ຂ່າວສານ
News Cover

ຮອງປະທານ ສຕລ ເຂົ້າຮ່ວມກອງປະຊຸມໃຫຍ່ IFAB

03/03/2024

ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະບໍລິຫານງານຂອງສະຫະພັນບານເຕະນາໆຊາດ (FIFA) ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ຄະນະ​ກຳມະການ​ສະຫະພັນ​ບານ​ເຕະ​ສາກົນ(The International Football Association Board) (IFAB) ຄັ້ງທີ 138 ທີ່ສະກ໋ອດແລນ.


ສໍາລັບ IFAB ມີໜ້າທີ່ຮັບຜິດຊອບໃນການສ້າງ, ຄຸ້ມຄອງ ແລະ ດັດແກ້ ກະຕິກາກິລາບານເຕະ(Laws of the Game)ໃຫ້ເປັນມາດຕະຖານສາກົນ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນກິລາບານເຕະທົ່ວໂລກ,ໄດ້ຖືກສ້າງຕັ້ງຂື້ນໃນປີ1886ໂດຍສະຫະພັນບານເຕະອັງກິດ, ສະຫະພັນບານເຕະສະກ໋ອດແລນ, ສະຫະພັນບານເຕະເວລ໌ ແລະ ສະຫະພັນບານເຕະໄອຣ໌ແລນ.


ໃນປັດຈຸບັນ IFAB ປະກອບມີທັງໝົດ 8 ສຽງ ເຊິ່ງ 4 ສຽງມາຈາກ 4 ສະຫະພັນບານເຕະຜູ້ກໍ່ຕັ້ງ ສະຫະພັນລະ 1 ສຽງ ແລະ ອີກ 4 ສຽງ ມາຈາກຄະນະບໍລິຫານງານຂອງ FIFA ເຊິ່ງທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກແຕ່ງຕັ້ງຈາກ FIFA ໃຫ້ເປັນ 1 ໃນຄະນະກຳມະການ 4 ທ່ານ ໂດຍເປັນຄົນລາວຄົນທໍາອິດ ທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ດັ່ງກ່າວ.


ສະເພາະກອງປະຊຸມໃນປີ 2024 ນີ້ ມີການຮັບຮອງການດັດແກ້ໃນຫຼາຍຫົວຂໍ້ຂອງກະຕິກາກິລາບານເຕະ ໂດຍສະເພາະກະຕິກາທີ3(Law3) ວ່າດ້ວຍນັກກິລາ ເຊິ່ງຈະມີການເພີ່ມຈໍານວນການປ່ຽນຕົວສໍາຮອງ ໃນກໍລະນີທີ່ມີການກະທົບຫົວ (concussion).


ສໍາລັບກະຕິກາກິລາບານເຕະ(Laws of the Game) ປະກອບມີທັງໝົດ 17 ຂໍ້ ເຊິ່ງທ່ານສາມາດເຂົ້າເບີ່ງທັງໝົດໄດ້ທີ່: (LOTG link)

https://www.theifab.com/news/the-ifab-approves-permanent-concussion-substitutes-among-several-changes-to-the-l

News Cover

ສຕລ ຈັດຝຶກອົບຮົມພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA ເປັນຄັ້ງທຳອິດ

29/02/2024

             ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມພັດທະນາຜູ້ຝຶກສອນແລະກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMAຂື້ນໃນທ້າຍເດືອນກຸມພາຜ່ານມາທີ່ສຕລ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ.


            ນີ້ແມ່ນການຝຶກອົບຮົມເປັນຄັ້ງທຳອິດໃນການພັດທະນາຜູ້ຝຶກສອນ ແລະ ກ້າວໄປເປັນຜູ້ຝຶກສອນລະດັບ LFF / AFC ‘’ C ‘’ DIPLOMA ,ໂດຍມີຈຸດປະສົງເພື່ອສ້າງບຸກຄະລາກອນທາງດ້ານຄູຝຶກເພື່ອຕໍ່ຍອດໄປສູ່ ເປັນຜູ້ຝຶກສອນ LFF / AFC ‘’ C ‘’ DIPLOMA ໃນອະນາຄົດ.


             ການຝຶກອົບຮົມດັ່ງກ່າວແມ່ນຈະຝຶກໃນລະຫວ່າງ ວັນທີ 29 ກຸມພາ ຫາ 05 ມີນາ 2024 , ມີທັງພາກທິດສະດີ, ການປະຕິບັດຕົວຈິງ ແລະ ການສອບເສັງວັດລະດັບ ຖ້າຫາກຜູ້ໃດມີຜົນງານດີ ກໍມີໂອໄດ້ເປັນຜູ້ຝຶກສອນ ໃນອະນາຄົດ, ສຳ​ລັບ​ຢູ່ ສ​ປ​ປ​ລາວ ມີ​ບຸກ​ຄະ​ລ​າ​ກອນ​ທີ່​ເປັນ​ຄົນ​ລາວ ພຽງ​ຄົນ​ດຽວ​ຄື: ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ເປັນ​ຜູ້​ຝຶກ​ສອນລະ​ດັບ LFF / AFC ‘’ C ‘’ DIPLOMA.


             ເຂົ້າຮວ່ມກອງປະຊຸມນີ້ຍັງມີ ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ 15 ຄົນເປັນຍິງ 1 ຄົນ ທີ່ມາຈາກ ສຕລ, ບັນດາສະໂມສອນ ອ້ອມຂ້າງນະຄອນຫລວງວຽງຈັນ ແລະ ແຂວງສະຫວັນນະເຂດ.




