News
News Cover

ສະໂມສອນ ລະບຽງພູ ຂື້ນນໍາຕາລາງຄະແນນ ລາວລີກ 2 ແຂວງຈໍາປາສັກ

07/06/2023

ສຳເລັດການແຂ່ງຂັນການແຂ່ງຂັນເລັກ 1 ແລ້ວ ສໍາລັບຈໍາປາສັກ ລີກ 2 ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ພາຍຫລັງທີ່ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 8 ເມສາ 2023 ເປັນຕົ້ນມາ ໂດຍມີທັງຫມົດ 8 ສະໂມສອນ ເຂົ້າຮ່ວມ ການແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະທະຫານແຂວງ(ແຊັ້ມເກົ່າ), ສະໂມສອນກິລາບານເຕະ ປກສ ແຂວງ, ສະໂມສອນກິລາບານເຕະ ສີລາເພັດ, ສະໂມສອນກິລາບານເຕະລະບຽງພູ, ສະໂມສອນກິລາບານເຕະ ສີອໍາພອນ, ສະໂມສອນກິລາບານເຕະ ບາຈຽງ, ສະໂມສອນກິລາບານເຕະຫົວແຊ ແລະ ສະໂມສອນ ກິລາບານເຕະນໍ້າດື່ມນາດາ
ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຈໍາປາສັກ ແມ່ນໃຊ້ສະຫນາມກິລາແຂວງຈໍາປາສັກ ເປັນສະຫນາມຫລັກໃນການແຂ່ງຂັນ ໂດຍປັດຈຸບັນແມ່ນ
ສະໂມສອນກິລາບານເຕະລະບຽງພູ ເປັນທີມນຳຕາຕະລາງຄະແນນ ລົງສະຫນາມ 7 ນັດ ຊະນະ 6 ນັດ ສະເຫມີ 0 ນັດ, ເສຍ 1 ນັດ ມີ 18 ຄະແນນ;
ອັນດັບ 2 ສະໂມສອນກິລາບານເຕະທະຫານແຂວງ ລົງສະຫນາມ 7 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ມີ 15 ຄະແນນ,
ອັນດັບ 3 ສະໂມສອນກິລາບານເຕະບາຈຽງ 7 ນັດ ຊະນະ 4 ນັດ ສະເຫມີ 1 ນັດ, ເສຍ 2 ນັດ, ມີ 13 ຄະແນນ,
ອັນດັບ 4 ສະໂມສອນກິລາບານເຕະ ປ.ກ.ສ ແຂວງ 7 ນັດ ຊະນະ 3 ນັດ ສະເຫມີ 2 ນັດ, ເສຍ 2 ນັດ ມີ 11 ຄະແນນ,
ອັນດັບ 5 ສະໂມສອນກິລາບານເຕະສີອໍາພອນ 7 ນັດ ຊະນະ 2 ນັດ, ສະເຫມີ 2 ນັດ, ເສຍ 3 ນັດ, ມີ 8 ຄະແນນ;
ອັນດັບ 6 ສະໂມສອນກິລາບານເຕະສີລາເພັດ 7 ນັດ ຊະນະ 2 ນັດ, ສະເຫມີ 1 ນັດ, ເສຍ 4 ນັດ, ມີ 7 ຄະແນນ;
ອັນດັບ 7 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 1 ນັດ, ເສຍ 5 ນັດ, ມີ 4 ຄະແນນ;
ອັນດັບ 8 ສະໂມສອນກິລາບານເຕະຫົວແຊ 7 ນັດ ຊະນະ 1 ນັດ, ສະເຫມີ 0 ນັດ, ເສຍ 6 ນັດ, ມີ 3 ຄະແນນ;
ເຊິ່ງປັດຈຸບັນ ລາວລີກ 2 ແຂວງຈໍາປາສັກ ຢູ່ໃນຊ່ວງພັກ ແລະ ເປີດການໂອນຍາຍນັກກິລາໃຫ້ບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນໄດ້ປັບປຸງທິມ ແລະ ຈະກັບມາສືບຕໍ່ແຂ່ງຂັນຮອບ 2 ໃນວັນທີ 10 ມີຖຸນາ 2023 ນີ້ ການແຂງຂັນ ລາວລີກ 2 ແຂວງຈໍາປາສັກ ໄດ້ຮັບການສະໜັບສະໜູນຈາກ ສະຫະພັນບານເຕະແຫ່ງຊາດ ລາວ ສົມທົບກັບການຈັດຕັ້ງພັກ-ລັດ, ພາກສ່ວນທຸລະກິດ ພາຍໃນແຂວງຈໍາປາສັກ.

News Cover

ປະ​ກາດ​ຮັບ​ສະ​ຫມັກ ຄູ​ຝຶກ​ບານ​ເຕະ​ຟຸດ​ຊໍ ລະ​ດັບ 1

06/06/2023

ປະ​ກາດ​ຮັບ​ສະ​ຫມັກ ຄູ​ຝຶກ​ບານ​ເຕະ​ຟຸດ​ຊໍ ລະ​ດັບ 1

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ແລະ ສະຫະພັນບານເຕະ
ແຂວງ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກ
ອົບຮົມຄູຝຶກບານເຕະຟຸດຊໍ ລະດັບ ອາຊີ AFC Futsal Coaching Certificate Course – Level 1, ຂື້ນ ໂດຍ
ວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

