ຝຶກອົບຮົມຄູຝຶກ

ການຝຶກອົບຮົມຄູຝຶກບານເຕະ

ການຈັດຝຶກອົບຮົມຄູຝືກບານເຕະແມ່ນ ແນໃສ່ການພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ, ມີຄວາມສອດຄ່ອງຢ່າງເປັນເອກະພາບ ແລະ ເຜີຍແຜ່ຂະຫຍາຍໄປທົ່ວປະເທດຕາມມາດຕະຖານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ. ສ້າງເດັກນ້ອຍໃຫ້ມີຄວາມມຸ້ງຫວັງ, ມີຄວາມບຸກບືນໃຫ້ກາຍເປັນນັກກິລາທີດີເດັ່ນມຸ້ງໝາຍກ້າວໄປສູ່ນັກກິລາອາຊີບທີ່ມີປະສິດທິພາບໃນອະນາຄົດ. ໃນດ້ານເປົ້າໜາຍແມ່ນເພື່ອນຳໃຊ້ການຝືກສອນທັກສະກິລາບານເຕະຂັ້ນພື້ນຖານໃຫ້ຖືກຕອ້ງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ, ດວ້ຍການພັດທະນາຄູຝືກໃຫ້ມີຄວາມຮູ້ຄວາມສາມາດໃນການເຂົ້າຮ່ວມການອົບຮົມຄູຝືກລະດັບພາກພື້ນຂອງອາຊີຕາມລຳດັບໃນອະນາຄົດ

ຂ່າວສານກ່ຽວກັບ ຝຶກອົບຮົມຄູຝຶກ

News Cover

ສຕລ ສຳເລັດການຈັດຝຶກອົບຮົມໂຄງການບານເຕະໃນໂຮງຮຽນ ທີ່ເຊກອງເປັນແຂວງທີ3

21/10/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ສົມທົບ ກັບພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ສຳເລັດການຈັດກິດຈະກໍາຝຶກອົບຮົມຄູຝຶກກິລາບານເຕະໃນໂຄງການກິລາບານເຕະໃນໂຮງຮຽນ ທົ່ວແຂວງເຊກອງ ຂື້ນ FIFA FOOTBALL FOR SCHOOLS ລະຫວ່າງວັນທີ 18-20 2024 ທີ່ຜ່ານມາ,ໂດຍມີ ທ່ານ ພັທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານສຕລ, ທ່ານ Sundram Moorthyຫົວໜ້າພະແນກເຕັກນິກວິທະຍາສຕລ, ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ, ທ່ານ ສຸກສາຄອນ ຈັນທະພານິດ ຮອງປະທານສະຫະພັນບານເຕະແຂວງເຊກອງ ພ້ອມດວ້ຍບັນດາຄູຝຶກຕະຫຼອດຮອດນັກກິລາເຂົ້າຮ່ວມ.

ທ່ານ ພັທ ຖາວອນ ຫຼວງຈັນດາວົງກ່າວວ່າ:ສຳລັບການຝຶກອົບຮົມກິລາບານເຕະໃນໂຮງຮຽນໃນໂຄງການດັ່ງກ່າວນີ້ແມ່ນມີຈຸດປະສົງເພື່ອສົ່ງເສີມໃຫ້ນັກຮຽນ ໄດ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນຫລາຍຂຶ້ນ ແລະ ໄດ້ຮັບການຝຶກແອບແລະສິດສອນຢ່າງຖືກວິທີຈາກຄູອາຈານພາລະສຶກສາພາຍໃນໂຮງຮຽນ ເພື່ອເປັນຕົວແບບ ແລະເປັນອີກໂຄງ ການໜຶ່ງທີ່ດີໃນການພັດທະນາເດັກທັງດ້ານສະຕິປັນຍາແລະກຳລັງວັງຊາ. ໂຄງການນີ້ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ, ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ.ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນ ຊື່ງແຂວງເຊກອງ ນັບເປັນແຂວງທີ່ 3 ຖັດຈາກແຂວງບໍ່ແກ້ວແລະນະຄອນຫລວງວຽງຈັນທີ່ໄດ້ສຳເລັດກິດຈະກໍາຝຶກອົບຮົມຄູຝຶກກິລາບານເຕະໃນໂຄງການກິລາບານເຕະໃນໂຮງຮຽນ.


News Cover

ສຕລ ສຳເລັດການຈັດຝຶກອົບຮົມຄູຝຶກພາລະກໍາລັງລະດັບ 1B ປະຈໍາປີ 2024

18/10/2024

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ສຳເລັດການຈັດຝຶກອົບຮົມຄູຝຶກພາລະກຳລັງລະດັບ 1B ປະຈໍາປີ 2024 LFF/AFC Fitness Coaching Certificate Course Level 1B, ພິທິປິດຝຶກອົບຮົມດັ່ງກ່າວໄດ້ມີຂຶ້ນ ວັນທີ 18 ຕຸລາ 2024 ທີ່ຫ້ອງປະຊຸມ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທີການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ຊູນດຣໍາ ມູຣຕີ ( Sundram Moorthy ) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ມາກ ຈອນ( Mark Jones ) ສັນຊາດອົສຕຣາລີ ຄູຝຶກສອນຈາກສະຫະພັນບານເຕະອາຊີ(AFC) ເປັນວິທະຍາກອນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ແລະ ບັນດາສໍາມະນາກອນຝຶກອົບຮົມເຂົ້າຮ່ວມ. ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກAFC ຮ່ວມກັບ ສຕລ ຮັບຮອງ ແລະ ຕົກລົງຈັດຝຶກອົບຮົມຢ່າງເປັນທາງການ ຊຶ່ງເປັນຄັ້ງທໍາອິດທີ່ ສຕລ ໄດ້ຮັບກຽດໃນການຈັດຝຶກອົບຮົມໃນຄັ້ງນີ້ ໂດຍມີບັນດາສໍາມະນາກອນຝຶກອົບຮົມຈໍານວນທັງໝົດ 15ທ່ານ,ໃນນັ້ນມາຈາກປະເທດໄທ 3 ທ່ານ ແລະ ຄາເມຣູນ 1 ທ່ານ. ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຄູຝຶກທີ່ເຂົ້າຮ່ວມຝຶກອົບຮົມໄດ້ມີຄວາມຮູ້ກ່ຽວກັບວິທະຍາສາດການກິລາ,ມີການສຶກສາເຖິງຄວາມສໍາຄັນ ແລະ ຈຳເປັນດ້ານພາລະກໍາລັງສອດຄ່ອງກັບສະພາບຕົວຈິງ ເພື່ອນໍາຄວາມຮູ້, ປະສົບການໄປປັບປຸງພັດທະນານັກກິລາໃຫ້ມີຄວາມພ້ອມກັບການແຂ່ງຂັນກິລາບານເຕະທີ່ມີຄວາມເຂັ້ມຂຸ້ນແລະທັນສະໄໝຫຼາຍຂື້ນ.

  ທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການ ສຕລ ໄດ້ກ່າວປີດແລະໃຫ້ຄວາມເຫັນວ່າ: ເປັນໂອກາດດີທີ່ພວກເຮົາໄດ້ຮັບການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສົ່ງຄວາມຮູ້ໃຫ້ບັນດາຄູຝຶກໃນລາວ ຊຶ່ງວຽກງານດັ່ງກ່າວ ເປັນທິດທາງແລະເປົ້າໝາຍທີ່ຕ້ອງການຍົກລະດັບຫຼາຍທີ່ສຸດ ແລະ ຢາກຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້ ໃນການຮຽນຄັ້ງ ເອົານໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດໃນການພັດທະນາວົງການບານເຕະລາວ, ພັດທະນາ ສະໂມສອນ ທີ່ຕົນເອງສັງກັດ ແລະ ພັດທະນາທີມຊາດລາວ ໃນອະນາຄົດ. ການຝຶກອົບຮົມແມ່ນໃຊ້ເວລາ 5 ວັນ ແຕ່ວັນທີ 14-18 ຕຸລາ 2024 ຊື່ງຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ກ່ຽວກັບວິທະຍາດສາດການກິລາ, ຄວາມຮູ້ພື້ນຖານຂອງການອອກກໍາລັງກາຍ, ຄວາມສໍາຄັນດ້ານພາລະກໍາລັງ, ໂພສະນາການຕ່າງໆ ແລະ ສາມາດວາງແຜນລະອຽດກ່ຽວກັບການອອກກໍາລັງກາຍໃຫ້ຖືກວິທີ.


News Cover

ເປີດຝຶກອົບຮົມໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຢູ່ທີ່ແຂວງເຊກອງ

18/10/2024

ຕອນເຊົ້າ ວັນທີ 18 ຕຸລາ 2024 ທີ່ຜ່ານມາ ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ມີພິທີ ເປີດຊຸດຝຶກອົບຮົມໂຄງການບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂຶ້ນໃນລະຫວ່າງວັນທີ 18-20 ຕຸລາ 2024 ເຂົ້າຮ່ວມໃນພິທີເປິດໂດຍມີ ທ່ານ ສຸລິຄຳ ພອນທະລາ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸດທາລີ ລຸນສິລິ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງຫມົດ 46 ທ່ານ ໃນນັ້ນເປັນຍິງ 2 ທ່ານ. ຈຸດປະສົງໃນການຝຶກອົບຮົມຄູຝຶກກິລາບານເຕະໃນໂຮງຮຽນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດແລະວິທີສິດສອນກິລາບານເຕະໃຫ້ກັບຄູພາລະສຶກສາທົ່ວແຂວງເຊກອງ ໄດ້ນໍາເອົາຫຼັກສູດແບບໃໝ່ໆຂອງກິລາບານເຕະໄປນໍາໃຊ້ຝຶກຢູ່ບັນດາໂຮງຮຽນໃນທົ່ວແຂວງເຊກອງ, ເພື່ອເປັນການພັດທະນານັກກິລາບານເຕະລຸ້ນສືບທອດກໍ່ຄືລຸ້ນເຍົາວະຊົນທັງປະເພດຍິງ-ຊາຍໃຫ້ກ້າວສູ່ຄຸນນະພາບສຸງຂື້ນ.ໃນນັ້ນ,ລວມມີການແນະນໍາການຝຶກແອບແບບໝູນສໍາລັບນັກກິລາໃຫ້ເຂົາເຈົ້າໄດ້ປັບປຸງຄວາມສາມາດຂອງນັກກິລາ,ຮູ້ທັກສະ,ມີໄຫວພິກໃນການຫຼີ້ນບານທີ່ຄ່ອງແຄ້ວ,ສ້າງຄວາມປະພຶດກໍ່ຄືມີນໍ້າໃຈນັກກິລາ, ເປັນສູນກາງເຂົ້າເຖິງນັກກິລາ, ເປັນຈຸດສຸມຂອງການພັດທະນານັກກິລາເຍົາວະຊົນ ຍິງ-ຊາຍ ເພື່ອອະນາຄົດ ແລະ ເປັນເວທີສອນນັກກິລາໃຫ້ຫຼີ້ນຫຼາຍກ່ວາເພື່ອເອົາຊະນະ ແລະ ເພື່ອສ້າງການພັດທະນາກິລາບານເຕະໃຫ້ມີຄວາມກ້າວໜ້າ ແລະ ພັດທະນາກິລາບານເຕະມີຄວາມສອດຄ່ອງ ແລະ ເອກກະພາບກັນໃນທົ່ວປະເທດ, ເພື່ອໃຫ້ການຝືກສອນນັບມື້ນັບມື້ມີມາດຕະຖານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

News Cover

ສຕລ ເປີດກອງປະຊຸມຄູຝຶກບານເຕະ ເພື່ອພັດທະນາວົງການບານລາວ

12/10/2024

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເປີດກອງປະຊຸມຄູຝຶກບານເຕະ ສຕລ 2024 LFF Coaching Conference 2024 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 12 ຕຸລາ 2024 ທີ່ຜ່ານມາຢູ່ ໂຮງແຮມລາວເທວ ພາຍໃຕ້ການເປັນປະທານໂດຍທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ, ມີຮອງປະທານ, ເລຂາທິການ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງຫນ້າຈາກ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຄູຝຶກ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວໃນພິທີວ່າ: ການຈັດກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອເປັນການພັດທະນາກີລາບານເຕະຂອງພວກເຮົາ, ເຊິ່ງທີ່ຜ່ານມາພວກເຮົາກໍໄດ້ມີການຈັດຝຶກອົບຮົມ ຄູຝຶກບານເຕະ ເຮັດໃຫ້ບຸກຄະລະກອນຄູຝຶກບານເຕະລາວ ຫຼາຍຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ ມີການຝຶກອົບຮົມ C ລາຍເຊັນ ແລະ B ລາຍເຊັນ ລວມທັງໝົດ 6 ຄັ້ງ.

