News
News Cover

ລາຍຊື່ນັກກິລາທີມຊາດລາວ 28 ຄົນ

06/12/2022

ປະກາດລາຍຊື່ນັກກິລາທີມຊາດລາວ 28 ຄົນທີຈະຮ່ວມເກັບຕົວຝືກຊ້ອມອຸ່ນເຄື່ອງພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23 ປີ ພາຍຫລັງຈົບຈາກການອຸ່ນເຄືອງເກັບໂຕຄັ້ງນີ້ແລ້ວ ຈະໄດ້ຕັດໂຕເອົານັກກິລາໃຫ້ເຫລືອ 23 ຄົນສຸດທ້າຍ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຊີງແຊ້ມອາຊຽນ ຫຼື AFF Cup 2022.
#ຜູ້ຮັກສາປະຕູ
1.ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ
2.ພູນິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ
3.ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ
4.ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ
#ກອງຫລັງ
5. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ຫາດໃຫຍ່ ( ໄທລີກ 3 )
6. ແອັດ ວຽງຄໍາ ຈາກ ສະໂມສອນ ມາສເຕີ 7
7.ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫລວງພະບາງ
8.ນະລົງສິດ ຈັນທະລັງສີ ສະໂມສອນ ຈຳປາສັກ
9.ເພັດດາວັນ ສົມສະນິດ ຈາກ ສະໂມສອນ ແຂວງ ຈໍາປາສັກ
10.ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
11.ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
12.ທິນນະກອນ ກອງຕະການ ຈາກ ສະໂມສອນ ກອງທັບ
13.ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
14.ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ
#ກອງກາງ
15.ພິທັກ ກອງມາທິລາດ ຈາກ ສະໂມສອນ ນະຄອນປະຖົມຢູໄນເຕັດ ( ໄທລີກ 2 )
16.ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
17.ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
18.ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
19.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
20. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ
21. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ
22. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
23. ພູວຽງ ພູມສະຫວັດ ຈາກ ສະໂມສອນ ວຽງຈັນ
24. ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ຕຣາດ ( ໄທລີກ 2 )
25.ພັດທະນາ ພົມມະເທບ ຈາກ ສະໂມສອນ ເອສະຣາ
#ກອງຫນ້າ
26. ບີນລີ້ ເກດແກ້ວພົມພອນ
27.ເອກະໄມ ຣາດຊະຈັກ ຈາກ ສະໂມສອນ ຈໍາປາສັກ
28.ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ ຈໍາປາສັກ
ທີມຊາດລາວຈະມີເກມອຸ່ມເຄື່ອງຢ່າງເປັນທາງການພົບກັບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 23ປີ ສອງນັດ:
1. ວັນທີ 11 ທັນວາ 2022 ແລະ
2. ວັນທີ 14 ທັນວາ 2022
ທີ່ສະໜາມ ມະຫາວິທະຍາໄລ ທຳມະສາດຣັງສິດ (ປະເທດໄທ) ທັງສອງເກມຈະແຂ່ງຂັນໃນເວລາ 17:30 (ສຳລັບຊ່ອງທາງການຖ່າຍຖອດສົດຈະແຈ້ງຕື່ມອີກຄັ້ງ).
#AFFCup2022
#LaoFootballFederation
#LaoNationalTeam
#LFF
#Beerlao
#SwissEnergy

News Cover

ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ

01/12/2022

ພາຍໃຕ້ລະບອບໃໝ່ປະເທດຊາດໄດ້ຮັບການພັດທະນາຮອບດ້ານ, ກິລາບານເຕະກ້າວສູ່ຄຸນນະພາບທີ່ດີກວ່າເກົ່າ

ເນື່ອງໃນໂອກາດລະນຶກວັນສະຖາປະນາ ສປປລາວ ຄົບຮອບ 47 ປີທີ່ຈະມາເຖິງ (2/12/1975-2/12/2022)ທ່ານວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີຄໍາເຫັນວ່າ: ວັນທີ2ທັນວາແມ່ນວັນທີ່ມີຄວາມໝາຍສຳຄັນສຳລັບທົ່ວພັກ,ທົ່ວລັດແລະທົ່ວປວງຊົນລາວທັງຊາດ, ແມ່ນວັນມະຫາໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ນັບພັນໆປີຂອງຊາດລາວເຮົາ, ທັງແມ່ນວັນທີ່ປະເທດລາວມີເອກະລາດຢ່າງສົມບຸນ,ມີອະທິປະໄຕຢ່າງຄົບຖວ້ນ,ມີທີ່ຕັ້ງອັນສົມກຽດແລະມີຖານະທຽບເທົ່າກັບປະເທດອື່ນໆໃນເວທີປະຊາຄົມໂລກ. ພ້ອມນັ້ນປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ,ເປັນເຈົ້າຂອງປະເທດຊາດແລະຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຖືກຍົກລະດັບໃຫ້ດີຂື້ນເປັນກ້າວໆ.

