ຂ່າວສານ
News Cover

ສຕລແລະຫຼວງພະບາງຈັດກິດຈະກໍາ ສະຫຼອງ ວັນແມ່ຍິງສາກົນ

08/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະຫລວງພະບາງ ໄດ້ຈັດພິທີເປີດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ113ປີຂຶ້ນທີ່ ສະຫນາມກິລາຫລວງພະບາງ ໃນວັນທີ 8 ມີນາ 2023 ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ.ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຂວງ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານນາງ ພູໄຊ ແພງພົງໄດ້ກ່າວວ່າ . ການສະເຫລີມສະຫລອງຈັດກິດຈະກໍາບານເຕະຍິງຄັ້ງນີ້ ແມ່ນເປັນຄັ້ງທີ່ VII ຂອງປະເທດລາວ ທີ່ຈັດຂຶ້ນ ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's day

ໂຄງການນີ້ແມ່ນເປີດໃຫ້ເດັກນ້ອຍເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂຶ້ນໄປສູ່ລະດັບແຂວງ ແລະ ລະດັບຊາດໃນອະນາຄົດ ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງຫລວງພະບາງນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2022 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງແຂວງຫລວງພະບາງແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ເຫັນໄດ້ຈາກຜົນງານການເຂົ້າຮ່ວມແຂ່ງຂັນລາຍການ ລະດັບປະເທດ ທີ່ຈັດຂຶ້ນໃນປີທີ່ຜ່ານມາ ໃນນາມຕາງຫນ້າໃຫ້ແກ່ສຕລແລະໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ຄະນະບໍລິຫານງານສະຫະພັນບານເຕະຫລວງພະບາງໄດ້ໃຫ້ການຮ່ວມມື ແລະ ປະສານວຽກງານຕ່າງໆ ເປັນຢ່າງດີ ເພື່ອໃຫ້ການຈັດງານຄັ້ງນີ້ເກີດຂຶ້ນ.

ຈາກນັ້ນ ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ຫຼວງພະບາງອີກຄັ້ງ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງຫຼວງພະບາງໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.

ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ 6 ພາກສ່ວນຄື ມສ ເດັກກໍາພ້າ ຈໍານວນ 5 ຫນ່ວຍ; ມສ ຊົນເຜົ່າສວນຫລວງ ຈໍານວນ 5 ຫນ່ວຍ; ໂຮງຮຽນຊົນເຜົ່ານໍ້າບາກ 5 ຫນ່ວຍ; ມສ ບ້ານຄອຍ ຈໍານວນ 5 ຫນ່ວຍ ; ມສ ສັນຕິພາບ ຈໍານວນ 10 ຫນ່ວຍ; ສະຫະພັນບານເຕະແຂວງ 10 ຫນ່ວຍ ນອກນັ້ນຍັງໄດ້ຫລິ້ນກິດຈະກໍາລາກຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ;ເກມມ່ວນຊື່ນ;ຈັບບານ ແລະ ໃນຕອນທ້າຍ ຍັງມີການແຂ່ງຂັນບານເຕະ ທີ່ມີການມອບລາງວັນໃຫ້ທີມທີ່ຊະນະເລີດ ແລະ ຮອງ ຈາກສະຫະພັນບານເຕະແຫ່ງຊາດລາວ ຄື ໄດ້ທີ່ 1 ທີມນາງແມວ ໄດ້ບານເຕະ 10 ຫນ່ວຍ. ທີມທີ 2 ທີມ ຄໍເຊັນເຕີ ໄດ້ບານເຕະ 5 ຫນ່ວຍ; ທີມທີ 3 ທິມ AFC ໄດ້ບານເຕະ 3 ຫນ່ວຍ ແລະ ທີມ ທີ 4 ທີມ ສໍ່ານີ້ລ້າລ້າ ໄດ້ບານເຕະ 2 ຫນ່ວຍ .

