ເມືອງຄໍາ ຄວ້າແຊ້ມລາວລີກ 2 ແຂວງຊຽງຂວາງ
ການແຂ່ງຂັນບານເຕະລາວລີກ 2 ແຂວງຊຽງຂວາງ 2026ປິດສາກລົງດວ້ຍຜົນສຳເລັດຢ່າງເປັນທາງການໃນວັນທີ17ຕຸລາ2026ພາຍຫຼັງຈັດການແຂ່ງຂັນມາແຕ່ວັນທີ 15 ສິງຫາ 2026 ໂດຍມີສະໂມສອນເຂົ້າຮ່ວມທັງໝົດ 6 ສະໂມສອນ ຄື: ແຟມມິລີ, ເມືອງຄໍາ, ພູຊຽງເຮືອງ, ສາມກົກວື່, ພົງຈະເລີນຊັບ ແລະ ທີມເດັກພວນ.
ຜ່ານການແຂ່ງຂັນ ຜົນປະກົດວ່າ 10 ນັດ ທັງຂາໄປແລະຂາກັບ ເມືອງຄໍາ ສາມາດເກັບຄະແນນໄດ້ຫຼາຍສຸດ ຄວ້າແຊ໋ມໄປຄອງເປັນຄັ້ງປະຫວັດສາດ, ແລະສ້າງສະຖິຕິໃໝ່ ໂດຍບໍ່ເສຍໃຫ້ທີມໃດເລີຍໃນລະດູການນີ້ ແຂ່ງ 10 ນັດ ຊະນະ 8 ສະເໝີ 2 ລວມ 26 ຄະແນນ, ສ່ວນຮອງແຊ໋ມເປັນຂອງ ແຟມມິລີ ແຊ໋ມເກົ່າ ມີ 19 ຄະແນນ ຊະນະ 6 ສະເໝີ 1 ເສຍ 3, ອັນດັບ 3 ເປັນຂອງ ພູຊຽງເຮືອງ ມີ 16 ຄະແນນ ຊະນະ 5 ສະເໝີ 1 ເສຍ 4, ອັນດັບ 4 ແມ່ນສາມກົກວື່ ມີ13 ຄະແນນ ຊະນະ 4 ສະເໝີ 1 ເສຍ 5, ອັນດັບ 5 ພົງຈະເລີນຊັບ ມີ 8 ຄະແນນ ຊະນະ 3 ສະເໝີ 2 ເສຍ 5ແລະອັນດັບ 6 ແມ່ນສະໂມສອນ ເດັກພວນ ມີ 4 ຄະແນນ ຊະນະ 1 ສະເໝີ 1 ເສຍ 8,
ໃນພິທີໄດ້ມີການມອບຂັນລາງວັນໃຫ້ສະໂມສອນທີ່ຊະນະເລີດຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຈັນທະສອນ ພູນສຸກ ຮອງປະທານປົກຄອງແຂວງ, ທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນປະທານຈັດການແຂ່ງຂັນ ລາວລີກ 2 ຊຽງຂວາງ,ຜູ້ຕາງໜ້າຄະນະສະຫະພັນບານເຕະແຫ່ງຊາດລາວ, ຄະນະຈັດການແຂ່ງຂັນ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ສະໂມສອນ ເມືອງຄໍາ ທີມແຊ້ມ ໄດ້ຮັບເງິນລາງວັນ 15 ລ້ານກີບ, ຂັນຊະນະເລີດ 1 ໜ່ວຍ ແລະ ຫຼຽນລະນຶກ, ແຟມມິລີ ຮອງແຊ້ມ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຫຼຽນລະນຶກ, ສະໂມສອນ ພູຊຽງເຮືອງ ອັນດັບ 3 ໄດ້ຮັບເງິນລາງວັນ 5 ລ້ານກີບ.
ສະໂມສອນ ເມືອງຄໍາໃນຖານະທິມແຊ້ມຍັງໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການ 2026/27ຕື່ມອີກ.
ຂ່າວ: ຄຸດ. ຄົນທໍາມະດາ