໄທ, ກຳປູເຈຍ ແລະ ຍີ່ປຸ່ນ.ດັ່ງລາຍຊື່ດັ່ງລຸ່ມນີ້:

1. ທ່ານ ຈັນດາລາພອນ ລຽບວິໄຊ ຈາກ ສະໂມສອນ ບານເຕະ ເອສະຣາ

2. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ

3. ທ່ານ ກັນລະຍາ ສີສົມຫວັງ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ

4. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ບານເຕະ ຫຼວງພະບາງ ຟຟລ

5. ທ່ານ ນ. ພອນທິບ ແສງມະນີ ຈາກ ສະໂມສອນ ບານເຕະ ສາລະວັນ

6. ທ່ານ ວົງມີໄຊ ສຸບົວຄຳ ຈາກ ສະໂມສອນ ບານເຕະ ມັດສະດ້າ ຈີບີ

7. ທ່ານ Supachai Komsilp ຈາກ ປະເທດໄທ

8. ທ່ານ Hok Sochetra ຈາກ ປະເທດກໍາປູເຈຍ

9. ທ່ານ Lizuka Koichiro ຈາກ ປະເທດຍີ່ປຸ່ນ

10. ທ່ານ Mohd Noh Alam Shah ຈາກ ປະເທດສິງກະໂປ

11. ທ່ານ Mohammad Isa Bin Abdul Halim ຈາກ ປະເທດສິງກະໂປ

12. ທ່ານ ARULCHELVAN A/L ILENGGO ຈາກ ປະເທດມາເລເຊຍ

          ສຳລັບຜົນການຮຽນ,ສະຫະພັນບານເຕະອາຊີ ແມ່ນຈະໄດ້ແຈ້ງຜົນການຮຽນດັ່ງກ່າວໃຫ້ຮັບຊາບຕາມພາຍຫລັງ.


News Cover

ສະໂມສອນ ເອສະຣາ ຄວ້າແຊ້ມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/26 ເປັນສະໄຫມທີ 2 ຕິດຕໍ່ກັນ

14/03/2026

         ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/26 ນັດສຸດທ້າຍຂອງການແຂ່ງຂັນໄດ້ຈັດຂຶ້ນທີ່ສະຫນາມກິລາແຫ່ງຊາດ(ຫຼັກ16) ເປັນການພົບກັນ ລະຫວ່າງ ສະໂມສອນ ເອສະຣາ ພົບ ສະໂມສອນ ຊ້າງນ້ອຍ ຜ່ານການແຂ່ງຂັນສະໂມສອນ ບານເຕະ ເອສະຣາ ເສຍໃຫ້ ສະໂມສອນ ຊ້າງນ້ອຍ 1-6, ຊ້າງນ້ອຍ ໄດ້ປະຕູຈາກ: ເບີ 9 ກີ້ດາວອນ ສຸວັນນີ ນາທີ 29’,54’, ເບີ 99 HYUN WOOK JUNG ນາທີ 33’, ເບີ 20 ແສງດາວວີ ຫັນທະວົງ ນາທີ 46’, ເບີ 8 ພຸດດາວີ ພົມມະສານ ນາທີ 49’, ເບີ 91 ພຸດພະໄຕ ຈັນທະລັງສີ ນາທີ 74’ ຂະນະທີ່ ເອສະຣາ ໄດ້ປະຕູຈາກ: ເບີ 7 ປີເຕີ້ ພັນທະວົງ ນາທີ 45’.

