ຂ່າວສານ
News Cover

ມຕ ເຊນ້ອຍຊະນະເລີດການແຂ່ງຂັນບານເຕະນັກຮຽນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2023

12/07/2023

ໂຮງຮຽນມັດທະຍົມຕົ້ນເຊນ້ອຍໄດ້ຊະນະເລີດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕົ້ນຊິງຂັນທ່ານເຈົ້າແຂວງເຊກອງ ປະຈຳປີ 2023,ເຊິ່ງພິທີປິດການແຂ່ງຂັນແລະມອບຂັນລາງວັນໄດ້ຈັດຂື້ນໃນວັນທີ 11 ກໍລະກົດ 2023 ຢູ່ທີ່ສະຫນາມກິລາແຂວງເຊກອງ.

ການແຂ່ງຂັນດັ່ງກ່າວໄດ້ເລີ່ມມາແຕ່ວັນທີ 19 ພຶດມິຖຸນາ 2023 ໂດຍມີ5ທີມເຂົ້າຮ່ວມຄື:

1. ໂຮງຮຽນ ມຕ ເຊນ້ອຍ

2. ໂຮງຮຽນ ມຕ ຫົວເມືອງ

3. ໂຮງຮຽນ ມຕ ອົງແກ້ວ

4. ໂຮງຮຽນ ມຕ ຊົນເຜົ່າ

5. ໂຮງຮຽນ ຕ ລາວ - ຫວຽດ

ລະບຽບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ,ທີມໃດມີຄະແນນຫລາຍ ແມ່ນຄວ້າແຊ້ມການແຂ່ງຂັນ

ສະຫລຸບຜົນການແຂ່ງຂັນມີດັ່ງນີ້:

- ລາງວັນຊະນະເລີດໄດ້ແກ່ທີມ ໂຮງຮຽນ ມຕ ເຊນ້ອຍ ໄດ້ຮັບຂັນ ແລະ ເງິນລາງວັນ 3,000,000 ກີບ.

- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມຕ ອົງແກ້ວ ໄດ້ຮັບເງິນລາງວັນ 1,500,000 ກີບ.

- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ໂຮງຮຽນ ມຕ ຊົນເຜົ່າ ໄດ້ຮັບເງິນລາງວັນ 800,000 ກີບ.

ການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ພາບ ແລະ ຂໍ້ມູນ: ສະຫະພັນບານເຕະແຂວງເຊກອງ

News Cover

ເທີມ​ທີ 2 ສູນ​ພັດ​ທະ​ນຳ​ຈ​ຳ​ປີ - ຈຳ​ປີ ແມ່ນ​ໄດ້​ເລີ້ມ​ຂຶ້ນ​ອາ​ທິດ​ຜ່ານ​ມາ

11/07/2023

ການຝຶກ​ຊ້ອມ​ຢູ່​ທີ່ ສູນພັດທະນາກິລາບານເຕະຈຳປີ-ຈຳປາ CHAMPI-CHAMPAFOOTBALL TRAINING CENTER ເຊິ່ງເປັນການເປີດເທີມ 2 ຂອງ ປີ 2023 ແມ່ນ​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ ແລະ ວັນ​ອາ​ທິດ 8-9 ກ​ໍ​ລະ​ກົດ 2023 ທີ່​ຜ່ານ​ມາ.ສຳ​ລັບ​ເທີມ​ໃຫມ່ມີນ້ອງໆມາສະຫມັກ 150 ກວ່າຄົນ.

ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16) ຕິດ​ຕໍ່​ລົງ​ທະ​ບຽນ: 02052213030, 02097744940

News Cover

ບັນດາສະໂມສອນລາວລີກ 1 ເຂົ້າຮ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024.

11/07/2023

ຕອນເຊົ້າວັນທີ 11 ກໍລະກົດ 2023 ຜູ້ບໍລິຫານສະໂມສອນລາວລີກ 1 ເຂົ້າຣ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024 ໂດຍມີ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ.

