News
News Cover

ນະຄອນຫຼວງວຽງຈັນ ສະເໝີ ແຂວງຫຼວງນໍ້າທາ 0 ປະຕູຕໍ່ 0

03/11/2022

ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃນກຸ່ມ ຂໍ ຢູ່ທີ່ສະໜາມຫ້ວຍຫົງນະຄອນຫຼວງວຽງຈັນໃນວັນທີ 02 ພະຈິກ 2022 ຮອບແບ່ງກຸ່ມ ເປັນການພົບກັນລະຫວ່າງ ທີມບານເຕະຊາຍນະຄອນຫຼວງວຽງຈັນ ກັບທິມບານເຕະຊາຍແຂວງຫຼວງນໍ້າທາເຊິ່ງເປັນນັດສຸດທ້າຍ ແລະ ເປັນການຊິງໄຊວ່າທີມແຂວງໃດຈະໄດ້ເຂົ້າໄປແຂ່ງຂັນໃນຮອບ 8 ທີມ.

ການແຂ່ງຂັນໃນເຄິ່ງເວລາທີ 1 ຕ່າງຝ່າຍຕ່າງເປີດເກມບຸກໃສ່ກັນຫວັງຈະເອົາປະຕູເພື່ອຈະມີສິດເຂົ້າໄປແຂ່ງຂັນໃນຮອບ 8 ທີມ ແຕ່ກອງຫຼັງຂອງແຕ່ລະທີມກໍ່ປ້ອງກັນໄດ້ເປັນຢ່າງດີ ເຮັດໃຫ້ທັງສອງທີມສະເໝີກັນພາຍຫຼັງສິ້ນສຸດເຄິ່ງເວລາທີ 1 ດ້ວຍຄະແນນ 0-0.

ສ່ວນການແຂ່ງຂັນໃນເຄິ່ງເວລາທີ 2 ເກມການແຂ່ງຂັນຍິ່ງເຂັ້ມຂຸ້ນ ແລະ ດຸເດືອດກ່ວາເຄິ່ງເວລາທີ 1 ສ້າງສຽງເຊຍ, ສຽງຮ້ອງຈາກຜູ້ເຂົ້າຮັບຊົມເປັນຈໍານວນຫຼວງຫຼາຍ ແຕ່ກອງໜ້າຂອງແຕ່ລະທີມເຮັດຫຍັງບໍ່ໄດ້ ສັງເກດເບິ່ງວ່າກອງຫຼັງແມ່ນຕ້ານທານໄດ້ດີກ່ວາ. ໃນການແຂ່ງຂັນຄັ້ງນີ້ກໍ່ໄດ້ມີການນໍາຂອງ ສະຫະພັນບານເຕະແຫ່ງຊາດລາວ ລົງມາຕິດຕາມຮັບຊົມ ເພື່ອເປັນກໍາລັງໃຈໃຫ້ກັບທັງສອງທີມ. ສິ້ນສຸດເວລາຂອງການແຂ່ງຂັນທັງສອງທີມສະເໝີກັນຢູ່ 0 ປະຕູຕໍ່ 0. ແຕ່ຍ້ອນທິມບານເຕະນະຄອນຫຼວງວຽງຈັນມີຄະແນນລວມດີກ່ວາຈຶ່ງໄດ້ເຂົ້າໄປແຂ່ງຂັນໃນຮອບຕໍ່ໄປ.

News Cover

ຫຼວງພະບາງຊະນະຈຳປາສັກ 2 ປະຕູຕໍ່ 0 ແລະ ສະຫວັນນະເຂດຊະນະຫົວພັນ 2 ປະຕູຕໍ່ 0

02/11/2022

ຜົນການແຂ່ງຂັນທັງ2ຄູ່: ຫຼວງພະບາງ ຊະນະ ຈຳປາສັກ ປະຕູຕໍ່ ແລະ ສະຫວັນນະເຂດ ຊະນະ ຫົວພັນ ປະຕູຕໍ່ 0.

ໃນການແຂ່ງຂັນກິລາບານເຕະແຫ່ງຊາດ ວັນທີ 01 ພະຈິກ 2022 ຢູ່ທີ່ສະໜາມກິລາຫຼັກ 16(ສະໜາມໃນ) ເປັນການແຂ່ງຂັນຂອງກຸ່ມ ຄໍ ເຊິ່ງເປັນການພົບກັນລະຫວ່າງ ທີມກິລາບານເຕະແຂວງຫຼວງພະບາງ ເຊິ່ງເປັນທີມທີ່ໄດ້ຮອງຊະນະເລີດໃນການແຂ່ງຂັນບານເຕະຊິງຂັນວັນຊາດລາວຄົບຮອບ 45 ປີ ໃນປີ 2020 ກັບ ທີມກິລາບານເຕະແຂວງ ຈໍາປາສັກ ເຊິ່ງເປັນແຊ້ມເກົ່າໃນປີ2020.ຜົນປະກົດວ່າ ທິມບານເຕະຊາຍຫຼວງພະບາງຊະນະທິມບານເຕະຊາຍຈຳປາສັກປະຕູຕໍ່ 0.