        ສະໂມສອນ ເອສະຣາ ລົງແຂ່ງຂັນທັງຫມົດ 18 ນັດ ຊະນະ 15 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 46 ຄະແນນ ຍິງໄດ້ທັງຫມົດ 63 ປະຕູ ເສຍ 16 ປະຕູ, ຄວ້າແຊ້ມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/26 ເປັນສະໄຫມທີ 2 ຕິດຕໍ່ກັນ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນຈຳນວນ 600 ລ້ານກີບ ຂະນະທີ່ ສະໂມສອນ ຊ້າງນ້ອຍ ໄດ້ອັນດັບ 2 ແຂ່ງຂັນ 18 ນັດ ຊະນະ 14 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 44 ຄະແນນ ໄດ້ຮັບເງິນລາງວັນຈຳນວນ 300 ລ້ານກີບ, ອັນດັບ 3 ສະໂມສອນ ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 150 ລ້ານກີບ, ອັນດັບ 4 ສະໂມສອນ ຈຳປາສັກ ອາເວເນຍ ໄດ້ຮັບເງິນລາງວັນ 75 ລ້ານກີບ, ອັນດັບ 5 ສະໂມສອນ ກອງທັບ ໄດ້ຮັບເງິນລາງວັນ 50 ລ້ານກີບ, ອັນດັບ 6 ສະໂມສອນ ສາລະວັນ ຢູໄນເຕັດ ໄດ້ຮັບເງິນລາງວັນ 45 ລ້ານກີບ, ອັນດັບ 7 ສະໂມສອນ ຫຼວງພະບາງ ຟຟລ ໄດ້ຮັບເງິນລາງວັນ 35 ລ້ານກີບ, ອັນດັບ 8 ສະໂມສອນ ນໍ້າທາ ຢູໄນເຕັດ ໄດ້ຮັບເງິນລາງວັນ 30 ລ້ານກີບ, ອັນດັບ 9 ສະໂມສອນ ບີໄອເອັສ ມາດສເຕີ້ ໄດ້ຮັບເງິນລາງວັນ 25 ລ້ານກີບ ແລະ ອັນດັບສຸດທ້າຍ ສະໂມສອນ ສະຫວັນນະເຂດ ໄດ້ຮັບເງິນລາງວັນ 20 ລ້ານກີບ.

        ສ່ວນລາງວັນປະເພດບຸກຄົນມີຄື: ລາງວັນຄູຝຶກດີເດັ່ນ ທ່ານ ບຽງຊູນາ BYUNG SOO NA ສັນຊາດ ສ.ເກົາຫລີ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນນັກກິລາດີເດັ່ນ ປີເຕີ້ ພັນທະວົງ ຈາກ ສະໂມສອນ ບານເຕະ ເອສະຣາ, ລາງວັນຜູ້ຮັກສາປະຕູດີເດັ່ນ ສໍລະສັກ ທີລະວົງ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ ແລະ ລາງວັນຜູ້ຍິງປະຕູສູງສຸດ KOKI NARITA ສັນຊາດຍີ່ປຸ່ນ ຈາກ ສະໂມສອນ ບານເຕະ ເອສະຣາ ຍິງໄດ້ 22 ປະຕູ.

        ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2025/2026 ແມ່ນໄດ້ເລີ່ມແຂ່ງຂັນນັບຕັ້ງແຕ່ ວັນທີ 16 ສິງຫາ 2025 ຫາ ວັນທີ 14 ມີນາ 2026. ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ຈຳນວນນັດແຂ່ງຂັນທັງຫມົດ 90 ນັດ.