ໃນຕອນບ່າຍຂອງວັນທີ 6 ມີນາ 2023 ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16

07/03/2023

ໃນຕອນບ່າຍຂອງວັນທີ 6 ມີນາ 2023  ຢູ່ທີ່ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16, ທ່ານ ປະສາດໄຊ ພິລາພັນເດດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວຫນ້າຄະນະ ທີມຊາດຍິງ ລາວU20  ແລະ ທ່ານ ບຸນຍູ້ ສີສານ  ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ທີມຊາດຍິງ ລາວU20 ກ່ອນທີ່ຈະລົງແຂ່ງໃນນັດທຳອິດ ໃນວັນທີ 8 ມີນາ 2023 ນີ້ ເຊິ່ງທັງ 2 ທ່ານໄດ້ເວົ້າວ່າ: ນັກກິລາທຸກຄົນພາຍໃນທີມຕ້ອງມີຄວາມເປັນລະບຽບ, ມີຄວາມສາມັກຄີກັນ ແລະ ການຕັດສິນໃຈໃນເວລາລົງຫຼິ້ນເພື່ອໃຫ້ນຳພາທີມໄປສູ່ໄຊຊະນະ ຂໍໃຫ້ທຸກຄົນເຮັດໃຫ້ເຕັມທີ່ເພື່ອປະເທດຊາດຂອງລາວເຮົາໃຫ້ທຸ້ມເທສຸດຄວາມສາມາດໃນທຸກໆນັດການແຂ່ງຂັນ.

News Cover

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

07/03/2023

ວັນທີ 7 ມີນາ 2023 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ຈັດ​ຂຶ້ນ​ຢູ່ທີ່ໂຮງແຮມແລນມາກ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ຫົວໜ້າຄູຝຶກ ທ​ີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ສໍາລັບ ລາຍການດັ່ງກ່າວ ທີມຊາດລາວ ໄດ້ຮັບກຽດເປັນເຈົ້າພາບຮອບຄັດເລືອກກຸ່ມ A ຢູ່ຮ່ວມ ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ເຊິ່ງຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້: – ວັນທີ 08 ມີນາ 2023 ເວລາ 19:30 ລາວ ພົບ ເຂດປົກຄອງພິເສດຮົງກົງ – ວັນທີ 10 ມີນາ 2023 ເວລາ 19:30 ຟີລິບປິນ ພົບ ລາວ – ວັນທີ 12 ມີນາ 2023 ເວລາ 19:30 ຈີນ ພົບ ລາວ ສາ​ມາດ​ຕິດ​ຕາມ​ກາ​ນ​ຖ່າຍ​ທອດ​ສົດ ທີມ​ຊາດ​ລາວ ໄດ້​ໂດຍ​ຜ່ານ​ທາງ​ເຟ​ສ​ບຸກ ຂອງ​ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ແລະ Youtube '' LAOFFTV '' 

#AFCU20Women #LaoFootballFederation

News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

07/03/2023

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ນັດວັນທີ 8 ມີນາ 2023 ທີ່ສະຫນາມກິລາແຫ່ງຊາດຫຼັກ 16  ນັດທຳອິດ

ຄູ່ລະຫວ່າງ ລາວ ພົບ ຮົງກົງ ເວລາ 19:30 ສາມາດຕິດຕາມການຖ່າຍທອດສົດ ເຟສບຸກ ສະຫະພັນບານເຕະແຫ່ງຊາດລາວ.

#AFCU20Women 

#LaoFootballFederation

News Cover

ແຈ້ງການປະມູນ ຮ້ານຂາຍເຄື່ອງ ແລະ ບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16

05/03/2023

 ເນື່ອງໃນໂອກາດ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດລາຍການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມA (AFC U20 WOMEN’S ASIAN CUP 2024) ໃນລະຫວ່າງ ວັນທີ 8 - 12 ມີນາ 2023 

    ທີ່ສະໜາມກິລາແຫ່ງຊາດ ຫຼັກ16

 ດັ່ງນັ້ນ, ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງເຊີນບັນດາທ່ານທີ່ມີຄວາມສົນໃຈທີ່ຈະດຳເນີນທຸລະກິດ  

    ຮ້ານຂາຍເຄື່ອງ ແລະ ການບໍລິການຝາກລົດ ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ໃນລາຍການແຂ່ງຂັນຂ້າງເທິງນັ້ນ, ປະກອບ

    ມີລາຍລະອຽດດັ່ງນີ້:

1. ໄລຍະການສຳປະທານ: ເລີ່ມແຕ່ວັນທີ 08 - 12 ມີນາ 2023.