  ນອກນັ້ນ, ກໍຍັງມີຫຼາຍໆຫົວຂໍ້ທີ່ຍົກຂຶ້ນມາສົນທະເປັນຕົ້ນແມ່ນ ສົນທະນາກ່ຽວກັບເລື່ອງຄວາມໂປ່ງໃສຂອງຄູຝຶກ ແລະ ສົນທະນາກ່ຽວກັບການປົກປ້ອງສິດທິເດັກ ແລະ ອື່ນໆ, ກອງປະຊຸມຄັ້ງນີ້ກໍເພື່ອເປັນການແລກປ່ຽນຄວາມຄິດເຫັນບັນດາຄູຝຶກຢູ່ທີ່ ສປປລາວ, ມີບັນດາຄູຝຶກ ສະໂມສອນ ທີ່ເຂົົ້າຮ່ວມ ລາວລີກ 1.

ກອງປະຊຸມດັ່ງກ່າວ ແມ່ນໄດ້ດຳເນີນໄປເປັນໄລຍະ 1 ວັນ ແລະ ພິເສດໄດ້ມີການມອບໃບປະກາດຄູຝຶກ ເອ ລາຍເຊັນ ມີຜູ້ທີ່ສອບເສັງຜ່ານທັງຫມົດ 20 ທ່ານ ມີລາຍຊື່ດັ່ງລຸ່ມນີ້:

          1. ທ່ານ ບຸນມາ ປະຖໍາມະວົງ ຈາກ ສະໂມສອນ ມາສດ້າ ຈີບີ

          2. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ຄໍາໃສ ອະຄາເດີມີ

          3. ທ່ານ ວົງມີໄຊ ສຸບົວຄໍາ ຈາກ ສະຫະພັນບານເຕະແຫ່ງຊາດລາວ

          4. ທ່ານ ພຸດປະສົງ ແສງດາລາວົງ ຈາກ ສະໂມສອນ ຊ້າງນ້ອຍ

          5. ທ່ານ ສຸກ ວົງວີມານ ຈາກ ສະໂມສອນ ສະຫວັນ ຢູໄນເຕັດ

          6. ທ່ານ ວຽງສະຫວັນ ໄຊຍະບູນ ຈາກ ສະໂມສອນ ກອງທັບ

          7. ທ່ານ ບຸນລັບ ເຄນກິຕິສັກ ຈາກ ສະໂມສອນ ວຽງຈັນ ເອຟທີ

          8. ທ່ານ ກັນລະຍາ ສີສົມຫວັງ ຈາກ ສະຫະພັນບານເຕະແຫ່ງຊາດລາວ

          9. ທ່ານ ພູເພັດ ສານຸວົງ ຈາກ ສະຫະພັນບານເຕະແຂວງຄໍາມ່ວນ

         10. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ມາສດ້າ ຈີບີ

         11. ທ່ານ ພູມປັນຍາ ໄຊຊະນະວົງເພັດ ຈາກ ສະໂມສອນ ມາສດ້າ ຈີບີ

         12. ທ່ານ ສົມພູ ດວງດາລາ ຈາກ ສະຫະພັນບານເຕະແຫ່ງຊາດລາວ

         13. ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ຈາກ ສະໂມສອນ ທ່າຊ້າງ

         14. ທ່ານ ພອນປະດິດ ໄຊຍະວົງ ຈາກ ກະຊວງປ້ອງກັນຄວາມສະຫງົບ

         15. ທ່ານ ຄຣິດຕະໄຊ ວົງສິມ ( ປະເທດໄທ ) ຈາກ ສະໂມສອນ ວຽງຈັນ

         16. ທ່ານ ສາກອນ ແສງຫານ ( ປະເທດໄທ )

         17. ທ່ານ ເອກກະພົບ ໂພທິໃສ ( ປະເທດໄທ )

         18. ທ່ານ ປີຍະ ແກ້ວງອກ ( ປະເທດໄທ ) ຈາກ ສະໂມສອນ ມາສດ້າ ຈີບີ

         19. ທ່ານ ພັນທະວັດ ສຸພາວະສັນຕິຊົນ ( ປະເທດໄທ ) ຈາກ ສະໂມສອນ ຈັນທະບູລີ

         20. ທ່ານ ສຸຄຣິດ ໂຢທີ  ( ປະເທດໄທ ) 

ກ່ອນຫນ້ານັ້ນສປປລາວມີຄູຝຶກລະດັບ Aມາແລວ7ທ່ານຄືທ່ານ ວາລະກອນ ພົມພັກດີ, ທ່ານ ໂກວັນ ນາມທະວີໄຊ, ທ່ານ ນ.ພອນທິບ ແສງມະນີ, ທ່ານ ຈັນດາລາພອນ ລຽບວິໄຊ, ທ່ານ ສົມສັກ ແກ້ວດາລາ, ທ່ານ ເວີນສະຫວັນ ສີວິໄຊ ແລະ ທ່ານ ນ. ດອນສະຫວັນ ໄຊຍະສົມບັດ,ບວກໃສ່ອີກຄັ້ງນີ້ໄດ້ເພີ່ມຕື່ມອີກ 14 ທ່ານລວມເປັນທັງໝົດ21ທ່ານ.


News Cover

12 ຄູຝຶກສຳເລັດການຝຶກອົບຮົມການຝຶກສອນເຍົາວະຊົນລະດັບສູງ LFF ELITE YOUTH 2024

23/08/2024

           ສະຫະພັນບານເຕະແຫ່ງຊາດລາວ(ສຕລ )ໄດ້ສຳເລັດການຝຶກອົບຮົມທັກສະການຝຶກສອນກິລາບານເຕະເຍົາວະຊົນລະດັບສູງ LFF ELITE YOUTH 2024ຂື້ນໃນຕອນແລງ ວັນທີ 23 ສິງຫາ 2024 ຢູ່ທີ່ ຫ້ອງປະຊຸມຂອງ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານສຕລ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ.