News Cover

ສຕລ ຮ່ວມກັບ ສຕຂ ຫຼວງນໍ້າທາ ຈັດກິດຈະກໍາສະຫຼອງວັນແມ່ຍິງສາກົນ

10/03/2026

       ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະແຂວງຫຼວງນໍ້າທາ(ສຕຂ)ໄດ້ຮ່ວມກັນຈັດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ 116 ປີ ຂຶ້ນພາຍໃຕ້ໂຄງການ AFC Women's Footbal Day ທີ່ສະຫນາມກິລາບານເຕະແຂວງ ຫຼວງນໍ້າທາ ໃນຕອນເຊົ້າ ວັນທີ 7 ມີນາ 2026 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ ປອ ອາຄົມ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ປະທານ ສຕຂ ຫຼວງນໍ້າທາ, ທ່ານ ທອງສອນ ອາດພາສຸກ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ, ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ, ຮອງປະທານ ສຕຂ ຫຼວງນໍ້າທາ, ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງ ກິລາ -ກາຍະກໍາ ແລະ ສິລະປະ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມຢ່ງຫຼວງຫຼາຍ. ງານດັ່ງກ່າວຈັດຂື້ນພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's Football Day,ໂຄງການນີ້ແມ່ນ ເປີດໃຫ້ເດັກນ້ອຍ ເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ໂດຍມີເປົ້າໝາຍເພື່ອເສີມ ສ້າງພັດທະນານັກກິລາບານເຕະຮຸ່ນສຶບ ທອດໃຫ້ໄດ້ທົ່ວຂົງເຂດທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍຢ່າງທົ່ວເຖິງ.

      ໃນໂອກາດເປີດພິທີ ທ່ານ ປອ ອາຄົມ ວົງພະຈັນ ປະທານ ສຕຂ ຫຼວງນໍ້າທາໄດ້ກ່າວວ່າ ການຈັດກິດຈະກໍາໃນຄັ້ງນີ້ ຖືວ່າມີຄວາມໝາຍຄວາມສໍາຄັນ ໃນການສ້າງສາພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍໄປທົ່ວປະເທດ ເພື່ອເຮັດໃຫ້ການຝຶກສອນນັບມື້ນັບໄດ້ມາດຕະຖານ ຮັບປະກັນທັງປະລິມານ ແລະ ຄຸນນະພາບ, ໃຫ້ນ້ອງໆ ໄດ້ມີສຸຂະພາບແຂງແຮງ, ຫ່າງໄກສິ່ງອະບາຍຍະມຸກທີ່ບໍ່ດີຕ່າງໆ ເພື່ອກາຍເປັນນັກກິລາທີ່ມີຈຸດມຸ້ງໝາຍ ກ້າວໄປສູ່ນັກກິລາອາຊີບທີ່ມີຄຸນນະພາບໃນອະນາຄົດ.

      ຂະນະ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນບານເຕະແຂວງ ຫຼວງນໍ້າທາ ທີ່ໄດ້ເປັນເຈົ້າພາບຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ແລະ ຫວັງວ່າ ງານໃນມື້ນີ້ຈະເປັນແຮງບັນດານໃຈເປັນຈຸດເລີ່ມຕົ້ນເລັກໆນ້ອຍໆ, ໃຫ້ທຸກຄົນມີຄວາມມັກຮັກໃນກິລາບານເຕະ ເພື່ອຕໍ່ຍອດໃຫ້ນ້ອງໆທຸກຄົນກາຍເປັນນັກກິລາທີ່ດີໃຫ້ກັບໂຮງຮຽນ, ສະໂມສອນແລະກາຍເປັນນັກກິລາທີມຊາດໃນອະນາຄົດ. ພາຍໃນງານ ສຕລ ຍັງໄດ້ມອບບານເຕະໃຫ້ບັນໂຮງຮຽນທີ່ເຂົ້າຮ່ວມອີກດ້ວຍ.

News Cover

ສຕລ ສຳເລັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

06/03/2026

      ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ສຳເລັດການຝຶກອົບຮົມກຳມະການຕັດສິນບານເຕະຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 06 ມີນາ 2026 ທີ່ ຫ້ອງການ ສຕລ,ໃຫ້ກຽດເຂົ້າຮ່ວມປີດພິທີໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ.

ການຈັດຝຶກຮົບນີ້ໄດ້ເປີດຂຶ້ນໃນ ວັນທີ 2 ມີນາ 2026 ຜ່ານມາ, ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ແລະ ຜ່ານການຝຶກອົບຮົມ ໄລຍະເວລາ 5 ວັນ, ເຫັນວ່ານັກສໍາມະນາກອນເຂົ້າຮ່ວມແມ່ນມີີິຄວາມຕັ້ງໃຈ ຫ້າວຫັນຕໍ່ການຮໍ່າຮຽນ ແລະ ປະຕິບັດໂມງເວລາໄດ້ດີ, ສ່ວນຜົນການສອບເສັງທິດສະດີບັນລຸ 80%, ສອບເສັງ ວິດີໂອ 75% ແລະ ສອນເສັງດ້ານພາລະກໍາລັງໄດ້ 60% ຂື້ນໄປ.