ສຳ​ລັບ​ຢູ່ ສ​ປ​ປ​ລາວ ມີ​ບຸກ​ຄະ​ລ​າ​ກອນ​ທີ່​ເປັນ​ຄົນ​ລາວ ພຽງ​ຄົນ​ດຽວ​ຄື: ທ່ານ ວົງ​ມີ​ໄຊ ສຸ​ບົວ​ຄຳ ທີ່​ເປ​ັນ​ຜູ້​ສອນ LFF / AFC ‘’ C ‘’ DIPLOMA.


News Cover

ຝຶກອົບຮົມກໍາມະການຕັດສິນຟຸດຊໍ ກຽມພ້ອມຮັບໃຊ້ການແຂ່ງຂັນ ລາວ ຟຸດຊໍລີກ 2024

28/02/2024

        ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຍົກລະດັບກຳມະການຕັດສິນ ຟຸດຊໍ ໃນຕອນເຊົ້າ ວັນທີ 28 ກຸມພາ 2024 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີເປິດຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ.

       ທ່ານ ຄຳປະສົງ ໄຊຍະວົງສີ ໄດ້ລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂື້ນຢ່າງເປັນທາງການໃນວັນທີ 02 ມີນາ 2024 ນີ້. ໄລຍະການຝຶກອົບຮົມເປັນເວລາ 3 ມື້ (28 ກຸມພາ ຫາ 01 ມີນາ 2024) ຜູ້ເຂົ້າຮ່ວມ ແມ່ນຈະໄດ້ຮຽນຮູ້ທາງດ້ານກົດລະບຽບກະຕິກາໃໝ່ຂອງກິລາບານເຕະຟຸດຊໍ ທີ່ FIFAສະບັບປັບປຸງ ແລະ ມີການທົດສອບພາລະກຳລັງພ້ອມດ້ວຍ ມີການ ສອບເສັງຄວາມຮູ້ດ້ານທິດສະດີ.

       ກ່າວມີຄຳເຫັນໃນກອງປະຊຸມ,ທ່ານຈັນທະວົງ ສິລິມະໂນທຳໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນຂອງການຝຶກອົບຮົມແລະເນັ້ນໃຫ້ຜູ້ເຂົ້າຮວ່ມຕັ້ງໃຈໃນການຮຽນ,ພ້ອມປະຕິບັດລະບຽບຂອງການຮຽນໃຫ້ເຄ່ງຄັດ,ປາສຈາກຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນ ລາວ ຟຸດຊໍ ລີກ 2024 ທີ່ຈະເປີດຂຶ້ນໃນອາທິດນີ້ດວ້ຍຜົນສຳເລັດ.

       ເຂົ້າຮວ່ມໃນກອງປະຊຸມຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວິງ ຜູ້ຮັບຜິດຊອບກໍາມະການຕັດສິນຟຸດຊໍ ທັງເປັນຜູ້ຝຶກສອນ ພ້ອມດ້ວຍຜູ້ປະເມີນກໍາມະການຕັດສິນ ແລະ ສໍາມະນາກອນ 25 ທ່ານ.


News Cover

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

28/02/2024

           ທ່ານ ນາງ ພຸດສະຫວັນ ຈັນທະວົງໄດ້ກາຍເປັນກຳມະການຕັດສິນຍິງຄົນທຳອິດຂອງສປປລາວລາວທີ່ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການລະດັບທະວີບອາຊີ.ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນທີ່ເປັນຄົນລາວ ໄດ້ຮັບກຽດຖືກເຊີນໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າ(FIFA)ຈາກສປປລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ(U20) ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ໃນລະຫວ່າງ ວັນທີ 3-16 ມີນາ 2024 ນີ້.


          ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.


         ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019.

         ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບສຸດທ້າຍ ມີທີມເຂົ້າຮ່ວມທັງຫມົດ 8 ທີມ ປະກອບມີ: ອຸດເບກກິດສະຖານ, ໄຕ້ຫວັນ(ສປຈີນ), ສ.ເກົາຫລີ, ອົສຕຣາລີ, ຍີ່ປຸ່ນ, ສປປ ເກົາຫລີ, ສປຈີນ ແລະ ຫວຽດນາມ.


News Cover

ຈັດພິທີເປີດສູນຝຶກກິລາບານເຕະຈຳປີ - ຈຳປາຢ່າງເປັນທາງການ

24/02/2024

                ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດສູນຝຶກກິລາບານເຕະຈຳປີ-ຈຳປາຂື້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 24 ກຸມພາ 2024 ຢູ່ທີ່ສູນດັ່ງກ່າວ,ເຊິ່ງມີທີ່ຕັ້ງຢູ່ສະຫນາມກິລາແຫ່ງຊາດລາວ(ຫຼັກ16)ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະ ພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍ ຄະນະບໍລິຫານງານ ສຕລ,ບັນດາສະຫະພັນບານເຕະແຂວງ ແລະ ສື່ມວນຊົນເຂົ້າຮ່ວມ.

