ຂ່າວສານ

ຊ້າງນ້ອຍ ພົບ ເອສະຣາ, ຈຳປາສັກ ພົບ ນໍ້າທາ ຮອບ 4 ທີມສຸດທ້າຍ LFF U-15 Champions 2023 ວັນທີ 29 ສິງຫາ
26/08/2023
ຜົນການຈັບສະຫຼາກຈັບຄູ່ຮອບຮອງຊະນະເລີດ ພາຍຫຼັງແຂ່ງຄົບ 7 ນັດໃນຮອບຄັດເລືອກ ໃນວັນທີ 26 ສິງຫາ 2023, ຊ້າງນ້ອຍ ທີມອັນດັບ 1 ພົບກັບ ເອຣະສາ ທີມອັນດັບ 4 ຈະແຂ່ງຂັນໃນວັນທີ 29 ສິງຫາ ເວລາ 16:00 ໂມງ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 1, ໃນຮອບຄັກເລືອກ ຊ້າງນ້ອຍ ເອົາຊະນະ ເອສຣາ 5-1. ຂະນະທີ່ ອີກ 1 ຄູ່: ນໍ້າທາ ທີມອັນດັບ 2 ພົບກັບ ຈຳປາສັກ ແຊ້ມເກົ່າ ທີມອັນດັບ 3 ຈະແຂ່ງຂັນໃນວັນທີ 29 ສິງຫາ ເວລາ 16:00 ໂມງ ຢູ່ສະໜາມຫຍ້າທຽມ ສຕລ ສະໜາມ 2, ໃນຮອບຄັກເລືອກ ນ້ໍາທາ ສະເໝີກັບ ຈຳປາສັກ 0-0.
ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳປາສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ, ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.

ທີມຊາດຍິງປະກາດ24ລາຍຊື່ ເຂົ້າຮ່ວມການແຂ່ງຂັນລາຍການ International Women’s Friendly Tournament 2023 ທີ່ປະເທດ ຊາອຸດິອາຣັບບີ
26/08/2023
ທີມຊາດຍິງປະກາດ24ລາຍຊື່ ເຂົ້າຮ່ວມການແຂ່ງຂັນລາຍການ International Women’s Friendly Tournament 2023 ທີ່ປະເທດ ຊາອຸດິອາຣັບບີ ລະຫວ່າງວັນທີ 18-30 ກັນຍາ 2023:
- ຜູ້ຮັກສາປະຕູ:
1. ບັງອອນ ພອນໄຊ ສະໂມສອນ ຊ້າງນ້ອຍ
2. ພັດທະລາວະດີ ສໍໂພທິຣາດແຂວງສະຫວັນນະເຂດ
3. ລີ່ນ້າ ລັດສະໝີ ແຂວງຫຼວງພະບາງ
- ກອງຫຼັງ:
4. ສາຍສະໝອນ ອິນທະພອນ ສະໂມສອນຊ້າງນ້ອຍ
5. ວິລິນທອນ ວົງແສງທອງ ສະໂມສອນ ກອງທັບ
6. ຫຼ້ານ້ອຍ ວົງສິງຄຳ ສະໂມສອນກອງທັບ
7. ທິບປະກອນ ສີວົງລາດ ສະໂມສອນ ເອສະຣາ
8. ວິໄລວັນ ປັນຍານຸວົງ ນະຄອນຫຼວງວຽງຈັນ
9. ກາເຫວົາ ວົງພະຈັນ ສະໂມສອນ ເອສະຣາ
10. ໂບລິ້ງ ຫຼວງຄີລີ ນະຄອນຫຼວງວຽງຈັນ
11. ວິໄລພອນ ແພງຊະນະ ນະຄອນຫຼວງວຽງຈັນ
- ກອງກາງ:
12. ດາລາວອນ ສໍພາບມີໄຊ ສະໂມສອນ ເອສະຣາ
13. ພານິກອນ ວັນນະລາດ ສະໂມສອນ ເອສະຣາ
14. ອານຸຕາ ຈັນທີທອງ ສະໂມສອນ ຊ້າງນ້ອຍ
15. ອິນທິດາ ຄູນສີ ສະໂມສອນ ເອສະຣາ
16. ແສງເດືອນ ພົງໄພລັດ ນະຄອນຫຼວງວຽງຈັນ
17. ສິນລະຄອນ ບຸນມາລີ ແຂວງຫຼວງພະບາງ
18. ພອນທິບ ພົມມະຈັນ ນະຄອນຫຼວງວຽງຈັນ
19. ຄຳຫຼ້າ ແກ້ວມະນີ ສະໂມສອນ ເອສະຣາ
- ກອງໜ້າ
20. ເກມມີ້ ພັດດາລາ ນະຄອນຫຼວງວຽງຈັນ
21. ໃຈຄຳ ໄຊຍະປະເສີດ ນະຄອນຫຼວງວຽງຈັນ