News Cover

ລາວລີກ 2 ແຂວງຊຽງຂວາງ ທັງ3ທິມມີສິດໄດ້ແຊ້ມ

11/07/2023

ມາຮອດປະຈຸບັນ,ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຊຽງຂວາງໄດ້ແຂ່ງຂັນມາຮອດອາທິດທີ 9 ແລ້ວ ແລະຍັງເຫລືອນັດສຸດທ້າຍ ເຊິ່ງສະໂມສອນບານເຕະ ທະວີໂຊກ ຍັງຢູ່ອັນດັບ 1 ແຂ່ງ 9 ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20 ຄະແນນ, ອັນດັບ 2 ສະໂມສອນ ປກສ ແຂວງ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 4 ນັດ ເສຍ 0 ນັດ ມີ 19 ຄະແນນ, ອັນດັບ 3 ສະໂມສອນ ອາລີວັນ ແຟມມິລີ່ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ເຮັດໃຫ້ທັງ 3 ທີມມີຄະແນນຫ່າງກັນພຽງເລັກໜ້ອຍແລະແຕ່ລະທິມກໍມີສິດໄດ້ແຊັມເຊ່ນດຽວກັນ,ຖ້າກໍລະນີທີມໃດທີມໜຶ່ງເສຍໃນນັດສຸດທ້າຍ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປມີດັ່ງນີ້.

ວັນທີ 14 /07/2023 ສະໂມສອນບານເຕະ ເມືອງຜາໄຊ ພົບ ສະໂມສອນບານເຕະ ສະມາຄົມຫວຽດ ເວລາ: 3:30 ທີ່ສະໜາມກິລາແຂວງຊຽງຂວາງ.

ວັນທີ 19/07/2023 ສະໂມສອນບານເຕະ ທະວີໂຊກ ພົບ ສະໂມສອນບານເຕະ ກອງທັບ ແຂວງ ເວລາ: 13:00 ທີ່ ສະໜາມກິລາ ແຂວງ ຊຽງຂວາງ ແລະ ເວລາ: 15:30 ສະໂມສອນບານເຕະ ປກສ ແຂວງ ພົບ ສະໂມສອນບານເຕະອາລິວັນແຟມມິລີ ທີ່ສະໜາມກິລາແຂວງ ຊຽງຂວາງ.

ທ່ານສາມາດຕິດຕາມຜົນການແຂ່ງຂັນໄດ້ທີ່ທາງ ເພຈ: ສະຫະພັນບານເຕະ ແຂວງ ຊຽງຂວາງ, ເພຈ: ລາວລີກ2 ແລະ ເພຈ: ສະຫະພັນບານເຕະແຫ່ງຊາດລາວ.

News Cover

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 )

11/07/2023

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 ) 

 

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີການຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C”(LFF/AFC ”C” Diploma Coaching Course) 2023 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 6 ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸນ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກສອນທັງເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “C” (Coaching Course)ເຂົ້າຮ່ວມ.

ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ໂດຍມີນັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 24 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນ ທີ່ເປັນຄົນລາວ 18 ທ່ານເຂົ້າຮວ່ມ.ການຮຽນຄູຝຶກກິລາບານເຕະລະດັບ ”C” ໄດ້ແບ່ງເປັນ 2 ໄລຍະໃນການຮຽນຄືໄລຍະທີ່ 1 ແມ່ນເລີ່ມແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ແມ່ນເລີ່ມ ວັນທີ 21-25 ສິງຫາ 2023.

ການຝຶກອົບຮົມຄູຝຶກກິລາບານເຕະລະດັບ ”C” ໃນຄັ້ງນີ້ນັບເປັນບາດກ້າວໃໝ່ ແລະເປັນຄັ້ງທໍາອິດຂອງທ່ານ ວົງມີໄຊ ສຸບົວຄຳຮັບໜ້າທີ່ເປັນຄູຝືກສອນ ທັງເປັນວິທະຍາກອນຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊີ.