ການແຂ່ງຂັນໃນເຄິ່ງເວລາທີ ແຂວງຈໍາປາສັກ ເລີ້ມເປີດສາກບຸກຕະຫຼອດ ສ່ວນແຂວງຫຼວງພະບາງກໍ່ສາມາດຕ້ານໄວ້ໄດ້ດີ ແລະໃນນາທີ 32 ຫຼວງພະບາງມີໂອກາດໄດ້ບຸກ ເມື່ອ ອຸດອນ ໝາຍເລກ 20 ໄດ້ບານຢູ່ທາງປີກຂວາສົ່ງເຂົ້າໜ້າປະຕູໃຫ້ກັບ ວົງໄພບູນ ວາຊິວລີ ແລະ ວົງໄພບູນ ຍິງໄປທາງແຈຊ້າຍຜ່ານມືຜູ້ຮັກສາປະຕູເຂົ້າໄປຕໍາຕາໜ່າງດ້ານໃນເປັນປະຕູຢ່າງສວຍງາມ. ສິ້ນສຸດເວລາຂອງການແຂ່ງຂັນ ເຄິ່່ງເວລາທີ ຫຼວງພະບາງນໍາແຂວງຈໍາປາສັກໄປກ່ອນ 1-0. ໃນການແຂ່ງຂັນຄັ້ງນີ້ມີຄະນະນໍາຈາກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ເຂົ້າມາຕິດຕາມຮັບຊົມຮັບເຊຍ ແລະ ເປັນກໍາລັງໃຈໃຫ້ນັກກິລາທັງສອງທີມເປັນຈໍານວນຫຼາຍ.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງຈໍາປາສັກກໍ່ເປີດເກມບຸກເຊັ່ນເດີມເພື່ອຫວັງຈະຕີສະເໝີໃຫ້ໄດ້. ສ່ວນແຂວງຫຼວງພະບາງກໍ່ຕ້ານທານໄດ້ເປັນຢ່າງດີເພື່ອບໍ່ໃຫ້ເສຍປະຕູອີກ. ການແຂ່ງຂັນດໍາເນີນມາຮອດນາທີ 62 ຜູ້ຫຼິ້ນຂອງແຂວງຈໍາປາສັກສະກັດບານພາດໄປຕໍາເອົາຜູ້ຫຼິ້ນຝ່າຍຕົນເອງ ແລະ ລູກບານດອນກັບເຂົ້າປະຕູຂອງຕົນເອງ ເຮັດໃຫ້ແຂວງຫຼວງພະບາງໄດ້ປະຕູຂຶ້ນມາຕື່ມ. ສິ້ນສຸດເວລາຂອງການແຂ່ງຂັນ ແຂວງຫຼວງພະບາງ ຊະນະ ແຂວງຈໍາປາສັກ 2-0.

ສໍາລັບການແຂ່ງຂັນຢູ່ສະໜາມກິລາຫຼັກ16(ສະໜາມນອກ) ກໍ່ເປັນການແຂ່ງຂັນຂອງກຸ່ມ ຄໍ ເຊັ່ນດຽວກັນ ເຊິ່ງເປັນການແຂ່ງຂັນລະຫວ່າງທີມກິລາບານເຕະແຂວງຫົວພັນ ກັບ ທີມກິລາບານເຕະແຂວງ ສະຫວັນນະເຂດ. ການແຂ່ງຂັນໃນເຄິ່ງເວລາທີ ເຕັກນິການຫຼິ້ນເຫັນວ່າເທົ່າທຽມກັນ ແຕ່ເກມການຫຼິ້ນກໍ່ດຸເດືອດສົມຄວນດຶງດູດຄວາມສົນໃຈຈາກຜູ້ຊົມເປັນຢ່າງດີ. ຜົນການແຂ່ງຂັນໃນເຄິ່ງເວລາທີ ແມ່ນສະເໝີກັນຢູ່ 0-0. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງສະຫວັນນະເຂດໄດ້ມີການປັບປຸງການຫຼິ້ນຕ່າງຈາກການຫຼິ້ນໃນເຄິ່ງເວລາທີ ຄືເລີ້ມການແຂ່ງຂັນຂອງເຄິ່ງເວລາທີ ພຽງ ນາທີ ແຂວງສະຫວັນນະເຂດສາມາດຍິງປະຕູໄດ້ໂດຍການຍິງຂອງ ສັນຕິສຸກ ໄຊຍະສິງ ແລະ ຕໍ່ມາໃນນາທີ ທີ 77 ສັນຕິສຸກກໍ່ສາມາດຍິງໄດ້ອີກເປັນປະຕູທີ ສິ້ນສຸດເວລາຂອງການແຂ່ງຂັນ ແຂວງສະຫວັນນະເຂດຊະນະ ແຂວງຫົວພັນ 2-0.