               ໃນພິທີ,ທ່ານ ວີເພັດ ສີຫາຈັກຣ​ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວວ່າ: ສູນກິລາຈຳປີ - ຈຳປາ ເປັນຫມາກຜົນແບບຢ່າງທາງດ້ານການພັດທະນາກິລາບານເຕະລາວ, ເຊິ່ງພາກລັດ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດສຕລໄດ້ນຳໃຊ້ສະຫນາມກິລາແຫ່ງຊາດຫຼັກ 16 ລວມທັງຫມົດເປັນເນື້ອທີ່ດິນຈຳນວນ 105,446 ຕາແມັດ. ຫລັງຈາກນັ້ນ ສຕລ ໄດ້ຍາດແຍ່ງທຶນຊ່ວຍເຫລືອຈາກ ສະຫະພັນນາໆຊາດ ພາຍໃຕ້ໂຄງການ FIFA FORWARD 3 ໄລຍະຄື:

1. ໂຄງການກໍ່ສ້າງຕຶກຫໍພັກນັກກິລາພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2017.

2. ໂຄງການກໍ່ສ້າງເດີ່ນຝຶກຊ້ອມຂະຫນາດມາດຕະຖານ 2 ເດີ່ນພາຍໃຕ້ໂຄງການ FIFA FORWARD 1.0 ສຳເລັດໃນປີ 2021.

3. ໂຄງການພາກຂະຫຍາຍ ສູນຝຶກກິລາບານເຕະ ຈໍາປີິ - ຈໍາປາ ພາຍໃຕ້ໂຄງການ FIFA FORWARD 2.0 ສຳເລັດໃນປີທີ່ຜ່ານມາ.

             ຈຸດປະສົງຂອງສູນຝຶກນີ້ ແມ່ນເພື່ອເປັນບ່ອນຝຶກແອບນັກກິລາບານເຕະທີມຊາດລາວ ທັງຍິງ ແລະ ຊາຍ ຕັ້ງແຕ່ລຸ້ນໃຫຍ່ ຈົນຮອດ ລຸ້ນເຍົາວະຊົນ ເພື່ອຈຸດປະສົງຍົກລະດັບຂີດຄວາມສາມາດຂອງນັກກິລາໂດຍການມີສູນຝຶກທີ່ໄດ້ມາດຕະຖານທີ່ປະກອບໄປດ້ວຍ ຫໍພັກ, ຫ້ອງອາຫານ, ຫ້ອງປະຊຸມ, ຫ້ອງອອກກຳລັງກາຍ. ສູນຝຶກແຫ່ງນີ້ ຈະເປັນບ່ອນຫລໍ່ຫລອມທັກສະ, ຄວາມສາມາດຂອງນັກກິລາບານເຕະທີມຊາດລາວ ນັບແຕ່ນີ້ໄປສູ່ຫລາຍສະໄໝໃນອະນາຄົດ. ນອກນັ້ນ ສູນຝຶກແຫ່ງນີ້ ຍັງຈະເປັນສະຖານທີ່ຈັດກິດຈະກຳພັດທະນາບານເຕະຂັ້ນພື້ນຖານ, ນຳໃຊ້ເຂົ້າໃນການຝຶກຊ້ອມນັກກິລາຂອງສູນພັດທະນາກິລາບານເຕະຈຳປີ - ຈຳປາ ພາຍໃຕ້ໂຄງການ FIFA TDS, ຈັດກິດຈະກຳວັນກິລາບານເຕະ ສຕລ LFF FOOTBALL DAY ແລະ ອື່ນໆ.

            ຂະນະທີ່ທ່ານ Kenny JEAN-MARIE ຕົວແທນຈາກ ສະຫະພັນບານເຕະຟີຟາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການສ້າງສູນຝຶກແຫ່ງດັ່ງກ່າວ, ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີຄວາມມຸ້ງຫມັ້ນ ພັດທະນາບານເຕະລາວ ໃນໄລຍະຍາວ ໃນທຸກໆລໍາດັບ , ພວກເຮົາຍິນດີທີ່ຈະປະກອບສ່ວນ ໂດຍຜ່ານໂຄງການ FIFA FORWARD ດ້ວຍການຮ່ວມມືທີ່ດີພວກເຮົາ ເຮັດວຽກຮ່ວມກັນເພື່ອສ້າງວິໃສທັດທາງດ້ານບານເຕະໂສມຫນ້າໃຫມ່ໃນປະເທດ ເຊິ່ງໄດ້ເປີດໂອກາດໃຫ້ເຍົາວະຊົນທັງຍິງ ແລະ ຊາຍ ໄດ້ມີໂອກາດໄດ້ສະແດງຄວາມສາມາດໃນເກມການແຂ່ງຂັນ, ທ່ານ Kenny JEAN-MARIE ຍັງກ່າວຕື່ມວ່າສະຫະພັນບານເຕະນາໆຊາດFIFAພ້ອມສືບຕໍ່ໃຫ້ການສະໜັບສະໜູນດ້ານທຶນຮອນ,ວິຊາການໃນການຊວ່ຍເຫຼືອສຕລດ້ານຕ່າງໆນັບທັງການຝຶກສອນນັກກິລາລາວຕື່ມອີກ ຜ່ານໂຄງການ FIFA FORWARD.


News Cover

ສຳເລັດກອງ​ປະ​ຊຸມ​ໃຫຍ່ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ປະ​ຈຳ​ປີ 2024 ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກເປັນປະທານ ສຕລ ອີກຄັ້ງໃໝ່

24/02/2024

             ກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 24 ກຸມພາ 2024 ທີ່ ໂຮງແຮມລາວພລາຊາແລະອັດລົງໃນວັນດຽວກັນດວ້ຍຜົນສຳເລັດ,ໂດຍໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກ ສຕລ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ພ້ອມດ້ວຍຄະນະບໍລີຫານງານສຕລ, ຕົວແທນຈາກ ສະຫະພັນບານເຕະນາໆຊາດFIFA, ຕົວແທນຈາກສະຫະພັນບານເຕະອາຊີAFC, ຕົວແທນ ສະຫະພັນບານເຕະອາຊຽນAFF ພ້ອມດ້ວຍຜູ້ຕາງໜ້າສະຫະພັນບານເຕະແຂວງຈາກ17 ແຂວງແລະສະໂມສອນ ລາວລີກ1ເຂົ້າຮ່ວມ.

