
ທະຫານແຂວງຈຳປາສັກມີໂອກາດເປັນແຊ້ມ ຖ້າຊະນະບາຈຽງ ໃນນັດສຸດທ້າຍ
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ອາທິດທີ 13 ແຂ່ງຂັນວັນທີ 07 ກໍລະກົດ ຫາ 08 ກໍລະກົດ 2023 ທີ່ຜ່ານມາທະຫານແຂວງ ເອົາຊະນະ ນ້ຳດື່ມນາດາ 6-2,ຫົວແຊ ເສຍໃຫ້ ລະບຽງພູ 2-4, ສີລາເພັດ ເສຍໃຫ້ ບາຈຽງ 0-2ແລະປກສ ແຂວງຈຳປາສັກ ເອົາຊະນະ ສີອຳພອນ 5-2.ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ 1 ທະຫານແຂວງຈຳປາສັກ ລົງສະໜາມ 13 ນັດ ຊະນະ 9 ນັດ ສະເໝີ 3 ນັດ ເສຍ
1 ນັດ ມີ 30 ຄະແນນ.ຈາກຈຸດນີ້,ຫາກທິມທະຫານແຂວງຊະນະທີມບາຈຽງໃນນັດສຸດທ້າຍ,ທະຫານແຂວງກໍຈະໄດ້ແຊັມການແຂ່ງຂັນບານເຕະລາວລີກ
2 ແຂວງຈຳປາສັກຢ່າງແນ່ນອນ.
ສຳລັບຕາຕະລາງຄະແນນການແຂ່ງຂັນອັນດັບ 2ແມ່ນລະບຽງພູ ລົງສະຫນາມ 12 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ
3 ນັດ ມີ 28 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 2 ນັດ ເສຍ
3 ນັດ ມີ 26 ຄະແນນ, ອັນດັບ 4 ປກສ ແຂວງຈຳປາສັກ ລົງສະຫນາມ 13 ນັດ ຊະນະ 7 ນັດ ສະເຫມີ 3 ນັດ ເສຍ
3 ນັດ ມີ 24 ຄະແນນ, ອັນດັບ 5 ສີອຳພອນ ລົງສະຫນາມ 13 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ
6 ນັດ ມີ 15 ຄະແນນ, ອັນດັບ 6 ສີລາເພັດ ລົງສະຫນາມ 13 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ
9 ນັດ ມີ 10 ຄະແນນ, ອັນດັບ 7 ຫົວແຊ ລົງສະຫນາມ 13 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ
9 ນັດ ມີ 10 ຄະແນນ ແລະ ອັນດັບ ສຸດທ້າຍ ນ້ຳດື່ມ ນາດາ ລົງສະຫນາມ 13 ນັດ ຊະນະ 2 ນັດ ເສຍ
11 ນັດ ມີ 6 ຄະແນນ.
ຂະນະທີ່ຜູ້ຍິງປະຕູສູງສຸດ
ຍັງສືບຕໍ່ໄດ້ລຸ້ນກັນຕື່ມໃນອາທິດສຸດທ້າຍຂອງການແຂ່ງຂັນ, ຕາມການຈັດອັນດັບມາຮອດປັດຈຸບັນ:
ອັນດັບ 1 ກີ້ ຂິນດາວົງ
ສູນໜ້າຈາກສະໂມສອນ ທະຫານແຂວງຍິງໄດ້11ປະຕູ, ອັນດັບ 2 ຍິງໄດ້ 9 ປະຕູ 2 ຄົນ ຄື: ສຸກຈິນດາ ນັດຜາສຸກ
ສູນໜ້າຂອງສະໂມສອນ ປ.ກ.ສ ແຂວງ ແລະ ສີຄູນ ແສງສະຫວ່າງ
ນັກກິລາສະໂມສອນ ລະບຽງພູ
ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ອາທິດທີ 14 ເຊິ່ງເປັນອາທິດສຸດທ້າຍ ຈະມີຂຶ້ນໃນວັນທີ 21 ກໍລະກົດ 2023 ເວລາ 13:30 ນ້ຳດື່ມນາດາ ພົບ ສີລາເພັດ, ເວລາ 15:30 ປກສ ແຂວງຈຳປາສັກ ພົບ ຫົວແຊ ແລະ ວັນທີ 22 ກໍລະກົດ 2023 ເວລາ 13:30 ບາຈຽງ ພົບ ທະຫານແຂວງ ເຊິ່ງເປັນນັດຕັດສິນແຊ້ມຖ້າຫາກທະຫານແຂວງເອົາຊະນະ, ເວລາ 15:30 ປກສແຂວງຈຳປາສັກ ພົບ ນ້ຳດື່ມນາດາ. ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ, ຫລັງຈາກຈົບການແຂ່ງຂັນຄູ່ສຸດທ້າຍແມ່ນຈະມີການມອບລາງວັນຕ່າງໆໃຫ້ກັບທີມຊະນະເລີດ ແລະ ລາງວັນປະເພດບຸກຄົນ.