47 ປີຜ່ານມາ, ສປປລາວ ໄດ້ຮັບການພັດທະນາຢ່າງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂື້ນ, ຊື່ສຽງອິດທິພົນຂອງສປປລາວໄດ້ເປັນທີ່ຮັບຮູ້ໃນເວທີພາກພື້ນແລະສາກົນຢ່າງກວ້າງຂວາງ.

ເວົ້າສະເພາະຕໍ່ວຽກງານກິລາບານເຕະຂອງປະເທດເຮົາພາຍໃຕ້ລະບອບໃໝ່ແລະພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະລັດຖະບານແມ່ນໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່ທີ່ດີກວ່າເກົ່າ,ໂດຍໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງໃນທຸກລະດັບນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ມີການເຂົ້າຮວ່ມຂອງມວນຊົນຢ່າງຫຼວງຫຼາຍ. ຜົນສຳເລັດໃໝ່ທີ່ປະຈັກຕາຂອງກິລາບານເຕະລາວພາຍໃຕ້ຄວາມຮັບຜິດຊອບຂອງສະຫະພັນບານເຕະແຫ່ງຊາດລາວກໍແມ່ນນັກກິລາຊາຍທີມຊາດລາວທີ່ໄດ້ຮອງແຊັ້ມອາຊຽນ U19 ປະຈຳປີ2022ທີ່ປະເທດອິນໂດເນເຊຍ, ໂດຍທິມຊາດລາວລົງແຂ່ງຂັນ6ນັດ,ຊະນະລວດ5ນັດ.ນອກນັ້ນ, ສປປລາວຍັງໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊ້ມອາຊີU20ຮອບຄັດເລືອກຂອງກຸ່ມ C ລວມມີ5ປະເທດເຂົ້າຮວ່ມຄື ຍີ່ປຸ່ນ, ເຢເມນ, ປາແລສຕິນ, ສປປລາວ (ເຈົ້າພາບ) ແລະ ປະເທດກວມ, ເຊິ່ງໄດ້ຈັດການແຂ່ງຂັນເມື່ອກາງເດືອນກັນຍາ2022ຜ່ານມາ. ນອກນັ້ນ, ສຕລ ຍັງໄດ້ສົ່ງທີມຊາດU23 ແລະ ທີມຊາດຍິງຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.

ພິເສດໄດ້ມີການພົວພັນຮວ່ມມືເປັນຢ່າງດີກັບສະຫະພັນບານເຕະໃນພາກພື້ນອາຊີ, ອາຊຽນແລະນານາຊາດເປັນຢ່າງດີເປັນຕົ້ນແມ່ນສະຫະພັນບານເຕະອາຊີ(AFC), ສະຫະພັນບານເຕະອາຊຽນ (AFF) ແລະສະຫະພັນບານເຕະນານາຊາດ(FIFA) ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ, ຊວ່ຍເຫຼືອດ້ານເຕັກນິກວິຊາການໃຫ້ແກ່ ສປປລາວ ກໍ່ຄືສະຫະພັນບານເຕະລາວ, ນັກກິລາລາວຈາກອົງການດັ່ງກ່າວຕະຫຼອດມາ.

ສຳລັບພາຍໃນປະເທດ, ສຕລໄດ້ສຳເລັດລາຍການແຂ່ງຂັນທຸກປະເພດຕາມແຜນການທີ່ວາງໄວ້ແລະຜ່ານການຈັດແລະເຂົ້າຮວ່ມການແຂ່ງຂັນ, ນັກກິລາບານເຕະລາວທຸກລະດັບແລະທຸກປະເພດແມ່ນໄດ້ຮັບການພັດທະນາແລະໄດ້ເກີດມີນັກກິລາໜ້າໃໝ່ຫຼາຍ,ໂດຍສະເພາະແມ່ນມີນັກກິລາຕ່າງແຂວງທີ່ໜຸ່ມແໜ້ນອາຍຸບໍ່ເກີນ22ປີເປັນຈຳນວນຫຼາຍ,ຖືວ່າເປັນລຸ້ນສືບທອດທີ່ແຂງແກ່ນຂອງນັກກິລາບານ ເຕະຂອງປະເທດເຮົາ. ສຳລັບແຜນການແຂ່ງຂັນປີ 2023 ແມ່ນຈະເນັ້ນໃສ່ສ້າງນັກກິລາລາວທຸກລຸ້ນ, ທຸກລະດັບໃຫ້ມີຄຸນນະພາບສູງຂື້ນໄປເລື້ອຍໆ.ໃນນັ້ນວຽກສໍາຄັນໜຶ່ງສຳລັບປີ2023ກໍຍັງແມ່ນການກະ ກຽມຄວາມພ້ອມເຂົ້າຮວ່ມຊີເກມທີ່ປະເທດກໍາປູເຈຍ.

ເນື່ອງໃນໂອກາດວັນຊາດທີ2ທັນວາໝູນວຽນມາຄົບຮອບ47ປີ, ຕາງໜ້າໃຫ້ສະຫະພັນບານເຕະແຫ່ງຊາດລາວແລະໃນນາມສວ່ນຕົວສະແດງຄວາມຮູ້ບຸນຄຸນແລະຂອບໃຈມາຍັງການນຳພັກ-ລັດທີ່ຍາມໃດກໍໃຫ້ຄວາມສຳຄັນໃນການຊີ້ນຳແລະນຳພາວຽກງານສຕລດຳເນີນໄປດວ້ຍຜົນສຳເລັດ.