#LaoFootballFederation

#coachingCourse

#LFFTechnical

#LFFAFCCDIPLOMACOACHINGCOURSE

 

News Cover

ປະກາດລາຍຊື່ນັກກິລາ ຄັດເລືອກ ທີມຊາດລາວU23 ກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນU23ປະຈຳປີ 2023

10/07/2023
ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວຮຸ່ນອາຍຸບໍ່ເກີນ23ປີ ຫຼື U23 ໄດ້ຮວ່ມກັບ ຄະນະນຳສະຫະພັນບານເຕະແຫ່ງຊາດລາວແລະ ຄະນະຄູຝຶກຄັດເລືອກນັກກິລາຈຳນວນ34ຄົນເຂົ້າສູນຝຶກຊ້ອມ ທີມຊາດລາວU23 ກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023.
ລາຍຊື່ນັກກິລາ 34 ຄົນທີ່ເຂົ້າຮ່ວມ ຄັດເລືອກທີມຊາດລາວU23ຄັ້ງນີ້ປະກອບມີ:
+ ຜູ້ຮັກສາປະຕູ
1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
4. ສໍລະສັກ ທິລະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ພົນສັກ ສີສະຫວາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
7. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
8. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
9. ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
10. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
11. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
12. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )
14. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
15. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
16. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )
+ ກອງກາງ
17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
18. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
19. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
20. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນກິລາບານເຕະ Oberachern ( ປະເທດເຢຍລະມັນ )
21. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
22. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
23. ສູນທອນຄຸດ ພັນທະວົງໄຊ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
24. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງຫນ້າ
25. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
26. ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
27. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
29. ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
30. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
31. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
32. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
33. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
34. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ສຳລັບ ທີມຊາດລາວ U23 ແມ່ນຈະເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 10 ກໍລະກົດ 2023 ເປັນຕົ້ນໄປ.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.
News Cover

ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ອາທິດທີ 12ແຂ່ງຂັນວັນທີ 07 ກໍລະກົດ 2023 ທີ່ຜ່ານມາ,ຄູ່ສຸດທ້າຍ ທະຫານແຂວງຈຳປາສັກບຽດເອົາຊະນະລະບຽງພູ 1-0ແບບວຸດວິດ ໂດຍໄດ້ປະຕູຈາກກັງສິນ ຈັນທະວົງ ໃນນາທີ 41.ສວ່ນຫົວແຊ ເສຍໃຫ້ ບາຈຽງ 0-1, ສີອຳພອນ ຊະນະ ນ້ຳດື່ມ ນາດາ 5-1, ວັນທີ 08 ກໍລະກົດ 2023 ປກສ ແຂວງຈຳປາສັກ ຊະນະ ສີລາເພັດ 3-1.

ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ 1 ທະຫານແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 27 ແນນ, ອັນດັບ 2 ລະບຽງພູ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 25 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 12 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 23 ຄະແນນ, ອັນດັບ 4 ປກສ ແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສຍ 3 ນັດ ມີ 21 ຄະແນນ, ອັນດັບ 5 ສີອຳພອນ ລົງສະຫນາມ 12 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 15 ຄະແນນ, ອັນດັບ 6 ສີລາເພັດ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະແນນ, ອັນດັບ 7 ຫົວແຊ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະແນນ ແລະ ອັນດັບ ສຸທ້າຍ ນ້ຳດື່ມ ນາດາ ລົງສະຫນາມ 12 ນັດ ຊະນະ 2 ນັດ ເສຍ 10 ນັດ ມີ 6 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ອາທິດ 13 ຈະມີຂຶ້ນ ວັນທີ 15 ກໍລະກົດ 2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ເວ15:30 ສີລາເພັດ ພົບ ບາຈຽງ ແລະ ວັນທີ 16 ກໍລະກົດ 2023 ເວລາ 13:30 ປກແຂວງຈຳປາສັກ ພົບ ສີອຳພອນ, ເວ15:30 ທະຫານແຂວງຈຳປາສັກ ພົບ ນ້ຳດື່ມນາດາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

