
ປກສ ແຂວງຂຶ້ນເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ ໃນອາທິດທີ 5 ທີ່ຜ່ານມາ ເອັມເອສສະປອດສະເຫມີ ເດີຄິງ ອີໂວ້ 0-0, ນ້ຳທາ ສະເຫມີ ປກສ ແຂວງ 2-2 ແລະ ທະຫານແຂວງສະເໝີເມືອງສິງ1-1.
ສະຫລຸບຕາຕະລາງ ຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ອັນດັບ 1 ປກສ ແຂວງ ລົງສະຫນາມ 5 ນັດ ຊະນະ 4 ນັດ ສະເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 2 ນ້ຳທາ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 8 ຄະແນນ, ອັນດັບ 3 ເດີຄິງອີໂວ້ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 4 ເອັມເອສສະປອດລົງສະຫນາມ 5 ນັດ ຊະນະ 1 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 6 ຄະແນນ, ອັນດັບ 5 ທະຫານແຂວງ ລົງສະຫນາມ 5 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 5 ຄະແນນ ແລະ ອັນດັບ ສຸດທ້າຍ ເມືອງສິງ ລົງສະຫນາມ 5 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 1 ຄະແນນ.
ໃນຂະນະທີ່ຜູ້ຍິງປະຕູສູງສຸດ ອັນດັບ 1 ແມ່ນເບີ 10 ບຸນຄຳ ອຸ່ນລະສິດ ຈາກ ນ້ຳທາ ຍິງໄດ້ 8 ປະຕູ, ອັນດັບ 2 ເບີ 7 ສຸພາທອງ ພອນສາລີ ຈາກ ປກສ ແຂວງ ຍິງໄດ້ 4 ປະຕູ, ອັນດັບ 3 ມີ 2 ຄົນ ເບີ 10 ສຸກແກ້ວສັກ ຈາກ ເອັມເອສສະປອດ ແລະ ເບີ 77 ສິງທາ ຈາກ ເມືອງສິງ ຍິງໄດ້ 3 ປະຕູ.
ສຳລັບຕາຕະລາງ ການແຂ່ງຂັນໃນຮອບຂາກັບ ຈະມີຂຶ້ນວັນທີ 28 ກໍລະກົດ 2023 ເວລາ 16:00ມ ເອັມເອສສະປອດ ພົບ ເມືອງສິງ, ວັນທີ 29 ກໍລະກົດ 2023 ເວລາ 09:00ມ ປກສ ແຂວງ ພົບ ເດີຄິງອີໂວ້, ເວລາ 16:00ມ ທະຫານແຂວງ ພົບ ນ້ຳທາ ທຸກໆຄູ່ແມ່ນແຂ່ງຂັນຢູ່ສະຫນາມກິລາແຂວງຫຼວງນ້ຳທາ ສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free) ຫລື ຮັບຊົມການຖ່າຍທອດສົດຜ່ານທາງເຟສບຸກ LUANGNAMTHA LEAGUE.