2. ສາມາດເຂົ້າມາເບິ່ງສະຖານທີ່ຕົວຈີງ ທີ່ສະໜາມກິລາແຫ່ງຊາດ ຫລັກ16:

- ຕອນເຊົ້າ: ເວລາ 9:00 - 11:30 ໂມງ ແລະ ຕອນບ່າຍ ເວລາ 14:00 - 16:30 ໂມງ.

3. ລາຍລະອຽດ ແລະ ເງື່ອນໄຂໃນການສຳປະທານໃຫ້ພົວພັນນໍາພະແນກກ່ຽວຂ້ອງ ດັ່ງລຸ່ມນີ້:

- ພະແນກບໍລິຫານ-ບຸກຄະລາກອນ ເບີໂທ: 020.5569 9591 ແລະ 020.7885 3415

- ສຳນັກງານໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ຕັ້ງຢູ່ ຮ່ອມ 9 ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

 ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານທີ່ມີຄວາມສົນໃຈ ເພື່ອຈະເຂົ້າຮ່ວມການສະເໜີລາຄາປະມູນໃນຄັ້ງນີ້ດ້ວຍ.

#AFCU20Women 

#LaoFootballFederation

News Cover

ພາບບັນຍາກາດ ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ ປະຈຳວັນອາທິດ ທີ 5/3/2023

05/03/2023

CHAMPI-CHAMPA FOOTBALL TRAINING CENTER

 ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ  ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

#FIFATalentDevelopmentScheme

#ChampiChampaFootballTrainingCenter #FIFATalentDevelopmentScheme

News Cover

ບັນຍາກາດການຝຶກຊ້ອມຂອງທີມລາວ ຂອງວັນທີ 3 ມີນາ 2023 ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16.

03/03/2023

ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .

#AFCU20Women 

#LaoFootballFederation

News Cover

ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’

03/03/2023

ໃນວັນທີ 3 ມີນາ 2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ພະແນກທີມຊາດ ໄດ້ຈັດຝຶກອົບຮົມ ຫົວຂໍ້ ‘ພາລະກໍາລັງ’ ໃຫ້ແກ່ບັນດາສະໂມສອນໃນລາວລີກ1 ເຊິ່ງມີນັກວິທະຍາກອນ ຈາກ ປະເທດບຣາຊີວ ທ່ານ Willander Fonseca ເຊິ່ງເປັນຫົວຫນ້າຄູຝືກພາລະກໍາລັງ ແລະ  ຜູ້ຊ່ວຍຄູຝຶກທີມຊາດລາວ ຊຸດໃຫຍ່, ນັກສໍາມະນາກອນ ແມ່ນ ບັນດາຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ວິຊາການ ຈາກສະໂມສອນຕ່າງໆ ລວມ 15 ທ່ານ.

  ເຊີ່ງຫົວຂໍ້ໃນການຝຶກອົບຮົມແມ່ນ ’ບົດ ພາລະກຳລັງ’ ແລະ ໃນອານາຄົດ ກໍຍັງຈະມີຫຼາຍບົດ ທີ່ຈະໄດ້ຖອດຖອນບົດຮຽນດ້ວຍກັນເປັນແຕ່ລະໄລຍະ.

- ຈຸດປະສົງ

   ການຝຶກອົບຮົມຄັ້ງນີ້ຈັດຂຶ້ນເພື່ອເພິ່ມຄວາມສໍາພັນ 

ລະຫວ່າງ ທີມຊາດ ແລະ ບັນດາສະໂມສອນ ເພື່ອພັດທະນາ ກິລາ ບານເຕະລາວ ໃຫ້ມີຄວາມເຂັ້ມແຂງ ກ້າວໜ້າໃຫ້ທຽບເທົ່າພາກພື້ນອາຊຽນ.

News Cover

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ປະຈຳປີ 2023

02/03/2023

ຕາຕະລາງ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ  AFC U20 WOMEN'S ASIAN CUP 2024 ROUND 1 ແມ່ນສປປລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະແຂ່ງຂັນໃນລະຫວ່າງ ວັນທີ 08 – 12 ມີນາ 2023 ເຊິ່ງ ທີມຊາດລາວ ຢູ່ຮ່ວມກຸ່ມ ເອ(A) ຮ່ວມກັບ: ສປ ຈີນ, ເຂດປົກຄອງພິເສດຮົງກົງ ແລະ ຟີລິບປິນ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 .

