
ສະຫວັນຢູໄນເຕັດຄວ້າແຊ້ມລາວລີກ 2 ແຂວງສະຫວັນນະເຂດປະຈຳປີ 2023
ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈໍາປີ 2023ນັດສຸດທ້າຍ ວັນທີ 12-13 ສິງຫາ2023 ສະໂມສອນບານເຕະ ດາຣກວູຟ ເອົາຊະນະ ລີລາວະດີ ສອງຄອນ 7-3, ໄຮຢີນ້າ ເສຍໃຫ້ ອານັນ ອາໄຫຼ່ 2-6 ແລະ ໂພໄຊນ້ອຍ ເສຍໃຫ້ ສະຫວັນ ຢູໄນເຕັດ 0-2.
ສະຫລຸບຕາຕະລາງຄະແນນ ແຂ່ງຄົບ 10 ນັດ ອັນດັບ 1ກໍຄືທິມຊະນະເລີດເປັນຂອງສະໂມສອນສະຫວັນ ຢູໂນເຕັດ ມີ 23 ຄະແນນ ຄວ້າແຊ້ມຮັບຂັນປະທານ ສຕຂ ພ້ອມເງິນລາງວັນ 12,000,000 ກີບ, ອັນດັບ 2 ອານັນ ອາໄຫຼ່ ມີ 22 ຄະແນນ ຮອງແຊ້ມ ຮັບເງິນລາງວັນ 10,000,000 ກີບ, ອັນດັບ 3 ດາຣກວູຟ ມີ 16 ຄະແນນ, ອັນດັບ 4 ໂພໄຊນ້ອຍ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ໄຮຢີນ້າ ມີ 4 ຄະແນນ.
ຂະນະທີ່ລາງວັນອື່ນໆມີຄື: ດວງໄຊ ໄຊສົມແພງ ຈາກ ດາຣກວູຟ ຄວ້າລາງວັນນັກເຕະດີເດັ່ນ ພ້ອມທັງ ດາວຍິງສູງສຸດ ຍິງ 13 ປະຕູ ຮັບເງິນລາງວັນ ລາງວັນລະ 1,000,000 ກີບ, ວາດສະໜາ ແກ້ວສະຫວັນ ຜູ້ຮັກສາປະຕູຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນຜູ້ຮັກສາປະຕູດີເດັ່ນ1,000,000 ກີບ ແລະ ລາງວັນຄູຝຶກດີເດັ່ນ ຄູຝຶກຈາກ ສະຫວັນ ຢູໄນເຕັດ ຮັບເງິນລາງວັນ 1,000,000 ກີບ.
ໃຫ້ກຽດມອບລາງວັນໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໂດຍມີ ທ່ານ ຈັນທະວົງ ສີລິມະໂນທໍາ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດແຟນບານເຂົ້າຮ່ວມ.
ການແຂ່ງຂັນເຕະບານ ລາວລີກ 2 ແຂວງສະຫວັນນະເຂດ ປະຈຳປີ 2023 ເພື່ອຊີງຂັນປະທານສະຫະພັນບານເຕະແຂວງ ສະຫວັນນະເຂດປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 3 ມີຖຸນາ ຈົນຮອດວັນທີ 13 ສິງຫາ 2023ຈິ່ງປິດສາກລົງດວ້ຍຜົນສຳເລັດ.

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດ ການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023
ສະຫະພັນບານເຕະແຫ່ງຊາດລາວ
ກຽມຈັດການແຂ່ງຂັນຟຸດຊໍ ລີກ ປະຈຳປີ 2023 FUTSAL LAO LEAGUE 2023 ໂດຍຈະເລີ້ມແຂ່ງຂັນ
ວັນທີ 09 ກັນຍາ ຫາ 19 ພະຈິກ 2023 ໂດຍຈະໃຊ້ສະຫນາມກິລາຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ
ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ. ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບພົບກັນຫມົດ 1 ຮອບ ເກັບຄະແນນ ລວມທັງຫມົດມີ 66 ນັດ ສະເລ່ຍ
11 ນັດ / ທີມ.