             ໃນກອງປະຊຸມ,ຜູ້ແທນໄດ້ຮັບຮອງເອົາບົດບັນທຶກກອງປະຊຸມສະໄໝສາມັນ ສຕລປະຈຳປີ2023ແລະເລືອກຕັ້ງເອົາຄະນະບໍລິຫານງານສຕລຊຸດໃໝ່,ວາລະ4ປີ(2024-2028).ໃນນັ້ນ,ທ່ານ ວີເພັດ ສີຫາຈັກຣ ຖືກຄັດເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໃໝ່ແລະປະກອບມີຮອງປະທານ4ທ່ານຄືທ່ານ ປະສາດໄຊ ພິລາພັນເດດ, ທ່ານ ຄໍາໄພ ປະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ນາງ ກັນຍາ ແກ້ວມະນີ(ຜູ້ໃໝ່) ແລະຄະນະກໍາມະການບໍລິຫານງານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ປອ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ແກ້ວລັດຕະນະ ສີຫາວົງ (ຜູ້ໃໝ່)ແລະ ທ່ານ ຄໍລະເດດ ພອນພະຈັນ(ຜູ້ໃໝ່).


           ໂອກາດກ່າວຮັບໜ້າທີ່ໃໝ່,ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ຮຽກຮ້ອງໃຫ້ ຄະນະບໍລິຫານງານ ສຕລ ຊຸດໃໝ່ຈົ່ງສາມັກຄີກັນແຫນ້ນ, ຈັດຕັ້ງປະຕິບັດບັນດາທິດທາງແຜນການທີ່ໄດ້ຮັບຮອງໄວ້ແລ້ວສຳລັບ 4 ປີ ຕໍ່ໜ້າ2024-2028 ໃຫ້ປະສົບຜົນສຳເລັດ,ຕາມຄາດຫມາຍ ຫລື ລື່ນຄາດຫມາຍທີ່ວາງໄວ້, ແນ ໃສ່ພັດທະນາວົງການກິລາບານເຕະລາວພາຍໃຕ້ການບໍລິຫານງານຂອງ ຄະນະບໍລິຫານງານຊຸດນີ້ ໃຫ້ມີຜົນງານໃໝ່ທີ່ດີຂຶ້ນກວ່າເກົ່າ.


            ກ່າວມີຄຳເຫັນຕໍ່ກອງປະຊຸມ,ທ່ານກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຊິ່ງເພິ່ນໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານ ສຕລ ຊຸດເກົ່າທີ່ໄດ້ສ້າງຜົນງານເດັ່ນທັງພາຍໃນແລະຕ່າງປະ ເທດ,ເຮັດໃຫ້ສາກົນຮັບຮູ້ສປປລາວຫຼາຍຂື້ນແລະພ້ອມນັ້ນທ່ານກໍໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານຊຸດໃໝ່ສືບຕໍ່ເສີມຂະຫຍາຍຜົນງານໃຫ້ຫຼາຍຂື້ນກວ່າເກົ່າ,ພັດທະນາວົງການກິລາລາວແຕ່ລະລຸ້ນໃຫ້ມີຄຸນນະພາບນັບທັງຢູ່ສູນກາງແລະທ້ອງຖິ່ນ.


           ໃນ4ປີຜ່ານມາ,ສະຫະພັນບານເຕະແຫ່ງຊາດລາວສົກປີ2020-2024 ໄດ້ມີຫລາຍວຽກງານທີ່ພົ້ນເດັ່ນຫຼາຍດ້ານສຸມສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການພັດທະນາກິລາບານເຕະໃນ ສປປ ລາວ ໃຫ້ກ້າວຂື້ນ ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ, ບັນດາສະມາຊິກ ສຕລ, FIFA, AFC, AFC ແລະ ບັນດາຜູ້ໃຫ້ການສະໜັບສະໜູນ.ເຖິງແມ່ນວ່າໃນໄລຍະທົ່ວໂລກ ກໍຄືປະເທດລາວ ໄດ້ປະສົບກັບການແຜ່ລະບາດຂອງພະຍາດ COVID-19 ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການພັດທະນາກິລາບານເຕະພາຍໃນປະເທດລາວ, ແຕ່ໃນໄລຍະເວລານັ້ນສຕລກໍໄດ້ສຸມໃສ່ປ້ອງກັນຕົນເອງ,ລວມທັງນັກກິລາບໍ່ໃຫ້ມີຜົນກະທົບຮ້າຍແຮງຈາກການແຜ່ລະບາດຂອງພຍາດໂຄວິດ-19.ພາຍຫຼັງທີ່ສະພາບການໄດ້ກັບມາເປັນປົກກະຕິ ສຕລ ກໍ່ໄດ້ສຸມໃສ່ເຄື່ອນໄຫວພັດທະນາວົງການກິລາບານເຕະຢ່າງຕັ້ງໜ້າ ໂດຍການຈັດການແຂ່ງຂັນບານເຕະເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໃນປີທ້າຍ 2020 ເຊິ່ງໄດ້ຮັບຄວາມນິຍົມຫຼາຍທີ່ສຸດພາຍໃນປວງຊົນລາວທົ່ວທັງປະເທດ.