     ໃນໂອກາດນີ້ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສຕລ ໄດ້ມີຄຳເຫັນບາງຕອນວ່າ: ການຝຶກອົບຮົມກໍາມະການຕັດສິນຄັ້ງນີ້ ແມ່ນບາດກ້າວເລີ້ມຕົ້ນໃຫ້ນັກສຳມະນາກອນທຸກໆທ່ານ ໃນການເປີດປະສົບການໃຫມ່ໆຈາກທີ່ເຄີຍເປັນພຽງຜູ້ຊົມການແຂ່ງຂັນບານເຕະຈາກໜ້າຈໍໂທລະສັບ ຫລື ຂອບສະໜາມ, ໄດ້ມີໂອກາດສຳພັດ ແລະ ຮຽນຮູ້ເລື່ອງກົດລະບຽບການແຂ່ງຂັນ, ທິດສະດີ-ພາກປະຕິບັດ, ເບື້ອງຫຼັງການກະກຽມຄວາມພ້ອມຂອງກຳມະການຕັດສິນ. ທາງ ສຕລ ຫວັງວ່າການເຂົ້າຮ່ວມອົບຮົມຄັ້ງນີ້ນັກສຳມະກອນແຕ່ລະທ່ານຈະມີຄວາມເຂົ້າໃຈເລີກເຊິ່ງຂຶ້ນຕື່ມ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປຕໍ່ຍອດ ເພາະການຝຶກອົບຮົມນີ້ຖືເປັນການປູທາງໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກຈະສືບຕໍ່ສາຍອາຊີບກຳມະການຕັດສິນບານເຕະ ເພື່ອຈະກ້າວໄປເປັນກຳມະການຕັດສິນ ລະດັບສູງພາຍໃນປະເທດ, ລະດັບພາກພື້ນ ແລະ ສາກົນໃນອານາຄົດ. ສຕລ ປຽບຄືສະຖາບັນການສຶກສາດ້ານກິລາບານເຕະ ທີ່ມີໜ້າທີ່ຜະລິດບຸກຄະລາກອນທີ່ປິ້ນອ້ອມວຽກງານຈັດການແຂ່ງຂັນບານເຕະ ເຊັນ: ກຳມະການຕັດສິນ, ນັກກິລາ ແລະ ບຸກຄະລາກອນທາງດ້ານຈັດການແຂ່ງຂັນ. ທັງນີ້, ກໍ່ເພື່ອໃຫ້ທຸກຄົນມີການປະກອບສ່ວນເຂົ້າໃນວຽກງານພັດທະນາກິລາບານເຕະ ເພາະວຽກງານນີ້ ບໍ່ແມ່ນວຽກງານຂອງ ສຕລ ແຕ່ພຽງຜູ້ດຽວ ແຕ່ມັນເປັນວຽກງານຂອງມ່ວນຊົນທີ່ມີໃຈຮັກ ແລະ ມັກໃນກິລາບານເຕະ ທີ່ຕ້ອງຮ່ວມແຮງຮ່ວມໃຈກັນໃນການສ້າງສາ ແລະ ພັດທະນາກິລາບານເຕະໄປນຳກັນ.

       ສໍາລັບນັກສໍາມະກອນທີ່ມີຜົນງານພົ້ນເດັ່ນໃນການຝຶກອົບຮົມຄັ້ງນີ້, ຈະໄດ້ຮັບໂອກາດຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸລະຫວ່າງ 10 -14 ປີ ພາຍໃນປີ 2026 ແລະ ຖ້າຜູ້ກ່ຽວມີຜົນງານດີກໍ່ຈະຖືກບັນຈຸເຂົ້າໃນການແຂ່ງຂັນບານເຕະເຍົາວະຊົນ U16 & U19 ໃນປີຫນ້າຕາມລຳດັບ. 