News Cover

ທະຫານແຂວງບໍລິຄຳໄຊມີຄະແນນນຳໃນລາວລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງບໍລິຄຳໄຊ ອາ​ທິດ​ທີ 5 ໄດ້​ແຂ່ງ​ຂັນວັນ​ທີ 08 ກໍ​ລະ​ກົດ 2023 ທີ່​ຜ່ານ​ມາ ສະ​ມາ​ຄົມ​ເຂີຍ​ຫຼັກ 4 ເສຍ​ໃຫ້ ໂຈ-ເຈ ຟາມ 3-4, ເມືອງ​ບໍ​ລິ​ຄັນ ເສຍ​ໃຫ້ ບໍ​ລິ​ຄຳ​ໄຊ 0-2 ແລະ ຄູ່​ສຸດ​ທ້າຍ ທະ​ຫານ​ແຂວງ​ບໍ​ລິ​ຄຳ​ໄຊ ສະ​ເຫມີ ບໍ​ລິ​ສັດ​ວັນ​ນະ​ແສງ 1-1

​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນໃນຮອບຂາໄປອັນ​ດັບໜຶ່ງແມ່ນ ທະຫານແຂວງບໍລິຄຳໄຊ ລົງສະຫນາມ 5ນັດ ຊະນະ 4 ນັດ ສະ​ເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 2 ບໍລິສັດ ວັນນະແສງ ລົງສະຫນາມ 5 ນັດ ຊະນະ 4 ນັດ ສະ​ເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 4 ໂຈ-ເຈ ຟາມ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 5 ສະມາຄົມ ເຂີຍຫຼັກ 4 ລົງສະຫນາມ 5 ນັດ ຊະນະ 1 ນັດ ເສຍ 4 ນັດ ມີ 3 ຄະແນນ ແລະ ອັນດັບສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ 5 ນັດ ເສຍ 5 ນັດ ມີ 0 ຄະແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປຄືຮອບຂາກັບ​ຈະມີຂຶ້ນວັນທີ 22 ກໍລະກົດ 2023 ເວລາ 09:00 ເມືອງ​ບໍ​ລິ​ຄັນ​ ພົບ ທະ​ຫານ​ແຂວງ, ເວລາ 13:00 ບໍ​ລິ​ຄຳ​ໄຊ ພົບ ເຂີຍ​ຫລັກ 4 ແລະ ຄູ່ສຸດທ້າຍ ເວລາ 15:00 ໂຈ​-ເຈ ຟາມ ພົບ ບໍ​ລິ​ສັດ ວັນ​ນະ​ແສງ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ສີທ່ານາໄຊ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