ການແຂ່ງຂັນລາວລີກ2ສະຫວັນນະເຂດ:ສະຫວັນຢູໄນເຕັດຊະນະອານັນອາໄຫລ່ 2-1
ການແຂ່ງຂັນບານເຕະ ລາວລີກ 2 ແຂວງສະຫວັນນະເຂດ ນັດທີ 6 ຮອບຂາກັບ ໃນອາທິດຜ່ານມາ ຄູ່ທີ່ໜ້າສົນໃຈເປັນການພົບກັນລະຫວ່າງ ອານັນ ອາໄຫລ່ ທີມນຳຕາຕະລາງຄະແນນ ພົບກັບ ທີມສະຫວັນ ຢູໄນເຕັດ ທີມອັນດັບ 2 ເຊິ່ງແຂ່ງຂັນວັນເສົາ 15 ກໍລະກົດ 2023 ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຜົນປະກົດວ່າ ສະຫວັນ ຢູໄນເຕັດ ບຽດເອົາຊະນະ ອານັນ ອາໄຫລ່ 2-1 ເຊິ່ງສະຫວັນ ຢູໄນເຕັດ ໄດ້ປະຕູຈາກເບີ 24 ເຈັກກີ້ ອິນທິສອນ ນາທີ 29’, ເບີ 9 ເອກກະໄມ ຣາຊະຈັກ ນາທີ 46’ ສ່ວນ ອານັນ ອາໄຫລ່ ໄດ້ປະຕູຈາກ ເບີ 99 ອານຸຊາ ໄຊຄູນທອງ ນາທີ 40’ ສ່ວນຜົນຄູ່ອື່ນ ດາຣກວູຟ ສະເໝີ ໂພໄຊນ້ອຍ 2-2 ແລະ ລີລາວະດີ ສອງຄອນ ສະເໝີ ໄຮຢີນ້າ 2-2.
ສະຫລຸບ ຕາຕະລາງ ຄະແນນ ລາວລີກ 2 ແຂວງສະຫວັນນະເຂດ ອັນດັບ 1 ອານັນ ອາໄຫຼ່ ລົງສະໜາມ 6 ນັດ ຊະນະ 4 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 13 ຄະແນນ, ອັນດັບ 2 ສະຫວັນ ຢູໄນເຕັດ ລົງສະໜາມ 6 ນັດ ຊະນະ 3 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ອັນດັບ 3 ລີລາວະດີ ສອງຄອນ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 9 ຄະແນນ, ອັນດັບ 4 ໂພໄຊນ້ອຍ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ2 ນັດ ເສຍ 2 ນັດ ມີ 8 ຄະແນນ, ອັນດັບ 5 ດາຣກວູຟ ລົງສະໜາມ 6 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 7 ຄະແນນ ແລະ ອັນດັບ ສຸດທ້າຍ ໄຮຢີນ້າ ລົງສະໜາມ 6 ນັດ ສະເໝີ 1 ນັດ ເສຍ 5 ນັດ ມີ 1 ຄະແນນ.