+ ກຳນົດການ
- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງວັນທີ 18 – 23 ກໍລະກົດ 2023
- ປິດຮັບສະໝັກ ວັນທີ 10 ກໍລະກົດ 2023, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)
+ ສະຖານທີ່
- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ
+ ເງື່ອນໄຂ:
- ສາມາດສົ່ງຜູ້ສະໝັກເຂົ້າຮ່ວມໄດ້ບໍ່ເກີນ 2 ທ່ານ.
- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.
- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.
- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.
- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18 ປີຂື້ນໄປ.
- ຕ້ອງຮູ້ຈັກວິທີການເຕະບານຟຸດຊໍ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 6 ມື້.
- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ (AFC) ວາງອອກຢ່າງເຂັ້ມງວດ.
+ ຄວາມຮັບຜິດຊອບຂອງ ສຕລ:
- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).
- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກຊ້ອມ 2 ຊຸດ ແລະ ເສື້ອໂປໂລ 2 ໂຕ.
- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.
- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.
+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:
- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.
- ຄ່າສະໝັກຄົນລາວເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ
- ຄ່າສະໝັກຖ້າເປັນຄົນຕ່າງປະເທດແມ່ນ 500 ໂດລາ/ຄົນ
- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.
ໝາຍເຫດ:
- ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).
- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນະສົມບັດຂອງຜູ້ສະໝັກ.
- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ລິ​້ງ​ດາວ​ໂຫລດ​ແບບ​ຟອມ: https://drive.google.com/drive/folders/1d8vIcFlkfc-Nu6_uHGQoIUw2lc5_frDJ?usp=sharing

News Cover

ການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2023 ອາທິດ ທີ 10

06/06/2023

ວັນເສົາ ວັນທີ 03/06/2023 ສະໂມສອນກິລາບານເຕະ ກອງທັບໄດ້ຕ້ອນຮັບການມາຢ້ຽມຢາມຂອງສະໂມສອນບານເຕະວຽງຈັນ ໃນເວລາ 16:00 ທີ່ສະໜາມກິລາບານເຕະກອງທັບ ທ່າມກາງມີຜູ້ຊົມຜູ້ເຊຍເຂົ້າມາຕິດຕາມຮັບຊົມຢູ່ຕາມຂອບສະໜາມຫຼາຍສົມຄວນ. ຜົນການແຂ່ງຂັນ ສະໂມສອນກິລາບານເຕະ ກອງທັບ ຊະນະ ສະໂມສອນກິລາບານເຕະ ວຽງຈັນ 5 – 1.

ສະໂມສອນກິລາບານເຕະ ກອງທັບໄດ້ປະຕູຈາກນັກກິລາໝາຍເລກ 13 ຕີ ສີຫາລາດ ນາທີ ທີ 44' 57' 78', ນັກກິລາ

ໝາຍເລກ 10 ກີຕ້າ ສີສະຫວາດ ນາທີ ທີ 67' ແລະ ນັກກິລາ ໝາຍເລກ 23 ພູທອນ ອິນນະໄລ ນາທີ ທີ 74'.

ສະໂມສອນກິລາບານເຕະ ວຽງຈັນ ໄດ້ປະຕູຈາກນັກກິລາໝາຍເລກ 3 ຄໍາພຸມີ ຫານວິໄວ ນາທີ ທີ 90+3 (ຍິງບານຢູ່ຈຸດໂທດ).

ສໍາລັບຄູ່ທີ 2 ເປັນການແຂ່ງຂັນຢູ່ທີ່ ສະໜາມກິລາແຫ່ງຊາດຫຼັກ 16 ລະຫວ່າງ ສະໂມສອນກິລາບານເຕະ ຊ້າງນ້ອຍ ແລະ ສະໂມສອນກິລາບານເຕະ ຫຼວງພະບາງ ໃນເວລາ 16:00. ສິ້ນສຸດການແຂ່ງຂັນສະໂມສອນກິລາບານເຕະ ຊ້າງນ້ອຍ ຊະນະ ສະໂມສອນກິລາບານເຕະ ຫຼວງພະບາງ 3 – 2.

ສະໂມສອນກິລາບານເຕະ ຊ້າງນ້ອຍໄດ້ປະຕູຈາກນັກກິລາໝາຍເລກ 22 ກີ້​ດາ​ວອນ ສຸ​ວັນ​ນີ ນາ​ທີ ທີ 6', ນັກກິລາໝາຍເລກ 17 ບຸນ​ພະ​ຈັນ ບຸນກອງ ນາ​ທີ ທີ 32' (ຍິງບານຢູ່ຈຸດໂທດ) ແລະ ນາທີ ທີ 56'.

ສະໂມສອນກິລາບານເຕະ ຫຼວງພະບາງໄດ້ປຕູທໍາອິດຈາກນັກກິລາໝາຍເລກ 8 ຄຳ​ເກັ່ງ ສິນ​ທະ​ສອນ ນາ​ທີ ທີ 73' ແລະ ນັກກິລາໝາຍເລກ 10 ສິນ​ນະ​ກອນ ກູ​ມະ​ນີ​ຄຳ ນາ​ທີ ທີ 84' (ຍິງບານຢູ່ຈຸດໂທດ).

ສໍາລັບການແຂ່ງຂັນໃນມື້ ວັນອາທິດ ວັນທີ 04/06/2023 ມີການແຂ່ງຂັນທັງໝົດ 2 ຄູ່ດ້ວຍກັນຄູ່ທີ 1 ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ມາສເຕີ ເຊເວັນ ແລະ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 16:00. ຈົບເກມການແຂ່ງຂັນລະຫວ່າງຄູ່ນີ້ຜົນປະກົດວ່າສະໂມສອນກິລາບານເຕະ ມາສເຕີ ເຊເວັນ ຊະນະ ສະໂມສອນກິລາບານເຕະ ນໍ້າທາຢູໄນເຕັດ ດ້ວຍຄະແນນ 2 – 1.

ສະໂມສອນ ກິລາບານເຕະ ມາ​ສ​ເຕີ ເຊເວັ້ນ ໄດ້​ປະ​ຕູ​ຈາກ ນັກກິລາໝາຍເລກ 20 A. Machado De Souza Rosa ນາ​ທີ ທີ14' ແລະ ນັກກິລາໝາຍເລກ 11 ສຸກ​ພະ​ຈັນ ເລື່ອນ​ທະ​ລາ ນາ​ທີ ທີ 36.

ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດໄດ້ປະຕູຈາກນັກກິລາໝາຍເລກ 11 ໂລ້ ວີ​ພັດ ນາ​ທີ ທີ 88'.

ຄູ່ທີ 2 ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ຈໍາປາສັກ ແລະ ສະໂມສອນກິລາບານເຕະ ເອສະຣາ ໃນເວລາ 16:00 ຢູ່ທີ່ສະໜາມກິລາແຂວງຈໍາປາສັກ. ການແຂ່ງຂັນລະຫວ່າງຄູ່ນນີ້ເກມການແຂ່ງຂັນຂອງ ສະໂມສອນກິລາບານເຕະ ເອສະຣາເໜືອກ່ວາຫຼາຍ ແລະ ສາມາດເອົາໄຊຊະນະໄດ້ເຖິງ 7 – 1. ສະໂມສອນກິລາບານເຕະ ເອສະຣາໄດ້ປະຕູຈາກນັກກິລາໝາຍເລກ 19 ພັດ​ທະ​ນາ ພົມ​ມະ​ເທບ ນາ​ທີ 15' ເຊິ່ງເປັນລູກຍິງຢູ່ຈຸດໂທດ ຕໍ່ມາໃນນາທີ ທີ 30 ນັກກິລາໝາຍເລກ 10 ສົມນຶກ ສີບຸນເຮືອງ ນັກກິລາຂອງສະໂມສອນກິລາບານເຕະ ຈໍາປາສັກຕີສະເໝີຂຶ້ນມາໄດ້ເປັນ 1 – 1. ໃນນາທີ ທີ 50 ຂອງເຄິ່ງເວລາທີສອງ ນັກກິລາ ໝາຍເລກ 15 ດາໝົດ ທອງຄໍາສະຫວັດຍິງປະຕູໃຫ້ກັບສະໂມສອນເອສະຣາເປັນປະຕູທີ 2 ຈາກນັ້ນ 10 ນາທີຕໍ່ມາ ນັກກິລາໝາຍເລກ 10 ຂອງສະໂມສອນເອສະຣາ ໂຈນີ ແຫວນປະເສີດ ໄດ້ນໍາຫ່າງອອກໄປອີກເປັນປະຕູທີ 3, ອີກ 5 ນາທີຕໍ່ມາຄືນາທີ ທີ 65 ພັດທະນາ ພົມມະເທບ ຍິງໄດ້ອີກເປັນປະຕູທີ 4 ຕໍ່ມາໃນນາທີ ທີ 84 ນັກກິລາໝາຍເລກ 7 ອານຸສອນ ໄຊປັນຍາຍິງຕື່ມໄດ້ອີກເປັນປະຕູທີ 5 ໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນ ໂຈນີ້ ແຫວນປະເສີດສາມາດຍິງປິດທ້າຍການແຂ່ງຂັນໄດ້ອີກ 2 ປະຕູ ຄືໃນນາທີທີ 89 ແລະ ນາທີ ທີ 90+1.