News Cover

ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023 ທີມຊາດລາວ ຊຸດໃຫຍ່

28/02/2023

ບັນຍາກາດການຝຶກຊ້ອມ ຕອນເຊົ້າ ວັນທີ 28 ກຸມພາ 2023  ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນນັດອຸ່ນເຄື່ອງ FIFA day ທີ່ ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023

   ເຊີ່ງຈະແຂ່ງຂັນແບບພົບກັນໝົດທັງ 3 ທີມຄື: 

1 Nepal ( ເຈົ້າພາບ )🇳🇵

2 Bhutan🇧🇹

3 Laos🇱🇦

   ຕາຕະລາງ ການແຂ່ງຂັນ

- ວັນທີ 22/03/2023 ທີມຊາດບູຖານ ພົບ ທີມຊາດລາວ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 25/03/2023 ທີມຊາດລາວ ພົບ ທີມຊາດເນປານ  ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 28/03/2023 ທີມຊາດເນປານ ພົບ ທີມຊາດບູຖານ ເວລາ 18:00ໂມງ, ສະໜາມ Dashrath Stadium Kathmandu, Nepal.

- ວັນທີ 31/03/2023 ຮອບຊີງຊະນະເລີດ( ທີມອັນດັບ1 ຊີງກັບ ທີມອັນດັບ2 ) ເວລາ 17:30ໂມງ, ສະໜາມ Dashrath Stadium Kathmandu, Nepal.

News Cover

ປະທານ FIFA ຕ້ອນຮັບທ່ານນາງ ກັນຍາ ແກ້ວມະນີ ຄະນະບໍລິຫານງານ FIFA ຄົນໃໝ່

27/02/2023

ທ່ານ ຈານນີ້ ອິນຟານຕິໂນ້(Gianni Infantino)ປະທານສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທັງເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດ ຫຼື ຟີຟາ ເມື່ອວັນທີ 27 ກຸມພາ 2023 ຜ່ານມາທີ່ສຳນັກງານ ຟີຟາ ນະຄອນຫຼວງປາຣີ ປະເທດຝຣັ່ງ.

ກ່ອນອື່ນ,ທ່ານປະທານຟີຟາໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍມາຍັງທ່ານ ນາງ ກັນຍາ ແກ້ວມະນີທີ່ໄດ້ຖືກຄັດເລືອກເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດຄົນໃໝ່,ທີ່ເປັນຄົນລາວ ແລະ ແມ່ຍິງລາວຄົນທຳອິດທີ່ໄດ້ຮັບຕຳແໜ່ງອັນສູງສົ່ງນີ້.ປະທານຟີຟາຍັງໄດ້ກ່າວວ່າ:“ເປັນໂອກາດທີ່ດີທີ່ໄດ້ເຫັນການພັດທະນາກິລາບານເຕະໃນສປປລາວ ແລະ ຟີຟາເອງພ້ອມທີ່ຈະໃຫ້ການສະໜັບສະໜູນທຸກວິທີທາງທີ່ສາມາດເຮັດໄດ້ບໍ່ວ່າຈະເປັນເລື່ອງສູນຝຶກກິລາບານເຕະແຫ່ງຊາດ, ການພັດທະນາກິລາບານເຕະຍິງຢ່າງຕໍ່ເນື່ອງ ຫຼື ໂຄງການອື່ນໆທີ່ສາມາດຊ່ວຍຍົກລະດັບກິລາບານເຕະລາວໄດ້. 

ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບແລະໄດ້ຕາງໜ້າໃຫ້ສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຂອບໃຈຕໍ່ FIFA ທີ່ໃຫ້ການສະໜັບສະນູນ ແລະ ໃຫ້ການຊວ່ຍເຫຼືອດ້ານທຶນຮອນ, ເຕັກນິກວິຊາການແກ່ບານເຕະລາວຕະຫຼອດມາ ແລະໃນນາມເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດຄົນໃໝ່ພ້ອມຈະປະກອບສວ່ນໃນວົງການບານເຕະຂອງ FIFA ໃຫ້ດີທີ່ສຸດ. ໃນການພົບປະຄັ້ງນີ້ຍັງໄດ້ມີການປຶກສາກ່ຽວກັບຄວາມຄືບໜ້າໃນການພັດທະນາວຽກງານກິລາບານເຕະ ແລະ ແຜນວຽກກິລາບານເຕະໃນອະນາຄົດຢູ່ ສປປລາວ.