ເຮັສບີທີ 941ເປັນທີມນຳຄະແນນການແຂ່ງຂັນ ບານເຕະລາວລີກ 2 ນະຄອນຫຼວງວຽງຈັນ
ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາຮອດປັດຈຸບັນແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 8 ນັດ
ເຊິ່ງອາທິດຜ່ານມາຄູ່ທີ່ໜ້າສົນໃຈ ເປັນການພົບກັນລະຫວ່າງ ເຮັສບີທີ 941 ທີມນຳໃນຕາຕະລາງຄະແນນພົບກັບຈັນທະບູລີ ທີມອັນດັບ 2 ເຊິ່ງແຂ່ງຂັນຄູ່ສຸດທ້າຍ ວັນເສົາ 15 ກໍລະກົດ 2023 ທີ່ສະຫນາມກິລາເຈົ້າອານຸວົງ. ຜ່ານການແຂ່ງຂັນຜົນປະກົດວ່າ:ເຮັສບີທີ 941 ສະເໝີ ຈັນທະບູລີ 0-0, ສ່ວນຜົນການແຂ່ງຂັນຄູ່ອື່ນ ເອັສອີຊີ ສະເໝີ ເອັສທີທີ 2-2, ທຣີນີຕີ ເສຍໃຫ້ ເມືອງຫາດ 1-6, ຄິງດ້ອມ ເສຍໃຫ້ ມຊ 1-4,ເຄພີເອັສ ເສຍໃຫ້ ເຄເອັສທີ 0-7,ຈັນສີ ເສຍໃຫ້ ໄອສະປອດ 1-4.
ສະຫລຸບ ຕາຕະລາງຄະແນນ ເຮັສບີທີ 941
ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 2 ມີ 23 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 9 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ມີ 21 ຄະແນນ, ອັນດັບ 3 ເຄເອັມທີ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນດັບ 4 ໄອສະປອດ ລົງສະຫນນາມ 9 ນັດ ຊະນະ 4 ນັດ ສະເຫມີ 4 ນັດ ເສຍ 1 ນັດ ມີ 16 ຄະແນນ, ອັນດັບ 5 ເມືອງຫາດ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ 2 ນັດ ມີ 15 ຄະແນນ, ອັນດັບ 6 ມຊ ລົງສະຫນາມ 9 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 14 ຄະແນນ, ອັນດັບ 7 ເອັສທີທີ ລົງສະຫນາມ 9 ນັດ ຊະນະ 3 ນັດ ສະເຫມີ 4 ນັດ ເສຍ 2 ນັດ ມີ 13 ຄະແນນ, ອັນດັບ 8 ຄິງດ້ອມ ລົງສະຫນາມ 9 ນັດ ຊະນະ 3 ນັດ ເສຍ 3 ນັດ ສະເຫມີ 3 ນັດ ມີ 12 ຄະແນນ, ອັນດັບ 9 ເອັສອີຊີ ລົງສະຫນາມ 9 ນັດ ຊະນະ 1 ນັດ ສະເຫມີ 3 ນັດ ເສຍ 5 ນັດ ມີ 6 ຄະແນນ, ອັນດັບ 10 ຈັນສີ ລົງສະຫນາມ 9 ນັດ ຊະນະ 2 ນັດ ເສຍ 7 ນັດ ມີ 6 ຄະແນນ, ອັນດັບ 11 ທຣີນີຕີ ລົງສະຫນາມ 9 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 7 ນັດ ມີ 4 ຄະແນນ ແລະ ອັນດັບສຸດທ້າຍ ເຄພີເອັສ ລົງສະຫນາມ 9 ນັດ ເສຍ 9 ນັດ ມີ 0 ຄະແນນ.
ສຳລັບການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນໃນນັດວັນພຸດ 19 ກໍລະກົດ 2023 ເວລາ 14:00 ເອັສອີຊີ ພົບ ໄອສະປອດ, ເວລາ 16:00 ຈັນສີ ພົບ ຈັນທະບູລີ, ເວລາ 18:00 ຄິງດອມ ພົບ ເຄພີເອັສ ວັນພະຫັດ 20 ກໍລະກົດ 2023 ເວລາ 14:00 ເອັສທີທີ ພົບ ເມືອງຫາດ, ເວລາ16:00 ທຣີນີຕີ ພົບ ມຊ, ເວລາ 18:00 ເຮັສບີທີ 941 ພົບ ເຄເອັມທີ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ
ແຟນບານສາມາດໄປຕິດຕາມຮັບຊົມໄດ້ໂດຍບໍ່ເສຍຄ່າ(ເຂົ້າຊົມFree).