ຂໍອວຍພອນໄຊແດ່ບັນດາທ່ານການນຳພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບຸນ, ມີຄວາມສຸກ, ສືບຕໍ່ຊີ້ນໍາແລະນໍາພາການພັດທະນາປະເທດຊາດລາວກ້າວສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂື້ນ, ສືບຕໍ່ນຳພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ນໍ້າໃຈວັນຊາດທີ 2 ທັນວາໝັ້ນຍືນ.

News Cover

ຄະນະປະທານ ສະຫະພັນບານເຕະແຫ່ງຊາດລາວ

17/11/2022

ໃນຕອນແລງ ວັນທີ 15 ພະຈິກ 2022 ຄະນະປະທານ ສະຫະພັນບານເຕະແຫ່ງຊາດລາວ ທ່ານ ຄໍາໄພ ປະເສິດ ຮອງປະທານ ສຕລ ພ້ອມທັງເປັນຫົວຫນ້າຄະນະທິມຊາດລາວ, ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ແລະ ທ່ານ ດຣ ໄຊຊະນະ ທອງຄໍາຈັນ ຄະນະບໍລິຫານງານ ສຕລ ໄດ້ເດີນທາງໄປຢ້ຽມຢາມໃຫ້ກຳລັງໃຈ ແລະ ຮັບຊາບລາຍງານຂອງການມາເກັບຕົວ ແລະ ຝືກຊ້ອມຂອງທັບນັກກິລາທີມຊາດລາວ ຊຸດໃຫຍ່ ທີ່ ແຂວງ ນະຄອນລາດສະສີມາ (ປະເທດໄທ) .
ທ່ານ ຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຄຳໂອວາດຕໍ່ຄະນະຄູຝຶກ ແລະ ນັກກິລາທີມຊາດລາວຊູດໃຫ່ຍ ທີ່ໄດ້ມາເກັບຕົວໃນຄັ້ງນີ້ເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊ້ຽນ ຫລື AFF Mitsubishi Electric Cup 2022 ພ້ອມດຽວກັນນັ້ນຍັງໄດ້ເຫນັ້ນຫນັກໃຫ້ນັກກິລາໃຫ້ມີຄວາມສາມັກຄີກັນ ແລະ ທຸກຄົນຈົ່ງຕັ້ງໃຈຝືກຊ້ອມ ເພື່ອເພີ່ມຄວາມສາມາດ ໃຫ້ຕົນເອງ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ທີມຊາດລາວຂອງພວກເຮົາ.
#AFF Cup 2022
#LaoFootballFederation
#LaoNationalTeam
#LFF
#Beerlao
#SwissEnergy

News Cover

ຕາຕະລາງ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ 2022

16/11/2022

ຕາຕະລາງ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022.
ທີມຊາດລາວຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ
ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023
- ວັນທີ 21 ທັນວາ 2022 ເວລາ 19:00 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16
- ວັນທີ 24 ທັນວາ 2022 ເວລາ 19:00 ທີມຊາດລາວ ພົບກັບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ BUKIT JALIL STADIUM
- ວັນທີ 27 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດສີງກະໂປ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16
- ວັນທີ 30 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດມຽນມາ ແຂ່ງຂັນຢູ່ທີ່ສະໜາມ THUWANNA STADIUM
ສຳລັບ ຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ.
#AFFMitsubishiElectricCup2022
#LaoFootballFederation
#LaoNationalTeam
#LFF

News Cover

ສະຫລຸບຜົນ ການແຂ່ງຂັນບານເຕະແຫ່ງຊາດປະຈຳປີ 2022 ປະເພດຊາຍ

13/11/2022

ອັນດັບ 1 ນະຄອນຫຼວງວຽງຈັນ ໄດ້ຮັບຂັນ, ຫຼຽນ ແລະ ເງິນຈຳນວນ 100.000.000 ກີບ

ອັນດັບ 2 ແຂວງຊຽງຂວາງ ໄດ້ຮັບຫຼຽນ ແລະ ເງິນ ຈຳນວນ 50.000.000 ກີບ

ຜູ້ຍິງປະຕູສູງສຸດ : ສຸລີ ຍັນລະສີ ແຂວງຊຽງຂວາງ ລົງສະຫນາມ 6 ນັດ ຍິງໄດ້ 5 ປະຕູ

ຜູ້ຮັກສາປະຕູດີເດັ່ນ : ໄຊນະຄອນ ດາລາແສນ ນະຄອນຫຼວງວຽງຈັນ ລົງສະຫນາມ 5 ນັດ ເສຍ 1 ປະຕູ

ຄູຝຶກດີເດັ່ນ : PHANTHAWAT SUPHAWASANTICHON ສັນຊາດໄທ ນະຄອນຫຼວງວຽງຈັນ

ນັກກິລາດີເດັ່ນປະຈຳການແຂ່ງຂັນ : ວິໄລ ກູລັງສີ ນະຄອນຫຼວງວຽງຈັນ ລົງສະຫນາມ 6 ນັດ ຍິງໄດ້ 3 ປະຕູ