ການແຂ່ງຂັນຟຸດຊໍ ລີກ ແມ່ນຈັດການແຂ່ງຂັນລ້າສຸດໃນປີ 2017 ໂດຍມີທັງຫມົດ 10 ທີມ ເຊິ່ງຄັ້ງນັ້ນ ອັນດັບ 1 ແມ່ນ ສົມສະນຸກຟາມ ລົງສະຫນາມ 9 ນັດ ຊະນະ 9 ນັດ ມີ 27 ຄະແນນ, ອັນດັບ 2 ນະຄອນຫລວງ ຢູໄນເຕັດ ລົງສະຫນາມ 9 ນັດ ມີ 24 ຄະແນນ, ອັນດັບ 3 ເອັສ ທີ ທີ ເອຟຊີ ລົງສະຫນາມ 9 ນັດ ມີ 21 ຄະແນນ, ອັນດັບ 4 ສູນກິລາສະເຕດ້ຽມ ເອຟຊີ ມີ 18 ຄະແນນ, ອັນດັບ 5 ມະຫາວິທະຍາໄລວິທະຍາສາດສຸຂະພາບ ລົງສະຫນາມ 9 ນັດ ມີ 13 ຄະແນນ, ອັນດັບ 6 ກຣີນໄລເດີ້ ເອຟຊີ ລົງສະຫນາມ 9 ນັດ ມີ 12 ຄະແນນ, ອັນດັບ 7 ດີເຄ ເອຟຊີ ລົງສະຫນາມ 9 ນັດ ມີ 10 ຄະແນນ, ອັນດັບ 8 ບຸນເກີດສຶກສາ ເອຟຊີ ລົງສະຫນາມ 9 ນັດ ມີ 6 ຄະແນນ, ອັນດັບ 9 ເອຟຊີ ລັກກີ້ ລົງສະຫນາມ 9 ນັດ ມີ 3 ຄະແນນ ແລະ ອັບດັບ 10 ວິທະຍາໄລລາວທ໋ອບ ລົງສະຫນາມ 9 ນັດ ບໍ່ມີຈັກຄະແນນ, ລາງວັນທີມມາລະຍາດດີເດັ່ນ ທີມ ມະຫາວິທະຍາໄລວິທະຍາດສຸຂະພາບ ແລະ ນັກເຕະຍິງປະຕູສູງສຸດ ໂຕນ້າ ບຸນມະໄລ ຈາກ ທີມ ເອັສ ທີ ທີ ເອຟຊີ ຍິງໄດ້ 54 ປະຕູ.
ແຟນບານຟຸດຊໍຫ້າມພາດເລີ້ມການແຂ່ງຂັນນັບຕັ້ງແຕ່ວັນທີ
09 ກັນຍາ 2023 ເປັນຕົ້ນໄປ ເຂົ້າຊົມບໍ່ເສຍຄ່າ(Free)

ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ
ຕອນເຊົ້າ ວັນທີ 08 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມ ສູນຝຶກ
ສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23
ໄດ້ຮັບຟັງການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານ ໂດຍແມ່ນ ທ່ານ ພອນສະຫວັນ ເພັດສາຍຊຳ ໜ່ວຍງານການຕໍ່ຕ້ານການລົ້ມບານ ເປັນຜູ້ບັນລະຍາຍ.
ຈຸດປະສົງໃນການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມ ກໍເພື່ອໃຫ້ບັນດາ ຄະນະຄູຝຶກ
ແລະ ນັກກິລາ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບຜົນຮ້າຍຂອງການລ໋ອກຜົນການແຂ່ງຂັນ,
ພຶດຕິກຳ ທີ່ຖືວ່າເປັນການລັອກຜົນການແຂ່ງຂັນ. ສຳລັບການລົ້ມກິລາຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍ
ກິລາ ແລະ ກາຍຍະກໍາ, ສະບັບເລກທີ 29/ສພຊ, ລົງວັນທີ 25 ພະຈິກ 2019. ມ110: ການລົ້ມກິລາແມ່ນການຕົກລົງກັນໄວ້ລ່ວງໜ້າກ່ຽວກັບຜົນຂອງການແຂ່ງຂັນ
ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ລວມມີນັກກິລາ, ຄູຝຶກ, ກໍາມະການຕັດສິນ ແລະ ບຸກຄົນອື່ນ
ຊຶ່ງເປັນການທໍາລາຍກຽດສັກສີ, ຊື່ສຽງຂອງວົງການກິລາ ແລະ
ປະເທດຊາດ.
ບຸກຄົນ, ນິຕິບຸກຄົນໃດ
ໂດຍເຈດຕະນາ ຫາກໄດ້ສະເໜີໃຫ້: ເອົາໃຫ້ ຫຼື ສັນຍາວ່າຈະໃຫ້, ຮັບເອົາ,
ທວງເອົາ, ຂໍເອົາ, ຫຼື
ຕົກລົງຮັບເອົາ ເງິນ, ຊັບສິ່ງຂອງ, ຫຼື
ຜົນປະໂຫຍດໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອລົ້ມກິລາ
ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາໃນສະຖານໃຫ້ສິນບົນ
ຫຼື ການຮັບຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຊຶ່ງມີໂທດຕັດອິດສາລະພາບສູງສຸດແມ່ນຕະຫຼອດຊີວິດ.
ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ
ແລະ ບັນດານັກກິລາທຸກທ່ານເປັນເຈົ້າການໃນການສະກັດກັ້ນ, ປະຕິເສດ ແລະ
ລາຍງານຂໍ້ມູນການລົ້ມບານ
ເພາະການລົ້ມບານນີ້ປຽບດັ່ງເປັນກັບການປຸ້ນຊາດດ້ວຍການປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ
ຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.
ບັນດາທ່ານ ທ່ານສາມາດລາຍງານການລັອກຜົນບານ
ຫຼື ການລົ້ມບານຫາໜ່ວຍງານສະກັດກັ້ນການ. ຊຶ່ງຂໍ້ມູນທີ່ທ່ານສົ່ງ
ຈະຖືກຮັກສາໄວ້ເປັນຄວາມລັບສູງສຸດ. ທ່ານສາມາດສົ່ງຫາພວກເຮົາຕາມຊ່ອງທາງດັ່ງນີ້:
- ທາງອີເມລທີ່: [email protected].
- ທາງເວັບໄຊ້ https://laoff.org.la/la. ເຂົ້າໄປທີ່ “ໜ່ວຍງານສະກັດກັ້ນການລົ້ມບານ”.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ
ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ
ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023, ໂດຍມີທັງຫມົດ 10 ປະເທດ
ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ
ແລະ ມຽນມາ
- ກຸ່ມ B : ຕີມໍເລສເຕ, ມາເລເຊຍ
ແລະ ອິນໂດເນເຊຍ
- ກຸ່ມ C : ຫວຽດນາມ, ຟີລິບປິນ
ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 18/08/2023
ເວລາ 16:00 ຟີລິບປີນ
ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
- ວັນທີ 20/08/2023
ເວລາ 16:00 ລາວ
ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL
STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ
2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ
3 ແມ່ນ
ຈະແຂ່ງຂັນວັນທີ 26 ສິງຫາ 2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ
ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ສະຫວັນ ຢູໄນເຕັດຂຶ້ນເປັນທີມນຳການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ຍັງເຫລືອການແຂ່ງຂັນ 1 ນັດ
ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 9 ຮອບຂາກັບ ໃນອາທິດຜ່ານມາ
ວັນເສົາ 05
ສິງຫາ 2023 ລີລາວະດີ ສອງຄອນ ຊິຕີ້ ເສຍໃຫ້ ໂພໄຊນ້ອຍ 1-2, ອານັນ ອາໄຫຼ່ ເສຍໃຫ້ ດາຣກວູຟ ຢູໄນເຕັດ 1-2 ແລະ ວັນອາທິດ 06 ສິງຫາ 2023 ສະຫວັນ ຢູໄນເຕັດ ຊະນະ ໄຮຢີນ້າ 6-1.
ສະຫລຸບ ຕາຕະລາງ ຄະແນນ
ລາວລີກ 2
ແຂວງສະຫວັນນະເຂດ
ສະຖານະການໃນປັດຈຸບັນ ສະຫວັນ ຢູໄນເຕັດ ແຊງ ອານັນ ອາໄຫລ່ ຂຶ້ນມາຢູ່ອັນດັບ 1ຄື
ລົງສະໜາມ 9
ນັດ
ຊະນະ 6
ນັດ
ສະເໝີ 2
ນັດ
ເສຍ 1
ນັດ
ມີ 20ຄະແນນ,ຖ້າຫາກນັດສຸດທ້າຍສາມາດເອົາຊະນະໄດ້ກໍເປັນແຊ້ມທັນທີ.ອັນດັບ 2 ອານັນ ອາໄຫລ່ ລົງສະໜາມ 9 ນັດ ຊະນະ 6 ນັດ ສະເໝີ 1 ນັດ ເສຍ 2 ນັດ ມີ 19ຄະແນນ, ອັນດັບ 3 ດາຣກວູຟ ລົງສະໜາມ 9 ນັດ ຊະນະ 4ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 13 ຄະແນນ,ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 9 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 4 ນັດ ມີ 11 ຄະແນນ, ອັນດັບ 5 ລີລາວະດີ ສອງຄອນ ລົງສະໜາມ
9 ນັດ ຊະນະ 2 ນັດ ສະເໝີ3 ນັດ ເສຍ 4 ນັດ ມີ 9 ຄະແນນ, ແລະ ອັນດັບ ສຸດທ້າຍ
ໄຮຢີນ້າ ລົງສະໜາມ 9
ນັດ
ຊະນະ 1
ນັດ
ສະເໝີ 1
ນັດ
ເສຍ 7
ນັດ ມີ 4 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນໃນອາທິດນີ້ ວັນເສົາ 12 ສິງຫາ 2023 ເວລ 15:00 ລີລາວະດີ ສອງຄອນ ພົບ ດາຣກວູຟ ຢູໄນເຕັດ ແລະ ວັນອາທິດ 13 ສິງຫາ 2023 ເວລາ 13:30 ອານັນ ອາໄຫລ່ ພົບ ໄຮຢີນ້າ ແລະ ເວລາ 16:00
ສະຫວັນ ຢູໄນເຕັດ ພົບ ໂພໄຊນ້ອຍ. ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີພິທີມອບຂັນລາງວັນຕ່າງໆ
ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ( Free) ແລະ
ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.

ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນ U15
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກອງປະຊຸມເຕັກນິກການແຂ່ງຂັນກິລາບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ15ປີ
ຫຼື U15 ໄດ້ຈັດຂຶ້ນຕອນເຊົ້າ ວັນຈັນ 07 ສິງຫາ 2023
ຢູ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານກອງປະຊຸມຂອງທ່ານ ຈັນທະວົງ
ສິລິມະໂນທຳ ຮອງເລຂາທິການ ສຕລ,ໂດຍມີທ່ານ ສັນຕິກອນ ແສງດາລາ
ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະຜູ້ຕາງຫນ້າບັນດາສະໂມສອນກິລາບານ
ເຕະເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ການແຂ່ງຂັນບານເຕະເຍົາວະຊົນ
U15 ຊີງຂັນ ສຕລ ປະຈຳປີ 2023 (LFF U-15 CHAMPIONSHIP
2023) ທີ່ຈະເລີ່ມແຂ່ງຂັນລະຫວ່າງວັນທີ
8 ສິງຫາ ຫາ 2 ກັນ ຍາ 2023 ເຊິ່ງກຳນົດເອົາ 8 ສະໂມສອນທີ່ໄດ້ເຂົ້າຮ່ວມແຂ່ງຂັນເຕະບານລີກສູງສຸດຂອງປະເທດມາແຂ່ງຂັນກັນ
ປະ ກອບມີ ເອສະຣາ , ຊ້າງນ້ອຍ , ມາສເຕີ ເຊເວັ້ນ , ກອງທັບ , ນໍ້າທາ , ຫຼວງພະບາງ ແລະ ວຽງຈັນ , ໂດຍຈະແຂ່ງຂັນພົບກັນໝົດ
ຄັດເລືອກເອົາອັນດັບທີ 1, ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຜ່ານເຂົ້າຮອບຮອງຊະນະເລີດ
ພ້ອມທັງຈົກສະຫຼາກປະກົບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ.
ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3, ການແຂ່ງຂັນແມ່ນຈະແຂ່ງຂັນທັງຫມົດ 80 ນາທີ ໂດຍແບ່ງອອກເປັນ 2 ຕັ້ງ , ຕັ້ງລະ 40 ນາທີ.
ສຳລັບຕາຕະລາງ
ການແຂ່ງຂັນໃນນັດທຳອິດ ຈະມີຂຶ້ນໃນວັນທີ 08 ສິງຫາ 2023
- ເວລາ
15:30 ຈຳປາສັກ ພົບ ນ້ຳທາ
ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 1
- ເວລາ 15:30 ຊ້າງນ້ອຍ ພົບ ວຽງຈັນ
ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 2
- ເວລາ
18:30 ຫຼວງພະບາງ ພົບ
ກອງທັບ ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລ ສະຫນາມ 1
- ເວລາ
18:30 ເອສະຣາ ພົບ
ມາສເຕີ້ ເຊເວັ້ນ ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມຂອງ ສຕລສະຫນາມ 2
ທ່ານສາມາດໄປຊົມ
ແລະ ເຊຍ ຕິດຂອບສະຫນາມທີມທີ່ຕົນເອງມັກໄດ້, ເຂົ້າຊົມບໍ່ເສຍຄ່າ(Free) ແລະ ສາມາດຮັບຊົມ
ການຖ່າຍທອດສົດໄດ້ທີ່ ເພສເຟສບຸກ LFF U-15Championship ແລະ Youtube LAOFFTV LAOFF
TV ສະຫະພັນບານເຕະແຫ່ງຊາດລາວ.

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15ປີ(U15 ) ແລະ ຮຸ່ນອາຍຸບໍ່ເກີນ18ປີ(U18 )ປະຈໍາປີ 2023ຂື້ນໃນຕອນບ່າຍວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 34 ຄົນ.
ໃນໂອກາດນີ້ ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການ
ອົບຮົມຄັ້ງນີ້ ແລະ ອວຍພອນໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມຈົ່ງຕັ້ງໃຈນຳເອົາຄວາມຮູ້ທີໄດ້ຮຽນມາໄປຈັດຕັ້ງປະຕິບັດວຽກງານກໍາມະການຕັດສິນໃນສະໜາມກິລາຕົວຈິງດ້ວຍຜົນສໍາເລັດ.
ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 2-4 ສິງຫາ 2023,ເຊິ່ງໄດ້ມີການຮຽນຮູ້ແລະທົດສອບທາງທິດສະດີ ແລະ ວິເຄາະວີດີໂອໃນການໃຫ້ບັດເຫຼືອງບັດແດງ, ພິເສດນັກຝຶກອົບຮົມທີ່ເຂົ້າຮ່ວມ ແມ່ນໄດ້ ຜ່ານການທົດສອບພາລະກໍາລັງກ່ອນຈຶ່ງຈະເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.
ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມກຽມພ້ອມຂອງກຳມະການຕັດສິນໃນການຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້.

ບຸກຄະລາກອນສຕລຈົບຫລັກສູດການບໍລິຫານບານເຕະ ຂອງສະຫະພັນບານເຕະອາຊີ
ເມື່ອເວົ້າເຖິງວຽກງານການພັດທະນາບຸກຄະລາກອນ ໃນແຕ່ລະປີ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສົ່ງພະນັກງານຈາກສຕລ ເຂົ້າຮວ່ມຝຶກອົບໃນຫລາຍວຽກງານທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະເປັນວຽກງານຈັດການແຂ່ງຂັນ, ວຽກງານກຳມະການຕັດສິນ, ວຽກງານເຕັກນິກ - ວິທະຍາ, ວຽກງານສື່ມວນຊົນ-ການຕະຫລາດ ແລະ ວຽກງານອື່ນໆທີປິ່ນອ້ອມ.
ສະເພາະໃນວັນທີ 31ກໍລະກົດ 2023ຜ່ານມາ,ສະຫະພັນບານເຕະອາຊີ
ໄດ້ມີພິທີປິດ
‘’ ຫລັກສູດການບໍລິຫານບານເຕະຂອງສະຫະພັນບານເຕະອາຊີ (The AFC
Football Management Certificate, Edition 4 (AFC FMC)’’ ໃນຮູບແບບອອນລາຍ ,ເຊິ່ງ ສຕລໄດ້ສົ່ງບຸກຄະລາກອນ 1 ທ່ານ
ຄື: ທ່ານ ນີຕ້າ
ທັດສະນີທອນ ພະນັກງານວິຊາການ
ຈາກພະແນກຈັດການແຂ່ງຂັນເຂົ້າຮວ່ມຮຽນໃນຫລັກສູດດັ່ງກ່າວ.
ທ່ານນິຕ້າ ທັດສະນີທອນ(ຕ້າ)ໄດ້ກ່າວວ່າ:ສຳລັບເງື່ອນໄຂຂອງຜູ້ຈະເຂົ້າຮວ່ມການຮຽນໃນຫຼັກສູດນີ້,ສະຫະພັນບານເຕະອາຊີໄດ້ກຳນົດໄວ້ຄືກ່ອນອື່ນໝົດຕ້ອງໄດ້ເຮັດວຽກຢູ່
ສຕລຢ່າງໜ້ອຍເປັນເວລາ1ປີຂື້ນໄປຈື່ງສາມາດສະໝັກຮຽນໄດ້.ຜູ້ສະໝັກຕ້ອງໄດ້ປະກອບເອກະສານຕ່າງໆກ່ຽວກັບປະສົບການເຮັດວຽກ
ແລະ ລະດັບຈົບການສຶກສາແລະຕ້ອງຮູ້ພາສາອັງກິດໃນລະດັບດີ ເພື່ອສົ່ງໃຫ້ສະຫະພັນບານເຕະອາຊີ
ພິຈາລະນາໃນຂັ້ນຕົ້ນ.ພ້ອມນັ້ນ,ກ່ອນຈະໄດ້ເຂົ້າຮຽນແມ່ນຕ້ອງໄດ້ຜ່ານຮອບສຳພາດແລະຖ້າສຳພາດຜ່ານຈື່ງສາມາດຮຽນກ່ຽວກັບການບໍລິຫານບານເຕະຂັ້ນພື້ນຖານຂອງສະຫະພັນບານເຕະ
ອາຊີ ໄດ້ໃນຂັ້ນຕໍ່ໄປ.ສຳລັບການຮຽນ AFC FMC ແມ່ນໃຊ້ເວລາຮຽນທັງຫມົດ 5 ເດືອນ ແລະ ມີທັງຫມົດ 9 ຫົວຂໍ້ຫຼັກຄື:ໂຄງຮ່າງການຈັດຕັ້ງຂອງບານເຕະໂລກ,ການຄຸ້ມຄອງຍຸດທະສາດໃນວຽກງານກິລາບານເຕະ,ການຄຸ້ມຄອງທາງດ້ານການເງິນ,ການສ້າງລາຍໄດ້,ວຽກງານສື່ມວນຊົນ
ແລະການສື່ສານ,ການບໍລິຫານຈັດການ,ການຄຸ້ມຄອງການດໍາເນີນງານ,ການຄຸ້ມຄອງຊັບພະຍາກອນມະນຸດແລະການປົກປ້ອງເດັກ.