News Cover

ແຂວງບໍ່ແກ້ວຈັດການແຂ່ງຂັນລາວລີກ2 ດວ້ຍບັນຍາການຄຶກຄື້ນມວ່ນຊື່ນ

03/06/2023

ແຂວງບໍ່ແກ້ວໃກ້ຈະສຳເລັດການແຂ່ງຂັນບານເຕະ ລາວລີກ 2 ຍັງເຫລືອ 2 ອາທິດ ພາຍຫລັງທີ່ດຳເນີນການແຂ່ງຂັນມາແຕ່ ວັນທີ 13 ມີນາ 2023 ໂດຍມີທັງຫມົດ 6 ທີມ ເຂົ້າຮ່ວມ ການແຂ່ງຂັນປະກອບມີ: ສະໂມສອນກິລາບານເຕະ ປກສແຂວງ, ສະໂມສອນກິລາບານເຕະ ປກຊ ແຂວງ, ສະໂມສອນ ກິລາບານເຕະ ໂຊກໄຊ, ສະໂມສອນ ກິລາບານເຕະ ເອກະລັກ, ສະໂມສອນກິລາບານເຕະ ບ້ານອຸດົມ ແລະ ສະໂມສອນ ກິລາບານເຕະ ເພັດອາລຸນ.
ຄະນະຮັບຜິດຊອບການແຂ່ງຂັນລາຍງານໃຫ້ຮູ້ວ່າ:ແຂວງບໍ່ແກ້ວຈັດການແຂ່ງຂັນລາວລີກ2 ດວ້ຍບັນຍາການຄຶກຄື້ນມວ່ນຊື່ນແລະມວນຊົນທົ່ວແຂວງ,ໂດຍສະເພາະທີ່ເທດສະບານແຂວງໃຫ້ຄວາມສົນໃຈຮວ່ມເຂົ້າຊົມ,ເຂົ້າເຊຍຢ່າງຫຼວງຫຼາຍ.ການແຂ່ງຂັນບານເຕະ ລາວລີກ 2 ແຂວງບໍ່ແກ້ວ ແມ່ນໃຊ້ສະຫນາມກິລາ ມສ ຊົນເຜົ່າ ເປັນສະຫນາມຫລັກໃນການແຂ່ງຂັນ ໂດຍປັດຈຸບັນແມ່ນ ສະໂມສອນ ກິລາບານເຕະ ປກສ ແຂວງ ເປັນທີມນຳຕາຕະລາງຄະແນນ ດວ້ຍການລົງແຂ່ງຂັນ8 ນັດ ຊະນະ 6 ນັດ ສະເຫມີ 1 ນັດ ແລະ ເສຍ 1 ນັດ ມີ 19 ຄະແນນ, ອັນດັບ 2 ສະໂມສອນ ກິລາບານເຕະ ປກຊ ແຂວງ ແຂ່ງ 8 ນັດ ຊະນ 6 ນັດ ສະເຫມີ 1 ນັດ ມີ 19 ຄະແນນ, ອັນດັບ 3 ສະໂມສອນກິລາບານເຕະ ໂຊກໄຊ ລົງສະຫນາມ 8 ນັດ ຊະນະ 5 ນັດ ສະເຫມີ 2 ນັດ ແລະ ເສຍ 1 ນັດ ມີ 17 ຄະແນນ, ອັນດັບ 4 ກິລາບານເຕະ ເອກະລັກ ລົງສະຫນາມ 8 ນັດ ຊະນະ 4 ນັດ ແລະ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 5 ສະໂມສອນ ກິລາບານເຕະ ບ້ານອຸດົມ ລົງສະຫນາມ 8 ນັດ ສະເຫມີ 1 ນັດ ແລະ ເສຍ 7 ນັດ ມີ 1 ຄະແນນ ແລະ ອັນດັບສຸດທ້າຍ ສະໂມສອນກິລາບານເຕະ ເພັດອາລຸນ ລົງສະຫນາມ 8 ນັດ ສະເຫມີ 1 ນັດ ແລະ ເສຍ 7 ນັດ ມີ 1 ຄະແນນ.
ຕາຕະລາງ ການແຂ່ງຂັນບານເຕະ ລາວລີກ 2 ແຂວງບໍ່ແກ້ວ ອາທິດທີ 9 ມີການແຂ່ງຂັນ 3 ຄູ່ ຄື:
- ວັນສຸກ 02 ມິຖຸນາ 2023
ເວລາ 16:00 ສະໂມສອນ ກິລາບານເຕະ ປກສ ແຂວງ ພົບ ສະໂມສອນ ກິລາບານເຕະ ໂຊກໄຊ
- ວັນເສົາ 03 ມິຖຸນາ 2023
ເວລາ16:00 ສະໂມສອນ ກິລາບານເຕະ ປກຊ ແຂວງ ພົບ ສະໂມສອນ ກິລາບານເຕະ ບ້ານອຸດົມ
- ວັນອາທິດ 04 ມິຖຸນາ 2023
ເວລາ 16:00 ສະໂມສອນ ກິລາບານເຕະ ເອກະລັກ ພົບ ສະໂມສອນ ກິລາບານເຕະ ເພັດອາລຸນ
ໂດຍທູກໆນັດແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ຊົນເຜົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