News Cover

ນະຄອນຫຼວງວຽງຈັນຊະນະເລີດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022

12/11/2022

ນະຄອນຫຼວງວຽງຈັນຊະນະເລີດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ຮອບຊິງຊະນະເລີດໄດ້ເລີິ້ມເປີດສາກຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2022 ໃນເວລາ 16:00 ທີ່ ສະໜາມກິລາແຫ່ງຊາດ ຫຼັກ 16. ເຊິ່ງເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງຊຽງຂວາງ ກັບ ທີມກິລາບານເຕະ ນະຄອນຫຼວງວຽງຈັນ.

ການແຂ່ງຂັນໃນເຄິ່ງເວລາທີ 1 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນ ແຕ່ນະຄອນຫຼວງວຽງຈັນເປັນຝ່າຍຄອງບານຫຼາຍກ່ວາ ມາຮອດນາທີ ທີ 5 ນັກກິລາໝາຍເລກ 12 ຂອງນະຄອນຫຼວງວຽງຈັນ ສຸວັນວິໄລ ຍຸດທະວົງ ໄດ້ບານທີ່ສົ່ງມາຈາກທາງດ້ານຫຼັງນໍາບານຂຶ້ນມາເຂົ້າກອບເຂດໂທດແລ້ວສົ່ງໃຫ້ກັບໝາຍເລກ 9 ອາຄົມ ທໍໍລະນິນ ແລະ ອາຄົມໄດ້ຈັງຫວະຍິງຜ່ານຜູ້ຮັກສາປະຕູຂອງຊຽງຂວາງເຂົ້າຕາໜ່າງໄປເປັນປະຕູທໍາອິດຂອງນະຄອນຫຼວງວຽງຈັນຢ່າງສວຍງາມ. ນະຄອນຫຼວງວຽງຈັນສືບຕໍ່ການບຸກ ແລະ ມີໂອກາດໄດ້ລຸ້ນຢູ່ຕໍ່ໜ້າປະຕູຫຼາຍກ່ວາ ສ່ວນຊຽງຂວາງມີໂອກາດໜ້ອຍທີ່ຈະນໍາບານເຂົ້າໃກ້ປະຕູຂອງນະຄອນຫຼວງວຽງຈັນ. ສິ້ນສຸດເວລາຂອງການແຂ່ງຂັນໃນເຄິ່ງເວລາທີ 1 ນະຄອນຫຼວງເປັນຝ່າຍນໍາຊຽງຂວາງ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ຊຽງຂວາງ ເປີດເກມບຸກເພື່ອຫວັງຈະຕີສະເໝີໃຫ້ໄດ້ ແລະ ກໍ່ມີໂອກາດໄດ້ລຸ້ນຫຼາຍຄັ້ງ ແຕ່ກອງຫຼັງຂອງນະຄອນຫຼວງວຽງຈັນແມ່ນປ້ອງກັນໄວ້ໄດ້ດີ. ການແຂ່ງຂັນມາຮອດນາທີ ທີ 82 ວິໄລ ກຸລັງສີ ໄດ້ບານທີ່ສົ່ງມາຈາກດ້ານຫຼັງ ນໍາບານອອກໄປທາງປີກຂວາ ຜູ້ຮັກສາປະຕູຂອງຊຽງຂວາງອອກມາຕັດເອົາບານແຕ່ ວີໄລ ຫັກບານຫຼີກອອກມາແລ້ວຍິງເຂົ້າປະຕູນໍາຫ່າງອອກໄປເປັນປະຕູທີ 2 ຂອງນະຄອນຫຼວງວຽງຈັນ ແລະ ເປັນປະຕູໄຊໃຫ້ກັບນະຄອນຫຼວງວຽງຈັນໃນຮອບຊິງຊະນະເລີດ. ເປັນອັນວ່ານະຄອນຫຼວງວຽງຈັນ ຊະນະ ແຂວງຊຽງຂວາງ 2 ປະຕູຕໍ່ 0 ແລະ ເປັນທີມຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022.

News Cover

ຊຽງຂວາງ ຊະນະ ອັດຕະປື ແລະ ຜ່ານເຂົ້າຮອບຊິງຊະນະເລີດ

10/11/2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ທີມທີ່ໄດ້ເຂົ້າຮອບຮອງຊະນະເລີດລວມມີ4 ທີມຄືຫຼວງພະບາງ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ອັດຕະປື.

