ຝຶກອົບຮົມ ກໍາມະການຕັດສິນ ເພື່ອກະກຽມ ການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນ ສຕລ ປະຈຳປີ 2025
ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16ປີ (U16) ແລະ ຮຸ່ນອາຍຸບໍ່ເກິນ 19 ປີ (U19) ຊີງຂັນ ສຕລ ປະຈໍາປີ 2025 ຂື້ນເມື່ອວັນທີ 13 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມສຕລ, ໂດຍມີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຕັດສິນ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກ ກຳມະການຕັດສິນ ສຕລ ເປັນຄູຝຶກ, ຜູ້ປະເມີນກຳມະການຕັດສິນ ແລະ ກຳມະການຕັດສິນ ທັງຫມົດ 29 ຄົນ, ເປັນຍິງ 5 ຄົນ ທີ່ມາຈາກຫລາຍພາກສ່ວນ.
ທ່ານ ຄຳແພງ ວົງຂັນຕີ ຮອງປະທານສຕລໄດ້ກ່າວວ່າ: ໄດ້ຍົກໃຫ້ເຫັນກ່ຽວກັບພາລະບົດບາດກຳມະການສິນແມ່ນຄວາມສຳຄັນຫລາຍ, ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມກຳມະການຕັດສິນໃນການແຂ່ງຂັນບານເຕະ U16 ແລະ U19 ຊີງຂັນສຕລ ປະຈໍາປີ 2025 , ເພາະສະນັ້ນຈິ່ງຮຽກຮ້ອງມາຍັງກຳມະການຕັດສິນ ທຸກຄົນຈົ່ງເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງສະຫະພັນບານເຕະນານາຊາດ(FIFA )ປັປປຸງໃຫມ່ ໃຫ້ລະອຽດ ເພື່ອເຮັດໃຫ້ການຕັດສິນແຕ່ລະນັດອອກມາດີທີ່ສຸດແລະຫລີກເວັ້ນຂໍ້ຜິດພາດຕ່າງໆ.
ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກອົບຮົມນັບຕັ້ງແຕ່ວັນທີ 13-15 ມິຖຸນາ 2025 ໂດຍບັນດາກຳມະການຕັດສິນ ແມ່ນຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ພ້ອມດຽວກັນນັ້ນກໍ່ຈະໄດ້ມີການທົດສອບພະລະກຳລັງຕື່ມອີກ.