           ນອກນັ້ນ,ໃນວຽກງານຈັດການແຂ່ງຂັນພາຍໃນ, ສຕລ ໄດ້ຈັດການແຂ່ງຂັນຕັ້ງແຕ່ລຸ້ນທົ່ວໄປຈົນຮອດລະດັບເຍົາວະຊົນ ທີ່ພົ້ນເດັ່ນ ກໍຄືການຂະຫຍາຍຕາໜ່າງທີມໃນການແຂ່ງຂັນ ລາວລີກ 1 ອອກໄປສູ່ຕ່າງແຂວງແລະ ຍັງໄດ້ຮ່ວມກັນຈັດການແຂ່ງຂັນ ລາວລີກ 2 ກັບບັນດາສະຫະພັນສະມາຊິກ ເພື່ອເຮັດໃຫ້ການແຂ່ງຂັນບານເຕະລະດັບສະໂມສອນ ເປັນລະບົບຫຼາຍຂື້ນ.ອັນທີ່ພົ້ນເດັ່ນກໍຄືການຈັດການແຂ່ງຂັນບານເຕະລາວລີກຍິງ ພາຍໃຕ້ການສະໜັບສະໜູນຈາກໂຄງການFIFA ຂື້ນເປັນຄັ້ງທໍາອິດໃນທ້າຍປີຜ່ານມາ, ໄດ້ກາຍເປັນບາດກ້າວອັນໃໝ່ສໍາລັບການພັດທະນາກິລາບານເຕະຍິງຢູ່ສປປລາວ.ໃນດ້ານການສ້າງຕັ້ງສູນພັດທະນາກິລາບານເຕະຈໍາປີ-ຈໍາປາ ກໍ່ເປັນອີກບາດກ້າວໜຶ່ງທີ່ສໍາຄັນໃນການພັດທະນານັກກິລາລຸ້ນສືບທອດ ຄຽງຄູ່ກັບການພັດທະນານັກກິລາ ການພັດທະນາຄູຝຶກກໍ່ເປັນບູລິມະສິດຂອງ ສຕລ ເຊິ່ງສາມາດເຂົ້າເປັນພາຄີຂອງ AFC ໃນລະດັບ A, B ແລະ C.


          ການພັດທະນາບຸກຄະລາກອນພາຍໃນ, ສຕລ ໄດ້ສົ່ງເສີມໃຫ້ບຸກຄະລາກອນໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ໃນວຽກງານວິຊາສະເພາະຂອງຕົນ ໂດຍການສົ່ງເຂົ້າຮ່ວມຮຽນຫຼັກສູດຕ່າງໆ ຂອງ FIFA ແລະ AFC. ນອກນັ້ນ ຍັງໄດ້ສົ່ງເສີມໃຫ້ບັນດາຄູຝຶກ ພັດທະນາຂີດຄວາມສາມາດໃຫ້ກາຍເປັນຜູ້ຝຶກສອນການອົບຮົມຄູຝຶກລະດັບ C ຂອງ AFC ແລະ ສົ່ງເສີມກໍາມະການຕັດສີນ ລົງຄັດເລືອກເປັນກໍາມະການຕັດສິນລະດັບສູງຂອງ AFCລວມທັງສົ່ງເສີມກຳມະການຕັດສິນແລະຜົນງານອື່ນໆ.

            


News Cover

ສຕລ ມີຄວາມພ້ອມຈັດ ການແຂ່ງຂັນ ລາວ ຟຸດຊໍ ລີກ2024

21/02/2024

           ມາຮອດປະຈຸບັນ,ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີຄວາມພ້ອມ100%ໃນທຸກດ້ານໃນການຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024(LAO FUTSAL LEAGUE 2024) ໂດຍຈະເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 01 ມິຖຸນາ 2024 ແລະຈະນໍາໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.


        ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນຮອບຕົກແລ້ວຄັດອອກ( Play-off) ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .


 ຕາຕະລາງການແຂ່ງຂັນໃນອາທິດ ທີ 1 ມີດັ່ງນີ້:

- ວັນທີ 02 ມີນາ 2024

ເວລາ 14:00 ເບສະຫວັນ ພົບ ເຄເອັມທີ 

 ເວລາ 16:00ເອັສທີທີ ພົບ ຊິທີເອ ພາວເວີ

 ເວລາ 18:00 ເຫນືອ - ໃຕ້ ພົບ ອາສາ ພາວເວີ


- ວັນທີ 03 ມີນາ 2024


 ເວລາ 14:00 ຊີໄອທີ ພົບ ຈັນສີ

ເວລາ 16:00 ມາສະດາ ຈີບິ ພົບ ນະຄອນຫຼວງ

ເວລາ 18:00 ລາຊະຕະ ພົບ ວີເຊີນ


ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາໃນຮົ່ມ ສູນຝຶກຫ້ວຍຫົງ ສຕລ

ແຟນບານສາມາດຕິດຕາມການຖ່າຍທອດສົດໄດ້ຜ່ານທາງເພສ ເຟສບຸກ LAO FUTSAL LEAGUE ແລະ LAOFF TV ສະຫະພັນບານເຕະແຫ່ງຊາດລາວ.