News Cover

ປກຊແຂວງຄຳມ່ວນເປັນທີມນຳອັນດັບໜຶ່ງການແຂ່ງຂັນບານເຕະລາວລີກ 2

10/07/2023

ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນ ແມ່ນໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 03 ມິຖຸນາ 2023ແລະຜ່ານການແຂ່ງຂັນມາໄດ້5ອາທິດ,ຜົນປະກົດວ່າທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເປັນອັນດັບໜຶ່ງຄືລົງສະຫນາມ 5 ນັດ ຊະນະ 5 ນັດ ບໍ່ເສຍໃຫ້ທີມໃດ ຍິງໄດ້ 22 ປະຕູ ເສຍພຽງ 1 ປະຕູ ມີ 15 ຄະແນນ, ອັນດັບ 2 ເທບສີໄຮ ລົງສະຫນາມ 4 ນັດ ຊະນະ 2 ນັດ ເສຍ 2 ນັດ ມີ 6 ຄະແນນ, ອັນດັບ 3 ເລັກຕ້າ ລົງສະຫນາມ 5 ນັດ ຊະນະ 1 ນັດ,ສະເໝີ2ນັດ, ເສຍ 2 ນັດ ມີ 5 ຄະແນນ, ອັນດັບ 4 ລູກຫມູ ລົງສະຫນາມ 4 ນັດ ຊະນະ 1 ນັດ, ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ, ອັນດັບ 5 ປກສ ແຂວງຄຳມ່ວນ ລົງສະຫນາມ 4 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະແນນ ແລະ ອັນດັບ ສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ 4 ນັດ ເສຍ 4 ນັດ ມີ 0 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ ວັນທີ 10 ກໍລະກົດ 2023 ເວລາ 15:00 ລູກຫມູ ພົບ ບໍ່ໂພນຕິ້ວ, ວັນທີ 12 ເວລາ 15:00 ປກສ ແຂວງຄຳມ່ວນ ພົບ ເທບສີໄຮ ແລະ ວັນທີ 14 ກໍລະກົດ 2023 ເວ​ລາ 15:00 ລູກຫມູ ພົບ ປກຊ ແຂວງຄຳມ່ວນ ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.

#LaofootballlFederation
#KhammuanProvince
#Laoleaue2

News Cover

ທີມຊາດລາວຊະນະ ທີມຊາດ ຕີມໍ ເລສເຕ ( 5-0 )

09/07/2023
ຜົນ​ການ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊ້ມ​ອາ​ຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 19 ປີ ປະ​ຈຳ​ປີ 2023
ວັນ​ທີ 09/07/2023
ທີມຊາດລາວຊະນະ ທີມຊາດ ຕີມໍ ເລສເຕ ( 5-0 )
- ທີມຊາດລາວ ໄດ້ປະຕູຈາກ: ດາຫລິງ ມະນີວັນ ນາທີ 11, ສິນລະຄອນ ບຸນນາລີ ນາທີ 21' , ໃຈຄຳ ໄຊຍະປະເສີດ ນາທີ 31' 89' ແລະ ແກ້ມມີ ອຸດົມສຸກ ນາທີ 66'
ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 1 ນັດ ເສຍ 2 ນັດ ມີ 3 ຄະແນນ ເປັນອັນດັບ 3 ຂອງກຸ່ມ ເອ ຊະນະຜົນອີກຄູ່ ອິນໂດເນເຊຍ ເຈົ້າພາບ ເອົາຊະນະ ກຳປູເຈຍ 5-0 ຊະນະ 3 ນັດລວດ ເຂົ້າຮອບ 4 ທີມສຸດທ້າຍ, ສ່ວນ ກຳປູເຈຍ ມີ 6 ຄະແນນ ລຸ້ນເຂົ້າຮອບໃນຖານະອັນດັບ 2 ດີສຸດ 1 ທີມຈາກ 3 ກຸ່ມ, ລໍຖ້າຜົນນັດສຸດທ້າຍຂອງກຸ່ມ B ແລະ C ໃນວັນທີ 10 ກໍລະກົດ 2023.
ການ​ແຂ່ງ​ຂັນ​ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ ທີມຍິງ ທີມຊາດລາວ ເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ U19 ປີ ຊີງແຊ້ມອາຊຽນ.
News Cover