22. ອາພັດສະລາ ຈັນທະວົງໄຊ ສະໂມສອນ ຊ້າງນ້ອຍ
23. ຈິນດາ ສີຫາລາດ ນະຄອນຫຼວງວຽງຈັນ
24. ຫັດລືໄທ ທຳມະວົງສາ ສະໂມສອນ ຈຳປາສັກ
ລາຍການນີ້ມີ6ປະເທດເຂົ້າຮ່ວມແຂ່ງຂັນຄື: ຊາອຸດິອາຣັບບີ (ເຈົ້າພາບ), ເລບານອນ, ປາກິສຖານ, ພູຖານ, ມາເລເຊຍ ແລະ ສປປ ລາວ. ເຊິ່ງການແຂ່ງຂັນຈະແບ່ງອອກເປັນ 2 ກຸ່ມ:
- ກຸ່ມ A: ຊາອຸດິອາຣັບບີ (ເຈົ້າພາບ), ມາເລເຊຍ, ປາກິສຖານ
- ກຸ່ມ B: ເລບານອນ,ບູຖານ ແລະ ສປປ ລາວ
ຕາຕະລາງການແຂ່ງຂັນຮອບແບ່ງກຸ່ມ B:
- ວັນທີ 18 ກັນຍາ 2023: ເວລາ: 21:30 (ຕາມເວລາປະເທດລາວ) ທີມຊາດລາວ ພົບ ທີມຊາດ ເລບານອນ ທີ່ ສະໜາມກິລາ King Fahd Sport city Stadium ( Al Taif)
- ວັນທີ 24 ກັນຍາ 2023 ເວລາ: 21:30 (ຕາມເວລາປະເທດລາວ) ທີມຊາດບູຖານ ພົບ ທີມຊາດລາວ ທີ່ ສະໜາມກິລາ King Fahd Sport city Stadium ( Al Taif)
ການແຂ່ງຂັນຮອບຮອງຊະນະເລີດຈະເປັນການເອົາ ທີ 1 ຂອງກຸ່ມ A ພົບ ທີ 2 ຂອງກຸ່ມ B ແລະ ທີ 1 ຂອງກຸ່ມ B ພົບ ທີ 2 ຂອງກຸ່ມ A ເຊິ່ງການແຂ່ງຂັນແມ່ນ ວັນທີ 27 ກັນຍາ 2023 ທີ ສະໜາມກິລາ King Fahd Sport city Stadium ( Al Taif)
ສຳລັບທີມຊາດຍິງສປປລາວແມ່ນເລີ່ມຝືຶກຊ້ອມແຕ່ ວັນທີ 7 ສິງຫາ 2023 ທີ່ຜ່ານມາຈົນເຖິງປະຈຸບັນ ແລະ ກຳນົດການເດີນທາງ ແມ່ນ ວັນທີ 15 ກັນຍາ 2023.

ສຳເລັດການຝືກອົບຮົມຄູຝືກກິລາບານເຕະລະດັບ “ຊີ” (LFF/AFC ”C” Diploma Coaching Course) 2023
25/08/2023
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ ”C”(LFF/AFC ”C” Diploma Coaching Course) 2023 ຂື້ນໃນຕອນແລງ ວັນທີ 25 ສິງຫາ 2023 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ນາງກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.
ຕະຫລອດໄລຍະການຝຶກອົບຮົມຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.
ການຝຶກອົບຮົມຄັ້ງນີ້ແມ່ນແບ່ງອອກເປັນ 2 ພາກປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມແລະໄດ້ດຳເນີນການຝຶກ 2 ໄລຍະ ນັບຕັ້ງແຕ່ວັນທີ 06-10 ກໍລະກົດ 2023 ແລະ ໄລຍະທີ 2 ວັນທີ 21-25 ສິງຫາ 2023,ໂດຍໄດ້ມີການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ,ທິດສະດີ 2 ຄັ້ງ ແລະສອບເສັງ1ຄັ້ງ),
ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ກັບຜູ້ເຂົ້າຮ່ວມເພື່ອຢັ້ງຢືນໃນການຝຶກອົບຮົມ, ສ່ວນຜົນການສອບເສັງນັ້ນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.