ຄະນະນຳ ສຕລ ໂອ້ລົມນັກກິລາທີມຊາດລາວU23 ກ່ອນອອກເດີນທາງຝຶກຊ້ອມທີ່ໄທ
ທ່ານ
ຄຳໄພ່ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)
ທັງເປັນຄະນະນຳທີມຊາດລາວU23ໄດ້ໂອ້ລົມຕໍ່ຄະນະຄູຝຶກ,ນັກກິລາ ທີມຊາດລາວU23ໃນວັນທີ 25 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມສູນຝຶກ
ສະຫນາມກິລາແຫ່ງຊາດຫຼັກ 16,ກ່ອນເດີນທາງໄປຝຶກຊ້ອມຢູ່ແຂວງຫນອງບົວລຳພູ,ມະຫາສາລະຄາມ
ແລະຂອນແກ່ນປະເທດໄທລະຫວ່າງວັນທີ 26 ກໍລະກົດ ຫາ 04 ສິງຫາ 2023.
ໃນການໂອ້ລົມທ່ານ
ຄຳໄພ່ ປຣະເສີດໄດ້ແນະນຳໃຫ້ນັກກິລາສຸມສະຕິປັນຍາ,ກຳລັງວັງຊາເຂົ້າໃນການຝຶກຊ້ອມຄັ້ງນີ້ໃຫ້ມີຄວາມກຽມພ້ອມເຂົ້້າສູ່ການແຂ່ງຂັນ100%ແລະຮຽກຮ້ອງໃຫ້ບັນດານັກກິລາຈົ່ງມີຄວາມສາມັກຄີ,ນັບຖືກົດລະບຽບໃນເວລາເກັບຕົວຝຶກຊ້ອມ ແລະ ຕັ້ງໃຈໃນການຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມ
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ແຂວງຣະຢອງ ປະເທດໄທໃຫ້ໄດ້ຕາມຈຸດປະສົງແລະແຜນການທີ່ວາງໄວ້.
ສຳລັບລາຍຊື່ນັກກິລາທີ່ຈະເດີນທາງເກັບຕົວຝຶກຊ້ອມຄັ້ງນີ້,ທ່ານ
ອາເຣນ່າ
ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວU23ໄດ້ຄັດເລືອກເອົາ27
ຄົນມີດັ່ງນີ້:
+
ຜູ້ຮັກສາປະຕູ
1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2.
ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3.
ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະເມືອງຫາດ (ລີກ 2 ນະຄອນຫຼວງ)
+ ກອງຫຼັງ
4. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
5.
ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
6.
ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
7.
ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
8. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (ລີກ 2 ນະຄອນຫຼວງ)
9. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (ລີກ 2 ນະຄອນຫຼວງ)
10.
ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ (ລີກ 2 ນະຄອນຫຼວງ)
11.
ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
12. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
13.
ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )
+ ກອງກາງ
14. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
15.
ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
16.
ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
17.
ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
18.
ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
19.
ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງຫນ້າ
20.
ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
21.
ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (
ລີກ 2 ນະຄອນຫຼວງ )
22.
ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ (
ລີກ 2 ນະຄອນຫຼວງ )
23. ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
24. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
25. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
26 ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
27. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ (
ລີກ 2 ນະຄອນຫຼວງ )
ສຳລັບການເດີນທາງຝຶກຊ້ອມ ທີ່ປະເທດໄທ ທີມຊາດລາວU23 ແມ່ນຈະອອກເດີນທາງໃນຕອນເຊົ້າ ວັນພຸດ 26 ກໍລະກົດ 2023.

ສະຖິຕິ ທີມທີ່ເປັນແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ

ສະຖິຕິ ທີມທີ່ເປັນແຊ້ມ ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ

ອານັນ ອາໄຫລ່ເປັນທີມນຳຄະແນນການແຂ່ງຂັນບານເຕະລາວລີກ 2 ແຂວງສະຫວັນນະເຂດ
ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 7 ຮອບຂາກັບ ໃນອາທິດຜ່ານມາ
ວັນເສົາ 22
ກໍລະກົດ 2023 ລີລາວະດີ ສອງຄອນ ເສຍໃຫ້ ສະໂມສອນ ອານັນ ອາໄຫຼ່ 0-4, ໂພໄຊນ້ອຍ ເສຍໃຫ້ ໄຮຢີນ້າ 0-1 ແລະ ວັນອາທິດ 23 ກໍລະກົດ 2023 ດາຣກວູຟ ຢູໄນເຕັດ ເສຍໃຫ້ ສະຫວັນ ຢູໄນເຕັດ 1-4
ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ເປັນຂອງທີມອານັນ ອາໄຫຼ່
ລົງສະໜາມ 7
ນັດ
ຊະນະ 5
ນັດ
ສະເໝີ 1
ນັດ
ເສຍ 1
ນັດ
ມີ 16 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ
7 ນັດ ຊະນະ 4 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 14 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ
7 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 2 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 3 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 7 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 4 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ
ໄຮຢີນ້າ ລົງສະໜາມ 7
ນັດ
ຊະນະ 1 ນັດ
ສະເໝີ 1
ນັດ
ເສຍ 5
ນັດ
ມີ 4 ຄະແນນ. ສຳລັບຕາຕະລາງການແຂ່ງຂັນໃນວັນເສົາ 29 ກໍລະກົດ 2023 ເວລ 13:30 ຮາຢີນ້າ ພົບ ດາຣກວູຟ, ເວລາ 16:00 ສະຫວັນ ຢູໄນເຕັດ ພົບ ລີລາວະດີ ສອງຄອນ ແລະ ວັນອາທິດ 30 ກໍລະກົດ 2023 ເວລາ 15:00 ໂພໄຊນ້ອຍ ພົບ ອານັນ ອາໄຫລ່ ໂດຍທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນ ເຂົ້າຊົມບໍ່ເສຍຄ່າ(Free) ແລະ ສາມາດຕິດຕາມການຖ່າຍທອດສົດໄດ້ທີ່ເພສ ສະຫວັນນະເຂດລີກ 2 - Savannakhet League 2.