News Cover

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຖືກຈັດຢູ່ກຸ່ມ B ຮ່ວມກັບ ທີມຊາດໄທ ຮອງແຊ້ມເກົ່າ, ມຽນມາ ແລະ ຟິລິບປິນ

06/03/2026

ໃນຕອນບ່າຍຂອງວັນທີ 6 ມີນາ 2026 ທີ່ປະເທດອິນໂດເນເຊຍ, ສະຫະພັນບານເຕະ ອິນໂດເນເຊຍ ຫຼື PSSI (the Football Association of Indonesia) ໄດ້ມີພິທີຈັບສະຫຼາກແບ່ງສາຍ ໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊຽນ ປະຈໍາປີ 2026 (ASEAN U17 Boys' Championship 2026) ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ໂດຍການແຂ່ງຂັນຈະເລີ້ມລະຫວ່າງ 11 – 23 ເມສາ 2026 ທີ່ເມືອງ East Java.

ຜ່ານການຈັບສະຫຼາກປະກົດວ່າ:

-ກຸ່ມ A: ອິນໂດເນເຊຍ ເຈົ້າພາບ, ຫວຽດນາມ, ມາເລເຊຍ ແລະ ຕີມໍ ເລສເຕ

-ກຸ່ມ B: ໄທ, ລາວ, ມຽນມາ ແລະ ຟິລິບປິນ

-ກຸ່ມ C: ອົດສະຕຣາລີ, ກໍາປູເຈຍ, ສິງກະໂປ ແລະ ບຣູໄນ

ສໍາລັບ ຮູບແບບການແຂ່ງຂັນຈະຄັດເອົາອັນດັບທີ 1 ຂອງແຕ່ລະກຸ່ມ 3 ກຸ່ມເປັນ 3 ທີມ ແລະ ເອົາອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນຕາຕະລາງແຂ່ງຂັນຈະລາຍງານໃຫ້ຮັບຊາບພາຍຫຼັງ.


News Cover

ແຟນບານທີມຊາດລາວກະກຽມແຮງເຊຍໃຫ້ພ້ອມ ແລ້ວພົບກັນວັນທີ 31 ມີນາ 2026 ທີ່ ສະໜາມກິລາ ຫຼັກ 16

06/03/2026

         ກຽມແຮງມາເຊຍມາຊົມ ທີມຊາດລາວ ພົບ ທີມຊາດເນປານ ໃນວັນທີ 31 ມີນາ 2026 ເວລາ 19:00 ໂມງ ທີ່ ສະໜາມກິລາຫຼັກ 16.

ຈາກກຳນົດການແຂ່ງຂັນເດີມ, ນັດນີ້ ທີມຊາດລາວ ຕ້ອງໄດ້ບິນໄປດວນກຳລັງທີ່ ເມືອງ ກັດມັນດຸ, ປະເທດ ເນປານ ແຕ່ດ້ວຍສະໜາມແຂ່ງຂັນໃນເມືອງດັ່ງກ່າວບໍ່ພ້ອມ. ສຕລ ຈຶ່ງໄດ້ຮັບໄມ້ຕໍ່ໃນການຈັດການແຂ່ງຂັນນັດນີ້ຂຶ້ນ ແລະ ເພື່ອເປັນການຕ້ອນຮັບເກມທຳອິດຂອງທີມຊາດລາວຊຸດໃຫຍ່ໃນປີ 2026 ແອັດມິນຂໍເຊີນຊວນແຟນບານຫົວໃຈລາວເກີນຮ້ອຍ ມາເຕົ້າໂຮມກັນທີ່ ສະໜາມກິລາຫຼັກ 16 ເພື່ອຮ່ວມແຮງເຊຍ ແລະ ສົ່ງກໍາລັງໃຈໃຫ້ນັກກິລາທີມຊາດລາວກັນຢ່າງພ້ອມໜ້າ.