News Cover

ທິມບານເຕະຊາຍ ແຂວງຊຽງຂວາງ ຊະນະ ແຂວງວຽງຈັນ 1-0

01/11/2022

ຜົນການແຂ່ງຂັນບານເຕະຊາຍ ປະຈໍາປີ2022 ໃນວັນທີ 31 ຕຸລາ 2022 ທີ່ສະໜາມຫ້ວຍຫົງນະຄອນຫຼວງວຽງຈັນເປັນການແຂ່ງຂັນໃນກຸ່ມກໍ ລະຫວ່າງທີມບານເຕະແຂວງວຽງຈັນ ກັບ ແຂວງຊຽງຂວາງ.

ເລີ່ມຕົ້ນການແຂ່ງຂັນ,ທິມແຂວງວຽງຈັນເປັນຝ່າຍເປີດສາກບຸກກ່ອນ ແລະ ກໍ່ມີໂອກາດທີ່ຈະຍິງປະຕູໄດ້ຫຼາຍຄັ້ງແຕ່ກົງກັນຂ້າມແຂວງຊຽງຂວາງທີ່້ເປັນຝ່າຍຮັບກັບມາເປັນຝ່າຍໄດ້ປະຕູໄປກ່ອນ ຄືໃນນາທີ ທີ 32 ປີກຂວາຂອງທິມແຂວງຊຽງຂວາງນໍາບານຂຶ້ນມາແລ້ວສົ່ງຜ່ານເຂົ້າມາຕໍ່ໜ້າປະຕູຄູ່ຕໍ່ສູ້ ເຊິ່ງມີຜູ້ຫຼິ້ນໝາຍເລກ 15 ຂອງແຂວງຊຽງຂວາຢືນຢູ່ທີ່ນັ້ນ ກອງຫຼັງຂອງແຂວງວຽງຈັນກໍ່ພະຍາຍາມເຂົ້າໄປຍາດບານ ແຕ່ນັກກິລາ ໝາຍເລກ 15 ຄື ສຸລີ ຍັນລະສີ ຫັກບານອອກ ແລ້ວຍິງເຂົ້າຕາໜ່າງເບື້ອງຊ້າຍຂອງຜູ້ຮັກສາປະຕູ ເຮັດໃຫ້ແຂວງຊຽງຂວາງ ນໍາແຂວງວຽງຈັນໄປກ່ອນ 1-0 ໃນເຄິ່ງເວລາທີ 1.

ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ແຂວງຊຽງຂວາງເປັນຝ່າຍບຸກ ແລະ ກໍ່ມີໂອກາດຫຼາຍຄັ້ງແຕ່ກໍ່ຍັງບໍ່ສາມາດຍິງປະຕູໄດ້ອີກຕື່ມ ໃນຕອນທ້າຍການແຂ່ງຂັນ ແຂວງວຽງຈັນບຸກຄືນເພື່ອຫວັງຈະຕີສະເໝີໃຫ້ໄດ້,ແຕ່ບໍ່ປະສົບຜົນສຳເລັດ.ສິ້ນສຸດເວລາຂອງການແຂ່ງຂັນແຂວງຊຽງຂວາງຊະນະແຂວງວຽງຈັນ 1-0 ເປັນໄຊຊະນະຄັ້ງທີ ຈາກການລົງເດີ່ນແຂ່ງຂັນ2ຄັ້ງທ່າມກາງບັນຍາກາດການແຂ່ງຂັນພາຍໃນເດີ່ນຫ້ວຍຫົງຟົດຟື້ນ ມວ່ນຊື່ນ ຈາກກອງເຊຍທັງສອງທິມ.

News Cover

ແຂວງຈໍາປາສັກ ສະເໝີກັບ ແຂວງຫົວພັນ 0-0

31/10/2022

ການແຂ່ງຂັນກິລາບານເຕະແຫ່ງຊາດປະຈໍາປີ 2022 ໃນວັນທີ 29 ຕຸລາ 2022 ກູ່ມ ຄໍ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເດີ່ນໃນ ເປັນການພົບກັນລະຫວ່າງ ທີມບານເຕະແຂວງຈໍາປາສັກ ກັບ ທີມບານເຕະແຂວງຫົວພັນ. ການແຂ່ງຂັນລະຫວ່າງຄູ່ນີ້ເຕັກນິກການຫຼິ້ນແມ່ນເທົ່າທຽມກັນຈົບການແຂ່ງຂັນຜົນປະກົດວ່າສະເໝີກັນ 0-0. ສໍາລັບແຂວງຫົວພັນໃນປີນີ້ແມ່ນມີການກະກຽມ ແລະ ປັບປູງທີມມາເປັນຢ່າງດີຖ້າທຽບໃສ່ໃນປີທີ່ຜ່ານມາຄືປີ 2020 ນັກກິລາກໍ່ແມ່ນຄັດເລືອກພາຍໃນແຂວງເປັນສ່ວນໃຫຍ່.