ເຂົ້າຮວ່ມໃນກອງປະຊຸມນີ້ຍັງມີທ່ານ SUNDRAM MOORTHY ຫົວຫນ້າພະແນກເຕັກນິກ- ວິທະຍາ ສຕລ, ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ທີ່ມາຈາກ ສະໂມສອນ ພາຍໃນປະເທດ,ຕ່າງປະເທດ ແລະ ນັກກິລາທີມຊາດລາວ.

HBT 941ຮັກສາສະຖິຕິບໍ່ເສຍໄຊໃນລາວລີກ 2 ນະຄອນຫຼວງວຽງຈັນ
23/08/2023
ການແຂ່ງຂັນເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປະຈຳປີ 2023 ນັດທີ 15 ທ້າຍອາທິດຜ່ານມາ, ຄູ່ໜ້າສົນໃຈ HBT 941 ທີມນຳ ເອົາຊະນະ ເຄພີເອັສ 11-0,ສວ່ນຜົນຄູ່ອື່ນໆ: ໄອສະປອດ ສະເຫມີ ເມືອງຫາດ 0-0, ທຣີນີຕີ ເສຍໃຫ້ ເຄເອັມທີ 0-3, ຈັນທະບູລີ ພົບກັບ ເອັສທີທີ ແມ່ນເລື່ອນການແຂ່ງຂັນ, ຈັນສີ ສະເຫມີ ມຊ ແລະ ຄິງດອມ ຊະນະ ເອັສອີຊີ 3-1. ຕາຕະລາງຄະແນນໃນເວລານີ້ HBT 941 ຍຶດຕຳແໜ່ງທີມນຳບໍ່ເຄີຍເສຍໃຫ້ທິມໃດຕໍ່ໄປ
ລົງສະຫນາມ15 ນັດ ຊະນະ 13 ນັດ ສະເໝີ 2ນັດ ມີ 48 ຄະແນນ, ຮອງລົງມາ ເຄເອັມທີ ລົງສະຫນາມ 15 ນັດ ຊະນະ 8 ນັດ ສະເຫມີ 4 ນັດ ເສຍ
3 ນັດ ມີ 28 ຄະແນນ, ອັນດັບ 4 ຈັນທະບູລີ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ມີ 25
ຄະແນນ, ອັນດັບ 5 ໄອສະປອດ, ອັນດັບ 6 ຄິງດອມ,
ອັນດັບ 7 ເອັສທີທີ, ອັນດັບ 8 ມຊ, ອັນດັບ 9 ຈັນສີ, ອັນດັບ 10 ເອັສອີຊີ, ອັນດັບ 11 ທຣີນີຕີ ແລະ ອັນດັບສຸດທ້າຍ ເຄພີເອັສ.ຂະນະທີຜູ້ຍິງປະຕູສູງສຸດ ອັນດັບ 1 ສຸກສະຫວັນ ໄຊຍະລິນ ຈາກ ເຮັສບີທີ 941 ຍິງໄດ້ 16 ປະຕູ, ອັນດັບ 2 ນິລັນ ຫຼວງສີສົມບັດ ຈາກ ໄອສະປອດ ຍິງໄດ້ 14 ປະຕູ, ສຳລັບ ເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ
ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

ບໍລິສັດຄູນຊັບພັດທະນາການຄ້າເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ
23/08/2023
ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງມາຮອດວັນທີ 23 ສິງຫາ 2023ແມ່ນນັດສຸດທ້າຍແລະເປັນການພົບກັນລະຫວ່າງສະໂມສອນກິລາບານເຕະເມືອງດາກຈຶງພົບກັບສະໂມສອນກິລາບານເຕະແມັດທິວສະປອດ,ທັງສອງທິມແມ່ນລຸ້ນຍາດເອົາອັນດັບທີ2.ໝາຍວ່າສະໂມສອນກິລາບານເຕະບໍລິສັດຄູນຊັບພັດທະນາການຄ້າໄດ້ກາຍເປັນແຊ້ມລາວລີກ 2 ແຂວງເຊກອງຢ່າງແນ່ນອນ,ໂດຍບໍ່ມີຜົນຕໍ່ການແຂ່ງຂັນໃນມື້ນີ້.ການແຂ່ງຂັນບານເຕະລາວລີກ 2 ແຂວງເຊກອງແມ່ນໄດ້ເລີ່ມມາແຕ່ວັນທີ 14 ມິຖຸນາ 2023 ເປັນຕົ້ນມາ ໂດຍມີ 6 ທີມເຂົ້າຮວ່ມປະກອບມີສະໂມສອນກິລາບານເຕະຊຸມຊົນ, ສະໂມສອນກິລາບານເຕະ ເມືອງດາກຈຶງ, ສະໂມສອນກິລາບານເຕະແມັດທິວ ສະປອດ, ສະໂມສອນກິລາບານເຕະ ບໍລິສັດຄູນຊັບພັດທະນາການຄ້າ, ສະໂມສອນກິລາບານເຕະເມືອງທ່າແຕງ ແລະ ສະໂມສອນກິລາບານເຕະ ບ້ານຕິວ.