        ສະຖິຕິໃນການພົບກັນຫຼ້າສຸດ ທີມຊາດລາວ ພົບ ທີມຊາດເນປານ ນັດທຳອິດ ທີມຊາດລາວ ເອົາຊະນະ ທີມຊາດເນປານ 2 ປະຕູຕໍ່ 1

ສະຫຼຸບຜົນງານທີມຊາດລາວໃນລາຍການ ຊີງແຊ້ມອາຊີ ປະຈຳປີ 2027 ຮອບຄັດເລືອກ (2027 AFC Asian Cup qualification) ກຸ່ມ F, ທີມຊາດລາວ ລົງສະໜາມ 5 ນັດ ຊະນະ 1 ເສຍ 4 ນັດ ມີ 3 ຄະແນນ ປັດຈຸບັນ ເປັນອັນດັບ 3 ຂອງກຸ່ມ ສ່ວນ ທີມຊາດເນປານ ລົງສະຫນາມ 5 ນັດ ເສຍ 4 ນັດ ມີ 0 ຄະແນນ ຢູ່ອັນດັບສຸດທ້າຍຂອງກຸ່ມ.


News Cover

ແຟນບານເຕະຍິງ AFC Women’s Champions League ບໍ່ຄວນພາດ

06/03/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຮັບຄວາມໄວ້ວາງໃຈຈາກ ສະຫະພັນບານເຕະອາຊີ (AFC) ໃຫ້ເປັນເຈົ້າພາບຈັດການແຂ່ງຂັນນັດສຳຄັນຂອງ ການແຂ່ງຂັນບານເຕະຍິງ ຊີງແຊ້ມສະໂມສອນອາຊີ ລະດູການ 2025/26 ຮອບຕັດເຊືອກ (AFC Women’s Champions League 2025/26 - Quarter Finals) ເຊິ່ງເປັນເກມພົບກັນລະຫວ່າງ ສະໂມສອນບານເຕະຍິງ Naegohyang Women's FC (ສປປ ເກົາຫລີ) ພົບກັບ Ho Chi Minh City Women's FC (ສສ ຫວຽດນາມ), ນັດຊີ້ສະຕານີ້ ຈະໄດ້ຈັດຂຶ້ນໃນ ວັນອາທິດ ທີ 28 ມີນາ ເວລາ 15:00 ໂມງ ທີ່ ສະໜາມກິລາ ຫຼັກ 16.

      ສຳລັບແຟນບານຍິງທີ່ມີຄວາມຈຳດີ ກໍ່ອາດຈະຈື່ໄດ້ວ່າໃນປີ 2025 ຜ່ານມາ, ສຕລ ກໍ່ໄດ້ເປັນເຈົ້າພາບຮອບແບ່ງກຸ່ມຂອງການແຂ່ງຂັນດັ່ງກ່າວ ເຊິ່ງແມ່ນ ກຸ່ມ D ປະກອບໄປດ້ວຍ: ທິມ Kaosiung Attackers FC (ໄຕ້ຫວັນ), Naegohyang Women's FC (ສປປ ເກົາຫລີ) ແລະ RTC FC (ພູຖານ) ພ້ອມດ້ວຍຕົວແທນຈາກ ສປປ ລາວ ແມ່ນ ສະໂມສອນບານເຕະຍິງ ມາສເຕີ (Master FC). 

News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

02/03/2026

        ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ, ທັງເປັນຫົວຫນ້າອະນຸກຳມະການ-ກຳມະການຕັດສິນ ສຕລ, ທ່ານ ນ. ຍອດແກ້ວ ພາວະດີ ເລຂາທິການ ສຕລ, ທ່ານ ກິຫລ້າ ລາດຊະວົງ ແລະ ທ່ານ ຄຳສິງ ໄຊຍະວົງສີ ຜູ້ຝຶກສອນທີ່ມີປະສົບການຈາກການເປັນກຳມະການຕັດສິນ ທັງພາຍ ແລະ ຕ່າງປະເທດເຂົ້າຮ່ວມ.