ສໍາລັບຄູ່ທີ ໃນກຸ່ມ ຄໍ ເປັນການພົບກັນລະຫວ່າງທີມບານເຕະ ແຂວງສະຫວັນນະເຂດ ກັບ ທິມບານເຕະແຂວງຫຼວງພະບາງ ຢູ່ທີ່ເດີ່ນກິລາ ກອງທັບ ຫຼັກ5. ຜົນການແຂ່ງຂັນລະຫວ່າງຄູ່ນີ້ ແຂວງຫຼວງພະບາງຊະນະແຂວງສະຫວັນນະເຂດ 2-1.

ແຂວງສະຫວັນນະເຂດນໍາປະຕູໄປກ່ອນໃນນາທີ ທີ ຈາກການຍິງຂອງຈິດຕະກອນ ວໍລະເດດ ຈາກນັ້ນຫ່າງກັນພຽງ ນາທີຄືໃນນາທີ ທີ 16 ແຂວງຫຼວງພະບາງຕີສະເໝີຂຶ້ນມາໄດ້ ແລະ ສະເໝີກັນຢູ່ 1-1 ໃນເຄິ່ງເວລາທີ 1. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນໃນນາທີ ທີ 82 ອຸດອນ ວັນນະລາດ ນັກກິລາຂອງແຂວງຫຼວງພະບາງຍິງປະຕູໄດ້ອີກເປັນປະຕູທີ ເຊິ່ງເປັນປະຕູໄຊໃນການແຂ່ງຂັນຄັ້ງນີ້. ຈົບການແຂ່ງຂັນແຂວງຫຼວງພະບາງຊະນະແຂວງສະຫວັນນະເຂດ 2-1.

News Cover

ຄໍາມ່ວນ ຊະນະ ນະຄອນຫຼວງວຽງຈັນ 3-0

30/10/2022

ການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ2022ເພດຊາຍໃນນັດທຳອິດຂອງຮອບແບ່ງກຸ່ມໃນວັນທີ29ຕຸລາ2022ກຸ່ມ ກໍ ຢູ່ທີ່ເດີ່ນຫ້ວຍຫົງນະຄອນຫຼວງວຽງຈັນເປັນການພົບກັນລະຫວ່າງທີມນະຄອນຫຼວງວຽງຈັນກັບທິມແຂວງຄໍາມ່ວນ.

ພາຍຫຼັງເລີ່ມການແຂ່ງຂັນເວລາທຳອິດໄດ້ພຽງ4ນາທີທິມແຂວງຄໍາມ່ວນກໍ່ສາມາດຍິງປະຕູນໍາໄປກ່ອນ 1-0 ຈາກການຍິງຂອງນັກກິລາໝາຍເລກ 21 ແສງເພັດດາລາສຸກ ໂດຍຍິງເຂົ້າມູມຊ້າຍຂອງປະຕູນະຄອນຫຼວງຢ່າງສວຍງາມ. ສໍາລັບການແຂ່ງຂັນໃນເຄິ່ງເວລາທີ ນະຄອນຫຼວງບຸກຢ່າງເຕັມທີເພື່ອຫວັງຈະຕີສະເໝີຂຶ້ນມາໃຫ້ໄດ້ ແຕ່ຄວາມພະຍາຍາມບໍ່ເປັນຜົນສໍາເລັດ. ມາຮອດນາທີ ທີ 63 ໝາຍເລກ 15 ກຸກກີ້ ພົນຫາລາດ ນັກກິລາຂອງແຂວງຄໍາມ່ວນຢູ່ໃກ້ກັບປະຕູໄດ້ຈັງຫວະທີ່ໄດ້ບານສົ່ງມາຈາກປີກຊ້າຍຍິງໄດ້ອີກເປັນປະຕູທີ ຈາກນັ້ນພຽງ 16 ນາທີຕໍ່ມາ ຈອນນີ້ ໄຊຍະຫຼວງສີ ນັກກິລາຂອງແຂວງຄໍາມ່ວນໄດ້ບານຈາກກອງກາງນໍາດ່ຽວຂຶ້ນໄປຍິງໄດ້ຕື່ມອີກເປັນປະຕູທີ 3. ສິ້ນສຸດເວລາການແຂ່ງຂັນທິມແຂວງຄໍາມ່ວນຊະນະນະຄອນຫຼວງວຽງຈັນ 3-0.