ສຳລັບ,ຕາຕະລາງຄະແນນການແຂ່ງຂັນອັນດັບ 1 ບໍລິສັດຄູນຊັບພັດທະນາການຄ້າ ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 1 ນັດ ເສຍ 1 ນັດ ມີ 22 ຄະແນນ, ອັນດັບ 2 ເມືອງດາກຈຶງ ລົງສະຫນາມ 8 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 14 ຄະແນນ, ອັນດັບ 3 ຊຸມຊົນ ຢູໄນເຕັດ ລົງສະຫນາມ 8 ນັດ ຊະນະ 4 ນັດ ເສຍ 4 ນັດ ມີ 12 ຄະແນນ, ອັນດັບ 4 ເມືອງທ່າແຕງ ລົງສະຫນາມ 7 ນັດ ຊະນະ 4 ນັດ ເສຍ 3 ນັດ ມີ 12 ຄະແນນ, ອັນດັບ 5 ແມັດທິວສະປອດ ລົງສະຫນາມ 7 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 10 ຄະແນນ ແລະ ອັນດັບສຸດທ້າຍ ບ້ານຕິ້ວ ລົງສະຫນາມ 9 ນັດ ເສຍ 9 ນັດ ບໍ່ມີຈັກຄະແນນ.ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.ພາບ ແລະ ຂໍ້ມູນຈາກ: ສະຫະພັນບານເຕະແຂວງເຊກອງ.

ເອສະຣາ U18 ຖະຫຼົ່ມ ວຽງຈັນU18 16-0! LFF U-18 Men's Championship 2023
23/08/2023
ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023 ນັດທີ 5 ຄູ່ທີ່ໜ້າສົນໃຈ U18 ເອສຣາ ເອົາຊະນະ U18 ວຽງຈັນ 16-0, ທະນູສັກ ນັນທະວົງດວງສີ ຍິງ 6 ປະຕູ ນາທີ 4', 7', 11', 21', 45', 90'+2; ປີເຕີ ພັນທະວົງ ຍິງ 6 ປະຕູ ນາທີ 32', 39', 47', 85', 86', 88'; ໄຊຊະນະ ສີຫາລາດ ຍິງ 2 ປະຕູ ນາທີ 5', 34'; ສົມສັກ ຈັນທະວົງ ສະກັດເຂົ້າປະຕູຕົວເອງ ນາທີ 68' ແລະ ພັນທະວີ ເມກທອງສີ ນາທີ 72'. ສ່ວນຜົນຄູ່ອື່ນ: ຈຳປາສັກ ຮອງແຊ້ມເກົ່າ ຊະນະ ມາສເຕີ 7 3-2; ຊ້າງນ້ອຍ ຊະນະ ຫຼວງພະບາງ ແຊ້ມເກົ່າ 2-1 ແລະ ນໍ້າທາ ຊະນະ ກອງທັບ 4-1. ຜ່ານໄປ 5 ນັດ: ເອສຣາ ແລະ ຈຳປາສັກ ມີ 12 ຄະແນນເທົ່າກັນ, ຊ້າງນ້ອຍ ມີ 10 ຄະແນນ, ກອງທັບ ມີ 9 ຄະແນນ, ນໍ້າທາ ມີ 8 ຄະແນນ, ມາສເຕີ 7 ມີ 4 ຄະແນນ, ຫຼວງພະບາງ ມີ 3 ຄະແນນ ແລະ ວຽງຈັນ ຍັງບໍ່ມີຄະແນນ. ຕາຕະລາງແຂ່ງຂັນນັດທີ 5 ວັນທີ 21 ສິງຫາ 2023: - ເວລາ 15:30 ໂມງ ນໍ້າທາ ພົບກັບ ວຽງຈັນ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 15:30 ໂມງ ຊ້າງນ້ອຍ ພົບກັບ ຈຳປາສັກ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2- ເວລາ 18:30 ໂມງ ກອງທັບ ພົບກັບ ມາສເຕີ 7 ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 18:30 ໂມງ ເອສຣາ ພົບກັບ ຫຼວງພະບາງ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2 ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023 ແຂ່ງຂັນລະຫວ່າງວັນທີ 9 ສິງຫາ ຫາ 3 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຫຼວງພະບາງ ແຊ້ມເກົ່າ, ຈຳປະສັກ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.