ບຸນພະຈັນ ບຸນກອງ ຍ້າຍຮ່ວມທີມ Preah Khan Reach Svay Rieng FC ທີມລີກສູງສຸດຂອງປະເທດກຳປູເຈຍ

ສຕລ ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ3ຢູ່ຈຳປາສັກ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບອຳນາດການປົກຄອງແຂວງຈຳປາສັກໄດ້ຈັດພິທີເປີດສູນ ຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາແຫ່ງທີ 3 ຂຶ້ນທີ່ແຂວງຈໍາປາສັກໃນຕອນເຊົ້າ ວັນທີ 15 ກໍລະກົດ 2023,ເຊິ່ງໄດ້ຈັດຂື້ນຢ່າງເປັນທາງການທີ່ສະໜາມກິລາບານເຕະຫຼັກ2 ໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ປະດິດ ວັນນະ ລັດສະໝີ ປະທານ ກວດກາພັກ-ລັດແຂວງ,ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ໂດຍມີທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ຄະນະບໍລິຫານງານສະຫະພັນກິລາບານເຕະ ແຂວງ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ພ້ອມດ້ວຍຄະນະຄູຝຶກ ສຕລ, ສຕຂ,ນັກກິລາເຍົາ ວະຊົນແລະ ພໍ່ແມ່ຜູ້ປົກຄອງນັກກິລາແຂວງເຂົ້າຮ່ວມ.
ໃນພິທີ,ທ່ານ ປະດິດ ວັນນະລັດສະໝີລາຍງານໃຫ້ຮູ້ວ່າ:ສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາທີ່ແຂວງຈໍາປາສັກປະກອບມີຄະນະຊີ້ນໍາ 5ທ່ານ, ຄູຝຶກ21ທ່ານ, ໂຄງການດັ່ງກ່າວແມ່ນເລີ່ມຝຶກແອບມາແຕ່ວັນທີ 22 ເມສາ ຫາ 9 ກໍລະກົດ 2023 ໂດຍມີນັກ ກິລາ 5 ຮຸ່ນເຂົ້າຮວ່ມຄືຮຸ່ນອາຍຸບໍ່ເກີນ6ປີ(U6), U8, U10, U12 ແລະ U15, ມີນັກກິລາເຂົ້າຮ່ວມຝຶກແອບສະເລ່ຍ 160 ຄົນແລະ ຝຶກແອບສະເພາະວັນເສົາ-ອາທິດ ເລີ່ມແຕ່ເວລາ 7:30 ຫາ 9:30ມ ໂດຍແມ່ນ ສຕລ ເປັນຜູ້ກຳນົດຫຼັກສູດການຝຶກສອນໃຫ້ໃນແຕ່ລະອາທິດ.ໂຄງການນີ້ແມ່ນພາຍໃຕ້ການສະໜັບສະໜູນ ຈາກໂຄງການພັດທະນາຄວາມອາດສາມາດ ຂອງສະຫະພັນບານເຕະນາໆຊາດ (FIFA Talent Development Scheme).
ມາຮອດປັດຈຸບັນ,ສຕລ ໄດ້ເປີດສູນຝຶກກິລາບານເຕະເຍົາວະຊົນຈໍາປີ-ຈໍາປາມາແລ້ວ3ແຫ່ງຄືແຫ່ງທີ1ຢູ່ນະຄອນຫຼວງວຽງຈັນ,ແຫ່ງທີ2ແຂວງຫຼວງພະບາງແລະແຫ່ງທີ3ຢູ່ແຂວງຈຳປາສັກແລະແຫ່ງທີ4ກໍຈະຈັດພິທີເປີດຂື້ນໃນໄວໆນີ້.
#FIFATalentDevelopmentScheme
#ChampiChampaFootballTrainingCenter

ມຕ ເຊນ້ອຍຊະນະເລີດການແຂ່ງຂັນບານເຕະນັກຮຽນ ຊິງຂັນທ່ານເຈົ້າແຂວງເຊກອງ ປະຈໍາປີ 2023
ໂຮງຮຽນມັດທະຍົມຕົ້ນເຊນ້ອຍໄດ້ຊະນະເລີດການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມຕົ້ນຊິງຂັນທ່ານເຈົ້າແຂວງເຊກອງ
ປະຈຳປີ 2023,ເຊິ່ງພິທີປິດການແຂ່ງຂັນແລະມອບຂັນລາງວັນໄດ້ຈັດຂື້ນໃນວັນທີ 11 ກໍລະກົດ 2023 ຢູ່ທີ່ສະຫນາມກິລາແຂວງເຊກອງ.