News Cover

ຜົນການແຂ່ງຂັນບານເຕະແຫ່ງຊາດ ຢູ່ທີ່ເດີ່ນຫຼັກ 16

30/10/2022

ສໍາລັບການແຂ່ງຂັນໃນກຸ່ມ ຂໍ ປະຈໍາວັນທີ 29 ຕຸລາ 2022 ມີການແຂ່ງຂັນພຽງຄູ່ດຽວ ເຊິ່ງເປັນການພົບກັນລະຫວ່າງ ທີມບານເຕະແຂວງຫຼວງນໍ້າທາ ກັບ ທີມບານເຕະແຂວງເຊກອງ ຢູ່ທີ່ເດີ່ນກິລາກອງທັບ ຫຼັກ 5. ການແຂ່ງຂັນຫວ່າງຄູ່ນີ້ເຫັນວ່າເຕັກນິກການຫຼິ້ນບານແມ່ນແຂວງເຊກອງເໜືອກ່ວາ ແລະ ສາມາດເອົາຊະນະແຂວງຫຼວງນໍ້າທາ 3-1. ແຂວງເຊກອງໄດ້ປະຕູ ທີ ຈາກດໍາ ກອນເຍີ ພຽງແຕ່ໄລຍະເວລາ ນາທີຂອງເຄິ່ງເວລາທີ ສ່ວນປະຕູທີ ໄດ້ຈາກ ແປບຊີ້ ບຸດດາຜົນໃນນາທີ ທີ 17 ແລະ ປະຕູທີ ໄດ້ຈາກ ນັດທະພອນ ບຸດດາຜົນ ສ່ວນແຂວງຫຼວງນໍ້າທາແມ່ນໄດ້ປະຕູຈາກ ຄູນສົມບັດ ພົມມະໄຊ ກ່ອນໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນຄືໃນນາທີ ທີ 90.

News Cover

ຕາຕະລາງ ການແຂ່ງຂັນກິລາບານເຕະແຫ່ງຊາດ ປະຈຳປີ 2022

28/10/2022

ວັນເສົາ 29 ຕຸລາ 2022
ເວລາ 15:30 ແຂວງຊຽງຂວາງ ພົບ ແຂວງບໍລິຄຳໄຊ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ
ຖ່າຍທອດສົດທາງ ElevenSports ແລະ ເຟສບຸກ ເຟສບຸກ LFF National Football Championship.
ລິ້ງຖ່າຍທອດສົດ: https://elevensports.com/.../event/cl9p9qrbt8g120jgurruxzq9r
ເວລາ 15:30 ແຂວງບໍ່ແກ້ວ ພົບ ແຂວງວຽງຈັນ ໄຊ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ
ຖ່າຍທອດສົດທາງ ElevenSports.
ລິ້ງຖ່າຍທອດສົດ: https://elevensports.com/.../event/cl9p9t3nl86k60lf4srih44vy
ເວລາ 15:30 ນະຄອນຫຼວງວຽງຈັນ ພົບ ແຂວງຄຳມ່ວນ ແຂ່ງຂັນຢູ່ທີ່ສະຫນາມກິລາຫຍ້າທຽມ ຫ້ວຍຫົງ ສະຫນາມ 1
ຖ່າຍທອດສົດທາງ ElevenSports.
ລິ້ງຖ່າຍທອດສົດ: https://elevensports.com/.../event/cl9p9ww9386mm0lf4qutomorl
ເວລາ 15:30 ແຂວງຫຼວງນໍ້າທາ ພົບ ແຂວງເຊກອງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5
ຖ່າຍທອດສົດທາງ ElevenSports.
ລິ້ງຖ່າຍທອດສົດ: https://elevensports.com/.../event/cl9pa0eun8fpj0kdk7kg5nvn1
ມັກແຂວງໃດເຊຍທີມໃດ ສາມາດໄປຕິດຕາມຮັບຊົມ ແລະ ເຊຍໄດ້ຢູ່ທີ່ສະຫນາມແຂ່ງຂັນເຂົ້າຊົມຟຣີ ໂດຍທຸກໆນັດແມ່ນຈະມີການຖ່າຍທອດສົດທາງ Elevents Sports.
#LFFNATIONALFOOTBALLCHAMPIONSHIP2022

News Cover

ທິມນະຄອນຫຼວງວຽງຈັນຊະນະເລີດບານເຕະຍິງ

21/10/2022

ໃນທີ່ສຸດການແຂ່ງຂັນບານເຕະຍິງໃນລາຍການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ກໍ່ມາເຖິງຮອບສຸດທ້າຍ ຄືຮອບຊິງຊະນະເລີດພາຍຫຼັງໄດ້ຜ່ານການແຂ່ງຂັນໃນຮອບຄັດເລືອກຜ່ານມາເປັນເວລາ 10 ກ່ວາມື້ ເຊິ່ງເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 09/10 ຈົນມາເຖິງວັນທີ 21/10/2022 ເປັນມື້ປິດສາກການແຂ່ງຂັນ.