ນໍ້າທາ U15 ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023 ເປັນທີມດຽວ ຍັງບໍ່ທັນເສຍປະຕູ ໃນການແຂ່ງຂັນ LFF U15 Championship 2023
23/08/2023
ທີມພະລັງໜຸ່ມຈາກແດນເໜືອ U15 ນໍ້າທາ ຢູໄນເຕັດ ກາຍເປັນທີມດຽວທີ່ຍັງບໍ່ເສຍປະຕູ ຫຼັງຈາກຜ່ານໄປ 5 ນັດ ໂດຍນັດຫຼ້າສຸດ ເອົາຊະນະ ກອງທັບ 3-0, ສຸດາວີ ແສງດາລາ ນາທີ 8', ຈີໂນ້ ປັນຖາວອນ ນາທີ 30' ແລະ ຄຳສຸກ ສັນຍາຮັກ ນາທີ 69'. ຂະນະທີ່ ຜົນຄູ່ອື່ນ ຊ້າງນ້ອຍ ຊະນະ ມາສເຕີ 7 5-1; ຈຳປາສັກ ຊະນະ ເອສຣາ 2-0 ແລະ ຫຼວງພະບາງ ຊະນະ ວຽງຈັນ 3-1. ສະຫຼຸບຕາຕະລາງຄະແນນ ຜ່ານໄປ 5 ນັດ: ຊ້າງນ້ອຍ ຊະນະລວດ 5 ນັດ ຍິງໄດ້ 19 ປະຕູ ເສຍ 3 ປະຕູ ມີ 15 ຄະແນນເຕັມ ເປັນທີມນຳ, ຮອງລົງມາ ຈຳປາສັກ ຊະນະ 3 ສະເໝີ 2 ຍິງໄດ້ 15 ປະຕູ ເສຍ 2 ປະຕູ ມີ 11 ຄະແນນເທົ່າກັບ ນໍ້າທາ ທີ່ຊະນະ 3 ສະເໝີ 2 ຍິງໄດ້ 5 ປະຕູ ຍັງບໍ່ເສຍປະຕູ, ມາສເຕີ 7 ຊະນະ 2 ສະເໝີ 1 ເສຍ 2 ຍິງໄດ້ 11 ປະຕູ ເສຍ 11 ປະຕູ ມີ 7 ຄະແນນເທົ່າກັບ ຫຼວງພະບາງ ແຂ່ງ 5 ນັດ ຊະນະ 2 ສະເໝີ 1 ເສຍ 2, ເອສຣາ ແຂ່ງ 5 ນັດ ຊະນະ 2 ເສຍ 3 ຍິງໄດ້ 8 ປະຕູ ເສຍ 9 ປະຕູ ມີ 6 ຄະແນນ, ສ່ວນ ກອງທັບ ແລະ ວຽງຈັນ ເສຍທັງ 5 ຍັງບໍ່ມີຄະແນນ. ຕາຕະລາງແຂ່ງຂັນນັດທີ 6 ວັນທີ 23 ສິງຫາ 2023: - ເວລາ 15:30 ໂມງ ມາສເຕີ 7 ພົບກັບ ນໍ້າທາ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 15:30 ໂມງ ເອສຣາ ພົບກັບ ຫຼວງພະບາງ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2- ເວລາ 18:30 ໂມງ ວຽງຈັນ ພົບກັບ ກອງທັບ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 18:30 ໂມງ ຊ້າງນ້ອຍ ພົບກັບ ກອງທັບ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2 ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳປາສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3.