News Cover

ສຕລຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ'' ຢ່າງເປັນທາງການ

03/06/2023
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ທີ່ສູນພັດທະນາບານເຕະ ຈໍາປີຈໍາປາ ເຂດສະໜາມກີລາແຫ່ງຊາດ (ຫຼັກ 16) ກົງກັບວັນເດັກນ້ອຍສາກົນ ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ(ສສກ), ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ພ້ອມດ້ວຍຄະນະ,ພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາເຍົາວະຊົນລາວ ເກືອບ 500 ຄົນ ເຂົ້າຮ່ວມ.
ໃນພິທີ,ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ສູນຝຶກແຫ່ງນີ້ ມີເນື້ອທີ່ທັງໝົດ 105,446 ຕາແມັດ ໄດ້ຮັບການພັດທະນານັບຕັ້ງແຕ່ປີ 2013 ເປັນຕົ້ນມາ ເຊິ່ງລັດຖະບານແຫ່ງ ສປປ ລາວ ເວົ້າລວມ ເວົ້າສະເພາະກະຊວງສສກ ໄດ້ມອບສິດຄຸ້ມຄອງ ແລະ ນໍາໃຊ້ ໃຫ້ແກ່ ສຕລ ເພື່ອນໍາໃຊ້ເຂົ້າໃນການພັດທະນາກີລາບານເຕະລາວ. ນັບແຕ່ນັ້ນມາ ສຕລ ໄດ້ສຸມໃສ່ການຍາດແຍ່ງທືນຊ່ວຍເຫຼືອຈາກສະຫະພັນບານເຕະນານາຊາດ ຫຼື FIFA ແລະ ສະຫະພັນບານອາຊີ ຫຼື AFC ໃນການພັດທະນາໂຄງລ່າງພື້ນຖານກີລາບານເຕະ ບໍ່ວ່າຈະເປັນຫໍພັກນັກກີລາ, ເດີ່ນຝຶກຊ້ອມ,ຫ້ອງຫັດກາຍ(ໂຮງຍິມ) ແລະ ອື່ນໆ.ສູນຝຶກແຫ່ງນີ້ ມີເປົ້າໝາຍໃນການນໍາໃຊ້ໃນການພັດທະນານັກກີລາບານເຕະຮອບດ້ານ,ນັບຕັ້ງແຕ່ບານເຕະຂັ້ນພື້ນຖານ, ສະໂມສອນບານເຕະ, ທີມຊາດລຸ້ນເຍົາວະຊົນຈົນຮອດທີມຊາດຊຸດໃຫຍ່ ຍິງ ແລະ ຊາຍ ລວມທັງການຍົກລະດັບຄູຝຶກ. ໂດຍລວມສູນຝຶກແຫ່ງນີ້ ໄດ້ຮັບການພັດທະນາມາແລ້ວພາຍໃຕ້ 4 ໂຄງການ ລວມທຶນທັງໝົດໃນການກໍ່ສ້າງ 2,158,000 ໂດລາສະຫະລັດ.
ທ່ານ ວີເພັດ ສີຫາຈັກຣ໌ປະທານສຕລ ກ່າວຕື່ມວ່າ: ຈຸດປະສົງທີ່ສໍາຄັນໃນງານຄັ້ງນີ້ ກໍຄືການສະເຫຼີມສະຫຼອງວັນກີລາບານເຕະ ສຕລ ຫຼື LFF Football Day ຄັ້ງປະຖົມມະເລີກ ເຊິ່ງກົງກັບວັນເດັກນ້ອຍສາກົນ ຍິ່ງເຮັດໃຫ້ມີຄວາມ
ໝາຍຄວາມສໍາຄັນຍິ່ງຂື້ນ ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ. ງານນີ້ໄດ້ຈັດໃຫ້ມີການສະເຫຼີມສະຫຼອງໃນທຸກໆປີ. ການພັດທະນານັກກີລາບານເຕະລຸ້ນເຍົາວະຊົນ ເປັນໜຶ່ງໃນບຸລີມະສິດຂອງ ສຕລ ຈຶ່ງເຮັດໃຫ້ມີການສ້າງຕັ້ງສູນພັດທະນາກີລາບານເຕະ ຈໍາປີ-ຈໍາປາ ຂື້ນມາໄດ້ 2 ປີແລ້ວ.
ຂະນະດຽວກັນ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສສກ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້ແມ່ນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເດັກນ້ອຍເປັນອະນາຄົດຂອງປະເທດຊາດ ຢາກພັດທະນາປະເທດຊາດ ຕ້ອງສ້າງເດັກ ຖືໂອກາດນີ້ສະແດງຄວາມຍ້ອງຍໍຊົມເຊີຍປະທານແລະຄະນະນຳຂອງສຕລ ທີ່ຈັດກິດຈະກໍານີ້ຂຶ້ນມາ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ເປີດນໍາໃຊ້ສູນພັດທະນາບານເຕະ ຈໍາປີ-ຈໍາປາທີ່ສະໜາມກິລາແຫ່ງຊາດຢ່າງເປັນທາງການໃນມື້ນີ້ ເພື່ອໃຫ້ເດັກນ້ອຍລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ພາຍໃຕ້ຄໍາຂວັນໃນປີນີ້ກໍຄື “ ສ້າງອະນາຄົດ ກໍຄືສ້າງເດັກ ” ເຊິ່ງເຊື່ອວ່າກິດຈະກໍາຄັ້ງນີ້ຈະເປັນປະໂຫຍດສູງໃຫ້ກັບເດັກນ້ອຍ ແລະ ໝັ້ນໃຈວ່າສູນແຫ່ງນີ້ຈະສາມາດສ້າງນັກກີລາກ້າວສູ່ນັກເຕະທີມຊາດ ແລະ ອາຊີບ ໃນອະນາຄົດ.
ສໍາລັບ ການຈັດກິດຈະກໍາຄັ້ງນີ້ທາງ ຝ່າຍຈັດການແຂ່ງຂັນແມ່ນໄດ້ຈັດການແຂ່ງຂັນບານເຕະເຍົາວະຊົນ ແບບມິດຕະພາບ ເພື່ອໃຫ້ເດັກນ້ອຍໄດ້ມີການເຄື່ອນໄຫວ ແລະ ໄດ້ສໍາຜັດການສະໜາມທີ່ໄດ້ມາດຕະຖານ ເຊິ່ງມີແຂ່ງຂັນແບ່ງອອກເປັນ 3 ຮຸ່ນຄື: U 8,U 10 ແລະU 12 ມີທີມເຂົ້າຮ່ວມທັງໝົດ 64 ທີມ ໂດຍມີນັກກີລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 450 ຄົນ.
News Cover

ກະຊວງ ສສກ ຮ່ວມກັບ ສຕລ ຈັດພິທີປູກຕົ້ນໄມ້ແລະປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