ທີມເຮັສບີທີ 941 ນຳໜ້າຄະແນນການແຂ່ງຂັນ ບານເຕະລາວລີກ 2 ນະຄອນຫຼວງວຽງຈັນ ຮອບຂາໄປ
ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາຮອດປັດຈຸບັນແມ່ນໄດ້ດຳເນີນການແຂ່ງຂັນມາໄດ້
13 ນັດ
ເຊິ່ງອາທິດຜ່ານມາ (22-23 ກໍລະກົດ2023) ທີ່ສະໜາມກິລາເຈົ້າອານຸວົງ,ໃນຮອບຂາໄປທີມເຮັສບີທີ 941 ຊະນະ ຄິງດ້ອມ 6-3
ເຮັດໃຫ້ເຮັສບີທີ
941ກາຍເປັນທີມນໍາໜ້າອັນດັບ1ໃນຕາຕະລາງການແຂ່ງຂັນດວ້ຍການລົງສະໜາມ 11 ນັດ
ຊະນະ 9 ນັດ ສະເຫມີ 2 ມີ
29 ຄະແນນ.ໃນຂະນະທີ່ທີມທຣີນີ ເສຍໃຫ້
ເຄພີເອັສ 1-2,
ເອັສອີຊີ ເສຍໃຫ້ ເມືອງຫາດ 2-3, ໄອສະປອດ
ສະເຫມີ ຈັນທະບູລີ 1-1, ຈັນສີ ຊະນະ ເຄເອັສທີ 2-0,
ເອັສທີທີ ຊະນະ ມຊ 3-2.
ສະຫລຸບ ຕາຕະລາງຄະແນນຮອບຂາໄປອັນດັບໜຶ່ງ
ເຮັສບີທີ
941 ລົງສະຫນາມ 11 ນັດ
ຊະນະ 9 ນັດ ສະເຫມີ 2 ມີ
29 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ມີ 25 ຄະແນນ, ອັນດັບ 3 ເມືອງຫາດ
ລົງສະຫນາມ 11 ນັດ ຊະນະ 6 ນັດ
ສະເຫມີ 3 ນັດ ເສຍ 2 ນັດ ມີ 21
ຄະແນນ, ອັນດັບ 4 ໄອສະປອດ
ລົງສະຫນາມ 11 ນັດ ຊະນະ 5 ນັດ
ສະເຫມີ 5 ນັດ ເສຍ 1 ນັດ ມີ 20
ຄະແນນ, ອັນດັບ 5 ເຄເອັມທີ
ລົງສະຫນາມ 11 ນັດ ຊະນະ 5 ນັດ
ສະເຫມີ 3 ນັດ ເສຍ 3 ນັດ ມີ 18
ຄະແນນ, ອັນດັບ 6 ມຊ
ລົງສະຫນາມ 11 ນັດ ຊະນະ 5 ນັດ
ສະເຫມີີ 2 ນັດ ເສຍ 4 ນັດ ມີ 17
ຄະແນນ, ອັນດັບ 7 ເອັສທີທີ
ລົງສະຫນາມ 11 ນັດ ຊະນະ 4 ນັດ
ສະເຫມີ 4 ນັດ ເສຍ 3 ນັດ ມີ 16
ຄະແນນ, ອັນດັບ 8 ຈັນສີ
ລົງສະຫນາມ 11 ນັດ ຊະນະ 3 ນັດ ເສຍ 8
ນັດ ມີ 9 ຄະແນນ, ອັນດັບ 10 ເອັສອີຊີ ລົງສະຫນາມ 11 ນັດ ຊະນະ 1 ນັດ ສະເຫມີ 3
ນັດ ເສຍ 7 ນັດ ມີ 6 ຄະແນນ,
ອັນດັບ 11 ທຣີນີຕີ ລົງສະຫນາມ 11
ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 9 ນັດ ມີ 4 ຄະແນນ
ແລະ ອັນດັບສຸດທ້າຍ ເຄພີເອັສ ລົງສະຫນາມ 11 ນັດ ຊະນະ 1
ນັດ ເສຍ 10 ນັດ ມີ 3 ຄະແນນ.

ສໍາເລັດການອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023
ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສໍາເລັດການຝຶກອົບຮົມຄູຝຶກບານເຕະຟຸດຊໍ
ລະດັບ 1 ປະຈໍາປີ 2023 ໃນຕອນບ່າຍວັນທີ 23 ກໍລະກົດ
2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ
ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram
Moorthy ຫົວຫນ້າພະ ແນກ ເຕັກນິກ
-ວິທະຍາ ສຕລ, ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC , ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ.
ໃນໂອກາດນີ້ ທ່ານ ບຸນຍູ້ ສີສານ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການອົບຮົມຄັ້ງນີ້ແລະຮຽກຮ້ອງໃຫ້ ນັກສໍາມະນາກອນທຸກທ່ານ ພາຍຫຼັງສໍາເລັດການຝຶກອົບຮົມໄປແລ້ວ
ໃຫ້ຕັ້ງໃຈນໍາເອົາບົດຮຽນຄວາມຮູ້ ທີ່ໄດ້ຈາກການ ຮຽນຄັ້ງນີ້ໄປຜັນຂະຫຍາຍວຽກງານດັ່ງກ່າວຢ່າງເປັນຮູບປະທຳໃຫ້ມີຂະບວນການ,
ຊ່ວຍກັນພັດທະນາສັງຄົມ.
ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ
18-23 ກໍລະກົດ 2023,ເຊິ່ງມີນັກສຳມະກອນ ເຂົ້າຮວ່ມ19 ທ່ານໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ,ໃນນັ້ນມີການສອບເສັງ ພາກທິດສະດີແລະພາກປະຕິບັດຕົວຈິງ,ພາກລະ2ຄັ້ງ.

ທິມທະຫານແຂວງຈຳປາສັກ ຄວ້າແຊ້ມການແຂ່ງຂັນບານເຕະລາວລີກ 2
ທິມບານເຕະທະຫານແຂວງຈຳປາສັກ
ຄວ້າແຊ້ມ ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກຊິງຂັນທ່ານເຈົ້າແຂວງປະຈໍາປີ 2023,ເຊິ່ງພິທີມອບຂັນ,ລາງວັນແລະປິດການແຂ່ງຂັນໄດ້ຈັດຂື້ນໃນວັນເສົາທີ22 ກໍລະກົດ 2023 ນີ້ ພາຍຫຼັງການແຂ່ງຂັນໄດ້ດໍາເນີນມາແຕ່ວັນທີ 8 ເມສາ 2023 ທີ່ຜ່ານມາ
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ,ທ່ານ ທ່ານຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ, ບັນດາທ່ານການນໍາຂັ້ນສູງຂອງແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ, ຄະນະຈັດການແຂ່ງຂັນ,
ແຂກຖືກເຊີນ, ນັກກິລາ ແລະ ແຟນບານ ເຂົ້າຮ່ວມຢ່າງຫຼວງຫຼາຍດວ້ຍບັນຍາກາດເບີກ
ບານມວ່ນຊື່ນ.
ສະຫລຸບຜົນການແຂ່ງຂັນມີດັ່ງນີ້:
1. ທະຫານແຂວງຈຳປາສັກ ໄດ້ຮັບຂັນຊະນະເລີດແລະເງີນລາງວັນ
15 ລ້ານກີບ.
2. ລະບຽງພູ ໄດ້ຮັບເງິນ 7 ລ້ານກີບ.
3. ບາຈຽງ ໄດ້ຮັບເງິນ 5 ລ້ານກີບ.
ຂະນະທີ່
ລາງວັນຍິງປະຕູສູງສຸດເປັນຂອງ ທ້າວສີຄູນ ແສງສະຫວ່າງ ນັກກິລາສະໂມສອນກິລາບານເຕະລະບຽງພູ ໂດຍຍິງໄດ້ 13 ປະຕູ ໄດ້ຮັບເງິນລາງວັນ 1 ລ້ານກີບ.