AFC Women’s Football Committeeຈັດກອງປະຊຸມຄັ້ງປະຖົມມະເລີກສົກປີ2023-2027 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ
23/08/2023
ວັນທີ 20 ສິງຫາ 2023, ອະນຸກໍາມະການບານເຕະຍິງຂອງສະຫະພັນບານເຕະອາຊີ (AFC
Women’s Football Committee) ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກຂອງສົກປີ
2023-2027 ຂື້ນ ທີ່ນະຄອນຊິດນີ ປະເທດອົສະຕຣາລີ ໂດຍການເປັນປະທານຂອງ ທ່ານ ນາງ ກັນຍາ ແກ້ວມະນີ,ຫົວໜ້າອະນຸກໍາມະການບານເຕະຍິງສະຫະພັນບານເຕະອາຊີ,ທັງເປັນຄະນະບໍລິຫານງານຟີຟາ,ຄະນະບໍລິຫານງານເອເອັຟຊີ
ແລະ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ.ໃນກອງປະຊຸມໄດ້ປຶກສາຫາລືປະເດັນທີ່ສໍາຄັນແມ່ນການຮັບຮອງເອົາເງື່ອນໄຂຂອງສະໂມສອນບານເຕະຍິງທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະຍິງ
AFC Women’s Champions League ເຊິ່ງຈະອະນຸຍາດໃຫ້ 1 ສະໂມສອນຈາກ
1 ປະເທດສະມາຊິກ ເຂົ້້າຮ່ວມການແຂ່ງຂັນຕັ້ງແຕ່ລະດູການ 2024/2025 ຫາ ລະດູການ
2027/2028 ຫຼັງຈາກນັ້ນ ຈະໄດ້ບັງຄັບໃຊ້ການອອກໃບອະນຸຍາດສະໂມສອນ (Club
Licensing) ຕັ້ງແຕ່ລະດູການ 2028/2029 ເປັນຕົ້ນໄປ ສໍາລັບສະໂມສອນທີ່ຈະເຂົ້າຮ່ວມລາຍການດັ່ງກ່າວ.
ສໍາລັບຮູບແບບການແຂ່ງຂັນ ປະກອບມີການແຂ່ງຂັນຮອບຄັດເລືອກ
ແລະ ຮອບແບ່ງກຸ່ມມີທັງໝົດ 12 ສະໂມສອນ ໂດຍແບ່ງອອກເປັນ 3 ກຸ່ມ ຕໍ່ດ້ວຍຮອບຄັດທີມອອກ
ໂດຍຈະມີການຈັດອັນດັບຕາມ AFC ranking. ນອກນັ້ນ, ອະນຸກໍາມະການ ຍັງເຫັນດີໃນດ້ານຫຼັກການ
ໃນການປັບປຸງການແຂ່ງຂັນບານເຕະຍິງຊິງແຊ້ມອາຊີ, ການຄັດເລືອກຂອງການແຂ່ງຂັນບານໂລກຍິງ
ແລະ ການແຂ່ງຂັນບານເຕະຍິງໃນມະຫາກໍາກິິລາໂອແລັມປິກ ໃຫ້ສອດຄ່ອງກັບສະພາບຕົວຈິງ.

ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນ
19/08/2023
ສຕລ ຮວ່ມກັບ ທະນາຄານ RHB Bank Laos ແລະສະໂມສອນມາສເຕີ້ 7ຈັດກິດຈະກຳກິລາບານເຕະເຍົາວະຊົນວັນເສົາທີ 19 ສິງຫາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບທະນາຄານ RHB bank Laos ແລະ ສະໂມສອນກິລາບານເຕະ ມາສເຕີ້ 7 ໄດ້ຈັດກິດຈະກຳກິລາບານເຕະເຍົາວະຊົນ RHB/ LFF Laos Junior Football Championship 2023 ຂຶ້ນທີ່ ສະໜາມກິລາຫ້ວຍຫົງ ໂດຍໃຫ້ກຽດເຂົ້າຮ່ວມເປີດພິທີຂອງ ທ່ານ Mr.Bryan Ong ( The DCEO of RHB Bank Laos) ຮອງຜູ້ອຳນວຍການໃຫຍ່ ທະນາຄານ RHB bank Laos,ທ່ານ V. Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ ພ້ອມຜູ້ຕາງໜ້າສະໂມສອນມາສເຕິີ້7. ໃນພິທີ ທ່ານ Mr.Bryan Ong ໄດ້ກ່າວວ່າ ຈຸດປະສົງການຈັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອສົ່ງເສີມແລະພັດທະນາເຍົາວະຊົນໃຫ້ມັກຮັກໃນກິລາບານເຕະ,ເພື່ອຄວາມມ່ວນຊື່ນກັບການຫລິ້ນກິລາບານເຕະ ແລະ ເພື່ອເປັນບາດກ້າວໜຶ່ງໃນການຮຽນຮູ້ພັດທະນາກິລາປະເພດນີ້ໄປສູ່ລະດັບຊາດ. ທິມທີ່ເຂົ້າຮວ່ມແຂ່ງຂັນປະກອບມີດັ່ງນີ້:ທີມຊາຍ U12 ລວມີ 8 ທີມຄື:1.