03/06/2023
ວັນທີ 31 ພຶດສະພາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດ(ຫຼັກ 16)ກະຊວງສຶກສາທິການແລະກິລາ(ສສກ)ຮວ່ມກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ແລະຫຼາຍໆພາກສວ່ນໄດ້ຈັດພິທີປູກຕົ້ນໄມ້, ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງທ່ານ ທ່ານພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໂອກາດກ່າວໄຂພິທີຢ່າງເປັນທາງການ, ທ່ານ ພຸດ ສິມມາລາວົງໄດ້ກ່າວວ່າ:ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ພວກເຮົາໄດ້ຈັດກິດຈະກຳນີ້ຂື້ນເພື່ອເພີ່ມເນື້ອທີ່ສີຂຽວ ໃນເຂດສະຖານທີ່ການສຶກສາ, ວິທະຍາສາດ ແລະ ກິລາ,ເຊິ່ງມີຄວາມຈຳເປັນຫຼາຍເພື່ອຫຼຸດຜ່ອນສະພາບການປ່ຽນແປງຂອງດິນຟ້າ-ອາກາດ,ສ້າງສະພາບແວດລ້ອມທີ່ດີໃຫ້ສະຖາບັນການສຶກສາໄດ້ມີສະພາບແວດລ້ອມທີ່ດີ ຕໍ່ການຈັດການຮຽນ-ການສອນ, ລວມທັງສະຖານທີ່ການກິລາ ກໍໃຫ້ມີສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການອອກກຳລັງກາຍ ແລະ ຫຼິ້ນກິລາ ຂອງນັກກິລາ ແລະ ມວນຊົນທົ່ວໄປ.
ສໍາລັບສະໜາມກິລາແຫ່ງຊາດທີ່ແມ່ນຊັບສົມບັດອັນລໍ້າຄ່າຂອງຊາດ, ຊຶ່ງເຄີຍໄດ້ຖືກໃຊ້ເປັນສະໜາມເປີດ-ປິດງານມະຫາກຳກິລາຊີເກມ ຄັ້ງທີ 25 ໃນປີ 2009ທີ່ສປປລາວໄດ້ເປັນເຈົ້າພາບມາແລ້ວ ແລະ ຄາດວ່າຈະຖືກນຳໃຊ້ເປັນສະໜາມເປີດ-ປິດ ກິລາຊີເກມ ທີ່ ສປປ ລາວ ເປັນເຈົ້າພາບອີກໃນຄັ້ງຕໍ່ໄປ. ສະນັ້ນ, ການສ້າງສະພາບແວດລ້ອມທີ່ດີ ແລະ ການປົກປັກຮັກສາ ພື້ນຖານໂຄງລ່າງທີ່ເຮົາມີແລ້ວໃຫ້ຢູ່ໃນສະພາບທີ່ພ້ອມໃຊ້ງານແມ່ນມີຄວາມຈຳເປັນຫຼາຍ.
ການປູກຕົ້ນໄມ້ໃນມື້ນີ້ແມ່ນຈັດຂຶ້ນຢູ່2ຈຸດຂອງເຂດສະໜາມກີລາຫຼັກ 16 ຄື:ບໍລິເວນຂ້າງສະລອຍນໍ້າແລະຈຸດຂ້າງສູນຝຶກຊ້ອມທີມຊາດຂອງສະຫະພັນບານເຕະແຫ່ງຊາດລາວ.ສ່ວນກິດຈະກໍາການປູກຕົ້ນໄມ້ ແລະ ປ່ອຍປາຄັ້ງນີ້ປະກອບມີ: ແນວພັນເບ້ຍ ໄມ້ດູ່ ແລະ ໄມ້ແຕ້ ຈໍານວນ 605 ຕົ້ນ ແລະແນວພັນປາ 5.500 ກວ່າໂຕ.
ສຳລັບໃນວັນທີ 1 ມິຖຸນາ 2023 ທີ່ສູນຝຶກແຫ່ງໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນເຂດສະໜາມກີລາແຫ່ງຊາດເລີ່ມແຕ່ຕອນເຊົ້າເປັນຕົ້ນໄປຈະມີກິດຈະກໍາສອນ ແລະ ແຂ່ງຂັນບານເຕະໃຫ້ກັບເຍົາວະຊົນລາວ ,ເຊິ່ງຄາດວ່າຈະມີເດັກນ້ອຍເຍົາວະຊົນເຂົ້າຮ່ວມປະມານ 500 ຄົນ ພ້ອມທັງຈະຈັດພິທີເປີດນໍາໃຊ້ສູນດັ່ງກ່າວຢ່າງເປັນທາງການ.
News Cover

ປະກາດຮັບສະໝັກນັກກິລາເຍົາວະຊົນ ເຂົ້າຮ່ວມກິດຈະກຳສະຫລອງວັນເດັກນ້ອຍສາກົນ

26/05/2023

ເນື່ອງໃນໂອກາດວັນເດັກນ້ອຍສາກົນ,ສະຫະພັນບານເຕະແຫ່ງຊາລາວ(ສຕລ)ຈະໄດ້ຈັດກິດຈະກຳວັນກິລາບານເຕະ ( LFF FOOTBALL DAY ) ໃນວັນທີ 01 ມິຖຸນາ 2023 ຢູ່ທີ່ສູນພັດທະນາກິລາບານເຕະ ຈຳປີ - ຈຳປາ, ສະຫນາມກິລາແຫ່ງຊາດ(ຫຼັກ16),ໃນຮຸ່ນອາຍຸລະຫວ່າ 8-12 ປີ.
        ຈຸດປະສົງຂອງການຈັດກິດຈະກຳດັ່ງກ່າວແມ່ນເພື່ອເປັນການຕ້ອນຮັບວັນເດັກນ້ອຍສາກົນ ພ້ອມທັງເປີດໂອກາດໃຫ້ເຍົາ​ວະ​ຊົນລາວໄດ້​ຫລິ້ນ​ກິ​ລາ​ບານ​ເຕະໃຫ້ມີຄວາມມ່ວນຊື່ນກັບການຫຼີ້ນກີລາ,ມີຄວາມຮັກແພງ, ມີນ້ຳໃຈນັກກິລາທີ່ກ້າວໜ້າ,ເພາະການຫຼີ້ນກິລາຍັງສ້າງໃຫ້ເຍົາວະຊົນໄດ້ມີສຸຂະພາບແຂງແຮງ ມັກຮັກໃນກິລາບານເຕະ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.
         
ເຊີນຊວນພໍ່ແມ່ຜູ້ປົກຄອງເດັກແນະນຳລູກຫຼານຂອງຕົນເອງສະໝັກເຂົ້າຮວ່ມກິດຈະກຳນີ້.

ເຍົາວະຊົນອາຍຸລະຫວ່າງ 8- 12 ປີ ສາມາດລົງທະບຽນ Onlineໄດ້ທີ່ລິ້ງດັ່ງກ່າວນີ໊https://docs.google.com/forms/d/e/1FAIpQLSf6is72gYSvLOC93Qj9skPCj1FfqFKZ6edZh9M4PPVsmvbIEw/viewform

ຕິດ​ຕໍ່​ລົງ​ທະ​ບຽນ​ໄດ້​ທີ່​ເບີ: 02097744940,  02052213030

News Cover

ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ I ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024

25/05/2023
ວັນທີ 25 ພຶດສະພາ 2023 ຢູທີ່ປະເທດມາເລເຊຍ, ສະຫະພັນບານເຕະອາຊີ ຫລື AFC ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ຮອບຄັດເລືອກ 2024 AFC U23 Asian Cup Qatar 2024 Qualifiers ໂດຍມີ 43 ທີມເຂົ້າຮວ່ມແລະແບ່ງອອກເປັນ 11 ກຸ່ມ.
ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ ແລະ ສປປ ເກົາຫລີ.ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

News Cover

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນະ​ຄອນ​ຫຼວງ ຈັດຝຶກອົບຮົມກໍາມະການຕັດສິນ

23/05/2023

            ວັນທີ 23 ພຶສະພາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຝຶກອົມຮົມວຽກງານ ກຳມະການຕັດສິນຂື້ນທີ່ຫ້ອງປະຊຸມຂອງສຕລ, ໂດຍພາຍໃຕ້ການເປັນປະທານ​​ຂອງ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ.