News Cover

ຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານທີ່ເມືອງຄຳເກີດ

19/02/2024

               ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮ່ວມກັບ ສະຫະພັນບານເຕະແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດຝຶກອົບຮົມກຳມະການຕັດສິນຂັ້ນພື້ນຖານຂື້ນໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຄໍາເກີດ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງທອງ ລໍມະນີ ຮອງຫົວຫນ້າຫ້ອງການສຶກສາ ແລະ ກິລາ ເມືອງຄໍາເກີດ.



              ໃນພິທີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກໍາມະການຕັດສິນ ສຕລໄດ້ ຂຶ້ນລາຍງານໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະແຫ່ງຊາດລາວ, ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃໝ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການຂອງ FIFA.


               ໃນໂອກາດກ່າວເປີດພິທີ, ທ່ານ ແສງທອງ ລໍມະນີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຕໍ່ການພັດທະນາກຳມະການຕັດສິນຢູ່ທີ່ເມືອງ ຄໍາເກີດ ເພື່ອຕອບສະໜອງໃນການແຂ່ງຂັນກິລາບານເຕະໃນຂອບເຂດຕົວເມືອງທີ່ນັບມື້ມີການຂະຫຍາຍຕົວແລະຟົດຟື້ນຂຶ້ນເລື້ອຍໆ.ແຕ່ຍ້ອນເວລາໃນການຝຶກອົບຮົມສັ້ນ,ດັ່ງນັ້ນ,ຈິ່ງຮຽກ ຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນ,ຈົດຈຳເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົນເອງໃຫ້ສູງເທົ່າທີ່ຈະສູງໄດ້.ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 19-23 ກຸມພາ 2024.


               ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ຄໍາປະສົງ ໄຊຍະວົງສີ ວິຊາການພະແນກກຳມະການຕັດສິນ ສຕລ, ທ່ານ ກິຫຼ້າ ລາດຊະວົງ ວິຊາການພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 25 ທ່ານ, ຍິງ 2 ທ່ານທີ່ ມາຈາກຂອບເຂດຕົວເມືອງ ຄໍາເກີດ.


News Cover

ສຕລ ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບ C

16/02/2024

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງສະຫະພັນບານເຕະແຫ່ງຊາດລາວ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະ ລະດັບ ຊີ AFC “C” DIPLOMA COACHING CERTIFICATE COURSE 2024, ໂດຍວິທະຍາກອນແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

+ ກຳນົດການ

- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງ 2 ໄລຍະ,  ໄລຍະທີ 1 ວັນທີ 01-05 ເມສາ 2024 ແລະ  ໄລຍະທີ 2 ວັນທີ 20-24 ພຶດສະພາ 2024

- ປິດຮັບສະໝັກ ວັນທີ 10 ມີນາ 2024, ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

+ ສະຖານທີ່

- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ)  ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ

+ ເງື່ອນໄຂ:

- ບັນດາສະຫະພັນບານເຕະແຂວງ, ສະໂມສອນບານເຕະ, ສາມາດສົ່ງຜູ້ໝັກເຂົ້າຮ່ວມໄດ້ບໍ່ເກີນ 2 ທ່ານ.

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.

- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.

- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.

- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຕ້ອງຮູ້ຈັກວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະ 14 ມື້.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະອາຊີ(AFC) ວາງອອກຢ່າງເຂັ້ມງວດ.

+ ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ 2 ຊຸດ.

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

- ອາຫານທ່ຽງ ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

- ຄ່າສະໝັກເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ (ສໍາລັບຄົນລາວ) ແລະ 500 ໂດລ້າ (ສໍາລັບຄົນຕ່າງປະເທດ).

- ອາຫານແລງຂອງ ນັກສຳມະນາກອນ ຕ່າງແຂວງ ແມ່ນ ຮັບຜິດຊອບຕົນເອງ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

-ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະອາຊີ (AFC).

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນສົມບັດຂອງຜູ້ສະໝັກ.

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ລິ້ງດາວໂຫລດແບບຟອມ : https://drive.google.com/file/d/1jVYmeIW2YxNeU7wotNJA5czyjP1v0D6K/view?fbclid=IwAR2H4GDgV4oaLZif6Ej0Ppl2n46gjBo5rrCOE008B771poo4G9fW7HGyRQ0

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ: ທ່ານ ວົງມີໄຊ ສຸບົວຄຳ 02054918322,ທ່ານ ສົມໃຈ ແສນພິມມະຈັກ

020 52213030


News Cover

ສໍາເລັດ ຝຶກອົບຮົມຄູຝຶກລະດັບ ບີ

15/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ບີ(B) (LFF/AFC "B" DIPLOMA COACHING COURSE 2023/2024) ຂື້ນໃນວັນທີ 15 ກຸມພາ 2024ທີ່ຫ້ອງປະຊຸມຂອງ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ຈຸດປະສົງການຈັດຝຶກອົບຮົມເພື່ອພັດທະນາຄູຝຶກ ໂດຍໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ ຫລື AFC , ຕະຫລອດໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ສະໜາມ.