              ການຝຶກອົບຮົມຄັ້ງນີ້ມີຈຸດປະສົງຫຼັກເພື່ອໃຫ້ບັນດາຄູຝຶກທີ່ເຂົ້າຮວ່ມໄດ້ຮຽນຮູ້ທັກສະການຝຶກສອນກິລາບານເຕະໃຫ້ກັບເຍົາວະຊົນຢ່າງຖືກວິທີ,ເຊິ່ງມີສຳມະນາກອນເຂົ້າຮ່ວມ 12 ຄົນ ທີ່ມາຈາກສະຫະພັນບານເຕະແຫ່ງຊາດລາວ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ສະໂມສອນ ບີໄອເອັສ, ສະໂມສອນ ເມືອງຫາດ, ສະໂມສອນ ນ້ຳທາ, ສະໂມສອນ ມາສເຕີ້ ເຊເວັ້ນ , ສະໂມສອນ ຄຳໃສ ອະຄາເດມີ ແລະ ຈາກປະເທດໄທ 1 ຄົນ ມີລາຍຊື່ດັ່ງລຸ່ມນີ້:

1. ທ່ານ ພອນສະຫວັນ ສີຫາລາດ ຈາກ ສະໂມສອນ ມາສເຕີ້ ເຊເວັ້ນ

2. ທ່ານ ຂັນໄຊ ພະກາສີ ຈາກ ແຂວງບໍລິຄຳໄຊ

3. ທ່ານ ຄຳໃສ ຈັນທະວົງ ຈາກ ສະໂມສອນ ຄຳໃສ ອະຄາເດີມີ

4. ທ່ານ ສົມລິດ ລັດສະນີ ຈາກ ແຂວງອຸດົມໄຊ

5. ທ່ານ ໂຄລ່າ ອຸ່ນດາລາ ຈາກ ແຂວງບໍ່ແກ້ວ

6. ທ່ານ ໄຊຍະສັກ ວານີສະເວດ ຈາກ ສະໂມສອນ ບີໄອເອັສ

7. ທ່ານ ວິສິດທິພົງ ແສນພິມມະຈັກ ສະໂມສອນ ອະຄາເດີມີ ເມືອງຫາດ

8. ທ່ານ ອຳໄພວັນ ຈັນທະລາວົງ ຈາກ ສະໂມສອນ ນໍ້າທາ

9. ທ່ານ ສົມພູ ດວງດາລາ ຈາກ ສຕລ

10. ທ່ານ ພູເພັດ ສານຸວົງ ຈາກ ແຂວງຄຳມ່ວນ

11. ທ່ານ ສາຄອນ ແສນຫານ ຈາກປະເທດໄທ

12. ທ່ານ ວົງມີໄຊ ສຸບົວຄຳ ຈາກ ສຕລ

  ສຳລັບການຝຶກອົບຮົມແມ່ນໄດ້ຈັດຂື້ນເປັນ 2 ໄລຍະຄື ໄລຍະທີ 1 ເລີ່ມວັນທີ 30 ພຶດສະພາ - 1 ມີຖຸນາ 2024 ແລະ ໄລຍະທີ 2 ເລີ່ມ ວັນທີ 19-23 ສິງຫາ 2024.


News Cover

ເປີດຮັບສະໝັກຜູ້ເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະລະດັບ 2 AFC Goalkeeping B DIPLOMA ( Level 2 )

12/08/2024

ເປີດຮັບສະໝັກຜູ້ເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະລະດັບ 2

 AFC Goalkeeping B DIPLOMA ( Level 2 )

  ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ຂໍຖືເປັນກຽດແຈ້ງມາຍັງບັນດາສະຫະພັນບານເຕະແຂວງ, ສະໂມສອນກິລາບານເຕະ ທີ່ເປັນສະມາຊິກຂອງ ສຕລ ຊາບວ່າ: ສຕລຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກຜູ້ຮັກສາປະຕູບານເຕະ ລະດັບ 2. ຝຶກສອນໂດຍວິທະຍາກອນທິ່ໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ມາຮອດປັດຈຸບັນ ມີບັນດາຄູຝຶກທີ່ຜ່ານການຝຶກອົບຮົມຄູຝຶກຜູ້ຮັກສາປະຕູທີ່ຜ່ານລະດັບ 1 ຫລື Level 1 ມີທັງຫມົດ 33 ທ່ານ ເປັນຍິງ 2ທ່ານ.

ຜູ້ເຂົ້າຮ່ວມຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

#ກຳນົດການ

- ວັນເວລາການຝຶກອົບຮົມ: ລະຫວ່າງວັນທີ 13-25 ພະຈິກ 2024

- ປິດຮັບສະໝັກ ວັນທີ 01 ຕຸລາ 2024 ເພື່ອໃຫ້ ສຕລ ລົງທະບຽນຜ່ານລະບົບຂອງສະຫະພັນບານເຕະອາຊີ (AFC)

#ສະຖານທີ່

- ສຳນັກງານໃຫຍ່ ສຕລ (ບ້ານຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປ ລາວ

#ເງື່ອນໄຂ:

- ຕ້ອງຈົບ ຄູຝຶກຜູ້ຮັກສາປະຕູລະດັບ 1 ຢ່າງຫນ້ອຍ 1 ປີ

- ການຍື່ນສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມໜັງສືຜ່ານແດນ(ປາສະປໍ) ແລະ ຮູບສີ 1ໃບ.

- ຜູ້ເຂົ້າຮ່ວມຕ້ອງມີໃບປະກາດຄູຝຶກບານເຕະລະດັບ ຊີ(C) ຂື້ນໄປຈື່ງສາມາດເຂົ້າຮ່ວມການຝຶກອົບຮົມໄດ້.

- ໃນເວລາມາຍື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າລົງທະບຽນພ້ອມ

• ຄົນລາວ 1.500.000ກີບ / ທ່ານ

• ຄົນຕ່າງປະເທດ 1000 ໂດລາ(USD) / ທ່ານ

- ຜູ້ສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດໄລຍະການຝຶກອົບຮົມ.

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງAFCວາງອອກຢ່າງເຂັ້ມງວດ.

#ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.

# ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ.

- ບ່ອນພັກເຊົາຕະຫຼອດໄລຍະການຝຶກອົບຮົມ.

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ.

- ຖ້າຜູ້ເຂົ້າຮ່ວມນຳເອົາຄອມພິວເຕີໂນ໋ດບຸກ, USB ມາດ້ວຍຍິ່ງຈະເປັນການດີເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມ.

ໝາຍເຫດ:

#ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສຕລ ກ່ອນວັນປິດ

ຮັບສະໝັກ ວັນທີ 01/10/2024 ເພື່ອລົງທະບຽນ ກັບ AFC.

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນຈິ່ງຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນສົມບັດຂອງຜູ້ສະໝັກ. (ສຕລ ຈະແຈ້ງໃຫ້ຮັບຊາບຜູ້ທີ່ຜ່ານການຄັດເລືອກ)

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

ເບີໂທ: 020 51109530

ທ່ານ ນາງ ບຸນມີ ສົມພະສິດ (ຜູ້ປະສານງານ)

Email: [email protected]


News Cover

ຄູຝຶກ ຄົນລາວ 11 ທ່ານ ສອບເສັງຜ່ານຄູຝຶກ ລະດັບ A

01/08/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດຜົນການຝຶກອົບຮົມຄູຝຶກກິລາບານເຕະລະດັບ “A”(LFF/AFC “A” Diploma Coaching Course 2023/2024)ຄັ້ງທີ 2 ຂື້ນໃນວັນທີ30 ມິຖຸນາ 2024 ທີ່ຜ່ານມາ ໂດຍມີຄູຝຶກຄົນລາວ 11 ທ່ານສາມາດສອບເສັງຜ່ານ ດັ່ງມີລາຍຊື່ລຸ່ມນີ້:

1. ທ່ານ ບຸນມາ ປະຖໍາມະວົງ ຈາກ ສະໂມສອນ ມາສດ້າ ຈີບີ

2. ທ່ານ ຄໍາໃສ ຈັນທະວົງ ຈາກ ສະໂມສອນ ຄໍາໃສ ອະຄາເດີມີ

3. ທ່ານ ວົງມີໄຊ ສຸບົວຄໍາ ຈາກ ສະຫະພັນບານເຕະແຫ່ງຊາດລາວ

4. ທ່ານ ພຸດປະສົງ ແສງດາລາວົງ ຈາກ ສະໂມສອນ ຊ້າງນ້ອຍ

5. ທ່ານ ສຸກ ວົງວີມານ ຈາກ ສະໂມສອນ ສະຫວັນ ຢູໄນເຕັດ

6. ທ່ານ ວຽງສະຫວັນ ໄຊຍະບູນ ຈາກ ສະໂມສອນ ກອງທັບ

7. ທ່ານ ບຸນລັບ ເຄນກິຕິສັກ ຈາກ ສະໂມສອນ ວຽງຈັນ ເອຟທີ

8. ທ່ານ ກັນລະຍາ ສີສົມຫວັງ ຈາກ ສະຫະພັນບານເຕະແຫ່ງຊາດລາວ

9. ທ່ານ ພູເພັດ ສານຸວົງ ຈາກ ສະຫະພັນບານເຕະແຂວງຄໍາມ່ວນ

10. ທ່ານ ໂອເລ້ ບູສະອາດ ຈາກ ສະໂມສອນ ມາສດ້າ ຈີບີ

11. ທ່ານ ພູມປັນຍາ ໄຊຊະນະວົງເພັດ ຈາກ ສະໂມສອນ ມາສດ້າ ຈີບີ.

ກ່ອນນັ້ນສປປລາວມີຄູຝຶກລະດັບ Aມາແລ້ວ7ທ່ານຄືທ່ານ ວາລະກອນ ພົມພັກດີ, ທ່ານ ໂກວັນ ນາມທະວີໄຊ, ທ່ານ ນ.ພອນທິບ ແສງມະນີ, ທ່ານ ຈັນດາລາພອນ ລຽບວິໄຊ, ທ່ານ ສົມສັກ ແກ້ວດາລາ, ທ່ານ ເວີນສະຫວັນ ສີວິໄຊ ແລະ ທ່ານ ນ. ດອນສະຫວັນ ໄຊຍະສົມບັດ,ບວກໃສ່ອີກຄັ້ງນີ້ໄດ້ເພີ່ມຕື່ມອີກ11ທ່ານລວມເປັນທັງໝົດ18ທ່ານ.

ການຝຶກອົບຮົມຄູຝຶກໃນຄັ້ງນີ້ແມ່ນໄດ້ຮັບການຮັບຮອງຈາກສະຫະພັນບານເຕະອາຊີ ຫຼື AFC ຮ່ວມກັບ ສຕລ, ການຮຽນຄູຝຶກກິລາບານເຕະລະດັບ “A” ແມ່ນໄດ້ແບ່ງເປັນ 6 ໄລຍະໃນການຮຽນ ເຊິ່ງໃຊ້ເວລາໃນການຮຽນ 1 ປີ.


News Cover

ປະກາດຮັບສະໝັກຮຽນເປັນຄູຝຶກ LFF/AFC ' B ' DIPLOMA COACHING COURSE

11/06/2024

ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະລະດັບ LFF/AFC ' B ' DIPLOMA COACHING COURSE ເຊິ່ງຈະໄດ້ຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ)ນະຄອນຫຼວງວຽງຈັນ, ສປປ ລາວ,ດັ່ງລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

+ ກຳນົດການ:

ການຝຶກອົບຮົມແມ່ນຈະຈັດຂຶ້ນ 2 ໄລຍະຄື:

ໃນໄລຍະທີ 1 ຈັດຂຶ້ນ ລະຫວ່າງວັນທີ 15-26 ກໍລະກົດ 2024

ໄລຍະທີ 2 ໃນລະຫວ່າງ ວັນທີ 2-6 ກັນຍາ 2024

(ປິດຮັບສະໝັກ ວັນທີ 5 ກໍລະກົດ 2024 , ຍ້ອນວ່າ ຕ້ອງສົ່ງລົງທະບຽນ ແລະ ຕາມກົດລະບຽບ ຂອງ ສະຫະພັນບານເຕະອາຊີ AFC).