      ໃນໂອກາດນີ້ ທ່ານ ຄຳແພງ ວົງຂັນຕີ ໄດ້ກ່າວເປີດງານໂດຍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ຈົ່ງເອົາໃຈໃສ່ຮຽນຮູ້, ກຳແໜ້ນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໃຫ້ກາຍເປັນກຳມະການຕັດສິນບານເຕະຮຸ່ນສືບທອດທີ່ດີ ແລະ ມີຄຸນນະພາບ ເປັນກຳມະການທີ່ປະຕິບັດໜ້າທີ່ຢ່າງຍຸຕິທໍາ, ໂປ່ງໃສ ແລະ ອວຍພອນໃຫ້ການຝຶກອົບຮົມດຳເນີນໄປດ້ວຍໝາກຜົນສໍາເລັດຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້.

ການຝຶກອົບຮົມຄັັ້ງນີ້, ມີນັກສຳມະນາກ່ອນເຂົ້າຮ່ວມທັງໝົດ 32 ທ່ານ (ຍິງ 8 ທ່ານ) ເຊິ່ງແຕ່ລະທ່ານກໍ່ໄດ້ມາຈາກຫລາຍພາກສ່ວນ ເຊັນ: ວິຊາການຈາກສະຫະພັນບານເຕະແຂວງ, ນັກສຶກສາຈາກວິທະຍາໄລສຶກສາ, ຄະນະວິທະຍາສາດການກິລາ-ກາຍຍະກຳ ແລະ ອື່ນໆ. ເປົ້າໝາຍຫຼັກຂອງການຝຶກອົບຮົມຄັ້ງນີ້, ກໍ່ເພື່ອສ້າງພື້ນຖານຄວາມຮູ້ ແລະ ຄວາມເຂົ້າໃຈວ່າດ້ວຍໜ້າທີ່ຂອງກຳມະການຕັດສິນບານເຕະ, ຮຽນຮູ້ກົດລະບຽບການແຂ່ງຂັນກິລາບານເຕະ ທັງຂອງພາຍໃນ ແລະ ລະດັບສາກົນ.

       ການຝຶກອົບຮົມນີ້ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ນັບຕັ້ງແຕ່ ວັນທີ 2 - 6 ມີນາ 2026 ແລະ ຖ້ານັກສໍາມະກອນໃດທີ່ມີຜົນງານພົນເດັ່ນຈະມີໂອກາດໄດ້ຖືກຄັດເລືອກບັນຈຸເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນບານເຕະເຍົາວະຊົນ ແລະ ລາຍການຕ່າງໆທີ່ ສຕລ ຈັດຂຶ້ນຕາມລຳດັບ.


News Cover

ສຕລ ແຕ່ງຕັ້ງ ທ່ານ Vladica Grujic ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່

20/02/2026

           ວັນທີ 20 ກຸມພາ 2026 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ຮັບຫນ້າທີ່ເປັນ ຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ເຊິ່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.

           ທ່ານ ວຣາກິຊາ ເປັນອາດີດນັກກິລາບານເຕະອາຊີບ ຕຳແໜ່ງຖະຫນັດແມ່ນກອງໜ້າແດນກາງ ເຊິ່ງເພີ່ນໄດ້ເລີ້ມຕົ້ນສາຍອາຊີບລະຫວ່າງ ປີ 1992 – 2005, ກ່ອນຈະຫັນປ່ຽນມາເປັນຄູຝຶກບານເຕະ ແລະ ປັດຈຸບັນເພີ່ນມີໃບປະກາດຄູຝຶກລະດັບ UEFA Pro License ແລະ ມີຜົນງານການຄຸມທີມດັ່ງນີ້:

1. ປີ 1996 ເລີ່ມຄຸມທີມຄັ້ງທຳອິດ ກັບ ສະໂມສອນ ໃນລີກ ປະເທດ ອົສເຕຣຍ

2. ປິ 2010 – 2011 ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ສະໄໝ ຮານສ໌-ປີເຕີ ຊາເລີ ເປັນຫົວໜ້າຄູຝຶກ

3. ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FC TOKYO ປະເທດ ຍີ່ປຸ່ນ

4. ປີ 2013 – 2014 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ CEREZO OSAKA ປະເທດ ຍີ່ປຸ່ນ

5. ປີ 2014 – 2016 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ REAL ZARAGOZA ປະເທດ ສະເປນ

6. ປີ 2016 – 2017 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ ບູລີລໍາ ຢູໄນເຕັດ ປະເທດ ໄທ

7. ປີ 2017 – 2018 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ PUNE CITY ປະເທດ ອິນເດຍ

8. ປິ 2018 – 2019 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SKN ST. PÖLTEN ປະເທດ ອົສເຕຣຍ

9. ປີ 2019 – 2023 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ MACHIDA ZELVIA ປະເທດ ຍີ່ປຸ່ນ

10. ປີ 2023 – 2024 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FK VOJVODINA ປະເທດ ເຊີເບຍ.

             ພາລະກິດຫຼັກໃນການມາຄຸມທິມຂອງ ທ່ານ ວຣາກິຊາ ແມ່ນການກະກຽມທີມຊາດລາວ ຊຸດໃຫຍ່ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) “AFC Asian Cup Saudi Arabia 2027 Qualifiers (Final Round)” ນັດທີ 6 ເປັນການພົບກັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດເນປານ ເຊິ່ງຈະໄດ້ຈັດຂຶ້ນໃນ ວັນທີ 31 ມີນາ 2026 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເປີດສາກຂຶ້ນລະຫວ່າງ ວັນທີ 24 ກໍລະກົດ - 26 ສິງຫາ 2026, ທີມຊາດລາວ ຖືກຈັບສະຫຼາກຢູ່ໃນ ກຸ່ມ B ເຊິ່ງທີມຊາດລາວ ຈະເປີດບ້ານຕ້ອນຮັບທີມຊາດໄທ ໃນວັນທີ 25 ກໍລະກົດ ແລະ ທີມຊາດ ຟີລິບປິນ ໃນວັນທີ 1 ສິງຫາ ແລະ ອອກໄປແຂ່ງນອກບ້ານສອງເກມ ທີ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດ ແລະ ມຽນມາ ໃນວັນທີ 4 ສິງຫາ 2026.

            ນອກຈາກການຄຸມທີມຊາດແລ້ວ ທ່ານ ວຣາກິຊາ ຈະໄດ້ຊ່ວຍ ສຕລ ວາງລະບົບການຄັດເລືອກນັກເຕະທີມຊາດເຍົາວະຊົນທຸກຮຸ່ນອາຍຸ ແລະ ຈະໄດ້ເຮັດວຽກໃກ້ຊິດນຳ ພະແນກບານເຕະວິທະຍາ ແລະ ການພັດທະນາ ເພື່ອຊ່ວຍວາງໂຄງສ້າງລະບົບການສ້າງນັກເຕະຮຸ່ນສືບທອດ ເນັ້ນພັດທະນາທັກສະພື້ນຖານ ໂດຍແບ່ງໄປຕາມຮຸ່ນອາຍຸ, ສ້າງໃຫ້ນັກກິລາເຂົ້າໃຈເກມ ຜ່ານການລົງແຂ່ງຂັນຕົວຈີງ ແລະ ຮຽນຮູ້ຈັດການສະພາບຮ່າງກາຍ ແລະ ຈິດໃຈ ເປົ້າໝາຍຫຼັກກໍ່ເພື່ອສ້າງຮາກຖານ ແລະ ກຽມພ້ອມເຂົ້າເປັນນັກກິລາອາຊີບໃນອານາຄົດ.