Xiengkhouang Football Federation

Xiengkhouang Football Federation

Location:

Xiengkhouang Province

Manager:

ທ່ານ ສົມທອງ ພາໄຕ້ບານ

News about Xiengkhouang Football Federation

News Cover

ເມືອງຄໍາ ຄວ້າແຊ້ມລາວລີກ 2 ແຂວງຊຽງຂວາງ

19/10/2026

      ການແຂ່ງຂັນບານເຕະລາວລີກ 2 ແຂວງຊຽງຂວາງ 2026ປິດສາກລົງດວ້ຍຜົນສຳເລັດຢ່າງເປັນທາງການໃນວັນທີ17ຕຸລາ2026ພາຍຫຼັງຈັດການແຂ່ງຂັນມາແຕ່ວັນທີ 15 ສິງຫາ 2026 ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 6 ສະໂມສອນ ຄື: ແຟມມິລີ, ເມືອງຄໍາ, ພູຊຽງເຮືອງ, ສາມກົກວື່, ພົງຈະເລີນຊັບ ແລະ ທີມເດັກພວນ.

     ຜ່ານການແຂ່ງຂັນ ຜົນປະກົດວ່າ 10 ນັດ ທັງຂາໄປແລະຂາກັບ ເມືອງຄໍາ ສາມາດເກັບຄະແນນໄດ້ຫຼາຍສຸດ ຄວ້າແຊ໋ມໄປຄອງເປັນຄັ້ງປະຫວັດສາດ, ແລະສ້າງສະຖິຕິໃໝ່ ໂດຍບໍ່ເສຍໃຫ້ທີມໃດເລີຍໃນລະດູການນີ້ ແຂ່ງ 10 ນັດ ຊະນະ 8 ສະເໝີ 2 ລວມ 26 ຄະແນນ, ສ່ວນຮອງແຊ໋ມເປັນຂອງ ແຟມມິລີ ແຊ໋ມເກົ່າ ມີ 19 ຄະແນນ ຊະນະ 6 ສະເໝີ 1 ເສຍ 3, ອັນດັບ 3 ເປັນຂອງ ພູຊຽງເຮືອງ ມີ 16 ຄະແນນ ຊະນະ 5 ສະເໝີ 1 ເສຍ 4, ອັນດັບ 4 ແມ່ນສາມກົກວື່ ມີ13 ຄະແນນ ຊະນະ 4 ສະເໝີ 1 ເສຍ 5, ອັນດັບ 5 ພົງຈະເລີນຊັບ ມີ 8 ຄະແນນ ຊະນະ 3 ສະເໝີ 2 ເສຍ 5ແລະອັນດັບ 6 ແມ່ນສະໂມສອນ ເດັກພວນ ມີ 4 ຄະແນນ ຊະນະ 1 ສະເໝີ 1 ເສຍ 8,

      ໃນພິທີໄດ້ມີການມອບຂັນລາງວັນໃຫ້ສະໂມສອນທີ່ຊະນະເລີດຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຈັນທະສອນ ພູນສຸກ ຮອງປະທານປົກຄອງແຂວງ, ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນປະທານຈັດການແຂ່ງຂັນ ລາວລີກ 2 ຊຽງຂວາງ,ຜູ້ຕາງໜ້າຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະຈັດການແຂ່ງຂັນ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

      ສະໂມສອນ ເມືອງຄໍາ ທີມແຊ້ມ ໄດ້ຮັບເງິນລາງວັນ 15 ລ້ານກີບ, ຂັນຊະນະເລີດ 1 ໜ່ວຍ ແລະ ຫຼຽນລະນຶກ, ແຟມມິລີ ຮອງແຊ້ມ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລະນຶກ, ສະໂມສອນ ພູຊຽງເຮືອງ ອັນດັບ 3 ໄດ້ຮັບເງິນລາງວັນ 5 ລ້ານກີບ.