          ໃນໂອກາດກ່າວມີຄຳເຫັນຕໍ່ການຝຶກອົບຮົມ,ທ່ານ ສົມສະນຸກ ລຽນສະຫວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງຫນ້າສູມໃສ່ສະຕິປັນຍາ ນຳເອົາຄວາມຮູ້ ຄວາມສາມາດ​ ແລະ ບົດຮຽນທີ່ໄດ້ຮັບໃນຄັ້ງ​​ນີ້ໄປຫມູນໃຊ້ເຂົ້າໃນການຕັດສິນ ການແຂ່ງຂັນກິລາບານເຕະລາວລີກ 2 ນະຄອນຫຼວງວຽງຈັນທີ່ຈະເປີດຂຶ້ນໃນໄວໆນີ້ ແລະ ຍັງໄດ້ແນະນຳບັນດາກຳມະກາຕັດສິນນະຄອນຫຼວງວຽງຈັນວ່າ;ກໍລະນີມີທ່ານໃດມີຜົນງານພົ້ນເດັ່ນກໍຈະມີໂອກາດເຂົ້າຮວ່ມເປັນກຳມະການຕັດສິນບັນດາລາຍການຕ່າງໆທີ່ສຕລຈັດຂຶ້ນເປັນຕົ້ນ​ ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ອາຍຸບໍ່ເກີນ 15 ປີ, ​ ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ອາຍຸບໍ່ເກີນ 18 ປີ ແລະ  ການແຂ່ງຂັນບານເຕະລີກເພດຍິງ.

ຈຸດປະສົງໃນການຝຶກອົບຮົມກຳມະການຕັດສິນຄັ້ງນີ້ ກໍເພື່ອກະກຽມການແຂ່ງຂັນບານເຕະລາວລີກ ນະຄອນຫຼວງວຽງຈັນການແຂ່ງຂັນລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງໂດຍ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃຫມ່ ການຝຶກອົບຮົມນີ້ຈະດຳເນີນໄປເປັນເວລາ ວັນ​  ຄືວັນທີ 23-24 ພຶດສະພາ 2023 ໂດຍມີຜູ້ເຂົ້າຮ່ວທັຫມົດ 16 ຄົນ​ ໃນນັ້ນເປັນຍິງ 2 ຄົນ.ໃຫ້ກຽດເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສລ ພ້ອມດ້ວຍ  ວິຊາການທີ່ກ່ຽຂ້ອງ ເຂົ້າຮ່ວມ.

News Cover

ຝຶກສອນຄວາມຮູ້ພື້ນຖານການເຕະບານໃຫ້ເຍົາວະຊົນແຂວງບໍລິຄຳໄຊ

16/05/2023

ວັນທີ 13 ພຶດສະພາ 2023 ທີ່ຜ່ານມາ ຢູ່ທີ່ສະຫນາມກິລາມັດທະຍົມສົມບຸນ(ມສ)ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດກິດຈະກຳຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບເຍົາວະຊົນແຂວງໂດຍມີ 200 ຄົນ ເປັນຍິງ 100 ຄົນ ທີ່ມາຈາກ 10 ໂຮງຮຽນອ້ອມຂ້າງຕົວເມືອງປາກຊັນເຂົ້າຮວ່ມ ພາຍໃຕ້ໂຄງການ ‘’ The AFC Grassroots Football Day ‘’ ເຊິ່ງປີ້ນີ້ແມ່ນຄົບຮອບ 10 ປີ ທີ່ ສະຫະພັນບານເຕະອາຊີ ໄດ້ສະເຫລີມສະຫລອງງານດັ່ງກ່າວພ້ອມກັນກັບທຸກປະເທດທີ່ເປັນສະມາຊິກ.

 ສຳລັບຈຸດປະສົງການຈັດຝຶກສອນຄວາມຮູ້ເບື້ອງຕົ້ນຂັ້ນພື້ນຖານການເຕະບານໃຫ້ກັບບັນດາເຍົາວະຊົນ ແມ່ນແນໃສ່ໃຫ້ເຍົາວະຊົນໄດ້ຮຽນຮູ້ທັງພາກທິດສະດີແລະພາກປະຕິບັດຕົວຈິງໃນການຫຼີ້ນກິລາບານເຕະ,ກໍຄືພັດທະນານັກກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະຂະຫຍາຍໄປທົ່ວປະເທດ,ພັດທະນາກິລາບານເຕະໃຫ້ມີຄວາມສອດຄ່ອງ ແລະ ເອກກະພາບກັນໃນຂອບເຂດທົ່ວປະເທດ,ທັງເປັນການຝືກສອນດ້ານກິລາໃຫ້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.ນອກນັ້ນ,ການຫຼີ້ນກິລາຍັງເປັນການສ້າງໃຫ້ນັກຮຽນໄດ້ມີສຸຂະພາບແຂງແຮງ ແລະ ມັກຮັກໃນກິລາບານເຕະ, ໃຫ້ມີຄວາມຮັກແພງ, ມີນ້ຳໃຈນັກກິລາ,ມ່ວນຊື່ນ ກັບການຫຼີ້ນກີລາ ແລະ ຫ່າງໄກຈາກສີ່ງເສບຕິດ,ອະບາຍຍະມຸກຕ່າງໆ,ກ້າວຂື້ນໃຫ້ເດັກນ້ອຍມີຄວາມມຸ້ງຫວັງແລະມີຄວາມບຸກບືນກາຍເປັນນັກກິລາອາຊີບທີດີເດັ່ນໃນເວທີພາຍໃນກໍ່ຄືນາໆປະເທດຢ່າງມີປະສິດທິພາບໃນອະນາຄົດ.ໃນຕອນທ້າຍພິທີຍັງໄດ້ມີການມອບຫມາກບານໃຫ້ໂຮງຮຽນທີ່ເຂົ້າຮ່ວມ ແລະມອບລາງວັນໃຫ້ກັບໂຮງຮຽນທີ່ຊະນະເລີດ.