ການແຂ່ງຂັນໃນຮອບຮອງຊະນະເລີດໃນວັນທີ 09 ພະຈິກ 2022 ຄູ່ທີ1 ເປັນການພົບກັນລະຫວ່າງ ທີມກິລາບານເຕະຊຽງຂວາງ ກັບອັດຕະປື ໃນເວລາ 15:30 ແລະ ຄູ່ທີ 2 ເປັນການພົບກັນລະຫວ່າງຫຼວງພະບາງ ກັບ ນະຄອນຫຼວງວຽງຈັນ ໃນເວລາ 18:30.

ການແຂ່ງຂັນໃນເຄິ່ງເວລາທີ 1 ຂອງຄູ່ທໍາອິດ ລະຫວ່າງຊຽງຂວາງ ກັບອັດຕະປື ເກມການຫຼິ້ນຖືວ່າເປັນເກມແບບເບົາໆ ຊຽງຂວາງເປັນຝ່າຍຄອງບານຫຼາຍກ່ວາສ່ວນອັດຕະປືຫຼິ້ນຮູບແບບຕ້ານຫຼາຍກ່ວາກອງຫຼັງຂອງອັດຕະປືລົງໄປຕ້ານແບບເປັນໜ້າກະດານ. ອັດຕະປືກໍ່ມີໂອກາດລຸ້ນຢູ່ຕໍ່ໜ້າປະຕູເຊັ່ນດຽວກັນແຕ່ບໍ່ປະສົບຜົນສໍາເລັດ ສິ້ນສຸດເວລາຂອງການແຂ່ງຂັນ ທັງຄູ່ສະເໝີກັນຢູ່ 0 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນ ທິມຊຽງຂວາງຕີໄຂ່ແຕກໄດ້ ໃນຂະນະທີ່ໝາຍເລກ 15 ສຸລີ ຍັນລາສີ ຍິງປະຕູໃຫ້ກັບຊຽງຂວາງໄດ້ຢ່າງສໍາເລັດໃນນາທີທີ 62 ຈາກນັ້ນ 20 ນາທີຕໍ່ມາ ເຫຼັກໂຕຊາ ທອງສະຫວັດ ຜູ້ຫຼິ້ນຂອງທິມອັດຕະປືຍິງປະຕູສະເໝີຂຶ້ນມາໄດ້ໃນນາທີ ທີ 82. ສິ້ນສຸດເວລາຂອງການແຂ່ງຂັນສະເໝີກັນຢູ່ 1 ປະຕູຕໍ່ 1 ຈຶ່ງຕັດສິນໂດຍການຍິງບານຢູ່ຈຸດໂທດຝ່າຍລະ 5 ລູກ. ຜົນຂອງການຍິງບານຢູ່ຈຸດໂທດປະກົດວ່າຊຽງຂວາງ ເອົາຊະນະ ອັດຕະປື 4 ປະຕູຕໍ່ 3 ເຮັດໃຫ້ ຊຽງຂວາງໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ ໃນລາຍການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022.