  ການຝຶກອົບຮົມຄັ້ງນີ້ແມ່ນນໍາໃຊ້ລະບຽບໃໝ່ຂອງ AFC ຊຶ່ງຈະແບ່ງອອກເປັນ 2 ໄລຍະ ຄື:

- ໄລຍະທີ 1 ເລີ່ມວັນທີ 1 ຫາ 10 ພະຈິກ 2023

- ໄລຍະທີ 2 ເລີ່ມວັນທີ 07 ຫາ 15 ກຸມພາ 2024

ໃນຕອນທ້າຍພິທີຍັງມີການມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມເພື່ອຢັ້ງຢືນຜົນສຳເລັດໃນການຝຶກອົບຮົມ, ສ່ວນຜົນການສອບເສັງແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

 ສຳລັບແຜນການຝຶກອົບຮົມຄູຝຶກໃນຕໍ່ໜ້າ ພະແນກເຕັກນິກ ວິທະຍາ ແລະ ພັດທະນາ ມີດັ່ງນີ້: ຝຶກອົບຮົມໃຫ້ຄວາມຮູ້ຄູຝຶກເພດຍິງ ແລະ ທີມບານເຕະຍິງ Coach Education Programme For Womens Team Coaches

• ສ້າງຊ່ອງທາງການເລືອກນັກກິລາພອນສະຫວັນ (Talend ID) ອອນລາຍ ( google forms)

• ຈັດຝຶກອົບຮົມ LFF Coach Educator Course ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມ LFF Youth Diploma ຈຳນວນ 1 ຄັ້ງ

• ຈັດຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ຈຳນວນ 4 ຄັ້້ງ (ຕ່າງແຂວງ2ຄັ້ງ )

• ຝຶກອົບຮົມຄູຝຶກລະດັບ ຊີ LFF/AFC ‘C’ DIPLOMA ສຳລັບຜູ້ຍິງ ຈຳນວນ 2 ຄັ້ງ

• ຝຶກອົບຮົມຄູຝຶກລະດັບ ບີ LFF/AFC ‘B’ DIPLOMA ຈຳນວນ 2 ຄັ້້ງ

• ສືບຕໍ່ໃຫ້ ສຳເລັດ ການອົບຮົມຄູຝຶກລະດັບ ເອ LFF/AFC ‘A’ DIPLOMA

• LFF/AFC Fitness Coaching Certificate Level A ຈຳນວນ 2 ຄັ້ງ

• LFF/ AFC Goalkeeping B Diploma Course ຈຳນວນ 1 ຄັ້ງ

• LFF/AFC Futsal Coaching Certificate Level 2 ຈໍານວນ 1 ຄັ້ງ

ຖ້າຫາກທ່ານໃດສົນໃຈກ່ຽວກັບການຝຶກອົບຮົມແຕ່ລະລາຍການສາມາດພົວພັນໄດ້ທີ່ ພະແນກ ເຕັກນິກວິທະຍາ ແລະ ພັດທະນາ ສຕລໃນໂມງລັດຖະການ.

ເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການສຕລ, ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ ເປັນວິທະຍາກອນ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ເປັນວິທະຍາກອນ , ທ່ານ ວົງມີໄຊ ສຸບົວຄຳ ຄະນະພັດທະນາຄູຝຶກ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກ ສະໂມສອນ ພາຍໃນປະເທດ, ຕ່າງປະເທດ ແລະ ນັກກິລາທີມຊາດລາວ.


News Cover

ບຸກຄະລາກອນ ສຕລ ສຳເລັດການເຂົ້າຮ່ວມຈັດການແຂ່ງຂັນ ບານເຕະຊີງແຊ້ມອາຊີ 2023

13/02/2024

ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ໄດ້ສຳເລັດລົງຢ່າງຈົບງາມ ທີມຊະນະເລີດເປັນຂອງ ທີມຊາດກາຕ້າ ສ້າງປະຫວັດສາດເປັນທີມທີ 5 ຂອງທະວີບ ສາມາດປ້ອງກັນແຊ້ມ ເອຊຽນຄັບ ຕໍ່ຈາກ ສາທາລະນະລັດເກົາຫລີ, ອີຣານ, ຊາອຸດິອາຣາເບຍ ແລະ ຍີ່ປຸ່ນ.

ສຳລັບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ຢູ່ທີ່ປະເທດກາຕ້າ ມີບຸກຄະລາກອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າຮ່ວມ 1 ທ່ານ ກໍ່ຄືທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຖືກຄັດເລືອກຈາກ ສະຫະພັນບານເຕະອາຊີ ເຂົ້າຮ່ວມເຮັດວຽກຈັດການແຂ່ງຂັນເປັນເວລາ 1 ເດືອນ ດວ້ຍຜົນສຳເລັດຢ່າງຈົບງາມ.