ສໍາລັບຮອບຊິງຊະນະເລີດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນແຊ້ມເກົ່າໃນການແຂ່ງຂັນບານເຕະຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 45 ປິ ພົບກັບທິມແຂວງຈໍາປາສັກທີ່ສະໜາມກິລາແຫ່ງຊາດຫຼັກ16.

ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ປະກົດວ່າ ນະຄອນຫຼວງວຽງຈັນເປັນຝ່າຍຄອງບານໄດ້ຫຼາຍກ່ວາມາຮອດນາທີ ທີ 12 ໝາຍເລກ 18 ອິນທິດາ ຄູນສີ ຂອງນະຄອນຫຼວງວຽງຈັນໄດ້ຍິງບານໄໝໄລຍະໄກເຂົ້າມືຜູ້ຮັກສາປະຕູຂອງແຂວງຈໍາປາສັກ ແຕ່ຜູ້ຮັກສາປະຕູຈັບບານຄ່ອຍເກີນໄປ ແລະ ບານຫຼຸດເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍນໍາປະຕູໄປກ່ອນ 1-0 ໃນເຄິ່ງເວລາທີ 1.

ສໍາລັບເກມການແຂ່ງຂັນໃນເຄິ່ງເວລາທີ 2 ແຂວງຈໍາປາສັກປ່ຽນມາເປັນຝ່າຍບຸກເພື່ອຫວັງຕີສະເໝີໃຫ້ໄດ້. ທັງສອງທີມມີນັກກິລາໄດ້ຮັບບາດເຈັບຫຼາຍຂຶ້ນໂດຍສະເພາະແມ່ນແຂວງຈໍາປາສັກມີນັກກິລາເຈັບພໍສົມຄວນ 3 ຄົນ. ແຂວງຈໍາປາສັກໃຊ້ຄວາມພະຍາຍາມຫຼາຍຄັ້ງ ແຕ່ບໍ່ປະສົບຜົນສໍາເລັດ,ໃນຂະນະດຽວກັນ ກອງຫຼັງຂອງນະຄອນຫຼວງວຽງຈັນກໍ່ຫຼີ້ນເກມຕ້ານໄດ້ຢ່າງແຂງແກ່ນ. ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ເອົາຊະນະ ແຂວງຈໍາປາສັກ 1-0 ແລະ ໄດ້ກາຍເປັນແຊ້ມ ຫຼື ຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ປະເພດຍິງ ເຊິ່ງຍັງຮັກສາຕໍ່າແໜ່ງແຊ້ມໄດ້ເປັນສະໄໝ 2.

ຫຼັງຈາກສິ້ນສຸດການແຂ່ງຂັນແລ້ວກໍ່ມີພິທີມອບຫຼຽນໃຫ້ກໍາມະການທີ່ໄດ້ລົງຕັດສິນໃນຮອບຊິງຊະນະເລີດ ຈາກນັ້ນກໍ່ມີການມອບລາງວັນໃຫ້ກັບນັກກິລາ ແລະ ຄູຝຶກດີເດັ່ນດັ່ງນີ້:

·       ລາງວັນຜູ້ຍິງປະຕູສູງສຸດ: ນັກກິລາໝາຍເລກ 8 ແກ້ມມີ້ ອຸດົມສຸກ ນະຄອນຫຼວງວຽງຈັນ ລົງສະຫນາມ 6 ນັດ ຍິງໄດ້ 8 ປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຜູ້ຮັກສາປະຕູດີເດັ່ນ: ບັງອອນ ພອນໄຊ ນັກກິລານະຄອນຫຼວງວຽງຈັນ ລົງສະຫນາມ 5 ນັດ ບໍ່ເສຍຈັກປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ: ນັກກິລາໝາຍເລກ 18 ອິນທິດາ ຄູນສີ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຄູຝຶກດີເດັ່ນ: ທ່ານ ວຽງສະຫວັນ ໄຊຍະບູນ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

ຕໍ່ຈາກນັ້ນກໍ່ໄດ້ມີການມອບຫຼຽນ ແລະ ເງິນລາງວັນໃຫ້ແກ່ ແຂວງຈໍາປາສັກ ທີ່ໄດ້ເປັນທີມຮອງແຊັມ ຫຼື ຮອງຊະນະເລີດໂດຍໄດ້ຮັບເງິນຈໍານວນ 50,000,000 ກີບ.