ການແຂ່ງຂັນດັ່ງກ່າວໄດ້ເລີ່ມມາແຕ່ວັນທີ 19 ພຶດມິຖຸນາ 2023
ໂດຍມີ5ທີມເຂົ້າຮ່ວມຄື:
1. ໂຮງຮຽນ ມຕ ເຊນ້ອຍ
2. ໂຮງຮຽນ ມຕ ຫົວເມືອງ
3. ໂຮງຮຽນ ມຕ ອົງແກ້ວ
4. ໂຮງຮຽນ ມຕ ຊົນເຜົ່າ
5. ໂຮງຮຽນ ມຕ ລາວ - ຫວຽດ
ລະບຽບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດ,ທີມໃດມີຄະແນນຫລາຍ ແມ່ນຄວ້າແຊ້ມການແຂ່ງຂັນ
ສະຫລຸບຜົນການແຂ່ງຂັນມີດັ່ງນີ້:
- ລາງວັນຊະນະເລີດໄດ້ແກ່ທີມ
ໂຮງຮຽນ ມຕ ເຊນ້ອຍ ໄດ້ຮັບຂັນ ແລະ ເງິນລາງວັນ 3,000,000 ກີບ.
- ຮອງຊະນະເລີດອັນດັບທີ 1 ໄດ້ແກ່ ທີມ ໂຮງຮຽນ ມຕ ອົງແກ້ວ ໄດ້ຮັບເງິນລາງວັນ 1,500,000 ກີບ.
- ຮອງຊະນະເລີດອັນດັບທີ 2 ໄດ້ແກ່ ທີມ ໂຮງຮຽນ ໂຮງຮຽນ
ມຕ ຊົນເຜົ່າ ໄດ້ຮັບເງິນລາງວັນ 800,000 ກີບ.
ການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນການແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ພາບ
ແລະ ຂໍ້ມູນ: ສະຫະພັນບານເຕະແຂວງເຊກອງ

ເທີມທີ 2 ສູນພັດທະນຳຈຳປີ - ຈຳປີ ແມ່ນໄດ້ເລີ້ມຂຶ້ນອາທິດຜ່ານມາ
ການຝຶກຊ້ອມຢູ່ທີ່ ສູນພັດທະນາກິລາບານເຕະຈຳປີ-ຈຳປາ CHAMPI-CHAMPAFOOTBALL TRAINING CENTER ເຊິ່ງເປັນການເປີດເທີມ 2 ຂອງ ປີ 2023 ແມ່ນເລີ້ມຂຶ້ນໃນວັນເສົາ ແລະ ວັນອາທິດ 8-9 ກໍລະກົດ 2023 ທີ່ຜ່ານມາ.ສຳລັບເທີມໃຫມ່ມີນ້ອງໆມາສະຫມັກ 150 ກວ່າຄົນ.
ຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16) ຕິດຕໍ່ລົງທະບຽນ: 02052213030, 02097744940

ບັນດາສະໂມສອນລາວລີກ 1 ເຂົ້າຮ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023 ແລະ ແຜນການແຂ່ງຂັນປີ 2024.
ຕອນເຊົ້າວັນທີ 11 ກໍລະກົດ 2023
ຜູ້ບໍລິຫານສະໂມສອນລາວລີກ
1 ເຂົ້າຣ່ວມກອງປະຊຸມສະຫຼຸບລາວລີກ 1 ປີ 2023
ແລະ
ແຜນການແຂ່ງຂັນປີ 2024
ໂດຍມີ
ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ເປັນປະທານກອງປະຊຸມ.