ໃນການຮຽນ ຈໍານວນ 9 ຫົວຂໍ້ແມ່ນຮຽນແບບທາງໄກ(ອອນລາຍ)
ເຊີ່ງຕ້ອງໄດ້ມີການເບີ່ງວິດີໂອ ແລະ ເສັງກ່ອນຈະເລີ່ມຮຽນແຕ່ລະຫົວຂໍ້, ການຮຽນແມ່ນຈໍານວນ 5ມື້ຕໍ່ 1ຫົວຂໍ້
ໂດຍມີຜູ້ຊ່ຽວຊານແຕ່ລະຫົວຂໍ້ມາຝຶກສອນ ແລະ ໃຫ້ຄວາມຮູ້ລົງເລິກກ່ຽວກັບວິຊາສະເພາະ.
ເມື່ອໄດ້ມີການຮຽນແຕ່ລະຫົວຂໍ້ແລ້ວ ໄດ້ມີການເຮັດວຽກຮ່ວມກັນເປັນກຸ່ມ ແລະ ມີການເສັງສຳລັບບຸກຄົນ.
ກ່ອນຈົບການສືກສາAFC FMC ນັກຮຽນແຕ່ລະຄົນແມ່ນຕ້ອງໄດ້ຂຽນບົດໂຄງການທຸລະກິດນັກສຶກສາ(Student
Business Project) ແລະ ໄດ້ປ້ອງກັນບົດກ່ອນຈົບການສຶກສາ.
ສໍາລັບການຮຽນແມ່ນໃຊ້ໄລຍະເວລາແຕ່ວັນທີ 14 ຕຸລາ 2022 ຫາ 31 ກໍລະກົດ 2023.
ປະຫວັດຂອງທ່ານນິຕ້າ ໃນການກ້າວເຂົ້າມາສູ່ວົງການບານເຕະ
ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:
- ປີ2015-2018:
ສຶກສາຮໍ່າຮຽນພາສາອັງກິດ ຢູ່ທີ່ ສະຖາບັນລາວ-ອາເມລິກາ
-ປີ2017-2020: ສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ພາກພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ
- ປີ2018: ເປັນຄະນະນຳທີມສະໂມສອນບານເຕະລາວ-ທ໊ອບ ເຂົ້າຮ່ວມການແຂ່ງຂັນຄອມມານໂດ
ລາວລີກ2,
ສຕລ
-ປີ 2019: ສຳເລັດການສຶກສາຊັ້ນສູງພາກພາສາອັງກິດ ຢູ່ທີ່ວິທະຍາໄລ
ລາວ-ທ໊ອບ
- ປີ2019: ເປັນນັກກິລາຂອງສະໂມສອນບານເຕະຊ້າງນ້ອຍ
ເຂົ້າຮ່ວມການແຂ່ງຂັນບານເຕະຄອມມານໂດ ລາວລີກ2, ສຕລ
- ປີ2019: ເລີ່ມກ້າວເຂົ້າສູ່ການເປັນອາສາສະໝັກແລະຜູ້ປະສານງານຂອງສຕລໃນລາຍການ
AFC
U-16 Championship 2019 Qualifiers.
- ປີ2020: ເປັນຄະນະນຳທີມ ແລະ
ຜູ້ຊ່ວຍຜູ້ຈັດການທີມຂອງສະໂມສອນບານເຕະຊ້າງນ້ອຍ ໃນລາຍການແຂ່ງຂັນບານເຕະ ລາວລີກ1, ເຂົ້າຮ່ວມການຝຶກອົບຮົມຂອງ ສຕລ ກ່ຽວກັບຜູ້ຄວບຄຸມການແຂ່ງຂັນ
ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ
ຄອມມານໂດ ລາວລີກ2, ສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ The 45th
Lao National Day’s Football Championship.
- ປີ2021: ເລີ່ມຕົ້ນເສັ້ນທາງໃນການກ້າວເຂົ້າມາສູ່ການເຮັດວຽກຢູ່ທີ່
ພະແນກຈັດການແຂ່ງຂັນຂອງສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ
ລາວລີກ1,
ເປັນຜູ້ຈັດການທີມຊາດບານເຕະຍິງ(ຊຸດໃຫຍ່)
ເຂົ້າຮ່ວມແຂ່ງຂັນບານເຕະ AFC Women’s Asian
Cup India 2022, ຢູ່ທີ່ປະເທດ ບາເຣນ, ເຂົ້າຮ່ວມຝຶກອົບຮົມແບບທາງໄກ
ກ່ຽວກັບວຽກງານຈັດການແຂ່ງຂັນ, ຜູ້ປະສານງານການແຂ່ງຂັນ ຂອງສະຫະພັນບານເຕະອາຊີ.