ພາບ​ຈາກ: ສຕ​ຂ ( ແຂວງ​ບໍ​ລິ​ຄຳ​ໄຊ )

News Cover

ປະກາດຮັບສະຫມັກ ຝຶກອົບຮົມຄູຝຶກບານເຕະລະດັບ A ( LFF/AFC “A” DIPLOMA COACHING COURSE )

03/05/2023

ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ A  ( LFF/AFC A DIPLOMA COACHING COURSE )  ເຊິ່ງຈະໄດ້ຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ, ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

+ ກຳນົດການ:

ການຝຶກອົບຮົມແມ່ນຈະຈັດຂຶ້ນ 6 ໄລຍະຄື:

- ໄລຍະ ທີ 1 :  ວັນທີ 19-30/6/2023

- ໄລຍະ ທີ 2 : ເດືອນ 7-8/2023

- ໄລຍະ ທີ 3 : ວັນທີ 21-26/9/2023

- ໄລຍະ ທີ 4 : ວັນທີ 4-9/12/2023

- ໄລຍະ ທີ 5 : ວັນທີ 5-9/2/2024

- ໄລຍະ ທີ 6 : ເດືອນ 3-6 / 2024

 

(ປິດຮັບສະໝັກ ວັນທີ 05/06/2023 ) , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ ຂອງ ສະຫະພັນບານເຕະອາຊີ AFC).

 

+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:

1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າຮ່ວມໄດ້.

2. ຕ້ອງມີໃບປະກາດ AFC B Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.

3. ຕ້ອງມີການເຄື່ອນໃນກິລາບານເຕະຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ

4. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 05/06/2023.

5. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະກາດສະນີຍະບັດ ຊີ ‘’ ບີ ‘’  ຄັດຕິດມາພ້ອມ.

6. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິຈາລະນາ, ຮັບຮອງຈາກ ສະຫະພັນບານເຕະອາຊີ ແລະ ສຕລ ກ່ອນ.

7. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.

8. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.

9. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.

+ ຄວາມຮັບຜິດຊອບຂອງ ສຕລ:

1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.

3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.

4. ອາຫານທ່ຽງ ສຳລັບ ນັກສຳມະນາກອນຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ:

1. ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

2. ເສຍຄ່າສະໝັກເປັນຈຳນວນເງີນ 3,000,000 ກີບ (ສຳລັບຄົນລາວ) ແລະ 1,500 $ ( ສຳລັຄົນຕ່າງປະເທດ ) ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.

3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).

+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.

+ ສົ່ງກ່ອນມີສິດກ່ອນ.

ລິ້ງດາໂຫລດແບບຟອມ : https://drive.google.com/drive/folders/1z8SGhUYJNTMCVOVrwxKtN5tsnaa85Fqq?usp=share_link

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

020 52213030 ທ່ານ ສົມໃຈ ແສນພິມມະຈັກ (ຜູ້ປະສານງານ), ທ່ານ ວົງມີໄຊ ສຸບົວຄຳ 02054918322 (ຜູ້ປະສານງານ)

E mail: [email protected]

#LaoFootballFederation

#coachingCourse

#LFFTechnical

News Cover

ເຊກອງກຽມພ້ອມການແຂ່ງຂັນບານເຕະລາວລີກ 2 ແລະການແຂ່ງຂັນລະດັບມັດທະຍົມປະເພດຍິງ - ຊາຍ

28/04/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກໍາມະການຕັດສິນກິລາບານເຕະໃຫ້ແກ່ແຂວງເຊກອງໃນຕອນເຊົ້າວັນທີ 27 ເມສາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມຕອນປາຍທີ່ເມືອງລະມາມ,ໂດຍໃຫ້ກຽດເຂົ້າຮວ່ມພິທີປິດຂອງທ່ານ ສໍລະເສິນສັກ ຟອງສານຸວົງ ຮອງໄອຍະການປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງເຊກອງ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 14 ຄົນ.

ໃນໂອກາດນີ້ ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຊົມເຊີຍຕໍ່ນັກສໍາມະນາກອນທີ່ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຕະຫຼອດໄລຍະເວລາ 4ວັນຈົນສໍາເລັດ(24 - 27 ເມສາ 2023),ຊົມເຊີຍຄະນະຜູ້ຝຶກສອນທີ່ມາຈາກ ສຕລ ທີ່ໄດ້ທຸ້ມເທຄວາມຮູ້ຕ່າງໆເຂົ້າໃນການສິດສອນທາງທິດສະດີ,ລວມທັງຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່ແລະລົງພາກປະຕິບັດຕົວຈິງນໍາພານັກສໍາມະນາກອນຝຶກອົບຮົມຈົນສໍາເລັດຕາມລະແຜນການທີ່ວາງໄວ້. 

ຈາກຜົນສຳເລັດນີ້,ທ່ານ ສໍລະເສິນສັກ ຟອງສານຸວົງ ໄດ້ກ່າວຢໍ້າວ່າ:ມາຮອດປັດຈຸບັນແຂວງເຊກອງກໍຄືພາກສວ່ນຕ່າງໆໂດຍສະເພາະແມ່ນສະຫະພັນບານເຕະແຂວງແມ່ນມີຄວາມກຽມພ້ອມໃນການຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນບານເຕະລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນບານເຕະລະດັບມັດທະຍົມຕອນປາຍ ປະເພດຊາຍ - ຍິງ.