ສະໂມສອນກິລາບານເຕະທະວີໂຊກຊະນະເລີດກິລາບານເຕະລາວລີກ 2

ສະຖາບັນກິລາ-ກາຍຍະກຳທັດສະນະສຶກສາ ແລະ ຢ້ຽມຢາມສຕລ
ວັນທີ 19 ກໍລະກົດ 2022 ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ(ສຕລ),ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລານຳໂດຍທ່ານ ກິ່ງລັດຕະນະ ທອງສະຫມຸດ ຮອງຜູ້ອຳນວຍການສະຖາບັນດັ່ງກ່າວໄດ້ມາທັດສະນະສຶກສາແລະ ຢ້ຽມຢາມສຳນັກງານສຕລ,ໂດຍໄດ້ຮັບການຕ້ອນຮັບຈາກທ່ານຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ.
ທ່ານ ກິ່ງລັດຕະນະ ທອງສະຫມຸດໄດ້ລາຍໃຫ້ຮູ້ວ່າ:ເຂົ້າຮວ່ມໃນການມາຖອດຖອນບົດຮຽນໃນຄັ້ງນີ້ລວມມີຄູອາຈານ ແລະ ນັກສຶກສາ ລວມ30 ທ່ານທີ່ກຳລັງຮຽນປີ 2 ໃນລະບົບປະລິນຍາຕີວິຊາຊີບສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາວິທະຍາສາດການກິລາກ່ຽວກັບຄູຝຶກ, ສຳລັບຈຸດປະສົງໃນການມາຄັ້ງນີ້: 1. ແມ່ນຢາກໄດ້ຄວາມຮູ້ຈາກ ສະຫະພັນບານເຕະແຫງຊາດລາວ, 2. ຄວາມຊຳນິຊຳນານຂອງການເຮັດວຽກແລະ3. ວິທີການນຳໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ.ໃນພິທີຍັງໄດ້ເປີດໂອກາດໃຫ້ກັບນັກສຶກສາຖາມກ່ຽວກັບສຕລໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.
ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມລາຍງານຜົນງານການເຄື່ອນໄຫວຂອງສຕລໄລຍະຜ່ານມາແລະທ່ານໄດ້ກ່າວຕື່ມວ່າ:ໃນອະນາຄົດ ສຕລມີຄວາມຍິນດີທີ່ຈະຈັດການຝຶກອົບຮົມຄູຝຶກ,ກຳມະການຕັດສິນ,ວຽກງານຈັດການແຂ່ງຂັນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບກິລາບານເຕະໃຫ້ກັບສະຖາບັນກິລາ-ກາຍຍະກຳ.ທ່ານ ທະນົງຈິດ ວິລະສັກ ຮອງຫົວຫນ້າພະແນກຈັດການແຂ່ງຂັນກໍໄດ້ເຂົ້າຮວ່ມຕ້ອນຮັບແລະບັນລະຍາຍກະຕິກາແລະລະບຽບການແຂ່ງຂັນບານເຕະໃຫ້ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳ.

ພຸດທະໄຊ ໂຄຈະເລີນ ຍ້າຍຮ່ວມສະໂມສອນທັບຫລວງ ຢູໄນເຕັດ
ວັນທີ 19 ກໍລະກົດ 2023 ເພສເຟສບຸກທາງການຂອງສະໂມສອນ
ທັບຫລວງ ຢູໄນເຕັດ THAP LUANG UNITED ທີມຈາກໄທລີກ 3 ປະເທດໄທໄດ້ລາຍງານຂ່າວການເປີດໂຕນັກກິລາໃຫມ່
‘’ ພຸດທະໄຊ
ໂຄຈະເລີນ ‘’ ອະດີດນັກກິລາທີມຊາດລາວເຂົ້າຮ່ວມທີມ, ເປັນນັກເຕະຄົນລາວຜູ້ທຳອິດທີ່ໄດ້ລົງຫລິ້ນໃຫ້ກັບສະໂມສອນ
ທັບຫລວງ ແລະເປັນໂຄຕ້າອາຊຽນຂອງສະໂມສອນທີ່ຈະສົ່ງຊື່ເຂົ້າຮ່ວມໄທລີກ3ລະດູການ 2023.
ປັດຈຸບັນ, ພຸດທະໄຊ ໂຄຈະເລີນມີອາຍຸ 27 ປີ ເກີດໃນ ວັນທີ 29 ທັນວາ 1995 ທີ່ ບ້ານ ສຸນັນທາ ນະຄອນໄກສອນ
ພົມວິຫານ ແຂວງ ສະຫວັນນະເຂດ ເຄີຍຫລິ້ນໃຫ້ ທີມຊາດລາວມາຫລາຍ
ຊຸດນັບຕັ້ງແຕ່ຊຸດເຍົາວະຊົນຈົນເຖິງ ຊຸດໃຫຍ່ .
ພຸດທະໄຊ ກ່ອນຈະກ້າວເປັນນັກກິລາບານເຕະອາຊີບ,ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ
ເອສະຣາ ແລະຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014.
-
ປີ
2015 ຫລິ້ນໃຫ້ກັບ ສະໂມສອນ
ຮ່ວາງແອ໋ງອັດຕະປື ເອຟຊີ
-
ປີ
2016 ຫລິ້ນໃຫ້ກັບ ສະໂມສອນ
ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມ TOYOTA MEKONG CLUB
CHAMPIONSHIP 2017
-
ປີ
2017 ຫລິ້ນໃຫ້ກັບ ສະໂມສອນ ທິບ
ສະຫວັນ ເອຟຊີ
- ປີ 2018 - 2021 ຫລິ້ນໃຫ້ກັບ
ສະໂມສອນ ນະຄອນປະຖົມປະເທດໄທ
- ປີ 2021 - 2022 ຫລິ້ນໃຫ້ກັບ ສະໂມສອນ
ສະຫມຸດປະການປະເທດໄທ
- ປີ 2023 ຫລິ້ນໃຫ້ກັບ ສະໂມສອນ ເອສະຣາ ສະຫະພັນບານເຕະແຫ່ງຊາດລາວຂໍອວຍພອນໃຫ້ ພຸດທະໄຊ ໂຄຈະເລີນຈົ່ງປະສົບຜົນສຳເລັດໃນການຫລິ້ນກິລາໃຫ້ກັບສະໂມສອນ ທັບຫລວງ ຢູໄນເຕັດ ທີມຈາກໄທລີກ 3 ປະເທດໄທໃນຄັ້ງນີ້ດວ້ຍ.

ເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍລະດັບ1ປະຈໍາປີ 2023 (LFF/AFC FUSAL LEVEL 1 COACHING COURSE 2023)
ສະຫະພັນບານເຕະແຫ່ງຊາດລາວ( ສຕລ)
ຮ່ວມກັບສະຫະພັນບານເຕະອາຊີ( AFC ) ໄດ້ຈັດພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະຟຸດຊໍ ລະດັບ 1 ປະຈໍາປີ 2023 ( LFF/AFC FUSAL LEVEL 1 COACHING COURSE 2023) ຂື້ນໃນຕອນເຊົ້າວັນທີ 18 ກໍລະກົດ 2023 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດພິທີຂອງທ່ານ ດຣ ໄຊຊະນະ ທອງຄຳຈັນ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ເຊິ່ງໃນນັ້ນທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນໃນການຈັດຝຶກອົບຮົມໃນຄັ້ງນີ້ເພື່ອຈຸດປະສົງຍົກລະດັບກິລາບານເຕະຟຸດຊໍຂອງສປປລາວກ້າວສູ່ຄຸນນະພາບສູງຂື້ນເລື້ອຍໆ.ພ້ອມນັ້ນທ່ານດຣ ໄຊຊະນະ ທອງຄຳຈັນຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມຈົ່ງຕັ້ງໃຈຮັບເອົາບົດຮຽນທີ່ຄູຝຶກສິດສອນໃຫ້ໄດ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດປະກອບສວ່ນຊວ່ຍພັດທະນາສະໂມສອນບານເຕະຟຸດຊໍທີ່ຕົນສັງກັດຢູ່ໃຫ້ມີຜົນງານດີເດ່ນຂື້ນ.
ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຫົວໜ້າອະນຸກຳມະການຟຸດຊໍ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ -ວິທະຍາ ສຕລ,
ທ່ານ Chiew Chun Yong ຄູຝຶກຟຸດຊໍຈາກ AFC ,
ພ້ອມດ້ວຍຜູ້ຊ່ວຍຝຶກສອນຈາກ ສຕລ ແລະ ນັກສຳມະກອນຈໍານວນ 19 ທ່ານ ໃນນີ້ເປັນຍິງ 2 ທ່ານ,
7 ທ່ານ ມາຈາກປະເທດໄທ ແລະບັນດາສະໂມສອນບານເຕະຟຸດຊໍທີ່ເຂົ້າຮ່ວມຊິງຂັນປະທານ ສຕລ.
ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 6ວັນ ແຕ່ວັນທີ 18-23 ກໍລະກົດ 2023. ການຝຶກອົບຮົມແມ່ນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ຝຶກແອບຕົວຈິງ ຊຶ່ງຈະມີການສອບເສງພາກທິດສະດີ 2 ຄັ້ງ,
ພາກປະຕິບັດຕົວຈິງ 2ຄັ້ງ.