- ປີ2022: ເປັນຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ
ໃນລາຍການແຂ່ງຂັນບານເຕະ Lao League1, Lao League2, LFF Cup, Futsal League,
Youth League, National Football Championship, ເປັນຜູ້ປະສານງານການແຂ່ງຂັນໃນລາຍການ AFC U20
Asian Cup Uzbekistan 2023 Qualifiers (Group C)
- ປີ2023: ເປັນຜູ້ຄວບຄຸມການແຂ່ງຂັນບານເຕະ ລາວລີກ1 ແລະ ເປັນຜູ້ປະສານງານກ່ຽວກັບການຈັດການແຂ່ງຂັນບານເຕະ ລາວລີກ2.
- ປັດຈຸບັນ:
ເປັນຜູ້ຈັດການທີມຊາດລາວ ບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23ປີ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນບານເຕະ AFF U23
Championship 2023 Thailand.
ທ່ານນິຕ້າ ໄດ້ສະແດງຄວາມຂອບໃຈມາຍັງການນຳສຕລ
ທີ່ໄດ້ໃຫ້ໂອກາດໃນການຮຽນຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະອາຊີໃນຄັ້ງນີ້ (The AFC
Football Management Certificate, Edition 4 (AFC FMC)ແລະພ້ອມຈະນຳເອົາຄວາມຮູ້ໃນການຮຽນເພື່ອພັດທະນາວຽກງານບານເຕະລາວໃຫ້ພັດທະນາຂຶ້ນເລື້ອຍໆ.
ສຳລັບຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະ ອາຊີ The AFC
Football Management Certificate, (AFC FMC ) ແມ່ນມີພະນັກງານຈາກ ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຮຽນແລ້ວ 2 ທ່ານ ເຊິ່ງ ທ່ານ ນິຕ້າ ທັດສະນີທອນ ແມ່ນເປັນຜູ້ທີ່ 3 ຈາກ
ສະຫະພັນບານເຕະແຫ່ງຊາດລາວ ສຳເລັດ ຫລັກສູດດັ່ງກ່າວນີ້.

ປກຊແຂວງເປັນທີມນຳອັນດັບໜຶ່ງແລະເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນ
ການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມ່ວນໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ
03
ມິຖຸນາ 2023 ແລະຜ່ານການແຂ່ງຂັນມາໄດ້
7 ອາທິດ,ຜົນປະກົດວ່າທິມບານເຕະປກຊແຂວງຄຳມ່ວນມີຜົນງານດີເດ່ນເປັນອັນດັບໜຶ່ງຄືລົງສະຫນາມ
7 ນັດ ຊະນະ 6 ນັດ ສະເຫມີ 1 ຍິງໄດ້ 25 ປະຕູ ເສຍພຽງ 2 ປະຕູ ມີ 19 ຄະແນນ,ເຖິງຈະເຫຼືອການແຂ່ງຂັນອີກ3ນັດ,ແຕ່ມີຄະແນນສະສົມເປັນອັນດັບໜຶ່ງຈິ່ງຢັ້ງຢືນໄດ້ວ່າທິມບານເຕະປກຊແຂວງເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນຢ່າງແນ່ນອນແລ້ວ.
ສວ່ນອັນດັບ2ເປັນຂອງທິມ ປກສ
ລົງສະຫນາມ 7 ນັດ ຊະນະ 3 ນັດ
ສະເຫມີ 3 ນັດ ເສຍ 1
ນັດ ມີ 12 ຄະແນນ, ອັນດັບ
3 ເທບສີໄຮ ລົງສະຫນາມ 7 ນັດ
ຊະນະ 3 ນັດ,ສະເໝີ1ນັດ, ເສຍ 3
ນັດ ມີ 10 ຄະແນນ, ອັນດັບ
4 ລູກຫມູ ລົງສະຫນາມ 7 ນັດ ຊະນະ 2
ນັດ, ສະເຫມີ 3 ນັດ
ເສຍ 2 ນັດ ມີ 9 ຄະແນນ, ອັນດັບ 5 ເລັກຕ້າ ລົງສະຫນາມ 7 ນັດ ຊະນະ 1 ນັດ ສະເຫມີ 4 ນັດ ເສຍ 2 ນັດ
ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ບໍ່ໂພນຕິ້ວ ລົງສະຫນາມ
7 ນັດ ເສຍ 4 ນັດ ມີ 0 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ ວັນທີ 31 ກໍລະກົດ 2023 ເວລາ 15:00ມ ເທບສີໄຮ ພົບ ເລັກຕ້າ, ວັນທີ 02 ສິງຫາ 2023 ເວລາ
15:00 ປກສ ແຂວງຄຳມ່ວນ ພົບ ລູກຫມູ ແລະ ວັນທີ 4 ສິງຫາ 2023 ເລັກຕ້າ ພົບ ບໍ່ໂພນຕິ້ວ
ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຄຳມ່ວນ.