ອັນດັບຕໍ່ມາກໍ່ເປັນການມອບຫຼຽນ, ເງິນລາງວັນຈໍານວນ 100,000,000 ກີບ ແລະ ຂັນຊະນະເລີດໃຫ້ແກ່ ທິມນະຄອນຫຼວງວຽງຈັນ. ເປັນກຽດຂຶ້ນມອບຂັນໂດຍແມ່ນທ່ານ ຮສ ປອ ພຸດ ສີມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

News Cover

ນະຄອນຫຼວງວຽງຈັນ ຊະນະ ຍິງຈຸດໂທດກັບອຸດົມໄຊ 4-2

19/10/2022

ການແຂ່ງຂັນບານເຕະຍິງຮອບຮອງຊະນະເລີດໃນລາຍການແຂ່ງຂັນກິລາບານເຕະແຫ່ງຊາດໃນວັນທີ 19/10/2022ຄູ່ທໍາອິດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນກັບທິມແຂວງອຸດົມໄຊ.ຜ່ານການແຂ່ງຂັນເຫັນວ່າ ເກມການຫຼິ້ນລະຫວ່າງຄູ່ນີ້ໄດ້ດຶງຄວາມສົນໃຈຈາກຜູ້ເຂົ້າຮັບຊົມເປັນຢ່າງດີ ແລະ ເກມການຫຼີ້ນກໍມີເຕັກນິກທີ່ດີທັງສອງຄູ່,ຫຼັງຈາກສິ້ນສຸດການແຂ່ງຂັນ 80 ນາທີ ທັງຄູ່ສະເໝີກັນ 0-0. ດັ່ງນັ້ນ ຈຶ່ງໄດ້ມີການຕັດສິນດ້ວຍການຍິງບານຢູ່ທີ່ຈຸດໂທດ 11 ແມັດ.ຜົນການຍິງບານຢູ່ຈຸດໂທດຄັ້ງນີ້ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍ ຊະນະ ແຂວງອຸດົມໄຊ 4-2 ແລະ ລໍຖ້າເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ.

ສໍາລັບການແຂ່ງຂັນຄູ່ທີ 2 ເປັນການພົບກັນລະຫວ່າງແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ບັນຍາກາດໃນການແຂ່ງຂັນຄູ່ນີ້ຕ່າງຝ່າຍຕ່າງກໍ່ບຸກໜັກຫວັງເອົາຊະນະເພື່ອທີ່ຈະເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ. ໃນເຄິ່ງເວລາທີ 1 ແຂວງຊຽງຂວາງເປັນຝ່າຍນໍາປະຕູໄປກ່ອນໃນນາທີ ທີ 31 ຈາກການຍິງຂອງນັກກິລາໝາຍເລກ 22 ຄໍາອົ້ນ ວິລະວົງ ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ໃນນາທີ ທີ 48 ແຂວງຈໍາປາສັກ ສາມາດຕີສະເໝີຂຶ້ນມາໄດ້ຈາກການຍິງຂອງນັກກິລາໝາຍເລກ 11 ວິໄລວັນ ແກ້ວສະໝຸດ. ແຂວງຈໍາປາສັກພາຍຫຼັງຕີສະເໝີໄດ້ແລ້ວຍັງບໍ່ລົດລະຄວາມພະຍາຍາມຈາກນັ້ນ 10 ນາທີຕໍ່ມາຄືໃນນາທີ ທີ 58 ເຣມາ ແສງປະເສີດ ກໍ່ຍິງປະຕູໃຫ້ກັບແຂວງຈໍາປາສັກໄດ້ຕື່ມອີກເປັນປະຕູທີ2. ສ່ວນແຂວງຊຽງຂວາງເພີ້ມການບຸກຂຶ້ນຕື່ມແຕ່ກໍ່ບໍ່ປະສົບຜົນສໍາເລັດ ສິ້ນສຸດການແຂ່ງຂັນທິມ ແຂວງຈໍາປາສັກ ຊະນະທິມ ແຂວງຊຽງຂວາງ 2-1 ແລະ ໄດ້ເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດເຊິ່ງຈະພົບກັບທິມນະຄອນຫຼວງວຽງຈັນໃນວັນທີ 21/10/2022.

News Cover

ຜົນການແຂ່ງຂັນບານຕະຍິງ ກຸ່ມ ກໍ

18/10/2022

ສໍາລັບການແຂ່ງຂັນບານເຕະແຫ່ງຊາດປະເພດຍິງ ກຸ່ມ ກໍ ໃນວັນຈັນ ວັນທີ 17/10/2022 ມີທັງໝົດ 2 ຄູ່. ຄູ່ທີ 1 ເປັນການພົບກັນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ທັງຄູ່ແມ່ນສະເໝີກັນ 0-0 ໃນລະຫວ່າງການແຂ່ງຂັນ ແຂວງໄຊຍະບູລີມີໂອກາດທີ່ສາມາດທໍາປະຕູໄດ້ໃນຄະນະທີ່ໄດ້ລູກໂທດ 11 ແມັດ ແຕ່ນັກກິລາ ໝາຍເລກ 2 ລຽນສີ ສົມເລືອງຊິງ ຂອງແຂວງໄຊຍະບູລີຍິງບານພາດຈຶ່ງເສຍໂອກາດໄປ. ສ່ວນການແຂ່ງຂັນໃນເຄິ່ງເວລາທີ 2 ທັງຄູ່ຍັງຄຸມເກມໄດ້ດີເໝືອນເດີນ ມາຮອດນາທີ ທີ 69 ນະຄອນຫຼວງວຽງຈັນສາມາດຍິງໄດ້ 1 ປະຕູ ຈາກການຍິງຂອງ ເກມມີ້ ອຸດົມສຸກ, ຈາກນັ້ນພຽງ 7 ນາທີ ເກມມີ້ ຍິງໄດ້ຕື່ມອີກເປັນປະຕູທີ 2 ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ຊະນະ ແຂວງໄຂຍະບູລີ 2-0.