ພາຍຫຼັງສຳເລັດພາລະກິດໃນການເຂົ້າຮວ່ມຈັດການແຂ່ງຂັນ ທ່ານ ສັນຕິກອນ ແສງດາລາ ໄດ້ໃຫ້ສຳພາດວ່າ: ໃນການເຂົ້າຮ່ວມເຮັດໜ້າທີ່ຜູ້ຊ່ວຍຝ່າຍດຳເນີນການຈັດການແຂ່ງຂັນ (Tournament Delivery Assistant) ບານເຕະຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າຄັ້ງນີ້, ຕົນເອງໄດ້ຮຽນຮູ້ ແລະ ໄດ້ຮັບປະສົບການທີ່ເປັນປະໂຫຍດຫຼາຍຢ່າງເຊັ່ນການຮຽນຮູ້ລະບົບການກະກຽມແຜນຈັດການແຂ່ງຂັນໃນພາບລວມທີ່ມີຫຼາຍໆໜ້າທີ່ກ່ຽວພັນກັບການຈັດການແຂ່ງຂັນໃນແຕ່ລະສະໜາມແຂ່ງຂັນ, ລວມທັງທີ່ພັກ, ການເດີນທາງ, ການຝຶກຊ້ອມ, ເຄື່ອນໄຫວກິດຈະກຳສື່ມວນຊົນ, ການຕະຫຼາດ ແລະ ກິດຈະກຳອື່ນໆທີ່ກ່ຽວພັນກັບການແຂ່ງຂັນຂອງພາກສ່ວນຕ່າງໆທີ່ເຂົ້າຮ່ວມການແຂ່ງຂັນ. ນອກ ຈາກນັ້ນ ຍັງໄດ້ຮັບປະສົບການໃນການເຮັດວຽກຮ່ວມກັບບຸກຄະລາກອນປະເທດເຈົ້າພາບທີ່ມີຄວາມເປັນມືອາຊີບ ແລະ ມີຄຸນນະພາບ. ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນຕົວແທນຈາກປະເທດລາວ ປະກອບສ່ວນຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຈັດການແຂ່ງຂັນລາຍການທີ່ໃຫຍ່ ແລະ ມີຄວາມສຳຄັນທີ່ສຸດໃນທະວີບອາຊີກໍ່ຄືການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2023 ທີ່ປະເທດກາຕ້າໃນຄັ້ງນີ້.

ທ່ານ ສັນຕິກອນ ແສງດາລາ ຍັງໄດ້ສະແດງຄວາມຂອບໃຈມາຍັງການນຳ ສຕລ ທີ່ເປີດໃຫ້ໂອກາດໃຫ້ຕົນເອງໄດ້ເຂົ້າຮ່ວມຈັດການແຂ່ງຂັນຄັ້ງນີ້ ແລະ ພ້ອມຈະນຳເອົາຄວາມຮູ້ໃນການຮຽນ ເພື່ອພັດທະນາວຽກງານບານເຕະພາຍໃນລາວໃຫ້ມີການພັດທະນາຢ່າງເປັນຮູບປະທຳຂື້ນໄປເລື້ອຍໆ. ຫວັງຢ່າງຍິ່ງວ່າໃນອະນາຄົດຈະມີບຸກຄະລາກອນຈາກ ສປປ ລາວ ຖືກຄັດເລືອກໃຫ້ເຂົ້າຮ່ວມປະຕິບັດໜ້າທີ່ໃນແຕ່ລະໜ້າວຽກຂອງການຈັດການແຂ່ງຂັນຂອງລາຍການແຂ່ງຂັນຕ່າງໆຂອງທະວີບອາຊີເພີ່ມຂື້ນໃນອະນາຄົດ.

ປະຫວັດຂອງທ່ານ ສັນຕິກອນ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:
2014: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ ຊູຊູກິ ຄັບ ຮອບຄັດເລືອກ ທີ່ ສປປລາວ
2015: ອາສາສະໝັກຮັບໃຊ້ການຈັດການແຂ່ງຂັນບານເຕະ U19 ຊີງແຊ້ມອາຊີຮອບຄັດເລືອກ, ບານໂລກຮອບຄັດເລືອກ, ບານເຕະ AFC CUP ແລະ ເຂົ້າວຽກເປັນພະນັກງານສົມບູນໃນທ້າຍປີ 2015.
2016-2018: ສັງກັດຢູ່ຝ່າຍພົວພັນຕ່າງປະເທດຂອງ ສຕລ ແລະ ຜູ້ຈັດການທີມຊາດລຸ້ນ U23 ແລະ ຊຸດໃຫຍ່
2018-2022: ຮັບໜ້າທີ່ເປັນຮອງຫົວໜ້າພະແນກຈັດການແຂ່ງຂັນ
2022-ປັດຈຸບັນ: ຮັບໜ້າທີ່ຫົວໜ້າພະແນກຈັດການແຂ່ງຂັນ

News Cover

ກຽມຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024 LAO FUTSAL LEAGUE 2024 ເລີ່ມວັນທີ 02 ມິນາ 2024 ເປັນຕົ້ນໄປ

12/02/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີຄວາມພ້ອມຈັດການແຂ່ງຂັນ ລາວ ຟຸດຊໍ ລີກ ປະຈຳປີ 2024 LAO FUTSAL LEAGUE 2024 ໂດຍຈະເລີ່ມແຂ່ງຂັນ ວັນທີ 02 ມີນາ 2024 ຫາ 01 ມິຖຸນາ 2024 ໂດຍຈະໃຊ້ສະຫນາມກິລາຟຸດຊໍຂອງ ສຕລ ເປັນສະຫນາມແຂ່ງຂັນ ກຳນົດເອົາ 12 ທີມເຂົ້າຮ່ວມການແຂ່ງຂັນ ປະກອບມີ: ເບ ສະຫວັນ ( ແຊ້ມເກົ່າ ), ລະຊະຕະ , ມາສະດາ ຈີບີ, ເຫນືອ - ໃຕ້, ຊີທີເອ ພາວເວີ້ , ນະຄອນຫຼວງ, ວີເຊີນ, ອາສາ ພາວເວີ້, ເຄເອັມທີ, ເອັສທີທີ, ຈັນສີ ແລະ ຊີໄອທີ.

  ສຳລັບຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນຫມົດ 1 ຮອບ ສະສົມຄະແນນ,ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ.ສວ່ນສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນ, ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລຳດັບ .

 ຕາຕະລາງການແຂ່ງຂັນແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.