ລາວລີກ 2 ແຂວງຊຽງຂວາງ ທັງ3ທິມມີສິດໄດ້ແຊ້ມ
ມາຮອດປະຈຸບັນ,ການແຂ່ງຂັນກິລາບານເຕະ ລາວລີກ 2 ແຂວງຊຽງຂວາງໄດ້ແຂ່ງຂັນມາຮອດອາທິດທີ
9 ແລ້ວ ແລະຍັງເຫລືອນັດສຸດທ້າຍ ເຊິ່ງສະໂມສອນບານເຕະ ທະວີໂຊກ ຍັງຢູ່ອັນດັບ 1 ແຂ່ງ 9
ນັດ ຊະນະ 6 ນັດ ສະເໝີ 2 ນັດ ເສຍ 1 ນັດ ມີ 20 ຄະແນນ, ອັນດັບ 2 ສະໂມສອນ ປກສ ແຂວງ ແຂ່ງ 9 ນັດ ຊະນະ 5 ນັດ ສະເໝີ
4 ນັດ ເສຍ 0 ນັດ ມີ 19 ຄະແນນ, ອັນດັບ 3 ສະໂມສອນ ອາລີວັນ ແຟມມິລີ່ ແຂ່ງ 9 ນັດ ຊະນະ
5 ນັດ ສະເໝີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ເຮັດໃຫ້ທັງ 3
ທີມມີຄະແນນຫ່າງກັນພຽງເລັກໜ້ອຍແລະແຕ່ລະທິມກໍມີສິດໄດ້ແຊັມເຊ່ນດຽວກັນ,ຖ້າກໍລະນີທີມໃດທີມໜຶ່ງເສຍໃນນັດສຸດທ້າຍ.
ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປມີດັ່ງນີ້.
ວັນທີ 14
/07/2023 ສະໂມສອນບານເຕະ ເມືອງຜາໄຊ ພົບ ສະໂມສອນບານເຕະ ສະມາຄົມຫວຽດ ເວລາ: 3:30
ທີ່ສະໜາມກິລາແຂວງຊຽງຂວາງ.
ວັນທີ 19/07/2023 ສະໂມສອນບານເຕະ
ທະວີໂຊກ ພົບ ສະໂມສອນບານເຕະ ກອງທັບ ແຂວງ ເວລາ: 13:00 ທີ່ ສະໜາມກິລາ ແຂວງ ຊຽງຂວາງ
ແລະ ເວລາ: 15:30 ສະໂມສອນບານເຕະ ປກສ ແຂວງ ພົບ ສະໂມສອນບານເຕະອາລິວັນແຟມມິລີ
ທີ່ສະໜາມກິລາແຂວງ ຊຽງຂວາງ.
ທ່ານສາມາດຕິດຕາມຜົນການແຂ່ງຂັນໄດ້ທີ່ທາງ
ເພຈ: ສະຫະພັນບານເຕະ ແຂວງ ຊຽງຂວາງ, ເພຈ: ລາວລີກ2
ແລະ ເພຈ: ສະຫະພັນບານເຕະແຫ່ງຊາດລາວ.

ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023 )
ຈົບການຝຶກອົບຮົມຄູຝຶກກິລາບານເຕະລະດັບ”C” ໄລຍະທີ 1 ( 06-10/07/2023
)
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີການຈັດຝຶກອົບຮົມຄູຝຶກກິລາບານເຕະລະດັບ
”C”(LFF/AFC ”C” Diploma Coaching Course) 2023 ຂື້ນຢ່າງເປັນທາງການທີ່ ສຕລ ເມື່ອວັນທີ 6
ກໍລະກົດ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸນ
ລຽນສະຫວັນ ຮອງເລຂາທິການ
ສຕລ, ທ່ານ ຊູນດໍາ ມູຕີ
ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ
ວົງມີໄຊ ສຸບົວຄຳ ຄູຝຶກສອນທັງເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ
ບັນດານັກສໍາມະນາກອນຝຶກອົບຮົມຄູຝຶກ “C” (Coaching Course)ເຂົ້າຮ່ວມ.
ການເປີດຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ
ຫຼື AFC ຮ່ວມກັບ ສຕລ ຮັບຮອງ
ໂດຍມີນັກສໍາມະນາກອນຝຶກອົບຮົມຄູຝຶກ ຈໍານວນທັງໝົດ 24 ທ່ານ,ທີ່ມາຈາກຕ່າງປະເທດ 6
ທ່ານ ແລະ ສໍາມະນາກອນ ທີ່ເປັນຄົນລາວ 18
ທ່ານເຂົ້າຮວ່ມ.ການຮຽນຄູຝຶກກິລາບານເຕະລະດັບ ”C”
ໄດ້ແບ່ງເປັນ 2 ໄລຍະໃນການຮຽນຄືໄລຍະທີ່ 1
ແມ່ນເລີ່ມແຕ່ວັນທີ 06-10
ກໍລະກົດ 2023 ແລະ ໄລຍະທີ 2 ແມ່ນເລີ່ມ ວັນທີ 21-25
ສິງຫາ 2023.