11 ນັກເຕະຕິດທີມດີເດັ່ນ ເປບຊີ ລາວລີກ 1 ປະຈຳປີ 2023

08/07/2023
ປະກາດລາຍຊື່ 11 ນັກເຕະ ຕິດທີມດີເດັ່ນ ເປບຊີ ລາວລີກ 1 ປະຈຳປີ 2023 ໃນລະບົບ 4-4-2
+ ຜູ້ຮັກສາປະຕູ: ສໍລະສັກ ທິລະວົງ ຜູ້ຮັກສາປະຕູ ຈາກ ຊ້າງນ້ອຍ ທີມແຊ້ມ ເຈົ້າລາງວັນຜູ້ຮັກສາປະຕູດີເດັ່ນ ທີ່ບໍ່ເສຍປະຕູ (Clean sheet) 10 ນັດ.
+ ກອງຫຼັງ 4 ຄົນ: ພຸດທະວົງ ສັງວິໄລ ຈາກ ເອສະຣາ ທີມອັນດັບ 3, ແສງດາວີ ຫັນທະວົງ ຈາກ ຊ້າງນ້ອຍ ທີມແຊ້ມ, ເກດສະດາ ສຸກສະຫວັນ ຈາກ ມາສເຕີ້ ເຊເວັນ ທີມຮອງແຊ້ມ ແລະ ທະນູທອງ ກຽດນະລົງລົບ ຈາກ ຊ້າງນ້ອຍ ທີມແຊ້ມ.
+ ກອງກາງ 4 ຄົນ: ສີສະຫວາດ ດາລາວົງ ຈາກ ກອງທັບ ທີມອັນດັບ 4, ສົມລິດ ແສງວັນນີ ຈາກ ຫຼວງພະບາງ, ພຸດດາວີ ພົມມະສານ ຈາກ ມາສເຕີ້ ເຊເວັນ ທີມຮອງແຊ້ມ, ພັດທະນາ ພົມມະເທບ ຈາກ ເອສະຣາ ທີມອັນດັບ 3.
+ ກອງໜ້າ 2 ຄົນ: ບຸນພະຈັນ ບຸນກອງຈາກ ຊ້າງນ້ອຍ ທີມແຊ້ມ ເຈົ້າຂອງລາງວັນນັກເຕະດີເດັ່ນ (MVP) ຍິງ 16 ປະຕູ ແລະ ຣາຟາເອວ ໂຣດຣີເກັຊ ຈາກ ມາສເຕີ້ ເຊເວັ້ນ ເຈົ້າຂອງລາງວັນດາວຍິງສູງສຸດ ຍິງ 18 ປະຕູ.
News Cover

ສ​ຕ​ລ ຈັດ​ຝຶກ​ອົບ​ຮົມ​ຄູ​ຝຶກ​ກິ​ລາ​ບານ​ເຕະ​ເຕະ​ລະ​ດັບ '' C ''

06/07/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ C(LFF/AFC C Diploma Coaching Course) 2023 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 6 ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸນ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ຊູນດໍາ ມູຕີ ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳ ຄູຝຶກສອນທັງເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “C” (Coaching Course)ເຂົ້າຮ່ວມ.

ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ ຮັບຮອງ ໂດຍມີນັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 24 ທ່ານ,ທີ່ມາຈາກຕ່າງປະເທດ 6 ທ່ານ ແລະ ສໍາມະນາກອນ ທີ່ເປັນຄົນລາວ 18 ທ່ານເຂົ້າຮວ່ມ.ການຮຽນຄູຝຶກກິລາບານເຕະລະດັບ C ໄດ້ແບ່ງເປັນ 2 ໄລຍະໃນການຮຽນຄືໄລຍະທີ່ 1 ແມ່ນເລີ່ມແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ແມ່ນເລີ່ມ ວັນທີ 21-25 ສິງຫາ 2023.

ການຝຶກອົບຮົມຄູຝຶກກິລາບານເຕະລະດັບ C ໃນຄັ້ງນີ້ນັບເປັນບາດກ້າວໃໝ່ ແລະເປັນຄັ້ງທໍາອິດຂອງທ່ານ ວົງມີໄຊ ສຸບົວຄຳຮັບໜ້າທີ່ເປັນຄູຝືກສອນ ທັງເປັນວິທະຍາກອນຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊີ.

#LaoFootballFederation

#coachingCourse

#LFFTechnical

#LFFAFCCDIPLOMACOACHINGCOURSE