ພິທີປິດ ຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ (LFF / AFC 'C' Coaching Certificate Course)

10/02/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີປີດຊຸດຝຶກອົບຮົມຄູຝຶກບານເຕະລະດັບ ຊີ (LFF / AFC 'C' Coaching Certificate Course) ຂື້ນໃນວັນທີ 10 ກຸມ​ພາ 2023 ທີ່​ຜ່ານ​ມາ ຢູ່ທີ່ ຫ້ອງປະຊຸມຂອງສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງ​ ທ່ານ ນ. ກັນ​ຍາ ແກ້ວ​ມະ​ນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ ທັງວິທະຍາກອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນ ຈໍານວນ 22 ທ່ານ ທີ່ມາຈາກ ສະໂມສອນ ພາຍໃນປະເທດ, ຕ່າງປະເທດ ແລະ ນັກກິລາທີມຊາດລາວ.
ຕະ​ຫ​ລອດໄລຍະການຝຶກອົບຮົມ ແມ່ນແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະ ການປະຕິບັດຕົວຈິງໃນພາກສະໜາມ, ໂດຍໄດ້ມີການສອບເສັງ 6 ຄັ້ງ (ຕົວຈິງ 3 ຄັ້ງ ,ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ, ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມພະຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.
ການຝຶກອົບຮົມຄັ້ງນີ້ແມ່ນ​ໄດ້ດຳເນີນ​ການຝຶກນັບຕັ້ງແຕ່ວັນທີ 30 ມັງກອນ ຫາ 10 ກຸມພາ 2023.
ໃນ​ຕອນ​ທ້າຍ​ພິ​ທີ​ຍັງ​ມີ​ການ​ມອບ​ໃບ​ຢັ້ງ​ຢືນ​ໃນ​ການ​ເຂົ້າ​ຮ່ວມ​ໃຫ້​ກັບ​ຜູ້​ເຂົ້າ​ຮ່ວມເພື່ອ​ຢັ້ງ​ຢືນ​ໃນ​ການ​ຝຶກ​ອົບ​ຮົມ, ສ່ວນ​ຜົນ​ການ​ສອບ​ເສັງ​ນັ້ນ​ແມ່ນ​ຈະ​ແຈ້ງ​ໃຫ້​ຮັບ​ຊາບ​ຕາມ​ພາຍ​ຫລັງ.