ການຝຶກອົບຮົມຄູຝຶກກິລາບານເຕະລະດັບ
”C” ໃນຄັ້ງນີ້ນັບເປັນບາດກ້າວໃໝ່
ແລະເປັນຄັ້ງທໍາອິດຂອງທ່ານ ວົງມີໄຊ ສຸບົວຄຳຮັບໜ້າທີ່ເປັນຄູຝືກສອນ
ທັງເປັນວິທະຍາກອນຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊີ.

ປະກາດລາຍຊື່ນັກກິລາ ຄັດເລືອກ ທີມຊາດລາວU23 ກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນU23ປະຈຳປີ 2023

ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2
ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ອາທິດທີ 12ແຂ່ງຂັນວັນທີ 07 ກໍລະກົດ 2023 ທີ່ຜ່ານມາ,ຄູ່ສຸດທ້າຍ ທະຫານແຂວງຈຳປາສັກບຽດເອົາຊະນະລະບຽງພູ 1-0ແບບວຸດວິດ
ໂດຍໄດ້ປະຕູຈາກກັງສິນ ຈັນທະວົງ ໃນນາທີ 41.ສວ່ນຫົວແຊ ເສຍໃຫ້ ບາຈຽງ 0-1, ສີອຳພອນ ຊະນະ ນ້ຳດື່ມ ນາດາ 5-1, ວັນທີ 08 ກໍລະກົດ 2023 ປກສ ແຂວງຈຳປາສັກ ຊະນະ ສີລາເພັດ 3-1.
ສະຫລຸບຕາຕະລາງຄະແນນການແຂ່ງຂັນ ອັນດັບ 1 ທະຫານແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 3 ນັດ ເສຍ
1 ນັດ ມີ 27 ຄະແນນ, ອັນດັບ 2 ລະບຽງພູ ລົງສະຫນາມ 12 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ
3 ນັດ ມີ 25 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 12 ນັດ ຊະນະ 7 ນັດ ສະເຫມີ 2 ນັດ ເສຍ
3 ນັດ ມີ 23 ຄະແນນ, ອັນດັບ 4 ປກສ ແຂວງຈຳປາສັກ ລົງສະຫນາມ 12 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ເສຍ
3 ນັດ ມີ 21 ຄະແນນ, ອັນດັບ 5 ສີອຳພອນ ລົງສະຫນາມ 12 ນັດ ຊະນະ 4 ນັດ ສະເຫມີ 3 ນັດ ເສຍ
5 ນັດ ມີ 15 ຄະແນນ, ອັນດັບ 6 ສີລາເພັດ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ
8 ນັດ ມີ 10 ຄະແນນ, ອັນດັບ 7 ຫົວແຊ ລົງສະຫນາມ 12 ນັດ ຊະນະ 3 ນັດ ສະເຫມີ 1 ນັດ ເສຍ
8 ນັດ ມີ 10 ຄະແນນ ແລະ ອັນດັບ ສຸດທ້າຍ ນ້ຳດື່ມ ນາດາ ລົງສະຫນາມ 12 ນັດ ຊະນະ 2 ນັດ ເສຍ
10 ນັດ ມີ 6 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນນັດຕໍ່ໄປ ອາທິດ 13 ຈະມີຂຶ້ນ ວັນທີ 15 ກໍລະກົດ 2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ເວລາ 15:30 ສີລາເພັດ ພົບ ບາຈຽງ ແລະ ວັນທີ 16 ກໍລະກົດ 2023 ເວລາ 13:30 ປກສແຂວງຈຳປາສັກ ພົບ ສີອຳພອນ, ເວລາ 15:30 ທະຫານແຂວງຈຳປາສັກ ພົບ ນ້ຳດື່ມນາດາ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.