+ ເງື່ອນໄຂຜູ້ເຂົ້າຮ່ວມຝຶກອົບຮົມ:

1. ບັນດາສະຫະພັນບານເຕະແຂວງ/ສະໂມສອນບານເຕະ/ມະຫາວິທະຍາໄລ/ວິທະຍາໄລ/ໂຮງຮຽນ ຫຼື ອົງການຈັດຕັ້ງຕ່າງໆສາມາດເຂົ້າຮ່ວມໄດ້

2. ຕ້ອງມີໃບປະກາດ AFC “ C” Certificate Coaching Course ມາກ່ອນ ຢ່າງໜ້ອຍ 1 ປີຂື້ນໄປ.

3. ປະກອບເອກະສານເຂົ້າຝຶກອົບຮົມຕາມແບບຟອມທີ່ ສຕລ, ສົ່ງໃຫ້ບໍ່ໃຫ້ກາຍ ວັນທີ 5 ກໍລະກົດ 2024.

4. ການຍື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ໃບປະ

ກາດສະນີຍະບັດ ‘ຊີ’ ຄັດຕິດມາພ້ອມ.

5. ຜູ້ມີສິດເຂົ້າຝຶກອົບຮົມຕ້ອງຜ່ານການພິລະນາ, ຮັບຮອງຈາກ ສະຫະພັນບານເຕະ ອາຊີ ແລະ ສຕລ ກ່ອນ.

6. ຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກອົບຮົມ.

7. ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມຂອງ ສະຫະພັນບານເຕະ ອາຊີ ວາງອອກຢ່າງເຂັ້ມງວດ.

8. ຟັງ,ຂຽນ,ອ່ານ ພາສາອັງກິດໄດ້ຍິ່ງເປັນການດີ.

+ ຄວາມຮັບຜິດຊອບຂອງ ສຕລ:

1. ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

2. ເຄື່ອງນຸ່ງສຳລັບການຝຶກອົບຮົມຈຳນວນ 2 ຊຸດ.

3. ອາຫານຫວ່າງ, ນ້ຳດື່ມ ແລະ ນໍ້າກ້ອນ ຮັບໃຊ້ໃນການຝຶກອົບຮົມ.

+ ຄວາມຮັບຜິດຊອບຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ:

1. ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

2. ເສຍຄ່າສະໝັກເປັນຈຳນວນເງີນ 1,500,000 ກີບ (ສຳລັບຄົນລາວ) ແລະ 1000 $ ( ສຳລັບຄົນຕ່າງປະເທດ ) ພາຍຫຼັງໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມ.

3. ເກີບສຳລັບເຕະບານ,ເກີບຜ້າໃບ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.

ໝາຍເຫດ:

+ ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກ, ເພື່ອລົງທະບຽນ ກັບ ສະຫະພັນບານເຕະ ອາຊີ (AFC).

+ ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນປິດຮັບແລ້ວແມ່ນຈະບໍ່ມີການພິຈາລະນາຢ່າງເດັດຂາດ.

+ ສົ່ງກ່ອນມີສິດກ່ອນ.

ລິ້ງດາວໂຫລດແບບຟອມ : https://drive.google.com/.../1DzT6i5mqnz7uxTZOavnGabhNl9a...

ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

ນາງ ບຸນມີ ເບີໂທ 02051109530, WhatsApp: 020 98578918

E mail: [email protected]

#LaoFootballFederation

#coachingCourse

#LFFTechnical


News Cover

ຝຶກອົບຮົມການຝຶກສອນເຍົາວະຊົນລະດັບສູງ LFF ELITE YOUTH 2024

30/05/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມທັກສະການຝຶກສອນກິລາບານເຕະເຍົາວະຊົນລະດັບສູງ LFF ELITE YOUTH 2024ຂື້ນໃນຕອນເຊົ້າວັນທີ 30 ພຶດສະພາ 2024 ຢູ່ທີ່ ຫ້ອງປະຊຸມຂອງ ສຕລໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ ຄະນະບໍລິຫານງານສຕລ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ, ທ່ານ Mohammad Herman B Zailani ຫົວໜ້າວຽກງານພັດທະນາຄູຝຶກ ສຕລ.

ການຝຶກອົບຮົມຄັ້ງນີ້ມີສຳມະນາກອນເຂົ້າຮ່ວມ 13 ຄົນ ທີ່ມາຈາກສະຫະພັນບານເຕະແຫ່ງຊາດລາວ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ສະໂມສອນ ບີໄອເອັສ, ສະໂມສອນ ເມືອງຫາດ, ສະໂມສອນ ນ້ຳທາ, ສະໂມສອນ ມາສເຕີ້ ເຊເວັ້ນ , ສະໂມສອນ ຄຳໃສ ອະຄາເດມີ ແລະ ຈາກປະເທດໄທ 1 ຄົນ.

  ສຳລັບການຝຶກອົບຮົມແມ່ນຈະຈັດຂື້ນເປັນ 2 ໄລຍະຄືໄລຍະທີ 1ເລີ່ມວັນທີ 30 ພຶດສະພາ - 1 ມີຖຸນາ 2024 ແລະ ໄລຍະທີ 2ເລີ່ມ ວັນທີ 12-14 ສິງຫາ 2024.ຈຸດປະສົງຫຼັກຂອງການຝຶກອົບຮົມດັ່ງກ່າວກໍເພື່ອໃຫ້ບັນດາຄູຝຶກໄດ້ຮຽນຮູ້ທັກສະການຝຶກສອນກິລາບານເຕະໃຫ້ກັບເຍົາວະຊົນຢ່າງຖືກວິທີ.


News Cover

ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C)

24/05/2024

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(c)ຂື້ນໃນຕອນບ່າຍ ວັນທີ 24 ພຶດສະພາ 2024 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວປີດຂອງທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ.

  ການຝຶກອົບຮົມດັ່ງກ່າວແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື:

- ໄລຍະທີ1 ເລີ່ມ 1-5 ເມສາ 2024

- ໄລຍະທີ2 ເລີ່ມ 20-24 ພຶດສະພາ 2024

                ການຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງພາກສະໜາມ, ໂດຍໄດ້ມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ໃນນັ້ນ,ຜູ້ເຂົ້າຮ່ວມແມ່ນໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ.ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມ ພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.

               ໃນໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ກ່າວໂອ້ລົມຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໃຫ້ນຳໃຊ້ບົດຮຽນທີ່ຮຽນມາ ຝຶກຊ້ອມໃຫ້ກັບເຍົາວະຊົນກັບ ສະໂມສອນ ທີ່ຕົນເອງສັງກັດ ເພື່ອສ້າງນັກກິລາ ຮຸ່ນສືບທອດໃນລະດັບເຍົາວະຊົນເພື່ອກ້າວເປັນນັກກິລາອາຊີບ ແລະ ທີມຊາດໃນອະນາຄົດ.

     ທ່ານປະທານສະຫະພັນບານເຕະແຫ່ງຊາດລາວກ່າວຕື່ມວ່າ: ທຸກທ່ານທີ່ເຂົ້າມາຮຽນ ສາມາດເປັນຄູຝຶກໃຫ້ກັບສະໂມສອນຕ່າງໆໄດ້. ສະນັ້ນບັນດາສະໂມສອນທີ່ຈະຕ້ອງມີຄູຝຶກລະດັບ ຊີ ຂຶ້ນໄປຈຶ່ງສາມາດຄຸມທີມໄດ້, ສຸດທ້າຍຂໍໃຫ້ທຸກທ່ານຈົ່ງສືບຕໍ່ຕັ້ງໃຈ ເພື່ອພັດທະນາວົງການບານເຕະ,ຄູຝຶກ,ນັກກິລາໃຫ້ປະສົບຜົນສໍາເລັດຮ່ວມກັນ.

 ໃນຕອນທ້າຍພິທີ ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ມອບໃບຢັ້ງຢືນການເຂົ້າຮ່ວມໃຫ້ກັບຜູ້ເຂົ້າຮ່ວມຝຶກອົບ

ຮົມໃນຄັ້ງນີ້ ສ່ວນຜົນຂອງການ ຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ (C) ແມ່ນຈະແຈ້ງໃຫ້ຮັບຊາບຕາມພາຍຫລັງ.

                ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ, ເປັນຍິງ 1ທ່ານ, ມາຈາກປະເທດໄທ 4ທ່ານ, ມາເລເຊຍ 1ທ່ານ ແລະ ແຄມເມີລູນ 1ທ່ານ.


News Cover

ປະ​ກາດ​ຮັບ​ສະ​ຫມັກ​ຜູ້​ທີ່​ສົນ​ໃຈ ເຂົ້າ​ຮ່ວມຝຶກອົບຮົມຄູຝຶກບານເຕະລະດັບເຍົາວະຊົນ LFF/Elite Youth Coaching Diploma

07/05/2024

ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາສະໂມສອນກິລາບານເຕະ, ສະຫະພັນບານເຕະແຂວງ ແລະ ສູນຝຶກບານເຕະເຍົາວະຊົນ ຊາບວ່າ: ສຕລ ຈະໄດ້ເປີດຮັບສະໝັກຜູ້ສົນໃຈເຂົ້າຮ່ວມຝຶກອົບຮົມຄູຝຶກບານເຕະລະດັບເຍົາວະຊົນ LFF/Elite Youth Coaching Diploma, ໂດຍວິທະຍາກອນຕ່າງປະເທດແມ່ນໄດ້ຖືກຮັບຮອງຈາກ ສະຫະພັນບານເຕະອາຊີ (AFC), ດັ່ງມີລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:


+ ກຳນົດການ

- ການຝຶກອົບຮົມແມ່ນຈະຈັດຂື້ນ ໃນລະຫວ່າງ 2 ໄລຍະ, ໄລຍະທີ 1 ວັນທີ 30-31 ພຶດສະພາ - 1 ມີຖຸນາ 2024 ແລະ ໄລຍະທີ 2 ວັນທີ 12-14 ສິງຫາ 2024

- ປິດຮັບສະໝັກ ວັນທີ 24 ພຶດສະພາ 2024


+ ສະຖານທີ່

- ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ (ບ.ຫ້ວຍຫົງ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ສປປ ລາວ


+ ເງື່ອນໄຂ:

- ຜູ້ເຂົ້າຮ່ວມອົບຮົມແມ່ນຕ້ອງມີໃບປະກາດ AFC B license ຂື້ນໄປ.

- ຕິດຕໍ່ເອົາແບບຟອມສະໝັກໄດ້ທີ່ ຫ້ອງການເຕັກນິກ ຂອງ ສະຫະພັນບານເຕະແຫ່ງຊາດລາວ.

- ການຢື່ນໃບສະໝັກຕ້ອງມີ: ຟອມສະໝັກຂອງ ສຕລ, ກ໋ອບປີ້ສີ ບັດປະຈໍາຕົວ, ປື້ມພັດສະປອດ ແລະ ຮູບສີ 2 ໃບ.

- ໃນເວລາມາຢື່ນໃບສະໝັກເຂົ້າຮ່ວມຝຶກອົບຮົມຕ້ອງຈ່າຍຄ່າສະໝັກພ້ອມ.

- ຜູ້ສະໝັກເຂົ້າຮ່ວມຕ້ອງຝຶກອົບຮົມຕ້ອງມີອາຍຸ 18ປີຂື້ນໄປ.

- ຕ້ອງຮູ້ຈັກວິທີການເຕະບານ ແລະ ຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫຼອດການຝຶກໃນໄລຍະການຮຽໜ

- ຕ້ອງປະຕິບັດຕາມກົດລະບຽບການຝຶກອົບຮົມທີ່ວາງອອກຢ່າງເຂັ້ມງວດ.


+ ຄວາມຮັບຜິດຊອບຂອງ ສຕລ:

- ສະຖານທີ່ການຝຶກອົບຮົມ (ຫ້ອງຮຽນ ແລະ ສະໜາມຝຶກແອບ).

- ອຸປະກອນຮັບໃຊ້, ເຄື່ອງນຸ່ງສໍາລັບການຝຶກອົບຮົມ 2 ຊຸດ.

- ອາຫານຫວ່າງ, ນໍ້າດື່ມ ແລະ ນໍ້າກ້ອນ ຮັບໃຊ້ການຝຶກອົບຮົມ.


+ ຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

- ການເດີນທາງໄປ-ກັບ ສຳລັບຜູ້ເຂົ້າຮ່ວມການຝຶກອົບຮົມ.