ສໍາລັບການແຂ່ງຂັນຂອງຄູ່ທີ 2 ທີ່ເດີ່ນນອກ ແຂວງຫຼວງພະບາງ ຊະນະ ແຂວງວຽງຈັນ 2-0 ຈາກການຍິງຂອງ ສາຍຝົນ ທະມະນີ ນາທີ ທີ 70 ແລະ ແສງຈັນ ຄັນທະວິໄລ ນາທີ ທີ 80+1.

News Cover

ຮອບ 4 ທີມສຸດທ້າຍ

18/10/2022

ຂໍສະແດງຄວາມຍິນດີກັບທີມບານເຕະຍິງຈາກ 4 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຊຽງຂວາງ ແລະ ແຂວງຈຳປາສັກ ທີ່ສາມາດຜ່ານເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນກິລາບານເຕະແຫ່ງຊາດປະຈຳປີ 2022 ປະເພດຍິງໃນຄັ້ງນີ້.

ຮອບ 4ທີມສຸດທ້າຍ

ວັນພຸດ 19/10/2022

ສະຫນາມກິລາແຫ່ງຊາດ ຫຼັກ16

ເວລາ15:30 ນະຄອນຫຼວງ ພົບ ແຂວງ ອຸດົມໄຊ ສະໜາມໃນ

ລິ້ງຖ່າຍທອດສົດ: https://elevensports.com/.../cl9dp6kr4onza0k9arht1hfbp...

ເວລາ 18:30 ແຂວງ ຊຽງຂວາງ ພົບ ແຂວງ ຈຳປາສັກ ສະໜາມໃນ

ລິ້ງຖ່າຍທອດສົດ: https://elevensports.com/.../cl9dozc08oks00ja6jipwv0jt...

ຖ່າຍທອດສົດທາງສະຖານີໂທລະພາບລາວສະຕຣາ, Facebook Live ''LFF National Football Championship '' ແລະ EleventsSports

ລິ້ງຖ່າຍທອດສົດ: https://elevensports.com/.../lao-football-federation-w9xgcz

ມາຮ່ວມລຸ້ນຮ່ວມເຊຍ ຕິດຂອບສະຫນາມເຊຍທີມທີ່ຕົນເອງມັກ ເຂົ້າຊົມຟຣີ!

#LFFNATIONALFOOTBALLCHAMPIONSHIP2022

News Cover

ຝຶກອົບຮົມຄູຝຶກບານເຕະລະດັບ ຊີ ທີ່ ແຂວງຫຼວງພະບາງ

17/10/2022

ຕອນເຊົ້າ ວັນຈັນ 17 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມ ສະຫນາມກິລາແຂວງຫຼວງພະບາງໄດ້ຈັດ ຊຸດຝຶກອົບຮົມຄູຝຶກບານເຕະລະດັບຊີ AFC ‘’ C ‘’ DIPLOMA COACHING COURSE 2022 ເຊິ່ງໃຫ້ກຽດເຂົ້າຮ່ວມພິທີເປີໂດຍທ່ານ ດຣ. ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະພັນບານເຕະແຫ່ງຊາດລາວ, ທ່ານ ວົງເພັດ ອຸດົມລິດ ຫົວຫນ້າພະແນກສືກສາທິການ ແລະ ກິລາ ແຂວງຫຼວງພະບາງ ທັງເປັນຮອງປະທານສະຫະພັນບານເຕະແຂວງຫຼວງພະບາງ, ທ່ານ Sundram Moorthy ຫົວຫນ້າພະແນກເຕັກນິກ - ວິທະຍາ ສຕລ ( ເປັນວິທະຍາກອນ ) ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 19 ຄົນ ທີ່ມາຈາກແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ແຂວງຫົວພັນ ເຂົ້າຮ່ວມ.

ໃນໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 3 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

ສຳລັບການຝຶກອົບຮົມແມ່ນຈະດຳເນີນໄປນັບຕັ້ງແຕ່ວັນທີ 17 ຕຸລາ ຫາ 29 ຕຸລາ 2022.