ສະໂມສອນ ຫນອງບົວ ຈາກໄທລີກ 2 ປະເທດໄທ ເອົາຊະນະ ທີມຊາດລາວU23 1-0

ສະໂມສອນ ລຳປາງ FC ຈາກໄທລີກ 2 ປະເທດໄທ ເອົາຊະນະ ທີມຊາດລາວU23 2-0

ບານໂລກ2026 ຮອບຄັດເລືອກ ທີມຊາດລາວ ພົບ ທີມຊາດເນປານ
ວັນທີ 27 ກໍລະກົດ 2023 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1)ໂດຍຜົນການຈັບສະຫລາກ ທີມຊາດ ເນປານ ພົບ ທີມຊາດລາວ.ສວ່ນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ ແລະ 17 ຕຸລາ 2023 ນີ້.
ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2.
ຖ້າຫາກ ລາວ ຫລື ເນປານ ທີມໃດຊະນະ ແມ່ນຈະຜ່ານເຂົ້າສູ່ຮອບທີ 2 ເຊິ່ງຜົນການຈັບສະຫລາກແມ່ນ ຢູ່ຮ່ວມກຸ່ມ H ສະຫະລັດ ອາຣັບ ເອມມີເລດ, ບາເຣນ, ເຢເມນ ຫລື ສີລັງກາ.

ບໍລິສັດວັນນະແສງຂຶ້ນເປັນທີມນຳຄະແນນລາວລີກ 2 ແຂວງບໍລິຄຳໄຊ
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງບໍລິຄຳໄຊ ໃນອາທິດທີ 6 ຜ່ານມາ
ເມືອງບໍລິຄັນ ສະເຫມີ ທະຫານແຂວງ
3-3, ບໍລິຄຳໄຊ ສະເຫມີ ສະມາຄົມເຂີຍຫຼັກ
4 2-2 ແລະ ບໍລິສັດ ວັນນະແສງເອົາຊະນະໂຈ - ເຈ ຟາມ 2-0. ສະຫລຸບຕາຕະລາງ ຄະແນນ
ການແຂ່ງຂັນບານເຕະ
ລາວລີກ 2 ແຂວງບໍລິຄຳໄຊ ອັນດັບ 1 ບໍລິສັດ ວັນນະແສງ ລົງສະຫນາມ 6 ນັດ
ຊະນະ 5 ນັດ
ສະເຫມີ 1 ນັດ
ມີ 16 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 6 ນັດ
ຊະນະ 4 ນັດ
ສະເຫມີ 2 ນັດ
ມີ 14 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເໝີ 2 ນັດມີ 8 ຄະແນນ, ອັນດັບ 4 ໂຈ-ຈາມ
ຟາມ ລົງສະຫນາມ 6 ນັດ
ຊະນະ 2 ນັດ
ສະເຫມີ 1 ນັດ
ເສຍ 3 ນັດ ມີ 7 ຄະແນນ, ອັນດັບ 5 ສະມາຄົມ ເຂີຍຫຼັກ 4 ລົງສະຫນາມ 6 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 4 ຄະແນນ ແລະ ອັນດັບ
ສຸດທ້າຍ ເມືອງບໍລິຄັນ
ລົງສະຫນາມ 6 ນັດ ສະເຫມີ 1 ນັດ ເສຍ 5 ນັດ
ມີ 1 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນໃນອາທິດທີ 7 ແຂ່ງຂັນວັນເສົາ 29 ກໍລະກົດ 2023 ເວລາ 09:00ມ ບໍລິຄຳໄຊ ພົບ ໂຈ - ເຈ
ຟາມ, ເວລາ 13:00ມ ທະຫານແຂວງ ພົບ ບໍລິສັດ ວັນນະແສງ ແລະ ເວລາ 15:00ມ ບໍລິຄັນ ພົບ ສະມາຄົມເຂີຍຫຼັກ 4 ທຸກໆຄູ່ແຂ່ງຂັນຢູ່ທີ່ສະຫນາມກິລາ ມສ
ສີທ່ານາໄຊ ສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free) ຫລື ຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກ Bolikhamxay League 2.