- ທີ່ພັກ ແລະ ອາຫານ ນັກສຳມະນາກອນ ນະຄອນຫລວງ, ຕ່າງແຂວງ ແລະ ຕ່າງປະເທດ ແມ່ນ ຮັບຜິດຊອບຕົນເອງ.

- ຄ່າສະໝັກເຂົ້າຮ່ວມຝຶກອົບຮົມຈຳນວນ 750,000 ກີບ/ຄົນ (ສໍາລັບຄົນລາວ) ແລະ 200 ໂດລ້າ (ສໍາລັບຄົນຕ່າງປະເທດ).

- ເກີບສຳລັບເຕະບານ ແລະ ອຸປະກອນຮັບໃຊ້ສ່ວນຕົວ ເວລາເຂົ້າຮ່ວມການຝຶກອົບຮົມ.


ໝາຍເຫດ:


- ກະລຸນາສົ່ງລາຍຊື່ ແລະ ແບບຟອມສະໝັກເຂົ້າຮ່ວມການຝຶກອົບຮົມໃຫ້ ສະຫະພັນບານເຕະແຫ່ງຊາດລາວ ກ່ອນວັນປິດຮັບສະໝັກເພື່ອລົງທະບຽນ 

- ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະສາມາດເຂົ້າຮ່ວມການຝຶກອົບຮົມໄດ້, ໂດຍອີງໃສ່ເງື່ອນໄຂ ແລະ ຄຸນນະສົມບັດຂອງຜູ້ສະໝັກ.

- ຜູ້ສະໝັກທີ່ສົ່ງແບບຟອມເຂົ້າຮ່ວມຫຼັງຈາກວັນທີປິດຮັບແລ້ວແມ່ນຈະບໍ່ໄດ້ຮັບການພິຈາລະນາໃນການເຂົ້າຮ່ວມຝຶກອົບຮົມ.


ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ເບີໂທ:

ເບີ Whatapp: 020 98578918 

ເບີໂທ: 020 51109530 

ທ່ານ ນາງ ບຸນມີ ສົມພະສິດ (ຜູ້ປະສານງານ)

Email: [email protected]

[email protected]


#LaoFootballFederation

#CoachingCourse

#LFFTechnical

News Cover

ເປີດຊຸດຝຶກອົບຮົມຄູຝຶກກິລາບານເຕະລະດັບ c

01/04/2024

                 ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ຈັດພິທີເປີດການຝຶກອົບຮົມຄູຝຶກກິລາບານເຕະລະດັບຊີ(c)ຂື້ນໃນຕອນເຊົ້າວັນທີ 1 ເມສາ 2024 ທີ່ ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮັກສາການເລຂາທິການສະຫະພັນບານເຕະແຫ່ງຊາດລາວ.ການຝຶກອົບຮົມແມ່ນແບ່ງອອກເປັນ 2 ໄລຍະຄື:

- ໄລຍະທີ1 ເລີ່ມ 1-5 ເມສາ 2024

- ໄລຍະທີ2 ເລີ່ມ 20-24 ພຶດສະພາ 2024


                ການຝຶກອົບຮົມແບ່ງອອກເປັນ 2 ພາກ ປະກອບມີ ພາກທິດສະດີ ແລະພາກປະຕິບັດຕົວຈິງພາກສະໜາມ, ໂດຍຈະມີການສອບເສັງ 6 ຄັ້ງ ( ຕົວຈິງ 3 ຄັ້ງ ແລະ ທິດສະດີ 2 ຄັ້ງ ແລະ ເສັງກໍາມະການ 1 ຄັ້ງ ), ໃນນັ້ນ,ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ການພັດທະນາຄູຝຶກ, ຄວາມຕ້ອງການຄູຝຶກຂອງ AFC, ພາລະບົດບາດ ແລະ ໜ້າທີຮັບຜິດຊອບ, ເຕັກນິກ ແລະ ຍຸດທະວິທີຂອງການເຕະບານ, ຄວາມສຳພັນກັບບານ, ການສົ່ງບານ, ການຈັບບານ, ການຍິງບານ.ຫຼັກການຂອງການຝຶກສອນ, ບານເຕະຟຸດຊໍ, ກະຕິກາຂອງກິລາບານເຕະ, ອາຫານ ແລະ ສຸຂະພາບ, ການຝຶກແອບ, ການຝຶກແອບຜູ້ຮັກສາປະຕູ, ການວາງແຜນ, ບົດບາດສຳຄັນຂອງຜູ້ຮັກສາປະຕູ, ການຈະເລີນເຕີບໃຫຍ່ ແລະ ການປະຖົມ ພະ ຍາບານ, ແນະນຳພາກປະຕິບັດກິດຈະກຳບານເຕະພື້ນຖານ, ການຫຼີ້ນບານໃນເກມ.


               ໃນໂອກາດກ່າວເປີດພິທີຢ່າງເປັນທາງການທ່ານ ຈັນທະວົງ ສິລິມະໂນທຳໄດ້ຍົກໃຫ້ເຫັນຄວາມໝາຍແລະຄວາມສຳຄັນ ຂອງການຝຶກອົບຮົມໃນຄັ້ງນີ້ແລະຮຽກຮ້ອງໃຫ້ສຳມະນາກອນຕັ້ງໃຈຮໍ່າຮຽນ,ຮັບເອົາຄວາມຮູ້ຈາກຄູຝຶກໃຫ້ໄດ້ຄົບຖວ້ນສົມບຸນແນໃສ່ໃຫ້ກາຍເປັນຄູຝຶກດີເດັ່ນໃນອະນາຄົດ.


                ເຂົ້າຮວ່ມກອງປະຊຸມນີ້ຍັງມີ,ທ່ານ ຊຸນດຣໍາ ມູນຕີ (Sundram Moorthy) ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ທ່ານ ວົງມີໄຊ ສຸບົວຄຳຜູ້ຝຶກສອນຫຼັກຈາກ ສຕລ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ນັກສຳມະກອນຈໍານວນ 24 ທ່ານ, ເປັນຍິງ 1ທ່ານ, ມາຈາກປະເທດໄທ 4ທ່ານ, ມາເລເຊຍ 1ທ່ານ ແລະ ແຄມເມີລູນ 1ທ່ານ.