News Cover

ນະຄອນຫຼວງວຽງຈັນຊະນະຫຼວງພະບາງ 4 ປະຕູຕໍ່ 0

10/11/2022

ການແຂ່ງຂັນບານເຕະແຫ່ງຊາດ ໃນຮອບຮອງຊະນະເລີດ ຄູ່ທີ 2 ເປັນການພົບກັນລະຫວ່າງ ທິມບານເຕະຫຼວງພະບາງກັບນະຄອນຫຼວງວຽງຈັນ ການແຂ່ງຂັນໃນເຄິ່ງເວລາທີ 1 ນະຄອນຫຼວງວຽງຈັນເປັນຝ່າຍບຸກ ແລະ ຄອງບານໄດ້ຫຼາຍກ່ວາຫຼວງພະບາງແຕ່ກໍ່ບໍ່ສາມາດຍິງປະຕູໄດ້ ສ່ວນຫຼວງພະບາງກໍ່ພະຍາຍາມເຕັມທີ່ແຕ່ບໍ່ປະສົບຜົນສໍາເລັດເຮັດໃຫ້ຜົນການແຂ່ງຂັນໃນເຄິ່ງເວລາທີ 1 ສະເໝີກັນຢູ່ 0 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນສືບຕໍ່ການບຸກ ເລີິ້ມຕົ້ນການແຂ່ງຂັນຂອງເຄິ່ງເວລາທີ 2 ບໍ່ພໍນາທີ ນະຄອນຫຼວງວຽງຈັນສາມາດຍິງປະຕູທໍາອິດໄດ້ ໃນຂະນະທີ່ໝາຍເລກ 12 ສຸວັນວິໄລ ຍຸດທະວົງ ນັກກິລາຂອງນະຄອນຫຼວງລາກບານໄປທາງດ້ານຊ້າຍແລ້ວສົ່ງໃຫ້ ສຸກສະຫວັນ ໄຊຍະລິນ ໄດ້ຍິງເຂົ້າປະຕູຂອງຫຼວງພະບາງ. ຈາກນັ້ນໃນນາທີ ທີ 60 ນະຄອນຫຼວງວຽງຈັນໄດ້ເຕະລູກແຈຢູ່ທາງແຈດ້ານຂວາ ຜ່ານເຂົ້າໄປໃນກອບເຂດໂທດນັກກິລາຂອງນະຄອນຫຼວງວຽງຈັນໃຊ້ຫົວຕີບານຕໍາຄານເທິງປະຕູດອນອອກມາຕໍາເອົາຫົວຜູ້ຫຼິ້ນຂອງແຂວງຫຼວງພະບາງເຂົ້າປະຕູໂຕເອງ ເຮັດໃຫ້ນະຄອນຫຼວງວຽງຈັນນໍາຫ່າງອອກໄປເປັນ 2 ປະຕູຕໍ່ 0. ຫຼວງພະບາງເມື່ອເສຍປະຕູໄປແລ້ວກໍ່ບຸກກັບຄືນ ແລະ ກໍ່ມີໂອກາດລຸ້ນຫຼາຍຄັ້ງ ແຕ່ຜູ້ຮັກສາປະຕູຂອງນະຄອນຫຼວງວຽງຈັນ ສາມາດປ້ອງກັນລູກຍິງຈາກຫຼວງພະບາງໄວ້ໄດ້ດີ. ການແຂ່ງຂັນມາຮອດນາທີ ທີ 78 ໝາຍເລກ 7 ວິໄລ ກຸລັງສີ ນັກກິລາຂອງນະຄອນຫຼວງວຽງຈັນໄດ້ບານໂຕ້ກັບຈາກດ້ານຫຼັງບຸກຂຶ້ນມາທາງດ້ານຂວາແລ້ວສົ່ງໃຫ້ ພູມິນ ຄໍາພິວົງ ຢູ່ທາງດ້ານຊ້າຍ ແລະ ພູມິນ ຍິງເຂົ້າໄປເປັນປະຕູທີ 3 ຈາກນັ້ນໃນໄລຍະຕໍ່ເວລາ ວິໄລ ກຸລັງສີ ໄດ້ພານະຄອນຫຼວງວຽງຈັນນໍາຫ່າງອອກໄປອີກເປັນປະຕູທີ 4 ຈົບການແຂ່ງຂັນ ນະຄອນຫຼວງວຽງຈັນຊະນະຫຼວງພະບາງ 4 ປະຕູຕໍ່ 0 ແລະ ໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດໃນວັນທີ 12 ພະຈິກ 2022 ເຊິ່ງຈະພົບກັບ ຊຽງຂວາງ ໃນເວລາ 16:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16.

News Cover

ສີສັນກອງເຊຍທີ່ເຂົ້າຮັບຊົມ ການແຂ່ງຂັນບານເຕະແຫ່ງຊາດປະຈຳປີ 2022

10/11/2022

ສີສັນກອງເຊຍທີ່ເຂົ້າຮັບຊົມ ການແຂ່ງຂັນບານເຕະແຫ່ງຊາດປະຈຳປີ 2022 ຮອບຮອງຊະນະເລີດ ວັນທີ 09 ພະຈິກ 2022 ຄູ່ທຳອິດລະຫວ່າງ ແຂວງຊຽງຂວາງ ພົບ ແຂວງອັດຕະປື ເປັນກຽດເຂົ້າຮ່ວມຮັບຊົມການແຂ່ງຂັນ ມີ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານ ກິຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ ແລະ ແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນນັດດັ່ງກ່າວຈຳນວນ 2255 ຄົນ.
#LFFNATIONALFOOTBALLCHAMPIONSHIP2022

News Cover

ທິມນະຄອນຫຼວງວຽງຈັນ ຊະນະ ໄຊສົມບູນ 3 ປະຕູຕໍ່ 0

06/11/2022

ຢູ່ທີ່ສະໜາມກິລາກອງທັບ(ຫຼັກ5)ການແຂ່ງຂັນບານເຕະແຫ່ງຊາດປະຈຳປີ2022 ຮອບ 8 ທີມເພດຊາຍເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງໄຊສົມບູນ ກັບ ທີມກິລາບານເຕະນະຄອນຫຼວງວຽງຈັນ.

ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ເຫັນວ່ານະຄອນຫຼວງວຽງຈັນມີທັກສະ ແລະ ເຕັກນິກການຫຼິ້ນເໜືອກ່ວາຈຶ່ງເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍນໍາໄປກ່ອນ 2-0 ໃນເຄິ່ງເວລາທີ 1 ເຊິ່ງໄດ້ປະຕູຈາກການຍິງຂອງ ວິໄລ ກຸລັງສີ ນາທີ ທີ 15 ຈາກນັ້ນພຽງ 10 ນາທີ ຕໍ່ມາ ຄືນາທີ ທີ 25 ປິຍະພົງ ປະຖໍາມະວົງ ເຊິ່ງຫຼິ້ນຢູ່ຕໍາແໜ່ງກອງຫຼັງໄດ້ຂຶ້ນມາຍິງໄດ້ເປັນປະຕູທີ 2 ແລະ ຕໍ່ມາໃນນາທີ ທີ 42 ນະຄອນຫຼວງ ຄາດວ່າຈະໄດ້ອີກປະຕູທີ 3 ໃນການຍິງບານຢູ່ຈຸດໂທດ ແຕ່ຍິງບານເຊິ່ງຜູ້ຮັກສາປະຕູ ເຮັດໃຫ້ຜູ້ຮັກສາປະຕູ ຕີບານຂ້າມຄານເທິງອອກເສັ້ນຫຼັງປະຕູໄປ.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ໃນນາທີທີ 52 ນະຄອນຫຼວງໄດ້ຍິງບານຢູ່ຈຸດໂທດອີກເທື່ອນີ້ ອາຄົມ ທໍລະນິນ ຍິງໄດ້ສໍາເລັດ ເຮັດໃຫ້ນະຄອນຫຼວງວຽງຈັນ ນໍາຫ່າງແຂວງໄຊສົມບູນ ອອກໄປ 3 ປະຕູຕໍ່ 0. ສິ້ນສຸດເວລາຂອງການແຂ່ງຂັນນະຄອນຫຼວງ ຊະນະ ແຂວງໄຊສົມບູນ 3 ປະຕູຕໍ່ 0 ໄຊຊະນະຄັ້ງນີິ້ເຮັດໃຫ້ ນະຄອນຫຼວງໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບ 4 ທີມ ຫຼື ຮອບຮອງຊະນະເລີດໃນວັນທີ 9 ພະຈິກ 2022.

News Cover

ຫຼວງພະບາງ ຊະນະ ບໍ່ແກ້ວ 4 ປະຕູຕໍ່ 2

06/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ຮອບ 8 ທີມ ໃນເວລາ 18:30 ຂອງວັນທີ 6 ພະຈິກ 2022 ຢູ່ທີ່ສະໜາມຫຼັກ 16 (ເດີ່ນໃນ) ເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງ ຫຼວງພະບາງ ກັບ ທີມກິລາບານເຕະ ແຂວງບໍ່ແກ້ວ. ການແຂ່ງຂັນລະຫວ່າງຄູ່ນີ້ເລີ້ມເປີດການແຂ່ງຂັນ ຫຼວງພະບາງເປີດສາກບຸກກ່ອນ ແລະ ກໍ່ບຸກຕະຫຼອດ ແຕ່ບໍ່ແກ້ວເປັນຝ່າຍຮັບກັບມາເປັນຝ່າຍໄດ້ປະຕູກ່ອນໃນນາທີທີ 15 ຈາກການຍິງຂອງນັກກິລາໝາຍເລກ 17 ເກີດ ກັນສະຫຍາມ. ຫຼັງຈາກເສຍປະຕູໄປແລ້ວຫຼວງພະບາງຍັງສືບຕໍ່ບຸກແຕ່ບໍ່ປະສົບຜົນ ສຳເລັດ.ຈົບການແຂ່ງຂັນຂອງເຄິ່ງເວລາທີ 1 ບໍ່ແກ້ວ ນໍາຫຼວງພະບາງໄປກ່ອນ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ມາຮອດນາທີ ທີ 52 ຜູ້ຫຼິ້ນຂອງບໍ່ແກ້ວໄດ້ບັດແດງເຮັດໃຫ້ຫຼວງພະບາງໄດ້ປຽບໃນຈໍານວນຜູ້ຫຼິ້ນມາຮອດນາທີທີ 55 ຫຼວງພະບາງສາມາດຕີສະເໝີຂຶ້ນມາໄດ້ໂດຍນັກກິລາບໍ່ແກ້ວສະກັດເຂົ້າປະຕູໂຕເອງ. ຫຼັງຈາກທິມບໍ່ແກ້ວຂາດຜູ້ຫຼິ້ນໄປແລ້ວຄົນໜຶ່ງເຮັດໃຫ້ເກມການຫຼິ້ນແຕກຕ່າງໄປຈາກເຄິ່ງເວລາທີ 1. ຕໍ່ມາໃນນາທີທີ 64 ຫຼວງພະບາງຍິງໄດ້ອີກເປັນປະຕູທີ 2 ຈາກການຍິງຂອງ ສະລາວຸດ ແສງດວງມີໄຊ ແລະ ຈາກນັ້ນພຽງສອງນາທີຄືນາທີ ທີ 66 ທະນະວົງ ບຸນປະທັບ ນໍາບານເຂົ້າມາທາງດ້ານຊ້າຍແລ້ວຍິງເຂົ້າປະຕູຂອງບໍ່ແກ້ວ ພາທີມຫຼວງພະບາງນໍາຫ່າງອອກໄປອີກເປັນປະຕູທີ 3. ຫຼັງຈາກເສຍປະຕູໄປແລ້ວບໍ່ແກ້ວ ກໍ່ພະຍາຍາມບຸກຢ່າງເຕັມທີຈົນສາມາດຍິງປະຕູໄລ່ຂຶ້ນມາເປັນປະຕູທີ 2 ໃນນາທີ ທີ 83 ຈາກການຍິງຂອງ ວິລະສັກ ຈັນທິມາ ຈາກນັ້ນພຽງ 2 ນາທີຕໍ່ມາຄືໃນເວລາທີ 85 ບຸຄໍ້າ ແກ້ວມະນີ ນັກກິລາຂອງຫຼວງພະບາງຍິງປະຕູນໍາຫ່າງອອກໄປອີກເປັນປະຕູທີ 4 ເກມການແຂ່ງຂັນມີຄວາມຟົດຟື້ນ ແລະ ດຸເດືອດ ທ່າມກາງສຽງເຊັຍຈາກກອງເຊັຍທັງສອງທີມ. ຈົບການແຂ່ງຂັນຫຼວງພະບາງຊະນະບໍ່ແກ້ວ 4 ປະຕູຕໍ່ 2 ແລະ ຜ່ານເຂົ້າໄປແຂ່ງຂັນໃນຮອບ 4 ທີມ ໂດຍຈະພົບກັບ ນະຄອນຫຼວງໃນວັນທີ 9 ພະຈິກ 2022.