      ສະໂມສອນ ເມືອງຄໍາໃນຖານະທິມແຊ້ມຍັງໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27ຕື່ມອີກ.

ຂ່າວ: ຄຸດ. ຄົນທໍາມະດາ

News Cover

ສະໂມສອນ ເມືອງພວນ ຄວ້າແຊ໋ມລີກ 2 ຊຽງຂວາງ ລະດູການ 2024

18/10/2024

        ການແຂ່ງຂັນລາວລີກ 2 ແຂວງຊຽງຂວາງ ໄດ້ຈົບລົງແລ້ວ ຫຼັງແຂ່ງຂັນກັນມາແຕ່ວັນທີ 16 ສິງຫາ 2024 ເຖິງວັນທີ 18 ຕຸລາ 2024 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 6 ທີມ ແຂ່ງຂັນທັງໝົດ ທີມລະ 10 ນັດ ທີມໃດມີຄະແນນຫຼາຍຈະໄດ້ແຊ໋ມໄປຄອງ.

        ຜົນການແຂ່ງຂັນທັງ 10 ນັດ ປະກົດວ່າ ສະໂມສອນ ເມືອງພວນ ສາມາດຄວ້າແຊ໋ມລີກ 2 ຊຽງຂວາງລະດູການ 2024 ໄປຄອງໄດ້ສໍາເລັດ ດ້ວຍຜົນການແຂ່ງຂັນ 10 ນັດ ຊະນະ 8 ເສຍ 1 ສະເໝີ 1 ມີ 25 ຄະແນນ

ສ່ວນຮອງແຊ໋ມເປັນຂອງ ສະໂມສອນ ກອງທັບ ຜົນການແຂ່ງຂັນ 10ນັດ ຊະນະ 7 ສະເໝີ 1 ເສຍ 2 ມີ 22 ຄະແນນ, ແລະອັນດັບ 3 ເປັນຂອງສະໂມສອນ ໄຊໂຍ ຜົນການແຂ່ງຂັນຊະນະ 5 ສະເໝີ 2 ເສຍ 3 ມີ 17 ຄະແນນ,

ອັນດັບ 4 ສະໂສອນ ດວງຖາວອນ ຊະນະ 4 ສະເໝີ 1 ເສຍ 5 ມີ 13 ຄະແນນ, ອັນດັບ 5 ສະໂມສອນ ສຸລິວັນ (ເມືອງຄໍາ) ຊະນະ 3 ສະເໝີ 1 ເສຍ 6 ມີ 10 ຄະແນນ ແລະ ອັນດັບທ້າຍຕາຕະລາງ ເປັນຂອງເມືອງຄູນ ເສຍ 10 ມີ 0ຄະແນນ.

        ສຳລັບທີມຄວ້າແຊ໋ມແມ່ນໄດ້ຮັບເງິນລາງວັນ 10ລ້ານກີບ, ຫຼຽນຄໍາ ພ້ອມຂັນ 1ໜ່ວຍ, ຮອງແຊ໋ມ ໄດ້ 7ລ້ານກີບ ພ້ອມຫຼຽນເງິນ ແລະ ອັນດັບ 3 ໄດ້ຮັບລາງວັນ 5 ລ້ານກີບ ພ້ອມຫຼຽນທອງ. ໃຫ້ກຽດຂຶ້ນມອບລາງວັນ ໂດຍທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ, ຄະນະປະທານສະຫະພັນບານເຕະແຂວງ ຄະນະພະແນກສຶກສາທິການ ແລະ ກິລາແຂວງ.

       ສະໂມສອນ ເມືອງພວນໃນນາມທີມຄວ້າແຊ໋ມແມ່ນໄດ້ສິດເຂົ້າຮ່ວມ ການແຂ່ງຂັນ ຊິງຂັນພະນະທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ລະດູການ 2024/25 ໃນຖານະສະໂມສອນຊະນະເລີດ ລາວລີກ 2 ຂອງແຕ່ລະແຂວງ/ນະຄອນຫຼວງ