ອາຄາເດມີ້ Master 72.ອາຄາເດມີ້ ຄຳໄສ3.ອາຄາເດມີ້ KNC4.ອາຄາເດມີ້ Champi Champa 15.ອາຄາເດມີ້ Champi Champa 26.ອາຄາເດມີ້ FHL7. ອາຄາເດມີ້ ດົງໂດກ 8.ອາຄາເດມີ້ W.I.G ທີມຊາຍ U14 ລວມມີ 8 ທີມ:1. ອາຄາເດມີ້ KMT2.ອາຄາເດມີ້ ຄຳໄສ3.ອາຄາເດມີ້ KNC4.ອາຄາເດມີ້ Champi Champa 15.ອາຄາເດມີ້ Champi Champa 26.ອາຄາເດມີ້ Ezra 7.ອາຄາເດມີ້ FHL 8. ອາຄາເດມີ້ NUOL ດົງໂດກທີມຍິງU15 ລວມມີ 6 ທີມ1. ອາຄາເດມີ້ Master 72. ອາຄາເດມີ້ ຈຳປີ-ຈຳປາ3. ອາຄາເດມີ້ KNC4. ອາຄາເດມີ້ Vonethabing5. ອາຄາເດມີ້ VTB FC6. ອາຄາເດມີ້ Khamsayຜົນການແຂ່ງຂັນທັງໝົດ:ທີມຊາຍ U121. ອາຄາເດມີ້ W.I.G ຊະນະເລີດ 2. ອາຄາເດມີ້ ຄໍາໄສ ຮອງຊະນະເລີດອັນດັບ13. ອາຄາເດມີ້ ມາສເຕີ້ 7 ຮອງຊະນະເລີດອັນດັບ2ທີມຊາຍ U141. ອາຄາເດມີ້ KNC ຊະນະເລີດ2. ອາຄາເດມີ້ Champichampa ຮອງຊະນະເລີດອັນດັບ13. ອາຄາເດມີ້ NUOL ຮອງຊະນະເລີດອັນດັບ2ທີມຍິງ U151. ອາຄາເດມີ້ Master 7 ຊະນະເລີດ2. ອາຄາເດມີ້ Vonethabing ຮອງຊະນະເລີດອັນດັບ 13. ອາຄາເດມີ້ Khamxay ຮອງຊະນະເລີດອັນດັບ2

ຊ້າງນ້ອຍ ຊະນະລວດ 4 ນັດ! ຫຼ້າສຸດເອົາຊະນະ ກອງທັບ 2-1! LFF U-15 Championship 2023
17/08/2023
ການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ ຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2023, ແຂ່ງຂັນລະຫວ່າງ ວັນທີ 8 ສິງຫາ ຫາ 2 ກັນຍາ 2023, ກຳນົດເອົາທີມອະຄາເດ່ມີ່ຂອງທີມທີ່ເຂົ້າຮ່ວມ ລາວລີກ 1 ປະຈຳປີ 2023 ປະກອບມີ: ຈຳປາສັກ ແຊ້ມເກົ່າ, ຫຼວງພະບາງ ຮອງແຊ້ມເກົ່າ, ເອສະຣາ , ຊ້າງນ້ອຍ, ມາດເຕີ ເຊເວັ້ນ, ກອງທັບ, ວຽງຈັນ ແລະ ນໍ້າທາ. ແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-4 ຜ່ານເຂົ້າຮອບຮອງຊະນະເລີດ ແລະ ຈະມີການຈົກສະຫຼາກຈັບຄູ່ແຂ່ງຂັນ ທີມໃດຊະນະ ແມ່ນຜ່ານເຂົ້າຊີງຊະນະເລີດ, ສ່ວນທີມທີ່ເສຍ ແມ່ນໄປຊີງອັນດັບທີ 3. ຜົນການແຂ່ງຂັນນັດທີ 4 ວັນທີ 17 ສິງຫາ 2023: ຊ້າງນ້ອຍ ເອົາຊະນະ ຫຼວງພະບາງ 2-1; ເອສຣາ ເອົາຊະນະ ວຽງຈັນ 6-1; ຈຳປາສັກ ສະເໝີກັບ ມາສເຕີ 7 2-2 ແລະ ຫຼວງພະບາງ ພົບກັບ ນໍ້າທາ 0-0. ຜ່ານໄປ 4 ນັດ ຊ້າງນ້ອຍ ເປັນທີມນຳ ມີ 12 ຄະແນນເຕັມ, ຮອງລົງມາ ຈຳປາສັກ ແລະ ນໍ້າທາ ມີ 8 ຄະແນນເທົ່າກັນ, ມາສເຕີ 7 ມີ 7 ຄະແນນ, ເອສຣາ ມີ 6 ຄະແນນ, ຫຼວງພະບາງ ມີ 4 ຄະແນນ, ສ່ວນ ກອງທັບ ແລະ ວຽງຈັນ ຍັງບໍ່ມີຄະແນນ. ຕາຕະລາງແຂ່ງຂັນນັດທີ 