News Cover

ທີມບານເຕະຈໍາປາສັກ ສະເໝີ ທີມບານເຕະສະຫວັນນະເຂດ 1 ປະຕູຕໍ່ 1

04/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃນວັນທີ 03 ພະຈິກ 2022 ເປັນການແຂ່ງຂັນພົບກັນລະຫວ່າງ ທີມບານເຕະແຂວງຈໍາປາສັກ ກັບ ທີມບານເຕະແຂວງສະຫວັນນະເຂດ ໃນກຸ່ມ ຄໍ ເຊິ່ງແຂ່ງຂັນຢູ່ທີ່ສະໜາມກິລາຫຼັກ 16 (ເດີ່ນນອກ). ການແຂ່ງຂັນຄູ່ນີ້ແມ່ນໃນຮອບຕັດເຊືອກເພື່ອທີ່ຈະຄັດເອົາທີມຊະນະເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ. ສະເພາະສະຫວັນນະເຂດ,ຖ້າສະເໝີ ຫຼື ຊະນະ ຈຶ່ງຈະໄດ້ຜ່ານເຂົ້າຮອບ ສ່ວນຈໍາປາສັກຕ້ອງຊະນະຢ່າງດຽວຈຶ່ງຈະໄດ້ເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ.

ການແຂ່ງຂັນໃນເຄິ່ງເວລາທີ 1 ປະກົດວ່າສະຫວັນນະເຂດມີໂອກາດຍິງປະຕູຕັ້ງຫຼາຍຄັ້ງ ແຕ່ກໍ່ບໍ່ໄດ້ຮັບຜົນ ກົງກັນຂ້າມຈໍາປາສັກບຸກໜ້ອຍກ່ວາແຕ່ກໍ່ມາປະສົບຜົນສໍາເລັດໃນນາທີ ທີ 14 ເມື່ອນັກກິລາຢູ່ທາງປີກຂວາສົ່ງບານສູງເຂົ້າມາທີ່ເສົາສອງໂດຍມີນັກກິລາໝາຍເລກ 11 ສົມລັກ ໄຊຍະຈັກຢູ່ທີ່ນັ້ນ ໂດດໃຊ້ຫົວຕີບານເຂົ້າເບື້ອງຊ້າຍຂອງຜູ້ຮັກສາປະຕູໄປຢ່າງງາມເຮັດໃຫ້ຈໍາປາສັກເປັນຝ່າຍນໍາສະຫວັນນະເຂດໄປກ່ອນ 1 ປະຕູຕໍ່ 0.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ສະຫວັນນະເຂດໄດ້ສືບຕໍ່ບຸກເພື່ອຫວັງຈະຕີສະເໝີໃຫ້ໄດ້.ແຕ່ການແຂ່ງຂັນດໍາເນີນໄປໃກ້ຈະສິ້ນສຸດເວລາ,ຍັງເຫຼືອພຽງແຕ່ 3 ນາທີຄືນາທີ ທີ 87 ຈິດຕະກອນ ວໍລະເດດ ນັກກິລາສະຫວັນນະເຂດໄດ້ບານທີ່ກອງຫຼັງສົ່ງໄກມາໃຫ້ ແລ້ວນໍາບານຜ່ານເຂົ້າມາທາງປີກຂວາໃກ້ຈະເຖິງປະຕູແລ້ວສົ່ງບານກັບຄືນໃຫ້ກັບໝາຍເລກ 3 ອານຸສັກ ຈູມມະນີວົງ ແລະ ອານຸສັກ ໄດ້ຈັງຫວະຍິງເຂົ້າປະຕູຂອງຈໍາປາສັກ. ສິ້ນສຸດເວລາການແຂ່ງຂັນຈໍາປາສັກ ສະເໝີກັບ ສະຫວັນນະເຂດ 1 ປະຕູຕໍ່ 1.ສົ່ງຜົນໃຫ້ສະຫວັນນະເຂດໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ ເຊິ່ງເປັນອັນດັບທີ 2 ໃນຕາຕະລາງຄະແນນ ໂດຍມີ 4 ຄະແນນຮອງຈາກ ຫຼວງພະບາງ.