5 ວັນທີ 20 ສິງຫາ 2023:- ເວລາ 15:30 ໂມງ ຈຳປາສັກ ພົບກັບ ເອສຣາ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 15:30 ໂມງ ວຽງຈັນ ພົບກັບ ຫຼວງພະບາງ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2- ເວລາ 18:30 ໂມງ ຊ້າງນ້ອຍ ພົບກັບ ມາສເຕີ 7 ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 1- ເວລາ 18:30 ໂມງ ກອງທັບ ພົບກັບ ນ້ໍາທາ ແຂ່ງຢູ່ສະຫນາມຫຍ້າທຽມ ສຕລ ຫ້ວຍຫົງ ສະຫນາມ 2

ສ້າງຕັ້ງ ໜ່ວຍງານສະກັດກັ້ນການລົ້ມບານ
17/08/2023
ເພື່ອໃຫ້ການແຂ່ງຂັນກິລາບານເຕະທີ່ ສຕລ ຈັດຂຶ້ນ ຫຼື ເຂົ້າຮ່ວມມີຄວາມໂປ່ງໃສ ຮັບປະກັນໄດ້ບໍ່ໃຫ້ມີການທຸຈະຣິດ ຫຼື ລົ້ມ ຫຼື ລັອກຜົນຂອງການແຂ່ງ ຂັນຕາມຂໍ້ກຳນົດແລະກົດລະບຽບຂອງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ກໍຄືສະຫະພັນບານເຕະອາຊີ ແລະ ສະຫະພັນບານເຕະສາກົນ.ສະນັ້ນ ສຕລ ຈຶ່ງໄດ້ສ້າງຕັ້ງໜ່ວຍງານສະກັດກັ້ນການລົ້ມບານຂື້ນ ໂດຍໄດ້ຮັບການສະໜັບສະໜູນ ແລະ ຊີ້ນໍາຈາກສະຫະພັນບານເຕະສາກົນ.ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມ ບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້: integrity@laoff.org.la ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍ ງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.

ຖະແຫລງຂ່າວກ່ອນເກມ ການແຂ່ງຂັນ ກຸ່ມ C
17/08/2023
ວັນທີ
17 ສິງຫາ 2023 ຢູ່ທີໂຮງແຮມສະຕາຄອນເວນຊັນ ແຂວງຣະຢອງ ປະເທດໄທ,
ຝ່າຍຈັດການແຂ່ງຂັນ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ
ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຈັດຖະແຫລງຂ່າວກ່ອນເກມ ການແຂ່ງຂັນ
ກຸ່ມ C ໂດຍມີຄູຝຶກ 3 ປະເທດເຂົ້າຮ່ວມຄື: ລາວ, ຟີລິບປິນ ແລະ
ຫວຽດນາມ.ທ່ານ ອາເຣນ່າ ກູເລຍໂມ່ ຄູຝືກ ທີມຊາດລາວU23 ສັນຊາດອີຕາລີ ໄດ້ໃຫ້ການສຳພາດ ຖະແຫລງຂ່າວກ່ອນເກມ ການແຂ່ງຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ຢູ່ທີ່ແຂວງຣະຢອງປະເທດໄທ ວ່າ '' ສຳລັບການກຽມພ້ອມຂອງ ທີມຊາດລາວU23 ແມ່ນໄດ້ກະກຽມການຝຶກຊ້ອມມາໄດ້ 1 ເດືອນ ແລະ ຍັງໄດ້ມີການອຸ່ນເຄື່ອງຢູ່ທີ່ປະເທດໄທ ແລະ 1 ນັດ ຢູ່ ລາວ ພົບກັບ ບຣູໄນ, ນັກກິລາ ທີມຊາດລາວ ຫລາຍຄົນຍັງອາຍຸນ້ອຍ ມາຈາກ ສະໂມສອນ ໃນລາວລີກ 1 ແລະ ລາວລີກ 2, ການແຂ່ງຂັນໃນແຕ່ລະນັດແມ່ນຈະເຮັດຫນ້າທີ່ດີທີ່ສຸດ''ທີມຊາດລາວU23 ມີຄິວລົງສະຫນາມນັດທຳອິດ ພົບ ທີມຊາດຟີລິບປິນU23 ໃນວັນທີ 18/08/2023 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາRAYONG PROVINCIAL STADIUM.ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2.